ບົດລາຍງານຂອງລັດຖະບານ ກ່ຽວກັບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ

ສສຊ ສະເໜີ ໃຫ້ລັດຖະບານ ເບິ່ງຄືນການຂຸດຄົ້ນບໍ່ແຮ່-ຄຸນນະພາບການສຶກສາ

ສສຊ ສະເໜີ ໃຫ້ລັດຖະບານ ເບິ່ງຄືນການຂຸດຄົ້ນບໍ່ແຮ່-ຄຸນນະພາບການສຶກສາ
ບັນດາສະມາຊິກສະພາແຫ່ງຊາດ (ສສຊ) ຈາກເຂດເລືອກຕັ້ງຕ່າງໆ ໄດ້ສືບຕໍ່ປະກອບຄໍາເຫັນໃສ່ບົດລາຍງານຂອງລັດຖະບານ ກ່ຽວກັບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ, ແຜນງົບປະມານແຫ່ງລັດ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 8

ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 20 ພະຈິກນີ້, ບັນດາ ສສຊ ໄດ້ສະເໜີ ໃຫ້ລັດຖະບານ ສືບຕໍ່ແກ້ໄຂ ບັນຫາສຳຄັນ ຕິດພັນກັບການພັດທະນາເສດຖະກິດ-ສັງຄົມ ຂອງປະເທດ ເປັນຕົ້ນ ການພັດທະນາຊົນນະບົດ ແລະ ລຶບລ້າງຄວາມທຸກຍາກ, ການລົງທຶນຂອງບັນດາໂຄງການຕ່າງໆ.
ທ່ານ ນາງ ເກດມະນີ ບັນດາສັກ ສສຊ ເຂດເລືອກຕັ້ງທີ 1 ນະຄອນຫຼວງວຽງຈັນ ໄດ້ມີຄໍາເຫັນຫຼາຍບັນຫາ ໂດຍສະເພາະແມ່ນການຂຸດຄົ້ນບໍ່ແຮ່ ໃນນະຄອນຫຼວງວຽງຈັນ ທີ່ມີການຂະຫຍາຍຕົວ ຊຶ່ງໃນສະພາປະຊາຊົນນະຄອນຫຼວງວຽງຈັນ ໃນສະໄໝສາມັນເທື່ອທີ 6 ແມ່ນມີຄໍາເຫັນເປັນເອກະພາບກັນວ່າບໍ່ເຫັນດີໃຫ້ສືບຕໍ່ ຫຼື ຂະຫຍາຍການຂຸດຄົ້ນ ແຕ່ຄວາມເປັນຈິງແລ້ວ ການຂຸດຄົ້ນຍັງມີການຂະຫຍາຍຕົວ ຊຶ່ງຈຸດນີ້ແມ່ນບັນຫາທີ່ບັນດາສະມາຊິກສະພາໄດ້ເອົາໃຈໃສ່ຕິດຕາມ ໂດຍສະເພາະແມ່ນ ການຂຸດຄົ້ນເກືອກາຣີ ຢູ່ເມືອງປາກງື່ມ ແມ່ນອັນຕະລາຍຫຼາຍ ເນື່ອງ ຈາກວ່າການເຈາະແມ່ນ ເລິກເຖິງ 600 ແມັດ ຊຶ່ງມັນໄດ້ສ້າງຄວາມເສຍຫາຍໃນໄລຍະຍາວ ເພາະໃນບໍລິເວນທີ່ມີການຂຸດຄົ້ນ ແມ່ນຕັ້ງຢູ່ແຄມນໍ້າງື່ມ ແລະ ນໍ້າຂອງ ຖ້າເຮົາມີການຂຸດຄົ້ນໄປເລື້ອຍໆ ໃນອະນາຄົດ ອາດຈະເຮັດໃຫ້ດິນມີການເຊາະເຈື່ອນ ແລະ ສ້າງຄວາມເສຍຫາຍມະຫາສານຈົນປະເມີນບໍ່ໄດ້ ສະນັ້ນ, ຈຶ່ງຢາກໃຫ້ພາກສ່ວນທີ່ກ່ຽວຂ້ອງສັງລວມ ກ່ຽວກັບການຂຸດຄົ້ນໃນນະຄອນຫຼວງວ່າມີຈັກເມືອງ, ຈັກໂຄງການ ເພື່ອເປັນແນວທາງໃຫ້ສະມາຊິກສະພາແຫ່ງຊາດໄດ້ຕິດຕາມ ກວດກາ ວ່າໂຄງການດັ່ງກ່າວ ໄດ້ມາດຕະຖານ ຫຼື ບໍ່.
ອີກບັນຫາໜຶ່ງ ຂໍມີຄໍາເຫັນຕໍ່ວຽກງານການສຶກສາ ທີ່ບໍ່ມີຄຸນນະພາບ ຊຶ່ງເກີດຈາກຫຼາຍປັດໄຈ ເປັນຕົ້ນ ຄູບໍ່ມີຄຸນນະພາບໃນການສິດສອນທີ່ດີ, ຍ້ອນນັກຮຽນ ບໍ່ມີຄວາມກະຕືລືລົ້ນໃນການສຶກສາຮໍ່າຮຽນ, ຜູ້ປົກຄອງ ຕ້ອງສະໜັບໜູນໃຫ້ລູກໄດ້ສຶກສາຮໍ່າຮຽນ ແລະ ສິ່ງແວດລ້ອມສັງຄົມ ກໍເປັນສ່ວນສໍາຄັນທີ່ເຮັດໃຫ້ວຽກງານການສຶກສາຫຼຸດລົງຫຼາຍ ເວົ້າສະເພາະ ໃນນະຄອນຫຼວງວຽງຈັນ ການສຶກສາໃນເຂດຕົວເມືອງ ແລະ ຊົນນະບົດແມ່ນແຕກຕ່າງກັນຫຼາຍ ເນື່ອງຈາກວ່າ ເຂດຊົນນະບົດ ແມ່ນຂາດຄູ, ຄູຄົນດຽວ ສອນຫຼາຍວິຊາ ຈຶ່ງເຮັດໃຫ້ການສຶກສາ ບໍ່ມີຄຸນພາບ, ພ້ອມດຽວກັນ ຈໍານວນນັກຮຽນ ທີ່ເຂົ້າຮຽນກໍຫຼຸດລົງຫຼາຍ ຕໍ່ກັບບັນຫານີ້ ຂໍໃຫ້ກະຊວງສຶກສາທິການ ແລະ ກີລາເອົາໃຈໃສ່ຕື່ມ ຄວນມີຈຸດສຸມໃສ່ການສຶກສາ ໃນເຂດຫ່າງໄກສອກຫຼີກ ເພື່ອເຮັດໃຫ້ນັກຮຽນ ມີຄວາມສົນໃຈໃນການສຶກສາຫຼາຍຂຶ້ນ.
ແນວໃດກໍດີ ຕໍ່ວຽກນີ້ ມັນຕິດພັນກັບງົບປະມານທີ່ມີ ຊຶ່ງລັດຖະບານຈະຕ້ອງໄດ້ສຸມໃສ່ຢ່າງຈິງຈັງເພື່ອສ້າງການປ່ຽນແປງໃນລະບົບການສຶກສາໃນໄລຍະຍາວ.
ຂ່າວ-ພາບ: ຍຸພິນທອງ

