ສ​ສກໄດ້ອອກຟາຍສຽງບົດເລື່ອງທີ່ມີພາບປະກອບເພື່ອສົ່ງເສີມການຮຽນຮູ້ຂອງນັກຮຽນ

ສ​ສກໄດ້ອອກຟາຍສຽງບົດເລື່ອງທີ່ມີພາບປະກອບເພື່ອສົ່ງເສີມການຮຽນຮູ້ຂອງນັກຮຽນ

ສ​ສກໄດ້ອອກຟາຍສຽງບົດເລື່ອງທີ່ມີພາບປະກອບເພື່ອສົ່ງເສີມການຮຽນຮູ້ຂອງນັກຮຽນ
ກະຊວງສຶກສາທິການແລະກິລາ (ສສກ), ໂດຍໄດ້ຮັບການສະໜັບສະໜູນຈາກລັດຖະບານອົດສະຕຣາລີຜ່ານແຜນງານການປັບປຸງຄຸນນະພາບແລະຂະຫຍາຍໂອກາດເຂົ້າຮຽນສຳລັບການສຶກສາຂັ້ນພື້ນຖານໃນສປປລາວ (ແຜນງານບີຄວາ), ໄດ້ອອກຟາຍສຽງບົດເລື່ອງປະກອບພາບໃໝ່ມີທັງໝົດ 50 ເລື່ອງເພື່ອສົ່ງເສີມການຮຽນການສອນບົດຮຽນຝຶກເວົ້າພາສາລາວຊັ້ນປະຖົມປິທີ 1 ທົ່ວປະເທດ. ເນື່ອງຈາກປະມານ 40% ຂອງນັກຮຽນຊັ້ນປະຖົມປີທີ 1 ຍັງບໍ່ໝັ້ນໃຈໃນການເວົ້າພາສາລາວເມື່ອເລີ່ມເຂົ້າໂຮງຮຽນ, ວິທີການນຳໃຊ້ສື່ການຮຽນ-ການສອນຝຶກເວົ້າພາສາລາວຊ່ວຍໃຫ້ເຂົາເຈົ້າມີທັກສະການເວົ້າແລະການຟັງທີ່ຈຳເປັນສຳລັບການຮຽນຮູ້.
ສ​ສກໄດອອກຟາຍສຽງບດເລອງທມພາບປະກອບເພອສງເສມການຮຽນຮຂອງນກຮຽນ - image 1
 

ທ່ານວົງເພັດອຸດົມລິດຜູ້ອຳນວຍການສະຖາບັນຄົ້ນຄວ້າວິທະຍາສາດການສຶກສາ (ສວສ), ໄດ້ກ່າວວ່າ: “ກະຊວງສຶກສາທິການແລະລັດຖະບານອົດສະຕຣາລີໄດ້ຮ່ວມມືກັນຢ່າງໃກ້ຊິດຜ່ານແຜນງານບີຄວາເພື່ອເສີມສ້າງການຮຽນຮູ້ພາສາລາວສຳລັບເດັກທີ່ເລີ່ມເຂົ້າຮຽນແຕ່ເວົ້າພາສາເຜົ່າຢູ່ເຮືອນ. ສື່ການຮຽນ-ການສອນຝຶກເວົ້າພາສາລາວໄດ້ຖືກທົດລອງໃຊ້ໃນຫຼາຍແຂວງກ່ອນທີ່ຈະຜັນຂະຫຍາຍໄປທົ່ວປະເທດໃນສົກຮຽນ 2024–2025. ຜົນການຈັດຕັ້ງປະຕິບັດສະແດງໃຫ້ເຫັນວ່າບົດຮຽນຝຶກເວົ້າພາສາລາວຊ່ວຍໃຫ້ເດັກເວົ້າພາສາລາວໄດ້ຢ່າງໝັ້ນໃຈ, ມີຄວາມເຂົ້າໃຈດີຂຶ້ນແລະມີສ່ວນຮ່ວມຢ່າງຫ້າວຫັນໃນການຮຽນຮູ້. ເລື່ອງລາວທີ່ມີໃນຟາຍສຽງທີ່ມີພາບປະກອບທີ່ອອກໃໝ່ນີ້ແມ່ນບາດກ້າວທີ່ສຳຄັນອີກຢ່າງໜຶ່ງໃນການເຮັດໃຫ້ການຮຽນມີການຮຽນຮ່ວມແລະມີປະສິດທິພາບຫຼາຍຂຶ້ນສຳລັບນັກຮຽນຊົນເຜົ່າ. ປັດຈຸບັນ, ເດັກແລະຄອບຄົວສ່ວນຫຼາຍແມ່ນມີຄວາມສົນໃຈຕໍ່ສື່ທີ່ມີສຽງແລະຮູບພາບຫຼາຍຂຶ້ນກວ່າສື່ທີ່ມີຂໍ້ຄວາມພຽງຢ່າງດຽວ, ສະນັ້ນການປ່ຽນເລື່ອງໃນບົດຮຽນໃຫ້ເປັນຟາຍສຽງແລະມີພາບປະກອບເຮັດໃຫ້ເລື່ອງເຫຼົ່ານັ້ນສາມາດເຂົ້າເຖິງເດັກໄດ້ງ່າຍແລະໜ້າສົນໃຈຍິ່ງຂຶ້ນ.”

