ສື່ມວນຊົນລາວເຄື່ອນໄຫວຢ້ຽມຢາມຫໍພິພິທະພັນຮູບເງົາຈີນ

ສື່ມວນຊົນລາວເຄື່ອນໄຫວຢ້ຽມຢາມຫໍພິພິທະພັນຮູບເງົາຈີນ

ສື່ມວນຊົນລາວເຄື່ອນໄຫວຢ້ຽມຢາມຫໍພິພິທະພັນຮູບເງົາຈີນ
ສື່ມວນຊົນລາວຈາກຄະນະໂຄສະນາອົບຮົມສູນກາງພັກປະຊາຊົນ ປະຕິວັດລາວ ໄດ້ເຄື່ອນໄຫວຢ້ຽມຢາມຫໍພິພິທະພັນຮູບເງົາຈີນໃນວັນທີ 10 ສິງຫາ ນີ້ ທີ່ປັກກິ່ງ ສປ ຈີນ, ຕາງໜ້າຄະນະໂດຍທ່ານ ເພັດ ມະນີພອນ ກຳມະການພັກແຂວງຫົວໜ້າຄະນະໂຄສະນາອົບຮົມແຂວງຫົວພັນ ແລະ ທ່ານນາງ ວິລະພອນ ທອງພິມ ກຳມະການພັກ ແຂວງຫົວໜ້າຄະນະໂຄສະນາອົບຮົມແຂວງໄຊຍະບູລີ, ມີນັກຂ່າວຈາກ ສປປ ລາວ ແລະ ຄະນະຮັບຜິດຊອບຈາກສູນການສຶກສາ ແລະ ຝຶກອົບຮົມຂອງກຸ່ມການສື່ສານສາກົນຈີນເຂົ້າຮ່ວມ.
ສມວນຊນລາວເຄອນໄຫວຢຽມຢາມຫພພທະພນຮບເງາຈນ - image 1
 

ໃນພິທີ, ຕາງໜ້າຄະນະຮັບຜິດຊອບຫໍພິພິທະພັນຮູບເງົາຈີນໄດ້ລາຍງານໃຫ້ຮູ້ວ່າ: ຫໍພິພິທະພັນຮູບເງົາຈີນເປັນສະຖານທີ່ວັດທະນະທຳສາທາລະນະຂະໜາດໃຫຍ່ທີ່ອະດີດອົງການບໍລິຫານແຫ່ງລັດດ້ານວິທະຍຸ, ຮູບເງົາ ແລະ ໂທລະພາບຮ່ວມກັບລັດຖະບານປະຊາຊົນນະຄອນປັກກິ່ງກໍ່ສ້າງຂຶ້ນ.ໃນປັດຈຸບັນເປັນຫໍພິພິທະພັນສະເພາະດ້ານຮູບເງົາລະດັບຊາດທີ່ໃຫຍ່ທີ່ສຸດໃນໂລກ; ເປັນສັນຍາລັກເພື່ອລະນຶກເຖິງໃນວາລະຄົບຮອບ 100 ປີແຫ່ງການກຳເນີດຮູບເງົາຈີນ ແລະ ເປັນຫໍແຫ່ງສິລະປະສໍາລັບຈັດສະແດງເສັ້ນທາງການພັດທະນາຂອງຮູບເງົາຈີນ, ຈັດສະແດງເຕັກໂນໂລຊີດ້ານຮູບເງົາຢ່າງຮອບດ້ານ, ເຜີຍແຜ່ວັດທະນະທໍາຮູບເງົາພ້ອມທັງດໍາເນີນການຄົ້ນຄວ້າ ແລະ ແລກປ່ຽນທາງວິຊາການ.

