ຕັ້ງໜ້າສົ່ງເສີມພັດທະນາອຸດສາຫະກໍາການທ່ອງທ່ຽວຢູ່ ສປປ ລາວ ໃນຕໍ່ໜ້າ

ຕັ້ງໜ້າສົ່ງເສີມພັດທະນາອຸດສາຫະກໍາການທ່ອງທ່ຽວຢູ່ ສປປ ລາວ ໃນຕໍ່ໜ້າ

ຕັ້ງໜ້າສົ່ງເສີມພັດທະນາອຸດສາຫະກໍາການທ່ອງທ່ຽວຢູ່ ສປປ ລາວ ໃນຕໍ່ໜ້າ
ບົນພື້ນຖານຜົນສໍາເລັດຢ່າງໜ້າເພິ່ງພໍໃຈຂອງການພັດທະນາອຸດສາຫະກໍາການທ່ອງ ທ່ຽວ ສົມທົບກັບທ່າແຮງຊັບພະຍາກອນທໍາມະຊາດທີ່ມີຄວາມອຸດົມສົມບູນ ແລະ ຄວາມຮັ່ງມີດ້ານວັດທະນະທໍາທີ່ຫຼາກຫຼາຍຂອງປະຊາຊົນບັນດາເຜົ່າຢູ່ປະເທດລາວເຮົາ. ພາຍໃຕ້ເງື່ອນໄຂ ແລະ ທ່າອ່ຽງຂອງການທ່ອງທ່ຽວໂລກ ແລະ ພາກພື້ນ ພວມມີການຂະຫຍາຍຕົວຢ່າງແຂງແຮງ, ອັນໄດ້ສ້າງກາລະໂອກາດໃຫ້ແກ່ການພັດທະນາການທ່ອງທ່ຽວຢູ່ປະເທດເຮົາໃນຕໍ່ໜ້າ.

 

ສະນັ້ນ, ການພັດທະນາອຸດສາຫະກໍາການທ່ອງທ່ຽວຢູ່ປະເທດເຮົາໃນຕໍ່ໜ້ານີ້ ຕ້ອງເລັ່ງໃສ່ການພັດທະນາບັນດາຫົວໜ່ວຍທຸລະກິດທັງໝົດທີ່ນອນຢູ່ໃນຂະແໜງອຸດສາຫະກໍາການທ່ອງທ່ຽວໃຫ້ມີຄວາມຈະເລີນກ້າວໜ້າ ແລະ ເຕີບໃຫຍ່ເຂັ້ມແຂງຢ່າງບໍ່ຢຸດຢັ້ງ ດ້ວຍການປັບປຸງໃຫ້ມີມາດຕະຖານທີ່ດີ ຄື: ປັບປຸງພັດທະນາ ຫົວໜ່ວຍທຸລະກິດບໍລິການນໍາທ່ຽວ ລວມທັງພະນັກງານນໍາທ່ຽວ, ພັດທະນາແຫຼ່ງທ່ອງທ່ຽວຕ່າງໆ, ໂຮງແຮມ, ເຮືອນພັກ, ບໍລິການຮ້ານອາຫານ, ເຄື່ອງດື່ມ, ບໍລິການຂົນສົ່ງທາງອາກາດ, ທາງບົກ ແລະ ທາງນໍ້າ (ທຸລະກິດເຮືອທ່ອງທ່ຽວ) ເຄື່ອງທີ່ລະນຶກ ແລະ ສະຖານບັນເທີງ ບ່ອນພັກຜ່ອນຢ່ອນໃຈ...

