ສສກຊີ້ແຈ້ງການຈັດສັນງົບປະມານ-ການປັບປຸງລະບົບການສຶກສາມາເປັນ 6+3+3

ສສກຊີ້ແຈ້ງການຈັດສັນງົບປະມານ-ການປັບປຸງລະບົບການສຶກສາມາເປັນ 6+3+3

ສສກຊີ້ແຈ້ງການຈັດສັນງົບປະມານ-ການປັບປຸງລະບົບການສຶກສາມາເປັນ 6+3+3
ກະຊວງສຶກສາທິການ ແລະ ກິລາ(ສສກ) ໄດ້ຊີ້ແຈ້ງຫຼາຍບັນຫາກ່ຽວກັບການຈັດສັນງົບປະມານ,ເພື່ອໃຫ້ໂຮງຮຽນຮຽນລັດມີຄຸນນະພາບ ແລະ ດຶງດູດ ໃຫ້ນັກຮຽນມາຮຽນເພີ່ມຂຶ້ນ, ການປະຕິບັດລະບົບການສຶກສາ ທີ່ປ່ຽນຈາກ 5+4+3 ມາເປັນ 6+3+3 ເຂົ້າໃນຂະແໜງສຶກສາທິການ ແລະ ກິລາຕໍ່ກອງປະຊຸມສະໄໝສາມັນເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກນີ້ ພາຍໃຕ້ການເປັນປະທານຂອງ ທ່ານ ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດ.

 

ທ່ານ ສໍາລານ ພັນຄະວົງ ຮອງລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ ໄດ້ຊີ້ແຈ້ງວ່າ: ໃນຊຸມປີຜ່ານມາ ລັດຖະບານ ໄດ້ຈັດສັນເພີ່ມງົບປະມານ 215.30 ຕື້ກີບ ເຂົ້າໃນ ວຽກບູລິມະສິດຕ່າງໆ ເປັນຕົ້ນແມ່ນເພີ່ມອັດຕາເງິນອາຫານທ່ຽງໃນໂຮງຮຽນໃຫ້ນັກຮຽນປະຖົມທີ່ຢູ່ເຂດຫ່າງໄກສອກຫຼີກ ຈາກ 1,000 ກີບ ມາເປັນ 5,000 ກີບ/ຄົນ/ມື້, ຈໍານວນ: 127.65 ຕື້ກີບ ເພື່ອເສີມສ້າງໃຫ້ນ້ອງນັກຮຽນ ໄດ້ຮັບໂພຊະນາການທີ່ດີ ແລະ ການພັດທະນາການຈະເລີນໄວຕາມເກນອາຍຸແຕ່ລະໄລຍະ,ເພີ່ມເບ້ຍລ້ຽງນັກຮຽນ-ນັກສຶກສາຈໍານວນ: 91.54 ຕື້ກີບເປັນຕົ້ນ ເບ້ຍລ້ຽງນັກຮຽນພິເສດ (ເດັກພິການ ແລະ ດ້ອຍໂອກາດ), ສູນຟື້ນຟູຄົນພິການ ຈາກ 90,000 ກີບມາເປັນ 300,000ກີບ, ເບ້ຍລ້ຽງນັກຮຽນຊົນເຜົ່າ, ນັກຮຽນພິເສດ, ທຸກຍາກ ແລະ ດ້ອຍໂອກາດ ຈາກ 200,000 ກີບ ມາເປັນ 300,000 ກີບ, ນັກຮຽນພອນສະຫວັນຈາກ 250,000 ກີບ ມາເປັນ 350,000 ກີບ, ນັກຮຽນອະຊິວະ ແລະ ການສຶກສາຊັ້ນສູງ ຈາກ 200,000 ກີບ ມາເປັນ 500,000 ກີບ ແລະ ນັກຮຽນສ້າງຄູ ຈາກ 200,000 ກີບ ມາເປັນ 700,000 ກີບ ເພື່ອຫຼຸດຜ່ອນການປະລະການຮຽນ ແລະ ຊຸກຍູ້ໃຫ້ນ້ອງນັກຮຽນສືບຕໍ່ສຶກສາຮໍ່າຮຽນໃຫ້ມີວິຊາຊີບຕາມເປົ້າໝາຍແຜນຍຸດທະສາດຂອງຂະແໜງສືກສາ.