ສມວນຊນລາວເຄອນໄຫວຢຽມຢາມຫພພທະພນຮບເງາຈນ - image 2
 

ຫໍພິພິທະພັນຮູບເງົາຈີນມີເນື້ອທີ່ 52 ເຮັກຕາ ຫຼື ປະມານ 34,700 ຕາແມັດ, ມີເນື້ອທີ່ອາຄານເກືອບ 38,000 ຕາແມັດ ແລະ ໄດ້ເປີດໃຫ້ສາທາລະນະຊົນເຂົ້າຊົມຢ່າງເປັນທາງການໃນປີ 2007. ປະກອບດ້ວຍຫ້ອງຈັດສະແດງ 21 ຫ້ອງ. ແຕ່ຊັ້ນ 2 ຫາຊັ້ນ 4 ເປັນພື້ນທີ່ຈັດສະແດງ “ເສັ້ນທາງຮ້ອຍປີຄວາມຮຸ່ງໂລດແຫ່ງສະຕະວັດ” ຊຶ່ງນໍາສະເໜີເສັ້ນທາງການພັດທະນາຕະຫຼອດ 100 ປີຂອງຮູບເງົາຈີນ, ສະແດງໃຫ້ເຫັນພັດທະນາການຂອງຮູບເງົາໃນແຕ່ລະຍຸກ ແລະ ແຕ່ລະໄລຍະ, ພ້ອມທັງຜົນສໍາເລັດດ້ານສິລະປະອັນສໍາຄັນຂອງບັນດາຜູ້ເຮັດວຽກໃນວົງການຮູບເງົາຂະບວນການສ້າງຮູບເງົາ ແລະ ເປີດເຜີຍຄວາມລຶກລັບ. ໃນນັ້ນ, ຫ້ອງຈັດສະແດງທີ 10 ຕັ້ງຢູ່ຊັ້ນ 2 ແລະ ຊັ້ນ 3 ແມ່ນເຂດຈັດສະແດງສິລະປະຮູບເງົາ, ຊຶ່ງນໍາສະເໜີເສັ້ນທາງການພັດທະນາຂອງຮູບເງົາຈີນ ແລະ ຜົນສໍາເລັດຂອງບັນດາສິລະປິນໃນວົງການຮູບເງົາຈີນ. ເຂດຈັດສະແດງດັ່ງກ່າວປະກອບດ້ວຍ 10 ຫົວຂໍ້ຄື: “ການປະດິດຮູບເງົາ”, “ການກຳເນີດ ແລະ ການພັດທະນາໃນໄລຍະຕົ້ນຂອງຮູບເງົາຈີນ”, “ຮູບເງົາຈີນໃນສະໄໝສົງຄາມປະຕິວັດ”, “ການສ້າງຕັ້ງ ແລະ ການພັດທະນາຮູບເງົາຂອງຈີນໃໝ່”, “ຮູບເງົາຈີນໃນຍຸກໃໝ່ແຫ່ງການປະຕິຮູບ ແລະ ການເປີດກວ້າງ”, “ຮູບເງົາສິລະປະພາບເຄື່ອນໄຫວ”, “ຮູບເງົາສໍາລັບເດັກ”, “ຮູບເງົາວິທະຍາສາດແລະການສຶກສາ, ຮູບເງົາແປ-ພາກສຽງ, ຮູບເງົາຂ່າວ ແລະ ສາລະຄະດີ”, “ຮູບເງົາເຂດຮົງກົງ ແລະ ມາເກົາ” ແລະ “ຮູບເງົາເຂດໄຕ້ຫວັນ”. ຫ້ອງຈັດສະແດງທີ 11 ຫາທີ 20 ເປັນເຂດຈັດສະແດງ ແລະ ສໍາຜັດປະສົບການດ້ານເຕັກນິກຮູບເງົາ, ຕັ້ງຢູ່ຊັ້ນ 4 ຂອງອາຄານຈັດສະແດງພິພິທະພັນຮູບເງົາຈີນ. ເຂດນີ້ປະກອບດ້ວຍຫ້ອງຈັດສະແດງ 10 ຫ້ອງຄື: “ການຖ່າຍທຳຮູບເງົາ”, “ການອອກແບບສິລະປະສໍາລັບຮູບເງົາ”, “ເຕັກນິກການຖ່າຍທຳພິເສດ”, “ເຕັກນິກພາບພິເສດແບບດັ້ງເດີມ”, “ເຕັກນິກພາບພິເສດດີຈີຕອນ”, “ການບັນທຶກສຽງຮູບເງົາ”, “ການຕັດຕໍ່ຮູບເງົາ”, “ການລ້າງ ແລະ ພິມຟີມຮູບເງົາ”, “ການສ້າງພາບເຄື່ອນໄຫວສໍາລັບຮູບເງົາ” ແລະ “ຮູບເງົາຫຼາກຫຼາຍຮູບແບບ”. ແມ່ນການນໍາສະເໜີເນື້ອໃນຫຼັກຂອງເຂດຈັດສະແດງເຕັກນິກຮູບເງົາ, ເຕັກນິກການສ້າງຮູບເງົາແລະຄວາມຮູ້ກ່ຽວກັບຮູບເງົາ, ພ້ອມທັງເປີດເຜີຍຄວາມລຶກລັບຂອງຂະບວນການສ້າງຮູບເງົາ.

