ສື່ມວນຊົນລາວ ເພີ່ມຄວາມຮູ້ໃນການນໍາໃຊ້ເຄື່ອງມືປັນຍາປະດິດຫຼາຍຮູບແບບ

ສື່ມວນຊົນລາວ ເພີ່ມຄວາມຮູ້ໃນການນໍາໃຊ້ເຄື່ອງມືປັນຍາປະດິດຫຼາຍຮູບແບບ

ສື່ມວນຊົນລາວ ເພີ່ມຄວາມຮູ້ໃນການນໍາໃຊ້ເຄື່ອງມືປັນຍາປະດິດຫຼາຍຮູບແບບ
ຄະນະໂຄສະນາອົບຮົມສູນກາງພັກ (ຄອສພ) ຮ່ວມກັບ ກະຊວງຖະແຫຼງຂ່າວ, ວັດທະນະທໍາ, ກິລາ ແລະ ການທ່ອງທ່ຽວ ສສ ຫວຽດນາມ ຈັດຊຸດຝຶກອົບຮົມ “ທັກສະການນໍາໃຊ້ເຄື່ອງມືປັນຍາປະດິດໃນສື່ມວນຊົນຫຼາຍຮູບແບບ ຫຼາຍຊ່ອງທາງ” ແລະ “ທັກສະການຜະລິດລາຍການ, ຂ່າວ, ບົດຂ່າວ, ຜ່ານໂທລະສັບມືຖື” ຂຶ້ນໃນວັນທີ 22 ມິຖຸນານີ້
ສມວນຊນລາວ ເພມຄວາມຮໃນການນາໃຊເຄອງມປນຍາປະດດຫາຍຮບແບບ - image 1
 

ທີ່ໂຮງແຮມເມືອງແທ໋ງ ນະຄອນຫຼວງວຽງຈັນ. ເປັນກຽດເຂົ້າຮ່ວມພິທີເປີດ ໂດຍ ສະຫາຍ ວັນສີ ກົວມົວ ກໍາມະການສູນກາງພັກ ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ, ສະຫາຍ ນາງ ດັງ ທິເຟືອງຖ່າວ ຮອງຫົວໜ້າກົມສື່ມວນຊົນ ກະຊວງວັດທະນະທຳ, ກິລາ ແລະ ການທ່ອງທ່ຽວ ແຫ່ງ ສສ ຫວຽດນາມ, ບັນດາສະຫາຍ ຄູ-ອາຈານ, ວິທະຍາກອນຜູ້ຊ່ຽວຊານ ຈາກ ສສ ຫວຽດນາມ, ບັນດາສະຫາຍ ຄະນະຮັບຜິດຊອບຈັດຊຸດຝຶກອົບຮົມ ຝ່າຍລາວ ແລະ ຝ່າຍຫວຽດນາມ, ພ້ອມດ້ວຍສໍາມະນາກອນ.

ສມວນຊນລາວ ເພມຄວາມຮໃນການນາໃຊເຄອງມປນຍາປະດດຫາຍຮບແບບ - image 2
 

ຈຸດປະສົງຂອງການຝຶກອົບຮົມ ເພື່ອຍົກລະດັບຄວາມຮູ້ ແລະ ຄວາມເຂົ້າໃຈດ້ານວຽກງານສື່ມວນຊົນໃນຍຸກດີຈີຕອນ ກໍຄືທັກສະການນໍາໃຊ້ເຄື່ອງມືປັນຍາປະດິດ (AI), ເພີ່ມທັກສະການຜະລິດເນື້ອຫາຂ່າວສານ, ການຖ່າຍທຳ, ການຕັດຕໍ່ພາບ-ວີດີໂອ ຜ່ານໂທລະສັບມືຖື, ການນໍາໃຊ້ສື່ດີຈີຕອນ ແລະ ສ້າງຄວາມສາມາດໃນການນຳໃຊ້ເຕັກໂນໂລຊີ ແລະ ຊ່ອງທາງອອນລາຍ ເພື່ອເຜີຍແຜ່ຂ່າວສານໄດ້ຢ່າງມີປະສິດທິຜົນ.

