ສສກ ສົ່ງເສີມແມ່ຍິງໃຫ້ເປັນຜູ້ນຳໃນຂະແໜງການສຶກສາ, ວິທະຍາສາດ ແລະ ກິລາ

ສສກ ສົ່ງເສີມແມ່ຍິງໃຫ້ເປັນຜູ້ນຳໃນຂະແໜງການສຶກສາ, ວິທະຍາສາດ ແລະ ກິລາ

ສສກ ສົ່ງເສີມແມ່ຍິງໃຫ້ເປັນຜູ້ນຳໃນຂະແໜງການສຶກສາ, ວິທະຍາສາດ ແລະ ກິລາ
ກະຊວງສຶກສາທິການ ແລະ ກິລາ (ສສກ) ຮ່ວມກັບລັດຖະບານອົສຕຣາລີ ໂດຍຜ່ານແຜນງານບີຄວາ ຈັດກອງປະຊຸມຝຶກອົບຮົມໂຄງການສົ່ງເສີມແມ່ຍິງ ໃນການເປັນຜູ້ນຳຢູ່ໃນຂະແໜງການສຶກສາ, ວິທະຍາສາດ ແລະ ກິລາ ໃນລະຫວ່າງວັນທີ 18-20 ພຶດສະພານີ້, ທີ່ເມືອງແກ້ວອຸດົມ ແຂວງວຽງຈັນ ພາຍໃຕ້ການເປັນປະທານຂອງທ່ານ ຕຸດາວັນ ໜໍ່ເມືອງເສດ ຄະນະປະຈໍາພັກກະຊວງ, ຫົວໜ້າກົມຈັດຕັ້ງ ແລະ ພະນັກງານ ກະຊວງ ສສກ, ຜູ້ຊີ້ນໍາວຽກງານ 3 ອົງການຈັດຕັ້ງມະຫາຊົນ; ມີທ່ານ ນາງ ສຸດສາຍໃຈ ດວງສະຫວັນ ຄະນະບໍລິຫານງານສູນກາງສະຫະພັນແມ່ຍິງລາວ, ປະທານຄະນະບໍລິຫານງານສະຫະພັນແມ່ຍິງກະຊວງ ສສກ ແລະ ທ່ານ ນາງ ເບຄໍາ ສະເຫຼີມສຸກ ຜູ້ຮັບຜິດຊອບວຽກງານບົດບາດຍິງ-ຊາຍ ແລະ ການສຶກສາຮຽນຮ່ວມແຜນງານບີຄວາ ພ້ອມດ້ວຍຂະແໜງການທີ່ກ່ຽວຂ້ອງເຂົ້າຮ່ວມ.
ສສກ ສງເສມແມຍງໃຫເປນຜນຳໃນຂະແໜງການສກສາ, ວທະຍາສາດ ແລະ ກລາ - image 1
 

ທ່ານ ນາງ ສຸດສາຍໃຈ ດວງສະຫວັນ ກ່າວວ່າ: “ໂຄງການສົ່ງເສີມແມ່ຍິງໃນການເປັນຜູ້ນຳ ຈະເປີດໂອກາດໃຫ້ສະມາຊິກຄະນະກຳມະການສະຫະພັນແມ່ຍິງກະຊວງ ສສກ ໄດ້ພັດທະນາທັກສະໃນການເປັນຜູ້ນຳ ແລະ ຮຽນຮູ້ຊຶ່ງກັນ ແລະ ກັນ. ເມື່ອຜູ້ຊາຍ ແລະ ແມ່ຍິງໄດ້ຮັບການສະໜັບສະໜູນຢ່າງເທົ່າທຽມກັນ ເພື່ອບັນລຸເປົ້າໝາຍດ້ານວິຊາສະເພາະຂອງເຂົາເຈົ້າ, ທຸກຄົນຈະໄດ້ຮັບຜົນປະໂຫຍດຜ່ານການເຮັດວຽກເປັນທີມທີ່ດີຂຶ້ນ, ມີໝາກຜົນເພີ່ມຂຶ້ນ ແລະ ມີສະພາບແວດລ້ອມການເຮັດວຽກໃນທາງບວກຫຼາຍຂຶ້ນ.

