ສສຊ ເຂດ 3 ຮຽກຮ້ອງປະຊາຊົນເປັນເຈົ້າການ ເຂົ້າຮ່ວມເຊື່ອມຊຶມ-ຮັບຮູ້ເນື້ອໃນຈິດໃຈຂອງວາລະແຫ່ງຊາດ

ສສຊ ເຂດ 3 ຮຽກຮ້ອງປະຊາຊົນເປັນເຈົ້າການ ເຂົ້າຮ່ວມເຊື່ອມຊຶມ-ຮັບຮູ້ເນື້ອໃນຈິດໃຈຂອງວາລະແຫ່ງຊາດ
ວາລະແຫ່ງຊາດ ວ່າດ້ວຍການພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກ ເປັນເອກະສານທີ່ມີເນື້ອໃນສໍາຄັນຫຼາຍ. ຖ້າຫາກວ່າວາລະແຫ່ງຊາດໄດ້ຮັບການຮັບຮອງຈາກສະພາແຫ່ງຊາດ, ຈະສ້າງເປັນແຜນລະອຽດຂອງແຕ່ລະທ້ອງຖິ່ນ, ຂະແໜງການເພື່ອນຳພາປະຊາຊົນຈັດຕັ້ງປະຕິບັດ ເຮັດໃຫ້ປະຊາຊົນສາມາດຫຼຸດພົ້ນອອກຈາກຄອບຄົວທຸກຍາກ. ສະນັ້ນ, ຮຽກຮ້ອງໃຫ້ປະຊາຊົນບັນດາເຜົ່າ, ປະຊາຊົນຢູ່ໃນເຂດຊົນນະບົດ, ທຸກໆແຂວງ, ເມືອງ ຕ້ອງເປັນເຈົ້າການເຂົ້າຮ່ວມນຳພັກ-ລັດ, ຂັ້ນເທິງເຊື່ອມຊຶມ-ຮັບຮູ້ເນື້ອໃນຈິດໃຈຂອງວາລະແຫ່ງຊາດດັ່ງກ່າວນີ້.

 

