ສສກ - ລັດຖະບານອົສຕຣາລີ ເນັ້ນໜັກເຖິງຄວາມສຳຄັນຂອງຜູ້ເຮັດວຽກສຶກສານິເທດພາຍໃນ

ສສກ - ລັດຖະບານອົສຕຣາລີ ເນັ້ນໜັກເຖິງຄວາມສຳຄັນຂອງຜູ້ເຮັດວຽກສຶກສານິເທດພາຍໃນ

ສສກ - ລັດຖະບານອົສຕຣາລີ ເນັ້ນໜັກເຖິງຄວາມສຳຄັນຂອງຜູ້ເຮັດວຽກສຶກສານິເທດພາຍໃນ
ຄູໃນ ສປປ ລາວ ປຽບເໝືອນໝາກຫົວໃຈຂອງລະບົບການສຶກສາ, ຄູສ່ວນຫຼາຍຍັງເຮັດວຽກຢູ່ໃນສະພາບແວດລ້ອມທີ່ມີ​ຄວາມຫຍຸ້ງຍາກ ແຕ່ກໍສູ້ຊົນເພື່ອຮັບປະກັນໃຫ້ການຮຽນ-ການສອນມີຄຸນນະພາບ. ເພື່ອໃຫ້ຄູມີການພັດທະນາຕົນເອງ, ຄູຕ້ອງການການສະໜັບສະໜູນດ້ານການພັດທະນາວິຊາຊີບຄູແບບຕໍ່ເນື່ອງ. ດັ່ງນັ້ນ, ກະຊວງສຶກສາທິການ ແລະ ກິລາ (ສ​ສກ) ໂດຍໄດ້ຮັບການສະໜັບສະໜູນຈາກລັດຖະບານອົສຕຣາລີ ຜ່ານແຜນງານບີຄວາ, ໄດ້ສ້າງຕັ້ງທີມງານຜູ້ເຮັດວຽກສຶກສານິເທດພາຍໃນ ໃນປີ 2023 ຢູ່ 30 ເມືອງໃນ 7 ແຂວງ ເພື່ອຊ່ວຍເຫຼືອຄູໃນການຈັດຕັ້ງປະຕິບັດຫຼັກສູດຊັ້ນປະຖົມສຶກສາສະບັບປັບປຸງໃໝ່ ແລະ ເສີມສ້າງຄວາມເຂັ້ມແຂງໃນການສິດສອນຂອງເຂົາເຈົ້າ.
ສສກ - ລດຖະບານອສຕຣາລ ເນນໜກເຖງຄວາມສຳຄນຂອງຜເຮດວຽກສກສານເທດພາຍໃນ - image 1
 

 

ທ່ານນາງ ວົງເດືອນ ໂອໃສ ຫົວໜ້າກົມສ້າງຄູ ໄດ້ກ່າວເຖິງຄວາມສຳຄັນຂອງລະບົບການພັດທະນາວິຊາຊີບຄູແບບຕໍ່ເນື່ອງວ່າ: “ຄູແມ່ນປັດໄຈສຳຄັນໃນການກຳນົດຜົນການຮຽນຂອງນັກຮຽນ, ເພື່ອປັບປຸງຄຸນນະພາບດ້ານການສຶກສາ, ພວກເຮົາຕ້ອງລົງທຶນໃສ່ຄູຂອງພວກເຮົາ ບໍ່ພຽງແຕ່ຜ່ານການຝຶກອົບຮົມກ່ອນສິດສອນເທົ່ານັ້ນ, ແຕ່ຊ່ວຍຕະຫຼອດເສັ້ນທາງການສອນຂອງເຂົາເຈົ້າ.ພາກສ່ວນຫຼັກຂອງລະບົບນີ້ແມ່ນຜູ້ເຮັດວຽກສຶກສານິເທດພາຍໃນທີ່ໄດ້ຖືກຈັດຕັ້ງຢູ່ໃນໂຮງຮຽນ ແລະ ຂັ້ນກຸ່ມໂຮງຮຽນເພື່ອໃຫ້ການຊ່ວຍເຫຼືອຄູໄດ້ຢ່າງເປັນປົກກະຕິ, ແນະນຳດ້ານວິຊາສະເພາະແລະ ໃຫ້ການຊ່ວຍເຫຼືອຄູທັນກັບສະພາບການ.ການລິເລີ່ມນີ້ຍັງປະກອບສ່ວນໂດຍກົງເຂົ້າໃນການປະຕິບັດດໍາລັດວ່າດ້ວຍການຮຽນຮູ້ຕະຫຼອດຊີວິດ, ເຊິ່ງເນັ້ນໜັກວ່າ ຜູ້ເຮັດວຽກໃນຂະແໜງການສຶກສາທຸກຄົນຕ້ອງມີໂອກາດຢ່າງຕໍ່ເນື່ອງເພື່ອເສີມສ້າງທັກສະຂອງເຂົາເຈົ້າ, ດ້ວຍການຊ່ວຍເຫຼືອທີ່ຖືກຕ້ອງ, ຄູຂອງພວກເຮົາສາມາດປັບປຸງການຮຽນ-ການສອນໃນຫ້ອງຮຽນ ແລະ ຊ່ວຍໃຫ້ເດັກນ້ອຍທຸກຄົນໄດ້ບັນລຸທ່າແຮງບົ່ມຊ້ອນຂອງຕົນເອງໄດ້ຢ່າງເຕັມທີ່”.