ທ່ານ ສໍາລານ ພັນຄະວົງ ຍັງໄດ້ກ່າວອີກວ່າ: ເພື່ອໃຫ້ໂຮງຮຽນຮຽນລັດມີຄຸນນະພາບ ແລະ ດຶງດູດ ໃຫ້ນັກຮຽນມາຮຽນເພີ່ມຂຶ້ນ ກະຊວງສຶກສາທິການ ແລະ ກິລາ ໄດ້ສຸມໃສ່ໃນການສົ່ງເສີມວຽກງານການເຂົ້າເຖິງ, ວຽກງານປັບປຸງຄຸນນະພາບ ແລະ ວຽກງານບໍລິຫານຄຸ້ມຄອງຄື: ສົ່ງເສີມການເຂົ້າເຖິງ ສືບຕໍ່ການແນະນໍາ, ໂຄສະນາໃຫ້ພໍ່ແມ່ຜູ້ປົກຄອງໄດ້ສົ່ງລູກຫຼານໄດ້ສົ່ງເຂົ້າມາຮຽນ ແລະ ໃຫ້ຮຽນຈົນຈົບໂດຍມີວີດີໂອສັ້ນໆ,ສືບຕໍ່ຈັດຕັ້ງ ແລະ ຜັນຂະຫຍາຍມະຕິຕົກລົງ, ນະໂຍບາຍ ແລະ ມາດຕະການແກ້ໄຂການຂາດແຄນຄູສອນ, ການປະລະການຮຽນ ແລະ ການສົ່ງເສີມເຂົ້າຮຽນວິຊາຊີບ ສະບັບເລກທີ 09/ລບ, ລົງວັນທີ 17 ກໍລະກົດ 2023; ຈັດຕັ້ງການຮຽນ-ການສອນສາມັນວິຊາຊີບ ໄປສູ່ໂຮງຮຽນທີ່ມີເງື່ອນໄຂ; ສະໜອງເບ້ຍລ້ຽງ ແລະ ອາຫານທ່ຽງ ໃຫ້ແກ່ນັກຮຽນທຸກຍາກ ແລະ ດ້ອຍໂອກາດ ໃນໂຮງຮຽນເປົ້າໝາຍ ແຕ່ລະສົກຮຽນ (ສໍາຫຼັບເຂດຫ່າງໄກ) ແລະ ໃຫ້ສິ່ງຈູງໃຈໃຫ້ນັກຮຽນ ແລະ ຄູ.