ຄໍາເຫັນ

ຂ່າວການເມືອງ

ຜົນສໍາເລັດກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

ຜົນສໍາເລັດກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

ທ່ານ ບຸນຈັນ ສີວົງພັນ ຮອງປະທານສະພາແຫ່ງຊາດ ຕາງໜ້າຄະນະປະຈຳສະພາແຫ່ງຊາດ ຫົວໜ້າກອງເລຂານຸການກອງປະຊຸມ ໄດ້ຖະແຫຼງຂ່າວຕໍ່ສື່ມວນຊົນ ກ່ຽວກັບຜົນສໍາເລັດຂອງການດໍາເນີນກອງປະຊຸມສະ ໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ໃນວັນທີ 21 ຕຸລານີ້ ທີ່ສະພາແຫ່ງຊາດ.
ຜົນການພິຈາລະນາຮັບຮອງເອົາກົດໝາຍຈໍານວນ 8 ສະບັບ

ຜົນການພິຈາລະນາຮັບຮອງເອົາກົດໝາຍຈໍານວນ 8 ສະບັບ

ທ່ານ ກອງແກ້ວ ໄຊສົງຄາມ ຮອງປະທານສະພາແຫ່ງຊາດ ໄດ້ຖະແຫຼງຂ່າວກ່ຽວກັບຜົນການພິຈາລະນາຮັບຮອງເອົາກົດໝາຍຈໍານວນ 8 ສະບັບຕໍ່ສື່ມວນຊົນ ໃນວັນທີ 21 ຕຸລານີ້ ທີ່ສະພາແຫ່ງຊາດ ວ່າ: ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ໄດ້ສຸມໃສ່ພິຈາລະນາບັນດາຮ່າງກົດໝາຍຈໍານວນ 8 ສະບັບ. ໃນນັ້ນ, ມີກົດໝາຍສ້າງໃໝ່ 1 ສະບັບ ແລະ ປັບປຸງ 7 ສະບັບ.
ສສຊ ມີຄໍາເຫັນຕໍ່ຮ່າງກົດໝາຍວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ສສຊ ມີຄໍາເຫັນຕໍ່ຮ່າງກົດໝາຍວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ສະມາຊິກສະພາແຫ່ງຊາດ (ສຊຊ) ໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ໃນວັນທີ 20 ຕຸລານີ້, ທີ່ສະພາແຫ່ງຊາດ ໂດຍການເປັນປະທານຂອງທ່ານ ວິໄລວົງ ບຸດດາຄໍາ ຮອງປະທານສະພາແຫ່ງຊາດ.
ຜົນສຳເລັດ ການພິຈາລະນາຮັບຮອງແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ

ຜົນສຳເລັດ ການພິຈາລະນາຮັບຮອງແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ

ທ່ານ ວິໄລວົງ ບຸດດາຄໍາ ຮອງປະທານສະພາແຫ່ງຊາດ ໄດ້ຖະແຫຼງຂ່າວກ່ຽວກັບຜົນສຳເລັດການພິຈາ ລະນາຮັບຮອງແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ, ແຜນງົບປະມານແຫ່ງລັດ, ແຜນເງິນຕາປີ 2026 ແລະ ທິດທາງແຜນການປີ 2027 ໃນວັນທີ 20 ຕຸລານີ້, ທີ່ສະພາແຫ່ງຊາດ.
ສະເໜີປັບປຸງກົດໝາຍວ່າດ້ວຍ ການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ສະເໜີປັບປຸງກົດໝາຍວ່າດ້ວຍ ການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີຕໍ່ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ໃນວັນທີ 20 ຕຸລານີ້, ທີ່ສະພາແຫ່ງຊາດ ພາຍໃຕ້ການເປັນປະທານຂອງທ່ານ ວິໄລວົງ ບຸດດາຄໍາ ຮອງປະທານສະພາແຫ່ງຊາດ.
ສສຊເຂດ 11 ບໍລິຄຳໄຊ ມີຄໍາເຫັນຕໍ່ຮ່າງກົດໝາຍວ່າດ້ວຍລັດຖະບານ

ສສຊເຂດ 11 ບໍລິຄຳໄຊ ມີຄໍາເຫັນຕໍ່ຮ່າງກົດໝາຍວ່າດ້ວຍລັດຖະບານ

ທ່ານສອນທະນູທໍາມະວົງສະມາຊິກສະພາແຫ່ງຊາດ (ສສຊ) ປະຈໍາເຂດເລືອກຕັ້ງທີ 11 ແຂວງບໍລິຄໍາໄຊໄດ້ປະກອບຄຳເຫັນໃສ່ຮ່າງກົດໝາຍວ່າດ້ວຍລັດຖະບານ(ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດຊຸດທີ X ໃນວັນທີ 16ຕຸລາຜ່ານມາ,ທີ່ສະພາແຫ່ງຊາດໂດຍການເປັນປະທານຂອງທ່ານນາງສູນທອນໄຊຍະຈັກຮອງປະທານສະພາແຫ່ງຊາດ.
ສສຊ ຄຳມ່ວນ ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການປົກປ້ອງເງິນຝາກ

