ທ່າຝຣັ່ງວັງສີຄາມ ເປັນສະຖານທີ່ຍອດນິຍົມອີກແຫ່ງໜຶ່ງຂອງແຂວງຄຳມ່ວນ

ທ່າຝຣັ່ງວັງສີຄາມ ເປັນສະຖານທີ່ຍອດນິຍົມອີກແຫ່ງໜຶ່ງຂອງແຂວງຄຳມ່ວນ
ໂດຍ: ກອງຄຳ
    ທ່າຝຣັ່ງວັງສີຄາມ ແມ່ນວັງນໍ້າໜຶ່ງຂອງສາຍນໍ້າໂດນ ຊຶ່ງນອນຢູ່ໃນເຂດບ້ານສອງຄອນ ກັບ ບ້ານທອກ, ຫ່າງຈາກຕົວເມືອງທ່າແຂກ ແຂວງຄຳມ່ວນ ປະມານ 18 ກິໂລ         ແມັດ, ທ່າຝຣັ່ງແມ່ນເອີ້ນຕາມຊາວບ້ານມາແຕ່ສະໄໝຝຣັ່ງມາປົກຄອງລາວ ເພາະວັງນໍ້ານີ້ ຄົນຝຣັ່ງມັກພາຄອບຄົວໄປພັກຜ່ອນ ແລະ ອາບນໍ້າ, ມັນເປັນວັງນໍ້າເລິກ, ບາງບ່ອນກໍມີກ້ອນຫີນພົ້ນຂຶ້ນຈາກໜ້ານໍ້າທີ່ມີສີຟ້າໃສໃຫ້ພວກເຮົາໄດ້ເຫັນ, ໃນເວລາທີ່ກຳລັງມຸ່ງໜ້າໄປສູ່ວັງນໍ້າແຫ່ງນີ້ ຖ້າເຮົາເງີຍໜ້າຂຶ້ນໃນທ່າປົກກະຕິ ຈະແນມເຫັນພູ 3 ໜ່ວຍ, ສອງໜ່ວຍຈະຢູ່ດ້ານຂ້າງ ແລະ ອີກໜຶ່ງໜ່ວຍຈະຢູ່ກາງ, ໜຶ່ງໃນພູສາມໜ່ວຍນີ້ມີໜ່ວຍໜຶ່ງຊື່ວ່າ: ພູມ່ວງ (ເວລາຍ່າງເຂົ້າບ້ານທອກ ຢູ່ຟາກນໍ້າເບື້ອງຊ້າຍ) ໃນສະໄໝກ່ອນອາເມຣິກາ ເຄີຍໃຊ້ເປັນປ້ອມສອດແນມການເຄື່ອນຍ້າຍກຳລັງຂອງກອງທັບປະຊາຊົນລາວ ໂດຍສະເພາະແລ້ວແມ່ນການເຄື່ອນທັບເຂົ້າເພື່ອປົດປ່ອຍຕົວເມືອງທ່າແຂກ, ພູໜ່ວຍນີ້ເມື່ອຂຶ້ນໄປແລ້ວຈະສາມາດແນມເຫັນຕົວເມືອງທ່າແຂກໄດ້ຢ່າງສະບາຍ (ໃຊ້ເວລາຍ່າງຂຶ້ນປົກກະຕິປະມານ 4ຊົ່ວໂມງ). ປັດຈຸບັນທ່າຝຣັ່ງໄດ້ກາຍເປັນສະຖານທີ່ສໍາລັບພັກຜ່ອນຢ່ອນໃຈ ແລະ ສ້າງກິດຈະກຳຕ່າງໆເຊັ່ນ: ກິນເຂົ້າປ່າ, ລອຍຫຼິ້ນນໍ້າ ຂອງປະຊາຊົນຊາວເມືອງທ່າແຂກ ໂດຍສະເພາະແມ່ນມື້ພັກເສົາ-ອາທິດ ແລະ ເທດສະການຕ່າງໆ, ທ່າຝຣັ່ງແຫ່ງນີ້ ແມ່ນໄດ້ຮັບການສຳປະທານເພື່ອພັດທະນາໂດຍແມ່ນ ບໍລິສັດ ເຄເຄ ພັດທະນາການທ່ອງທ່ຽວ ຈຳກັດ ພາຍຫຼັງທີ່ພັດທະນາແລ້ວ ໄດ້ເລີ່ມເປີດໃຫ້ບໍລິການຢ່າງເປັນທາງການໃນວັນທີ 18 ທັນວາ 2018 ຊຶ່ງໄດ້ຮັບຄວາມນິຍົມຊົມຊອບຈາກນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດ ທີ່ແວະມາຢ້ຽມຢາມສະຖານທີ່ແຫ່ງນີ້ບໍ່ໄດ້ຂາດສາຍ ແລະ ເມື່ອບໍ່ດົນມານີ້ ບໍລິສັດ ເຄເຄ ພັດທະນາການທ່ອງທ່ຽວ ກໍໄດ້ເປີດແຫຼ່ງທ່ອງທ່ຽວຖໍ້າຊຽງລຽບ ຊຶ່ງຢູ່ໃກ້ກັບ ທ່າຝຣັ່ງ ວັງສີຄາມ ພຽງແຕ່ 1 ກິໂລແມັດ (ຢູ່ຝາກທາງເຂົ້າທ່າຝຣັ່ງ ເບື້ອງຂວາມື) ເໝາະສຳລັບນັກທ່ອງທ່ຽວສາຍລຸຍ ກັບກິດຈະກຳ Zipline ບໍ່ວ່າຈະເປັນການຍ່າງຂົວອູ່, ຂົວບັນໃດ, ຂົວຮູບໂຕ V, ການຖ່າຍຮູບຢູ່ຕາຂ່າຍແມງມູມ, ຂີ່ສາຍສະລິງ, ດື່ມກາເຟ ຢູ່ຮ້ານເທິງຕົ້ນໄມ້ ແລະ ອື່ນໆ.  
ຂໍ້ມູນຈາກ: ຂະແໜງທ່ອງທ່ຽວ, ພະແນກ ຖວທ ແຂວງຄຳມ່ວນ