ສມວນຊນລາວ ເພມຄວາມຮໃນການນາໃຊເຄອງມປນຍາປະດດຫາຍຮບແບບ - image 3
 

ສະຫາຍ ວັນສີ ກົວມົວ ກ່າວບາງເນື້ອໃນສໍາຄັນ ວ່າ: ຂ້າພະເຈົ້າ ຮູ້ສຶກເປັນກຽດຢ່າງສູງ ແລະ ມີຄວາມຍິນດີຢ່າງຍິ່ງ ທີ່ໄດ້ຕາງໜ້າໃຫ້ແກ່ ຄະນະພັກ, ຄະນະນໍາ ຂອງຄະນະໂຄສະນາອົບຮົມສູນກາງພັກ ມາຮ່ວມເປັນປະທານ ແລະ ກ່າວເປີດຊຸດຝຶກອົບຮົມວຽກງານສື່ມວນຊົນ, ກິດຈະກຳໃນມື້ນີ້ແມ່ນນິມິດໝາຍອັນສໍາຄັນຍິ່ງ, ຍ້ອນວ່າມັນແມ່ນໝາກຜົນຕົວຈິງອັນທໍາອິດ ພາຍຫຼັງທີ່ພວກເຮົາຫາກໍໄດ້ລົງນາມໃນບົດບັນທຶກຄວາມເຂົ້າໃຈ (MOU) ຮ່ວມກັນໃນວັນທີ 13 ພຶດສະພາ 2026 ຜ່ານມາ. ຊຸດຝຶກອົບຮົມຄັ້ງນີ້ ບໍ່ແມ່ນພຽງແຕ່ ການຮຽນ-ການສອນທຳມະດາ, ແຕ່ມັນຄື "ບາດກ້າວທໍາອິດ ທີ່ໜັກແໜ້ນ ຂອງ 15 ບາດກ້າວໃຫຍ່" ທີ່ພວກເຮົາຈະໄດ້ຮ່ວມກັນຈັດຕັ້ງປະຕິບັດຕະຫຼອດໄລຍະ 5 ປີ (2026-2030) ຕາມ ແຜນການທີ່ໄດ້ກຳນົດໄວ້. ສິ່ງທີ່ໜ້າພາກພູມໃຈຕື່ມອີກໃນມື້ນີ້ ແມ່ນພວກເຮົາໄດ້ເຫັນການເຕົ້າໂຮມກໍາລັງແຮງຂອງບຸກຄະລາກອນສື່ມວນຊົນລາວເຖິງ 40 ສະຫາຍ ຊຶ່ງໃນນີ້ມີນັກຮົບສື່ມວນຊົນຍິງເຖິງ 8 ສະ ຫາຍ, ທີ່ມາຈາກຫຼາກຫຼາຍພາກສ່ວນ ບໍ່ວ່າຈະເປັນ ອົງການສື່ລະດັບສູນກາງ, ສື່ກອງທັບ, ສື່ປ້ອງກັນ ຄວາມສະຫງົບ ແລະ ບັນດາສະຫາຍຈາກທ້ອງຖິ່ນຕ່າງແຂວງທົ່ວປະເທດ. ການເຂົ້າຮ່ວມຢ່າງ ພ້ອມພຽງນີ້ ສະແດງໃຫ້ເຫັນເຖິງຄວາມເປັນເອກະພາບ ແລະ ຄວາມຕື່ນຕົວໃນການພັດທະນາວຽກງານສື່ມວນຊົນຂອງພວກເຮົາໃນທຸກລະດັບ.