ເພີ່ມທະວີການກໍ່ສ້າງ ແລະ ພັດທະນາບຸກຄະລາກອນອຸດສາຫະກໍາການທ່ອງທ່ຽວ ໂດຍສົມທົບກັບສະມາຄົມທຸລະກິດທ່ອງທ່ຽວ, ສະມາຄົມໂຮງແຮມ ແລະ ຮ້ານອາຫານ ສະຖາບັນການສຶກສາທີ່ກ່ຽວຂ້ອງເຊັ່ນ: ມະຫາວິທະຍາໄລແຫ່ງຊາດ, ມະຫາວິທະຍາໄລເອກະຊົນ ຈັດຕັ້ງການຝຶກອົບຮົມ ຍົກລະດັບຄວາມຮູ້, ຄວາມສາມາດ ໃຫ້ແກ່ຜູ້ປະກອບການທຸລະກິດທ່ອງທ່ຽວ, ໂຮງແຮມ, ເຮືອນພັກ ແລະ ຮ້ານອາຫານ ທັງສາມລະດັບຄື: ລະດັບຜູ້ອໍານວຍການ/ຜູ້ຈັດການ, ລະດັບຜູ້ຄວບຄຸມງານ ແລະ ລະດັບຜູ້ບໍລິການ, ຊຸກຍູ້ສົ່ງເສີມການຮຽນ,ການສອນລະດັບຊັ້ນສູງດປະລິນຍາຕີ ແລະ ວິຊາຊີບກ່ຽວກັບການທ່ອງທ່ຽວໃຫ້ຫຼາຍຂຶ້ນ. ຊຸກຍູ້ສົ່ງເສີມໃຫ້ບັນດາສະມາຄົມທຸລະກິດ ແລະ ກຸ່ມທຸລະກິດ ແລະ ຫົວໜ່ວຍທຸລະກິດອຸດສາຫະກໍາການທ່ອງທ່ຽວໄດ້ມີກົນໄກປະສານ ກ້າວໄປເຖິງສ້າງເຄືອຂ່າຍຜູກພັນດ້ານທຸລະກິດນໍາກັນ, ອູ້ມຊູສະໜັບສະໜູນຊ່ວຍເຫຼືອຊຶ່ງກັນ ແລະ ກັນ ຮ່ວມກັນກໍານົດນະໂຍບາຍ,ວິທີການ, ຮູບການໃນການດຶງດູດນັກທ່ອງທ່ຽວຕະຫຼອດການກໍານົດລາຄາຄ່າບໍລິການໃນແຕ່ລະລະດູການຂອງການທ່ອງທ່ຽວ. ເປັນເຈົ້າການປະສານສົມທົບກັບພາກສ່ວນ, ຂະ ແໜງການກ່ຽວຂ້ອງ, ປັບປຸງຂອດບໍລິການນັກທ່ອງທ່ຽວທີ່ຢູ່ພາຍໃຕ້ການຄຸ້ມຄອງ, ກວດກາຂອງແຕ່ລະພາກສ່ວນເຊັ່ນ: ການບໍລິການຂົນສົ່ງ, ການບໍລິການຢູ່ດ່ານສາກົນເຂົ້າ-ອອກປະເທດ, ການບໍລິການແຫຼ່ງທ່ອງທ່ຽວຕ່າງໆ ແລະ ການບໍລິການອື່ນໆທີ່ກ່ຽວກັບກິດຈະກໍາຂອງນັກທ່ອງທ່ຽວ. ສືບຕໍ່ພົວພັນ ແລະ ເສີມຂະຫຍາຍການແລກປ່ຽນບົດຮຽນທາງວິຊາການ, ຮ່ວມມືດ້ານການດໍາເນີນທຸລະກິດອຸດສາຫະກໍາການທ່ອງທ່ຽວຂອງປະເທດເຮົາ ກັບ ບັນດາປະເທດໃກ້ຄຽງ, ອະນຸພາກພື້ນແມ່ນໍ້າຂອງ ແລະ ບັນດາປະເທດອາຊຽນ.