ທ່ານໄມໂຄຄາຣີ, ເລຂາເອກສະຖານທູດອົດສະຕຣາລີໄດ້ກ່າວວ່າ: “ລັດຖະບານອົດສະຕຣາລີໄດ້ໃຫ້ການສະໜັບສະໜູນຢ່າງຕໍ່ເນື່ອງໃນການພັດທະນາສື່ການຮຽນ-ການສອນຝຶກເວົ້າພາສາລາວເພາະໄດ້ຊ່ວຍສົ່ງເສີມຄວາມສະເໝີພາບຢ່າງແທ້ຈິງສຳລັບເດັກທີ່ເລີ່ມເຂົ້າຮຽນ,ແຕ່ຍັງບໍ່ທັນເວົ້າພາສາລາວໃນການຮຽນ-ການສອນໄດ້ດີເທື່ອ. ເມື່ອເດັກສ້າງທັກສະພາສາທີ່ເຂັ້ມແຂງແຕ່ເລີ່ມຕົ້ນ, ເຂົາເຈົ້າຈະສາມາດມີສ່ວນຮ່ວມໃນການຮຽນທຸກວິຊາ, ປະສົບຜົນສຳເລັດໃນໂຮງຮຽນແລະສ້າງອະນາຄົດໃຫ້ຕົນເອງແລະປະເທດຊາດໄດ້. ລັດຖະບານອົດສະຕຣາລີເຫັນເຖິງຄຸນຄ່າໃນການຮ່ວມມືກັບກະຊວງສຶກສາທິການແລະກິລາແລະມີຄວາມພູມໃຈທີ່ໄດ້ສະໜັບສະໜູນວຽກງານທີ່ສຳຄັນນີ້.”

ສ​ສກໄດອອກຟາຍສຽງບດເລອງທມພາບປະກອບເພອສງເສມການຮຽນຮຂອງນກຮຽນ - image 2
 

ບົດເລື່ອງທັງໝົດມີ 50 ເລື່ອງຈາກປຶ້ມແບບຮຽນວິຊາພາສາລາວຂັ້ນປ.1 (19 ເລື່ອງ) ແລະປຶ້ມແບບຮຽນບົດຮຽນຝຶກເວົ້າພາສາລາວຂັ້ນປ.1 (31 ເລື່ອງ). ບົດເລື່ອງເຫຼົ່ານີ້ປະກອບມີເລື່ອງລາວປະຈຳວັນທີ່ກ່ຽວຂ້ອງກັບນັກຮຽນຜູ້ໜຸ່ມນ້ອຍ, ລວມທັງການເວົ້າກ່ຽວກັບຄອບຄົວ, ການຂໍຄວາມຊ່ວຍເຫຼືອແລະການເຂົ້າຮ່ວມກິດຈະກຳໃນຫ້ອງຮຽນ. ສຽງບົດເລື່ອງປະກອບພາບໄດ້ຜະລິດໂດຍພະແນກໂຄສະນາຂ່າວສານຮ່ວມກັບທີມງານສູນຄົ້ນຄວ້າພາສາລາວຂອງສວສແລະການສະໜັບສະໜູນດ້ານວິຊາການຈາກແຜນງານບີຄວາ. ໄດ້ມີສຽງສົດຂອງນັກຮຽນຜູ້ໜຸ່ມນ້ອຍແລະອາສາສະໝັກຜູ້ໃຫຍ່ໄດ້ຖືກນຳໃຊ້ເພື່ອສ້າງໃຫ້ເລື່ອງລາວມີຊີວິດຊີວາ, ພ້ອມຍັງມີສຽງປະກອບຕ່າງໆເຊັ່ນ: ສຽງໝາເຫົ່າ, ສຽງຜິວປາກ, ສຽງຮ້ອງໄຫ້ແລະສຽງຕົບມືທີ່ເຮັດໃຫ້ເລື່ອງລາວສົມຈິງແລະໜ້າສົນໃຈຫຼາຍຂຶ້ນສຳລັບເດັກ.

