ສສຊ ແຂວງຜົ້ງສາລີສະເໜີລັດຖະບານແກ້ໄຂຫຼາຍບັນຫາທາງດ້ານເສດຖະກິດ-ສັງຄົມ

ສສຊ ແຂວງຜົ້ງສາລີສະເໜີລັດຖະບານແກ້ໄຂຫຼາຍບັນຫາທາງດ້ານເສດຖະກິດ-ສັງຄົມ

ສສຊ ແຂວງຜົ້ງສາລີສະເໜີລັດຖະບານແກ້ໄຂຫຼາຍບັນຫາທາງດ້ານເສດຖະກິດ-ສັງຄົມ
ໃນໂອກາດເຂົ້າຮ່ວມກອງປະຊຸມສະໄໝສາມັນເທື່ອທີ 9 ຂອງສະພາແຫ່ງຊາດ ຊຸດທີ IX, ທ່ານ ສົມຈິດ ຫັບລາກອນ ສະມາຊິກສະພາແຫ່ງຊາດ (ສສຊ) ເຂດເລືອກຕັ້ງທີ 2 ແຂວງຜົ້ງສາລີໄດ້ໃຫ້ສໍາພາດຕໍ່ສື່ມວນຊົນກ່ຽວກັບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ, ແຜນງົບປະມານແຫ່ງລັດ ແລະ ແຜນເງິນຕາ 6 ເດືອນຕົ້ນປີ 2025 ຕິດພັນກັບ 2 ວາລະແຫ່ງຊາດ ແລະ ການແກ້ໄຂບັນຫາເຄັ່ງຮ້ອນຂອງເສດຖະກິດໃນວັນທີ 10 ມິຖຸນານີ້ ທີ່ຫໍສະພາແຫ່ງຊາດໂດຍສະເໜີໃຫ້ລັດຖະບານແກ້ໄຂຫຼາຍບັນຫາສໍາຄັນທາງດ້ານເສດຖະກິດ-ສັງຄົມ.

 

 

ທ່ານ ສົມຈິດ ຫັບລາກອນກ່າວວ່າ:ຕະຫຼອດ6 ເດືອນຜ່ານມາ ເຖິງແມ່ນປະເທດເຮົາຈະໄດ້ຜົນກະທົບຫຼາຍດ້ານ ທັງປັດໄຈພາຍໃນ ແລະພາຍນອກສົ່ງຜົນກະທົບໂດຍກົງຕໍ່ເສດຖະກິດ-ສັງຄົມ ເຮັດໃຫ້ລາຄາສິນຄ້າແພງຂຶ້ນແຕ່ເຖິງຢ່າງໃດກໍຕາມລັດຖະບານໄດ້ມີຄວາມພະຍາຍາມໃນການຈັດຕັ້ງປະຕິບັດແກ້ໄຂບັນຫາດັ່ງກ່າວຈົນເຮັດໃຫ້ປະເທດຊາດສືບຕໍ່ມີຄວາມສະຫງົບສຸກ,ມີສະຖຽນລະພາບດ້ານການເມືອງ, ເສດຖະກິດຂະຫຍາຍຕົວໃນລະດັບ4.5% ມີຫຼາຍຄາດໝາຍໄດ້ບັນລຸຕາມແຜນການທີ່ວາງໄວ້.ອັດຕາເງິນເຟີ້ຫຼຸດລົງຈົນມາຮອດປັດຈຸບັນ ສະເລ່ຍ17.76% ສົມທຽບປີ(2024)24.77% ຄາດວ່າໝົດປີອັດຕາເງິນເຟີ້ຈະຫຼຸດລົງບໍ່ເກີນ1ໂຕເລກ,ອັດຕາແລກປ່ຽນເຫັນວ່າເງິນກີບຄ່ອຍໆແຂງຕົວຂຶ້ນ,ການຄຸ້ມຄອງເງິນຕາຕ່າງປະເທດສາມາດຊໍາລະຜ່ານທະນາ ຄານໄດ້ 68.18% ຂອງມູນຄ່າສົ່ງອອກ, ການຜະລິດສິນຄ້າພາຍໃນເພື່ຶຶອທົດແທນການນຳເຂົ້າ ແລະ ສົ່ງອອກຕ່າງປະເທດໂດຍສະເພາະສົ່ງອອກໄປຈີນ) ມີທ່າທີດີຂຶ້ນພົ້ນເດັ່ນແມ່ນຢ່າງພາລາ,ໝາກມ່ວງ ແລະ ສິນຄ້າອື່ນໆ, ປັບປຸງກົນໄກຄຸ້ມຄອງແຮ່ທາດປະເພດຕ່າງໆ, ປັບປຸງ ແລະ ກໍ່ສ້າງຫຼາຍເສັ້ນທາງທົ່ວປະເທດ, ສືບຕໍ່ຍົກລະດັບທາງເລກ12,ເລກ9,ກໍ່ສ້າງທາງດ່ວນວຽງຈັນຮ່າໂນ້ຍ,ປັບປຸງສະໜາມບິນວັດໄຕ ແລະ ອື່ນໆເຫັນວ່າມີຜົນສໍາເລັດເປັນກ້າວໆ.