ສມວນຊນລາວເຄອນໄຫວຢຽມຢາມຫພພທະພນຮບເງາຈນ - image 3
 

ການເປີດໂອກາດໃຫ້ຜູ້ຊົມໄດ້ມີສ່ວນຮ່ວມ ແລະ ໂຕ້ຕອບກັບການຈັດສະແດງແມ່ນຈຸດເດັ່ນອັນສໍາຄັນຂອງເຂດນີ້. ພາຍໃນພິພິທະພັນມີຫ້ອງສາຍຮູບເງົາ 6 ຫ້ອງລວມທັງຫ້ອງສາຍ IMAX GT ຊຶ່ງສາມາດຮອງຮັບຜູ້ຊົມໄດ້ພ້ອມກັນຫຼາຍກວ່າ 1,000 ຄົນ.

ສມວນຊນລາວເຄອນໄຫວຢຽມຢາມຫພພທະພນຮບເງາຈນ - image 4
 

ຂ່າວ: ພູວັນ

ຄໍາເຫັນ

ຂ່າວການຮ່ວມມື

ເວທີຕົວເມືອງແຫ່ງຊາດ ຄັ້ງທີ 5 ຊຸກຍູ້ການພັດທະນາຕົວເມືອງລາວ ສູ່ຄວາມສີຂຽວ, ທົນທານ ຍືນຍົງ

ເວທີຕົວເມືອງແຫ່ງຊາດ ຄັ້ງທີ 5 ຊຸກຍູ້ການພັດທະນາຕົວເມືອງລາວ ສູ່ຄວາມສີຂຽວ, ທົນທານ ຍືນຍົງ

ກະຊວງໂຍທາ​ທິການ ແລະ ຂົນສົ່ງ (ຍທຂ) ຮ່ວມກັບອົງການສະຫະປະຊາຊາດດ້ານເຄຫາສະຖານ (UN​Habitat) ຈັດກອງປະຊຸມເວທີຕົວເມືອງແຫ່ງຊາດລາວ ຄັ້ງທີ 5 (5th Lao National Urban Forum – LNUF 2026) ເພື່ອຊຸກຍູ້ການເຊື່ອມສານເປົ້າໝາຍການພັດທະນາແບບຍືນຍົງເຂົ້າສູ່ທ້ອງຖິ່ນ ມຸ່ງສ້າງຕົວເມືອງລາວໃຫ້ມີຄວາມສີຂຽວ, ທົນທານ ແລະ ທັນສະໄໝຂຶ້ນໃນວັນທີ 6 ພະຈິກຜ່ານມາ ທີ່ໂຮງແຮມສຸພັດຕຣາ ນະຄອນຫຼວງວຽງຈັນ ໂດຍມີທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ເປັນປະທານ, ມີຜູ້ຕາງໜ້າຈາກກະຊວງ, ອົງການຂັ້ນສູນກາງ, ທ້ອງຖິ່ນ, ທຸຕານຸທູດ, ອົງການສາກົນ, ຄູ່ຮ່ວມພັດທະນາ, ພາກເອກະຊົນ ແລະ ນັກຊ່ຽວຊານເຂົ້າຮ່ວມ.
ມອບປຶ້ມແບບຮຽນ ແລະ ອຸປະກອນການຮຽນ-ການສອນ ໃຫ້ບັນດາໂຮງຮຽນ ທີ່ສອນພາສາຣັດເຊຍ