ໃນໂອກາດເຂົ້າຮ່ວມກອງປະຊຸມສະໄໝວິສາມັນ ເທື່ອທີ 1 ຂອງສະພາແຫ່ງຊາດ ຊຸດທີ X. ທ່ານ ກົງເພັດ ແກ້ວບົວພາ ຮອງປະທານສະພາປະຊາຊົນແຂວງ (ສສຂ) ສະມາຊິກສະພາແຫ່ງຊາດ (ສສຊ) ເຂດ 3 ແຂວງຫຼວງນໍ້າທາ ໄດ້ໃຫ້ສໍາພາດຕໍ່ນັກຂ່າວໜັງສືພິມປະຊາຊົນໃນວັນທີ 8 ກໍລະກົດນີ້ວ່າ: ກອງປະຊຸມໃນມື້ນີ້, ໄດ້ພິຈາລະນາຄົ້ນຄວ້າບັນຫາການສະເໜີຂອງລັດຖະບານກ່ຽວກັບວາລະແຫ່ງຊາດ ວ່າດ້ວຍການພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກ ຊຶ່ງເນື້ອໃນຕົ້ນຕໍມີຫຼາຍບັນຫາສຳຄັນ ທີ່ລັດຖະບານໄດ້ສະເໜີ ເພາະວາລະແຫ່ງຊາດມີຄວາມສໍາຄັນ. ເພື່ອແກ້ໄຂບັນຫາດັ່ງກ່າວ, ລັດຖະບານໄດ້ປະເມີນຕາມດຳລັດ 348 ເຫັນວ່າຄອບຄົວທຸກຍາກຢູ່ໃນປະເທດເຮົາມີເຖິງ 189,000 ຄອບຄົວ ແລະ ບ້ານທຸກຍາກ 2,000 ກວ່າບ້ານ ແລະ ເມືອງທຸກຍາກ 66 ເມືອງ. ຍ້ອນສາເຫດດັ່ງກ່າວ, ລັດຖະບານຈຶ່ງໄດ້ກຳນົດວາລະແຫ່ງຊາດເພື່ອສຸມໃສ່ 2 ບັນຫາໃຫຍ່ຄື: 1) ເພື່ອສ້າງອາຊີບ, ແຫຼ່ງລາຍຮັບທີ່ໝັ້ນຄົງ ແລະ ຍືນຍົງໃຫ້ປະຊາຊົນ; 2) ເພື່ອພັດທະນາພື້ນຖານໂຄງລ່າງໄປສູ່ເຂດຊົນນະບົດ ແລະ ສິ່ງອຳນວຍຄວາມສະດວກຕ່າງໆ ຢູ່ໃນຊົນນະບົດ. ຖ້າຫາກ 2 ບັນຫານີ້ແກ້ໄຂໄດ້ ຈະເຮັດໃຫ້ປະຊາຊົນເຂດທຸກຍາກ, ຄອບຄົວທຸກຍາກ ແລະ ບ້ານທຸກຍາກຈະສາມາດຫຼຸດລົງໄດ້. ສ່ວນເນື້ອໃນຂອງວາລະແຫ່ງຊາດ ກໍໄດ້ກຳນົດມີຫຼາຍບັນຫາສຳຄັນ ໂດຍສະເພາະມີຄວາມຈຳເປັນຫຍັງຈຶ່ງສ້າງວາລະແຫ່ງຊາດ ວ່າດ້ວຍການພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກ ແມ່ນອີງໃສ່ທິດ, ທັດສະ ນະຊີ້ນຳຂອງພັກ, ອີງໃສ່ມະຕິ XII ແລະ ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ກໍໄດ້ອີງໃສ່ຈຸດປະສົງສໍາຄັນນີ້.ນອກນີ້, ກໍໄດ້ກໍານົດບັນດາເນື້ອໃນຕ່າງໆ ເປັນຕົ້ນ 8 ຄາດໝາຍໃຫຍ່, 5 ຫຼັກການ ປະກອບມີ: ຫຼັກການຮັບ ປະກັນຄວາມເດັດຂາດ, ເຂັ້ມງວດໃນການຈັດຕັ້ງປະຕິບັດ ການພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກ ຫຼືຫຼັກການຮັບປະກັນຄວາມໂປ່ງໃສ, ຫຼັກການເລື່ອງວິທະຍາສາດ, ເລື່ອງວິຊາການ. ວຽກງານວິຊາການດ້ານກະສິກຳ, ດ້ານພື້ນຖານໂຄງລ່າງຕ່າງໆ ທີ່ໄປຊ່ວຍປະຊາຊົນເຂດຊົນນະບົດຕ້ອງໄດ້ເປັນອາຊີບ, ຮັບປະ ກັນແທ້ໆ ແລະ ການຮັບປະກັນຄຸນນະພາບ. ໃນນັ້ນ, ກຳນົດ 5 ວຽກຈຸດສຸມຄື: ການສ້າງອາຊີບທີ່ໝັ້ນຄົງ ໃຫ້ປະຊາຊົນຢ່າງຍືນຍົງ; ພັດທະນາພື້ນຖານໂຄງລ່າງ; ການສ້າງຄວາມເຂັ້ມແຂງໃຫ້ອົງການຈັດຕັ້ງຢູ່ໃນຂັ້ນທ້ອງຖິ່ນ, ຂັ້ນບ້ານ, ຢູ່ເຂດຊົນນະບົດຕ້ອງມີການສ້າງຄວາມເຂັ້ມແຂງໃຫ້ເຂົາເຈົ້າ; ຈະຕ້ອງໄດ້ຍາດແຍ່ງຊອກຄົ້ນຄວ້າເອົາທຶນຮອນມາເພື່ອພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກໃຫ້ໄດ້ຫຼາຍເທົ່າທີ່ຈະຫຼາຍໄດ້; ການສ້າງ ແລະ ປັບປຸງກົດໝາຍ, ການສ້າງ ແລະ ປັບປຸງນິຕິກຳ ຫຼືບັນດາກົນໄກຕ່າງໆ ໃນການປະສານສົມທົບ ລະຫວ່າງຂະແໜງການທີ່ກ່ຽວຂ້ອງ (ກະຊວງ, ທ້ອງຖິ່ນ, ແຂວງ, ຂັ້ນເມືອງ, ບ້ານ) ຕ້ອງໄດ້ສ້າງກົນໄກປະ ສານງານ ເຮັດໃຫ້ການແກ້ໄຂຄວາມທຸກຍາກໄດ້ຮັບຜົນດີເທົ່າທີ່ຈະດີໄດ້.

