ກອງປະຊຸມສະໄໝສາມັນ ເທື່ອທີ 8 ຂອງສະພາແຫ່ງຊາດ ຊຸດທີ IX

ສສຊ ສະເໜີໃຫ້ລັດຖະບານ ແກ້ໄຂຫຼາຍບັນຫາ ທີ່ຕິດພັນກັບການພັດທະນາເສດຖະກິດ-ສັງຄົມ

ສສຊ ສະເໜີໃຫ້ລັດຖະບານ ແກ້ໄຂຫຼາຍບັນຫາ ທີ່ຕິດພັນກັບການພັດທະນາເສດຖະກິດ-ສັງຄົມ
ໃນວາລະດຳເນີນກອງປະຊຸມສະໄໝສາມັນ ເທື່ອທີ 8 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 19 ພະຈິກ ນີ້, ບັນດາສະມາຊິກສະພາແຫ່ງຊາດ(ສສຊ)

ໄດ້ສືບຕໍ່ປະກອບຄຳຄິດຄຳເຫັນໃສ່ບົດລາຍງານ ຂອງລັດຖະບານໂດຍສສຊ ໄດ້ສະເໜີໃຫ້ລັດຖະບານ ສືບຕໍ່ແກ້ໄຂຫຼາຍບັນຫາສຳຄັນ ຕິດພັນກັບການພັດທະນາເສດຖະກິດ-ສັງຄົມ ຂອງປະເທດເປັນຕົ້ນ:ດ້ານການສຶກສາ, ການລົງທຶນຂອງບັນດາໂຄງການຕ່າງໆ, ສາທາລະນະສຸກ, ການຄຸ້ມຄອງປົກປັກຮັກສາເສັ້ນທາງຫຼວງແຫ່ງຊາດ, ການປະຕິຮູບວິສາຫະກິດ ແລະ ອື່ນໆ.

ທ່ານ ພົຕ ສາຍໃຈ ກົມມະສິດ ສະມາຊິກສະພາແຫ່ງຊາດ ປະຈໍາເຂດເລືອກຕັ້ງທີ 5 ແຂວງບໍ່ແກ້ວ ໄດ້ມີຄຳເຫັນກ່ຽວກັບການຈັດເກັບລາຍຮັບຈາກໂຄງການບໍ່ແຮ່, ປັດຈຸບັນ ຂັ້ນສູນກາງ ແລະ ທ້ອງຖິ່ນ ໄດ້ອະນຸມັດໂຄງການສໍາຫຼວດ, ການປຸງແຕ່ງແຮ່ທາດ ມີທັງໝົດ 1,000 ກວ່າບໍລິສັດ, ມີ 1,200 ກວ່າກິດຈະກໍາ ແຕ່ເມື່ອມາເບິ່ງການຈັດເກັບລາຍຮັບຈາກພາກສ່ວນກ່ຽວຂ້ອງແລ້ວເຫັນວ່າບໍ່ສົມສ່ວນ, ການເກັບລາຍຮັບແມ່ນຫຼຸດລົງ ທຽບໃສ່ປີ 2023. ສະນັ້ນ, ຢາກໃຫ້ລັດຖະບານ ລາຍງານຄືນກ່ຽວກັບໂຕເລກຜ່ານການປະເມີນ ໄດ້ໂຈະ, ໄດ້ຖອນຄືນໂຄງການ ມາເປັນຂອງລັດຖະບານມີຈັກໂຄງການ ໃນຈໍານວນ 1,000 ກວ່າໂຄງການ.