ສື່ການຮຽນ-ການສອນໃໝ່ເຫຼົ່ານີ້ສາມາດນຳໃຊ້ໃນຫ້ອງຮຽນຫຼືຢູ່ເຮືອນ. ຄູສາມາດເປີດໃນລະຫວ່າງການຮຽນເພື່ອຍົກຕົວຢ່າງພາສາຕົວຈິງ, ໃນຂະນະທີ່ນັກຮຽນຍັງສາມາດຟັງໄດ້ດ້ວຍຕົນເອງຫຼືຟັງຮ່ວມກັບຄອບຄົວຂອງເຂົາເຈົ້ານອກໂມງໂຮງ. ການຟັງສຽງແລະຮູບແບບການເລົ່າເລື່ອງທີ່ແຕກຕ່າງກັນຊ່ວຍໃຫ້ນັກຜູ້ຮຽນຂັ້ນປ.1 ສາມາດສ້າງທັກສະການຟັງ, ຈື່ຈຳຄຳສັບໃໝ່ແລະມີຄວາມໝັ້ນໃຈຫຼາຍຂຶ້ນໃນການໃຊ້ພາສາລາວໃນການສື່ສານປະຈຳວັນ.

ຂ່າວ: ສສກ

ຄໍາເຫັນ

ຂ່າວສືກສາ-ກິລາ

ຊາວໜຸ່ມ ລາວ - ມຽນມາ ເຕະບານມິດຕະພາບ ເພື່ອຮັດແໜ້ນຄວາມສາມັກຄີສອງຊາດ

ຊາວໜຸ່ມ ລາວ - ມຽນມາ ເຕະບານມິດຕະພາບ ເພື່ອຮັດແໜ້ນຄວາມສາມັກຄີສອງຊາດ

‎ ວັນທີ 11 ກັນຍາ 2026 ນີ້ , ໄດ້ມີການແຂ່ງຂັນກິລາເຕະບານມິດຕະພາບ ລະຫວ່າງ ຊາວໜຸ່ມ ລາວ ແລະ ຊາວໜຸ່ມ ມຽນມາ ທີ່ເດີ່ນກິລາແຂວງທ່າຂີ້ເຫຼັກ, ສາທາລະນະລັດ ສະຫະພາບ ມຽນມາ, ເພື່ອສ້າງຂະບວນການຟົດຟື້ນ ແລະ ຮັດແໜ້ນສາຍພົວພັນໄມຕີຈິດມິດຕະພາບອັນດີງາມຖານບ້ານໃກ້ເຮືອນຄຽງ.
ຄຳມ່ວນ ເປີດຊຸດຮຽນ ທິດສະດີການເມືອງ ຂັ້ນກາງຮຸ່ນທີ VI

ຄຳມ່ວນ ເປີດຊຸດຮຽນ ທິດສະດີການເມືອງ ຂັ້ນກາງຮຸ່ນທີ VI

ແຂວງ​ຄຳ​ມ່ວນໄດ້​ຈັດພິທີ ເປີດຊຸດຮຽນທິດສະດີການເມືອງ ຂັ້ນກາງ ຮຸ່ນທີ VI ໃນວັນທີ 11 ກັນຍາຜ່ານ​ມາທີ່ໂຮງຮຽນການເມືອງ ແລະການປົກຄອງແຂວງຄຳມ່ວນ ໂດຍການເປັນປະທານຂອງ ສະ​ຫາຍ ອານຸພາບ ຕຸນາລົມ ຄະ​ນະເລຂາທິການສູນກາງພັກເລຂາຄະນະບໍລິຫານງານພັກຫົວໜ້າສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ, ມີທ່ານ ສົມໃຈ ພານິຈັນ ຮອງເລຂາພັກແຂວງ ຜູ້ຊີ້ນຳວຽກງານການເມືອງ-ແນວຄິດ, ວຽກພັກ-ພະນັກງານ ແລະ ອົງການຈັດຕັ້ງມະຫາຊົນ, ມີ​ພາກ​ສ່ວນ​ກ່ຽວ​ຂ້ອງ​ເຂົ້າ​ຮ່ວມ.
ແຂວງວຽງຈັນ ເລີ່ມຈັດຕັ້ງໂຄງການຮຽນຮູ້ຂັ້ນພື້ນຖານຢູ່ 4 ເມືອງ