ສສກ ສງເສມແມຍງໃຫເປນຜນຳໃນຂະແໜງການສກສາ, ວທະຍາສາດ ແລະ ກລາ - image 2
 

ໂອກາດນີ້, ທ່ານ ຕຸລາວັນ ໜໍ່ເມືອງເສດ ກ່າວວ່າ: ໂຄງການສົ່ງເສີມແມ່ຍິງໃນການເປັນຜູ້ນຳ ຈະເປັນເສັ້ນທາງໃຫ້ແມ່ຍິງໃນການເຕີບໃຫຍ່ເປັນຜູ້ນຳ ປະກອບສ່ວນເຂົ້າໃນສະຖາບັນທີ່ມີຄວາມສະເໝີພາບລະຫວ່າງຍິງ-ຊາຍ ແລະ ການມີສ່ວນຮ່ວມຫຼາຍຂຶ້ນພາຍໃນ ສສກ. ສະຫະພັນແມ່ຍິງຍາມໃດກໍໄດ້ເປັນກໍາລັງແຮງ ແລະ ເປັນກະບອກສຽງ ໃນການປະກອບສ່ວນເຂົ້າໃນວຽກງານການປົກປັກຮັກສາ ແລະ ພັດທະນາປະເທດຊາດໃຫ້ມີຄວາມຈະເລີນກ້າວໜ້າ; ສະມາຊິກແມ່ຍິງຫຼາຍສະຫາຍໄດ້ມີບົດບາດ ແລະ ຄວາມຮັບຜິດຊອບຕໍ່ໜ້າທີ່ການເມືອງທີ່ສໍາຄັນໃນຫຼາຍຂົງເຂດວຽກງານວິຊາສະເພາະ, ເປັນກໍາລັງແຮງໃນການປູກຝັງແນວຄິດ-ຄ່ານິຍົມ, ການຮຽນຮູ້, ການພັດທະນາຕົນເອງ, ການສົ່ງເສີມຄວາມຄິດສ້າງສັນ, ການຖ່າຍທອດຄວາມຮູ້ໃຫ້ຊັບພະຍາກອນມະນຸດຂອງຊາດ; ການສົ່ງເສີມ ແລະ ຮັກສາມູນເຊື້ອທາງດ້ານວັດທະນະທໍາ-ຮີດຄອງປະເພນີອັນດີງາມຂອງຊາດໃຫ້ຄົງຢູ່ຄູ່ຊາດຕະຫຼອດມາ. ຄຽງຄູ່ກັບການເຄື່ອນໄຫວວຽກງານຕົວຈິງຂອງສະຫະພັນແມ່ຍິງ ສສກ ເຫັນວ່າຍັງມີຂໍ້ຫຍຸ້ງຍາກ ແລະ ປັດໄຈບາງດ້ານທີ່ຍັງເປັນບັນຫາຖ່ວງດຶງ ເຮັດໃຫ້ການປະຕິບັດໜ້າທີ່ຂອງຕົນ ບໍ່ທັນບັນລຸຕາມແຜນທີ່ວາງໄວ້; ແຕ່ເຖິງຢ່າງໃດກໍຕາມ, ເຊື່ອໝັ້ນວ່າ ພາຍໃຕ້ການນໍາພາ-ຊີ້ນໍາຢ່າງໃກ້ຊິດຕິດແທດຂອງຄະນະພັກແຕ່ລະຂັ້ນ ແລະ ການປະສານສົມທົບຢ່າງກົມກຽວກັບອົງການຈັດຕັ້ງພາຄີ ກໍຄື ຊາວໜຸ່ມ ແລະ ກໍາມະບານ ຈະເຮັດໃຫ້ການ ເຄື່ອນໄຫວຂອງອົງການຈັດຕັ້ງມະຫາຊົນ ຕິດພັນກັບຂໍ້ແຂ່ງຂັນ 3 ດີ, 4 ບຸກ ແລະ 5 ເປັນເຈົ້າມີຜົນສໍາເລັດ ເປັນຢ່າງດີ.

