ທະຫານເຂດ4 ສສ ຫວຽດນາມ ເຂົ້າອວຍພອນການນຳແຂວງຊຽງຂວາງ

ທະຫານເຂດ4 ສສ ຫວຽດນາມ ເຂົ້າອວຍພອນການນຳແຂວງຊຽງຂວາງ

ທະຫານເຂດ4 ສສ ຫວຽດນາມ ເຂົ້າອວຍພອນການນຳແຂວງຊຽງຂວາງ
ໃນວັນທີ 31 ມີນານີ້, ທ່ານ ພົນຈັດຕະວາ ຮວ່າງ ຢຸຍ ຈ້ຽນ ຮອງຫົວໜ້າກອງບັນຊາການທະຫານເຂດ4 ພ້ອມດ້ວຍຄະນະ ໄດ້ເດີນທາງມາຢ້ຽມຢາມແຂວງຊຽຂວາງ, ໃຫ້ກຽດອອກຕ້ອນຮັບໂດຍທ່ານ ພົນຈັດຕະວາ ວັນທອງ ພົງສະຫັວນ ຫົວໜ້າການເມືອງກອງບັນຊາການທະຫານແຂວງ ພ້ອມດ້ວຍຄະນະ ທີ່ໂຮງແຮມຊຽງຂວາງ. ໂອກາດ ທີ່ມາຢ້ຽມຢາມແຂວງຊຽງຂວາງໃນຄັ້ງນີ້, ໄດ້ເຂົ້າພົບປະທ່ານ ຮອງສາດສະດາຈານ ພູວົງ ອຸ່ນຄຳແສນ ກຳມະການສູນກາງພັກ ເລຂາພັກແຂວງຊຽງຂວາງ ພ້ອມດ້ວຍຄະນະ ທີ່ຫ້ອງວ່າການແຂວງ, ຊຶ່ງທ່ານ ຮອງສາດສະດາຈານ ພູວົງ ອຸ່ນຄຳແສນ ໄດ້ກ່າວສະແດງຄວາມດີໃຈ ຕໍ່ການມາຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງຊຽງຂວາງ ຂອງຄະນະກອງບັນຊາການທະຫານເຂດ4.
ທະຫານເຂດ4 ສສ ຫວຽດນາມ ເຂາອວຍພອນການນຳແຂວງຊຽງຂວາງ - image 1
 

ການໄປມາຫາສູ່ ລະຫ່ວາງແຂວງຊຽງຂວາງ ແລະ ກອງບັນຊາການທະຫານເຂດ4 ແມ່ນເປັນປົກກະຕິ ເພື່ອແລກປ່ຽນຂໍ້ມູນຂ່າວສານ, ຂະຫຍາຍສາຍພົວພັນ ຮ່ວມມື ໃຫ້ກ້ວາງຂວາງ ຮອບດ້ານ, ຂອບໃຈຢ່າງສູງທີ່ໄດ້ໃຫ້ການຊ່ວຍເຫຼືອ, ພັດທະນາທ້ອງຖິ່ນທີ່ຫ່າງໄກຊອກຫຼີກ ໂດຍສະເພາະແມ່ນ ບັນດາຈຸດສຸມ ເຮັດໃຫ້ການດຳລົງຊີວິດຂອງປະຊາຊົນດີຂຶ້ນ, ການພັດທະນາ ເສດຖະກິດ-ສັງຄົມດີຂຶ້ນເລື້ອຍໆ. ໂອກາດນີ້, ທ່ານໄດ້ກ່າວຄຳອວຍພອນອັນປະເສີດ ມາຍັງການນຳ, ປະຊາຊົນຊາວຫວຽດນາມ ໂດຍສະເພາະແມ່ນ ອ້າຍນ້ອງກອງບັນຊາການທະຫານເຂດ4 ເນື່ອງໃນໂອກາດສົ່ງທ້າຍປີເກົ່າ ແລະ ຕ້ອນຮັບປີໃໝ່ລາວ ທີ່ຈະໝູນວຽນມາຄົບຮອບອີກວາລະໜຶ່ງ ຈົ່ງມີແຕ່ຄວາມຜາສຸກ, ມີຜົນສຳເລັດທຸກໜ້າທີ່, ສືບຕໍ່ພັດທະນາກົມກອງ ໃຫ້ເຕີບໃຫຍ່ ເຂັ້ມແຂງ, ຈະເລີນຂຶ້ນເລື້ອຍໆ, ອວຍພອນໃຫ້ສາຍພົວພັນ ຄວາມສາມັກຄີພິເສດລາວ-ຫວຽດນາມຈົ່ງໝັ້ນຄົງທະນົງແກ່ນຂຶ້ນເລື້ອຍໆ.