ທ່ານ ນາງ ວາເນັດຊາ ເຮັກກາທີ ເລຂາເອກສະຖານທູດອົສຕຣາລີ ປະຈຳ ສປປ ລາວໄດ້ຍົກໃຫ້ເຫັນເຖິງຜົນໄດ້ຮັບໃນວົງກວ້າງຜ່ານລະບົບຜູ້ເຮັດວຽກສຶກສານະເທດພາຍໃນວ່າ: “ຜ່ານລະບົບຜູ້ເຮັດວຽກສຶກສານະເທດພາຍໃນ, ກະຊວງສຶກສາທິການ ແລະ ກິລາ ຮ່ວມກັບລັດຖະບານອົສຕຣາລີ ໄດ້ໃຫ້ການສະໜັບສະໜູນຄູສອນຊັ້ນປະຖົມສຶກສາທີ່ຢູ່ໃນເຂດທີ່ດ້ອຍໂອກາດ ແລະ ຫ່າງໄກຢູ່ໃນ 30 ເມືອງເປົ້າໝາຍໃນ 7 ແຂວງ. ໃນສະພາບການປັດຈຸບັນອັດຕາເຂົ້າຮຽນໄດ້ຫຼຸດລົງ ແລະ ການຂາດແຄນຄູ, ການຊ່ວຍເຫຼືອນີ້ແມ່ນເປັນກຸນແຈສໍາຄັນເພື່ອການສ້າງຄວາມແຕກຕ່າງໃນການຮຽນ-ການສອນໃຫ້ດີຂຶ້ນ. ໃນທີ່ສຸດແລ້ວ ຜົນໄດ້ຮັບກໍແມ່ນເພື່ອນັກຮຽນ. ລັດຖະບານອົສຕຣາລີເຊື່ອໝັ້ນຢ່າງໜັກແໜ້ນວ່າການຮຽນ ແລະ ການສອນທີ່ດີກວ່າຊ່ວຍສ້າງຊັບພະຍາກອນມະນຸດຂອງ ສປປ ລາວ ແລະ ພວກເຮົາຮູ້ສຶກເປັນກຽດທີ່ໄດ້ເຮັດວຽກຢ່າງໃກ້ຊິດຮ່ວມກັບກະຊວງສຶກສາທິການ ແລະ ກິລາເພື່ອບັນລຸເປົ້າໝາຍດັ່ງກ່າວ."

ສາລະຄະດີຄູຕົວແບບຕອນໃໝ່, ທີມງານໂທລະພາບ, ວິທະຍຸ, ແລະ ໜັງສືພິມ ຈາກສູນໂຄສະນາຂ່າວສານ (ສຄຂ) ຂອງສະຖາບັນຄົ້ນຄວ້າວິທະຍາສາດການສຶກສາ (ສວສ) ໄດ້ເດີນທາງໄປທີ່ເມືອງຫ້ວຍຊາຍ ແຂວງບໍ່ແກ້ວ ເພື່ອພົບປະກັບ ຄູພອນທິບ ບຸນວິໄລ ຄູ ຫ້ອງ ປ.4 ແລະ ທັງເປັນຜູ້ເຮັດວຽກສຶກສານິເທດພາຍໃນ. ຄູ ພອນທິບ ເປັນຄົນຊົນເຜົ່າລື້ ສອນຢູ່ໂຮງຮຽນຢູ່ເຂດຫ່າງໄກ ຊຶ່ງນັກຮຽນທັງໝົດຂອງລາວແມ່ນມາຈາກຊຸມຊົນຊົນເຜົ່າມົ້ງ.

ຄູ ພອນທິບ ໄດ້ກ່າວໃນສາລະຄະດີວ່າ: “ຂ້າພະເຈົ້າເຊື່ອວ່າການພັດທະນາວິຊາຊີບແບບຄູຕໍ່ເນື່ອງແມ່ນມີຄວາມສຳຄັນຫຼາຍສຳລັບຄູ ເພາະມັນຊ່ວຍໃຫ້ເຂົາເຈົ້ານຳໃຊ້ທັກສະ ແລະ ຄວາມຮູ້ໃນຫ້ອງຮຽນ. ເມື່ອຄູສອນມີທັກສະການສອນທີ່ດີ, ນັກຮຽນໄດ້ຮັບໝາກຜົນ ແລະຮຽນຮູ້ໄດ້ຢ່າງມີປະສິດທິພາບຫຼາຍຂຶ້ນ.”

