ສ​ສກ ເລີ່ມສຶກສາ ຄົ້ນຄວ້າ ການຮຽນຮ່ວມຂອງນັກຮຽນພິການ

ສ​ສກ ເລີ່ມສຶກສາ ຄົ້ນຄວ້າ ການຮຽນຮ່ວມຂອງນັກຮຽນພິການ
ກະຊວງສຶກສາທິການ ແລະ ກິລາ (ສສກ), ໂດຍການສະໜັບສະໜູນຈາກລັດຖະບານອົດສະຕຣາລີ ໂດຍຜ່ານແຜນງານບີຄວາ, ໄດ້ຈັດກອງປະຊຸມແນະນຳຂັ້ນເລີ່ມຕົ້ນ ເພື່ອນຳສະເໜີການສຶກສາຄົ້ນຄວ້າກ່ຽວກັບການຮຽນຮ່ວມສຳລັບຄົນພິການ ໂດຍການນຳໃຊ້ ຊຸດອຸປະກອນຊ່ວຍເຫຼືອຄູ ໂມດູນທີ 14: ການຊ່ວຍເຫຼືອເດັກທີ່ມີຄວາມຫຍຸ້ງຍາກໃນການຮຽນ (TSP 14) ແລະ ວິດີໂອສຳລັບການພັດທະນາຄູ ຕອນທີ 29 (TDV 29).
ສ​ສກ ເລມສກສາ ຄນຄວາ ການຮຽນຮວມຂອງນກຮຽນພການ - image 1
 

ກອງປະຊຸມ ດັ່ງກ່າວ ຈັດຂຶ້ນໃນວັນທີ 17 ສິງຫານີ້ ທີ່ ນເຄອນຫຼວງວຽງຈັນ ໂດຍການເປັນປະທານຂອງ ທ່ານ ລຳພູນ ຫຼວງໄຊ ຫົວໜ້າກົມພັດທະນາຄູ ແລະ ທ່ານ ນາງ ເຣເບັກກາ ແມັກຮິວ ຫົວໜ້າແຜນງານບີຄວາ, ມີພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ກອງປະຊຸມຄັ້ງນີ້, ຜູ້ເຂົ້າຮ່ວມກອງປະຊຸມໄດ້ປະກອບຄຳເຫັນຕໍ່ວິທີການສຶກສາຄົ້ນຄວ້າ, ປຶກສາຫາລືກ່ຽວກັບເຄື່ອງມື, ໄລຍະເວລາ ແລະ ເພື່ອຕົກລົງເປັນເອກະພາບກັນກ່ຽວກັບ ພາລະບົດບາດ ແລະ ໜ້າທີ່ຂອງທຸກພາກສ່ວນທີ່ກ່ຽວຂ້ອງ ກ່ອນທີ່ຈະເລີ່ມຕົ້ນການຈັດຕັ້ງປະຕິບັດ.

ການສຶກສາຄົ້ນຄວ້າດັ່ງກ່າວ ຈະໄດ້ດຳເນີນກໍລະນີສຶກສາຂະໜາດນ້ອຍຂອງໂຮງຮຽນປະຖົມ ໃນເມືອງຄູນ ແຂວງຊຽງຂວາງ ຕະຫຼອດສົກຮຽນ 2026–2027, ຈະມີນັກຮຽນທີ່ມີຄວາມພິການ 18 ຄົນເຂົ້າຮ່ວມ, ພ້ອມດ້ວຍຄູໃນໂຮງຮຽນ ແລະ ຊຸມຊົນຂອງໂຮງຮຽນເພື່ອຄົ້ນຫາບັນດາຫຼັກຖານ ການດຳເນີນງານກ່ຽວກັບ ວິທີການທີ່ເຮັດໄດ້ດີຈາກຊຸດອຸປະກອນຊ່ວຍເຫຼືອຄູໂມດູນທີ 14 ໃນສະພາບແວດລ້ອມຫ້ອງຮຽນຕົວຈິງ ແລະ ສິ່ງທີ່ຊ່ວຍຄູໃຫ້ນຳໃຊ້ໄດ້ຢ່າງຕໍ່ເນື່ອງ.