ມອບປຶ້ມແບບຮຽນ ແລະ ອຸປະກອນການຮຽນ-ການສອນ ໃຫ້ບັນດາໂຮງຮຽນ ທີ່ສອນພາສາຣັດເຊຍ

ພິທີມອບປຶ້ມແບບຮຽນ ແລະ ອຸປະກອນການຮຽນ-ການສອນ ໃຫ້ບັນດາໂຮງຮຽນ ທີ່ມີການຮຽນ- ການສອນພາສາຣັດເຊຍ ຈັດຂຶ້ນວັນທີ 6 ພະຈິກຜ່ານມາ ທີ່ສູນວິທະຍາສາດ ແລະ ວັດທະນະທຳຣັດເຊຍ ຊຶ່ງມອບໂດຍທ່ານ ເຊຣເກ ຊົດສະກີ ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມແຫ່ງສະຫະພັນຣັດເຊຍ ປະຈຳ ສປປ ລາວ ແລະ ຮັບໂດຍທ່ານ ແສງສະເດັນ ບຸນລາວົງ ຫົວໜ້າກົມຮ່ວມມືຕ່າງປະເທດ ກະຊວງສຶກສາທິການ ແລະ ກິລາ (ສສກ) ມີຜູ້ຕາງໜ້າຈາກພາກສ່ວນກ່ຽວຂ້ອງ ແລະ ຜູ້ອຳນວຍການໂຮງຮຽນຈຳນວນໜຶ່ງເຂົ້າຮ່ວມ.
ພັກ ປປ ລາວ ເຂົ້າເປັນສະມາຊິກຄະນະປະຈໍາຂອງອົງການກອງປະຊຸມສາກົນ ຂອງບັນດາພັກການເມືອງໃນອາຊີ ຢ່າງເປັນທາງການ

ພັກ ປປ ລາວ ເຂົ້າເປັນສະມາຊິກຄະນະປະຈໍາຂອງອົງການກອງປະຊຸມສາກົນ ຂອງບັນດາພັກການເມືອງໃນອາຊີ ຢ່າງເປັນທາງການ

ຄະນະຜູ້ແທນພັກ ປປ ລາວ ນໍາໂດຍ ສະຫາຍ ວາລະໄຊ ເລັ່ງສະຫວັດ ກໍາມະການສໍາຮອງສູນກາງພັກ ຮອງຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ ໄດ້ເຂົ້າຮ່ວມກອງປະຊຸມໃຫຍ່ ຂອງອົງການກອງປະຊຸມສາກົນຂອງບັນດາພັກການເມືອງໃນອາຊີ (International Conference of Asian Political Parties ຫຼື ICAPP) ຄັ້ງທີ 13 ແລະ ກອງປະຊຸມຄະນະປະຈໍາ ຄັ້ງທີ 46 ພາຍໃຕ້ຫົວຂໍ້: “ການຟື້ນຟູຄວາມໄວ້ເນື້ອເຊື່ອໃຈໃນໂລກທີ່ກຳລັງປ່ຽນແປງ” (Rebuilding Trust in a Transforming World) ໃນລະຫວ່າງວັນທີ 4-7 ພະຈິກ ຜ່ານມາ ທີ່ນະຄອນຫຼວງເຊອູນ ສ ເກົາຫຼີ, ໂດຍການເປັນເຈົ້າພາບຮ່ວມຂອງພັກປະຊາທິປະໄຕ ແລະ ພັກພະລັງປະຊາຊົນ ຂອງ ສ ເກົາຫຼີ, ມີຄະນະຜູ້ແທນຈາກພັກການເມືອງ ຫຼາຍກວ່າ 83 ພັກທີ່ມາຈາກ 36 ປະເທດເຂົ້າຮ່ວມ ແລະ 3 ອົງການຈັດຕັ້ງສາກົນສັງເກດການ.
ສົນທະນາລາວ-ຈີນ ການສ້າງຄູ່ຮ່ວມຊາຕາກຳໃນທຸກສະພາບຂອງຍຸກສະໄໝ