ທ່ານ ສໍາລານ ພັນຄະວົງ ຍັງໄດ້ກ່າວອີກວ່າ: ສຳລັບຈຸດປະສົງຂອງການປັບປຸງລະບົບການສຶກສາມາເປັນ 6+3+3ເພື່ອປັບປຸງໂຄງສ້າງການສຶກສາຂັ້ນພື້ນຖານຂອງ ສປປ ລາວ ໃຫ້ສອດຄ່ອງກັບມາດຕະຖານຂອງສາກົນ,ເພື່ອປັບປຸງຜົນການຮຽນຂອງນັກຮຽນໂດຍຮັບປະກັນໃຫ້ນັກຮຽນມີເວລາພຽງພໍໃນການພັດທະນາທັກສະພື້ນຖານ,ເພື່ອຄວາມເທົ່າທຽມ ໂດຍການເສີມຂະຫຍາຍການຮຽນຮູ້ໃນໄວເດັກໃນກຸ່ມດ້ອຍໂອກາດ,ເພື່ອສົ່ງເສີມການເລື່ອນຊັ້ນ ແລະ ການສືບຕໍ່ຮຽນລະຫວ່າງຊັ້ນປະຖົມ ແລະ ມັດທະຍົມຕອນຕົ້ນ ແລະ ຄາດຄະເນຜົນໄດ້ຮັບຈາກການປັບໂຄງສ້າງ ແມ່ນຜົນສຳເລັດດ້ານການຮຽນຂອງນັກຮຽນດີຂຶ້ນ,ທັກສະພື້ນຖານດີຂຶ້ນ ແລະ ການກຽມພ້ອມສໍາລັບການສຶກສາຊັ້ນມັດທະຍົມດີຂຶ້ນ, ຄວາມກົດດັນຕໍ່ນັກຮຽນ ແລະ ຄູສອນຈະຫຼຸດລົງ, ມີເວລາຫຼາຍຂຶ້ນໃນການພັດທະນາຄວາມຮູ້, ທັກສະ ແລະ ຄວາມໝັ້ນໃຈ ເພື່ອບັນລຸມາດຕະຖານການຮຽນຊັ້ນປະຖົມ ນັກຮຽນຈະມີໂອກາດແລະ ຄວາມເປັນໄປໄດ້ໃນການຮຽນ ແລະ ພັດທະນາຕົນເອງຫຼາຍຂຶ້ນ.ອັດຕາການເຂົ້າເຖິງ ແລະ ການຮຽນຕໍ່ເພີ່ມຂຶ້ນ ຈະມີເດັກນ້ອຍຈໍານວນຫຼາຍຂຶ້ນ, ການສຶກສາຊັ້ນປະຖົມ 6 ປີ ຈະເພີ່ມການເຂົ້າເຖິງຊັ້ນປະຖົມ ແລະ ການຮຽນທີ່ດີຂຶ້ນໃນ 6 ປີຈະຊ່ວຍເດັກມີຄວາມກຽມພ້ອມດີຂຶ້ນ ກ່ອນຈະຂຶ້ນຊັ້ນມັດທະຍົມຕອນຕົ້ນ, ດັ່ງນັ້ນຈະເພີ່ມອັດຕາການເລື່ອນຊັ້ນ ແລະ ການສືບຕໍ່ຮຽນໃນຊັ້ນມັດທະຍົມ.

ຂ່າວ-ພາບ:ບຸນຕອມ

ຄໍາເຫັນ

ຂ່າວການເມືອງ

ຜົນສໍາເລັດກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

ຜົນສໍາເລັດກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

ທ່ານ ບຸນຈັນ ສີວົງພັນ ຮອງປະທານສະພາແຫ່ງຊາດ ຕາງໜ້າຄະນະປະຈຳສະພາແຫ່ງຊາດ ຫົວໜ້າກອງເລຂານຸການກອງປະຊຸມ ໄດ້ຖະແຫຼງຂ່າວຕໍ່ສື່ມວນຊົນ ກ່ຽວກັບຜົນສໍາເລັດຂອງການດໍາເນີນກອງປະຊຸມສະ ໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ໃນວັນທີ 21 ຕຸລານີ້ ທີ່ສະພາແຫ່ງຊາດ.
ຜົນການພິຈາລະນາຮັບຮອງເອົາກົດໝາຍຈໍານວນ 8 ສະບັບ