ນັບຕັ້ງແຕ່ໄດ້ເປັນຜູ້ເຮັດວຽກສຶກສານິເທດພາຍໃນ ຕັ້ງແຕ່ກາງປີ 2023, ຄູ ພອນທິບ ໄດ້ໃຫ້ການຊ່ວຍເຫຼືອຄູສອນ 6 ຄົນຢູ່ໃນໂຮງຮຽນຂອງລາວ, ລາວໄດ້ໃຫ້ການຊ່ວຍເຫຼືອທີ່ສອດຄ່ອງກັບຄວາມຕ້ອງການຂອງຄູສອນແຕ່ລະຄົນ, ເລີ່ມຈາກການແຕ່ງບົດສອນໄປຈົນເຖິງການຜະລິດສື່ການຮຽນ-ການສອນ ແລະ ການສອນໃນຫ້ອງຮຽນ.

ຄູ ພອນທິບ ໄດ້ອະທິບາຍວ່າ: “ຂ້າພະເຈົ້າຈະລົມກັບຄູສອນໃນເວລາພັກຜ່ອນ, ສັງເກດເບິ່ງຫ້ອງຮຽນຂອງເຂົາເຈົ້າ ແລະ ເມື່ອໄດ້ປະກອບຄວາມເຫັນຕໍ່ຄູ, ກໍຈະຍົກຈຸດທີ່ເພິ່ນເຮັດໄດ້ດີກ່ອນ ຈາກນັ້ນຈິ່ງແນະນຳສິ່ງທີ່ຄູຄວນປັບປຸງ, ຂ້າພະເຈົ້າວາງແຜນຊ່ວຍເຫຼືອຄູລ່ວງຫນ້າແຕ່ແຜນຍັງສາມາດປັບຕາມຄວາມເໝາະສົມ ເພື່ອທັນກັບສະພາບການຊ່ວຍເຫຼືອດ່ວນທີ່ຄູອາດຕ້ອງການ.”

ວິທີການສຳຄັນຢ່າງໜຶ່ງຂອງ ຄູພອນທິບ ເພື່ອຊ່ວຍເຫຼືອຄູ ແມ່ນການສອນເປັນຄູ່,ລາວໄດ້ວາງແຜນການສອນເປັນຄູ່ກັບຄູຢ່າງລະອຽດ, ໄດ້ສະແດງໃຫ້ເຫັນເຕັກນິກແລະຫຼັງຈາກນັ້ນສັງເກດວິທີການທີ່ຄູນຳໃຊ້ເຕັກນິກການສອນໃນຫ້ອງຮຽນ,ລາວໄດ້ເວົ້າໃນວິດີໂອວ່າ: “ພວກເຮົາແຕ່ງບົດສອນເປັນຄູ່ຮ່ວມກັນ, ຂ້າພະເຈົ້າສອນໃນຂະນະທີ່ຄູສັງເກດ, ຫຼັງຈາກນັ້ນພວກເຮົາສະຫຼັບບົດບາດກັນໃນການສອນ, ສຸດທ້າຍ, ພວກເຮົາໄດ້ສະທ້ອນຄືນການສອນ ແລະ ສົນທະນາກ່ຽວກັບສິ່ງທີ່ເຮັດໄດ້ທີ່ດີທີ່ສຸດ.”

ຄູພອນທິບຍັງຊ່ວຍຄູໃຫ້ຄິດເຖິງສິ່ງທ້າທາຍສຳລັບຕົນເອງເຊັ່ນ: ການນຳໃຊ້ແບບປະເມີນຣູບຣິກ, ໂດຍລາວເອງໄດ້ກະກຽມ ຕົວຢ່າງແບບປະເມີນດັ່ງກ່າວ, ແລ້ວໄດ້ອະທິບາຍຢ່າງລະອຽດ ແລະນໍາພາຄູປະຕິບັດໂດຍຜ່ານການສັງເກດການສອນໃນຫ້ອງຮຽນ ແລະປະກອບຄໍາຄິດຄໍາເຫັນ.ຄູພອນທິບໄດ້ໃຫ້ການຊ່ວຍເຫຼືອຄູຢ່າງເປັນປະຈຳ, ໂດຍປົກກະຕິແລ້ວ ປະມານ ໜຶ່ງ ຫຼື ສອງຄັ້ງຕໍ່ເດືອນແລະ ອາດຫຼາຍກວ່ານັ້ນຫາກຄູຕ້ອງການ.

