ແຕ່ນີ້ຫາກອງປະຊຸມທ້າຍສະໄໝ ບໍ່ແກ້ວຈະສຸມໃສ່ພັດທະນາຂົງເຂດວັດທະນະທໍາ-ສັງຄົມໃຫ້ດີຂຶ້ນ

ແຕ່ນີ້ຫາກອງປະຊຸມທ້າຍສະໄໝ ບໍ່ແກ້ວຈະສຸມໃສ່ພັດທະນາຂົງເຂດວັດທະນະທໍາ-ສັງຄົມໃຫ້ດີຂຶ້ນ
ເພື່ອສືບຕໍ່ຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງທີ IXຂອງອົງຄະນະພັກແຂວງ ແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ຄັ້ງທີIX ແຂວງບໍ່ແກ້ວຈະສຸມໃສ່ພັດທະນາຂົງເຂດວັດທະນາທໍາ-ສັງຄົມພາຍໃນແຂວງໃຫ້ດີຂຶ້ນກວ່າເກົ່າ.
    ທ່ານ ບົວຄົງ ນາມມະວົງ ເຈົ້າແຂວງບໍ່ແກ້ວກ່າວວ່າ:ຈະສຸມໃສ່ພັດທະນາຂົງເຂດວັດທະນະທໍາ-ສັງຄົມໃຫ້ດີຂຶ້ນກວ່າເກົ່າ ເລັ່ງໃສ່ປັບປຸງ ແລະ ຍົກຄຸນນະພາບຂອງການສຶກສາໃຫ້ສູງຂຶ້ນ.ເຮັດໃຫ້ອັດຕາເດັກນ້ອຍລຸ່ມ5ປີທີ່ມີນໍ້າໜັກຕໍ່າກວ່າມາດຕະຖານໃຫ້ຫຼຸດລົງເຫຼືອ14%, ອັດຕາເດັກນ້ອຍລຸ່ມ5ປີທີ່ມີລວງສູງບໍ່ໄດ້ມາດຕະຖານໃຫ້ຫຼຸດລົງເຫຼືອ25%ຂອງປະຊາກອນເປົ້າໝາຍ,ອັດຕາໃຫ້ວັກຊິນກັນພະຍາດໃນເດັກລຸ່ມ1ປີໃຫ້ໄດ້95%.ພັດທະນາສີມືແຮງງານໃຫ້ໄດ້ 900ຄົນ; ສະໜອງແຮງງານເຂົ້າຕະຫຼາດແຮງງານໃຫ້ໄດ້ 2.600ຄົນ; ຊຸກຍູ້ການກໍ່ສ້າງສູນພັດທະນາສີມືແຮງງານ,ປັບປຸງວຽກງານສື່ມວນຊົນໃຫ້ມີເນື້ອໃນຄົບຖ້ວນ, ແຫຼມຄົມ, ມີຫຼາຍຮູບຫຼາຍສີແລະສົ່ງຜ່ານພາຫະນະສື່ມວນຊົນໃຫ້ເຂົ້າເຖິງປະຊາຊົນ; ສູ້ຊົນຂະຫຍາຍຄອບຄົວວັດທະນະທໍາໃໝ່ໃຫ້ໄດ້2.913ຄອບຄົວ, ບ້ານວັດທະນະທໍາໃໝ່ໃຫ້ໄດ້31ບ້ານ, ສ້າງບ້ານວັດທະນະທໍາຕົວແບບໃຫ້ໄດ້ 