ສສກ ສງເສມແມຍງໃຫເປນຜນຳໃນຂະແໜງການສກສາ, ວທະຍາສາດ ແລະ ກລາ - image 3
 

ທ່ານ ຕຸລາວັນ ໜໍ່ເມືອງເສດ ຍັງເນັ້ນໃຫ້ຄະນະບໍລິຫານງານຊາວໜຸ່ມ ແລະ ສະຫະພັນກໍາມະບານ ຈົ່ງພ້ອມກັນຄົ້ນຄວ້າ ແລະ ກໍານົດເນື້ອໃນໃສ່ໃນຮ່າງຂໍ້ຕົກລົງວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວຂອງ ສະ ຫະພັນແມ່ຍິງ ສສກ ໂດຍສະເພາະແມ່ນພາລະບົດບາດ, ສິດ ແລະ ໜ້າທີ່ຂອງສະຫະພັນແມ່ຍິງ ສສກ ໃຫ້ມີຄວາມຊັດເຈນ ບົນພື້ນຖານໃຫ້ຖືກຕາມລະບຽບການ ແລະ ນິຕິກໍາທີ່ວາງໄວ້; ຄົ້ນຄວ້າ ແລະ ແລກປ່ຽນບົດຮຽນ ຮ່ວມກັບນໍາບັນດາທ່ານທີ່ເປັນວິທະຍາກອນ ໃນວຽກງານການສ້າງຄວາມເຂັ້ມແຂງໃນການບໍລິຫານໂຄງການ, ການວິເຄາະ ແລະ ການນໍາໃຊ້ຜົນການວິເຄາະເຂົ້າໃນວຽກງານຕົວຈິງ. ພ້ອມກັນເອົາໃຈໃສ່ຄົ້ນຄວ້າ, ປະກອບຄໍາຄິດເຫັນ ແລະ ແລກປ່ຽນປະສົບການເຂົ້າໃນຮ່າງແຜນພັດທະນາຂອງສະຫະພັນແມ່ຍິງ ສສກ 5 ປີ ທີ່ຈະເປັນແຜນປະຕິບັດວຽກໃນຕໍ່ໜ້າໃຫ້ເປັນສະບັບທີ່ສົມບູນ ແລະ ມີຄວາມຊັດເຈນທາງດ້ານເນື້ອໃນ, ວິທີການຈັດຕັ້ງປະຕິ ບັດ ແລະ ສາມາດນໍາໃຊ້ເຂົ້າໃນການເຄື່ອນໄຫວວຽກງານຂອງຕົນຢ່າງແທ້ຈິງ ແລະ ກໍານົດແຜນວຽກ ແລະ ກິດຈະກໍາທີ່ຊັດເຈນໃນການຮ່ວມມືກັບແຜນງານບີຄວາ ແຕ່ປີ 2026-2028 ໃຫ້ເປັນແຜນງານລະອຽດໃນການນໍາສະ ເໜີ ແລະ ລາຍງານຕໍ່ຄະນະພັກ, ຄະນະນໍາກະຊວງທີ່ຈະຈັດຕັ້ງປະຕິບັດໃນຕໍ່ໜ້າ. ໂຄງການສົ່ງເສີມແມ່ຍິງໃນການເປັນຜູ້ນຳ ຈະຖືກຈັດຕັ້ງປະຕິບັດເພື່ອສົ່ງເສີມສ້າງຄວາມເຂັ້ມແຂງແມ່ຍິງໃນຂົງເຂດການສຶກສາ, ວິທະຍາສາດ ແລະ ກິລາ ລະຫວ່າງເດືອນເມສາ 2026 ຫາ ເດືອນມັງກອນ 2028 ເປັນຕົ້ນໄປ.

