ສປປ ລາວ ຮັບໜ້າທີ່ເປັນປະທານ ແລະ ເຈົ້າພາບຈັດກອງປະຊຸມທົບທວນຄືນຮອບວຽນທີ 3 ຂອງສົນທິສັນຍາສາກົນ ວ່າດ້ວຍການເກືອດຫ້າມລະເບີດລູດຫວ່ານ

ຫວ່າງບໍ່ດົນມານີ້ທີ່ ສໍານັກງານອົງການສະຫະປະຊາຊາດ ທີ່ ເຊີເເນວປະເທດສະວິດ, ໃນໂອກາດ ເຂົ້າຮ່ວມກອງປະຊຸມປະຈໍາປີຂອງ ລັດພາຄີ ສົນທິສັນຍາ ວ່າດ້ວຍການເກືອດຫ້າມລະເບີດລູກຫວ່ານ ຄັ້ງທີ 13, ທ່ານ ທອງສະຫວັນ ພົມວິຫານລັດຖະມົນຕີ ກະຊວງການຕ່າງປະເທດ ໄດ້ເຂົ້າຮ່ວມໃນພີທີມອບ-ຮັບໜ້າທີ່ການເປັນປະທານ ແລະ ເຈົ້າພາບຈັດກອງປະຊຸມທົບທວນຄືນຮອບວຽນທີ 3 ຂອງສົນທິສັນຍາວ່າດ້ວຍການເກືອດຫ້າມລະເບີດລູກຫວ່ານ ຢ່າງເປັນທາງການ ຊຶ່ງຈະຈັດຂຶ້ນທີ່ ນະຄອນຫຼວງວຽງຈັນ ໃນປີ 2026. ສປປ ລາວ ເປັນໜຶ່ງໃນປະເທດທຳອິດໃນໂລກທີ່ໄດ້ລົງນາມ ແລະ ໃຫ້ສັດຕະຍາບັນແກ່ສົນທິສັນຍາດັ່ງກ່າວ ໃນປີ 2010. ການເປັນເຈົ້າພາບຈັດກອງປະຊຸມສາກົນດັ່ງກ່າວ ແມ່ນມີຄວາມໝາຍສຳຄັນຍິ່ງ ເນື່ອງຈາກ ສປປ ລາວ ເປັນໜຶ່ງໃນບັນດາປະເທດທີ່ນໍາພາໃນຂະບວນການສ້າງ ແລະ ຈັດຕັ້ງປະຕິບັດສົນທິສັນຍາ ວ່າດ້ວຍການເກືອດຫ້າມລະເບີດລູກຫວ່ານ ຊຶ່ງມີເປົ້າໝາຍເພື່ອການແກ້ໄຂບັນຫາລະເບີດທີ່ບໍ່ທັນແຕກທີ່ຕົກຄ້າງໃນປາງສົງຄາມ ທີ່ຍັງສືບຕໍ່ເປັນໄພຂົ່ມຂູ່ ຕໍ່ການດໍາລົງຊີວິດ ແລະ ກີດຂວາງການພັດທະນາເສດຖະກິດ-ສັງຄົມຂອງປະເທດ. ສໍາລັບ ສປປ ລາວ, ນີ້ເປັນຄັ້ງທີ 2 ທີ່ໄດ້ຮັບໜ້າທີ່ເປັນປະທານຈັດກອງປະຊຸມສາກົນດັ່ງກ່າວ ຊຶ່ງໃນຜ່ານມາ ສປປ ລາວ ເຄີຍໄດ້ຮັບກຽດເປັນເຈົ້າພາບ ແລະ ເປັນປະທານຈັດກອງປະຊຸມລັດພາຄີຂອງສົນທິສັນຍາຄັ້ງທໍາອິດ ໃນປີ 2010 ຢູ່ທີ່ ນະຄອນຫຼວງວຽງຈັນ.
ສປປ ລາວ ຮບໜາທເປນປະທານ ແລະ ເຈາພາບຈດກອງປະຊມທບທວນຄນຮອບວຽນທ 3 ຂອງສນທສນຍາສາກນ ວາດວຍການເກອດຫາມລະເບດລດຫວານ - image 1
 