ສຳລັບການແກ້ໄຂພາຫະນະທີ່ນໍາເຂົ້າບໍ່ຖືກຕ້ອງ ບັນຫາດັ່ງກ່າວ, ຢູ່ໃນ 5 ແຂວງພາກເໜືອມີ 5,800 ກວ່າຄັນ ສະເໜີໃຫ້ລັດຖະບານໄດ້ຮີບຮ້ອນລົງສົມທົບກັບບັນດາແຂວງ, ລົງໄປເບິ່ງສະພາບຄວາມເປັນຈິງ ແລະ ແກ້ໄຂໃຫ້ຖືກຕ້ອງຕາມຂະບວນການ. ສ່ວນໂຄງການກໍ່ສ້າງຕາຝັ່ງເຈື່ອນ ຢູ່ບັນດາແຂວງພາກເໜືອ ແລະ ພາກໃຕ້ ເວົ້າສະເພາະ ຢູ່ແຂວງບໍ່ແກ້ວ ແມ່ນມີຜົນກະທົບຫຼາຍໃນໄລຍະລະດູຝົນ ສ້າງຜົນເສຍຫາຍຕໍ່ບ້ານເຮືອນຂອງປະຊາຊົນ ແລະ ເສັ້ນທາງ ທີ່ຢູ່ລຽບແຄມນ້ຳ ໄດ້ຮັບຄວາມເສຍຫາຍ ທັງນີ້, ຍ້ອນວ່າຂາດງົບປະມານ ໃນການກໍ່ສ້າງ.

ທ່ານ ວໍລະສິດ ສິວົງດາວ ສສຊ ເຂດເລືອກຕັ້ງທີ 13 ແຂວງສະຫວັນນະເຂດ ມີຄຳເຫັນວ່າ: ຜ່ານການລົງຊຸກຍູ້ຕິດຕາມກວດກາວຽກງານການສຶກສາ ເຫັນວ່າຂົງເຂດການສຶກສານັ້ນແມ່ນໜ້າເປັນຫ່ວງຫຼາຍ ເປັນຕົ້ນແມ່ນຄຸນນະພາບການສຶກສາຍັງຕໍ່າ ໂດຍສະເພາະຢູ່ໃນເຂດຊົນນະບົດ ການປະລະການຮຽນ ແມ່ນປະລະແຕ່ຢູ່ຊັ້ນປະຖົມ, ສໍາລັບ ເຂດຕົວເມືອງ ແມ່ນປະລະຂັ້ນມັດທະຍົມ ເພາະວ່າຍ້ອນສະພາບເສດຖະກິດ ຈຶ່ງພາກັນຫຼັ່ງໄຫຼໄປເຮັດວຽກ. ສະນັ້ນ, ສະເໜີລັດຖະບານ ເອົາໃຈໃສ່ຮີບຮ້ອນແກ້ໄຂແທ້ໆ. ສຳລັບສາເຫດທີ່ພາໃຫ້ເກີດການປະລະການຮຽນ ແລະ ຄຸນນະພາບການສຶກສາຕໍ່າ ອັນທີ່ໜຶ່ງແມ່ນຍ້ອນຄູສອນບໍ່ພຽງພໍ ຕ້ອງໄດ້ສອນຫ້ອງຄວບ,ເມື່ອເປັນເຊັ່ນນັ້ນກໍບໍ່ສາມາດຮັບປະກັນຄຸນນະພາບການສຶກສາໄດ້. ສໍາລັບ ແຂວງສະຫວັນນະເຂດ ແມ່ນມີໂຮງຮຽນ 2 ພັນກວ່າແຫ່ງ ມີອະນຸບານ, ປະຖົມ ແລະ ມັດທະຍົມ ມີຄູສອນພຽງແຕ່ 8 ພັນຄົນ, ໃນນັ້ນ ຄູອາສາສະໝັກ 1,600 ຄົນ ເມື່ອສະເລ່ຍແລ້ວໂຮງຮຽນແຫ່ງໜຶ່ງຈະມີຄູສອນປະມານ 4 ຄົນ. ອັນທີສອງ ຫຼັກສູດການສຶກສາໃໝ່ນີ້ ກໍເປັນບັນຫາ ເພາະວ່າຢູ່ຊົນນະບົດ ບໍ່ມີໂຮງຮຽນອະນຸບານ ບໍ່ມີໂຮງຮຽນປ.ກຽມ, ບໍ່ໄດ້ຮຽນພະຍັນຊະນະ, ສະຫຼະ ບໍ່ຄືໂຮງຮຽນໃນຕົວເມືອງ. ອີກບັນຫາໜຶ່ງ ແມ່ນຍ້ອນບັນຫາເສດຖະກິດຂອງຄອບຄົວ.