ສສຊ ຄຳມ່ວນ ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການປົກປ້ອງເງິນຝາກ

​ບັນດາສະມາຊິກສະພາແຫ່ງຊາດ (ສສຊ) ໄດ້ເອົາໃຈໃສ່ປະກອບຄຳເຫັນຕໍ່ຮ່າງກົດ ໝາຍ ວ່າດ້ວຍການປົກປ້ອງເງິນຝາກ ຊຶ່ງເປັນສະບັບສ້າງໃໝ່ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ໃນວັນທີ 19 ຕຸລານີ້, ທີ່ສະພາແຫ່ງຊາດ ໂດຍການເປັນປະທານຂອງທ່ານ ກອງແກ້ວ ໄຊສົງຄາມ ຮອງປະທານສະພາແຫ່ງຊາດ.
ສສຊ ເຂດ 10 ປະກອບຄໍາເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການປົກປ້ອງເງິນຝາກ

ສສຊ ເຂດ 10 ປະກອບຄໍາເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການປົກປ້ອງເງິນຝາກ

ສະມາຊິກສະພາແຫ່ງຊາດ (ສສຊ) ໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການປົກປ້ອງເງິນຝາກ ຊຶ່ງເປັນກົດໝາຍສະບັບສ້າງໃໝ່ ປະກອບດ້ວຍ VIII ພາກ, 8 ໝວດ ແລະ 66 ມາດຕາ ຕໍ່ກອງປະຊຸມສະ ໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ໃນວັນທີ 19 ຕຸລານີ້ ທີ່ສະພາແຫ່ງຊາດ ໂດຍການເປັນປະທານຂອງທ່ານ ກອງແກ້ວ ໄຊສົງຄາມ ຮອງປະທານສະພາແຫ່ງຊາດ.
ທ່ານ ນະຄະເສນ ສີຫາລາດ ສະເໜີ 4 ຈຸດສຳຄັນ ຕໍ່ຮ່າງກົດໝາຍວ່າດ້ວຍລັດຖະບານ

ທ່ານ ນະຄະເສນ ສີຫາລາດ ສະເໜີ 4 ຈຸດສຳຄັນ ຕໍ່ຮ່າງກົດໝາຍວ່າດ້ວຍລັດຖະບານ

ທ່ານ ນະຄະເສນ ສີຫາລາດ ສະມາຊິກສະພາແຫ່ງຊາດ ປະຈໍາເຂດເລືອກຕັ້ງທີ 1 ນະຄອນຫຼວງ ວຽງຈັນ (ນວ) ໄດ້ປະກອບຄໍາເຫັນໃສ່ຮ່າງກົດໝາຍ ວ່າດ້ວຍລັດຖະບານ (ສະບັບປັບປຸງ) ຕໍ່ກອງປະຊຸມສະ ໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ໃນວັນທີ 16 ຕຸລາຜ່ານມາ, ທີ່ສະພາແຫ່ງຊາດ ໂດຍການເປັນປະທານຂອງທ່ານ ນາງ ສູນທອນ ໄຊຍະຈັກ ຮອງປະທານສະພາແຫ່ງຊາດ.
ສະເໜີປັບປຸງການສ້າງກົດໝາຍ ວ່າດ້ວຍການປົກປ້ອງເງິນຝາກ

ສະເໜີປັບປຸງການສ້າງກົດໝາຍ ວ່າດ້ວຍການປົກປ້ອງເງິນຝາກ

ທ່ານ ນາງ ບຸນຄໍາ ວໍລະຈິດ ຜູ້ວ່າການທະນາຄານແຫ່ງສປປລາວ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນໃນການປັບປຸງການສ້າງກົດໝາຍ ວ່າດ້ວຍການປົກປ້ອງເງິນຝາກ ຊຶ່ງເປັນກົດໝາຍສ້າງໃໝ່ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ໃນວັນທີ 19 ຕຸລານີ້, ທີ່ສະພາແຫ່ງຊາດ ພາຍໃຕ້ການເປັນປະທານຂອງທ່ານ ມອນໄຊ ລາວມົວຊົ່ງ ຮອງປະທານສະພາແຫ່ງຊາດ.
ເພີ່ມເຕີມ