ເພື່ອພັດທະນາອຸດສະຫະກໍາ ການທ່ອງທ່ຽວ ຢູ່ປະເທດພວດເຮົາໃນຕໍ່ໜ້າໃຫ້ເຂົ້າສູ່ລະບົບ, ມີຄວາມເປັນລະບຽບຮຽບຮ້ອຍ ແລະ ເພື່ອເຮັດໃຫ້ອຸດສາຫະກໍາການທ່ອງທ່ຽວຂອງລາວມີຄວາມເຂັ້ມແຂງ, ມີຄຸນນະພາບການບໍລິການທີ່ດີໄດ້ມາດຕະຖານສາກົນເທື່ອລະກ້າວ ແລະ ດໍາເນີນທຸລະກິດໃຫ້ສອດຄ່ອງກັບລະບຽບກົດໝາຍທີ່ວາງອອກ, ສາມາດແຂ່ງຂັນກັບປະເທດໃກ້ຄຽງ ແລະ ພາກພື້ນ ທັງປະກອບສ່ວນເຂົ້າໃນການພັດທະນາເສດຖະກິດຂອງປະເທດເຮົາໄດ້ເປັນຢ່າງດີ. ຕ້ອງໄດ້ເອົາໃຈໃສ່ປັບປຸງ ແລະ ສ້າງນິຕິກໍາກ່ຽວກັບການສ້າງຕັ້ງ, ການເຄື່ອນໄຫວຂອງບັນດາທຸລະກິດໃນອຸດສະຫະກໍາການທ່ອງທ່ຽວໃຫ້ຄົບຊຸດ, ຍົກສູງຄຸນນະພາບການບໍລິການນໍາທ່ຽວໃຫ້ໄດ້ມາດຕະຖານ, ຮັບປະກັນໃນການຮັບສົ່ງ ແລະ ບໍລິການນໍາທ່ຽວຄົບວົງຈອນ ຫຼີກລ່ຽງການບໍລິການນໍາທ່ຽວທີ່ບໍ່ຖືກຕ້ອງ ທີ່ຈະສົງຜົນກະທົບດ້ານລົບຕໍ່ພາບພົດການທ່ອງທ່ຽວຂອງປະເທດເຮົາ. ໃນນັ້ນຈະຕ້ອງໄດ້ເອົາໃຈໃສ່ຈັດສັນບໍລິສັດທ່ອງທ່ຽວໃຫ້ຖືກຕ້ອງຕາມກົດໝາຍວ່າດ້ວຍການທ່ອງທ່ຽວຄື:ບໍລິສັດທ່ອງທ່ຽວລະຫວ່າງປະເທດ ເຮັດໜ້າທີ່ບໍລິການນໍານັກທ່ອງທ່ຽວເຂົ້າມາທ່ອງທ່ຽວພາຍໃນປະເທດ ຫຼື ນໍານັກທ່ອງທ່ຽວຈາກລາວອອກໄປທ່ຽວຕ່າງປະເທດ, ບໍລິສັດທ່ອງທ່ຽວພາຍໃນປະເທດ ເຮັດໜ້າທີ່ບໍລິການນໍາພານັກທ່ອງທ່ຽວຢູ່ພາຍໃນ ແລະ ບໍລິສັດທ່ອງທ່ຽວໃນພື້ນທີ່ສະເພາະໃດໜຶ່ງ ເຮັດໜ້າທີ່ບໍລິການນໍາພານັກທ່ອງທ່ຽວໃນສະຖານທີ່ໃດໝຶ່ງ ໄປພ້ອມກັບຈັດແບ່ງປະເພດພະນັກງານນໍາທ່ຽວໃຫ້ແທດເໝາະກັບສະພາບການຂະຫຍາຍຕົວຂອງທຸລະກິດທ່ອງທ່ຽວໃນປັດຈຸບັນ ຊຶ່ງມີຢູ່ສາມປະເພດຄື: ພະນັກງານນໍາທ່ຽວສັງກັດບໍລິສັດບໍລິສັດນໍາທ່ຽວ, ພະນັກງານນໍາທ່ຽວສັງກັດພະແນກ, ຫ້ອງການທ່ອງທ່ຽວແຂວງ ແລະ ພະນັກງານປະຈໍາຢູ່ແຫຼ່ງທ່ອງທ່ຽວ. ສືບຕໍ່ປັບປຸງກຸ່ມທຸລະກິດບໍລິການທ່ອງທ່ຽວຢູ່ແຂວງຕ່າງໆໃຫ້ເຂັ້ມແຂງ ມີຄວາມສາມາດເຕົ້າໂຮມບັນດາທຸລະກິດ, ທັງມີແຜນການເຄື່ອນໄຫວໂຄສະນາ-ສົ່ງເສີມການທ່ອງທ່ຽວພາຍໃນທ້ອງຖິ່ນຂອງຕົນ. ພັດທະນາວົງຈອນ ແລະ ລາຍການທ່ອງທ່ຽວທີ່ເໝາະສົມກັບຕະຫຼາດເປົ້າໝາຍ. ພາກລັດ ແລະ ພາກເອກະຊົນ ນັບທັງຂັ້ນສູງກາງ ແລະ ທ້ອງຖິ່ນ ຕ້ອງປະສານສົມທົບພັດທະນາວົງຈອນ ແລະ ລາຍການທ່ອງທ່ຽວໃຫ້ມີຄວາມຫຼາກຫຼາຍ.