ດັ່ງທີ່ພວກເຮົາຮັບຮູ້ແລ້ວວ່າ, ສື່ມວນຊົນແມ່ນແນວຮົບອັນແຫຼມຄົມ ທີ່ເປັນກະບອກສຽງ ໃຫ້ແກ່ພັກ-ລັດ. ໃນຍຸກປັດຈຸບັນ, ການຕໍ່ສູ້ກັບຂ່າວປອມ (Fake News) ແລະ ຂໍ້ມູນບິດເບືອນ ຕ້ອງການເຄື່ອງມືທີ່ທັນສະໄໝ. ຊຸດຝຶກອົບຮົມ 5 ວັນນີ້ ຖືກອອກແບບມາຢ່າງກ້າວໜ້າທີ່ສຸດ ຊຶ່ງບັນດາສະຫາຍຈະບໍ່ພຽງແຕ່ໄດ້ຮຽນຮູ້ເຕັກນິກການຜະລິດສື່ຜ່ານໂທລະສັບມືຖືເທົ່ານັ້ນ, ແຕ່ຍັງຈະໄດ້ເຈາະເລິກເຖິງການນໍາໃຊ້ປັນຍາປະດິດ (AI) ຢ່າງສ້າງສັນ. ພວກສະຫາຍຈະໄດ້ຮຽນຮູ້ການສ້າງ "ຜູ້ຊ່ວຍ AI" (AI Assistant) ໂດຍບໍ່ຈໍາເປັນຕ້ອງມີພື້ນຖານການຂຽນໂປຣແກຣມ, ພ້ອມທັງຈະໄດ້ສຶກສາເຖິງໂອກາດ, ຄວາມສ່ຽງ ແລະ ຈັນຍາບັນໃນການນໍາໃຊ້ AI ຢ່າງເລິກເຊິ່ງ.

ໂອກາດດັ່ງກ່າວ, ສະຫາຍ ວັນສີ ກົວມົວ ຍັງຮຽກຮ້ອງມາຍັງສໍາມະນາກອນທຸກສະຫາຍ ຈົ່ງຍົກສູງຄວາມຮັບຜິດຊອບ, ເອົາໃຈໃສ່ຕິດຕາມຮັບຟັງ, ຕັ້ງໃຈຄົ້ນຄວ້າ, ກ້າຕັ້ງຄໍາຖາມ ແລະ ແລກປ່ຽນຄໍາຄິດຄໍາເຫັນນໍາຄູ-ອາຈານ ຢ່າງກົງໄປກົງມາ. ເພື່ອເກັບກ່ຽວເອົາບົດຮຽນອັນມີຄ່ານີ້ ໄປໝູນໃຊ້ ແລະ ພັດ ທະນາວຽກງານຢູ່ພາກສ່ວນຂອງຕົນ ໃຫ້ມີຄຸນນະພາບໃໝ່ ທີ່ວ່ອງໄວ ແລະ ແຫຼມຄົມກວ່າເກົ່າ.

(ຂ່າວ-ພາບ: ແສງຈັນ-ວັນເພັງ)

ຄໍາເຫັນ

ຂ່າວການຮ່ວມມື

ການສ້າງຄູ່ຮ່ວມຊາຕາກຳ ລາວ-ຈີນ ທີ່ເຂັ້ມແຂງໜຽວແໜ້ນ  ເພື່ອທຸກສະພາບການຂອງຍຸກໃໝ່

ການສ້າງຄູ່ຮ່ວມຊາຕາກຳ ລາວ-ຈີນ ທີ່ເຂັ້ມແຂງໜຽວແໜ້ນ ເພື່ອທຸກສະພາບການຂອງຍຸກໃໝ່

ພາຍໃຕ້ການຊີ້ນຳທາງຍຸດທະສາດຂອງປະມຸກລັດສອງປະເທດ, ລາວ ແລະ ຈີນ ໄດ້ເຊັນສັນຍາການຮ່ວມມືຫຼາຍສະບັບທີ່ກວມເອົາຂົງເຂດເສດຖະກິດດີຈີຕອນ ການພັດທະນາແບບສີຂຽວ ອຸດສາຫະກຳບໍ່ແຮ່ສີຂຽວ ແລະ ຂົງເຂດອື່ນໆ ພ້ອມທັງສືບຕໍ່ລົງເລິກການຮ່ວມມືທີ່ຕ່າງຝ່າຍຕ່າງມີຜົນປະໂຫຍດ ແລະ ມີຄຸນນະພາບສູງ.
Sabaidee JAPAN 2026 ສາມມື້ແຫ່ງການສະຫຼອງ ມິດຕະພາບ ລາວ-ຍີ່ປຸ່ນ