ທ່ານ ສົມຈິດ ຫັບລາກອນ ກ່າວຕື່ມວ່າ: ຄຽງຄູ່ຜົນສໍາເລັດກໍຍັງມີຂໍ້ຄົງຄ້າງຫຼາຍຢ່າງທີ່ຢາກໃຫ້ລັດຖະບານເອົາໃຈໃສ່ຕື່ມເປັນຕົ້ນບັນຫາໄຟຟ້າທີ່ແພງຂຶ້ນສົ່ງຜົນກະທົບຕໍ່ການດຳລົງຊີວິດຂອງປະຊາຊົນ ແລະ ທຸລະກິດພາຍໃນປະເທດທີ່ຕ້ອງແບກຮັບຄ່າໄຟໃນແຕ່ລະເດືອນ; ການຄຸ້ມຄອງອັດຕາເງິນເຟີ້, ລາຄາສິນຄ້າແພງຂຶ້ນຢາກໃຫ້ລັດຖະບານແກ້ໄຂ ໂດຍໃຊ້ທຸກມາດຕະການຂອງທະນາຄານໃນການຊື້-ຂາຍ; ການຄຸ້ມຄອງການຂຸດຄົ້ນແຮ່ທາດຕ່າງໆໃຫ້ເຂົ້າສູ່ລະບຽບກົດໝາຍ, ແກ້ໄຂຜົນກະທົບຕໍ່ປະຊາຊົນ, ການນຳໃຊ້ສານເຄມີຂອງໂຄງການຕ່າງປະເທດ ຕ້ອງປະຕິບັດມາດຕະການເດັດຂາດຕໍ່ຜູ້ລະເມີດລະບຽບກົດໝາຍ; ການປັບປຸງ ແລະກໍ່ສ້າງເສັ້ນທາງທີ່ເປ່ເພ ສ້າງຄວາມຫຍຸ້ງຍາກໃນການສັນຈອນໄປ-ມາ ລວມເຖິງການຂົນສົ່ງສິນຄ້າຂອງປະຊາຊົນ, ການຊຳລະໜີ້ສິນໂຄງການທີ່ຍັງຄົງຄ້າງໃນໄລຍະຜ່ານມາ; ສົ່ງເສີມຊຸກຍູ້ການຜະລິດພາຍໃນໃຫ້ຫຼາຍຂຶ້ນ ເພື່ອທົດແທນການນຳເຂົ້າ ແລະ ສົ່ງອອກ, ປົກປ້ອງສິນຄ້າທີ່ເຮົາຜະລິດໄດ້,ຄຸ້ມຄອງອໍານວຍຄວາມສະດວກຕໍ່ປັດໄຈການຜະລິດແນວພັນ,ຝຸ່ນ ແລະ ອື່ນໆໃຫ້ມີລາຄາຖືກ,ຜະລິດໃຫ້ໄດ້ຫຼາຍ, ສິນຄ້າການຜະລິດທີ່ພວກເຮົາມີທ່າແຮງ; ສືບຕໍ່ແກ້ໄຂວຽກງານສຶກສາ, ການຮຽນ-ການສອນ, ການປະລະການຮຽນ, ຄູສອນບໍ່ພຽງພໍ ແລະ ສ້າງສິ່ງອຳນວຍຄວາມສະດວກດ້ານໂຄງລ່າງພື້ນຖານວຽກງານການສຶກສາ, ຍົກສູງຄຸນນະພາບການສຶກສາ; ແກ້ໄຂບັນຫາການສະໜອງອຸປະກອນແພດ,ຢາໃນໂຮງໝໍໃຫ້ພຽງພໍ ແລະ ສະເໜີໃຫ້ລັດຖະບານປະຕິບັດມາດຕະການເດັດຂາດຕໍ່ຜູ້ລະເມີດລະບຽບການກົດໝາຍພາກສ່ວນຜູ້ປະກອບການ ແລະ ເຈົ້າໜ້າທີ່ລັດທີ່ສ້າງຄວາມເສຍຫາຍຕໍ່ປະເທດຊາດ.(ຂ່າວ: ວັນເພັງ)