ພັດທະນາຜະລິດຕະພັນໃໝ່ໃຫ້ເໝາະສົມກັບກຸ່ມນັກທ່ອງທ່ຽວເຊັ່ນ: ທ່ອງທ່ຽວປະຫວັດສາດ, ທ່ຽວຊົມຫັດຖະກໍາ, ທ່ອງທ່ຽວສຸຂະພາບ, ຍ່າງປ່າ ແລະ ອື່ນໆ. ປັບປຸງລະບຽບການມາດຕະຖານຄວາມປອດໄພສໍາລັບກິດຈະກໍາທ່ອງທ່ຽວທີ່ມີລັກສະນະພະຈົນໄພ ເຊັ່ນ: ທ່ຽວຖໍ້າ, ຊົມນໍ້າຕົກຕາດ, ປີນຜາ, ລ່ອງແກ້ງ, ເບິ່ງຊ້າງປ່າ... ໃຫ້ມີຄວາມປອດໄພ,ຍົກສູງການບໍລິການຂອງສະຖານທີ່ພັກແຮມ, ຮ້ານອາຫານ ແລະ ຮ້ານກິນດື່ມໃຫ້ໄດ້ມາດຕະຖານໃກ້ຄຽງໃນລະດັບພາກພື້ນ ແລະ ສາກົນ.

ທັງໝົດເຫຼົ່ານີ້, ກໍເພື່ອເຮັດໃຫ້ປະເທດລາວເຮົາເຂັ້ມແຂງດ້ານອຸດສາຫະກໍາການທ່ອງ

ທ່ຽວ, ເປັນຈຸດໝາຍຂອງນັກທ່ອງທ່ຽວ ເປັນທີ່ດຶ່ງດູດ ແລະ ຍ່ອມຮັບຂອງນັກທ່ອງທ່ຽວ ນໍາເອົາເງິນຕາເຂົ້າສູ່ປະເທດນັບມື້ນັບຫຼາຍຂຶ້ນ.