ຄໍາເຫັນ

ຂ່າວທ່ອງທ່ຽວ

ກຳລັງແຮງແຫ່ງການແລກປ່ຽນເຊື່ອມໂຍງທາງອະລິຍະທຳຈາກຄວາມນິຍົມການທ່ອງທ່ຽວຢູ່ຫຼວງພະບາງ

ກຳລັງແຮງແຫ່ງການແລກປ່ຽນເຊື່ອມໂຍງທາງອະລິຍະທຳຈາກຄວາມນິຍົມການທ່ອງທ່ຽວຢູ່ຫຼວງພະບາງ

ກອງປະຊຸມລະດັບລັດຖະມົນຕີຂອງການສົນທະນາລະຫວ່າງອະລິຍະທຳທົ່ວໂລກລົງເລິກຄົ້ນຄວ້າປຶກສາຫາລືໂດຍປິ່ນອ້ອມຫົວຂໍ້ “ຮັກສາຄວາມຫຼາກຫຼາຍຂອງອະລິຍະທຳມະນຸດຮ່ວມກັນຊຸກຍູ້ສັນຕິພາບ ແລະ ການພັດທະນາຂອງໂລກ”, ຂ່າວດີຈາກຫຼວງພະບາງທີ່ເປັນເມືອງມໍລະດົກໂລກຂອງປະເທດລາວ ໄດ້ສ່ອງແສງໃຫ້ເຫັນຫົວຂໍ້ດັ່ງກ່າວຄື: ໃນຫົກເດືອນຕົ້ນປີນີ້, ນະຄອນ-ຫຼວງພະບາງ ໄດ້ຕ້ອນຮັບນັກທ່ອງທ່ຽວຫຼາຍກວ່າ 1.9 ລ້ານເທື່ອຄົນ, ເພີ່ມຂຶ້ນ 109.75% ເມື່ອທຽບໃສ່ໄລຍະດຽວກັນຂອງປີຜ່ານມາ, ຈີນ, ໄທ, ຝຣັ່ງ, ສເກົາຫຼີ ແລະ ຍີ່ປຸ່ນ ກາຍເປັນແຫຼ່ງນັກທ່ອງທ່ຽວສາກົນທີ່ສຳຄັນ. ກະແສຄວາມນິຍົມດ້ານການທ່ອງທ່ຽວດັ່ງກ່າວບໍ່ແມ່ນການເຕີບໂຕພຽງໂຕເລກເທົ່ານັ້ນ, ຍິ່ງໄດ້ສ່ອງແສງໃຫ້ເຫັນເຖິງກຳລັງແຮງພິເສດຂອງການທ່ອງທ່ຽວໃນການຊຸກຍູ້ການແລກປ່ຽນ ແລະ ການເຊື່ອມໂຍງທາງອະລິຍະທຳ.
ເມືອງໂຂງ 6 ເດືອນຕົ້ນປີ 2025 ມີນັກທ່ອງທ່ຽວເພີ່ມຂຶ້ນ 77,783 ຄົນ