ທ່ານ ກົງເພັດ ແກ້ວບົວພາ ກ່າວຕື່ມວ່າ: ຖ້າຫາກວ່າວາລະແຫ່ງຊາດໄດ້ຮັບການຮັບຮອງຈາກສະພາແຫ່ງຊາດ ຈະສ້າງເປັນແຜນລະອຽດຂອງແຕ່ລະທ້ອງຖິ່ນ, ຂະແໜງການ ເພື່ອນຳພາປະຊາຊົນຈັດຕັ້ງປະຕິບັດເຮັດໃຫ້ປະຊາຊົນສາມາດຫຼຸດພົ້ນອອກຈາກຄອບຄົວທຸກຍາກ. ຊຶ່ງຍັງມີຄອບຄົວທຸກຍາກຫຼາຍ, ຄາດຄະເນວ່າຖ້າຫາກຮັບຮອງແລ້ວຈະແກ້ໄຂໃຫ້ໄດ້ 100,000 ຄອບຄົວ. ໝາຍວ່າຄອບຄົວທຸກຍາກ 14% ຢູ່ໃນປະເທດເຮົາຈະສາມາດຫຼຸດລົງເປັນຕົວເລກຫຼັກດຽວເປັນ 8% ແລະ ບ້ານຈະສາມາດຫຼຸດລົງ, ບ້ານທຸກຍາກ ແລະ ເມືອງທຸກຍາກ ກໍສາມາດຫຼຸດລົງ ເຮັດໃຫ້ປະຊາຊົນໄດ້ຮັບຜົນປະໂຫຍດເທົ່າທີ່ຄວນ. ທ່ານ ກົງເພັດ ແກ້ວບົວພາ ຍັງກ່າວເຖິງຄວາມຫຍຸ້ງຍາກ ກ່ຽວກັບການແກ້ໄຂຄວາມທຸກຍາກໃນໄລຍະຜ່ານມາ. ຖ້າຫາກມີແຕ່ພັກ-ລັດ ຂັ້ນເທິງເປັນຜູ້ຈັດຕັ້ງປະຕິບັດ, ເປັນຜູ້ສ້າງແຜນຈັດຕັ້ງປະຕິບັດ ແນ່ນອນຈະບໍ່ໄດ້ຮັບຜົນສຳເລັດ ແລະ ຮຽກຮ້ອງໃຫ້ປະຊາຊົນບັນດາເຜົ່າ, ປະຊາຊົນຢູ່ໃນເຂດຊົນນະບົດທຸກໆແຂວງ, ເມືອງ ຕ້ອງເປັນເຈົ້າການເຂົ້າຮ່ວມນຳພັກ-ລັດຂັ້ນເທິງໂດຍສະເພາະ ການເຂົ້າຮ່ວມເຊື່ອມຊຶມ-ຮັບຮູ້ເນື້ອໃນຈິດໃຈຂອງວາລະແຫ່ງຊາດນີ້. ຫຼັງຈາກນັ້ນ, ຈະໄດ້ເຊື່ອມຊຶມບັນດາເອກະສານຕ່າງໆ ໂດຍຂັ້ນເທິງຈະຕ້ອງໄດ້ສ້າງເປັນເອກະສານຄູ່ມືລົງໄປເຜີຍແຜ່ ເພື່ອໃຫ້ປະຊາຊົນຮັບຮູ້, ເຂົ້າຮ່ວມແຕ່ຫົວທີ ເຮັດໃຫ້ການຈັດຕັ້ງປະຕິບັດວາລະແຫ່ງຊາດໄດ້ຮັບຜົນດີຢ່າງເປັນຮູບປະທໍາ.

