ບັນດາສະມາຊິກສະພາແຫ່ງຊາດ (ສສຊ) ຈາກເຂດເລືອກຕັ້ງຕ່າງໆ

ສສຊ ສະເໜີໃຫ້ລັດຖະບານແກ້ໄຂບັນຫາທີ່ເຄັ່ງຮ້ອນຂອງສັງຄົມ

ສສຊ ສະເໜີໃຫ້ລັດຖະບານແກ້ໄຂບັນຫາທີ່ເຄັ່ງຮ້ອນຂອງສັງຄົມ
ບັນດາສະມາຊິກສະພາແຫ່ງຊາດ (ສສຊ) ຈາກເຂດເລືອກຕັ້ງຕ່າງໆ ໄດ້ປະກອບຄໍາເຫັນໃສ່ບົດລາຍງານຂອງລັດຖະບານ ກ່ຽວກັບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ, ແຜນງົບປະມານແຫ່ງລັດ ຕໍ່ກອງປະຊຸມກອງປະຊຸມສະໄໝສາມັນ ເທື່ອທີ 8

ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 19 ພະຈິກນີ້ ໂດຍການເປັນປະທານຂອງ ທ່ານ ນາງ ສູນທອນ ໄຊຍະຈັກ ຮອງປະທານສະພາແຫ່ງຊາດ ໂດຍສະເພາະ ສສຊ ຈາກເຂດເລືອກຕັ້ງຕ່າງໆ ສະເໜີໃຫ້ລັດຖະບານແກ້ໄຂຫຼາຍບັນຫາທີ່ເຄັ່ງຮ້ອນຂອງສັງຄົມ.

ທ່ານ ສາຍທອງ ໄຊຍະວົງ ສສຊ ປະຈໍາເຂດເລືອກຕັ້ງ ທີ 15ແຂວງຈໍາປາສັກ ໄດ້ມີຄຳເຫັນວ່າ: ການຜະລິດເພື່ອທົດແທນການນໍາເຂົ້າ ກໍຄືການສົ່ງອອກເປັນສິ່ງທີ່ຈໍາເປັນ ແລະ ຮີບດ່ວນທີ່ພວກເຮົາຈະຕ້ອງສຸມໃສ່ແກ້ໄຂ ທັງໄລຍະສັ້ນ ແລະ ໄລຍະຍາວ ເພາະວ່າໄລຍະຜ່ານມາການຈັດຕັ້ງປະຕິບັດ, ການຜະລິດ ບໍ່ວ່າຈະເປັນອຸດສາຫະກໍາ, ກະສິກໍາຍັງເຫັນວ່າບໍ່ທັນເຄັ່ງຄັດ. ປັດຈຸບັນຈໍາເປັນຕ້ອງໄດ້ປູກ, ລ້ຽງ ເພື່ອທົດແທນການນຳເຂົ້າແລະເພື່ອສົ່ງອອກ ໂດຍສະເພາະການປູກກາເຟ, ພືດຜັກ, ຢາງພາລາ ແລະ ອື່ນໆ.ພ້ອມນັ້ນ, ສະເໜີໃຫ້ລັດຖະບານເບິ່ງຄືນສິນຄ້າປະເພດຖົ່ວລຽນທີ່ເປັນສິນຄ້າໃໝ່ ເປັນຕົ້ນທາງແຂວງພາກໃຕ້ທີ່ມີເງື່ອນໄຂປູກໄດ້ເຊັ່ນ: ແຂວງຈໍາປາສັກ ສະເໜີໃຫ້ລັດຖະບານຊຸກຍູ້ພາກທຸລະກິດທີ່ມີປະສົບການ ແລະ ມີທຶນ, ເຕັກນິກ, ມີວິຊາການ ແລະພ້ອມທີ່ຈະລົງທຶນໃນດ້ານນີ້ ເຊື່ອວ່າຈະໄດ້ຮັບຜົນທີ່ຄຸ້ມຄ່າ.