ຫວ່າງບໍ່ດົນມານີ້ທີ່ ສໍານັກງານອົງການສະຫະປະຊາຊາດ ທີ່ ເຊີເເນວປະເທດສະວິດ, ໃນໂອກາດ ເຂົ້າຮ່ວມກອງປະຊຸມປະຈໍາປີຂອງ ລັດພາຄີ ສົນທິສັນຍາ ວ່າດ້ວຍການເກືອດຫ້າມລະເບີດລູກຫວ່ານ ຄັ້ງທີ 13, ທ່ານ ທອງສະຫວັນ ພົມວິຫານລັດຖະມົນຕີ ກະຊວງການຕ່າງປະເທດ ໄດ້ເຂົ້າຮ່ວມໃນພີທີມອບ-ຮັບໜ້າທີ່ການເປັນປະທານ ແລະ ເຈົ້າພາບຈັດກອງປະຊຸມທົບທວນຄືນຮອບວຽນທີ 3 ຂອງສົນທິສັນຍາວ່າດ້ວຍການເກືອດຫ້າມລະເບີດລູກຫວ່ານ ຢ່າງເປັນທາງການ ຊຶ່ງຈະຈັດຂຶ້ນທີ່ ນະຄອນຫຼວງວຽງຈັນ ໃນປີ 2026. ສປປ ລາວ ເປັນໜຶ່ງໃນປະເທດທຳອິດໃນໂລກທີ່ໄດ້ລົງນາມ ແລະ ໃຫ້ສັດຕະຍາບັນແກ່ສົນທິສັນຍາດັ່ງກ່າວ ໃນປີ 2010. ການເປັນເຈົ້າພາບຈັດກອງປະຊຸມສາກົນດັ່ງກ່າວ ແມ່ນມີຄວາມໝາຍສຳຄັນຍິ່ງ ເນື່ອງຈາກ ສປປ ລາວ ເປັນໜຶ່ງໃນບັນດາປະເທດທີ່ນໍາພາໃນຂະບວນການສ້າງ ແລະ ຈັດຕັ້ງປະຕິບັດສົນທິສັນຍາ ວ່າດ້ວຍການເກືອດຫ້າມລະເບີດລູກຫວ່ານ ຊຶ່ງມີເປົ້າໝາຍເພື່ອການແກ້ໄຂບັນຫາລະເບີດທີ່ບໍ່ທັນແຕກທີ່ຕົກຄ້າງໃນປາງສົງຄາມ ທີ່ຍັງສືບຕໍ່ເປັນໄພຂົ່ມຂູ່ ຕໍ່ການດໍາລົງຊີວິດ ແລະ ກີດຂວາງການພັດທະນາເສດຖະກິດ-ສັງຄົມຂອງປະເທດ. ສໍາລັບ ສປປ ລາວ, ນີ້ເປັນຄັ້ງທີ 2 ທີ່ໄດ້ຮັບໜ້າທີ່ເປັນປະທານຈັດກອງປະຊຸມສາກົນດັ່ງກ່າວ ຊຶ່ງໃນຜ່ານມາ ສປປ ລາວ ເຄີຍໄດ້ຮັບກຽດເປັນເຈົ້າພາບ ແລະ ເປັນປະທານຈັດກອງປະຊຸມລັດພາຄີຂອງສົນທິສັນຍາຄັ້ງທໍາອິດ ໃນປີ 2010 ຢູ່ທີ່ ນະຄອນຫຼວງວຽງຈັນ.