ເມືອງໂຂງ 6 ເດືອນຕົ້ນປີ 2025 ມີນັກທ່ອງທ່ຽວເພີ່ມຂຶ້ນ 77,783 ຄົນ

ເມືອງໂຂງ ແຂວງຈຳປາສັກ ໄດ້ກາຍເປັນໜຶ່ງໃນຈຸດໝາຍປາຍທາງການທ່ອງທ່ຽວທີ່ໂດດເດັ່ນໃນພາກໃຕ້ຂອງ ສປປ ລາວ, ທ່ານ ໄພວັນ ສໍຄົງສິນ ຫົວໜ້າຫ້ອງການຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວເມືອງ ວັນທີ 14 ກໍລະກົດນີ້, ໄດ້ລາຍງານໃຫ້ຮູ້ວ່າ: ມາຮອດປັດຈຸບັນມີນັກທ່ອງທ່ຽວເຂົ້າມາທ້ອງທ່ຽວທັງໝົດ 77,783 ຄົນ, ນີ້ແມ່ນສະແດງໃຫ້ເຫັນເຖິງການເຕີບໂຕຢ່າງໜ້າປະທັບໃຈໃນ 6 ເດືອນຕົ້ນປີ 2025 ນີ້.
ອ່າງຫຼວງ​ ສະ​ຖານ​ທີ່ທ່ອງທ່ຽວ​ທຳ​ມະ​ຊາດ ຕິດພັນກັບການປົກປັກຮັກສາສິ່ງແວດລ້ອມ

ອ່າງຫຼວງ​ ສະ​ຖານ​ທີ່ທ່ອງທ່ຽວ​ທຳ​ມະ​ຊາດ ຕິດພັນກັບການປົກປັກຮັກສາສິ່ງແວດລ້ອມ

ສະຖານ​ທີ່ທ່ອງທ່ຽວອ່າງຫຼວງ ເປັນອີກໜຶ່ງແຫຼ່ງທ່ອງທ່ຽວທາງທໍາມະຊາດຕິດພັນກັບການປົກປັກຮັກສິ່ງແວດລ້ອມຂອງເມືອງວັງວຽງ ແຂວງ​ວຽງຈັນ ທີ່ໄດ້ຮັບ​ລາງວັນການພັດທະນາທ່ອງທ່ຽວດີເດັ່ນ ແລະ ຍືນຍົງຂອງ ສປປ ລາວ ຊຶ່ງສະຖານທີ່ດັ່ງກ່າວອ້ອມຮອບໄປດ້ວຍປ່າໄມ້ທີ່ຂຽວສົດງົດງາມອາກາດເຢັນ ແລະ ມີອ່າງນໍ້າໃສ​ທີ່ສາມາດແນມເຫັນຮອດຝູງປານ້ອຍ-ໃຫຍ່ຢູ່ໃນນໍ້າ ເຮັດໃຫ້ນັກທ່ອງທ່ຽວເພີດເພີນ ແລະ ຮູ້ສຶກຜ່ອນຄາຍເມື່ອໄດ້ເຂົ້າມາທ່ຽວຊົມ ເໝາະ​ແກ່​ການ​ມາ​ພັກ​ຜ່ອນແບບຄອບຄົວ, ຄູ່ຮັກ ຫຼື ຈະມາກັບໝູ່ເ​ພື່ອນ.
ການພັດທະນາວຽກງານທ່ອງທ່ຽວ ຂອງແຂວງຄໍາມ່ວນ ໃນປີ 2025

