![]() |
ໃນພິທີ, ທ່ານ ວຽງໄຊ ວິໄລກຸນ ປະທານສະໂມສອນ W.I.G NAGA ໄດ້ຂຶ້ນລາຍງານການເຄື່ອນໄຫວຂອງສະໂມສອນໃນໄລຍະຜ່ານມາ ແລະ ທິດທາງໃນຕໍ່ໜ້າ. ຈາກນັ້ນ, ທ່ານ ໜູຈາ ຢ່າມາຈາງ ຮອງຫົວໜ້າກົມຈັດຕັ້ງ-ພະນັກງານ ສຊປລ ໄດ້ຂຶ້ນຜ່ານຂໍ້ຕົກລົງວ່າດ້ວຍການມອບຫຼຽນຊາວໜຸ່ມຕະລຸມບອນ ສະບັບເລກທີ 1012/ສຊປລ, ລົງວັນທີ 5 ທັນວາ 2025 ເຫັນດີມອບຫຼຽນຊາວໜຸ່ມຕະລຸມບອນ ໃຫ້ແກ່ສະໂມສອນ W.I.G NAGA ທີ່ມີຜົນງານດີເດັ່ນໃນການນໍາພານັກກິລາຮຸ່ນເຍົາວະຊົນ ເຂົ້າຮ່ວມການແຂ່ງຂັນກິລາບານເຕະລະດັບຊາດ ແລະ ລະດັບສາກົນ ຊຶ່ງເປັນການສ້າງຊື່ສຽງໃຫ້ແກ່ປະເທດຊາດ; ຜ່ານຂໍ້ຕົກລົງວ່າດ້ວຍການຍ້ອງຍໍໃຫ້ບຸກຄົນ ທີ່ມີຜົນງານດີເດັ່ນ ສະບັບເລກທີ1013/ສຊປລ, ລົງວັນທີ 5 ທັນວາ 2025 ແລະ ສະບັບເລກທີ 07/ສຊປລ, ລົງວັນທີ 13 ມັງກອນ 2026 ເຫັນດີມອບໃບຍ້ອງຍໍ ຈໍານວນ 10 ໃບ ໃຫ້ປະທານສະໂມສອນ, ຮອງປະທານສະໂມສອນ, ຄະນະທີ່ປຶກສາ, ຄະນະຮັບຜິດຊອບ, 17 ໃບ ໃຫ້ຄະນະຄູຝຶກ, 12 ໃບ ໃຫ້ນັກກິລາເຍົາວະຊົນ ຮຸ່ນ 9 ປີ (U9), 18 ໃບ ໃຫ້ນັກກິລາເຍົາວະຊົນ ຮຸ່ນ 11 ປີ (U11), 24 ໃບ ໃຫ້ນັກກິລາເຍົາວະຊົນ ຮຸ່ນ 13 ປີ (U13) ຂອງສະໂມສອນບານເຕະ W.I.G NAGA ທີ່ມີຜົນງານດີເດັ່ນໃນການສ້າງຊື່ສຽງໃຫ້ແກ່ປະເທດຊາດ ເຂົ້າຮ່ວມການແຂ່ງຂັນກິລາບານເຕະລະດັບຊາດ ແລະ ລະດັບສາກົນ.
![]() |
ໂອກາດນີ້, ທ່ານ ທອງລີ ສີສຸລິດ ໄດ້ໃຫ້ກຽດໂອ້ລົມ ສະແດງຄວາມຊົມເຊີຍຜົນງານທີ່ຍາດມາໄດ້ໃນໄລຍະຜ່ານມາ. ການຈັດພິທີມອບໃບຍ້ອງຍໍໃນຄັ້ງນີ້ຂຶ້ນກໍເພື່ອເປັນການຊົມເຊີຍຜົນສໍາເລັດ ແລະ ສ້າງຂວັນກຳລັງໃຈ ໃຫ້ແກ່ທີມນັກກິລາຮຸ່ນເຍົາວະຊົນ ແລະ ທີມຄູຝຶກ ທີ່ໄດ້ສຸມຈິດສຸມໃຈ, ເອົາ ໃຈໃສ່ໃນການຝຶກຊ້ອມຢ່າງຕັ້ງໜ້າຈົນສາມາດຍາດໄດ້ລາງວັນມາໃຫ້ແກ່ປະເທດລາວເຮົາ ຊຶ່ງເປັນໃບໜ້າອັນໃໝ່ໃຫ້ແກ່ທີມນັກກິລາ ຊຶ່ງກິດຈະກໍານີ້ແມ່ນການສະແດງເຖິງການປູກຈິດສໍານຶກໃຫ້ຫຼານນ້ອຍເຍົາວະຊົນ ກໍຄືນັກກິລາໄດ້ຮຽນຮູ້ພັດທະນາຕົນເອງ, ສະແດງຄວາມສາມາດອອກສູ່ສັງຄົມ, ມີສຸຂະ ພາບແຂງແຮງ, ມີແບບແຜນການດໍາລົງຊີວິດ, ມີສະຕິຊາດ, ສະຕິເຄົາລົບກົດໝາຍ, ສະຕິການຈັດຕັ້ງ, ຮັກປະເທດຊາດ, ຮັກທ່ານຜູ້ນໍາ, ຮັກຕົນເອງ ແລະ ຄອບຄົວ ເພື່ອສືບທອດພາລະກິດ ຕາມຄໍາສອນຂອງທ່ານຜູ້ນໍາ 6 ຮັກ 3 ຊັງ, ຂໍ້ແຂ່ງຂັນ 3 ດີ 4 ຮູ້, ຄໍາຂວັນ ແລະ ຄຸນລັກສະນະຂອງເຍົາວະຊົນຢ່າງແທ້ຈິງ.
![]() |
![]() |
ຂ່າວ-ພາບ: ວັນເພັງ




ຄໍາເຫັນ