ສ​ສກ ເລມສກສາ ຄນຄວາ ການຮຽນຮວມຂອງນກຮຽນພການ - image 2
 

ທ່ານ ລຳພູນ ຫຼວງໄຊ ໄດ້ກ່າວວ່າ: “ການສຶກສາຄົ້ນຄວ້ານີ້ ເປັນບາດກ້າວທີ່ສຳຄັນໃນການປັບປ່ຽນເຄື່ອງມືເພື່ອການສຶກສາຮຽນຮ່ວມອັນໃໝ່ໃຫ້ກາຍເປັນການສະໜັບສະໜູນການຮຽນໃນຫ້ອງຮຽນແບບປະຕິບັດໄດ້ຈິງສຳລັບຄູ. ຊຸດອຸປະກອນຊ່ວຍເຫຼືອຄູ (TSP) ທີ 14 ແລະ ວິດີໂອພັດທະນາຄູ (TDV) ທີ 29 ໄດ້ພັດທະນາສຳເລັດແລ້ວ ແລະ ພ້ອມທີ່ຈະທົດລອງໃນໂຮງຮຽນ ໂດຍການຮວບຮວມເອົາທັງສອງເຄື່ອງມືນີ້ ຈະຊ່ວຍໃຫ້ຄູຮັບຮູ້ໄດ້ດີຂຶ້ນ, ວິທີການປະຕິບັດທີ່ງ່າຍ ແລະ ໃຊ້ໄດ້ຈິງເພື່ອຊ່ວຍເຫຼືອ ນັກຮຽນໃນການຮຽນຮູ້ໃນຫ້ອງຮຽນ. ການສຶກສາຄົ້ນຄວ້ານີ້ ຈະໄດ້ດຳເນີນທີ່ແຂວງຊຽງຂວາງ, ຄາດວ່າຈະຊ່ວຍໃຫ້ຮຽນຮູ້ເຖິງ ວິທີການໃດທີ່ແນະນຳໃນເຄື່ອງມື ສາມາດປະຕິບັດຕົວຈິງໄດ້ໃນໂຮງຮຽນ ແລະ ວິທີທີ່ໃດທີ່ຈະຕ້ອງໄດ້ປັບປຸງຕື່ມ ເພື່ອຊ່ວຍໃຫ້ນັກຮຽນທຸກຄົນສາມາດຮຽນຮູ້ໄດ້.”

ທ່ານ ນາງ ເຣເບັກກາ ແມັກຮິວ ກ່າວວ່າ: “ເມື່ອເດັກພິການ ໄດ້ຮັບໂອກາດໃນການຮຽນຮູ້ ເຊັ່ນ: ການອ່ານ, ການຂຽນ ແລະ ສ້າງທັກສະພື້ນຖານທີ່ເຂັ້ມແຂງ, ເຂົາເຈົ້າຈະໄດ້ຮຽນຮູ້ທັກສະທີ່ຈຳເປັນສຳລັບອານາຄົດ. ທັກສະເຫຼົ່ານີ້ ຈະຊ່ວຍໃຫ້ ເຂົາເຈົ້າຊອກຫາວຽກເຮັດງານທຳໄດ້ໃນອານາຄົດ, ສາມາດປະກອບສ່ວນແກ່ຄອບຄົວ ແລະ ຊຸມຊົນທ້ອງຖິ່ນ, ພ້ອມທັງ ເຕີບໃຫຍ່ໃນສັງຄົມທີ່ມີຄວາມຫ້າວຫັນ. ລັດຖະບານອົດສະຕຣາລີ ມີຄວາມພູມໃຈທີ່ໄດ້ສະໜັບສະໜູນກະຊວງສຶກສາທິການ ແລະ ກິລາ ໃນການສົ່ງເສີມການສຶກສາຮຽນຮ່ວມ ທີ່ສາມາດປະຕິບັດໄດ້ຈິງຫຼາຍຂຶ້ນສຳລັບຄູ ແລະ ມີປະສິດທິພາບຫຼາຍຂຶ້ນສຳລັບນັກຮຽນທຸກຄົນ.”