ແຂວງວຽງຈັນ ເລີ່ມຈັດຕັ້ງໂຄງການຮຽນຮູ້ຂັ້ນພື້ນຖານຢູ່ 4 ເມືອງ

ແຂວງວຽງຈັນ ໄດ້ເລີ່ມຈັດຕັ້ງປະຕິບັດໂຄງການ ໂຮງຮຽນທັນສະໄໝສໍາລັບເລີ່ມຕົ້ນການຮຽນຮູ້ຂັ້ນພື້ນຖານ(Start Smart Schools for Foundational Learning) ຢູ່ 8 ໂຮງຮຽນ ໃນ 4 ເມືອງ ຂອງແຂວງ ເພື່ອປັບປຸງຜົນການຮຽນຮູ້ພື້ນຖານຂອງນັກຮຽນ ຜ່ານການໃຊ້ອຸປະກອນດິຈິຕອນ ສໍາລັບນັກຮຽນຊັ້ນປະຖົມ ປີທີ 1-3.
ສິນໄຊອາສາຮ່ວມໃຈພັດທະນາແຂວງໄຊສົມບູນມອບເຄື່ອງໃຫ້ໂຮງຮຽນປະຖົມສົມບູນພູຫົວຊ້າງ

ສິນໄຊອາສາຮ່ວມໃຈພັດທະນາແຂວງໄຊສົມບູນມອບເຄື່ອງໃຫ້ໂຮງຮຽນປະຖົມສົມບູນພູຫົວຊ້າງ

ພິທີມອບ-ຮັບເຄື່ອງຊ່ວຍເຫຼືອຈາກຂະບວນການຊ່ວຍເຫຼືອສັງຄົມພາຍໃຕ້ຫົວຂໍ້ສິນໄຊອາສາຮ່ວມໃຈພັດທະນາແຂວງໄຊສົມບູນ ຄັ້ງທີ 1 ປະຈຳປີ 2026 ໃຫ້ໂຮງຮຽນປະຖົມສົມບູນບ້ານພູຫົວຊ້າງ ເມືອງອະນຸວົງ ແຂວງໄຊສົມບູນ ຈັດຂຶ້ນໃນວັນທີ 10 ກັນຍາ 2026
ທ່ານ ທອງສະລິດ ມັງໜໍ່ເມກ ລົງເຄື່ອນໄຫວຊຸກຍູ້ການຮຽນ-ການສອນ ໂຮງຮຽນສາມັນກິນນອນຊົນເຜົ່າແຂວງສະຫວັນນະເຂດ

ທ່ານ ທອງສະລິດ ມັງໜໍ່ເມກ ລົງເຄື່ອນໄຫວຊຸກຍູ້ການຮຽນ-ການສອນ ໂຮງຮຽນສາມັນກິນນອນຊົນເຜົ່າແຂວງສະຫວັນນະເຂດ