ສໍາລັບ ການແກ້ໄຂນັ້ນ, ຕ້ອງໄດ້ເພີ່ມຄູສອນໃຫ້ພຽງພໍ ຢ່າງໜ້ອຍຫ້ອງໜຶ່ງຕ້ອງມີຄູ 1 ຄົນ ຮັບຜິດຊອບ, ພ້ອມນີ້, ລັດຖະບານຕ້ອງໄດ້ສະໜອງງົບປະມານໃຫ້, ບໍ່ມີກໍຕ້ອງໄດ້ຊອກຊ່ອງທາງຫາວິທີແກ້, ພ້ອມທັງ ແກ້ໄຂຫຼັກສູດການສຶກສາ ຄືນໃໝ່, ທົບທວນຄືນໃໝ່ ແລະ ອື່ນໆ.

ທ່ານ ຄໍາແສນ ສີສະວົງ ສະມາຊິກສະພາແຫ່ງຊາດ ປະຈໍາເຂດເລືອກຕັ້ງທີ 9 ແຂວງຊຽງຂວາງ ມີຄຳເຫັນສະເໜີໃຫ້ລັດຖະບານ ແກ້ໄຂຫຼາຍບັນຫາ ໂດຍສະເພາະດ້ານການສຶກສາ ເຫັນວ່າຄຸນນະພາບການສຶກສາມີລັກສະນະຖົດຖອຍລົງ ໃນຊຸມປີຜ່ານມານີ້, ສະນັ້ນ, ເພື່ອສືບຕໍ່ຍົກລະດັບການສຶກສາໃຫ້ທຽບທັນກັບປະເທດໃນພາກພື້ນອາຊຽນ ສະເໜີໃຫ້ລັດຖະບານ ທຸ້ມງົບປະມານໃສ່ການສຶກສາ ໂດຍສະເພາະການສຶກສາຢູ່ເຂດຫ່າງໄກສອກຫຼີກ ແລະ ອື່ນໆ.

ຂ່າວ-ພາບ: ຍຸພິນທອງ- ເກດສະໜາ

ຄໍາເຫັນ

ຂ່າວການເມືອງ

ຜົນສໍາເລັດກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

ຜົນສໍາເລັດກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

ທ່ານ ບຸນຈັນ ສີວົງພັນ ຮອງປະທານສະພາແຫ່ງຊາດ ຕາງໜ້າຄະນະປະຈຳສະພາແຫ່ງຊາດ ຫົວໜ້າກອງເລຂານຸການກອງປະຊຸມ ໄດ້ຖະແຫຼງຂ່າວຕໍ່ສື່ມວນຊົນ ກ່ຽວກັບຜົນສໍາເລັດຂອງການດໍາເນີນກອງປະຊຸມສະ ໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ໃນວັນທີ 21 ຕຸລານີ້ ທີ່ສະພາແຫ່ງຊາດ.
ຜົນການພິຈາລະນາຮັບຮອງເອົາກົດໝາຍຈໍານວນ 8 ສະບັບ