ຜົນການພິຈາລະນາຮັບຮອງເອົາກົດໝາຍຈໍານວນ 8 ສະບັບ

ທ່ານ ກອງແກ້ວ ໄຊສົງຄາມ ຮອງປະທານສະພາແຫ່ງຊາດ ໄດ້ຖະແຫຼງຂ່າວກ່ຽວກັບຜົນການພິຈາລະນາຮັບຮອງເອົາກົດໝາຍຈໍານວນ 8 ສະບັບຕໍ່ສື່ມວນຊົນ ໃນວັນທີ 21 ຕຸລານີ້ ທີ່ສະພາແຫ່ງຊາດ ວ່າ: ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ໄດ້ສຸມໃສ່ພິຈາລະນາບັນດາຮ່າງກົດໝາຍຈໍານວນ 8 ສະບັບ. ໃນນັ້ນ, ມີກົດໝາຍສ້າງໃໝ່ 1 ສະບັບ ແລະ ປັບປຸງ 7 ສະບັບ.
ສສຊ ມີຄໍາເຫັນຕໍ່ຮ່າງກົດໝາຍວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ສສຊ ມີຄໍາເຫັນຕໍ່ຮ່າງກົດໝາຍວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ສະມາຊິກສະພາແຫ່ງຊາດ (ສຊຊ) ໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ໃນວັນທີ 20 ຕຸລານີ້, ທີ່ສະພາແຫ່ງຊາດ ໂດຍການເປັນປະທານຂອງທ່ານ ວິໄລວົງ ບຸດດາຄໍາ ຮອງປະທານສະພາແຫ່ງຊາດ.
ຜົນສຳເລັດ ການພິຈາລະນາຮັບຮອງແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ

ຜົນສຳເລັດ ການພິຈາລະນາຮັບຮອງແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ

ທ່ານ ວິໄລວົງ ບຸດດາຄໍາ ຮອງປະທານສະພາແຫ່ງຊາດ ໄດ້ຖະແຫຼງຂ່າວກ່ຽວກັບຜົນສຳເລັດການພິຈາ ລະນາຮັບຮອງແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ, ແຜນງົບປະມານແຫ່ງລັດ, ແຜນເງິນຕາປີ 2026 ແລະ ທິດທາງແຜນການປີ 2027 ໃນວັນທີ 20 ຕຸລານີ້, ທີ່ສະພາແຫ່ງຊາດ.
ສະເໜີປັບປຸງກົດໝາຍວ່າດ້ວຍ ການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ສະເໜີປັບປຸງກົດໝາຍວ່າດ້ວຍ ການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີຕໍ່ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ໃນວັນທີ 20 ຕຸລານີ້, ທີ່ສະພາແຫ່ງຊາດ ພາຍໃຕ້ການເປັນປະທານຂອງທ່ານ ວິໄລວົງ ບຸດດາຄໍາ ຮອງປະທານສະພາແຫ່ງຊາດ.
ສສຊເຂດ 11 ບໍລິຄຳໄຊ ມີຄໍາເຫັນຕໍ່ຮ່າງກົດໝາຍວ່າດ້ວຍລັດຖະບານ

ສສຊເຂດ 11 ບໍລິຄຳໄຊ ມີຄໍາເຫັນຕໍ່ຮ່າງກົດໝາຍວ່າດ້ວຍລັດຖະບານ

ທ່ານສອນທະນູທໍາມະວົງສະມາຊິກສະພາແຫ່ງຊາດ (ສສຊ) ປະຈໍາເຂດເລືອກຕັ້ງທີ 11 ແຂວງບໍລິຄໍາໄຊໄດ້ປະກອບຄຳເຫັນໃສ່ຮ່າງກົດໝາຍວ່າດ້ວຍລັດຖະບານ(ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດຊຸດທີ X ໃນວັນທີ 16ຕຸລາຜ່ານມາ,ທີ່ສະພາແຫ່ງຊາດໂດຍການເປັນປະທານຂອງທ່ານນາງສູນທອນໄຊຍະຈັກຮອງປະທານສະພາແຫ່ງຊາດ.
ສສຊ ຄຳມ່ວນ ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການປົກປ້ອງເງິນຝາກ

ສສຊ ຄຳມ່ວນ ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການປົກປ້ອງເງິນຝາກ