ຊຸດອຸປະກອນຊ່ວຍເຫຼືອຄູ ໂມດູນທີ 14 ແນະນໍາທີການ ທີ່ໃຊ້ໄດ້ຕົວຈິງແກ່ຄູ ເພື່ອຊ່ວຍເຫຼືອນັກຮຽນທີ່ມີຄວາມຫຍຸ້ງຍາກໃນການຮຽນໃນການສອນແຕ່ລະວັນ. ເອກະສານລວມມີ ເຄື່ອງມືທີ່ໃຊ້ໄດ້ງ່າຍ ທີ່ຊ່ວຍຄູໃຫ້ສັງເກດເຫັນຄວາມຕ້ອງການຄວາມຊ່ວຍເພື່ອໃຫ້ນັກຮຽນສາມາດຮຽນຮູ້, ສາມາດວາງແຜນການສອນ ສຳລັບບຸກຄົນ ແລະ ດັດປັບການສອນໃນຫ້ອງຮຽນຕາມວິທີທີ່ປະຕິບັດໄດ້ຈິງ ແລະ ງ່າຍຕໍ່ການນຳໃຊ້. ວິດີໂອ ພັດທະນາຄູທີ 29 ເປັນວິດີໂອເສີມທີ່ໄດ້ສະແດງໃຫ້ເຫັນສິ່ງທີ່ເກີດຂຶ້ນໃນຫ້ອງຮຽນທີ່ສາມາດສັງເກດເຫັນໄດ້ ເຊິ່ງອາດຈະຊີ້ບອກວ່າ ເດັກມີຄວາມພິການ ແລະ ຄູສາມາດຮຽນຮູ້ກ່ຽວກັບວິທີການ ທີ່ສາມາດນຳໃຊ້ ເຄື່ອງມືປະເມີນຄວາມຫຍຸ້ງຍາກໃນການຮຽນຮູ້ ສຳລັບຄູ. ວິດີໂອດັ່ງກ່າວໄດ້ຮັບການອອກແບບມາ ເພື່ອຊ່ວຍຄູໃນການສັງເກດລັກສະນະທ່າທາງຢ່າງລະອຽດ ແລະ ປະຕິບັດຂັ້ນຕອນຕໍ່ໄປ ເພື່ອເຂົ້າໃຈ ແລະ ຮູ້ວິທີປະຕິບັດເພື່ອຊ່ວຍຕອບສະໜອງຄວາມຕ້ອງການ ການຮຽນຮູ້ຂອງເດັກແຕ່ລະຄົນໃຫ້ດີຂຶ້ນ.

ການສຶກສາຄົ້ນຄວ້ານີ້ ຈະໃຊ້ຮູບແບບການຮຽນຮູ້ແບບປະສົມປະສານ ແລະ ອີງໃສ່ກໍລະນີສຶກສາ. ລວມມີ: ການສັງເກດການສອນໃນຫ້ອງຮຽນ, ຄູຕື່ມແບບຟອມ, ແຜນການຮຽນຮູ້, ຂໍ້ມູນການຕິດຕາມປະເມີນຜົນ, ການສຳພາດ ແລະ ການສົນທະນາກຸ່ມ ທີ່ເນັ້ນເຖິງ ວິທີເພື່ອຊ່ວຍໃຫ້ເຂົ້າໃຈວິທີທີ່ຄູນຳໃຊ້ເຄື່ອງມືໃນການຈັດຕັ້ງປະຕິບັດ. ການສຶກສາ ຄົ້ນຄວ້ານີ້ຍັງຈະສຶກສາເຖິງ ການມີສ່ວນຮ່ວມຂອງພໍ່ແມ່, ການໄດ້ຮັບຄຳແນະນຳ ແລະ ການສະໜັບສະໜູນທີ່ມີຢູ່ຜ່ານລະບົບຂອງໂຮງຮຽນ ແລະ ຂັ້ນເມືອງ.