ຂ່າວ-ພາບ: ສົງການ ພັນແພງດີ

ຄໍາເຫັນ

ຂ່າວສືກສາ-ກິລາ

ເລຂາພັກແຂວງຄໍາມ່ວນກວດ​ກາສະ​ພາບໂຮງຮຽນ ມ.ປ ທ່າແຂກ ພ້ອມມອບເງິນສະໜັບສະ​ໜູນສ້ອມແປງ

ເລຂາພັກແຂວງຄໍາມ່ວນກວດ​ກາສະ​ພາບໂຮງຮຽນ ມ.ປ ທ່າແຂກ ພ້ອມມອບເງິນສະໜັບສະ​ໜູນສ້ອມແປງ

ທ່ານ ໄຊຊະນະ ໂຄດພູທອນ ເລຂາພັກແຂວງ, ປະທານສະພາປະຊາຊົນແຂວງຄໍາມ່ວນ ໄດ້ລົງຕິດຕາມ ສະພາບອາຄານຮຽນຂອງໂຮງຮຽນ ມ.ປ ທ່າແຂກ ໃນ​ວັນ​ທີ 16 ພະ​ຈິກ​ຜ່ານ​ມາ, ໂດຍມີ ທ່ານ ຄໍາໜັ້ນ ສໍປະເສີດ ເລຂາພັກເມືອງທ່າແຂກ, ທ່ານ ນາງ ສຸກຂະເສີມ ສິດທິເດດ ຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງ ພ້ອມພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ມສນາໄຊເປີດແຂ່ງຂັນກິລາ-ສີລະປະປະຈຳສົກຮຽນ2026-2027ຢ່າງຄຶກຄື້ນ

ມສນາໄຊເປີດແຂ່ງຂັນກິລາ-ສີລະປະປະຈຳສົກຮຽນ2026-2027ຢ່າງຄຶກຄື້ນ

ຂະບວນການແຂ່ງຂັນກິລາ-ສີລະປະ ປະຈຳສົກຮຽນ 2026-2027 ຂອງໂຮງຮຽນມັດທະຍົມສົມບູນນາໄຊ ເມືອງ ແລະ ແຂວງສາລະວັນ ໄດ້ຈັດຂຶ້ນດ້ວຍບັນຍາກາດຟົດຟຶ້ນ, ໃນພິທີໄດ້ການເດີນສວນສະໜາມ 8 ກ້ອນກຳລັງ ຄື: ກ້ອນກຳລັງເຍົາວະຊົນ, ສີລະປະ, ນັກຮຽນ, ກິລາເປຕັງ, ກິລາບານເຕະ, ກິລາບານສົ່ງ, ກິລາກະຕໍ້ ປະເພດຊາຍ-ຍິງ, ກ້ອນກຳລັງຊາວໜຸ່ມ-ແມ່ຍິງ ແລະ ກ້ອນກຳລັງກຳມະການ, ພ້ອມທັງສະແດງສີລະປະ ປະເພດບົດຟ້ອນ ແລະ ບົດເພງ ຈາກນ້ອງນັກຮຽນ.
ເປີດການແຂ່ງຂັນກິລາເບສບອນ ຊີງຂັນທູດ ສ ເກົາຫຼີ ປະຈຳລາວ ຄັ້ງທີ 5

ເປີດການແຂ່ງຂັນກິລາເບສບອນ ຊີງຂັນທູດ ສ ເກົາຫຼີ ປະຈຳລາວ ຄັ້ງທີ 5

ວັນທີ 12 ພະຈິກ ຜ່ານມາ ທີ່ສະໜາມກິລາເບສບອນແຫ່ງຊາດ (ຫຼັກ 16) ນະຄອນຫຼວງວຽງຈັນ (ນວ), ສະຫະພັນກິລາເບສບອນ-ຊັອບບອນແຫ່ງຊາດລາວ ໄດ້ຈັດພິທີເປີດການແຂ່ງຂັນກິລາເບສບອນ-ຊັອບບອນ ຊີງຂັນທ່ານເອກອັກຄະລັດຖະທູດ ສ ເກົາຫຼີ ປະຈຳ ສປປ ລາວ ຄັ້ງທີ 5 ຂຶ້ນຢ່າງເປັນທາງການ ພາຍໃຕ້ການເປັນປະທານຂອງທ່ານ ຄຳຜາຍ ສີສະຫວັນ ປະທານສະຫະພັນເບສບອນ-ຊັອບບອນແຫ່ງຊາດລາວ, ມີ ທ່ານ ແສງພອນ ພົນອາມາດ ຮອງປະທານຄະນະກຳມະການໂອແລັມປິກແຫ່ງຊາດລາວ, ທ່ານ ບຸນມາ ທຳມະວົງ ຮອງຫົວໜ້າກົມກິລາລະດັບສູງ ກະຊວງສຶກສາທິການ ແລະ ກິລາ ແລະ ທ່ານ ນາງ ລີຢູຈິນ (LEE YOO JIN) ຮອງເລຂາທິການສະຖານທູດ ສ ເກົາຫຼີ ປະຈຳ ສປປ ລາວ ພ້ອມດ້ວຍຄະນະບໍລິຫານງານສະຫະພັນ, ຜູ້ໃຫ້ການສະໜັບສະໜູນ, ຄະນະກຳມະການຕັດສິນ, ຄູຝຶກ, ນັກກິລາ ແລະ ແຂກຖືກເຊີນ ເຂົ້າຮ່ວມ.
ຜົນສຳເລັດສຳມະນາວິທະຍາສາດ ພັດທະນາໂຮງຮຽນການເມືອງ ທົ່ວປະເທດ ໃຫ້ເຂັ້ມແຂງ