ຜົນການພິຈາລະນາຮັບຮອງເອົາກົດໝາຍຈໍານວນ 8 ສະບັບ

ທ່ານ ກອງແກ້ວ ໄຊສົງຄາມ ຮອງປະທານສະພາແຫ່ງຊາດ ໄດ້ຖະແຫຼງຂ່າວກ່ຽວກັບຜົນການພິຈາລະນາຮັບຮອງເອົາກົດໝາຍຈໍານວນ 8 ສະບັບຕໍ່ສື່ມວນຊົນ ໃນວັນທີ 21 ຕຸລານີ້ ທີ່ສະພາແຫ່ງຊາດ ວ່າ: ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ໄດ້ສຸມໃສ່ພິຈາລະນາບັນດາຮ່າງກົດໝາຍຈໍານວນ 8 ສະບັບ. ໃນນັ້ນ, ມີກົດໝາຍສ້າງໃໝ່ 1 ສະບັບ ແລະ ປັບປຸງ 7 ສະບັບ.
ສສຊ ມີຄໍາເຫັນຕໍ່ຮ່າງກົດໝາຍວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ສສຊ ມີຄໍາເຫັນຕໍ່ຮ່າງກົດໝາຍວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ສະມາຊິກສະພາແຫ່ງຊາດ (ສຊຊ) ໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ໃນວັນທີ 20 ຕຸລານີ້, ທີ່ສະພາແຫ່ງຊາດ ໂດຍການເປັນປະທານຂອງທ່ານ ວິໄລວົງ ບຸດດາຄໍາ ຮອງປະທານສະພາແຫ່ງຊາດ.
ຜົນສຳເລັດ ການພິຈາລະນາຮັບຮອງແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ

ຜົນສຳເລັດ ການພິຈາລະນາຮັບຮອງແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ

ທ່ານ ວິໄລວົງ ບຸດດາຄໍາ ຮອງປະທານສະພາແຫ່ງຊາດ ໄດ້ຖະແຫຼງຂ່າວກ່ຽວກັບຜົນສຳເລັດການພິຈາ ລະນາຮັບຮອງແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ, ແຜນງົບປະມານແຫ່ງລັດ, ແຜນເງິນຕາປີ 2026 ແລະ ທິດທາງແຜນການປີ 2027 ໃນວັນທີ 20 ຕຸລານີ້, ທີ່ສະພາແຫ່ງຊາດ.
ສະເໜີປັບປຸງກົດໝາຍວ່າດ້ວຍ ການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ສະເໜີປັບປຸງກົດໝາຍວ່າດ້ວຍ ການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີຕໍ່ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ໃນວັນທີ 20 ຕຸລານີ້, ທີ່ສະພາແຫ່ງຊາດ ພາຍໃຕ້ການເປັນປະທານຂອງທ່ານ ວິໄລວົງ ບຸດດາຄໍາ ຮອງປະທານສະພາແຫ່ງຊາດ.
ສສຊເຂດ 11 ບໍລິຄຳໄຊ ມີຄໍາເຫັນຕໍ່ຮ່າງກົດໝາຍວ່າດ້ວຍລັດຖະບານ

ສສຊເຂດ 11 ບໍລິຄຳໄຊ ມີຄໍາເຫັນຕໍ່ຮ່າງກົດໝາຍວ່າດ້ວຍລັດຖະບານ

ທ່ານສອນທະນູທໍາມະວົງສະມາຊິກສະພາແຫ່ງຊາດ (ສສຊ) ປະຈໍາເຂດເລືອກຕັ້ງທີ 11 ແຂວງບໍລິຄໍາໄຊໄດ້ປະກອບຄຳເຫັນໃສ່ຮ່າງກົດໝາຍວ່າດ້ວຍລັດຖະບານ(ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດຊຸດທີ X ໃນວັນທີ 16ຕຸລາຜ່ານມາ,ທີ່ສະພາແຫ່ງຊາດໂດຍການເປັນປະທານຂອງທ່ານນາງສູນທອນໄຊຍະຈັກຮອງປະທານສະພາແຫ່ງຊາດ.
ສສຊ ຄຳມ່ວນ ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການປົກປ້ອງເງິນຝາກ

ສສຊ ຄຳມ່ວນ ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການປົກປ້ອງເງິນຝາກ