Sabaidee JAPAN 2026 ສາມມື້ແຫ່ງການສະຫຼອງ ມິດຕະພາບ ລາວ-ຍີ່ປຸ່ນ

ສະຖານເອກອັກຄະຣາຊະທູດຍີ່ປຸ່ນ ປະຈຳ ສປປ ລາວ ຮ່ວມກັບ ສະມາຄົມອະດີດນັກສຶກສາລາວຈາກປະເທດຍີ່ປຸ່ນ (JAOL) ໄດ້ເປັນເຈົ້າພາບຈັດງານ “Sabaidee JAPAN 2026” ໃນລະຫວ່າງວັນທີ 13-15 ພະຈິກ ຜ່ານມາ ທີ່ສວນປະຕູໄຊ. ງານດັ່ງກ່າວໄດ້ຮັບການຮ່ວມມືໃນການຈັດຕັ້ງຈາກ ມູນນິທິຍີ່ປຸ່ນ (Japan Foundation) ຫ້ອງການປະສານງານນະຄອນຫຼວງວຽງຈັນ, ອົງການຮ່ວມມືສາກົນຍີ່ປຸ່ນ JICA ປະຈຳລາວ, ອົງການສົ່ງເສີມການຄ້າຍີ່ປຸ່ນ (JETRO) ປະຈຳນະຄອນຫຼວງວຽງຈັນ, ສະພາອຸດສາຫະກຳ ແລະ ການຄ້າຍີ່ປຸ່ນ ແຫ່ງ ສປປ ລາວ ແລະ ສະຖາບັນລາວ-ຍີ່ປຸ່ນ (LJI).
ຮອງປະທານປະເທດຕ້ອນຮັບການເຂົ້າຢ້ຽມຂໍ່ານັບອໍາລາຂອງທູດຍີ່ປຸ່ນ

ຮອງປະທານປະເທດຕ້ອນຮັບການເຂົ້າຢ້ຽມຂໍ່ານັບອໍາລາຂອງທູດຍີ່ປຸ່ນ

ທ່ານ ນາງວຽງທອງ ສີພັນດອນ ຮອງປະທານປະເທດ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບອຳລາ ຂອງທ່ານ ໂຄອິຊຶມິ ຊຶໂຕະມຸ (Mr. Koizumi Tsutomu) ເອກອັກຄະຣາຊະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງ ຍີ່ປຸ່ນ ປະຈຳ ສປປ ລາວ ໃນໂອກາດສໍາເລັດການປະຕິບັດໜ້າທີ່ການທູດ ຢູ່ ສປປ ລາວ. ໃນວັນທີ 16 ພະຈິກນີ້ ທີ່ທໍານຽບປະທານປະເທດ.
ການສ້າງຄູ່ຮ່ວມຊາຕາກຳ ລາວ-ຈີນ ທີ່ເຂັ້ມແຂງໜຽວແໜ້ນ  ເພື່ອທຸກສະພາບການຂອງຍຸກໃໝ່