ໃນວັນທີ 10 ກັນຍາ 2026, ທ່ານ ທອງສະລິດ ມັງໜໍ່ເມກ ກຳມະການກົມການເມືອງສູນກາງພັກ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ,(ສສກ)ທ່ານ ບຸນໂຈມ ອຸບົນປະເສີດ ເລຂາຄະນະບໍລິຫານງານພັກແຂວງ, ປະທານສະພາປະຊາຊົນແຂວງສະຫວັນນະເຂດ, ທ່ານ ທອງໃສ ໄຊຍະວົງຄຳດີ ຮອງປະທານຄະນະກຳມະການປົກຄອງແຂວງສະຫວັນນະເຂດ, ຜູ້ຊີ້ນຳວຽກງານວັດທະນະທຳ-ສັງຄົມ ແລະ ທ່ານ ອະນຸສອນ ສຸດທິວົງ ວ່າການຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງສະຫວັນນະເຂດ ພ້ອມດ້ວຍຄະນະນຳຂັ້ນສູນກາງ, ຂັ້ນແຂວງ ແລະ ຄະນະພະແນກ ໄດ້ລົງຊຸກຍູ້ວຽກງານການຮຽນ-ການສອນ ແລະ ມອບເຄື່ອງໃຫ້ນັກຮຽນໂຮງຮຽນສາມັນກິນນອນຊົນເຜົ່າແຂວງສະຫວັນນະເຂດ ເນື່ອງໃນໂອກາດເປີດສົກຮຽນໃໝ່ 2026-2027,
ຮອງລັດຖະມົນຕີ ສສກ ໂອ້ລົມ ຄະນະນັກກິລາທີມຊາດລາວ ເອົາໃຈໃສ່ຄວາມສາມັກຄີມີວິໄນ ຍາດເອົາໄຊຊະນະມາສູ່ປະເທດຊາດ

ຮອງລັດຖະມົນຕີ ສສກ ໂອ້ລົມ ຄະນະນັກກິລາທີມຊາດລາວ ເອົາໃຈໃສ່ຄວາມສາມັກຄີມີວິໄນ ຍາດເອົາໄຊຊະນະມາສູ່ປະເທດຊາດ

ກະຊວງສຶກສາທິການ ແລະ ກິລາ ຫຼື ສສກ ໄດ້ກະກຽມຄວາມພ້ອມຢ່າງຮອບດ້ານ ເພື່ອສົ່ງຄະນະນຳ, ຄູຝຶກ ແລະ ທີມນັກກິລາ ເຂົ້າຮ່ວມສ້າງຜົນງານໃນການແຂ່ງຂັນກິລາ 2 ງານໃຫຍ່ລະດັບທະວີບອາຊີ ກໍຄື ງານມະຫະກຳກິລາເອຊຽນເກມ (Asian Games) ຄັ້ງທີ 20 ທີ່ເມືອງ ໄອຈິ-ນາໂກຢາ ແລະ ນະຄອນຫຼວງໂຕກຽວ ລະຫວ່າງວັນທີ 19 ກັນຍາ ເຖິງ 4 ຕຸລາ 2026 ພ້ອມຈະສູ້ຊົນໃຫ້ໄດ້ 1 ຫຼຽນເງິນ ແລະ 2 ຫຼຽນທອງ ແລະ ເຂົ້າຮ່ວມງານມະຫະກຳກິລາເອຊຽນພາຣາເກມ (Asian Para Games) ຄັ້ງທີ 5 ລະຫວ່າງວັນທີ 10–25 ຕຸລາ 2026 ທີ່ປະເທດຍີ່ປຸ່ນ.
ຮອງນາຍົກລັດຖະມົນຕີ ເນັ້ນໃຫ້ແຂວງຄໍາມ່ວນ ຍົກຄຸນນະພາບຄູ ແກ້ໄຂປະລະການຮຽນ

ຮອງນາຍົກລັດຖະມົນຕີ ເນັ້ນໃຫ້ແຂວງຄໍາມ່ວນ ຍົກຄຸນນະພາບຄູ ແກ້ໄຂປະລະການຮຽນ

ວັນທີ 11 ກັນຍາ 2026 ທີ່ສະໂມສອນແຂວງຄໍາມ່ວນ ທ່ານ ທອງສະລິດ ມັງໜໍ່ເມກ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ(ສສກ) ໄດ້ພົບປະໂອ້ລົມ ຄະນະພັກ-ຄະນະນໍາ, ພະນັກງານ ແລະ ຄູອາຈານ ຂະແໜງການສຶກສາທິການ ແລະ ກິລາແຂວງ. ໂດຍມີ ທ່ານ ເດດສັກດາ ມະນີຄຳ ຮອງປະທານຄະນະກຳມະການປົກຄອງແຂວງ, ຜູ້ຊີ້ນຳວຽກງານວັດທະນະທຳ-ສັງຄົມ ພ້ອມດ້ວຍ ຄູ ອາຈານ ເຂົ້າຮ່ວມ.
ຫາລືກຽມຄວາມພ້ອມສ້າງຕັ້ງ ມະຫາວິທະຍາໄລສ້າງຄູແຫ່ງຊາດ ສົກຮຽນ 2026-2027