ທະຫານເຂດ4 ສສ ຫວຽດນາມ ເຂາອວຍພອນການນຳແຂວງຊຽງຂວາງ - image 2
 

ໂອກາດນີ້, ທ່ານ ພົນຈັດຕະວາ ຮ່ວາງ ຢຸຍ ຈ້ຽນ ໄດ້ກ່າວເຖິງຈຸດປະສົງຂອງການມາຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງຊຽງຂວາງ ເພື່ອເສີມສ້າງການພົວພັນ ຮ່ວມມືໃຫ້ກ້ວາງຂວາງ ເຂົ້າສູ່ລວງເລິກ ເສີມຂະຫຍາຍຄວາມສາມັກຄີພິເສດ ຫວຽດນາມ-ລາວ ໂດຍສະເພາະແມ່ນ ກອງບັນຊາການທະຫານເຂດ4 ກັບແຂວງຊຽງຂວາງ ໃຫ້ງອກງາມຂຶ້ນເລື້ອຍໆ. ນອກນີ້, ທ່ານຍັງໄດ້ກ່າວຄຳອວຍພອນ ອັນປະເສີດມາຍັງການນຳແຂວງ ຕະຫຼອດຮອດພະນັກງານ ທະຫານ, ຕຳຫຼວດ, ພໍ່ແມ່ປະຊາຊົນບັນດາເຜົ່າຊາວຊຽງຂວາງ ຈົ່ງມີແຕ່ຄວາມຜາສຸກ ຄວາມຈະເລີນ ປະສົບຜົນສຳເລັດໃນທຸກວຽກງານ ສືບຕໍ່ພັດທະນາສ້າງສາແຂວງຊຽງຂວາງໃຫ້ຈະເລີນກ້າວໜ້າ ອວຍພອນໃຫ້ສາຍພົວພັນພິເສດຫວຽດນາມ-ລາວຈົ່ງໝັ້ນຄົງທະນົງແກ່ນຊົ່ວກາລະນານ.

(ຂ່າວ: ບຸນມີ ແສງທຸມມີ)

ຄໍາເຫັນ

ຂ່າວການຮ່ວມມື

ກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນ ແລະ ບັນດາກອງປະຊຸມລັດຖະມົນຕີທີ່ກ່ຽວຂ້ອງ

ກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນ ແລະ ບັນດາກອງປະຊຸມລັດຖະມົນຕີທີ່ກ່ຽວຂ້ອງ

ໃນວັນທີ 7 ພຶດສະພາ ນີ້ ທີ່ ເຊບູ ປະເທດ ຟີລິບປິນ, ທ່ານ ທອງສະຫວັນ ພົມວິຫານ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງຕ່າງປະເທດ ພ້ອມດ້ວຍຄະນະ ໄດ້ເຂົ້າຮ່ວມກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນ, ກອງປະຊຸມສະພາປະຊາຄົມການເມືອງ-ຄວາມໝັ້ນຄົງອາຊຽນ ຄັ້ງທີ 31, ກອງປະຊຸມສະພາປະສານງານອາຊຽນ ຄັ້ງທີ 38 ແລະ ກອງປະຊຸມຮ່ວມລະຫວ່າງລັດຖະມົນຕີຕ່າງປະເທດອາຊຽນ ແລະ ລັດຖະມົນຕີເສດຖະກິດອາຊຽນ.
ວັນແຫ່ງໄຊະນະສົງຄາມປົກປ້ອງປິຕຸພູມ ຄົບຮອບ 81 ປີ