ທ່ານ ພອນສານ ວິໄລເມັ້ງ ສສຊ ປະຈໍາເຂດເລືອກຕັ້ງທີ 13 ແຂວງສະຫວັນນະເຂດ ໄດ້ສະເໜີໃຫ້ລັດຖະບານ ເອົາໃຈໃສ່ ວຽກງານການຄຸ້ມຄອງພະນັກງານ-ລັດຖະກອນ ຂຶ້ນຕື່ມໂດຍສະເພາະການໄປວຽກສວາຍ-ເລີກໄວ ເຫັນວ່າການປະຕິບັດລະບຽບລັດຖະກອນຍັງບໍ່ທັນເຂັ້ມງວດແລະຮັດກຸມ, ຖ້າບໍ່ປະຕິບັດຢ່າງເຂັ້ມງວດຈະເຮັດໃຫ້ການຈັດຕັ້ງປະຕິບັດໜ້າທີ່ຂອງພະນັກງານ-ລັດຖະກອນ ບໍ່ໄດ້ຕາມລະດັບຄາດໝາຍ.ໃນຂະນະດຽວກັນການເພີ່ມເງິນເດືອນໃຫ້ພະນັກງານ-ລັດຖະກອນ ຂັ້ນຕໍ່າຈາກ 1,850,000 ກີບເປັນ 2,200,000 ກີບໃນປີ 2025 ເຫັນວ່າຍັງຕໍ່າເມື່ອທຽບກັບຄ່າຄອງຊີບໃນປັດຈຸບັນ, ພະນັກງານບາງຄົນໄປການບໍ່ເປັນປົກກະຕິຍ້ອນບາງສາເຫດ, ໂດຍສະເພາະແມ່ນບັນຫາລາຍຮັບ, ແນວໃດກໍຕາມກໍຍັງມີຫຼາຍຄົນຢາກເຮັດວຽກນໍາລັດ ເພື່ອຢາກໃຫ້ມີອະນາຄົດທີ່ສົດໃສ. ສະນັ້ນ, ສະເໜີໃຫ້ລັດຖະບານພິຈາລະນາ ເພີ່ມເງິນເດືອນຂຶ້ນຕື່ມໃຫ້ເໝາະສົມກັບຄ່າຄອງຊີບໃນປັດຈຸບັນຈະເປັນການດີ. ພ້ອມນັ້ນ, ສະເໜີໃຫ້ລັດຖະບານແກ້ໄຂບັນຫາຄວາມຫຍຸ້ງຍາກຂອງຄົວເຮືອນ ເປັນຕົ້ນບັນຫາການສຶກສາ, ການຜະລິດ, ນໍ້າສະອາດ ແລະ ອື່ນໆ ທີ່ເຫັນວ່າບາງທ້ອງຖິ່ນຍັງຂາດເຂີນ.ດັ່ງນັ້ນ, ຕ້ອງແກ້ໄຂຄວາມທຸກຍາກດັ່ງກ່າວ ໂດຍສຸມທຶນຮອນເຂົ້າໄປຕື່ມ.