ການສ້າງຄູ່ຮ່ວມຊາຕາກຳ ລາວ-ຈີນ ທີ່ເຂັ້ມແຂງໜຽວແໜ້ນ ເພື່ອທຸກສະພາບການຂອງຍຸກໃໝ່

ໃນປັດຈຸບັນ, ປະເທດຈີນກຳລັງຊຸກຍູ້ການສ້າງປະເທດໃຫ້ເຂັ້ມແຂງ ແລະ ພາລະກິດອັນຍິ່ງໃຫຍ່ການຟື້ນຟູຄວາມຈະເລີນຮຸ່ງເຮືອງຂອງຊາດຢ່າງຮອບດ້ານ ດ້ວຍການຫັນເປັນທັນສະໄໝແບບຈີນ; ປະເທດລາວກຳລັງສຸມໃສ່ການຊຸກຍູ້ການຫັນເປັນອຸດສາຫະກຳ ແລະ ການຫັນເປັນທັນສະໄໝສັງຄົມນິຍົມ, ກ້າວໄປສູ່ເປົ້າໝາຍສູ້ຊົນຂອງ 100 ປີແຫ່ງການສ້າງຕັ້ງພັກຄອມມຸຍນິດຈີນ,ຊຶ່ງແມ່ນເປົ້າໝາຍສູ້ຊົນຮ່ວມກັນຂອງສອງພັກ ສອງລັດ.
ລມຕ ກະຊວງການຕ່າງປະເທດ ລາວ-ອິນໂດເນເຊຍ ພົບປະສອງຝ່າຍ ທີ່ມະນີລາ

ລມຕ ກະຊວງການຕ່າງປະເທດ ລາວ-ອິນໂດເນເຊຍ ພົບປະສອງຝ່າຍ ທີ່ມະນີລາ

ໃນວັນທີ 13 ພະຈິກຜ່ານມານີ້ ທີ່ ນະຄອນຫຼວງມານິລາ ປະເທດຟີລິບປິນ, ທ່ານ ທອງສະຫວັນ ພົມວິຫານ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ພົບປະກັບ ທ່ານ ອາມານະຖາ ຄຣິສເຕຍວານ ນາເຊຍ(ArrmanathaChristiawan Nasir) ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສາທາລະນະລັດ ອິນໂດເນເຊຍ ໃນໂອກາດ ເດີນທາງມາເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 49 ແລະ ບັນດາກອງປະຊຸມອື່ນໆທີ່ກ່ຽວ ຂ້ອງ ຊຶ່ງຈັດຂຶ້ນໃນວັນທີ 15-17 ພະຈິກ ນີ້.
ມອບ-ຮັບຈຸດກວດກາຢາເສບຕິດຢູ່ເມືອງຫົງສາ ມູນຄ່າ 280,000 ໂດລາ

ມອບ-ຮັບຈຸດກວດກາຢາເສບຕິດຢູ່ເມືອງຫົງສາ ມູນຄ່າ 280,000 ໂດລາ

ພິທີມອບ-ຮັບຈຸດກວດກາຢາເສບຕິດ ແລະ ອາຊະຍກຳທຸກປະເພດທີ່ເມືອງຫົງສາ ແຂວງໄຊຍະບູລີ ພາຍໃຕ້ໂຄງການຊ່ວຍເຫຼືອ ຈາກກອງທຶນຊັບສິນທີ່ຖືກຮິບ ຂອງອົສຕຣາລີ ແລະ ຕໍາຫຼວດແຫ່ງຊາດ ອົສຕຣາລີ ໄດ້ຈັດຂຶ້ນໃນວັນທີ 13 ພະຈິກນີ້, ທີ່ຫ້ອງການກວດກາ ແລະ ຄວບຄຸມຢາເສບຕິດ ກົມໃຫຍ່ຕຳຫຼວດ ກະຊວງ ປ້ອງກັນຄວາມສະຫງົບ (ປກສ), ເຂົ້າຮ່ວມໂດຍທ່ານ ພົນຈັດຕະວາ ສາລີ ພຸດທະວົງ ຮອງຫົວໜ້າກົມໃຫຍ່ຕໍາຫຼວດ, ທ່ານ ເຄຼກ ພາມເມີ ຜູ້ບັນຊາການຕໍາຫຼວດແຫ່ງຊາດອົສຕຣາລີ ປະຈໍາພາກພື້ນອາຊີຕາເວັນອອກສ່ຽງໃຕ້ ແລະ ທ່ານ ນາງ ແມ ແກນ ຈອນ ເອກອັກຄະລັດຖະທູດ ອົສຕຣາລີ ປະຈໍາ ສປປ ລາວ ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງ ເຂົ້າຮ່ວມ.
ໂຄງການເຊື່ອມຕໍ່ສາຍສົ່ງໄຟຟ້າ 500 ກວ ລາວ-ຈີນ ປູພື້ນຖານໃຫ້ລາວ ກ້າວສູ່ການເປັນສູນກາງພະລັງງານສະອາດ

