ສສຊແຂວງອຸດົມໄຊໃຫ້ສໍາພາດກ່ຽວກັບກົດໝາຍວ່າດ້ວຍການປິ່ນປົວ

ສສຊແຂວງອຸດົມໄຊໃຫ້ສໍາພາດກ່ຽວກັບກົດໝາຍວ່າດ້ວຍການປິ່ນປົວ
ໂດຍ: ພັດ ລໍວັນໄຊ
ໃນກອງປະຊຸມສະໄໝສາມັນ ເທື່ອທີ 6  ຂອງສະພາແຫ່ງຊາດ ຊຸດທີ IX (15 ພະຈິກ 2023, ທີ່ ສພຊ)ຊຶ່ງເປັນປະທານຂອງ ທ່ານ ຄຳໃບ ດຳລັດ ຮອງປະທານສະພາແຫ່ງຊາດ. ກອງປະຊຸມໄດ້ຮັບຟັງການລາຍງານກົດໝາຍວ່າດ້ວຍການປັບປຸງຮ່າງກົດໝາຍວ່າດ້ວຍການປິ່ນປົວ ຂອງທ່ານ ບຸນແຝງ ພູມມະໄລສິດ ລັດຖະມົນຕີກະຊວງສາທາລະນະສຸກ ໃນມາດຕາ 18 ແລະ ມາດຕາ 42 ຊຶ່ງທ່ານ ລມຕ ໄດ້ປະກອບຄຳເຫັນ ຕໍ່ກົດໝາຍວ່າດ້ວຍການປິ່ນປົວ ສະບັບປັບປຸງ ຊຶ່ງສະມາຊິກສະພາແຫ່ງຊາດ (ສສຊ) ຫຼາຍທ່ານກໍມີຄວາມເຫັນໃນຫຼາຍຈຸດຢູ່ໃນບັນດາມາດຕາຕ່າງໆ,  ໂດຍສະເພາະການປັບປຸງເນື້ອໃນຜ່ານການຄົ້ນຄ້ວາພິຈາລະນາ ແລະ ເຈາະຈີ້ມ ຂອງປະທານກອງປະຊຸມ.
ທ່ານ ຄຳຈັນ ໂສຕາປະເສີດ ສສຊ ເຂດເລືອກຕັ້ງທີ 4 ແຂວງອຸດົມໄຊ ໄດ້ໃຫ້ສໍາພາດຕໍ່ນັກຂ່າວວ່າ: ກ່ຽວກັບຮ່າງບົດສະເໜີກົດໝາຍວ່າດ້ວຍການປິ່ນປົວເຊັ່ນ:ໃນກົດໝາຍມາດຕາທີ 18(ໃໝ່) ກ່ຽວກັບສູນປິ່ນປົວ ຫຼື ສູນການແພດເອກະຊົນ ກົດໝາຍໝວດນີ້ມີເນື້ອໃນວ່າ: “ສູນປິ່ນປົວ ຫຼື ສູນການແພດເອກະຊົນແມ່ນສະຖານທີ່ປິ່ນປົວຂອງເອກະຊົນທີ່ໄດ້ຮັບອະນຸຍາດຈາກກະຊວງສາທາລະນະສຸກຊຶ່ງປະກອບດ້ວຍອຸປະກອນການແພດ, ຜູ້ປະກອບວິຊາຊີບປິ່ນປົວ ແລະ ບໍ່ມີຕຽງປິ່ນປົວແຮມຄືນ ສໍາລັບຄົນເຈັບ, ສູນປິ່ນປົວ ຫຼື ສູນການແພດເອກະຊົນມີດັ່ງນີ້: 1.ສູນປິ່ນປົວທົ່ວໄປ, 2.ສູນປິ່ນປົວສະເພາະທາງ, 3.