1-2 ບ້ານ,ສູ້ຊົນປະກາດເມືອງປາກທາເປັນເມືອງພົ້ນທຸກ, ສ້າງບ້ານພົ້ນທຸກໃຫ້ໄດ້ 21 ບ້ານ, ສ້າງຄອບຄົວພົ້ນທຸກໃຫ້ໄດ້ 3.000ກວ່າຄອບຄົວ,ສ້າງບ້ານພັດທະນາທໍາໃຫ້ໄດ້ 49 ບ້ານ, ສ້າງຄອບຄົວພັດທະນາໃຫ້ໄດ້ 5.860 ຄອບຄົວ ແລະ ສ້າງບ້ານໃຫຍ່ໃຫ້ກາຍເປັນຕົວເມືອງໃນຊົນນະບົດ 6 ບ້ານຈຸດສຸມ, ສ້າງເມືອງຫ້ວຍຊາຍ, ເມືອງຕົ້ນເຜິ້ງເປັນເມືອງເຂັ້ມແຂງຮອບດ້ານ; ອັດຕາການຊົມໃຊ້ໄຟຟ້າໃຫ້ກວມ100%.ຫຼຸດຜ່ອນຄວາມແຕກໂຕນລະຫວ່າງຕົວເມືອງແລະຊົນນະບົດ, ປົກປ້ອງສິດຜົນປະໂຫຍດອັນຊອບທໍາຂອງແມ່ຍິງ,ເດັກນ້ອຍ,ການສົ່ງເສີມຄວາມກ້າວໜ້າຂອງແມ່ຍິງ,ຄວາມສະເໝີພາບຍິງ-ຊາຍ;ແມ່ຍິງໄດ້ຮັບການບັນຈຸ, ສັບຊ້ອນເຂົ້າໃນຕໍາແໜ່ງນໍາພາ-ຄຸ້ມຄອງໃນແຕ່ລະຂັ້ນໃຫ້ມີຈໍານວນເພີ່ມຂຶ້ນ.
    ທ່ານ ບົວຄົງ ນາມມະວົງກ່າວວ່າ: ໃນໄລຍະແຕ່ປີ 2020-2021 ຜ່ານມາ, ແຂວງໄດ້ມີຄວາມພະຍາ ຍາມພັດທະນາຂົງເຂດວັດທະນະທໍາ-ສັງຄົມໄດ້ດີພໍສົມຄວນ ໂດຍສຸມໃສ່ການພັດທະນາຊັບພະຍາກອນມະນຸດໃຫ້ມີຄຸນນະພາບສາມາດຕອບສະໜອງຄວາມຕ້ອງການຂອງການພັດທະນາໃນປັດຈຸບັນ ທັງມີຄວາມສາມາດຄົ້ນຄວ້າແລະນໍາໃຊ້ວິທະຍາສາດ-ເຕັກໂນໂລຊີເພື່ອຍົກສູງປະສິດທິພາບແລະສ້າງມູນຄ່າເພີ່ມການຜະລິດແລະການບໍລິການ, ຈັດຕັ້ງປະຕິບັດຄາດໝາຍດ້ານການສຶກສາໃນ 15ຕົວຊີ້ບອກ;ບັນລຸໄດ້9ຄາດໝາຍ, ບໍາລຸງຊັ້ນມັດທະຍົມຕອນຕົ້ນໃຫ້ກຸ່ມເປົ້າໝາຍໃນເກນອາຍຸ 15-35ປີທີ່ບໍ່ຈົບມັດທະຍົມຕອນຕົ້ນໄດ້41ບ້ານ,ສົ່ງເສີມພາກເອກະຊົນເຂົ້າໃນການພັດທະນາການສຶກສາຫຼາຍຂຶ້ນ.