ສສກ - ລດຖະບານອສຕຣາລ ເນນໜກເຖງຄວາມສຳຄນຂອງຜເຮດວຽກສກສານເທດພາຍໃນ - image 2
 

ຄູພອນທິບ ໄດ້ນຳໃຊ້ແທັບເລັດທີ່ຜູ້ເຮັດວຽກສຶກສານິເທດພາຍໃນທຸກຄົນໃນເມືອງເປົ້າໝາຍໄດ້ຮັບ ຜ່ານແຜນງານບີຄວາ ເພື່ອເຂົ້າເຖິງແຫຼ່ງຊັບພະຍາກອນທີ່ເປັນປະໂຫຍດເຊັ່ນ: ວິດີໂອການສຳລັບການພັດທະນາຄູ ແລະ ໂມດູນຊຸດຊຸດອຸປະກອນຊ່ວຍເຫຼືອຄູ.ລາວໄດ້ກ່າວວ່າ: "ຂ້າພະເຈົ້າ ໄດ້ສົ່ງຕໍ່ລິ້ງວິດີໂອ ແລະ ສື່ການສອນທີ່ສຳຄັນໃຫ້ແກ່ຄູໄດ້ເບິ່ງນຳເຊັ່ນ: ວິທີການຊ່ວຍເຫຼືອນັກຮຽນຊົນເຜົ່າຫຼືນໍາໃຊ້ເຕັກນິກພາສາຮ່າງກາຍໃນເວລາສອນ. ນີ້ແມ່ນເຕັກນິກການປະຕິບັດທີ່ຄູສາມາດນໍາໃຊ້ໄດ້ທັນທີ."

ໃນຂະນະທີ່ລະບົບຜູ້ເຮັດວຽກສຶກສານິເທດພາຍໃນຍັງໃໝ່, ຄູ ພອນທິບ ໄດ້ເຮັດວຽກຢ່າງຫ້າວຫັນເພື່ອສ້າງຄວາມເຊື່ອໝັ້ນ ແລະ ຄວາມໝັ້ນໃຈແກ່ຄູ. ລາວໄດ້ກ່າວວ່າ:“ໃນຕອນທໍາອິດ, ຂ້າພະເຈົ້າຍັງຂາດຄວາມຫມັ້ນໃຈ, ໂດຍສະເພາະໃນການນໍາໃຊ້ເຄື່ອງມື ICT. ແຕ່ດ້ວຍການເຂົ້າຮ່ວມຝຶກອົບຮົມ ແລະ ໄດ້ຮັບການສະໜັບສະໜູນ, ຂ້າພະເຈົ້າໄດ້ພັດທະນາຕົນເອງ. ຕອນນີ້, ຂ້າພະເຈົ້າກໍຍັງສືບຕໍ່ຮຽນຮູ້ຜ່ານວິດີໂອ, ສື່ການຮຽນການສອນ ແລະ ແລກປ່ຽນຄວາມຄິດເຫັນໃນກຸ່ມຜູ້ເຮັດວຽກສຶກສານິເທດພາຍໃນທ່ານອື່ນໆຜ່ານ WhatsApp ຫຼືກ ານໂທວິດີໂອ. ຖ້າປະເຊີນກັບສິ່ງທ້າທາຍໃໝ່ກໍຈະຂໍໃຫ້ຫ້ອງການສຶກສາທິການ ແລະ ກິລາເມືອງ ຫຼື ວິຊາການວິທະຍາໄລສ້າງຄູໃຫ້ຄໍາແນະນໍາ. ເພິ່ນຈະມາລົງຕິດຕາມທັງແບບເຊິ່ງໜ້າ ແລະ ທາງໄກ.”

ການອຸທິດຕົນຂອງຄູພອນທິບ ໄດ້ຮັບການຍ້ອງຍໍຈາກຫ້ອງການການສຶກສາ ແລະ ກິລາເມືອງ, ເພິ່ນໄດ້ສັງເກດເຫັນການປັບປຸງດ້ານການສອນ ແລະ ການຮຽນຂອງນັກຮຽນໃນເມືອງນີ້ ນັບຕັ້ງແຕ່ມີລະບົບຜູ້ເຮັດວຽກສຶກສານິເທດ. ທ່ານ ມາຢ້າງ ຈຸນຊຽງຢ້າງ, ຜູ້ເຮັດວຽກສຶກສານິເທດໄດ້ບອກວ່າ: "ປະສິດທິພາບດ້ານການສິດສອນໄດ້ຮັບການປັບປຸງຫຼາຍດ້ານ, ນັກຮຽນມີຄວາມກະຕືລືລົ້ນຫຼາຍຂຶ້ນ, ມີຄວາມຫ້າວຫັນ ແລະ ສາມາດປະກອບສ່ວນໃນການຮຽນໄດ້ດີກວ່າເກົ່າ".