ຕະຫຼອດສົກຮຽນ, ການສຶກສາຄົ້ນຄວ້າ ການທົດລອງນຳໃຊ້ເຄື່ອງມືນີ້ຈະມີການສະທ້ອນຄືນ ແລະ ການດັດປັບຫຼາຍຄັ້ງ ເພື່ອໃຫ້ສິ່ງທີ່ໄດ້ຮຽນຮູ້ໃນຕອນຕົ້ນ ສາມາດນຳໃຊ້ເພື່ອປັບປຸງການຈັດຕັ້ງປະຕິບັດ, ໃນຂະນະທີ່ ໜ້າວຽກຍັງດຳເນີນໄປປົກກະຕິ. ວິທີການແບບປະຕິບັດຊໍ້າຄືນນີ້ ຈະຊ່ວຍໃຫ້ ກະຊວງສຶກສາທິການ ແລະ ກິລາ (ສສກ) ແລະ ແຜນງານບີຄວາ ໄດ້ຮຽນຮູ້ວ່າເຄື່ອງມືເຫຼົ່ານີ້ມີປະໂຫຍດຫຼືບໍ່ ເທົ່ານັ້ນ, ແຕ່ຍັງຕ້ອງມີເງື່ອນໄຂໃດອີກແດ່ ເພື່ອໃຫ້ເຄື່ອງມືເຫຼົ່ານີ້ໄດ້ນຳໃຊ້ຢ່າງມີປະສິດທິພາບ ແລະ ຍືນຍົງ.

ການສຶກສາຄົ້ນຄວ້າຍັງຈະຊ່ວຍລະບຸເຖິງ ອຸປະສັກຕໍ່ການຮຽນຮູ້ ທີ່ສາມາດແກ້ໄຂໄດ້ໂດຍຜ່ານການປັບປຸງການສອນໃນໂຮງຮຽນ ແລະ ການອຳນວຍຄວາມສະດວກທີ່ເໝາະສົມ ແລະ ອຸປະສັກໃດ ທີ່ຕ້ອງການໃຫ້ການຊ່ວຍເຫຼືອທີ່ກວ້າງຂວາງຂື່້ນເຊັ່ນ: ການໃຫ້ຄຳແນະ, ການນຳໃຊ້ວິທີການຊ່ວຍເຫຼືອທີ່ທັນສະໄໝ, ການຟື້ນຟູສຸຂະພາບ ຫຼື ການບໍລິການອື່ນໆ.

ຂ່າວ: ສສກ

ຄໍາເຫັນ

ຂ່າວສືກສາ-ກິລາ

ເລຂາພັກແຂວງຄໍາມ່ວນກວດ​ກາສະ​ພາບໂຮງຮຽນ ມ.ປ ທ່າແຂກ ພ້ອມມອບເງິນສະໜັບສະ​ໜູນສ້ອມແປງ

ເລຂາພັກແຂວງຄໍາມ່ວນກວດ​ກາສະ​ພາບໂຮງຮຽນ ມ.ປ ທ່າແຂກ ພ້ອມມອບເງິນສະໜັບສະ​ໜູນສ້ອມແປງ

ທ່ານ ໄຊຊະນະ ໂຄດພູທອນ ເລຂາພັກແຂວງ, ປະທານສະພາປະຊາຊົນແຂວງຄໍາມ່ວນ ໄດ້ລົງຕິດຕາມ ສະພາບອາຄານຮຽນຂອງໂຮງຮຽນ ມ.ປ ທ່າແຂກ ໃນ​ວັນ​ທີ 16 ພະ​ຈິກ​ຜ່ານ​ມາ, ໂດຍມີ ທ່ານ ຄໍາໜັ້ນ ສໍປະເສີດ ເລຂາພັກເມືອງທ່າແຂກ, ທ່ານ ນາງ ສຸກຂະເສີມ ສິດທິເດດ ຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງ ພ້ອມພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ມສນາໄຊເປີດແຂ່ງຂັນກິລາ-ສີລະປະປະຈຳສົກຮຽນ2026-2027ຢ່າງຄຶກຄື້ນ

