![]() |
ທ່ານ ພັທ ສັງຄົມ ພົມມະລາດ ຫົວໜ້າພະແນກຕຳຫຼວດຈະລາຈອນ ຫ້ອງຕຳຫຼວດກອງບັນຊາການ ປກສ ນວ ໄດ້ໃຫ້ສຳພາດຕໍ່ສື່ມວນຊົນ ປກສ ໃນວັນທີ 1 ກັນຍາ 2026 ໃຫ້ຮູ້ວ່າ: ເພື່ອອຳນວຍຄວາມສະ ດວກໃຫ້ປະຊາຊົນຜູ້ນຳໃຊ້ລົດ ໃຊ້ຖະໜົນ ໃນໄລຍະເປີດສົກຮຽນໃໝ່ ເຈົ້າໜ້າທີ່ວິຊາສະເພາະໄດ້ຈັດວາງກຳລັງເພື່ອລະບາຍການສັນຈອນໃນທົ່ວ ນວ ທັງໝົດ 127 ຈຸດ; ໃນນີ້, ຢູ່ໜ້າໂຮງຮຽນມີ 45 ແຫ່ງ, ປ້ອມຍາມ 69 ແຫ່ງ, ວົງວຽນ ແລະ ຈຸດອື່ນໆ 13 ຈຸດ, ນັບຕັ້ງແຕ່ເວລາ 6:00 ໂມງ ມາຮອດປັດຈຸບັນມີອຸບັດເຫດເກີດຂຶ້ນ 3 ຄັ້ງ; ພາຫະນະເປ່ເພເລັກໜ້ອຍ 6 ຄັນ ບໍ່ມີຜູ້ບາດເຈັບ ຫຼື ເສຍຊີວິດ.
![]() |
ດັ່ງນັ້ນ, ຈຶ່ງຮຽກຮ້ອງມາຍັງປະຊາຊົນຜູ້ນຳໃຊ້ລົດ ໃຊ້ຖະໜົນຈົ່ງມີສະຕິໃນການຂັບຂີ່, ບໍ່ຂັບຂີ່ໄວເກີນກວ່າທີ່ກົດໝາຍກຳນົດ, ກ່ອນຈະລ້ຽວຊ້າຍ ຫຼື ຂວາ ຕ້ອງເປີດໄຟສັນຍານທຸກຄັ້ງ, ບໍ່ຄວນແຊງກັນໃນຂອບເຂດທາງທີ່ແຄບ ແລະ ການສັນຈອນແອອັດ, ບໍ່ໃຫ້ຈອດລົດຊະຊາຍກີດຂວາງການສັນຈອນຢ່າງເດັດຂາດ, ຫ້າມບໍ່ໃຫ້ເດັກທີ່ອາຍຸບໍ່ຮອດກະສຽນຂັບຂີ່ລົດມາໂຮງຮຽນເອງ (ຜູ້ຂັບລົດໃຫຍ່ອາຍຸ 18 ປີ, ລົດຈັກ 15 ປີ) ສຳລັບຜູ້ທີ່ຂັບຂີ່ລົດຈັກກໍໃຫ້ໃສ່ໝວກກັນກະທົບຢູ່ຕະຫຼອດ ເພື່ອປ້ອງກັນບໍ່ໃຫ້ເກີດອຸບັດເຫດ ເພື່ອຄວາມປອດໄພທາງດ້ານຊີວິດ ແລະ ຊັບສິນ.
![]() |
ຂ່າວ-ພາບ: ສິດທິພັນ



ຄໍາເຫັນ