ການພັດທະນາວຽກງານທ່ອງທ່ຽວ ຂອງແຂວງຄໍາມ່ວນ ໃນປີ 2025

ໂດຍ: ວັນໄຊ ຕະວິນຍານ ເພື່ອຈັດຕັ້ງຜັນຂະຫຍາຍແຜນການພັດທະນາ ແລະ ສົ່ງເສີມວຽກງານທ່ອງທ່ຽວຂອງແຂວງຄໍາມ່ວນ ໃຫ້ມີການຂະຫຍາຍຕົວຢ່າງຕໍ່ເນື່ອງ, ດຶງດູດນັກທ່ອງທ່ຽວໃຫ້ເຂົ້າມາທ່ຽວແຂວງນັບມື້ນັບຫຼາຍຂຶ້ນ. ພະແນກຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ (ຖວທ) ແຂວງ ຈຶ່ງໄດ້ເອົາໃຈໃສ່ຊຸກຍູ້ຜູ້ປະກອບການທັງພາກລັດ ແລະ ພາກເອກະຊົນ ລົງທຶນພັດທະນາແຫຼ່ງທ່ອງທ່ຽວ, ພ້ອມທັງຈັດກິດຈະກໍາວົງຈອນການທ່ອງທ່ຽວໃຫ້ມີຄວາມຫຼາກຫຼາຍ.
ຄຳມ່ວນ ຍົກລະດັບຄວາມຮູ້ດ້ານການບໍລິການ ໂຮງແຮມ, ເຮືອນພັກ ແລະ ຮ້ານອາຫານ

ຄຳມ່ວນ ຍົກລະດັບຄວາມຮູ້ດ້ານການບໍລິການ ໂຮງແຮມ, ເຮືອນພັກ ແລະ ຮ້ານອາຫານ

ຊຸດຝຶກອົບຮົມຄວາມຮູ້ດ້ານການບໍລິການໂຮງແຮມ, ເຮືອນພັກ ແລະ ຮ້ານອາຫານໃຫ້ແກ່ຜູ້ປະກອບການທຸລະກິດຂະໜາດນ້ອຍ-ຂະໜາດກາງພາຍໃນແຂວງຄຳມ່ວນ ໄດ້ຈັດຂຶ້ນໃນວັນທີ 30 ມີຖຸນາຜ່ານມາ ທີ່ໂຮງແຮມພອນປະດິດ, ໂດຍການເປັນປະທານຮ່ວມຂອງທ່ານ ໄຊສົມບູນ ສຸວັນດາລາ ຫົວໜ້າພະແນກຖະແຫຼງຂ່າວ-ວັດທະນະທຳ ແລະ ທ່ອງທ່ຽວແຂວງ, ທ່ານ ນາງ ຈຸນລະຈັນ ແພງດີ ຜູ້ອຳນວຍການສູນພັດທະນາທັກສະການທ່ອງທ່ຽວ ແລະ ການໂຮງແຮມ ດີມິດທ໌ບາຍ ປະທານບໍລິສັດ ດີຟິກທ໌ ທັງເປັນຜູ້ຕາງໜ້າໂຄງການລາວ/336.
ອຸດົມໄຊ ຍົກລະດັບຄວາມຮູ້ດ້ານການບໍລິການ ໂຮງແຮມ, ເຮືອນພັກ ແລະ ຮ້ານອາຫານ

ອຸດົມໄຊ ຍົກລະດັບຄວາມຮູ້ດ້ານການບໍລິການ ໂຮງແຮມ, ເຮືອນພັກ ແລະ ຮ້ານອາຫານ

ຊຸດຝຶກອົບຮົມຄວາມຮູ້ດ້ານການບໍລິການໂຮງແຮມ, ເຮືອນພັກ ແລະ ຮ້ານອາຫານໃຫ້ແກ່ຜູ້ປະການທຸລະກິດການທ່ອງທ່ຽວ ພາຍໃນແຂວງອຸດົມໄຊ ໄດ້ຈັດຂຶ້ນໃນວັນທີ 23 ມີຖຸນາຜ່ານມາ ທີ່ຫ້ອງປະຊຸມ ພະແນກ ຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ.
ເປີດນຳໃຊ້ຄິວລົດທ່ອງທ່ຽວເມືອງຈຳປາສັກ