ໃນໂອກາດດັ່ງກ່າວນີ້, ທ່ານ ລັດຖະມົນຕີ ກະຊວງການຕ່າງປະເທດ ເເຫ່ງ ສປປ ລາວ ໄດ້ຢືນຢັນຄືນເຖິງຄວາມໝາຍໝັ້ນອັນສະເໝີຕົ້ນສະເໝີປາຍຂອງລັດຖະບານ ສປປ ລາວ ເພື່ອຈັດຕັ້ງປະຕິບັດສົນທິສັນຍາສາກົນ ວ່າດ້ວຍການເກືອດຫ້າມລະເບີດລູກຫວ່ານ, ໃນຖານະເປັນໜຶ່ງໃນປະເທດທີ່ໄດ້ຮັບຜົນກະທົບຫຼາຍກວ່າໝູ່ໃນໂລກ ຊຶ່ງມີລະເບີດຫຼາຍກວ່າ 2 ລ້ານໂຕນ ຖືກຖິ້ມລົງໃສ່ຜືນແຜນດິນລາວໃນປາງສົງຄາມອິນດູຈີນ ຊຶ່ງໃນນັ້ນ ມີລະເບີດລູກຫວ່ານ ຫຼື ບ່ອມບີ້ ຫຼາຍກວ່າ 270 ລ້ານໜ່ວຍ ແລະ ຄາດວ່າມີປະມານ 80 ລ້ານໜ່ວຍ ທີ່ຍັງບໍ່ທັນແຕກຕົກຄ້າງຢູ່ໃນດິນລາວ. ທ່ານ ລັດຖະມົນຕີ ຍັງໄດ້ກ່າວຕື່ມວ່າ ເປັນເວລາຫຼາຍກວ່າ 5 ທົດສະວັດ ພາຍຫຼັງສົງຄາມສິ້ນສຸດລົງ ລະເບີດທີ່ຕົກຄ້າງຈາກປາງສົງຄາມ ໄດ້ສືບຕໍ່ທໍາລາຍ ແລະ ສ້າງຜົນກະທົບຕໍ່ຊີວິດການເປັນຢູ່ ຂອງປະຊາຊົນລາວບັນດາເຜົ່າ, ໂດຍສະເພາະແມ່ນເດັກນ້ອຍ ແມ່ນໄດ້ຮັບເຄາະຮ້າຍຫຼາຍກວ່າໝູ່. ລະເບີດທີ່ບໍ່ທັນແຕກ ຍັງສືບຕໍ່ເປັນອຸປະສັກກີດຂວາງການພັດທະນາໃນດ້ານຕ່າງໆຂອງ ສປປ ລາວ. ການຮັບໜ້າທີ່ເປັນປະທານ ແລະ ເຈົ້າພາບກອງປະຊຸມທົບທວນຮອບວຽນທີ3 ໃນປີ 2026 ທີ່ຈະມາເຖິງນີ້ ບໍ່ພຽງແຕ່ເປັນການເພີ່ມທະວີບົດບາດຂອງ ສປປ ລາວ ໃນເວທີສາກົນ, ແຕ່ຍັງເປັນການປະຕິບັດພັນທະສາກົນອັນມີຄວາມໝາຍຍິ່ງ ທີ່ຕິດພັນຢ່າງໃກ້ຊິດກັບປະຫວັດສາດ ແລະ ຄວາມໝາຍໝັ້ນອັນແຮງກ້າຂອງ ສປປ ລາວ, ທັງເປັນໜຶ່ງໃນຄວາມພາກພູມໃຈ ທີ່ ສປປ ລາວ ເຮົາໄດ້ຮັບມອບໝາຍໜ້າທີ່ສໍາຄັນຈາກວົງຄະນາຍາດສາກົນ ເພື່ອຊຸກຍູ້ການຮ່ວມມືສາກົນ ໃຫ້ແໜ້ນແຟ້ນຍິ່ງຂຶ້ນ ໃນການຈັດຕັ້ງປະຕິບັດພັນທະພາຍໃຕ້ສົນທິສັນຍາດັ່ງກ່າວ. ທ່ານ ລັດຖະມົນຕີ ໄດ້ສະແດງຄວາມຊົມເຊີຍ ແລະ ຂອບໃຈຢ່າງຈິງໃຈຕໍ່ການນຳພາຂອງ ຟີລິປິນ, ປະທານກອງປະຊຸມລັດພາຄີຄັ້ງທີ 13 ໃນປີ 2025 ທີ່ປະຕິບັດໜ້າທີ່ໄດ້ຢ່າງດີເລີດ.

ສປປ ລາວ ຮບໜາທເປນປະທານ ແລະ ເຈາພາບຈດກອງປະຊມທບທວນຄນຮອບວຽນທ 3 ຂອງສນທສນຍາສາກນ ວາດວຍການເກອດຫາມລະເບດລດຫວານ - image 2
 