ວັນແຫ່ງໄຊະນະສົງຄາມປົກປ້ອງປິຕຸພູມ ຄົບຮອບ 81 ປີ

(ທ່ານ Sergei Zhestkii ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງ ສ ຣັດເຊຍ ປະຈຳ ສປປ ລາວ) ໃນວັນທີ 9 ພຶດສະພາ 2026 ຢູ່ຣັດເຊຍຈະມີການສະເຫຼີມສະຫຼອງວັນແຫ່ງໄຊຊະນະໃນສົງຄາມປົກປ້ອງປິຕຸພູມຄົບຮອບ 81 ປີ ແລະ ໄຊຊະນະຂອງທົ່ວໂລກຕ້ານລັດທິຟາດຊິດ. ສົງຄາມໂລກຄັ້ງທີສອງໄດ້ກາຍເປັນການສູນເສຍຄັ້ງຍິ່ງໃຫຍ່ທີ່ສຸດໃນປະຫວັດສາດຂອງມວນມະນຸດ. ໃນໄລຍະສົງຄາມ, ສະຫະພາບໂຊວຽດເປັນສະໜາມຮົບຫຼັກໃນເອີຣົບຄຽງຄູ່ກັບຈີນໃນພາກພື້ນຕະເວັນອອກໄກ.
ສໍາເລັດໂຄງການ ກ້າວຕາມຮອຍພະບໍຣົມມະສາສະດາ ຜ່າຕັດຫົວເຂົ່າ ແລະ ຂໍ້ສະໂພກທຽມ

ສໍາເລັດໂຄງການ ກ້າວຕາມຮອຍພະບໍຣົມມະສາສະດາ ຜ່າຕັດຫົວເຂົ່າ ແລະ ຂໍ້ສະໂພກທຽມ

ພິທີປິດໂຄງການ "ກ້າວຕາມຮອຍພະບໍຣົມມະສາສະດາ" ຜ່າຕັດຫົວເຂົ່າເສື່ອມ ແລະ ຂໍ້ສະໂພກທຽມ ໃຫ້ແກ່ຄົນເຈັບຜູ້ດ້ອຍໂອກາດໃນ ສປປ ລາວ ໄດ້ຈັດຂຶ້ນໃນວັນທີ 7 ພຶດສະພາ ນີ້ ທີ່ໂຮງແຮມ DoubleTree by Hilton ນະຄອນຫຼວງວຽງຈັນ, ພາຍຫຼັງສຳເລັດການຜ່າຕັດການກຸສົນ ທີ່ໂຮງໝໍມິດຕະພາບ ໃນລະຫວ່າງວັນທີ 4-6 ພຶດສະພາ ຜ່ານມາ.
ຜູ້ແທນ ສພຊ ຮ່ວມກອງປະຊຸມຄະນະກໍາມາທິການການເມືອງຂອງເອພີເອັບ

ຜູ້ແທນ ສພຊ ຮ່ວມກອງປະຊຸມຄະນະກໍາມາທິການການເມືອງຂອງເອພີເອັບ

ລະຫວ່າງວັນທີ 2-4 ພຶດສະພາ ຜ່ານມາ, ຄະນະຜູ້ແທນສະພາແຫ່ງຊາດ ແຫ່ງ ສປປ ລາວ ນໍາໂດຍ ທ່ານ ມີໄຊ ພົມເຂ ສະມາຊິກສະພາແຫ່ງຊາດປະຈຳເຂດເລືອກຕັ້ງທີ 7 ແຂວງໄຊຍະບູລີ ຮອງຫົວໜ້າຫ້ອງວ່າການສູນກາງພັກ
ປາຖະກະຖາວັນສ້າງຕັ້ງພັກກອມມູນິດກູບາ ຄົບຮອບ 65 ປີ