ຄໍາເຫັນ

ຂ່າວເດັ່ນ

ປະທານປະເທດ ເນັ້ນຫຼາຍບັນຫາໃຫ້ ມຊ ມີການພັດທະນາຫັນປ່ຽນຢ່າງຕັ້ງໜ້າ

ປະທານປະເທດ ເນັ້ນຫຼາຍບັນຫາໃຫ້ ມຊ ມີການພັດທະນາຫັນປ່ຽນຢ່າງຕັ້ງໜ້າ

ທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ ປະທານປະເທດແຫ່ງ ສປປ ລາວ ໄດ້ໃຫ້ກຽດໂອ້ລົມ ຕໍ່ພິທີສະເຫຼີມສະຫຼອງວັນສ້າງຕັ້ງມະຫາວິທະຍາໄລແຫ່ງຊາດ (ມຊ) ຄົບ ຮອບ 30 ປີ (5 ພະຈິກ 1996-5 ພະຈິກ 2026) ໃນວັນທີ 6 ພະຈິກນີ້ ທີ່ສະໂມສອນໃຫຍ່ ມຊ ແບບປົກກະຕິ ແລະ ອອນລາຍ ໂດຍເປັນກຽດເຂົ້າຮ່ວມ ແລະ ເປັນປະທານຂອງທ່ານ ທອງສະລິດ ມັງໜໍ່ເມກ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ (ສສກ), ມີທ່ານ ສິນທະວອນ ດາລາວົງ ຜູ້ອໍານວຍການໃຫຍ່ ມຊ, ມີບັນດາການນໍາພັກ-ລັດ, ອະດີດການນໍາ, ຄະນະນໍາ ມຊ, ອະດີດຄະນະນໍາ ມຊ, ພະນັກງານ, ຄູ-ອາຈານອາວຸໂສ, ຄູ-ອາຈານ, ນັກສຶກສາ, ແຂກຖືກເຊີນເຂົ້າຮ່ວມ.
ນາຍົກ ສະເໜີປະທານປົກຄອງ ສ.ຕາຕາຣສະຖານ ຊຸກຍູ້ສົ່ງເສີມການຮ່ວມມືສອງຝ່າຍ ໃຫ້ເພີ່ມຂຶ້ນໃນຫຼາຍຂົງເຂດ

ນາຍົກ ສະເໜີປະທານປົກຄອງ ສ.ຕາຕາຣສະຖານ ຊຸກຍູ້ສົ່ງເສີມການຮ່ວມມືສອງຝ່າຍ ໃຫ້ເພີ່ມຂຶ້ນໃນຫຼາຍຂົງເຂດ

ໃນວັນທີ 5 ພະຈິກນີ້ ທີ່ສໍານັກງານນາຍົກລັດຖະມົນຕີ, ທ່ານ ສະເຫຼີມໄຊ ກົມມະສິດ ນາຍົກ ລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມຂ່ຳນັບ ຂອງທ່ານ ຣຸດສຕໍາ ມິນນິຄານົບ (Rustam MINNIKHANOV) ປະທານປົກຄອງ ສາທາລະນະລັດ ຕາຕາຣສະຖານ ແຫ່ງ ສະຫະພັນຣັດເຊຍ ພ້ອມດ້ວຍຄະນະ ໃນໂອກາດທີ່ເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ໃນລະຫວ່າງ ວັນທີ 4-5 ພະຈິກ 2026.
ນາຍົກສະເໜີ ລາວ-ມຽນມາ ຮ່ວມກັນສະກັ້ນປະກົດການຫຍໍ້ທໍ້ຕ່າງໆຕາມບໍລິເວນຊາຍແດນໃຫ້ໄດ້ຮັບຜົນດີ