    ວຽກງານສາທາລະນະສຸກບັນລຸໄດ້ 5ຄາດໝາຍໃນຈໍານວນ 11 ຕົວຊີ້ບອກ;ພັດທະນາສີມືແຮງງານໄດ້ 920 ຄົນປະຕິບັດໄດ້18,4%, ສະໜອງແຮງງານເຂົ້າສູ່ຕະຫຼາດພາຍໃນແຂວງໄດ້12.179 ຄົນ, ຮັບບໍລິຈາກເລືອດໄດ້ທັງໝົດ 3.072 ຖົງ.ຊີວິດການເປັນຢູ່ຂອງປະຊາຊົນທາງດ້ານວັດຖຸແລະຈິດໃຈຂອງປະຊາຊົນໄດ້ຮັບການຍົກລະດັບໃຫ້ດີຂຶ້ນເທື່ອລະກ້າວ.ສຸມໃສ່ວຽກງານພັດທະນາຊົນນະບົດແລະແກ້ໄຂຄວາມທຸກຍາກສ້າງຄອບຄົວພົ້ນທຸກໄດ້1.469ຄອບຄົວຍັງເຫຼືອ7.007 ຄອບຄົວທຽບໃສ່ແຜນການປະຕິບັດໄດ້ເທົ່າກັບ33,67%; ສ້າງບ້ານພົ້ນທຸກໄດ້18 ບ້ານເທົ່າກັບ46,15%, ສ້າງບ້ານພັດທະນາໄດ້26 ບ້ານເທົ່າກັບ34,66%;ສ້າງຄອບຄົວພັດທະນາໄດ້5.392 ຄອບຄົວເທົ່າກັບ36,57%;ສ້າງບ້ານໃຫຍ່ເປັນຕົວເມືອງໃນຊົນນະບົດໄດ້3 ຈຸດສຸມທຽບໃສ່ແຜນການປະຕິບັດໄດ້33,33%; ສໍາເລັດການສ້າງຄອບຄົວວັດທະນະທໍາໄດ້1.985 ຄອບຄົວ ເທົ່າກັບ68,14%, ສ້າງບ້ານວັດທະນະທໍາໄດ້22 ບ້ານເທົ່າກັບ70,97%; ສ້າງກຸ່ມບ້ານວັດທະນະທໍາໄດ້4 ກຸ່ມບ້ານເທົ່າກັບ21,05%, ກໍ່ສ້າງໂຄງລ່າງພື້ນຖານທີ່ຈໍາເປັນຈໍານວນໜຶ່ງໃນບັນດາເມືອງແລະບ້ານທີ່ທຸກຍາກຈໍານວນໜຶ່ງໂດຍການກໍ່ສ້າງແລະສ້ອມແປງເສັ້ນທາງຊົນນະບົດ, ໂຮງໝໍຊຸມຊົນ, ຕາຂ່າຍໄຟຟ້າແລະອື່ນໆອັດຕາການການຊົມໃຊ້ໄຟຟ້າໄດ້ 241 ບ້ານ ເທົ່າກັບ 97,18%.
ຂ່າວ: ວັນໄຊ ຕະວິນຍານ