ສູນປິ່ນປົວການແພດພື້ນເມືອງ” ແລະ ມາດຕາ 42(ປັບປຸງໃໝ່) ແມ່ນ“ຄະນະກຳມະການວິຊາຊີບປິ່ນປົວ  ການຈັດຕັ້ງວິຊາຊີບໜຶ່ງທີ່ບໍ່ປະຈຳການຂຶ້ນກັບສະພາບຄຸ້ມຄອງວິຊາຊີບສາທາລະນະສຸກ, ມີພາລະບົດບາດໃນການຄຸ້ມຄອງ, ຕິດຕາມ, ກວດກາ ແລະປະເມີນຜົນດ້ານວິຊາການກ່ຽວກັບການຄວບຄຸມຄຸນນະພາບ, ຄວາມສາມາດ, ຄວາມຮັບຜິດຊອບ, ຈັນຍາບັນ, ຈັນຍາທຳ, ມາດຕະຖານການປະຕິບັດງານທີ່ດີຂອງຜູ້ປະກອບວິຊາຊີບປິ່ນປົວ, ການບໍລິການປິ່ນປົວ,ປົກປ້ອງສິດ, ຜົນປະໂຫຍດຂອງຜູ້ຮັບ ແລະ ຜູ້ໃຫ້ບໍລິການປິ່ນປົວ.” ທັງ 2 ມາດຕາດັ່ງກ່າວ ຊຶ່ງມີ ສສຊ ຫຼາຍທ່ານປະກອບຄຳເຫັນທີ່ແຕກຕ່າງກັນຢ່າງກົງໄປກົງມາ ເປັນຕົ້ນວ່າ ບໍ່ໃຫ້ເອົາປຽບຄົນເຈັບ, ໃຫ້ກຳນົດລາຄາຄ່າບໍລິການປິ່ນປົວທີ່ເໝາະສົມ ແນ່ນອນແລ້ວວ່າ ໂຮງໝໍໃຫຍ່ຈະກຳນົດຄ່າບໍລິການທີ່ສູງເນື່ອງຈາກຕ້ອງໄດ້ນຳໃຊ້ເຄື່ອງກວດທີ່ທັນສະໄໝຄົບວົງຈອນ ແລະ ໂຮງໝໍນ້ອຍໃນເຂດຊຸມຊົນຫຼື ເຂດຊົນນະບົດຈະມີລາຄາຖືກກວ່າ.
ທ່ານກ່າວຕື່ມອີກວ່າ: ມາດຕາ 6 ສິດ ແລະ ພັນທະຂອງພົນລະເມືອງໃນການປິ່ນປົວ ຢາກໃຫ້ສືບຕໍ່ໂດຍບໍ່ຈຳແນກເພດ, ໄວ, ເຜົ່າ, ເຊື້ອຊາດ, ຖານະທາງດ້ານເສດຖະກິດ-ສັງຄົມ, ລະດັບການສຶກສາ, ສາສະໜາ ແລະ ຄວາມເຊື່ອຖືລ້ວນແຕ່ມີສິດສະເໝີພາບໄດ້ຮັບການບໍລິການປິ່ນປົວໃນເວລາເຈັບເປັນ, ຕຳນິສົ່ງຂ່າວ ຫຼື ຮ້ອງທຸກ ຖ້າຕົນເຫັນວ່າການປິ່ນປົວນັ້ນ ຫາກບໍ່ຖືກຕ້ອງຕາມຫຼັກວິຊາການ, ບໍ່ຍຸຕິທຳ ແລະ ມີສິດອື່ນກ່ຽວກັບການປິ່ນປົວ ຕາມທີ່ໄດ້ກຳນົດໄວ້ໃນກົດໝາຍ ແລະ ລະບຽບການທີ່ກ່ຽວຂ້ອງ.