ການຖືກມອບໝາຍໃຫ້ເປັນປະທານກອງປະຊຸມທົບທວນຄືນ ການປະຕິບັດສົນທິສັນຍາສາກົນວ່າດ້ວຍ ລະເບີດລູກຫວ່ານ ນີ້ໄດ້ຢັ້ງຢືນເຖິງຄວາມໝາຍໝັ້ນອັນສະເໝີຕົ້ນສະເໝີປາຍຂອງ ສປປ ລາວ ຕໍ່ວຽກງານສໍາຫຼວດ ແລະ ເກັບກູ້ ລະເບີດລູກຫວ່ານ ຊຶ່ງແມ່ນວຽກງານເພື່ອມະນຸດສະທຳຂອງສາກົນ. ນອກນັ້ນ, ສປປ ລາວ ຍັງໃຫ້ຄວາມສໍາຄັນແກ່ວຽກງານໂຄສະນາຄວາມສ່ຽງຈາກ ລບຕ, ການຊ່ວຍເຫຼືອຜູ້ໄດ້ຮັບຜົນກະທົບ ແລະ ການຫັນປ່ຽນຈາກ “ການເປັນຜູ້ເຄາະຮ້າຍຈາກລະເບີດບໍ່ທັນແຕກ”ມາເປັນ“ຜູ້ມີບົດບາດນໍາພາໃນລະດັບໂລກໃນການແກ້ໄຂບັນຫາລບຕ”. ໃນໂອກາດອັນສໍາຄັນດັ່ງກ່າວ, ທ່ານລັດຖະມົນຕີກະຊວງການຕ່າງປະເທດ ໄດ້ຖືໂອກາດນີ້ເຊື້ອເຊີນບັນດາປະເທດສະມາຊິກ, ຄູ່ຮ່ວມພັດທະນາ, ອົງການ ສປຊ, ອົງການຈັດຕັ້ງສາກົນອື່ນໆ ແລະ ທຸກພາກສ່ວນທີ່ກ່ຽວຂ້ອງ ສືບຕໍ່ການສະໜັບສະໜູນ ສປປ ລາວ ໃນການເປັນເຈົ້າພາບຈັດກອງປະຊຸມສາກົນດັ່ງກ່າວ, ລວມທັງການຊຸກຍູ້ການສືບຕໍ່ຈັດຕັ້ງປະຕິບັດພັນທະພາຍໃຕ້ສົນທິສັນຍາ ໃຫ້ມີຄວາມຄືບໜ້າ ແລະ ມີໝາກຜົນທີ່ເປັນຮູບປະທໍາ ແລະ ເຂົ້າຮ່ວມກອງປະຊຸມທົບທວນຄັ້ງທີ3 ຢູ່ທີ່ ນະຄອນຫຼວງວຽງຈັນ ໃນປີ 2026 ພາຍໃຕ້ຫົວຂໍ້: “ຊຸກຍູ້ຄວາມຄືບໜ້າໃນການຈັດຕັ້ງປະຕິບັດສົນທິສັນຍາເພື່ອສ້າງໃຫ້ໂລກນີ້ປາສະຈາກໂພຂົ່ມຂູ່ຈາກລະເບີດລູກຫວ່ານ” (Accelerating Progress Towards a World Free from the Threat of Cluster Munitions)”.

ຂ່າວ: ກະຊວງການຕ່າງປະເທດ

ຄໍາເຫັນ

ຂ່າວການຮ່ວມມື

ສະພາລາວ-ຣັດເຊຍ ສືບຕໍ່ເສີມຂະຫຍາຍສາຍພົວພັນມິດຕະພາບການຮ່ວມມືຮອບດ້ານ

ສະພາລາວ-ຣັດເຊຍ ສືບຕໍ່ເສີມຂະຫຍາຍສາຍພົວພັນມິດຕະພາບການຮ່ວມມືຮອບດ້ານ

ກອງປະຊຸມພົບປະສອງຝ່າຍລະຫວ່າງສະພາແຫ່ງຊາດລາວ ແລະ ສະພາສູງແຫ່ງສະຫະພັນຣັດເຊຍໄດ້ຈັດຂຶ້ນໃນວັນທີ 2 ທັນວາຜ່ານມາ ທີ່ສະພາແຫ່ງຊາດ. ການພົບປະຄັ້ງນີ້ຝ່າຍລາວນໍາໂດຍທ່ານ ພົນໂທ ສຸວອນ ເລືອງບຸນມີ ຮອງປະທານສະພາແຫ່ງຊາດ ປະທານຄະນະມິດຕະພາບລັດຖະສະພາລາວ-ຣັດເຊຍ ແລະ ຝ່າຍ ສ ຣັດເຊຍນໍາໂດຍທ່ານ ນິໂກລາຍ ຊູຣາວະໂລບ ຮອງປະທານສະພາສູງແຫ່ງສະຫະພັນຣັດເຊຍ ປະທານຄະນະມິດຕະພາບລັດຖະສະພາຣັດເຊຍ-ລາວພ້ອມຄະນະ, ມີພາກສ່ວນກ່ຽວຂ້ອງສອງຝ່າຍເຂົ້າຮ່ວມ.
ປະທານ ສພຊ ຕ້ອນຮັບຄະນະຜູ້ແທນຂັ້ນສູງ ສ ຣັດເຊຍ

