![]() |
ທ່ານນາງ ບຸນຖິນ ແກ່ນພົມມາໄດ້ເລົ່າມູນເຊື້ອປະຫວັດຫຍໍ້ວັນທີ 7 ຕຸລາ 1994-7 ຕຸລາ 2025 ຄົບຮອບ 31 ປີ: ໂດຍມວນມະນຸດໄດ້ດຳເນີນການພັດທະນາຕົນເອງ ໃຫ້ມີຄວາມກ້າວໜ້າໄປຢ່າງບໍ່ຢຸດຢັ້ງອັນໄດ້ເຮັດໃຫ້ສັງຄົມມະນຸດໄດ້ມີການປ່ຽນຈາກລະບອບນີ້ໄປສູ່ລະບອບສັງຄົມອື່ນ ໃນຂະບວນວິວັດພັດທະນາການດັ່ງກ່າວ, ຄູໄດ້ມີບົດບາດປະກອບສ່ວນອັນສໍາຄັນທີ່ບໍ່ມີໃຜ ແລະຊັ້ນຄົນໃດຈະປະຕິເສດໄດ້,ໂດຍກຳນົດເອົາວັນເຂົ້າຮັບລາຊະການເພື່ອເປັນຄູຂອງນາຍຄູຄຳ,ຊຶ່ງແມ່ນຄູຜູ້ທີ່ມີສັນຊາດລາວຄົນທຳອິດ ແລະກຳນົດວັນທີ 7 ຕຸລາ ເພື່ອເປັນວັນຄູແຫ່ງຊາດລາວ ແລະ ວັນຄູແຫ່ງຊາດລາວໄດ້ຖືກປະກາດໃຊ້ຕັ້ງແຕ່ວັນທີ 7 ຕຸລາປີ 1994 ເປັນຕົ້ນມາ ຈົນຮອດປັດຈຸບັນ,ເມື່ອຮອດວັນທີ 7 ຕຸລາ ທຸກໆປີຈະມີພິທີການເລົ່າປະຫວັດ ແລະອວຍພອນຄູຂຶ້ນໃນທຸກສະຖາບັນສຶກສາໃນທົ່ວປະເທດ, ພ້ອມນັ້ນນ້ອງນ້ອຍນັກຮຽນຍັງໄດ້ອ່ານສານອວຍພອນໃຫ້ແກ່ຄູ-ອາຈານ.
(ພາບ-ຂ່າວ: ອ່ອນໃຈ ໄຊຍະແຮດ)

ຄໍາເຫັນ