ຄໍາເຫັນ

ຂ່າວທ່ອງທ່ຽວ

ທ່ອງທ່ຽວວັດທະນະທຳລາວ ມະຫາຊົນ ສຸມໃສ່ພັດທະນາຫຼາຍວຽກງານໃນຕໍ່ໜ້າ

ທ່ອງທ່ຽວວັດທະນະທຳລາວ ມະຫາຊົນ ສຸມໃສ່ພັດທະນາຫຼາຍວຽກງານໃນຕໍ່ໜ້າ

ທ່ານ ນາງ ເຊຍ ຮຸຍຜິງ (XIA HUIPING) ຮອງປະທານກຸ່ມບໍລິສັດທ່ອງທ່ຽວ ວັດທະນະທໍາລາວ ມະຫາຊົນ ໄດ້ໃຫ້ສໍາພາດຕໍ່ສື່ມວນຊົນເມື່ອບໍ່ດົນຜ່ານມາ ທີ່ເດີ່ນພະທາດຫຼວງວຽງຈັນວ່າ: ປີນີ້ດີໃຈຫຼາຍທີ່ພັກ-ລັດ ໄດ້ເຫັນຄວາມສໍາຄັນ ໃຫ້ກຸ່ມບໍລິສັດຂອງພວກເຮົາໄດ້ນໍາເອົາຜະລິດຕະພັນການ ທ່ອງທ່ຽວ ວັດທະນະທໍາລາວ ມາວາງສະແດງ ເພື່ອໂຄສະນາໃຫ້ມວນຊົນທັງພາຍໃນ ແລະ ຕ່າງປະ ເທດໄດ້ຮັບຮູ້, ສົນໃຈ ການບໍລິການຕ່າງໆຂອງກຸ່ມບໍລິສັດໃຫ້ກວ້າງຂວາງ ແລະ ຫຼາຍຂຶ້ນ ໂດຍສະເພາະກຸ່ມບໍລິສັດທ່ອງທ່ຽວ ວັດທະນະທໍາລາວ ມະຫາຊົນ ໄດ້ສຸມໃສ່ການພັດທະນາຫຼາຍວຽກງານໃນຕໍ່ໜ້າ.
ສຳຜັດກັບການທ່ອງທ່ຽວທີ່ສວນໝີແພນດ້າເມືອງເສິງຕູ່

ສຳຜັດກັບການທ່ອງທ່ຽວທີ່ສວນໝີແພນດ້າເມືອງເສິງຕູ່

ໃນໂລກທີ່ເຕັມໄປດ້ວຍຄວາມເຄັ່ງຄັດ ແລະ ຄວາມຮີບຮ້ອນ ບາງຄັ້ງມະນຸດກໍຕ້ອງການບ່ອນໃດຫນຶ່ງທີ່ເຮັດໃຫ້ເຮົາໄດ້ພັກຜ່ອນຢ່ອນ ໃຈ ແລະ ສຳຜັດກັບຄວາມສະຫງົບໃນທໍາມະຊາດ. ສວນແພນດ້າເມືອງເສິງຕູ່ ທີ່ມົນຊີ່ຊ່ວນ ສປຈີນ (Chengdu Research Base of Giant Panda Breeding)ເປັນບ່ອນທີ່ສາມາດມອບຄວາມຮູ້ສຶກນັ້ນໃຫ້ໄດ້ຢ່າງແທ້ຈິງ.
2025 ຫຼວງນໍ້າທາ ຄາດຈະດຶງດູດນັກທ່ອງທ່ຽວເຂົ້າມາທ່ຽວຊົມໃຫ້ໄດ້ 1,280,000 ເທື່ອຄົນ