ປະທານ ສພຊ ຕ້ອນຮັບຄະນະຜູ້ແທນຂັ້ນສູງ ສ ຣັດເຊຍ

ທ່ານ ໄຊສົມພອນ ພົມວິຫານ ກໍາມະການກົມການເມືອງສູນກາງພັກ ປະທານສະພາແຫ່ງຊາດ ແຫ່ງ ສປປ ລາວ (ສພຊ) ໄດ້ຕ້ອນຮັບ ແລະ ພົບປະກັບທ່ານ ນິໂກລາຍ ຊູຣາວະໂລບ ຮອງປະທານສະພາສູງແຫ່ງສະຫະພັນຣັດເຊຍ (ສ.ຣັດເຊຍ) ໃນວັນທີ 2 ທັນວາຜ່ານມາ ທີ່ສະພາແຫ່ງຊາດ ໃນໂອກາດເດີນທາງມາຢ້ຽມຢາມ ແລະ ເຂົ້າຮ່ວມພິທີສະເຫຼີມສະຫຼອງວັນສະຖາປະນາ ສປປ ລາວ ຄົບ ຮອບ 50 ປີ.
ວາງສີລາລືກ ໂຄງການກໍ່ສ້າງສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ເຂດພາກໃຕ້

ວາງສີລາລືກ ໂຄງການກໍ່ສ້າງສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ເຂດພາກໃຕ້

ພິທີວາງສີລາລືກໂຄງການກໍ່ສ້າງສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດລາວ ເຂດພາກໃຕ້ໄດ້ຈັດຂຶ້ນໃນວັນທີ 3 ທັນວານີ້ ຢູ່ທີ່ບ້ານຄອນໄຫຼນະຄອນປາກເຊແຂວງຈຳປາສັກ ຊຶ່ງເປັນຂອງຂວັນຈາກລັດຖະບານ ແລະ ປະຊາຊົນ ສສ ຫວຽດນາມ ໃຫ້ແກ່ ສປປ ລາວ ໃນໂອກາດສະເຫຼີມສະຫຼອງວັນຊາດ ສປປ ລາວ ຄົບຮອບ 50 ປີ (2 ທັນວາ 1975-2 ທັນວາ 1975) ແລະວັນເກີດ ປະທານ ໄກສອນ ພົມວິຫານ ຄົບຮອບ 105 ປີ (13 ທັນວາ 1920 - 13 ທັນວາ 2025).
ຖະ​ແຫຼງ​ການ​ຮ່ວມ​ລາວ-ຫວຽດ​ນາມ

ຖະ​ແຫຼງ​ການ​ຮ່ວມ​ລາວ-ຫວຽດ​ນາມ

1. ໂດຍຕອບຮັບ​ຄຳ​ເຊື້ອ​ເຊີນ​ຂອງ​ ສະ​ຫາຍ ທອງ​ລຸນ ສີ​ສຸ​ລິດ ເລ​ຂາ​ທິ​ການ​ໃຫຍ່ ​ຄະ​ນະ​ບໍ​ລິ​ຫານ​ງານ​ສູ​ນ​ກາງ​ພັກປະ​ຊາ​ຊົນປະ​ຕິ​ວັດລາວ ປະ​ທານ​ປະ​ເທດ ​ແຫ່ງ​ ສາ​ທາ​ລະ​ນະ​ລັດ ປະ​ຊາ​ທິ​ປະ​ໄຕ ປະ​ຊາຊົນລາວ ພ້ອມ​ດ້ວຍ​ພັນ​ລະ​ຍາ, ສະ​ຫາຍ ໂຕ​ເລິມ ເລ​ຂາ​ທິ​ການ​ໃຫຍ່ ​ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ​ກອມ​ມູ​ນິດຫວຽດ​ນາມ ພ້ອມດ້ວຍ ພັນ​ລະ​ຍາ ແລະ ຄະ​ນະ​ຜູ້​ແທນ​ຂັ້ນ​ສູງ ​ຂອງ ​ພັກ, ລັດ​ ແຫ່ງ ສສ ຫວຽດ​ນາມ ໄດ້​ຢ້ຽມ​ຢາມ​ລັດ​ຖະ​ກິດ ​ສ​າ​ທາ​ລະ​ນະ​ລັດ ປະຊາທິປະໄຕ ປະ​ຊາ​ຊົນລາວ, ເຂົ້າ​ຮ່ວມ​ພິ​ທີ​ສະ​ເຫຼີມ​ສະຫຼອງ ວັນ​ສະ​ຖາ​ປະ​ນາ​ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນ​ລາວ ​ຄົບ​ຮອບ 50 ປີ ແລະ ເປັນ​ປະ​ທານ​ຮ່ວມ​ກອງປະຊຸມ​ພົບ​ປະ ​ປະຈໍາປີ 2026 ລະຫວ່າງ ​ສອງ​ກົມ​ການ​ເມືອງ​ ພັກ​ປະ​ຊາ​ຊົນປະ​ຕິວັດລາວ ແລະ ພັກ​ກອມ​ມູ​ນິດ​ຫວຽດ​ນາມ ແຕ່​ວັນ​ທີ 1 - 2 ທັນວາ 2025.
ກຸ່ມບໍລິສັດເຄມີຫວຽດນາມໃຫ້ຄໍາໝັ້ນສັນຍາ  “ເວົ້າແລ້ວຕ້ອງເຮັດ”ທີ່ກອງປະຊຸມສົ່ງເສີມການລົງທຶນຫວຽດນາມ-ລາວ