ທ່ານນາງ ມີນາພອນ ໄຊສົມພູ ສສຊ ປະຈໍາເຂດເລືອກຕັ້ງທີ 17 ແຂວງອັດຕະປຶ ຍັງມີຄໍາເຫັນວ່າ: ການແກ້ໄຂບັນຫາອັດຕາເງິນເຟີ້, ອັດຕາແລກປ່ຽນ ມີທ່າອ່ຽງຫຼຸດລົງແຕ່ລາຄາສິນຄ້າ, ບໍລິການຍັງສູງຂຶ້ນເລື້ອຍໆເນື່ອງມາຈາກ 3 ປັດໄຈຄື: ຄວາມຮັບຜິດຊອບໜ້າທີ່ການເມືອງຍັງບໍ່ທັນສູງ; ການຫັນປ່ຽນບຸກທະລຸໄປສູ່ອັນໃໝ່ທີ່ດີກວ່າເກົ່າຍັງບໍ່ທັນເຮັດໄດ້ດີເທົ່າທີ່ຄວນ; ກົນໄກບໍລິຫານຄຸ້ມຄອງຍັງບໍ່ຄ່ອງຕົວ, ພື້ນຖານການຜະລິດ ແລະ ລະບົບການຜະລິດບໍ່ທັນເຂັ້ມແຂງ ໂດຍສະເພາະການຜະລິດເປັນສິນຄ້າເພື່ອສົ່ງອອກຍັງບໍ່ທັນແຂງແຮງ, ແຕ່ການນໍາເຂົ້າສິນຄ້າຍັງຢູ່ໃນລະດັບສູງ. 3 ປັດໄຈທີ່ກ່າວມານີ້ແມ່ນມີຄວາມສຳຄັນຫຼາຍ. ດັ່ງນັ້ນ, ສະເໜີໃຫ້ລັດຖະບານສືບຕໍ່ນໍາໃຊ້ມາດຕະການທີ່ໄດ້ວາງອອກໃຫ້ປະກົດຜົນເປັນຈິງ ແລະ ເປັນຮູບປະທໍາຫຼາຍຂຶ້ນກວ່າເກົ່າ. ເຖິງວ່າມີການເກັບລາຍຮັບງົບປະມານໄດ້ຕາມແຜນ ຫຼືລື່ນແຜນການ ແຕ່ກໍຍັງມີບາງບ້ວງລາຍຮັບຍັງບໍ່ທັນບັນລຸຕາມແຜນທີ່ໄດ້ກໍານົດໄວ້ໂດຍສະເພາະລາຍຮັບທີ່ຈະມີຄວາມຍືນຍົງເປັນຕົ້ນຄ່າທໍານຽມທາງ, ອາກອນທີ່ດິນ, ອາກອນມອບເໝົາ ໂດຍສະເພາະຢູ່ແຂວງອັດຕະປື, ການປ້ອນຂໍ້ມູນທີ່ດິນເຂົ້າໃນລະບົບເສດຖະກິດຍັງມີຄວາມຫຍຸ້ງຍາກເຮັດໃຫ້ຜູ້ຊົມໃຊ້ພາຫະນະ, ຄອບຄອງສິດນໍາໃຊ້ທີ່ດິນມີລັກສະນະສັບສົນ ລວມທັງສິ່ງອໍານວຍສະດວກຕໍ່ການຈັດເກັບລາຍຮັບກໍຍັງບໍ່ທັນພຽງພໍເປັນຕົ້ນຂາດງົບປະມານ ແລະ ອຸປະກອນຮັບໃຊ້ ແລະ ອື່ນໆ. ພ້ອມນັ້ນ,ສະເໜີໃຫ້ລັດຖະບານເບິ່ງຄືນເຄື່ອງມືທີ່ທັນສະໄໝ ແມ່ນມີຄວາມສໍາຄັນແລະຈຳເປັນໃນການຈັດເກັບລາຍຮັບເພື່ອຊ່ວຍທ້ອງຖິ່ນ ເຮັດໃຫ້ການຈັດເກັບລາຍຮັບໄດ້ດີຂຶ້ນ.

ໃນໂອກາດນີ້, ບັນດາ ສສຊ ຈາກເຂດເລືອກຕັ້ງຕ່າງໆ ຍັງໄດ້ປະກອບຄໍາເຫັນໃສ່ບົດລາຍງານຂອງລັດຖະບານໃນຫຼາຍບັນຫາ ເພື່ອສະເໜີໃຫ້ລັດຖະບານ ນໍາໄປພິຈາລະນາ ແລະ ແກ້ໄຂໃນຕໍ່ໜ້າ.

ຂ່າວ: ວັນເພັງ

ຄໍາເຫັນ

ຂ່າວການເມືອງ

ຜົນສໍາເລັດກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

ຜົນສໍາເລັດກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

ທ່ານ ບຸນຈັນ ສີວົງພັນ ຮອງປະທານສະພາແຫ່ງຊາດ ຕາງໜ້າຄະນະປະຈຳສະພາແຫ່ງຊາດ ຫົວໜ້າກອງເລຂານຸການກອງປະຊຸມ ໄດ້ຖະແຫຼງຂ່າວຕໍ່ສື່ມວນຊົນ ກ່ຽວກັບຜົນສໍາເລັດຂອງການດໍາເນີນກອງປະຊຸມສະ ໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ໃນວັນທີ 21 ຕຸລານີ້ ທີ່ສະພາແຫ່ງຊາດ.
ຜົນການພິຈາລະນາຮັບຮອງເອົາກົດໝາຍຈໍານວນ 8 ສະບັບ