ໂດຍສະທ້ອນຄືນເຖິງ ການປະຕິບັດໜ້າທີ່ຂອງ ຄູ ພອນທິບ ລາວໄດ້ແນະນຳໃຫ້ຄູທຸກຄົນວ່າ: "ນຳໃຊ້ປຶ້ມຄູ່ມືຄູໃຫ້ຫຼາຍຂຶ້ນ ເພາະເປັນປະໂຫຍດຫຼາຍ ພ້ອມທັງຕ້ອງບໍ່ເກງໃຈທີ່ຈະຂໍຄຳແນະນຳ. ຖ້າພວກເຮົາຮ່ວມໃຈກັນ, ພວກເຮົາຈະສາມາດປັບປຸງການຮຽນຂອງ ນັກຮຽນພວກເຮົາໄດ້."

ບົດເລື່ອງທີ່ເປັນແຮງບັນດານໃຈນີ້ແມ່ນເລື່ອງລາວຂອງ ທ່ານ ນາງ ພອນທິບ ບຸນວິໄລ ແລະ ການເລີ່ມຕົ້ນເປັນຜູ້ເຮັດວຽກສຶກສານິເທດພາຍໃນ. ທ່ານສາມາດຮັບຊົມໄດ້ທາງໂທລະພາບການສຶກສາ ແລະ ກິລາ, ດາວທຽມລາວແຊັດຊ່ອງ 8, ທາງຄັງປັນຍາລາວແລະ ຊ່ອງຢູທູບ ວິດີໂອສຳລັບການພັດທະນາຄູ Teacher Development Videos.

ຄໍາເຫັນ

ຂ່າວສືກສາ-ກິລາ

ທີມນັກສຶກສາ ຄສປ ຊະນະເລີດແຂ່ງຂັນຖາມ-ຕອບວິທະຍາສາດ

ທີມນັກສຶກສາ ຄສປ ຊະນະເລີດແຂ່ງຂັນຖາມ-ຕອບວິທະຍາສາດ

ທີມນັກສຶກສາຄະນະສະຖາປັດຕະຍະກຳສາດ (ຄສປ) ຊະນະເລີດການແຂ່ງຂັນຖາມ-ຕອບວິທະຍາສາດ ຂອງນັກສຶກສາ ມະຫາວິທະຍາໄລແຫ່ງຊາດ (ມຊ) ເນື່ອງໃນໂອກາດສະເຫຼີມ ສະຫຼອງວັນສ້າງຕັ້ງ ມຊ ຄົບຮອບ 29 ປີ (5 ພະຈິກ 2025 - 5 ພະຈິກ 1996). ງານດັ່ງກ່າວໄດ້ຈັດຂຶ້ນໃນວັນທີ 7 ພະຈິກນີ້ ທີ່ ມຊ ໂດຍເປັນກຽດເຂົ້າຮ່ວມຂອງທ່ານ ອຸ່ນຫຼ້າ ສີວັນເພັງ ຮອງຜູ້ອໍານວຍການໃຫຍ່ ມຊ, ມີພະນັກງານ, ຄູ-ອາຈານ, ນັກສຶກສາ, ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ນັກກິລາດອກປີກໄກ່ຫຼວງພະບາງ ມີຄວາມພ້ອມຕັ້ງເປົ້າຍາດໃຫ້ໄດ້3 ຫຼຽນຄຳໃນງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII

ນັກກິລາດອກປີກໄກ່ຫຼວງພະບາງ ມີຄວາມພ້ອມຕັ້ງເປົ້າຍາດໃຫ້ໄດ້3 ຫຼຽນຄຳໃນງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII

ນັກກິລາດອກປີກໄກ່ ແຂວງຫຼວງພະບາງ ມີຄວາມພ້ອມ ເຂົ້າຮ່ວມແຂ່ງຂັນງານມະຫະກໍາກິລາແຫ່ງຊາດ ຄັ້ງທີ XII ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ຮັບກຽດເປັນເຈົ້າພາບ ຈັດຂຶ້ນໃນລະຫວ່າງວັນທີ 15-25 ພະຈິກ 2025 ທີ່ຈະມາເຖິງນີ້,ນັກກິລາດອກປີກໄກ່ແຂວງຫຼວງພະບາງ ໄດ້ສຸມໃສ່ການຝຶກຊ້ອມດ້ານເຕັກນິກ ແລະກໍາລັງ, ແນໃສ່ເຮັດໃຫ້ການເຂົ້າຮ່ວມແຂ່ງຂັນຄັ້ງນີ້ ປະສົບຜົນສຳເລັດຕາມຄາດໝາຍທີ່ຕັ້ງໄວ້.
ການນຳແຂວງຫຼວງພະບາງ ເນັ້ນໃຫ້ນັກກິລາ ຄວ້າຫຼຽນລາງວັນໃຫ້ໄດ້ຕາມເປົ້າໝາຍ ໃນນະຄອນຫຼວງວຽງຈັນເກມ 2025