ຄໍາເຫັນ

ຂ່າວການເມືອງ

ຜົນສໍາເລັດກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

ຜົນສໍາເລັດກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

ທ່ານ ບຸນຈັນ ສີວົງພັນ ຮອງປະທານສະພາແຫ່ງຊາດ ຕາງໜ້າຄະນະປະຈຳສະພາແຫ່ງຊາດ ຫົວໜ້າກອງເລຂານຸການກອງປະຊຸມ ໄດ້ຖະແຫຼງຂ່າວຕໍ່ສື່ມວນຊົນ ກ່ຽວກັບຜົນສໍາເລັດຂອງການດໍາເນີນກອງປະຊຸມສະ ໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ໃນວັນທີ 21 ຕຸລານີ້ ທີ່ສະພາແຫ່ງຊາດ.
ຜົນການພິຈາລະນາຮັບຮອງເອົາກົດໝາຍຈໍານວນ 8 ສະບັບ

ຜົນການພິຈາລະນາຮັບຮອງເອົາກົດໝາຍຈໍານວນ 8 ສະບັບ

ທ່ານ ກອງແກ້ວ ໄຊສົງຄາມ ຮອງປະທານສະພາແຫ່ງຊາດ ໄດ້ຖະແຫຼງຂ່າວກ່ຽວກັບຜົນການພິຈາລະນາຮັບຮອງເອົາກົດໝາຍຈໍານວນ 8 ສະບັບຕໍ່ສື່ມວນຊົນ ໃນວັນທີ 21 ຕຸລານີ້ ທີ່ສະພາແຫ່ງຊາດ ວ່າ: ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ໄດ້ສຸມໃສ່ພິຈາລະນາບັນດາຮ່າງກົດໝາຍຈໍານວນ 8 ສະບັບ. ໃນນັ້ນ, ມີກົດໝາຍສ້າງໃໝ່ 1 ສະບັບ ແລະ ປັບປຸງ 7 ສະບັບ.
ສສຊ ມີຄໍາເຫັນຕໍ່ຮ່າງກົດໝາຍວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ສສຊ ມີຄໍາເຫັນຕໍ່ຮ່າງກົດໝາຍວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ສະມາຊິກສະພາແຫ່ງຊາດ (ສຊຊ) ໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ໃນວັນທີ 20 ຕຸລານີ້, ທີ່ສະພາແຫ່ງຊາດ ໂດຍການເປັນປະທານຂອງທ່ານ ວິໄລວົງ ບຸດດາຄໍາ ຮອງປະທານສະພາແຫ່ງຊາດ.
ຜົນສຳເລັດ ການພິຈາລະນາຮັບຮອງແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ

ຜົນສຳເລັດ ການພິຈາລະນາຮັບຮອງແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ

ທ່ານ ວິໄລວົງ ບຸດດາຄໍາ ຮອງປະທານສະພາແຫ່ງຊາດ ໄດ້ຖະແຫຼງຂ່າວກ່ຽວກັບຜົນສຳເລັດການພິຈາ ລະນາຮັບຮອງແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ, ແຜນງົບປະມານແຫ່ງລັດ, ແຜນເງິນຕາປີ 2026 ແລະ ທິດທາງແຜນການປີ 2027 ໃນວັນທີ 20 ຕຸລານີ້, ທີ່ສະພາແຫ່ງຊາດ.
ສະເໜີປັບປຸງກົດໝາຍວ່າດ້ວຍ ການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ສະເໜີປັບປຸງກົດໝາຍວ່າດ້ວຍ ການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີຕໍ່ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ໃນວັນທີ 20 ຕຸລານີ້, ທີ່ສະພາແຫ່ງຊາດ ພາຍໃຕ້ການເປັນປະທານຂອງທ່ານ ວິໄລວົງ ບຸດດາຄໍາ ຮອງປະທານສະພາແຫ່ງຊາດ.
ສສຊເຂດ 11 ບໍລິຄຳໄຊ ມີຄໍາເຫັນຕໍ່ຮ່າງກົດໝາຍວ່າດ້ວຍລັດຖະບານ

ສສຊເຂດ 11 ບໍລິຄຳໄຊ ມີຄໍາເຫັນຕໍ່ຮ່າງກົດໝາຍວ່າດ້ວຍລັດຖະບານ

ທ່ານສອນທະນູທໍາມະວົງສະມາຊິກສະພາແຫ່ງຊາດ (ສສຊ) ປະຈໍາເຂດເລືອກຕັ້ງທີ 11 ແຂວງບໍລິຄໍາໄຊໄດ້ປະກອບຄຳເຫັນໃສ່ຮ່າງກົດໝາຍວ່າດ້ວຍລັດຖະບານ(ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດຊຸດທີ X ໃນວັນທີ 16ຕຸລາຜ່ານມາ,ທີ່ສະພາແຫ່ງຊາດໂດຍການເປັນປະທານຂອງທ່ານນາງສູນທອນໄຊຍະຈັກຮອງປະທານສະພາແຫ່ງຊາດ.
ສສຊ ຄຳມ່ວນ ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການປົກປ້ອງເງິນຝາກ

ສສຊ ຄຳມ່ວນ ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການປົກປ້ອງເງິນຝາກ