ມສນາໄຊເປີດແຂ່ງຂັນກິລາ-ສີລະປະປະຈຳສົກຮຽນ2026-2027ຢ່າງຄຶກຄື້ນ

ຂະບວນການແຂ່ງຂັນກິລາ-ສີລະປະ ປະຈຳສົກຮຽນ 2026-2027 ຂອງໂຮງຮຽນມັດທະຍົມສົມບູນນາໄຊ ເມືອງ ແລະ ແຂວງສາລະວັນ ໄດ້ຈັດຂຶ້ນດ້ວຍບັນຍາກາດຟົດຟຶ້ນ, ໃນພິທີໄດ້ການເດີນສວນສະໜາມ 8 ກ້ອນກຳລັງ ຄື: ກ້ອນກຳລັງເຍົາວະຊົນ, ສີລະປະ, ນັກຮຽນ, ກິລາເປຕັງ, ກິລາບານເຕະ, ກິລາບານສົ່ງ, ກິລາກະຕໍ້ ປະເພດຊາຍ-ຍິງ, ກ້ອນກຳລັງຊາວໜຸ່ມ-ແມ່ຍິງ ແລະ ກ້ອນກຳລັງກຳມະການ, ພ້ອມທັງສະແດງສີລະປະ ປະເພດບົດຟ້ອນ ແລະ ບົດເພງ ຈາກນ້ອງນັກຮຽນ.
ເປີດການແຂ່ງຂັນກິລາເບສບອນ ຊີງຂັນທູດ ສ ເກົາຫຼີ ປະຈຳລາວ ຄັ້ງທີ 5

ເປີດການແຂ່ງຂັນກິລາເບສບອນ ຊີງຂັນທູດ ສ ເກົາຫຼີ ປະຈຳລາວ ຄັ້ງທີ 5

ວັນທີ 12 ພະຈິກ ຜ່ານມາ ທີ່ສະໜາມກິລາເບສບອນແຫ່ງຊາດ (ຫຼັກ 16) ນະຄອນຫຼວງວຽງຈັນ (ນວ), ສະຫະພັນກິລາເບສບອນ-ຊັອບບອນແຫ່ງຊາດລາວ ໄດ້ຈັດພິທີເປີດການແຂ່ງຂັນກິລາເບສບອນ-ຊັອບບອນ ຊີງຂັນທ່ານເອກອັກຄະລັດຖະທູດ ສ ເກົາຫຼີ ປະຈຳ ສປປ ລາວ ຄັ້ງທີ 5 ຂຶ້ນຢ່າງເປັນທາງການ ພາຍໃຕ້ການເປັນປະທານຂອງທ່ານ ຄຳຜາຍ ສີສະຫວັນ ປະທານສະຫະພັນເບສບອນ-ຊັອບບອນແຫ່ງຊາດລາວ, ມີ ທ່ານ ແສງພອນ ພົນອາມາດ ຮອງປະທານຄະນະກຳມະການໂອແລັມປິກແຫ່ງຊາດລາວ, ທ່ານ ບຸນມາ ທຳມະວົງ ຮອງຫົວໜ້າກົມກິລາລະດັບສູງ ກະຊວງສຶກສາທິການ ແລະ ກິລາ ແລະ ທ່ານ ນາງ ລີຢູຈິນ (LEE YOO JIN) ຮອງເລຂາທິການສະຖານທູດ ສ ເກົາຫຼີ ປະຈຳ ສປປ ລາວ ພ້ອມດ້ວຍຄະນະບໍລິຫານງານສະຫະພັນ, ຜູ້ໃຫ້ການສະໜັບສະໜູນ, ຄະນະກຳມະການຕັດສິນ, ຄູຝຶກ, ນັກກິລາ ແລະ ແຂກຖືກເຊີນ ເຂົ້າຮ່ວມ.
ຜົນສຳເລັດສຳມະນາວິທະຍາສາດ ພັດທະນາໂຮງຮຽນການເມືອງ ທົ່ວປະເທດ ໃຫ້ເຂັ້ມແຂງ