ການນຳແຂວງຫຼວງພະບາງ ເນັ້ນໃຫ້ນັກກິລາ ຄວ້າຫຼຽນລາງວັນໃຫ້ໄດ້ຕາມເປົ້າໝາຍ ໃນນະຄອນຫຼວງວຽງຈັນເກມ 2025

ວັນທີ 5 ພະຈິກນີ້, ທີ່ສະໂມສອນໃຫຍ່ຫ້ອງວ່າການແຂວງຫຼວງພະບາງ, ທ່ານ ບຸນເລື່ອມ ມະນີວົງ ເລຂາຄະນະບໍລິຫານງານພັກແຂວງ ປະທານສະມາຄົມກິລາ - ກາຍຍະກໍາ ແຂວງຫຼວງພະບາງ ໄດ້ໂອ້ລົມທັບນັກກິລາຈາກດິນແດນ ເມືອງມໍຣະດົກໂລກ ທີ່ຈະເຂົ້າຮ່ວມແຂ່ງຂັນໃນງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ 2025.
ກິລາຕີຄີ ທີມປະຊາຊົນຊະນະທີມພະນັກງານ ໃນບຸນນະມັດສະການພະທາດຫຼວງວຽງຈັນ

ກິລາຕີຄີ ທີມປະຊາຊົນຊະນະທີມພະນັກງານ ໃນບຸນນະມັດສະການພະທາດຫຼວງວຽງຈັນ

ງານບຸນນະມັດສະການພະທາດຫຼວງວຽງຈັນ ເປັນບຸນປາງໃຫຍ່ທີ່ສຳຄັນ ຊຶ່ງເປັນບ່ອນເຕົ້າໂຮມຈິດໃຈຂອງປະຊາຊົນລາວບັນດາເຜົ່າ ໂດຍສະເພາະຊາວພຸດ, ຜູ້ທີ່ເຫຼື້ອມໃສໃນພະພຸດທະສາສະໜາ ໄດ້ມາຮ່ວມກັນເຮັດບຸນສິນກິນທານ, ນອກຈາກມີກິດຈະກໍາທາງສາສະໜາ ແລະ ວາງສະແດງສິນຄ້າແລ້ວ ຍັງມີກິດຈະກຳໜຶ່ງທີ່ຂາດບໍ່ໄດ້ ແລະ ເປັນປະເພນີທີ່ໄດ້ສຶບທອດກັນມາເປັນເວລາຫຼາຍຮ້ອຍປີ ຊຶ່ງແມ່ນມໍລະດົກທາງວັດທະນະທໍາ ອັນລໍ້າຄ່າຂອງຊາດລາວນັັ້ນກໍຄື: ການຕີຄີ ຊຶ່ງແມ່ນສັນຍາລັກຄວາມສາມັກຄີ ຖືວ່າເປັນກິດຈະກໍາທີ່ສະແດງເຖິງຄວາມປອງດອງ, ຄວາມຜູກພັນ ແລະ ຄວາມເປັນເອກະພາບຂອງຄົນໃນຊາດ ແລະ ຍັງເປັນການທວາຍຊາຕາຕາມຄວາມເຊື່ອ, ຜົນການແຂ່ງຂັນແມ່ນໃຊ້ເພື່ອພະຍາກອນຄວາມອຸດົມສົມບູນ ແລະ ຄວາມເປັນໄປຂອງບ້ານເມືອງໃນປີຕໍ່ໄປອີກດ້ວຍ.
ການຈັດຕັ້ງປະຕິບັດວຽກງານໂຄສະນາ-ຂ່າວສານ ໃຫ້ແກ່ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII

ການຈັດຕັ້ງປະຕິບັດວຽກງານໂຄສະນາ-ຂ່າວສານ ໃຫ້ແກ່ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII

ທ່ານ ສົມສະຫວາດ ພົງສາ ຫົວໜ້າກົມສື່ມວນຊົນ ຄະນະໂຄສະນາອົບຮົມສູນກາງພັກ (ຄອສພ) ຫົວໜ້າກໍາມະການໂຄສະນາ-ຂ່າວສານ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນກ່ຽວກັບການຈັດຕັ້ງປະຕິບັດວຽກງານໃຫ້ແກ່ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ໃນວັນທີ 5 ພະຈິກນີ້ ທີ່ ຄອສພ ວ່າ: ຂະແໜງສື່ມວນຊົນ ໄດ້ເຮັດໜ້າທີ່ເປັນກະບອກສຽງໂຄສະນາໃນການກະກຽມໃຫ້ແກ່ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ຊຶ່ງສຸມໃສ່ປະສານງານ ແລະ ພົວພັນກັບບັນດາສະຫະພັນກິລາປະເພດຕ່າງໆ ທັງຂັ້ນສູນກາງ ແລະ ບັນດາແຂວງໃນທົ່ວປະເທດ ເພື່ອຕິດຕໍ່ສໍາພາດຜ່ານທາງໂທລະສັບ ແລະ ລົງໄປສໍາພາດຢູ່ສະຖານທີ່ຕົວຈິງ ກ່ຽວກັບການກະກຽມຄວາມພ້ອມທຸກດ້ານ ລວມທັງການສົ່ງນັກກິລາ ເຂົ້າຮ່ວມແຂ່ງຂັນງານມະຫະກຳກິລາແຫ່ງຊາດຄັ້ງທີ XII ທີ່ ນະຄອນຫຼວງວຽງຈັນ (ນວ) ຈະເປັນເຈົ້າພາບ ຫຼື ນວ ເກມ 2025 ລະຫວ່າງວັນທີ 15-25 ພະຈິກ 2025. ຄຽງຄູ່ກັນນັ້ນ, ໄດ້ໂຄສະນາການພັດທະນາພື້ນຖານໂຄງລາງຂອງຕົວເມືອງ ນວ ເປັນຕົ້ນຖະໜົນ, ປັບປຸງສະໜາມກິລາແຫ່ງຊາດ ແລະ ບາງສະໜາມກິລາທີ່ຈະໃຊ້ແຂ່ງຂັນ ເພື່ອຜະລິດເປັນຂ່າວອອກຜ່ານຊ່ອງທາງຕ່າງໆຄື: ໂທລະພາບ, ວິທະຍຸ, ໜັງສືພິມ ແລະ ສື່ອອນລາຍ.
ເມືອງພຽງ ສຳເລັດກອງປະຊຸມຜູ້ບໍລິຫານການສຶກສາ ແລະ ກິລາ ທົ່ວເມືອງ

ເມືອງພຽງ ສຳເລັດກອງປະຊຸມຜູ້ບໍລິຫານການສຶກສາ ແລະ ກິລາ ທົ່ວເມືອງ

ຫ້ອງການສຶກສາທິການ ແລະ ກິລາເມືອງພຽງ ແຂວງໄຊຍະບູລີ ໄດ້ສຳເລັດກອງປະຊຸມຜູ້ບໍລິຫານການສຶກສາ ແລະ ກິລາ ທົ່ວເມືອງ ປະຈໍາສົກຮຽນ 2024-2025 ໃນວັນທີ 4 ພະຈິກຜ່ານມານີ້ ທີ່ຫ້ອງປະຊຸມເມືອງ,ພາຍໃຕ້ການເປັນປະທານຂອງທ່ານ ສີທັດ ຜຸຍແກ້ວ ຫົວໜ້າຫ້ອງ ການສຶກສາທິການ ແລະ ກິລາເມືອງ.
ນວ ມີຫຼາຍກິດຈະກໍາຕັ້ງຄ້າຍເຍົາວະຊົນທົ່ວປະເທດ ຈະຈັດຂຶ້ນ 9-11 ພະຈິກນີ້

ນວ ມີຫຼາຍກິດຈະກໍາຕັ້ງຄ້າຍເຍົາວະຊົນທົ່ວປະເທດ ຈະຈັດຂຶ້ນ 9-11 ພະຈິກນີ້

ຊາວໜຸ່ມ-ເຍົາວະຊົນ ນະຄອນຫຼວງວຽງຈັນ (ນວ) ມີຄວາມພ້ອມຮອບດ້ານຈັດຫຼາຍກິດຈະກໍາຕັ້ງຄ້າຍເຍົາວະຊົນທົ່ວປະເທດ ໂອກາດງານແຂ່ງຂັນກິລາມະຫະກຳແຫ່ງຊາດຄັ້ງທີ XII ຊຶ່ງກິດຈະກໍາດັ່ງກ່າວ ຈະໄດ້ຈັດຂຶ້ນວັນທີ 9-11 ພະຈິກ 2025 ທີ່ສະໜາມກິລາຫຼັກ 16.
ສາລະວັນ ຈັດພິທີປ້ອງກັນບົດທິດສະດີການເມືອງ ຂັ້ນກາງ