​ບັນດາສະມາຊິກສະພາແຫ່ງຊາດ (ສສຊ) ໄດ້ເອົາໃຈໃສ່ປະກອບຄຳເຫັນຕໍ່ຮ່າງກົດ ໝາຍ ວ່າດ້ວຍການປົກປ້ອງເງິນຝາກ ຊຶ່ງເປັນສະບັບສ້າງໃໝ່ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ໃນວັນທີ 19 ຕຸລານີ້, ທີ່ສະພາແຫ່ງຊາດ ໂດຍການເປັນປະທານຂອງທ່ານ ກອງແກ້ວ ໄຊສົງຄາມ ຮອງປະທານສະພາແຫ່ງຊາດ.
ສສຊ ເຂດ 10 ປະກອບຄໍາເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການປົກປ້ອງເງິນຝາກ

ສສຊ ເຂດ 10 ປະກອບຄໍາເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການປົກປ້ອງເງິນຝາກ

ສະມາຊິກສະພາແຫ່ງຊາດ (ສສຊ) ໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການປົກປ້ອງເງິນຝາກ ຊຶ່ງເປັນກົດໝາຍສະບັບສ້າງໃໝ່ ປະກອບດ້ວຍ VIII ພາກ, 8 ໝວດ ແລະ 66 ມາດຕາ ຕໍ່ກອງປະຊຸມສະ ໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ໃນວັນທີ 19 ຕຸລານີ້ ທີ່ສະພາແຫ່ງຊາດ ໂດຍການເປັນປະທານຂອງທ່ານ ກອງແກ້ວ ໄຊສົງຄາມ ຮອງປະທານສະພາແຫ່ງຊາດ.
ທ່ານ ນະຄະເສນ ສີຫາລາດ ສະເໜີ 4 ຈຸດສຳຄັນ ຕໍ່ຮ່າງກົດໝາຍວ່າດ້ວຍລັດຖະບານ

ທ່ານ ນະຄະເສນ ສີຫາລາດ ສະເໜີ 4 ຈຸດສຳຄັນ ຕໍ່ຮ່າງກົດໝາຍວ່າດ້ວຍລັດຖະບານ

ທ່ານ ນະຄະເສນ ສີຫາລາດ ສະມາຊິກສະພາແຫ່ງຊາດ ປະຈໍາເຂດເລືອກຕັ້ງທີ 1 ນະຄອນຫຼວງ ວຽງຈັນ (ນວ) ໄດ້ປະກອບຄໍາເຫັນໃສ່ຮ່າງກົດໝາຍ ວ່າດ້ວຍລັດຖະບານ (ສະບັບປັບປຸງ) ຕໍ່ກອງປະຊຸມສະ ໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ໃນວັນທີ 16 ຕຸລາຜ່ານມາ, ທີ່ສະພາແຫ່ງຊາດ ໂດຍການເປັນປະທານຂອງທ່ານ ນາງ ສູນທອນ ໄຊຍະຈັກ ຮອງປະທານສະພາແຫ່ງຊາດ.
ສະເໜີປັບປຸງການສ້າງກົດໝາຍ ວ່າດ້ວຍການປົກປ້ອງເງິນຝາກ

ສະເໜີປັບປຸງການສ້າງກົດໝາຍ ວ່າດ້ວຍການປົກປ້ອງເງິນຝາກ

ທ່ານ ນາງ ບຸນຄໍາ ວໍລະຈິດ ຜູ້ວ່າການທະນາຄານແຫ່ງສປປລາວ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນໃນການປັບປຸງການສ້າງກົດໝາຍ ວ່າດ້ວຍການປົກປ້ອງເງິນຝາກ ຊຶ່ງເປັນກົດໝາຍສ້າງໃໝ່ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ໃນວັນທີ 19 ຕຸລານີ້, ທີ່ສະພາແຫ່ງຊາດ ພາຍໃຕ້ການເປັນປະທານຂອງທ່ານ ມອນໄຊ ລາວມົວຊົ່ງ ຮອງປະທານສະພາແຫ່ງຊາດ.
ເພີ່ມເຕີມ