ຄໍາເຫັນ

ຂ່າວການເມືອງ

ຜົນສໍາເລັດກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

ຜົນສໍາເລັດກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

ທ່ານ ບຸນຈັນ ສີວົງພັນ ຮອງປະທານສະພາແຫ່ງຊາດ ຕາງໜ້າຄະນະປະຈຳສະພາແຫ່ງຊາດ ຫົວໜ້າກອງເລຂານຸການກອງປະຊຸມ ໄດ້ຖະແຫຼງຂ່າວຕໍ່ສື່ມວນຊົນ ກ່ຽວກັບຜົນສໍາເລັດຂອງການດໍາເນີນກອງປະຊຸມສະ ໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ໃນວັນທີ 21 ຕຸລານີ້ ທີ່ສະພາແຫ່ງຊາດ.
ຜົນການພິຈາລະນາຮັບຮອງເອົາກົດໝາຍຈໍານວນ 8 ສະບັບ

ຜົນການພິຈາລະນາຮັບຮອງເອົາກົດໝາຍຈໍານວນ 8 ສະບັບ

ທ່ານ ກອງແກ້ວ ໄຊສົງຄາມ ຮອງປະທານສະພາແຫ່ງຊາດ ໄດ້ຖະແຫຼງຂ່າວກ່ຽວກັບຜົນການພິຈາລະນາຮັບຮອງເອົາກົດໝາຍຈໍານວນ 8 ສະບັບຕໍ່ສື່ມວນຊົນ ໃນວັນທີ 21 ຕຸລານີ້ ທີ່ສະພາແຫ່ງຊາດ ວ່າ: ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ໄດ້ສຸມໃສ່ພິຈາລະນາບັນດາຮ່າງກົດໝາຍຈໍານວນ 8 ສະບັບ. ໃນນັ້ນ, ມີກົດໝາຍສ້າງໃໝ່ 1 ສະບັບ ແລະ ປັບປຸງ 7 ສະບັບ.
ສສຊ ມີຄໍາເຫັນຕໍ່ຮ່າງກົດໝາຍວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ສສຊ ມີຄໍາເຫັນຕໍ່ຮ່າງກົດໝາຍວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ສະມາຊິກສະພາແຫ່ງຊາດ (ສຊຊ) ໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ໃນວັນທີ 20 ຕຸລານີ້, ທີ່ສະພາແຫ່ງຊາດ ໂດຍການເປັນປະທານຂອງທ່ານ ວິໄລວົງ ບຸດດາຄໍາ ຮອງປະທານສະພາແຫ່ງຊາດ.
ຜົນສຳເລັດ ການພິຈາລະນາຮັບຮອງແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ

ຜົນສຳເລັດ ການພິຈາລະນາຮັບຮອງແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ

ທ່ານ ວິໄລວົງ ບຸດດາຄໍາ ຮອງປະທານສະພາແຫ່ງຊາດ ໄດ້ຖະແຫຼງຂ່າວກ່ຽວກັບຜົນສຳເລັດການພິຈາ ລະນາຮັບຮອງແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ, ແຜນງົບປະມານແຫ່ງລັດ, ແຜນເງິນຕາປີ 2026 ແລະ ທິດທາງແຜນການປີ 2027 ໃນວັນທີ 20 ຕຸລານີ້, ທີ່ສະພາແຫ່ງຊາດ.
ສະເໜີປັບປຸງກົດໝາຍວ່າດ້ວຍ ການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ສະເໜີປັບປຸງກົດໝາຍວ່າດ້ວຍ ການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີຕໍ່ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ໃນວັນທີ 20 ຕຸລານີ້, ທີ່ສະພາແຫ່ງຊາດ ພາຍໃຕ້ການເປັນປະທານຂອງທ່ານ ວິໄລວົງ ບຸດດາຄໍາ ຮອງປະທານສະພາແຫ່ງຊາດ.
ສສຊເຂດ 11 ບໍລິຄຳໄຊ ມີຄໍາເຫັນຕໍ່ຮ່າງກົດໝາຍວ່າດ້ວຍລັດຖະບານ

ສສຊເຂດ 11 ບໍລິຄຳໄຊ ມີຄໍາເຫັນຕໍ່ຮ່າງກົດໝາຍວ່າດ້ວຍລັດຖະບານ

ທ່ານສອນທະນູທໍາມະວົງສະມາຊິກສະພາແຫ່ງຊາດ (ສສຊ) ປະຈໍາເຂດເລືອກຕັ້ງທີ 11 ແຂວງບໍລິຄໍາໄຊໄດ້ປະກອບຄຳເຫັນໃສ່ຮ່າງກົດໝາຍວ່າດ້ວຍລັດຖະບານ(ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດຊຸດທີ X ໃນວັນທີ 16ຕຸລາຜ່ານມາ,ທີ່ສະພາແຫ່ງຊາດໂດຍການເປັນປະທານຂອງທ່ານນາງສູນທອນໄຊຍະຈັກຮອງປະທານສະພາແຫ່ງຊາດ.
ສສຊ ຄຳມ່ວນ ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການປົກປ້ອງເງິນຝາກ