ປາຖະກະຖາວັນສ້າງຕັ້ງພັກກອມມູນິດກູບາ ຄົບຮອບ 65 ປີ

ຄະນະໂຄສະນາອົບຮົມສູນກາງພັກ (ຄອສພ) ແລະ ສະຖານທູດກູບາ ປະຈຳລາວ ຮ່ວມກັບ ຄະນະພົວພັນຕ່າງປະເທດສູນກາງ (ຄຕພ) ຫ້ອງວ່າການສູນກາງພັກ (ຫສພ) ໄດ້ຈັດຕັ້ງປາຖະກະຖາ ວັນສ້າງຕັ້ງ ພັກກອມມູນິດກູບາ ຄົບຮອບ 65 ປີ (16 ເມສາ 1961- 16 ເມສາ 2026) ຂຶ້ນໃນວັນທີ 7 ພຶດສະພານີ້
ລາວ-ອົສຕຣາລີ ຫາລືເພີ່ມທະວີການຮ່ວມມືວຽກງານສື່ມວນຊົນ

ລາວ-ອົສຕຣາລີ ຫາລືເພີ່ມທະວີການຮ່ວມມືວຽກງານສື່ມວນຊົນ

ທ່ານ ຄຳພັນ ເຜີຍຍະວົງ ກຳມະການກົມການເມືອງສູນກາງພັກ ຫົວໜ້າຄະນະໂຄສະນາອົບຮົມສູນ ກາງພັກ (ຄອສພ) ໄດ້ຕ້ອນຮັບ ທ່ານ ນາງ ເມແກັນ ຈອນສ (Megan Jones) ເອກອັກຄະລັດຖະທູດອົສຕຣາລີ ປະຈຳລາວ ເຂົ້າຢ້ຽມພົບປະ ໃນວັນທີ 6 ພຶດສະພານີ້ ທີ່ຫ້ອງຮັບແຂກ ຄອສພ, ຈຸດປະສົງເພື່ອປຶກສາຫາລືກ່ຽວ ກັບວຽກງານການຮ່ວມມືສອງຝ່າຍ ລະຫວ່າງ ສປປ ລາວ ແລະ ອົສຕຣາລີ.
ທ່ານ ທອງສະຫວັນ ພົມວິຫານ ພ້ອມດ້ວຍຄະນະ ຢ້ຽມຢາມກອງເລຂາຊຽນ

ທ່ານ ທອງສະຫວັນ ພົມວິຫານ ພ້ອມດ້ວຍຄະນະ ຢ້ຽມຢາມກອງເລຂາຊຽນ

ໃນວັນທີ 4 ພຶດສະພາ ຜ່ານມາ ທີ່ສໍານັກງານກອງເລຂາອາຊຽນ, ຈາກາກຕາ, ສ ອິນໂດເນເຊຍ, ທ່ານ ທອງສະຫວັນ ພົມວິຫານ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍຄະນະ ໄດ້ຢ້ຽມຢາມກອງເລຂາອາຊຽນຢ່າງເປັນທາງການ ໂດຍໄດ້ຮັບການຕ້ອນຮັບຢ່າງອົບອຸ່ນຈາກ ທ່ານ ດຣ. ກາວ ກິມ ຮຸນ ເລຂາທິການໃຫຍ່ອາຊຽນ, ບັນດາຮອງເລຂາທິການໃຫຍ່ອາຊຽນ ແລະ ຄະນະກໍາມະການຜູ້ຕາງໜ້າຖາວອນປະຈໍາອາຊຽນ (CPR).
ເຊກອງ-ນະຄອນດານັງ ຫາລືການຈັດສັນ ຈາລະຈອນ ແລະ ການເຂົ້າ-ອອກ ຜ່ານດ່ານສາກົນດາກຕະອອກ-ນາມຢ່າງ

ເຊກອງ-ນະຄອນດານັງ ຫາລືການຈັດສັນ ຈາລະຈອນ ແລະ ການເຂົ້າ-ອອກ ຜ່ານດ່ານສາກົນດາກຕະອອກ-ນາມຢ່າງ