ຜົນສຳເລັດສຳມະນາວິທະຍາສາດ ພັດທະນາໂຮງຮຽນການເມືອງ ທົ່ວປະເທດ ໃຫ້ເຂັ້ມແຂງ

ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ (ສມປຊ) ໄດ້ຮ່ວມກັບໂຮງຮຽນການເມືອງແລະ ການປົກຄອງແຂວງຫຼວງນ້ຳທາ ຈັດກອງປະຊຸມສຳມະນາວິທະຍາສາດທົ່ວປະເທດພາຍໃຕ້ຫົວຂໍ້: “ພັດທະນາໂຮງຮຽນການເມືອງ ແລະ ການປົກຄອງແຂວງ, ນະຄອນຫຼວງ ໃຫ້ເຂັ້ມແຂງ” ຈັດຂຶ້ນໃນວັນທີ 11 ພະຈິກຜ່ານມາ. ກອງປະຊຸມຄັ້ງນີ້ໄດ້ຮຽນເຊີນທ່ານ ອານຸພາບ ຕຸນາລົມ ຄະນະເລຂາທິການສູນກາງພັກ ເລຂາຄະນະພັກ ຫົວໜ້າ ສມປຊ ເປັນປະທານ ແລະ ກ່າວເປີດກອງປະຊຸມຢ່າງເປັນທາງການ; ໂດຍມີທ່ານ ສຸພາວະດີ ຫຼ້າຄຳສາຍ ຄະນະບໍລິຫານງານພັກ ຮອງຫົວໜ້າ ສມປຊ ເປັນຜູ້ດຳເນີນການສຳມະນາ. ເຂົ້າຮ່ວມກອງປະຊຸມມີຄະນະພັກ, ຄະນະອຳນວຍການ, ຄູ-ອາຈານ, ນັກວິທະຍາສາດແລະ ຄະນະຮັບຜິດຊອບຕາງໜ້າໃຫ້ໂຮງຮຽນການເມືອງ ແລະ ການປົກຄອງແຂວງ, ນະຄອນຫຼວງທັງ 18 ໂຮງຮຽນໃນທົ່ວປະເທດ.
ວິທະຍາໄລເຕັກນິກກະສິກໍາດົງຄຳຊ້າງ ແຂ່ງຂັນ AI+ກະສິກຳ ປີ 2026

ວິທະຍາໄລເຕັກນິກກະສິກໍາດົງຄຳຊ້າງ ແຂ່ງຂັນ AI+ກະສິກຳ ປີ 2026

ວັນທີ 11 ພະຈິກຜ່ານມາ, ວິທະຍາໄລເຕັກນິກກະສິກຳດົງຄຳຊ້າງ ໄດ້ຈັດການແຂ່ງຂັນທັກສະສີມື “AI+ກະສິກຳ” ປະຈຳປີ 2026 ພາຍໃຕ້ໂຄງການສີມືແຮງງານກະສິກຳແບບທັນສະໄໝ ລາວ-ຈີນ ໂດຍມີທ່ານ ຕຽງຄຳ ໄຊຍະວົງ ຮັກສາການ ຜູ້ອຳນວຍການວິທະຍາໄລ ເປັນປະທານ ພ້ອມດ້ວຍຕົວແທນພາກລັດ, ເອກະຊົນ ຄູ-ອາຈານ ແລະ ນັກສຶກສາເຂົ້າຮ່ວມ.
ອຸທຸມພອນ ແຈກຢາຍຢາຂ້າແມ່ທ້ອງໃຫ້ນັກຮຽນປະຖົມ-ມັດທະຍົມ