ຜົນການພິຈາລະນາຮັບຮອງເອົາກົດໝາຍຈໍານວນ 8 ສະບັບ

ທ່ານ ກອງແກ້ວ ໄຊສົງຄາມ ຮອງປະທານສະພາແຫ່ງຊາດ ໄດ້ຖະແຫຼງຂ່າວກ່ຽວກັບຜົນການພິຈາລະນາຮັບຮອງເອົາກົດໝາຍຈໍານວນ 8 ສະບັບຕໍ່ສື່ມວນຊົນ ໃນວັນທີ 21 ຕຸລານີ້ ທີ່ສະພາແຫ່ງຊາດ ວ່າ: ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ໄດ້ສຸມໃສ່ພິຈາລະນາບັນດາຮ່າງກົດໝາຍຈໍານວນ 8 ສະບັບ. ໃນນັ້ນ, ມີກົດໝາຍສ້າງໃໝ່ 1 ສະບັບ ແລະ ປັບປຸງ 7 ສະບັບ.
ສສຊ ມີຄໍາເຫັນຕໍ່ຮ່າງກົດໝາຍວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ສສຊ ມີຄໍາເຫັນຕໍ່ຮ່າງກົດໝາຍວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ສະມາຊິກສະພາແຫ່ງຊາດ (ສຊຊ) ໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ໃນວັນທີ 20 ຕຸລານີ້, ທີ່ສະພາແຫ່ງຊາດ ໂດຍການເປັນປະທານຂອງທ່ານ ວິໄລວົງ ບຸດດາຄໍາ ຮອງປະທານສະພາແຫ່ງຊາດ.
ຜົນສຳເລັດ ການພິຈາລະນາຮັບຮອງແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ

ຜົນສຳເລັດ ການພິຈາລະນາຮັບຮອງແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ

ທ່ານ ວິໄລວົງ ບຸດດາຄໍາ ຮອງປະທານສະພາແຫ່ງຊາດ ໄດ້ຖະແຫຼງຂ່າວກ່ຽວກັບຜົນສຳເລັດການພິຈາ ລະນາຮັບຮອງແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ, ແຜນງົບປະມານແຫ່ງລັດ, ແຜນເງິນຕາປີ 2026 ແລະ ທິດທາງແຜນການປີ 2027 ໃນວັນທີ 20 ຕຸລານີ້, ທີ່ສະພາແຫ່ງຊາດ.
ສະເໜີປັບປຸງກົດໝາຍວ່າດ້ວຍ ການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ສະເໜີປັບປຸງກົດໝາຍວ່າດ້ວຍ ການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີຕໍ່ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ໃນວັນທີ 20 ຕຸລານີ້, ທີ່ສະພາແຫ່ງຊາດ ພາຍໃຕ້ການເປັນປະທານຂອງທ່ານ ວິໄລວົງ ບຸດດາຄໍາ ຮອງປະທານສະພາແຫ່ງຊາດ.
ສສຊເຂດ 11 ບໍລິຄຳໄຊ ມີຄໍາເຫັນຕໍ່ຮ່າງກົດໝາຍວ່າດ້ວຍລັດຖະບານ

ສສຊເຂດ 11 ບໍລິຄຳໄຊ ມີຄໍາເຫັນຕໍ່ຮ່າງກົດໝາຍວ່າດ້ວຍລັດຖະບານ

ທ່ານສອນທະນູທໍາມະວົງສະມາຊິກສະພາແຫ່ງຊາດ (ສສຊ) ປະຈໍາເຂດເລືອກຕັ້ງທີ 11 ແຂວງບໍລິຄໍາໄຊໄດ້ປະກອບຄຳເຫັນໃສ່ຮ່າງກົດໝາຍວ່າດ້ວຍລັດຖະບານ(ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດຊຸດທີ X ໃນວັນທີ 16ຕຸລາຜ່ານມາ,ທີ່ສະພາແຫ່ງຊາດໂດຍການເປັນປະທານຂອງທ່ານນາງສູນທອນໄຊຍະຈັກຮອງປະທານສະພາແຫ່ງຊາດ.
ສສຊ ຄຳມ່ວນ ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການປົກປ້ອງເງິນຝາກ