ຜົນສຳເລັດສຳມະນາວິທະຍາສາດ ພັດທະນາໂຮງຮຽນການເມືອງ ທົ່ວປະເທດ ໃຫ້ເຂັ້ມແຂງ

ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ (ສມປຊ) ໄດ້ຮ່ວມກັບໂຮງຮຽນການເມືອງແລະ ການປົກຄອງແຂວງຫຼວງນ້ຳທາ ຈັດກອງປະຊຸມສຳມະນາວິທະຍາສາດທົ່ວປະເທດພາຍໃຕ້ຫົວຂໍ້: “ພັດທະນາໂຮງຮຽນການເມືອງ ແລະ ການປົກຄອງແຂວງ, ນະຄອນຫຼວງ ໃຫ້ເຂັ້ມແຂງ” ຈັດຂຶ້ນໃນວັນທີ 11 ພະຈິກຜ່ານມາ. ກອງປະຊຸມຄັ້ງນີ້ໄດ້ຮຽນເຊີນທ່ານ ອານຸພາບ ຕຸນາລົມ ຄະນະເລຂາທິການສູນກາງພັກ ເລຂາຄະນະພັກ ຫົວໜ້າ ສມປຊ ເປັນປະທານ ແລະ ກ່າວເປີດກອງປະຊຸມຢ່າງເປັນທາງການ; ໂດຍມີທ່ານ ສຸພາວະດີ ຫຼ້າຄຳສາຍ ຄະນະບໍລິຫານງານພັກ ຮອງຫົວໜ້າ ສມປຊ ເປັນຜູ້ດຳເນີນການສຳມະນາ. ເຂົ້າຮ່ວມກອງປະຊຸມມີຄະນະພັກ, ຄະນະອຳນວຍການ, ຄູ-ອາຈານ, ນັກວິທະຍາສາດແລະ ຄະນະຮັບຜິດຊອບຕາງໜ້າໃຫ້ໂຮງຮຽນການເມືອງ ແລະ ການປົກຄອງແຂວງ, ນະຄອນຫຼວງທັງ 18 ໂຮງຮຽນໃນທົ່ວປະເທດ.
ວິທະຍາໄລເຕັກນິກກະສິກໍາດົງຄຳຊ້າງ ແຂ່ງຂັນ AI+ກະສິກຳ ປີ 2026

ວິທະຍາໄລເຕັກນິກກະສິກໍາດົງຄຳຊ້າງ ແຂ່ງຂັນ AI+ກະສິກຳ ປີ 2026

ວັນທີ 11 ພະຈິກຜ່ານມາ, ວິທະຍາໄລເຕັກນິກກະສິກຳດົງຄຳຊ້າງ ໄດ້ຈັດການແຂ່ງຂັນທັກສະສີມື “AI+ກະສິກຳ” ປະຈຳປີ 2026 ພາຍໃຕ້ໂຄງການສີມືແຮງງານກະສິກຳແບບທັນສະໄໝ ລາວ-ຈີນ ໂດຍມີທ່ານ ຕຽງຄຳ ໄຊຍະວົງ ຮັກສາການ ຜູ້ອຳນວຍການວິທະຍາໄລ ເປັນປະທານ ພ້ອມດ້ວຍຕົວແທນພາກລັດ, ເອກະຊົນ ຄູ-ອາຈານ ແລະ ນັກສຶກສາເຂົ້າຮ່ວມ.
ອຸທຸມພອນ ແຈກຢາຍຢາຂ້າແມ່ທ້ອງໃຫ້ນັກຮຽນປະຖົມ-ມັດທະຍົມ