​ບັນດາສະມາຊິກສະພາແຫ່ງຊາດ (ສສຊ) ໄດ້ເອົາໃຈໃສ່ປະກອບຄຳເຫັນຕໍ່ຮ່າງກົດ ໝາຍ ວ່າດ້ວຍການປົກປ້ອງເງິນຝາກ ຊຶ່ງເປັນສະບັບສ້າງໃໝ່ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ໃນວັນທີ 19 ຕຸລານີ້, ທີ່ສະພາແຫ່ງຊາດ ໂດຍການເປັນປະທານຂອງທ່ານ ກອງແກ້ວ ໄຊສົງຄາມ ຮອງປະທານສະພາແຫ່ງຊາດ.
ສສຊ ເຂດ 10 ປະກອບຄໍາເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການປົກປ້ອງເງິນຝາກ

ສສຊ ເຂດ 10 ປະກອບຄໍາເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການປົກປ້ອງເງິນຝາກ

ສະມາຊິກສະພາແຫ່ງຊາດ (ສສຊ) ໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການປົກປ້ອງເງິນຝາກ ຊຶ່ງເປັນກົດໝາຍສະບັບສ້າງໃໝ່ ປະກອບດ້ວຍ VIII ພາກ, 8 ໝວດ ແລະ 66 ມາດຕາ ຕໍ່ກອງປະຊຸມສະ ໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ໃນວັນທີ 19 ຕຸລານີ້ ທີ່ສະພາແຫ່ງຊາດ ໂດຍການເປັນປະທານຂອງທ່ານ ກອງແກ້ວ ໄຊສົງຄາມ ຮອງປະທານສະພາແຫ່ງຊາດ.
ທ່ານ ນະຄະເສນ ສີຫາລາດ ສະເໜີ 4 ຈຸດສຳຄັນ ຕໍ່ຮ່າງກົດໝາຍວ່າດ້ວຍລັດຖະບານ

ທ່ານ ນະຄະເສນ ສີຫາລາດ ສະເໜີ 4 ຈຸດສຳຄັນ ຕໍ່ຮ່າງກົດໝາຍວ່າດ້ວຍລັດຖະບານ

ທ່ານ ນະຄະເສນ ສີຫາລາດ ສະມາຊິກສະພາແຫ່ງຊາດ ປະຈໍາເຂດເລືອກຕັ້ງທີ 1 ນະຄອນຫຼວງ ວຽງຈັນ (ນວ) ໄດ້ປະກອບຄໍາເຫັນໃສ່ຮ່າງກົດໝາຍ ວ່າດ້ວຍລັດຖະບານ (ສະບັບປັບປຸງ) ຕໍ່ກອງປະຊຸມສະ ໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ໃນວັນທີ 16 ຕຸລາຜ່ານມາ, ທີ່ສະພາແຫ່ງຊາດ ໂດຍການເປັນປະທານຂອງທ່ານ ນາງ ສູນທອນ ໄຊຍະຈັກ ຮອງປະທານສະພາແຫ່ງຊາດ.
ສະເໜີປັບປຸງການສ້າງກົດໝາຍ ວ່າດ້ວຍການປົກປ້ອງເງິນຝາກ

ສະເໜີປັບປຸງການສ້າງກົດໝາຍ ວ່າດ້ວຍການປົກປ້ອງເງິນຝາກ

ທ່ານ ນາງ ບຸນຄໍາ ວໍລະຈິດ ຜູ້ວ່າການທະນາຄານແຫ່ງສປປລາວ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນໃນການປັບປຸງການສ້າງກົດໝາຍ ວ່າດ້ວຍການປົກປ້ອງເງິນຝາກ ຊຶ່ງເປັນກົດໝາຍສ້າງໃໝ່ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ໃນວັນທີ 19 ຕຸລານີ້, ທີ່ສະພາແຫ່ງຊາດ ພາຍໃຕ້ການເປັນປະທານຂອງທ່ານ ມອນໄຊ ລາວມົວຊົ່ງ ຮອງປະທານສະພາແຫ່ງຊາດ.
ເພີ່ມເຕີມ