ສສຊ ຄຳມ່ວນ ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການປົກປ້ອງເງິນຝາກ

​ບັນດາສະມາຊິກສະພາແຫ່ງຊາດ (ສສຊ) ໄດ້ເອົາໃຈໃສ່ປະກອບຄຳເຫັນຕໍ່ຮ່າງກົດ ໝາຍ ວ່າດ້ວຍການປົກປ້ອງເງິນຝາກ ຊຶ່ງເປັນສະບັບສ້າງໃໝ່ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ໃນວັນທີ 19 ຕຸລານີ້, ທີ່ສະພາແຫ່ງຊາດ ໂດຍການເປັນປະທານຂອງທ່ານ ກອງແກ້ວ ໄຊສົງຄາມ ຮອງປະທານສະພາແຫ່ງຊາດ.
ສສຊ ເຂດ 10 ປະກອບຄໍາເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການປົກປ້ອງເງິນຝາກ

ສສຊ ເຂດ 10 ປະກອບຄໍາເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການປົກປ້ອງເງິນຝາກ

ສະມາຊິກສະພາແຫ່ງຊາດ (ສສຊ) ໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການປົກປ້ອງເງິນຝາກ ຊຶ່ງເປັນກົດໝາຍສະບັບສ້າງໃໝ່ ປະກອບດ້ວຍ VIII ພາກ, 8 ໝວດ ແລະ 66 ມາດຕາ ຕໍ່ກອງປະຊຸມສະ ໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ໃນວັນທີ 19 ຕຸລານີ້ ທີ່ສະພາແຫ່ງຊາດ ໂດຍການເປັນປະທານຂອງທ່ານ ກອງແກ້ວ ໄຊສົງຄາມ ຮອງປະທານສະພາແຫ່ງຊາດ.
ທ່ານ ນະຄະເສນ ສີຫາລາດ ສະເໜີ 4 ຈຸດສຳຄັນ ຕໍ່ຮ່າງກົດໝາຍວ່າດ້ວຍລັດຖະບານ

ທ່ານ ນະຄະເສນ ສີຫາລາດ ສະເໜີ 4 ຈຸດສຳຄັນ ຕໍ່ຮ່າງກົດໝາຍວ່າດ້ວຍລັດຖະບານ

ທ່ານ ນະຄະເສນ ສີຫາລາດ ສະມາຊິກສະພາແຫ່ງຊາດ ປະຈໍາເຂດເລືອກຕັ້ງທີ 1 ນະຄອນຫຼວງ ວຽງຈັນ (ນວ) ໄດ້ປະກອບຄໍາເຫັນໃສ່ຮ່າງກົດໝາຍ ວ່າດ້ວຍລັດຖະບານ (ສະບັບປັບປຸງ) ຕໍ່ກອງປະຊຸມສະ ໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ໃນວັນທີ 16 ຕຸລາຜ່ານມາ, ທີ່ສະພາແຫ່ງຊາດ ໂດຍການເປັນປະທານຂອງທ່ານ ນາງ ສູນທອນ ໄຊຍະຈັກ ຮອງປະທານສະພາແຫ່ງຊາດ.
ສະເໜີປັບປຸງການສ້າງກົດໝາຍ ວ່າດ້ວຍການປົກປ້ອງເງິນຝາກ

ສະເໜີປັບປຸງການສ້າງກົດໝາຍ ວ່າດ້ວຍການປົກປ້ອງເງິນຝາກ

ທ່ານ ນາງ ບຸນຄໍາ ວໍລະຈິດ ຜູ້ວ່າການທະນາຄານແຫ່ງສປປລາວ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນໃນການປັບປຸງການສ້າງກົດໝາຍ ວ່າດ້ວຍການປົກປ້ອງເງິນຝາກ ຊຶ່ງເປັນກົດໝາຍສ້າງໃໝ່ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ໃນວັນທີ 19 ຕຸລານີ້, ທີ່ສະພາແຫ່ງຊາດ ພາຍໃຕ້ການເປັນປະທານຂອງທ່ານ ມອນໄຊ ລາວມົວຊົ່ງ ຮອງປະທານສະພາແຫ່ງຊາດ.
ເພີ່ມເຕີມ