2025 ຫຼວງນໍ້າທາ ຄາດຈະດຶງດູດນັກທ່ອງທ່ຽວເຂົ້າມາທ່ຽວຊົມໃຫ້ໄດ້ 1,280,000 ເທື່ອຄົນ

ການທ່ອງທ່ຽວແຂວງຫຼວງນໍ້າທາ ສືບຕໍ່ຂະຫຍາຍຕົວຢ່າງຕໍ່ເນື່ອງ ເລີ່ມແຕ່ເດືອນມັງກອນ-ກັນຍາ 2025 ມີນັກທ່ອງທ່ຽວເດີນທາງມາຢ້ຽມຢາມ ແລະ ຜ່ານແຂວງຫຼວງນໍ້າທາ 985,322 ເທື່ອຄົນ ເພີ່ມຂຶ້ນ 9% ເມື່ອທຽບໃສ່ໄລຍະດຽວກັນຂອງປີຜ່ານມາ, ສາມາດສ້າງລາຍຮັບທາງກົງ-ທາງອ້ອມເຂົ້າງົບປະມານແຂວງໄດ້ປະມານ 30.70 ລ້ານໂດລາ ຊຶ່ງສະແດງໃຫ້ເຫັນເຖິງຄວາມສໍາເລັດຂອງຄະນະນໍາຂັ້ນແຂວງ ແລະ ພະແນກວັດທະນະທໍາ ແລະ ການທ່ອງທ່ຽວ (ວທ) ເອົາໃຈໃສ່ການພັດທະນາ ແລະ ສົ່ງເສີມການທ່ອງທ່ຽວ ໂດຍສະເພາະແມ່ນການທ່ອງທ່ຽວແບບອະນຸລັກໃນປ່າສະຫງວນແຫ່ງຊາດນໍ້າຫ້າ ຊຶ່ງເນັ້ນຈຸດເດັ່ນທາງດ້ານທໍາມະຊາດອັນບໍລິສຸດ ແລະ ຄວາມຫຼາກຫຼາຍທາງດ້ານວັດທະນະທໍາຂອງຊົນເຜົ່າ.
ການທ່ອງທ່ຽວໃນປີ 2025 ຢູ່ໃນຈັງຫວະຟື້ນຕົວຢ່າງຕໍ່ເນື່ອງ

ການທ່ອງທ່ຽວໃນປີ 2025 ຢູ່ໃນຈັງຫວະຟື້ນຕົວຢ່າງຕໍ່ເນື່ອງ

ທ່າອ່ຽງການທ່ອງທ່ຽວໃນປີ 2025 ຂອງ ສປປ ລາວ ກໍາລັງຢູ່ໃນຈັງຫວະຟື້ນຕົວຢ່າງຕໍ່ເນື່ອງ ສະແດງອອກໃນໄລຍະແຕ່ເດືອນມັງກອນ ຫາ ເດືອນສິງຫາ 2025 ນີ້, ມີນັກທ່ອງທ່ຽວເຂົ້າມາທ່ຽວ ສປປ ລາວ ທັງໝົດ 3,061,928 ເທື່ອຄົນ. ໃນຂະນະທີ່ໝົດປີ 2024 ມີນັກທ່ອງທ່ຽວເຂົ້າມາລາວ 4,120,832 ເທື່ອຄົນ.
ວັງວຽງ ໜຶ່ງໃນຈຸດໝາຍປາຍທາງຂອງນັກທ່ອງທ່ຽວ

ວັງວຽງ ໜຶ່ງໃນຈຸດໝາຍປາຍທາງຂອງນັກທ່ອງທ່ຽວ

ສະຖານທີ່ທ່ອງທ່ຽວຂົວສີຟ້າ, ຖ້ຳນາງຟ້າ-ຖ້ຳນອນ ເປັນອີກໜຶ່ງແຫຼ່ງທ່ອງທ່ຽວທາງທໍາມະຊາດທີ່ຕິດພັນກັບການປົກປັກຮັກສິ່ງແວດລ້ອມຂອງເມືອງວັງວຽງ ແຂວງ​ວຽຈັນ ທີ່ໄດ້ຮັບ​ລາງວັນການພັດທະນາທ່ອງທ່ຽວດີເດັ່ນ ແລະ ຍືນຍົງຂອງ ສປປ ລາວ ຊຶ່ງສະຖານທີ່ດັ່ງກ່າວອ້ອມຮອບໄປດ້ວຍພູຜ່າປ່າໄມ້ທີ່ຂຽວສົດງົດງາມອາກາດເຢັນ ແລະ ມີອ່າງນໍ້າໃສ​ທີ່ສາມາດແນມເຫັນຝູງປານ້ອຍ-ໃຫຍ່ຢູ່ໃນນໍ້າ ເຮັດໃຫ້ນັກທ່ອງທ່ຽວເພີດເພີນ ແລະ ຮູ້ສຶກຜ່ອນຄາຍເມື່ອໄດ້ເຂົ້າມາທ່ຽວຊົມ ເໝາະ​ແກ່​ການ​ມາ​ພັກ​ຜ່ອນແບບຄອບຄົວຄູ່ຮັກ ຫຼື ຈະມາກັບໝູ່ເ​ພື່ອນ.
ມວນຊົນຈຳນວນຫຼາຍຫຼັ່ງໄຫຼເຂົ້າມາທ່ຽວບຸນຊ່ວງເຮືອປະເພນີທີ່ທ່າວັດຈັນຢ່າງຄຶກຄື້ນ