ຄໍາເຫັນ

ຂ່າວການເມືອງ

ຜົນສໍາເລັດກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

ຜົນສໍາເລັດກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

ທ່ານ ບຸນຈັນ ສີວົງພັນ ຮອງປະທານສະພາແຫ່ງຊາດ ຕາງໜ້າຄະນະປະຈຳສະພາແຫ່ງຊາດ ຫົວໜ້າກອງເລຂານຸການກອງປະຊຸມ ໄດ້ຖະແຫຼງຂ່າວຕໍ່ສື່ມວນຊົນ ກ່ຽວກັບຜົນສໍາເລັດຂອງການດໍາເນີນກອງປະຊຸມສະ ໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ໃນວັນທີ 21 ຕຸລານີ້ ທີ່ສະພາແຫ່ງຊາດ.
ຜົນການພິຈາລະນາຮັບຮອງເອົາກົດໝາຍຈໍານວນ 8 ສະບັບ

ຜົນການພິຈາລະນາຮັບຮອງເອົາກົດໝາຍຈໍານວນ 8 ສະບັບ

ທ່ານ ກອງແກ້ວ ໄຊສົງຄາມ ຮອງປະທານສະພາແຫ່ງຊາດ ໄດ້ຖະແຫຼງຂ່າວກ່ຽວກັບຜົນການພິຈາລະນາຮັບຮອງເອົາກົດໝາຍຈໍານວນ 8 ສະບັບຕໍ່ສື່ມວນຊົນ ໃນວັນທີ 21 ຕຸລານີ້ ທີ່ສະພາແຫ່ງຊາດ ວ່າ: ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ໄດ້ສຸມໃສ່ພິຈາລະນາບັນດາຮ່າງກົດໝາຍຈໍານວນ 8 ສະບັບ. ໃນນັ້ນ, ມີກົດໝາຍສ້າງໃໝ່ 1 ສະບັບ ແລະ ປັບປຸງ 7 ສະບັບ.
ສສຊ ມີຄໍາເຫັນຕໍ່ຮ່າງກົດໝາຍວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ສສຊ ມີຄໍາເຫັນຕໍ່ຮ່າງກົດໝາຍວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ສະມາຊິກສະພາແຫ່ງຊາດ (ສຊຊ) ໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ໃນວັນທີ 20 ຕຸລານີ້, ທີ່ສະພາແຫ່ງຊາດ ໂດຍການເປັນປະທານຂອງທ່ານ ວິໄລວົງ ບຸດດາຄໍາ ຮອງປະທານສະພາແຫ່ງຊາດ.
ຜົນສຳເລັດ ການພິຈາລະນາຮັບຮອງແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ

ຜົນສຳເລັດ ການພິຈາລະນາຮັບຮອງແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ

ທ່ານ ວິໄລວົງ ບຸດດາຄໍາ ຮອງປະທານສະພາແຫ່ງຊາດ ໄດ້ຖະແຫຼງຂ່າວກ່ຽວກັບຜົນສຳເລັດການພິຈາ ລະນາຮັບຮອງແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ, ແຜນງົບປະມານແຫ່ງລັດ, ແຜນເງິນຕາປີ 2026 ແລະ ທິດທາງແຜນການປີ 2027 ໃນວັນທີ 20 ຕຸລານີ້, ທີ່ສະພາແຫ່ງຊາດ.
ສະເໜີປັບປຸງກົດໝາຍວ່າດ້ວຍ ການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ສະເໜີປັບປຸງກົດໝາຍວ່າດ້ວຍ ການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີຕໍ່ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ໃນວັນທີ 20 ຕຸລານີ້, ທີ່ສະພາແຫ່ງຊາດ ພາຍໃຕ້ການເປັນປະທານຂອງທ່ານ ວິໄລວົງ ບຸດດາຄໍາ ຮອງປະທານສະພາແຫ່ງຊາດ.
ສສຊເຂດ 11 ບໍລິຄຳໄຊ ມີຄໍາເຫັນຕໍ່ຮ່າງກົດໝາຍວ່າດ້ວຍລັດຖະບານ

ສສຊເຂດ 11 ບໍລິຄຳໄຊ ມີຄໍາເຫັນຕໍ່ຮ່າງກົດໝາຍວ່າດ້ວຍລັດຖະບານ

ທ່ານສອນທະນູທໍາມະວົງສະມາຊິກສະພາແຫ່ງຊາດ (ສສຊ) ປະຈໍາເຂດເລືອກຕັ້ງທີ 11 ແຂວງບໍລິຄໍາໄຊໄດ້ປະກອບຄຳເຫັນໃສ່ຮ່າງກົດໝາຍວ່າດ້ວຍລັດຖະບານ(ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດຊຸດທີ X ໃນວັນທີ 16ຕຸລາຜ່ານມາ,ທີ່ສະພາແຫ່ງຊາດໂດຍການເປັນປະທານຂອງທ່ານນາງສູນທອນໄຊຍະຈັກຮອງປະທານສະພາແຫ່ງຊາດ.
ສສຊ ຄຳມ່ວນ ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການປົກປ້ອງເງິນຝາກ

