![]() |
ສະຫາຍ ພົນຕີ ວັນທອງ ບຸດຕະວົງ ໄດ້ເຜີຍແຜ່ກົດລະບຽບຂອງກອງທັບປະຊາຊົນລາວ ຊຶ່ງປະກອບມີ XVI ພາກ, 299 ມາດຕາ ເພື່ອແນໃສ່ເຮັດໃຫ້ນາຍ ແລະ ພົນທະຫານຮັບຮູ້ເຂົ້າໃຈຕໍ່ບັນດາຂໍ້ກຳນົດ, ກົດລະ ບຽບຂອງກອງທັບປະຊາຊົນລາວ ເພື່ອພ້ອມກັນປັບປຸງແກ້ໄຂ ແລະ ປະຕິບັດໃຫ້ຖືກຕ້ອງຕາມລະບຽບການຂອງກອງທັບປະຊາຊົນລາວຢ່າງເຂັ້ມງວດ, ໃນການຈັດຕັ້ງເຄື່ອນໄຫວປະຕິບັດໜ້າທີ່, ປັບປຸງກໍ່ສ້າງກໍາລັງຢ່າງເປັນເອ ກະພາບ ແລະ ກາຍເປັນກຳລັງແຮງສັງລວມໃຫ້ກອງທັບ ສາມາດເຮັດສຳເລັດໜ້າທີ່ການເມືອງ ທັງເປັນເຂັມຊີ້ທິດໃຫ້ການປັບປຸງກໍ່ສ້າງກອງທັບລາວໃຫ້ໜັກແໜ້ນ ເຂັ້ມແຂງ, ເປັນກອງທັບປະຕິວັດທີ່ມີແບບແຜນອັນແຫຼມຄົມ ແລະ ທັນສະໄໝ ເດັດດ່ຽວຮັບປະກັນເຮັດໃຫ້ປະເທດຊາດ ກໍຄືຂອບເຂດກົມກອງທ້ອງຖິ່ນຮັບຜິດຊອບ ມີຄວາມສະຫງົບ ມີຄວາມເຕີບໃຫຍ່ ເຂັ້ມແຂງ ໜັກແໜ້ນ. ຂ່າວ: ທອງລິດ ແກ້ວທຸມມາ; ພາບ: ລີໂດ້ ດວງສະຫວັນ

ຄໍາເຫັນ