ມວນຊົນຈຳນວນຫຼາຍຫຼັ່ງໄຫຼເຂົ້າມາທ່ຽວບຸນຊ່ວງເຮືອປະເພນີທີ່ທ່າວັດຈັນຢ່າງຄຶກຄື້ນ

ງານບຸນອອກພັນສາປະວໍລະນາແລະຊ່ວງເຮືອປະເພນີປະຈໍາປີ 2025 ທີ່ທ່າວັດຈັນນະຄອນຫຼວງວຽງຈັນ (ນວ) ໄດ້ຈັດຂຶ້ນເປັນເວລາ 5 ວັນ ນັບແຕ່ວັນທີ 4-8 ຕຸລານີ້. ພາຍຫຼັງມື້ບຸນອອກພັນສາປະວໍລະນາ 1 ວັນ ຄືໃນວັນທີ 8 ຕຸລານີ້ (ມື້ແຮມ 1 ຄໍ່າເດືອນ 11 ລາວ) ໄດ້ມີພິທີເປີດການແຂ່ງຂັນຊ່ວງເຮືອ ປະເພນີ ຖືເປັນມື້ສຸດທ້າຍຂອງງານບຸນ ຊຶ່ງມີມວນຊົນທັງພາຍໃນແລະຕ່າງປະເທດຈຳນວນຫຼວງຫຼາຍ ຫຼັ່ງໄຫຼກັນເຂົ້າມາຊົມມາເຊຍການແຂ່ງຂັນຊ່ວງເຮືອຢ່າງຄຶກຄື້ນມ່ວນຊື່ນ.
ເຊີນ​ທ່ຽວ​ຊົມງານບຸນກາເຟ ແລະ ຊາບ້ານເຮົາຈະຈັດຂຶ້ນທີ່ນະຄອນ-ຫຼວງພະບາງ

ເຊີນ​ທ່ຽວ​ຊົມງານບຸນກາເຟ ແລະ ຊາບ້ານເຮົາຈະຈັດຂຶ້ນທີ່ນະຄອນ-ຫຼວງພະບາງ

ຮອດເວລາທີ່ສຳຄັນຂອງປີອີກຄັ້ງ, ນັກດື່ມກາເຟ ແລະ ຊາທັງຫຼາຍ! ໂຄງການ Green Cup, ໂດຍກະຊວງກະສິກໍາ ແລະ ສິ່ງແວດລ້ອມ ຂໍຮຽນເຊີນຊວນທຸກທ່ານເຂົ້າຮ່ວມງານບຸນກາເຟ ແລະ ຊາບ້ານເຮົາ ເພື່ອສະເຫຼີມ​ສະຫຼອງ ວັນກາເຟ ແລະ ຊາສາກົນ ປະຈຳປີ 2025 ໃນລະຫວ່າງວັນທີ 3-5 ຕຸລາ 2025 ທີ່ໂຮງຮຽນປະຖົມຫຼວງພະບາງ, ເພື່ອດື່ມດ່ຳກັບ ວັດທະນະທໍາ, ຊີມຣົດຊາດ ແລະ ເຕົ້າໂຮມກັນແບບຊຸມຊົນ ເປັນເວລາ 3 ວັນ.
ຫຼວງພະບາງສຸມໃສ່ພັດທະນາການທ່ອງທ່ຽວ ຕິດພັນກັບການປົກປັກຮັກສາວັດທະນະທຳທີ່ເປັນເອກະລັກ