ສາລະວັນ ຈັດພິທີປ້ອງກັນບົດທິດສະດີການເມືອງ ຂັ້ນກາງ

ວັນທີ 4 ພະຈິກຜ່ານມານີ້, ໂຮງຮຽນທິດສະດີການເມືອງ ແລະ ການປົກຄອງ ແຂວງສາລະວັນ ໄດ້ຈັດພິທີປ້ອງກັນບົດຂັ້ນທິດສະດີການເມືອງ ຂັ້ນກາງ ຮຸ່ນທີ IV ແຂວງສາລະວັນ ປະຈໍາປີ 2025 ຢູ່ທີ່ຫ້ອງປະຊຸມໂຮງຮຽນທິດສະດີການເມືອງ ແລະ ການປົກຄອງແຂວງ. ພິທີປ້ອງກັນບົດຄັ້ງນີ້, ໄດ້ແບ່ງອອກເປັນ 3 ຫ້ອງ ປະກອບມີ: ຫ້ອງສາຍການເມືອງ, ຫ້ອງສາຍປົກຄອງ ແລະ ຫ້ອງສາຍເສດຖະກິດການເມືອງ ແລະ ຄຸ້ມຄອງເສດຖະກິດ, ຊຶ່ງເປັນປະທານສາຍການເມືອງໂດຍ ທ່ານ ຈັນທະວອນ ສີຫາຈັກ ຫົວໜ້າໂຮງຮຽນທິດສະດີການເມືອງ ແລະ ການປົກ ຄອງແຂວງ; ສາຍປົກຄອງໂດຍ ທ່ານ ນາງ ຄໍາພໍ ສີລິພະຈັນ ຮອງຫົວໜ້າໂຮງຮຽນທິດສະດີການເມືອງ ແລະ ການປົກຄອງແຂວງ; ສາຍເສດຖະກິດການເມືອງ ແລະ ຄຸ້ມຄອງເສດຖະກິດໂດຍ ທ່ານ ກົງຕາ ສີປະເສີດ ຮອງຫົວໜ້າໂຮງຮຽນທິດສະດີການເມືອງ ແລະ ການປົກຄອງແຂວງ.
ພິທີແຫ່-ແລ່ນທວນໄຟ ງານມະຫະກໍາກິລາແຫ່ງຊາດ ມາຮອດເມືອງປາກງື່ມ

ພິທີແຫ່-ແລ່ນທວນໄຟ ງານມະຫະກໍາກິລາແຫ່ງຊາດ ມາຮອດເມືອງປາກງື່ມ

ຂະບວນແຫ່ ແລະ ແລ່ນທວນໄຟ ສະໜັບສະໜູນງານມະຫະກໍາກິລາແຫ່ງຊາດ ຄັ້ງທີ XII ທີ່ນະຄອນຫຼວງວຽງຈັນ (ນວ) ເປັນເຈົ້າພາບ ຈັດຂຶ້ນໃນວັນທີ 3 ພະຈິກ 2025 ຢູ່ເມືອງປາກງື່ມ ໂດຍມີທ່ານ ພູວົງ ວົງຄໍາຊາວ ຮອງເຈົ້າຄອງນະຄອນຫຼວງວຽງຈັນ ຄະນະກໍາມະການລະດັບຊາດ ຮອງປະທານຈັດງານມະຫະກໍາກິລາແຫ່ງຊາດ ຄັ້ງທີ XII; ທ່ານ ພົຈວ ແປ້ນຄໍາ ບຸດຈັນແພງ ເລຂາຄະນະພັກແຂວງບໍ່ແກ້ວ, ທ່ານ ບຸນຫຼາຍ ບຸດທີ ເລຂາຄະນະພັກແຂວງເຊກອງ ພ້ອມດ້ວຍອົງການປົກຄອງເມືອງ, ພະນັກງານ, ທະຫານ ຕໍາຫຼວດ, ຄູອາຈານ ແລະ ນັກຮຽນເຂົ້າຮ່ວມ.
ໂຄງການກໍ່ສ້າງ ໂຮງຮຽນມັດທະຍົມສົມບູນ ເມືອງເຟືອງຫຼັງໃໝ່ຈະໃຫ້ສໍາເລັດພາຍໃນ 6 ເດືອນ.

ໂຄງການກໍ່ສ້າງ ໂຮງຮຽນມັດທະຍົມສົມບູນ ເມືອງເຟືອງຫຼັງໃໝ່ຈະໃຫ້ສໍາເລັດພາຍໃນ 6 ເດືອນ.

ພິທີຕັ້ງເສົາເອກ ຂອງໂຄງການກໍ່ສ້າງອາຄານຮຽນໂຮງຮຽນມັດທະຍົມສົມບູນ ເມືອງເຟືອງຫຼັງໃໝ່ ໄດ້ຈັດຂຶ້ນໃນວັນທີ 3 ພະຈິກນີ້ ໂດຍການໃຫ້ກຽດເຂົ້າຮ່ວມຂອງ ທ່ານ ພູທະນູເພັດ ໄຊສົມບັດ ເລຂາຄະນະບໍລິຫານງານພັກແຂວງ ວຽງຈັນ, ທ່ານ ນິກສັນ ພົມມະວິຈິດ ປະທານກຸ່ມບໍລິສັດນິກສັນພັດທະນາບໍ່ແຮ່ຈຳກັດ,ມີທ່ານຫົວໜ້າພະແນກການກ່ຽວຂ້ອງຂັ້ນແຂວງ, ຫົວໜ້າຫ້ອງການຂັ້ນເມືອງ, ອໍານວຍການໂຮງຮຽນ ພ້ອມດ້ວຍຄູ-ອາຈານເຂົ້າຮ່ວມ.
ເພີ່ມເຕີມ