ເປີດນຳໃຊ້ຄິວລົດທ່ອງທ່ຽວເມືອງຈຳປາສັກ

ໃນວັນທີ 8 ພຶດສະພາຜ່ານມາ, ເມືອງຈໍາປາສັກ ແຂວງຈໍາປາສັກ ຈັດພິທີເປີດນໍາໃຊ້ຄິວລົດທ່ອງທ່ຽວເມືອງຈຳປາສັກຂຶ້ນ ເພື່ອຮອງຮັບນັກທ້ອງທ່ຽວຈາກພາຍໃນ ແລະ ຕ່າງປະເທດ ທີ່ເຂົ້າມາທ່ອງທ່ຽວເມືອງຈຳປາສັກ ເມືອງມໍລະດົກໂລກແຫ່ງທີ 2 ຂອງ ສປປ ລາວ ໂດຍການເຂົ້າຮ່ວມຂອງທ່ານ ຄໍາພູ ສີພົມມາ ຮອງເລຂາພັກເມືອງຈຳປາສັກ.
ເຜີຍແຜ່ແຜນແມ່ບົດພັດທະນາ ແລະ ຄຸ້ມຄອງເຂດການທ່ອງທ່ຽວລະດັບຊາດ

ເຜີຍແຜ່ແຜນແມ່ບົດພັດທະນາ ແລະ ຄຸ້ມຄອງເຂດການທ່ອງທ່ຽວລະດັບຊາດ

ກອງປະຊຸມເຜີຍແຜ່ແຜນແມ່ບົດພັດທະນາ ແລະ ຄຸ້ມຄອງເຂດການທ່ອງທ່ຽວລະດັບຊາດເມືອງວັງວຽງ ແລະ ບໍລິເວນອ້ອມຮອບສຳລັບປີ 2025-2035 ຂຶ້ນໃນວັນທີ 7 ພຶດສະພານີ້ ທີ່ນະຄອນຫຼວງວຽງຈັນ ໂດຍການເປັນປະທານຂອງທ່ານນາງ ສວນສະຫວັນ ວິຍະເກດລັດຖະມົນຕີກະຊວງຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ(ຖວທ) ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ເປີດຊຸດອົບຮົມພະນັກງານນຳທ່ຽວລະດັບຊາດ ຊຸດທີ 32

ເປີດຊຸດອົບຮົມພະນັກງານນຳທ່ຽວລະດັບຊາດ ຊຸດທີ 32

ສະຖາບັນສື່ມວນຊົນ, ວັດທະນະທຳ ແລະ ທ່ອງທ່ຽວ ກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ (ຖວທ) ໄດ້ຈັດຊຸດຝຶກອົບຮົມພະນັກງານນໍາທ່ຽວລະດັບຊາດ ຊຸດທີ 32 ຂຶ້ນໃນລະຫວ່າງວັນທີ 5 ພຶດສະພາ ຫາ ວັນທີ 22 ກໍລະກົດ 2025 ໂດຍມີທ່ານ ວັນສີ ກົວມົວ ຮອງລັດຖະມົນຕີກະຊວງ ຖວທ,
ອັດຕະປືມີແຜນຈະພັດທະນາຖ້ຳອະນຸລັກໃຫ້ເປັນແຫຼ່ງທ່ອງທ່ຽວ ຢູ່ເມືອງຊານໄຊ

ອັດຕະປືມີແຜນຈະພັດທະນາຖ້ຳອະນຸລັກໃຫ້ເປັນແຫຼ່ງທ່ອງທ່ຽວ ຢູ່ເມືອງຊານໄຊ

ແຫຼ່ງທ່ອງທ່ຽວ ຖ້ຳອະນຸລັກທີ່ລີ້ຊ້ອນໄວ້ໃນດົງ​ສະຫງວນ ຢູ່ເມືອງຊານໄຊ ແຂວງອັດຕະປື ຖືເປັນເຂດທຳມະຊາດທີ່ມີຄວາມສວຍງາມ ແລະ ມີຄວາມຫຼາກຫຼາຍທາງດ້ານຊີວະນາໆພັນ ຊຶ່ງ​ເປັນ​ສະຖານ​ທີ່​ທ່ອງ​ທ່ຽວ​ທີ່​ໜ້າ​ສົນ​ໃຈ​ຂອງ​ນັກ​ທ່ອງ​ທ່ຽວ​ຢູ່​ທີ່​ນີ້, ມີ​ປ່າ, ໝາກ​ໄມ້, ​ສັດປ່າ​ນາໆ​ຊະນິດ​ທີ່​ຄວນ​ຮຽນ​ຮູ້.
ເພີ່ມເຕີມ