ສົນທະນາລາວ-ຈີນ ການສ້າງຄູ່ຮ່ວມຊາຕາກຳໃນທຸກສະພາບຂອງຍຸກສະໄໝ

ສະຖາບັນວິທະຍາສາດ ເສດຖະກິດ ແລະ ສັງຄົມແຫ່ງຊາດລາວ, ສະຖານເອກອັກຄະລັດຖະທູດແຫ່ງ ສປ ຈີນ ປະຈຳ ສປປ ລາວ ແລະ ວິທະຍຸ-ໂທລະພາບສູນກງຈີນ (CMG) ໄດ້ຮ່ວມກັນຈັດກອງປະຊຸມສົນທະນາລາວ - ຈີນ ກ່ຽວກັບການສ້າງຄູ່ຮ່ວມຊາຕາກຳ ໃນທຸກສະພາບຂອງຍຸກສະໄໝ ພາຍໃຕ້ຫົວຂໍ້ “ການສ້າງຄູ່ຮ່ວມຊາຕາກຳ ໃນທຸກສະພາບການຂອງຍຸກສະໄໝ: ການຄຸ້ມຄອງພັກ ເພື່ອສ້າງຊາດໃຫ້ຈະເລີນ” ຂຶ້ນໃນວັນທີ 6 ພະຈິກນີ້ ທີ່ສະຖາບັນວິທະຍາສາດ ເສດຖະກິດ ແລະ ສັງຄົມແຫ່ງຊາດລາວ, ໂດຍການເປັນປະທານຮ່ວມຂອງທ່ານ ນາງ ແກ້ວວິວອນ ອຸດທະຈັກ ຮອງປະທານ ສະຖາບັນວິທະຍາສາດ ເສດຖະກິດ ແລະ ສັງຄົມແຫ່ງຊາດລາວ ແລະ ທ່ານ ນາງ ຟາງ ຫົງ ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມແຫ່ງ ສປ ຈີນ ປະຈຳສປປ ລາວ, ທ່ານ ນາງ ແສງແກ້ວ ຜູ້ຕາງໜ້າວິທະຍຸ-ໂທລະພາບສູນກາງຈີນ, ມີຫົວໜ້າຫ້ອງການ, ກົມ, ສະຖາບັນຄົ້ນຄວ້າ, ນັກວິທະຍາ ກອນ, ສຳມະນາກອນ ແລະ ຜູ້ຊ່ຽວຊານ ເຂົ້າຮ່ວມ.
ລາວ-ອົສຕຣາລີ ເພີ່ມທະວີການຮ່ວມມືດ້ານການພັດທະນາຊັບພະຍາກອນມະນຸດ