ອຸທຸມພອນ ແຈກຢາຍຢາຂ້າແມ່ທ້ອງໃຫ້ນັກຮຽນປະຖົມ-ມັດທະຍົມ

ເມືອງອຸທຸມພອນ ແຂວງສະຫວັນນະເຂດ ຈັດພິທີແຈກຢາຍຢາກິນຂ້າແມ່ທ້ອງໃຫ້ນັກຮຽນຊັ້ນປະຖົມ ແລະ ມັດທະຍົມຕອນຕົ້ນທົ່ວເມືອງ ໃນວັນທີ 12 ພະຈິກນີ້, ທີ່ເດີ່ນໂຮງຮຽນ ມສ ອຸທຸມພອນໂດຍການເຂົ້າຮ່ວມຂອງທ່ານ ໂພໄຊ ອິນທະວົງສາ ປະທານຄະນະກໍາມະການປົກຄອງເມືອງ, ມີທ່ານ ບຸນໂຮງ ແສງອາລຸນ ຫົວໜ້າຫ້ອງການສາທາລະນະສຸກເມືອງ, ທ່ານ ສອນວິໄລ ອຸພະມີໄຊ ຫົວໜ້າຫ້ອງການສຶກສາທິການ-ກິລາເມືອງ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ສປປ ລາວ ກຽມເປັນເຈົ້າພາບຈັດແຂ່ງຂັນກິລາເພາະກາຍ ຊີງແຊັມໂລກຕົ້ນເດືອນທັນວານີ້

ສປປ ລາວ ກຽມເປັນເຈົ້າພາບຈັດແຂ່ງຂັນກິລາເພາະກາຍ ຊີງແຊັມໂລກຕົ້ນເດືອນທັນວານີ້

ພິທີຖະແຫຼງຂ່າວ ການແຂ່ງຂັນກິລາເພາະກາຍຊີງແຊັມໂລກ ຄັ້ງທີ 17 ທີ່ ສປປ ລາວ ເປັນເຈົ້າ ພາບ ຈັດຂຶ້ນໃນວັນທີ 11 ພະຈິກນີ້ ທີ່ໂຮງແຮມດອນຈັນພາເລດ, ໂດຍມີທ່ານ ມະໂນທອງ ວົງໄຊ ຮອງລັດຖະມົນຕີກະຊວງອຸດສາຫະກໍາ ແລະ ການຄ້າ (ອຄ) ປະທານສະຫະພັນກິລາເພາະກາຍແຫ່ງຊາດລາວ ທັງເປັນປະທານຈັດງານກິລາເພາະກາຍຊີງແຊັມໂລກ ຄັ້ງທີ 17, ມີທ່ານ ກິ່ງມະໂນ ພົມມະຫາໄຊ ຮອງລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ (ສສກ) ທັງເປັນຄະນະປະທານຮ່ວມຊີ້ນໍາຈັດການແຂ່ງຂັນເພາະກາຍຊີງແຊັມໂລກ ຄັ້ງທີ 17, ມີບັນດາການນໍາຈາກກະຊວງ, ຄະນະອໍານວຍການ, ຜູ້ໃຫ້ການສະໜັບສະໜູນ, ຄະນະສະຫະພັນກິລາເພາະກາຍ, ຄູຝຶກ ແລະ ນັກກິລາ ເຂົ້າຮ່ວມ.
ຜູ້ບໍລິຫານ-ຄຸ້ມຄອງໂຮງຮຽນການເມືອງ ທົ່ວປະເທດ ແລກປ່ຽນຄຳເຫັນຢ່າງກົງໄປກົງມາ ຕາມ “ຄຳຖາມເຈາະຈີ້ມ” ແລະ ການຊີ້ແຈງແກ້ໄຂຈາກສມປຊ

ຜູ້ບໍລິຫານ-ຄຸ້ມຄອງໂຮງຮຽນການເມືອງ ທົ່ວປະເທດ ແລກປ່ຽນຄຳເຫັນຢ່າງກົງໄປກົງມາ ຕາມ “ຄຳຖາມເຈາະຈີ້ມ” ແລະ ການຊີ້ແຈງແກ້ໄຂຈາກສມປຊ