ກຸ່ມບໍລິສັດເຄມີຫວຽດນາມໃຫ້ຄໍາໝັ້ນສັນຍາ “ເວົ້າແລ້ວຕ້ອງເຮັດ”ທີ່ກອງປະຊຸມສົ່ງເສີມການລົງທຶນຫວຽດນາມ-ລາວ

ພາຍໃນກອບຂອງກອງປະຊຸມສົ່ງເສີມການລົງທຶນ ຫວຽດນາມ-ລາວ ທີ່ຈັດຂຶ້ນໃນວັນທີ 3 ທັນວາ 2025 ຊຶ່ງມີ ນາຍົກລັດຖະມົນຕີຂອງທັງສອງປະເທດ ພ້ອມດ້ວຍການນໍາຂອງບັນດາກະຊວງ, ອົງການກ່ຽວຂ້ອງເຂົ້າຮ່ວມ; ທ່ານ ຟຸ້ງ ກວາງ ຫຽບ (Phùng Quang Hiệp) ກໍາມະການຄະນະບໍລິຫານງານພັກລັດຖະບານ, ເລຂາຄະນະພັກ, ປະທານສະພາສະມາຊິກກຸ່ມບໍລິສັດເຄມີຫວຽດນາມ (Vinachem) ໄດ້ຖືກເຊີນໃຫ້ປະກອບຄໍາເຫັນໃນກອງປະຊຸມ. ການກ່າວຂອງທ່ານໄດ້ດຶງດູດຄວາມສົນໃຈຂອງບັນດາຜູ້ແທນຂອງສອງປະເທດ, ເມື່ອພິຈາລະນາຮອບດ້ານເຖິງທິດທາງການຮ່ວມມື, ຄວາມສາມາດບົ່ມຊ້ອນຂອງການພັດທະນາ ແລະ ລະດັບຄວາມຄືບໜ້າຂອງໂຄງການ ໃນຈຸດທີ່Vinachem ຜັນຂະຫຍາຍຢູ່ລາວ, ພິເສດແມ່ນໂຄງການຂຸດຄົ້ນ ແລະ ປຸງແຕ່ງ ເກືອກາລີ ຢູ່ແຂວງຄໍາມ່ວນ.
ກອງປະຊຸມ ສົ່ງເສີມການລົງທຶນ ລາວ-ຫວຽດນາມ