ນາຍົກສະເໜີ ລາວ-ມຽນມາ ຮ່ວມກັນສະກັ້ນປະກົດການຫຍໍ້ທໍ້ຕ່າງໆຕາມບໍລິເວນຊາຍແດນໃຫ້ໄດ້ຮັບຜົນດີ

ໃນຕອນເຊົ້າຂອງວັນທີ 4 ພະຈິກນີ້ ທີ່ສໍານັກງານນາຍົກລັດຖະມົນຕີ, ທ່ານ ສະເຫຼີມໄຊ ກົມມະສິດ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມຂ່ຳນັບ ຂອງທ່ານ ພົນເອກ ແຢ ວິນ ອູ ຜູ້ບັນຊາການທະຫານສູງສຸດ ແຫ່ງ ສສ ມຽນມາ ພ້ອມດ້ວຍຄະນະ ໃນໂອກາດທີ່ເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ໃນລະຫວ່າງ ວັນທີ 3-6 ພະຈິກ 2026.
ປະທານປະເທດອ່ານສານອວຍພອນ ກອງປະຊຸມພຸດທະສາສະໜາໜານໄຫ ຄັ້ງທີ 11

ປະທານປະເທດອ່ານສານອວຍພອນ ກອງປະຊຸມພຸດທະສາສະໜາໜານໄຫ ຄັ້ງທີ 11

- ນ້ອມນະມັດສະການ ພະອາຈານໃຫຍ່ ອິນ ຊຸນ ປະທານຜູ້ກໍ່ຕັ້ງກອງປະຊຸມໂຕະມົນພຸດທະສາສະໜາໜານໄຫ. - ນ້ອມນະມັດສະການ ພະອາຈານໃຫຍ່ມະຫາເຫວດ ມະເສໄນ ປະທານສູນກາງອົງການພຸດທະສາສະໜາສໍາພັນ ແຫ່ງ ສປປ ລາວ. - ນ້ອມນະມັດສະການ ແລະ ເຄົາລົບນັບຖືມາຍັງບັນດາຜູ້ນຳທາງພຸດທະສາສະໜາ, ການນຳພັກ-ລັດ, ຜູ້ຊ່ຽວຊານ, ນັກວິຊາການ ແລະ ເພື່ອນມິດພຸດທະສາສະນິກະຊົນ ຈາກບັນດາປະເທດ ແລະ ເຂດແຄວ້ນ ຈາກພາກພື້ນ ແລະ ສາກົນ,ພະເຖຣານຸເຖຣະ ແລະ ບັນດາຜູ້ແທນ ທີ່ນັບຖື ແລະ ຮັກແພງ.
ປະທານປະເທດ ຮັບສານຕາຕັ້ງຈາກທູດຕ່າງປະເທດ ປະຈໍາ ລາວ ແລະ  ມອບສານຕາຕັ້ງໃຫ້ທູດລາວໄປປະຈຳຢູ່ຕ່າງປະເທດ

ປະທານປະເທດ ຮັບສານຕາຕັ້ງຈາກທູດຕ່າງປະເທດ ປະຈໍາ ລາວ ແລະ ມອບສານຕາຕັ້ງໃຫ້ທູດລາວໄປປະຈຳຢູ່ຕ່າງປະເທດ

ໃນຕອນເຊົ້າວັນທີ 22 ຕຸລານີ້ ທີ່ ທໍານຽບປະທານປະເທດ, ພະນະທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຍື່ນສານຕາຕັ້ງຂອງບັນດາທູດແຕ່ງຕັ້ງຕ່າງປະເທດ ຈໍານວນ 9 ທ່ານ ເພື່ອດໍາລົງຕໍາແໜ່ງເປັນເອກອັກຄະລັດຖະທູດວິສາມັນຜູ້ມີອໍານາດເຕັມ ປະຈໍາ ສປປ ລາວ ຊຶ່ງມີລາຍລະອຽດດັ່ງນີ້:
ກອງ​ປະ​ຊຸມລັດຖະບານ ​ຈະພິຈາລະນາ 7 ຫົວຂໍ້ສໍາຄັນ