ວັນທີ 10 ພະຈິກ ນີ້ ຕໍ່ເນື່ອງຈາກວາລະກອງປະຊຸມໃນວັນທຳອິດຜ່ານມາ, ພາຍໃຕ້ການເປັນປະທານ ທ່ານ ອານຸພາບ ຕຸນາລົມ ຄະນະເລຂາທິການສູນກາງພັກ ເລຂາຄະນະບໍລິຫານງານພັກ ຫົວໜ້າສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ (ສມປຊ), ກອງປະຊຸມສະຫຼຸບຖອດຖອນບົດຮຽນຜູ້ບໍລິຫານ-ຄຸ້ມຄອງໂຮງຮຽນການເມືອງ ແລະ ການປົກຄອງແຂວງ ນະຄອນຫຼວງວຽງຈັນ ທົ່ວປະເທດ ປະຈຳສົກປີ 2025-2026 ທີ່ຈັດຂຶ້ນ ທີ່ແຂວງຫຼວງນ້ຳທາ ໄດ້ສືບຕໍ່ເຂົ້າສູ່ ວາລະການແລກປ່ຽນ, ປຶກສາຫາລື ແລະ ຕອບຄຳຖາມເຈາະຈີ້ມ ແລະ ເລິກເຊິ່ງ.
ເອັສຊີຈີ ມອບທຶນການສຶກສາແກ່ເຍົາວະຊົນໃນລາວ ຕໍ່ເນື່ອງເປັນປີທີ 15

ເອັສຊີຈີ ມອບທຶນການສຶກສາແກ່ເຍົາວະຊົນໃນລາວ ຕໍ່ເນື່ອງເປັນປີທີ 15

ໃນວັນທີ 5 ພະຈິກ ຜ່ານມາ ທີ່ ນະຄອນຫຼວງວຽງຈັນ, ກະຊວງສຶກສາທິການ ແລະ ກິລາ ຮ່ວມກັບ ເອັສຊີຈີ (SCG) ຈັດພິທີມອບທຶນການສຶກສາ, ສືບຕໍ່ໂຄງການ "SCG Sharing the Dream 2026" ຕໍ່ເນື່ອງເປັນປີທີ 15 ທີ່ ສປປ ລາວ ໂດຍ ເອັສຊີຈີ ໄດ້ມອບທຶນການສຶກສາໃນ ສປປ ລາວ ໄປແລ້ວ 2,601 ທຶນ ແລະ ປີນີ້, ຈະມອບເພີ່ມອີກ ຈຳນວນ 126 ທຶນ ໃຫ້ແກ່ເຍົາວະຊົນທີ່ຕັ້ງໃຈຮຽນ ແລະ ປະພຶດດີ ເພື່ອສະໜັບສະໜູນໃຫ້ເຍົາວະຊົນເຂົ້າເຖິງການສຶກສາ ພ້ອມຕໍ່ຍອດແນວຄິດ "Green Active Generation" ສົ່ງເສີມຄວາມສຳຄັນຂອງການເບິ່ງແຍງຊຸມຊົນ ແລະ ສິ່ງແວດລ້ອມ ພ້ອມລົງມືພັດທະນາຊຸມຊົນ ແລະ ເປັນກຳລັງສຳຄັນພັດທະນາປະເທດຢ່າງຍືນຍົງ.
ສມປຊ ສະຫຼຸບບົດຮຽນບໍລິຫານຄຸ້ມຄອງໂຮງຮຽນການເມືອງ ທົ່ວປະເທດ

ສມປຊ ສະຫຼຸບບົດຮຽນບໍລິຫານຄຸ້ມຄອງໂຮງຮຽນການເມືອງ ທົ່ວປະເທດ

ກອງປະຊຸມສະຫຼຸບຖອດຖອນບົດຮຽນການຈັດຕັ້ງປະຕິບັດຫຼັກສູດການຮຽນ-ການສອນ ແລະ ວຽກງານບໍລິຫານຄຸ້ມຄອງ ຜູ້ບໍລິຫານໂຮງຮຽນການເມືອງ ແລະ ການປົກຄອງແຂວງ, ນະຄອນຫຼວງວຽງຈັນ ທົ່ວປະເທດ ປະຈຳສົກປີ 2025-2026 ແລະ ທິດທາງແຜນການ ສົກປີ 2026-2027 ໄດ້ຈັດຂຶ້ນໃນວັນທີ 9 ພະຈິກ 2026 ນີ້ ທີ່ແຂວງຫຼວງນ້ຳທາ ຢ່າງເປັນທາງການ.
ເພີ່ມເຕີມ