ກອງປະຊຸມ ສົ່ງເສີມການລົງທຶນ ລາວ-ຫວຽດນາມ

ຫ້ອງການຄະນະກຳມະການສົ່ງເສີມ ເເລະ ຄຸ້ມຄອງການລົງທຶນ, ຫ້ອງການຄະນະກຳມະການຮ່ວມມືລາວ-ຫວຽດ, ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ ຮ່ວມກັບ ກົມລົງທຶນຕ່າງປະເທດ, ກະຂວງການເງິນ ສສ ຫວຽດນາມ, ສະມາຄົມທຸລະກິດຫວຽດນາມ ປະຈໍາລາວ ແລະ ສະຖານທູດ ຫວຽດນາມ ປະຈຳ ສປປ ລາວ ໄດ້ຈັດກອງປະຊຸມສົ່ງເສີມການລົງທຶນ ລາວ-ຫວຽດນາມ ພາຍໃຕ້ຫົວຂໍ້ “ການຮ່ວມມື ຍຸດທະສາດ, ສ້າງການພັດທະນາທີ່ຈະເລີນຮຸ່ງເຮືອງ”ຂຶ້ນໃນວັນທີ 3 ທັນວານີ້ ທີ່ ສູນຮ່ວມມືສາກົນ ແລະ ຝຶກອົບຮົມ (ICTC), ນະຄອນຫຼວງວຽງຈັນ. ກອງປະຊຸມໄດ້ຮັບກຽດເປັນປະທານຮ່ວມ ໂດຍ ທ່ານ ສອນໄຊ ສີພັນດອນນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ແລະ ທ່ານ ຟ້າມມິ່ງຈິງ ນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ, ມີບັນດາຜູ້ເຂົ້າຮ່ວມຈາກພາກລັດ ແລະ ພາກທຸລະກິດຈໍານວນປະມານ 500 ຄົນເຂົ້າຮ່ວມ.
ມອບຫ້ອງສະໝຸດ ແລະ ອຸປະກອນການຮຽນ ໃຫ້ໂຮງຮຽນປະຖົມ5ແຫ່ງໃນລາວ

ມອບຫ້ອງສະໝຸດ ແລະ ອຸປະກອນການຮຽນ ໃຫ້ໂຮງຮຽນປະຖົມ5ແຫ່ງໃນລາວ

ບໍລິສັດຕາຂ່າຍໄຟຟ້າ ພາກໃຕ້ຈີນ (CSG) ຮ່ວມກັບບໍລິສັດສາຍສົ່ງໄຟຟ້າແຫ່ງຊາດລາວ (EDL-T) ແລະ ມູນນິທິຊົນນະບົດຂອງຈີນ (CFRD) ໄດ້ຈັດຕັ້ງພິທີ ມອບ-ຮັບ ຫ້ອງສະໝຸດ CSG ຈຳນວນ 5 ຫ້ອງ ແລະ ອຸປະກອນການຮຽນ-ການສອນ ໃຫ້ ໂຮງຮຽນປະຖົມສຶກສາສົມບູນ ລາວ-ຈີນ ບ້ານໜອງປີງ,ເມືອງຈັນທະບູລີ,ໂຮງຮຽນປະຖົມສຶກສາສົມບູນສີວິໄລ ເມືອງນາຊາຍທອງ ນະຄອນຫຼວງວຽງຈັນ, ໂຮງຮຽນປະຖົມສຶກສາສົມບູນບ້ານຫ້ວຍອອນ ແລະ ໂຮງຮຽນມັດທະຍົມສົມບູນ ເມືອງນາໝໍ້ ແຂວງອຸດົມໄຊ ແລະ ໂຮງຮຽນປະຖົມນາເຕີຍ ແຂວງຫຼວງນ້ຳທາ ທັງ 5 ຫ້ອງສະໝຸດດັ່ງກ່າວ ໄດ້ຈັດພິທີມອບ-ຮັບຢ່າງເປັນທາງການ ໃນຕອນເຊົ້າທີ 1 ທັນວາ 2025ນີ້ ທີ່ໂຮງຮຽນປະຖົມສົມບູນລາວ-ຈີນ,ບ້ານໜອງປີງ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ ໂດຍມີ ຜູ້ອຳນວຍການ ແລະ ພາກສ່ວນກ່ຽວຂ້ອງ ຂອງ 5 ໂຮງຮຽນດັ່ງກ່າວເປັນຜູ້ຮັບ ໂດຍການມີ ທ່ານ ສົມມາດ ພົນເສນາ ຮອງປະທານສະພາແຫ່ງຊາດ, ທັງເປັນປະທານຄະນະສັນຕິພາບ ແລະ ສາມັກຄີຂອງລາວ,ທ່ານນາງ ດາລາວອນ ກິດຕິພັນ ຮອງລັດຖະມົນຕີກະຊວງສຶກສາທິການແລະກິລາ,ທ່ານ Zhoujian ຮອງຜູ້ຈັດການຝ່າຍວາງແຜນ ບໍລິສັດ CSG, ທານ ນາງ Wei Dandan ຫົວໜ້າກອງເລຂາ ມູນນິທິພັດທະນາຊົນນະບົດຈີນ, ທ່ານ Lin Rui ຮອງຜູ້ຈັດການບໍລິສັດ CSG-LMI ປະທານບໍລິສັດສາຍສົ່ງໄຟຟ້າແຫ່ງຊາດລາວ, ພ້ອມດ້ວຍຜູ້ຕາງໜ້າຈາກ ພະແນກສຶກສາທິການ ແລະ ກິລາ ນະຄອນຫຼວງວຽງຈັນ, ແຂວງອຸດົມໄຊ, ແຂວງຫຼວງນ້ຳທາ ແລະ ພາກສ່ວນທີ່ກ່ຽວຂ້ອງ ຂອງວິສາຫະກິດຈີນ ປະຈຳຢູ່ລາວ ເຂົ້າຮ່ວມເປັນສັກຂີພິຍານ.
ທູດລາວປະຈຳ ຮົງກາຣີ ສະເຫຼີມສະຫຼອງວັນຊາດ ທີ 2 ທັນວາ ຄົບຮອບ 50 ປີ