ກອງ​ປະ​ຊຸມລັດຖະບານ ​ຈະພິຈາລະນາ 7 ຫົວຂໍ້ສໍາຄັນ

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ເປີດຂຶ້ນໃນວັນທີ 22 ຕຸລາ ນີ້ ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ ນາຍົກລັດຖະມົນຕີ; ມີບັນດາທ່ານຮອງນາຍົກລັດຖະມົນຕີ, ສະມາຊິກລັດຖະບານ ແລະ ຜູ້ຕາງໜ້າຈາກພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມແບບເຊິ່ງໜ້າ; ປະທານ, ຮອງປະທານ ແລະ ຜູ້ຕາງໜ້າອົງການປົກຄອງທ້ອງຖິ່ນເຂົ້າຮ່ວມຜ່ານລະບົບກອງປະຊຸມທາງໄກ ເພື່ອຮັບຟັງ ແລະ ປະກອບຄຳເຫັນ ຕໍ່ການລາຍງານສະພາບພົ້ນເດັ່ນ ປະຈຳເດືອນຕຸລາ ແລະ ທິດທາງແຜນວຽກຈຸດສຸມ ປະຈຳເດືອນພະຈິກ 2026.
ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ປິດລົງດ້ວຍຜົນສໍາເລັດຢ່າງຈົບງາມ

ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ປິດລົງດ້ວຍຜົນສໍາເລັດຢ່າງຈົບງາມ

ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ພາຍຫຼັງດໍາເນີນມາແຕ່ວັນທີ 5 ຕຸລາ ແລະ ໄດ້ປິດລົງດ້ວຍຜົນສໍາເລັດຢ່າງຈົບງາມ ໃນວັນທີ 21 ຕຸລານີ້ ທີ່ສະພາແຫ່ງຊາດ ພາຍໃຕ້ການເປັນປະທານຂອງທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ, ເປັນກຽດເຂົ້າຮ່ວມຂອງທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ ປະທານປະເທດແຫ່ງສປປ ລາວ, ທ່ານ ສະເຫຼີມໄຊ ກົມມະສິດ ນາຍົກລັດຖະມົນຕີ, ມີບັນດາການນໍາຂັ້ນສູງ, ອະດີດການນໍາຂັ້ນສູງຂອງພັກ-ລັດ, ສະມາຊິກລັດຖະບານ, ສະມາຊິກສະພາແຫ່ງຊາດ ແລະ ແຂກຖືກເຊີນເຂົ້າຮ່ວມ.
ນາຍົກລັດຖະມົນຕີ ຕ້ອນຮັບຄະນະຜູ້ແທນ ສ ເກົາຫຼີ ເຂົ້າຢ້ຽມຂ່ຳນັບ

ນາຍົກລັດຖະມົນຕີ ຕ້ອນຮັບຄະນະຜູ້ແທນ ສ ເກົາຫຼີ ເຂົ້າຢ້ຽມຂ່ຳນັບ

ໃນວັນທີ 19 ຕຸລານີ້ ທີ່ສຳນັກງານນາຍົກລັດຖະມົນຕີ, ທ່ານ ສະເຫຼີມໄຊ ກົມມະສິດນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມຂ່ຳນັບຂອງຄະນະຜູ້ແທນ ສ ເກົາຫຼີ ທີ່ນຳໂດຍທ່ານ ຊອຍ ຊຶງແຈ (CHOI SEUNGJAE) ຮອງລັດຖະມົນຕີກະຊວງສົ່ງເສີມວິສາຫະກິດຂະໜາດນ້ອຍ ແລະ ກາງ ແລະ ທຸລະກິດສະຕາດອັບ ແຫ່ງ ສ ເກົາຫຼີ ໃນໂອກາດທີ່ເດີນທາງມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ ແລະ ເຂົ້າຮ່ວມກອງປະຊຸມພົບປະນັກທຸລະກິດ ລາວ-ເກົາຫຼີ ຄັ້ງທີ 2.
ສປປ ລາວ ເຄື່ອນໄຫວດຶງດູດການລົງທຶນໃນທ່າບຸກ ຢູ່ ສ ອາແຊັກໄບຊານ