ໂຄງການເຊື່ອມຕໍ່ສາຍສົ່ງໄຟຟ້າ 500 ກວ ລາວ-ຈີນ ປູພື້ນຖານໃຫ້ລາວ ກ້າວສູ່ການເປັນສູນກາງພະລັງງານສະອາດ

ທ່ານ ສຸລິວັນ ທຳມະວົງ ຮອງຜູ້ອຳນວຍການ ບໍລິສັດ ສາຍສົ່ງໄຟຟ້າແຫ່ງຊາດລາວ ຈຳກັດ (EDL-T) ໄດ້ໃຫ້ສຳພາດຕໍ່ສື່ມວນຊົນເມື່ອບໍ່ດົນມານີ້ວ່າ: ໂຄງການເຊື່ອມຕໍ່ສາຍສົ່ງໄຟຟ້າ 500 ກິໂລໂວນ ລາວ-ຈີນ ເປັນບາດກ້າວສຳຄັນທາງຍຸດທະສາດໃນການພັດທະນາຂະແໜງພະລັງງານຂອງ ສປປ ລາວ ຊຶ່ງບໍ່ພຽງແຕ່ຊ່ວຍເພີ່ມຂີດຄວາມສາມາດໃນການສົ່ງໄຟຟ້າຂ້າມແດນ, ແຕ່ຍັງຊ່ວຍຍົກລະ ດັບຄວາມໝັ້ນຄົງດ້ານການສະໜອງໄຟຟ້າ, ສ້າງລາຍຮັບເຂົ້າປະເທດ, ຖ່າຍທອດເຕັກໂນໂລຊີ ແລະ ພັດທະນາບຸກຄະລາກອນ ໃນ ສປປ ລາວ ໃຫ້ມີຄວາມສາມາດໃນການຄຸ້ມຄອງລະບົບຕາໜ່າງໄຟຟ້າ ແຮງສູງດ້ວຍຕົນເອງ.
ສະຖານທູດລາວ ປະຈຳ ສ ເກົາຫຼີ ປະດັບຫຼຽນກາມິດຕະພາບໃຫ້ທ່ານ ຊາງກີບູນ ຊ່ຽວຊານ ສເກົາຫຼີ

ສະຖານທູດລາວ ປະຈຳ ສ ເກົາຫຼີ ປະດັບຫຼຽນກາມິດຕະພາບໃຫ້ທ່ານ ຊາງກີບູນ ຊ່ຽວຊານ ສເກົາຫຼີ

ເມື່ອບໍ່ດົນມານີ້, ສະຖານເອກອັກຄະລັດຖະທູດ ແຫ່ງ ສປປ ລາວ ປະຈຳ ສ ເກົາຫຼີ ໄດ້ຈັດພິທີປະດັບຫຼຽນກາມິດຕະພາບ (Cross of Friendship Medal) ໃຫ້ແກ່ ທ່ານ ຊາງກີ ບູນ (Mr. SangkiByoun) ຊ່ຽວຊານຈາກອົງການສົ່ງເສີມອຸດສາຫະກຳ ແລະ ເຕັກໂນໂລຊີຂໍ້ມູນຂ່າວສານແຫ່ງຊາດ (NIPA) ຂອງ ສ ເກົາຫຼີ.
ສະມາຄົມມິດຕະພາບປະຊາຊົນນະຄອນຊຽງໄຮ້ ກັບຕ່າງປະເທດ ສປ ຈີນ ຢ້ຽມຢາມ ສປປ ລາວ