ລາວ-ອົສຕຣາລີ ເພີ່ມທະວີການຮ່ວມມືດ້ານການພັດທະນາຊັບພະຍາກອນມະນຸດ

ໃນວັນທີ 3 ພະຈິກຜ່ານມາ ທີ່ນະຄອນຫຼວງວຽງຈັນ, ທ່ານນາງ ສີໃສ ລືເດດມູນສອນ ຫົວໜ້າ ຄະນະຈັດຕັ້ງສູນກາງພັກ ໄດ້ຕ້ອນຮັບ ທ່ານ ນາງ ເມແກນ ຈອນສ ເອກອັກຄະລັດຖະທູດອົສຕຣາລີ ປະຈໍາ ສປປ ລາວ ເຂົ້າຢ້ຽມຂໍ່ານັບອຳລາ ສອງຝ່າຍໄດ້ຮ່ວມກັນທົບທວນຄືນ ເຖິງການຂະຫຍາຍຕົວຂອງການ ຮ່ວມ ມືລະຫວ່າງອົສຕຣາລີ ແລະ ສປປ ລາວ ໃນໄລຍະສາມປີຜ່ານມາ ແລະ ໄດ້ປຶກສາຫາລືກ່ຽວກັບ ທິດທາງ ບຸລິມະສິດ ເພື່ອເສີມຂະຫຍາຍການຮ່ວມມື ໂດຍສະເພາະດ້ານການພັດທະນາຊັບພະຍາກອນມະນຸດ.
ຫາລືກະກຽມສ້າງບົດລາຍງານກ່ຽວກັບການເກີດການແຕ່ງງານ ແລະ ການຕາຍ

ຫາລືກະກຽມສ້າງບົດລາຍງານກ່ຽວກັບການເກີດການແຕ່ງງານ ແລະ ການຕາຍ

ໃນວັນທີ 5 ພະຈິກນີ້, ສູນສະຖິຕິແຫ່ງຊາດ ກະຊວງການເງິນຮ່ວມກັບອົງການສະຫະປະຊາຊາດ ກອງທຶນສຳລັບປະຊາກອນ (UNFPA) ໄດ້ດຳເນີນກອງປະຊຸມປຶກສາຫາລືກະກຽມສ້າງບົດລາຍງານ ກ່ຽວກັບການເກີດ, ການແຕ່ງງານ ແລະ ການຕາຍຂອງການສຳຫຼວດພົນລະເມືອງ ແລະ ທີ່ຢູ່ອາໄສ ທົ່ວປະເທດຄັ້ງທີ V ປີ 2025 ທີ່ໂຮງແຮມຄຣາວພາລາຊາ ນະຄອນຫຼວງວຽງຈັນ.
ຍີ່ປຸ່ນ ຊ່ວຍເຫຼືອການກໍ່ສ້າງລະບົບຊົນລະປະທານ ທີ່ແຂວງຫຼວງນໍ້າທາ

ຍີ່ປຸ່ນ ຊ່ວຍເຫຼືອການກໍ່ສ້າງລະບົບຊົນລະປະທານ ທີ່ແຂວງຫຼວງນໍ້າທາ

ພາຍໃຕ້ໂຄງການຊ່ວຍເຫຼືອຂັ້ນຮາກຖານ (GGP), ລັດຖະບານຍີ່ປຸ່ນໄດ້ມອບການຊ່ວຍເຫຼືອ ມູນຄ່າ 40,123 ໂດລາ ເພື່ອຈັດຕັ້ງປະຕິບັດ “ໂຄງການກໍ່ສ້າງຊົນລະປະທານນ້ຳບອນ 2 ບ້ານໃໝ່ ເມືອງວຽງພູຄາ ແຂວງຫຼວງນ້ຳທາ”.
ຮອງນາຍົກລັດຖະມົນຕີ ຢ້ຽມຢາມ ແລະ ເຮັດວຽກຢູ່ບໍລິສັດ ວັງຕັດ ມາຍນິງກຣຸບ