ທູດລາວປະຈຳ ຮົງກາຣີ ສະເຫຼີມສະຫຼອງວັນຊາດ ທີ 2 ທັນວາ ຄົບຮອບ 50 ປີ

ໃນວັນທີ 28 ພະຈິກ 2025, ສະຖານເອກອັກຄະລັດຖະທູດລາວ ປະຈໍາ ຮົງກາຣີ ໄດ້ຈັດພິທີສະເຫຼີມສະຫຼອງວັນຊາດ ທີ 2 ທັນວາ ຄົບຮອບ 50 ປີ, ທີ່ນະຄອນຫຼວງບູດາເປັດ.
ການນຳຂັ້ນສູງ ສ ກູບາ ສົ່ງສານອວຍພອນວັນຊາດ

ການນຳຂັ້ນສູງ ສ ກູບາ ສົ່ງສານອວຍພອນວັນຊາດ

ວັນທີ 2 ທັນວາ 2025, ສະຫາຍ ມີເກັນ ດີເອັດສ-ກາແນນ ແບຣມູເດັດສ ເລຂາທິການທີ່ໜຶ່ງ ຄະນະກຳມະການສູນກາງພັກກອມມູນິດກູບາ ປະທານປະເທດແຫ່ງ ສາທາ ລະນະລັດ ກູບາ ໄດ້ສົ່ງສານອວຍພອນ ເຖິງ ສະຫາຍ ທອງລຸນສີສຸລິດ ເລຂາທິການໃຫຍ່ພັກປະຊາຊົນປະຕິ ວັດລາວ ປະທານປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຊຶ່ງມີເນື້ອໃນວ່າ: ສະຫາຍທີ່ຮັກແພງ, ເນື່ອງໃນໂອກາດວັນສ້າງຕັ້ງ ສາທາລະນະລັດ ປະຊາທິປະ ໄຕປະຊາຊົນລາວ, ຂ້າພະເຈົ້າຂໍຝາກຄຳອວຍພອນອັນອົບອຸ່ນທີ່ສຸດມາເຖິງສະຫາຍ.
ພະມະຫາກະສັດ ແລະ ປະທານສະພາ ກຳປູເຈຍ ສົ່ງສານອວຍພອນວັນຊາດ

ພະມະຫາກະສັດ ແລະ ປະທານສະພາ ກຳປູເຈຍ ສົ່ງສານອວຍພອນວັນຊາດ

ພະມະຫາກະສັດ ໂນໂຣດົມ ສີຫາໂມນີ ແຫ່ງ ຣາຊະອານາຈັກກຳປູເຈຍ ໄດ້ສົ່ງສານອວຍພອນ ເຖິງ ພະນະທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຊຶ່ງມີເນື້ອໃນວ່າ: ພະນະທ່ານປະທານປະເທດ ທີ່ນັບຖື, ຂ້າພະເຈົ້າມີຄວາມປິຕິຍິນດີ ສົ່ງຄໍາອວຍພອນອັນປະເສີດ ແລະ ຂໍຊົມເຊີຍຢ່າງສຸດໃຈມາຍັງ ພະນະທ່ານ ພ້ອມດ້ວຍ ປະຊາຊົນລາວ ທຸກທົ່ວໜ້າ ເນື່ອງໃນໂອກາດວັນຊາດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ.
ເພີ່ມເຕີມ