ສສຊ ຄຳມ່ວນ ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການປົກປ້ອງເງິນຝາກ

​ບັນດາສະມາຊິກສະພາແຫ່ງຊາດ (ສສຊ) ໄດ້ເອົາໃຈໃສ່ປະກອບຄຳເຫັນຕໍ່ຮ່າງກົດ ໝາຍ ວ່າດ້ວຍການປົກປ້ອງເງິນຝາກ ຊຶ່ງເປັນສະບັບສ້າງໃໝ່ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ໃນວັນທີ 19 ຕຸລານີ້, ທີ່ສະພາແຫ່ງຊາດ ໂດຍການເປັນປະທານຂອງທ່ານ ກອງແກ້ວ ໄຊສົງຄາມ ຮອງປະທານສະພາແຫ່ງຊາດ.
ສສຊ ເຂດ 10 ປະກອບຄໍາເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການປົກປ້ອງເງິນຝາກ

ສສຊ ເຂດ 10 ປະກອບຄໍາເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການປົກປ້ອງເງິນຝາກ

ສະມາຊິກສະພາແຫ່ງຊາດ (ສສຊ) ໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການປົກປ້ອງເງິນຝາກ ຊຶ່ງເປັນກົດໝາຍສະບັບສ້າງໃໝ່ ປະກອບດ້ວຍ VIII ພາກ, 8 ໝວດ ແລະ 66 ມາດຕາ ຕໍ່ກອງປະຊຸມສະ ໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ໃນວັນທີ 19 ຕຸລານີ້ ທີ່ສະພາແຫ່ງຊາດ ໂດຍການເປັນປະທານຂອງທ່ານ ກອງແກ້ວ ໄຊສົງຄາມ ຮອງປະທານສະພາແຫ່ງຊາດ.
ທ່ານ ນະຄະເສນ ສີຫາລາດ ສະເໜີ 4 ຈຸດສຳຄັນ ຕໍ່ຮ່າງກົດໝາຍວ່າດ້ວຍລັດຖະບານ

ທ່ານ ນະຄະເສນ ສີຫາລາດ ສະເໜີ 4 ຈຸດສຳຄັນ ຕໍ່ຮ່າງກົດໝາຍວ່າດ້ວຍລັດຖະບານ

ທ່ານ ນະຄະເສນ ສີຫາລາດ ສະມາຊິກສະພາແຫ່ງຊາດ ປະຈໍາເຂດເລືອກຕັ້ງທີ 1 ນະຄອນຫຼວງ ວຽງຈັນ (ນວ) ໄດ້ປະກອບຄໍາເຫັນໃສ່ຮ່າງກົດໝາຍ ວ່າດ້ວຍລັດຖະບານ (ສະບັບປັບປຸງ) ຕໍ່ກອງປະຊຸມສະ ໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ໃນວັນທີ 16 ຕຸລາຜ່ານມາ, ທີ່ສະພາແຫ່ງຊາດ ໂດຍການເປັນປະທານຂອງທ່ານ ນາງ ສູນທອນ ໄຊຍະຈັກ ຮອງປະທານສະພາແຫ່ງຊາດ.
ສະເໜີປັບປຸງການສ້າງກົດໝາຍ ວ່າດ້ວຍການປົກປ້ອງເງິນຝາກ

ສະເໜີປັບປຸງການສ້າງກົດໝາຍ ວ່າດ້ວຍການປົກປ້ອງເງິນຝາກ

ທ່ານ ນາງ ບຸນຄໍາ ວໍລະຈິດ ຜູ້ວ່າການທະນາຄານແຫ່ງສປປລາວ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນໃນການປັບປຸງການສ້າງກົດໝາຍ ວ່າດ້ວຍການປົກປ້ອງເງິນຝາກ ຊຶ່ງເປັນກົດໝາຍສ້າງໃໝ່ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ໃນວັນທີ 19 ຕຸລານີ້, ທີ່ສະພາແຫ່ງຊາດ ພາຍໃຕ້ການເປັນປະທານຂອງທ່ານ ມອນໄຊ ລາວມົວຊົ່ງ ຮອງປະທານສະພາແຫ່ງຊາດ.
ເພີ່ມເຕີມ