ກອງປະຊຸມພົບປະ ສາຫາລື ແລະ ແລກປ່ຽນ ກ່ຽວກັບການຈັດສັນ ຈາລະຈອນພາຫະນະຄົມມະນາຄົມ ແລະ ການເຂົ້າອອກ ຂອງພົນລະເມືອງ ຜ່ານດ່ານສາກົນດາກຕະອອກ-ນາມຢ່າງ ໃນໄລຍະທີ່ນະຄອນດານັງ ຈັດຕັ້ງປະຕິບັດ ການລົງທຶນໂຄງການກໍ່ສ້າງຍົກລະດັບເສັ້ນທາງແຫ່ງຊາດ 14D ລະຫວ່າງ ຄະນະເຮັດວຽກແຂວງເຊກອງ ສປປ ລາວ ແລະ ຄະນະເຮັດວຽກ ນະຄອນດານັງ ສສ ຫວຽດນາມ ຈັດຂຶ້ນໃນວັນທີ 6 ພຶດສະພານີ້ ທີ່ຫ້ອງວ່າການແຂວງເຊກອງ, ໂດຍການເປັນປະທານຮ່ວມ ຂອງທ່ານ ຄໍາຮູ້ ອ່ອນມະນີ ຫົວໜ້າພະແນກການເງິນແຂວງເຊກອງ, ທ່ານ ທ່ຽວ ຫວຽດ ຢຸ້ງ ຮອງຫົວໜ້າຄະນະຄຸ້ມຄອງເຂດເສດຖະກິດຈູລາຍ ແລະ ພາກສ່ວນກ່ຽວຂ້ອງ ທັງສອງຝ່າຍເຂົ້າຮ່ວມ.
ທ່ານ ທອງສະຫວັນ ພົມວິຫານ ເຂົ້າຢ້ຽມຂໍ່ານັບຮອງປະທານາທິບໍດີ ສ ອິນໂດເນເຊຍ

ທ່ານ ທອງສະຫວັນ ພົມວິຫານ ເຂົ້າຢ້ຽມຂໍ່ານັບຮອງປະທານາທິບໍດີ ສ ອິນໂດເນເຊຍ

ໃນວັນທີ 5 ພຶດສະພາ ນີ້ ທີ່ ທຳນຽບປະທານາທິບໍດີແຫ່ງ ສ ອິນໂດເນເຊຍ, ທ່ານ ທອງສະຫວັນ ພົມວິຫານ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍຄະນະ ໄດ້ເຂົ້າຢ້ຽມຂໍ່ານັບ ທ່ານ ກິບຣານ ຣາຄາບຸຫມິງ ຣາຄາ ຮອງປະທານາທິບໍດີ ແຫ່ງ ສ ອິນໂດເນເຊຍ ໃນໂອກາດເດີນທາງຢ້ຽມຢາມ ສ ອິນໂດເນເຊຍຢ່າງເປັນທາງການ ໃນລະຫວ່າງວັນທີ 4-5 ພຶດສະພາ 2026.
ການປັກຫຼັກໝາຍຊາຍແດນ ລາວ--ກຳປູເຈຍ ສຳເລັດ 280 ຫຼັກໝາຍ

ການປັກຫຼັກໝາຍຊາຍແດນ ລາວ--ກຳປູເຈຍ ສຳເລັດ 280 ຫຼັກໝາຍ

​ ກອງສຳຫຼວດ ແລະ ປັກຫຼັກໝາຍຊາຍແດນ ລາວ--ກຳປູເຈຍ ເມືອງໂຂງ ແຂວງຈຳປາສັກ ໄດ້ສະຫຼຸບ ການຈັດຕັ້ງປະຕິບັດວຽກງານພາຍໃນປີ 2025 ທີ່ຜ່ານມາ.​ ທ່ານ ພັນໂທ ໂພສະຫວັນ ພິມມະວົງ ຫົວໜ້າພະແນກແຜນການສັງລວມ, ຮສຮ ກະຊວງປ້ອງກັນປະເທດ ລາຍງານໃນວັນທີ 5 ພຶດສະພານີ້ວ່າ:
ເພີ່ມເຕີມ