ສະມາຄົມມິດຕະພາບປະຊາຊົນນະຄອນຊຽງໄຮ້ ກັບຕ່າງປະເທດ ສປ ຈີນ ຢ້ຽມຢາມ ສປປ ລາວ

ໃນວັນທີ 12 ພະຈິກນີ້, ສະຫາຍ ນາງ Su Lin ຫົວໜ້າຄະນະຜູ້ແທນສະມາຄົມມິດຕະພາບປະຊາຊົນນະຄອນຊຽງໄຮ້ກັບຕ່າງປະເທດ ສປ ຈີນ ໄດ້ເຂົ້າຢ້ຽມຂ່ຳນັບ ສະຫາຍ ນາງ ເຂັມມະນີ ພົນເສນາ ອະດີດກຳມະການສູນກາງພັກ ອະດີດລັດຖະມົນຕີປະຈຳຫ້ອງວ່າການສຳນັກງານປະທານປະເທດ ປະທານສະມາຄົມມິດຕະພາບ ລາວ-ຈີນ ຂັ້ນສູນກາງ ຊຶ່ງສະຫາຍ ນາງ ເຂັມມະນີ ພົນເສນາ ໄດ້ສະແດງຄວາມຍິນດີຕ້ອນຮັບອັນອົບອຸ່ນ ແລະ ຕີລາຄາສູງຕໍ່ການມາຢ້ຽມຢາມ ແລະ ເຮັດວຽກ ຂອງຄະນະຜູ້ແທນສະມາຄົມມິດຕະພາບປະຊາຊົນນະຄອນຊຽງໄຮ້ກັບຕ່າງປະເທດ, ສປ ຈີນ ຖືເປັນການປະກອບສ່ວນເສີມຂະຫຍາຍ ແລະ ເພີ່ມພູນຄູນສ້າງສາຍພົວພັນມິດຕະພາບ ແລະ ການຮ່ວມມືແບບຄູ່ຮ່ວມຍຸດທະສາດ, ຮອບດ້ານ, ໝັ້ນຄົງຍາວນານ ຕາມທິດສີ່ດີ ແລະ ການສ້າງເປັນຄູ່ຮ່ວມຊາຕາກຳ ລາວ-ຈີນ ທີ່ເຂັ້ມແຂງ ໜຽວແໜ້ນໃນທຸກສະພາບການ ຂອງຍຸກໃໝ່ ລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຈີນ.
ສປປ ລາວ ແລະ ຣາຊະອານາຈັກ ພູຖານ ສ້າງຕັ້ງສາຍພົວພັນການທູດ

ສປປ ລາວ ແລະ ຣາຊະອານາຈັກ ພູຖານ ສ້າງຕັ້ງສາຍພົວພັນການທູດ

ເມື່ອບໍ່ດົນມານີ້ ທີ່ ນະຄອນ ນິວຢອກ ສ ອາເມຣິກາ, ໄດ້ມີພິທີລົງນາມຢ່າງເປັນທາງການ ໃນຖະແຫຼງການຮ່ວມ ວ່າດ້ວຍການສ້າງຕັ້ງສາຍພົວພັນທາງການທູດ ລະຫວ່າງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ຣາຊະອານາຈັກ ພູຖານ, ໂດຍຕາງໜ້າໃຫ້ແກ່ ລັດຖະບານ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແມ່ນ ທ່ານ ທອງຜ່ານ ສະຫວັນເພັດ ເອກອັກຄະລັດຖະທູດ ວິສາມັນຜູ້ມີອຳນາດເຕັມ ຜູ້ຕາງໜ້າຖາວອນແຫ່ງ ສປປ ລາວ ປະຈຳ ອົງການສະຫະປະຊາຊາດ ທີ່ ນິວຢອກ ແລະ ຕາງໜ້າໃຫ້ແກ່ ລັດຖະບານ ແຫ່ງຣາຊະອານາຈັກ ພູຖານ ແມ່ນ ທ່ານ ເຄຊຸບ ອິນເດລ ວັງຊຸກ ເອກອັກຄະລັດຖະທູດວິສາມັນ ຜູ້ມີອຳນາດເຕັມ ຜູ້ຕາງໜ້າຖາວອນ ແຫ່ງ ຣາຊະອານາຈັກ ພູຖານ ປະຈຳ ອົງການສະຫະປະຊາຊາດ.
ເພີ່ມເຕີມ