​ບັນດາສະມາຊິກສະພາແຫ່ງຊາດ (ສສຊ) ໄດ້ເອົາໃຈໃສ່ປະກອບຄຳເຫັນຕໍ່ຮ່າງກົດ ໝາຍ ວ່າດ້ວຍການປົກປ້ອງເງິນຝາກ ຊຶ່ງເປັນສະບັບສ້າງໃໝ່ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ໃນວັນທີ 19 ຕຸລານີ້, ທີ່ສະພາແຫ່ງຊາດ ໂດຍການເປັນປະທານຂອງທ່ານ ກອງແກ້ວ ໄຊສົງຄາມ ຮອງປະທານສະພາແຫ່ງຊາດ.
ສສຊ ເຂດ 10 ປະກອບຄໍາເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການປົກປ້ອງເງິນຝາກ

ສສຊ ເຂດ 10 ປະກອບຄໍາເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການປົກປ້ອງເງິນຝາກ

ສະມາຊິກສະພາແຫ່ງຊາດ (ສສຊ) ໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການປົກປ້ອງເງິນຝາກ ຊຶ່ງເປັນກົດໝາຍສະບັບສ້າງໃໝ່ ປະກອບດ້ວຍ VIII ພາກ, 8 ໝວດ ແລະ 66 ມາດຕາ ຕໍ່ກອງປະຊຸມສະ ໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ໃນວັນທີ 19 ຕຸລານີ້ ທີ່ສະພາແຫ່ງຊາດ ໂດຍການເປັນປະທານຂອງທ່ານ ກອງແກ້ວ ໄຊສົງຄາມ ຮອງປະທານສະພາແຫ່ງຊາດ.
ທ່ານ ນະຄະເສນ ສີຫາລາດ ສະເໜີ 4 ຈຸດສຳຄັນ ຕໍ່ຮ່າງກົດໝາຍວ່າດ້ວຍລັດຖະບານ

ທ່ານ ນະຄະເສນ ສີຫາລາດ ສະເໜີ 4 ຈຸດສຳຄັນ ຕໍ່ຮ່າງກົດໝາຍວ່າດ້ວຍລັດຖະບານ

ທ່ານ ນະຄະເສນ ສີຫາລາດ ສະມາຊິກສະພາແຫ່ງຊາດ ປະຈໍາເຂດເລືອກຕັ້ງທີ 1 ນະຄອນຫຼວງ ວຽງຈັນ (ນວ) ໄດ້ປະກອບຄໍາເຫັນໃສ່ຮ່າງກົດໝາຍ ວ່າດ້ວຍລັດຖະບານ (ສະບັບປັບປຸງ) ຕໍ່ກອງປະຊຸມສະ ໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ໃນວັນທີ 16 ຕຸລາຜ່ານມາ, ທີ່ສະພາແຫ່ງຊາດ ໂດຍການເປັນປະທານຂອງທ່ານ ນາງ ສູນທອນ ໄຊຍະຈັກ ຮອງປະທານສະພາແຫ່ງຊາດ.
ສະເໜີປັບປຸງການສ້າງກົດໝາຍ ວ່າດ້ວຍການປົກປ້ອງເງິນຝາກ

ສະເໜີປັບປຸງການສ້າງກົດໝາຍ ວ່າດ້ວຍການປົກປ້ອງເງິນຝາກ

ທ່ານ ນາງ ບຸນຄໍາ ວໍລະຈິດ ຜູ້ວ່າການທະນາຄານແຫ່ງສປປລາວ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນໃນການປັບປຸງການສ້າງກົດໝາຍ ວ່າດ້ວຍການປົກປ້ອງເງິນຝາກ ຊຶ່ງເປັນກົດໝາຍສ້າງໃໝ່ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ໃນວັນທີ 19 ຕຸລານີ້, ທີ່ສະພາແຫ່ງຊາດ ພາຍໃຕ້ການເປັນປະທານຂອງທ່ານ ມອນໄຊ ລາວມົວຊົ່ງ ຮອງປະທານສະພາແຫ່ງຊາດ.
ເພີ່ມເຕີມ