ສປປ ລາວ ເຄື່ອນໄຫວດຶງດູດການລົງທຶນໃນທ່າບຸກ ຢູ່ ສ ອາແຊັກໄບຊານ

ໃນໂອກາດທີ່ ພະນະທ່ານ ທອງລຸນ ສີສຸລິດ ປະທານປະເທດແຫ່ງ ສປປ ລາວ ເຄື່ອນໄຫວຢ້ຽມຢາມທາງການ ທີ່ ສອາແຊັກໄບຊານ, ຄະນະກໍາມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນ ຮ່ວມກັບ ກະຊວງອຸດສາຫະກໍາ ແລະ ການຄ້າ, ສະພາການຄ້າ ແລະ ອຸດສາຫະກໍາ ແຫ່ງຊາດລາວ ແລະ ກະຊວງເສດຖະກິດ ແຫ່ງ ອາແຊັກໄບຊານ ໄດ້ຈັດກອງປະຊຸມສົ່ງເສີມການລົງທຶນ ລາວ-ອາແຊັກໄບຊານຂຶ້ນ ທີ່ ນະຄອນຫຼວງບາກູ ໃນວັນທີ 14 ຕຸລາ 2026ເພື່ອເປັນການຊອກຫາໂອກາດໃນການເສີມຂະຫຍາຍການຮ່ວມມືທາງດ້ານການຄ້າ ແລະ ການລົງທຶນ ແລະ ທັງເປັນເວທີໃນການພົບປະແລກປ່ຽນລະຫວ່າງວິສາຫະກິດຂອງສອງປະເທດ, ໂດຍມີຜູ້ເຂົ້າຮ່ວມຈາກພາກລັດ ແລະ ວິສາຫະກິດເອກະຊົນທັງໝົດ 80 ທ່ານຈາກຫຼາຍຂະແໜງການ ເປັນຕົ້ນ ພະລັງງານ, ທ່ອງທ່ຽວ, ການເງິນ, ໂລຈີສຕິກ, ອຸດສາຫະກໍາ, ການບໍລິການທີ່ປຶກສາ ແລະ ກໍ່ສ້າງ.
ທ່ານ ສະເຫຼີມໄຊ ກົມມະສິດຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງບັນດາທູດອາຊຽນ ປະຈໍາ ສປປ ລາວ

ທ່ານ ສະເຫຼີມໄຊ ກົມມະສິດຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງບັນດາທູດອາຊຽນ ປະຈໍາ ສປປ ລາວ

ໃນວັນທີ 16 ຕຸລານີ້ ທີ່ ສໍານັກງານນາຍົກລັດຖະມົນຕີ, ທ່ານ ສະເຫຼີມໄຊ ກົມມະສິດ ກໍາມະການກົມການເມືອງສູນກາງພັກ ນາຍົກລັດຖະມົນຕີີແຫ່ງ ສປປ ລາວໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງບັນດາທູດອາຊຽນ ປະຈໍາ ສປປ ລາວ ເພື່ອອວຍພອນ ແລະ ສະແດງຄວາມຊົມເຊີຍໃນໂອກາດທີ່ທ່ານ ສະເຫຼີມໄຊ ກົມມະສິດໄດ້ຮັບການເລືອກຕັ້ງດໍາລົງຕໍາແໜ່ງເປັນນາຍົກລັດຖະມົນຕີ ແຫ່ງ ສປປ ລາວ.
ເພີ່ມເຕີມ