ອຸທຸມພອນ ແຈກຢາຍຢາຂ້າແມ່ທ້ອງໃຫ້ນັກຮຽນປະຖົມ-ມັດທະຍົມ

ເມືອງອຸທຸມພອນ ແຂວງສະຫວັນນະເຂດ ຈັດພິທີແຈກຢາຍຢາກິນຂ້າແມ່ທ້ອງໃຫ້ນັກຮຽນຊັ້ນປະຖົມ ແລະ ມັດທະຍົມຕອນຕົ້ນທົ່ວເມືອງ ໃນວັນທີ 12 ພະຈິກນີ້, ທີ່ເດີ່ນໂຮງຮຽນ ມສ ອຸທຸມພອນໂດຍການເຂົ້າຮ່ວມຂອງທ່ານ ໂພໄຊ ອິນທະວົງສາ ປະທານຄະນະກໍາມະການປົກຄອງເມືອງ, ມີທ່ານ ບຸນໂຮງ ແສງອາລຸນ ຫົວໜ້າຫ້ອງການສາທາລະນະສຸກເມືອງ, ທ່ານ ສອນວິໄລ ອຸພະມີໄຊ ຫົວໜ້າຫ້ອງການສຶກສາທິການ-ກິລາເມືອງ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ສປປ ລາວ ກຽມເປັນເຈົ້າພາບຈັດແຂ່ງຂັນກິລາເພາະກາຍ ຊີງແຊັມໂລກຕົ້ນເດືອນທັນວານີ້

ສປປ ລາວ ກຽມເປັນເຈົ້າພາບຈັດແຂ່ງຂັນກິລາເພາະກາຍ ຊີງແຊັມໂລກຕົ້ນເດືອນທັນວານີ້

ພິທີຖະແຫຼງຂ່າວ ການແຂ່ງຂັນກິລາເພາະກາຍຊີງແຊັມໂລກ ຄັ້ງທີ 17 ທີ່ ສປປ ລາວ ເປັນເຈົ້າ ພາບ ຈັດຂຶ້ນໃນວັນທີ 11 ພະຈິກນີ້ ທີ່ໂຮງແຮມດອນຈັນພາເລດ, ໂດຍມີທ່ານ ມະໂນທອງ ວົງໄຊ ຮອງລັດຖະມົນຕີກະຊວງອຸດສາຫະກໍາ ແລະ ການຄ້າ (ອຄ) ປະທານສະຫະພັນກິລາເພາະກາຍແຫ່ງຊາດລາວ ທັງເປັນປະທານຈັດງານກິລາເພາະກາຍຊີງແຊັມໂລກ ຄັ້ງທີ 17, ມີທ່ານ ກິ່ງມະໂນ ພົມມະຫາໄຊ ຮອງລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ (ສສກ) ທັງເປັນຄະນະປະທານຮ່ວມຊີ້ນໍາຈັດການແຂ່ງຂັນເພາະກາຍຊີງແຊັມໂລກ ຄັ້ງທີ 17, ມີບັນດາການນໍາຈາກກະຊວງ, ຄະນະອໍານວຍການ, ຜູ້ໃຫ້ການສະໜັບສະໜູນ, ຄະນະສະຫະພັນກິລາເພາະກາຍ, ຄູຝຶກ ແລະ ນັກກິລາ ເຂົ້າຮ່ວມ.
ຜູ້ບໍລິຫານ-ຄຸ້ມຄອງໂຮງຮຽນການເມືອງ ທົ່ວປະເທດ ແລກປ່ຽນຄຳເຫັນຢ່າງກົງໄປກົງມາ ຕາມ “ຄຳຖາມເຈາະຈີ້ມ” ແລະ ການຊີ້ແຈງແກ້ໄຂຈາກສມປຊ

ຜູ້ບໍລິຫານ-ຄຸ້ມຄອງໂຮງຮຽນການເມືອງ ທົ່ວປະເທດ ແລກປ່ຽນຄຳເຫັນຢ່າງກົງໄປກົງມາ ຕາມ “ຄຳຖາມເຈາະຈີ້ມ” ແລະ ການຊີ້ແຈງແກ້ໄຂຈາກສມປຊ