ຮອງນາຍົກລັດຖະມົນຕີ ຢ້ຽມຢາມ ແລະ ເຮັດວຽກຢູ່ບໍລິສັດ ວັງຕັດ ມາຍນິງກຣຸບ

ວັນທີ 4 ພະຈິກຜ່ານມາ, ທ່ານ ພົນເອກ ຄຳລຽງ ອຸທະໄກສອນ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນປະເທດ ພ້ອມດ້ວຍຄະນະນຳຈາກກະຊວງປ້ອງກັນປະເທດ, ຄະນະນຳແຂວງອັດຕະປື ແລະ ຄະນະນຳເມືອງຊານໄຊ ໄດ້ເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກຢູ່ບໍລິສັດ ວັງຕັດ ມາຍນິງກຣຸບ ຈຳກັດ ຕັ້ງຢູ່ເມືອງຊານໄຊ ແຂວງອັດຕະປື.​ ໃຫ້ການຕ້ອນຮັບຂອງທ່ານ ບຸ໋ຍແອັງດຶກ ປະທານສະພາບໍລິຫານ ຮອງຜູ້ອຳ ນວຍ​ການໃຫຍ່ ບໍລິສັດ ວັງຕັດມາຍນິງ ກຣຸບ​ ພ້ອມດ້ວຍຄະນະຜູ້ບໍລິຫານ, ພະນັກງານ ແລະ ກອງກຳລັງປ້ອງກັນຄວາມສະຫງົບປະຈຳເຂດໂຄງ​ການ ໃຫ້ການຕ້ອນຮັບ.
ປະ​ຊາ​ຊົນ 18 ບ້ານໄດີ​ຮັບ​ຜົນ​ປະ​ໂຫຍດ​ ຈາກໂຄງການອະນຸລັກຊັບພະຍາກອນທໍາມະຊາດ

ປະ​ຊາ​ຊົນ 18 ບ້ານໄດີ​ຮັບ​ຜົນ​ປະ​ໂຫຍດ​ ຈາກໂຄງການອະນຸລັກຊັບພະຍາກອນທໍາມະຊາດ

ກອງປະຊຸມສະຫຼຸບການຈັດຕັ້ງປະຕິບັດກິດຈະກໍາ ຂອງໂຄງການອະນຸລັກຊັບພະຍາກອນທໍາມະຊາດ ແລະຄໍ້າປະກັນການດຳລົງຊີວິດແບບຍືນຍົງ ປະປີ(ເດືອນກັນຍາ 2025-ເດືອນຕຸລາ2026) ໄດ້ຈັດຂຶ້ນໃນວັນທີ 2 ພະຈິກຜ່ານ​ມາ, ທີ່ເມືອງລະມາມ, ໂດຍການເຂົ້າຮ່ວມຂອງທ່ານ ນາງ ສີສະຫງ່າ ແກ້ວດວງດີ ຮອງປະທານຄະນະກໍາມະການປົກຄອງແຂວງ, ມີທ່ານ ນາງ ຄາໂອຣຸ ໂມຣິໂມະໂຕະ ຫົວໜ້າອົງການອາສາສະໝັກຍີ່ປຸ່ນ ປະຈໍາລາວ ເຈວີຊີ (JVC), ມີຄະນະກໍາມະການປົກຄອງ 2 ເມືອງຄື: ເມືອງກະລຶມ ແລະເມືອງດາກຈຶງ, ຜູ້ປະສານງານໂຄງການຂັ້ນແຂວງ, ຂັ້ນເມືອງ, ມີ​ພາກ​ສ່ວນ​ກ່ຽວ​ຂ້ອງເຂົ້າຮ່ວມ.
ປະທານສະພາແຫ່ງຊາດລາວ ພົບປະນາຍົກລັດຖະມົນຕີຫວຽດນາມ

ປະທານສະພາແຫ່ງຊາດລາວ ພົບປະນາຍົກລັດຖະມົນຕີຫວຽດນາມ

ສະ​ຫາຍ ສອນໄຊ ສີພັນດອນ ກຳມະການກົມການເມືອງສູນກາງພັກປະທານສະພາແຫ່ງຊາດ ແຫ່ງ ສປປລາວ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງ ໄດ້ພົບປະເຮັດວຽກຮ່ວມກັບສະຫາຍ ເລ ມິງ ຮຶງ ກຳມະການກົມການເມືອງສູນກາງພັກນາຍົກລັດຖະມົນຕີ ແຫ່ງ ສສຫວຽດນາມ ຄະນະໃນ​ວັນ​ທີ 3 ພະ​ຈິກ​ນີ້ ທີ່ ນະ​ຄອນຫຼວງ​ຮ່າ​ໂນ້ຍ.
ເພີ່ມເຕີມ