ຫາລືກຽມຄວາມພ້ອມສ້າງຕັ້ງ ມະຫາວິທະຍາໄລສ້າງຄູແຫ່ງຊາດ ສົກຮຽນ 2026-2027

ກອງປະຊຸມຄະນະກຳມະການວິຊາການ ເພື່ອກະກຽມຄວາມພ້ອມດ້ານຫຼັກສູດ, ບຸກຄະລາກອນຄູສອນ ແລະ ແຜນຮັບນັກສຶກສາ ສົກຮຽນ 2026-2027 ຂອງມະຫາວິທະຍາໄລສ້າງຄູແຫ່ງຊາດ ຈັດຂຶ້ນໃນວັນທີ 10 ກັນຍາຜ່ານມາ ທີ່ວິທະຍາໄລດົງຄຳຊ້າງ ນະຄອນຫຼວງວຽງຈັນ, ພາຍໃຕ້ການເປັນປະທານຂອງທ່ານ ໄກສອນ ເພັງໂສພາ ຫົວໜ້າກົມການສຶກສາຊັ້ນສູງ ກະຊວງສຶກສາທິການ ແລະ ກິລາ ພ້ອມດ້ວຍບັນດາຄະນະກຳມະການວິຊາການກ່ຽວຂ້ອງເຂົ້າຮ່ວມ
ເມືອງເຊບັ້ງໄຟ ເນັ້ນສືບຕໍ່ການຈັດຕັ້ງປະຕິບັດ 10 ຕົວຊີ້ວັດ ຂອງຂະແໜງການສຶກສາ

ເມືອງເຊບັ້ງໄຟ ເນັ້ນສືບຕໍ່ການຈັດຕັ້ງປະຕິບັດ 10 ຕົວຊີ້ວັດ ຂອງຂະແໜງການສຶກສາ

ໃນໂອກາດໄຂສົກຮຽນໃໝ່ ປະຈຳສົກຮຽນ 2026-2027 ຂອງເມືອງເຊບັ້ງໄຟ ແຂວງຄໍາມ່ວນ, ທ່ານ ວິໄຊ ມະຫາໂຄດ ຫົວໜ້າຫ້ອງການສຶກສາທິການ ແລະ ກິລາເມືອງ ໄດ້ລາຍງານຕໍ່ສື່ມວນຊົນຂອງແຂວງວ່າ: ກ່ຽວກັບການກະກຽມເປີດສົກຮຽນ 2026-2027 ຂອງເມືອງເຊບັ້ງໄຟ
ການນຳ ສສກ ໂອ້ລົມທັບນັກກິລາລາວ ກ່ອນເຂົ້າຮ່ວມງານກິລາເອຊຽນເກມ ຄັ້ງທີ 20 ທີ່ປະເທດຍີ່ປຸ່ນ

ການນຳ ສສກ ໂອ້ລົມທັບນັກກິລາລາວ ກ່ອນເຂົ້າຮ່ວມງານກິລາເອຊຽນເກມ ຄັ້ງທີ 20 ທີ່ປະເທດຍີ່ປຸ່ນ

ກົມກິລາລະດັບສູງ ກະຊວງສຶກສາທິການ ແລະ ກິລາ (ສສກ) ຈັດກອງປະຊຸມປະຖົມນິເທດເຜີຍແຜ່ຂໍ້ມູນການເດີນທາງໃຫ້ປະທານສະຫະພັນກິລາແຫ່ງຊາດລາວ, ຄະນະນຳ, ຄູຝຶກ ແລະ ນັກກິລາທີມຊາດລາວ ເພື່ອກະກຽມຄວາມພ້ອມເຂົ້າຮ່ວມງານມະຫາກຳກິລາທົ່ວທະວີບອາຊີ ຫຼື “ເອຊຽນເກມ ຄັ້ງທີ 20” ທີ່ປະເທດຍີ່ປຸ່ນຮັບກຽດເປັນເຈົ້າພາບ ຊຶ່ງຈະຈັດຂຶ້ນໃນລະຫວ່າງວັນທີ 19 ກັນຍາ ຫາ ວັນທີ 4 ຕຸລາ 2026 ນີ້.
ເພີ່ມເຕີມ