ຫຼວງພະບາງສຸມໃສ່ພັດທະນາການທ່ອງທ່ຽວ ຕິດພັນກັບການປົກປັກຮັກສາວັດທະນະທຳທີ່ເປັນເອກະລັກ

ຫຼວງພະບາງເປັນດິນແດນແຫ່ງອະລິຍະທຳທີ່ອຸດົມສົມບູນ ມີປະຫວັດສາດອັນຍາວນານທີ່ໜ້າຊື່ນຊົມ ໜຶ່ງໃນຈຸດໝາຍປາຍທາງຂອງນັກທ່ອງທ່ຽວ ໄດ້ຖືກຮັບຮອງຈາກອົງການອຸຍແນັດສະໂກໃຫ້ເປັນເມືອງມໍຣະດົກໂລກນັບແຕ່ປີ 1995 ເປັນຕົ້ນມາ ຊຶ່ງເປັນເງື່ອນໄຂໃຫ້ຊາວໂລກໄດ້ຮັບຮູ້ ແລະ ໃຫ້ຄວາມສົນໃຈເດີນທາງມາທ່ອງທ່ຽວຢ່າງຕໍ່ເນື່ອງ ອັນໄດ້ເປັນທ່າແຮງຕົ້ນຕໍໃນການສ້າງລາຍຮັບເຂົ້າສູ່ປະຊາຊົນພາຍໃນແຂວງ.
ສືບຕໍ່ການພັດທະນາແຫຼ່ງທ່ອງທ່ຽວແບບວົງແຫວນ ຢູ່ເມືອງອຸທຸມພອນ

ສືບຕໍ່ການພັດທະນາແຫຼ່ງທ່ອງທ່ຽວແບບວົງແຫວນ ຢູ່ເມືອງອຸທຸມພອນ

ເມື່ອບໍ່ດົນມານີ້, ແຂວງສະຫວັນນະເຂດ ໄດ້ສຳຫຼວດເພື່ອສືບຕໍ່ຄວາມພະຍາຍາມໃນການປັບປຸງ ແລະ ພັດທະນາແຫຼ່ງທ່ອງທ່ຽວແບບວົງແຫວນ ຫຼື ແບບຄົບວົງຈອນ ທີ່ຕັ້ງຢູ່ໃນເຂດພື້ນທີ່ໃກ້ກັນ ຂອງເມືອງອຸທຸມພອນ ເພື່ອເສີມສ້າງທ່າແຮງດຶງດູດນັກທ່ອງທ່ຽວ ແລະ ສົ່ງເສີມເສດຖະກິດທ້ອງຖິ່ນ.
ພັດທະນາແຫຼ່ງທ່ອງທ່ຽວເນັ້ນສ້າງບຸກຄະລາກອນເຂັ້ມແຂງ

ພັດທະນາແຫຼ່ງທ່ອງທ່ຽວເນັ້ນສ້າງບຸກຄະລາກອນເຂັ້ມແຂງ

ວິໄສທັດຂອງບໍລິສັດພັດທະນາແຫຼ່ງທ່ອງທ່ຽວນໍ້າຕົກຕາດເຍືອງຫຼັກ40 ເມືອງປາກຊ່ອງ ແຂວງຈໍາປາສັກ ແລະ ແຫຼ່ງທ່ອງທ່ຽວນໍ້າຕົກຕາດເລາະ-ຕາດຮັງ ແຂວງສາລະວັນ “ພັດທະນາແຫຼ່ງທ່ອງທ່ຽວເພື່ອດຶງດູດນັກທ່ອງທ່ຽວພາຍໃນ ແລະ ຕ່າງປະເທດ ພ້ອມທັງສ້າງລາຍຮັບໃຫ້ແກ່ປະຊາຊົນທ້ອງຖິ່ນ”
ເພີ່ມເຕີມ