ສສຊ ຄຳມ່ວນ ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການປົກປ້ອງເງິນຝາກ

​ບັນດາສະມາຊິກສະພາແຫ່ງຊາດ (ສສຊ) ໄດ້ເອົາໃຈໃສ່ປະກອບຄຳເຫັນຕໍ່ຮ່າງກົດ ໝາຍ ວ່າດ້ວຍການປົກປ້ອງເງິນຝາກ ຊຶ່ງເປັນສະບັບສ້າງໃໝ່ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ໃນວັນທີ 19 ຕຸລານີ້, ທີ່ສະພາແຫ່ງຊາດ ໂດຍການເປັນປະທານຂອງທ່ານ ກອງແກ້ວ ໄຊສົງຄາມ ຮອງປະທານສະພາແຫ່ງຊາດ.
ສສຊ ເຂດ 10 ປະກອບຄໍາເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການປົກປ້ອງເງິນຝາກ

ສສຊ ເຂດ 10 ປະກອບຄໍາເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການປົກປ້ອງເງິນຝາກ

ສະມາຊິກສະພາແຫ່ງຊາດ (ສສຊ) ໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການປົກປ້ອງເງິນຝາກ ຊຶ່ງເປັນກົດໝາຍສະບັບສ້າງໃໝ່ ປະກອບດ້ວຍ VIII ພາກ, 8 ໝວດ ແລະ 66 ມາດຕາ ຕໍ່ກອງປະຊຸມສະ ໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ໃນວັນທີ 19 ຕຸລານີ້ ທີ່ສະພາແຫ່ງຊາດ ໂດຍການເປັນປະທານຂອງທ່ານ ກອງແກ້ວ ໄຊສົງຄາມ ຮອງປະທານສະພາແຫ່ງຊາດ.
ທ່ານ ນະຄະເສນ ສີຫາລາດ ສະເໜີ 4 ຈຸດສຳຄັນ ຕໍ່ຮ່າງກົດໝາຍວ່າດ້ວຍລັດຖະບານ

ທ່ານ ນະຄະເສນ ສີຫາລາດ ສະເໜີ 4 ຈຸດສຳຄັນ ຕໍ່ຮ່າງກົດໝາຍວ່າດ້ວຍລັດຖະບານ

ທ່ານ ນະຄະເສນ ສີຫາລາດ ສະມາຊິກສະພາແຫ່ງຊາດ ປະຈໍາເຂດເລືອກຕັ້ງທີ 1 ນະຄອນຫຼວງ ວຽງຈັນ (ນວ) ໄດ້ປະກອບຄໍາເຫັນໃສ່ຮ່າງກົດໝາຍ ວ່າດ້ວຍລັດຖະບານ (ສະບັບປັບປຸງ) ຕໍ່ກອງປະຊຸມສະ ໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ໃນວັນທີ 16 ຕຸລາຜ່ານມາ, ທີ່ສະພາແຫ່ງຊາດ ໂດຍການເປັນປະທານຂອງທ່ານ ນາງ ສູນທອນ ໄຊຍະຈັກ ຮອງປະທານສະພາແຫ່ງຊາດ.
ສະເໜີປັບປຸງການສ້າງກົດໝາຍ ວ່າດ້ວຍການປົກປ້ອງເງິນຝາກ

ສະເໜີປັບປຸງການສ້າງກົດໝາຍ ວ່າດ້ວຍການປົກປ້ອງເງິນຝາກ

ທ່ານ ນາງ ບຸນຄໍາ ວໍລະຈິດ ຜູ້ວ່າການທະນາຄານແຫ່ງສປປລາວ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນໃນການປັບປຸງການສ້າງກົດໝາຍ ວ່າດ້ວຍການປົກປ້ອງເງິນຝາກ ຊຶ່ງເປັນກົດໝາຍສ້າງໃໝ່ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ໃນວັນທີ 19 ຕຸລານີ້, ທີ່ສະພາແຫ່ງຊາດ ພາຍໃຕ້ການເປັນປະທານຂອງທ່ານ ມອນໄຊ ລາວມົວຊົ່ງ ຮອງປະທານສະພາແຫ່ງຊາດ.
ເພີ່ມເຕີມ