ວັນທີ 10 ພະຈິກ ນີ້ ຕໍ່ເນື່ອງຈາກວາລະກອງປະຊຸມໃນວັນທຳອິດຜ່ານມາ, ພາຍໃຕ້ການເປັນປະທານ ທ່ານ ອານຸພາບ ຕຸນາລົມ ຄະນະເລຂາທິການສູນກາງພັກ ເລຂາຄະນະບໍລິຫານງານພັກ ຫົວໜ້າສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ (ສມປຊ), ກອງປະຊຸມສະຫຼຸບຖອດຖອນບົດຮຽນຜູ້ບໍລິຫານ-ຄຸ້ມຄອງໂຮງຮຽນການເມືອງ ແລະ ການປົກຄອງແຂວງ ນະຄອນຫຼວງວຽງຈັນ ທົ່ວປະເທດ ປະຈຳສົກປີ 2025-2026 ທີ່ຈັດຂຶ້ນ ທີ່ແຂວງຫຼວງນ້ຳທາ ໄດ້ສືບຕໍ່ເຂົ້າສູ່ ວາລະການແລກປ່ຽນ, ປຶກສາຫາລື ແລະ ຕອບຄຳຖາມເຈາະຈີ້ມ ແລະ ເລິກເຊິ່ງ.
ເອັສຊີຈີ ມອບທຶນການສຶກສາແກ່ເຍົາວະຊົນໃນລາວ ຕໍ່ເນື່ອງເປັນປີທີ 15

ເອັສຊີຈີ ມອບທຶນການສຶກສາແກ່ເຍົາວະຊົນໃນລາວ ຕໍ່ເນື່ອງເປັນປີທີ 15

ໃນວັນທີ 5 ພະຈິກ ຜ່ານມາ ທີ່ ນະຄອນຫຼວງວຽງຈັນ, ກະຊວງສຶກສາທິການ ແລະ ກິລາ ຮ່ວມກັບ ເອັສຊີຈີ (SCG) ຈັດພິທີມອບທຶນການສຶກສາ, ສືບຕໍ່ໂຄງການ "SCG Sharing the Dream 2026" ຕໍ່ເນື່ອງເປັນປີທີ 15 ທີ່ ສປປ ລາວ ໂດຍ ເອັສຊີຈີ ໄດ້ມອບທຶນການສຶກສາໃນ ສປປ ລາວ ໄປແລ້ວ 2,601 ທຶນ ແລະ ປີນີ້, ຈະມອບເພີ່ມອີກ ຈຳນວນ 126 ທຶນ ໃຫ້ແກ່ເຍົາວະຊົນທີ່ຕັ້ງໃຈຮຽນ ແລະ ປະພຶດດີ ເພື່ອສະໜັບສະໜູນໃຫ້ເຍົາວະຊົນເຂົ້າເຖິງການສຶກສາ ພ້ອມຕໍ່ຍອດແນວຄິດ "Green Active Generation" ສົ່ງເສີມຄວາມສຳຄັນຂອງການເບິ່ງແຍງຊຸມຊົນ ແລະ ສິ່ງແວດລ້ອມ ພ້ອມລົງມືພັດທະນາຊຸມຊົນ ແລະ ເປັນກຳລັງສຳຄັນພັດທະນາປະເທດຢ່າງຍືນຍົງ.
ສມປຊ ສະຫຼຸບບົດຮຽນບໍລິຫານຄຸ້ມຄອງໂຮງຮຽນການເມືອງ ທົ່ວປະເທດ

ສມປຊ ສະຫຼຸບບົດຮຽນບໍລິຫານຄຸ້ມຄອງໂຮງຮຽນການເມືອງ ທົ່ວປະເທດ

ກອງປະຊຸມສະຫຼຸບຖອດຖອນບົດຮຽນການຈັດຕັ້ງປະຕິບັດຫຼັກສູດການຮຽນ-ການສອນ ແລະ ວຽກງານບໍລິຫານຄຸ້ມຄອງ ຜູ້ບໍລິຫານໂຮງຮຽນການເມືອງ ແລະ ການປົກຄອງແຂວງ, ນະຄອນຫຼວງວຽງຈັນ ທົ່ວປະເທດ ປະຈຳສົກປີ 2025-2026 ແລະ ທິດທາງແຜນການ ສົກປີ 2026-2027 ໄດ້ຈັດຂຶ້ນໃນວັນທີ 9 ພະຈິກ 2026 ນີ້ ທີ່ແຂວງຫຼວງນ້ຳທາ ຢ່າງເປັນທາງການ.
ເພີ່ມເຕີມ