ເປີດຂະບວນການແຂ່ງຂັນກິລາການທະຫານ ແລະ ກິລາມວນຊົນ

ທະຫານແຂວງວຽງຈັນ ເປີດຂະບວນການແຂ່ງຂັນກິລາການທະຫານ ແລະ ກິລາມວນຊົນ

ທະຫານແຂວງວຽງຈັນ ເປີດຂະບວນການແຂ່ງຂັນກິລາການທະຫານ ແລະ ກິລາມວນຊົນ
ຫວ່າງບໍ່ດົນມານີ້,ກອງບັນຊາການທະຫານແຂວງວຽງຈັນ ໄດ້ເປີດຂະບວນການແຂ່ງຂັນກິລາການທະຫານ ແລະ ກິລາມວນຊົນ ຊີງຂັນຫົວໜ້າກອງບັນຊາການທະຫານແຂວງ, ເພື່ອຂ່ຳນັບຮັບຕ້ອນ ວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 76 ປີ

ແລະ ກອງປະຊຸມໃຫຍ່ຜູ້ແທນສະມາຊິກພັກ ຄັ້ງທີ VI ຂອງອົງຄະນະພັກ ກອງບັນຊາການທະຫານແຂວງວຽງຈັນ ໃຫ້ມີບັນຍາກາດຟົດຟື້ນ, ໂດຍການເປັນປະທານຂອງສະຫາຍ ພົນຈັດຕະວາ ບຸນຜອງ ບຸດທະວົງ ຫົວໜ້າການເມືອງ ກອງບັນຊາການທະຫານແຂວງວຽງຈັນ, ມີຄະນະພັກ-ຄະນະບັນຊາອົງການ 5 ຫ້ອງ, ພະແນກການ, ຄະນະຮັບຜິດຊອບ ພ້ອມດ້ວຍນັກກິລາຈາກກົມກອງອ້ອມຂ້າງ ເຂົ້າຮ່ວມ.

ສະຫາຍ ພັນໂທ ອຳມະລາ ຈັນທະວົງ ຮອງຫົວໜ້າຫ້ອງເສນາທິການ ກອງບັນຊາການທະຫານແຂວງວຽງຈັນ ໄດ້ລາຍງານກ່ຽວກັບການກະກຽມເປີດຂະບວນການແຂ່ງຂັນກິລາ ສຳລັບກິລາການທະຫານທີ່ນຳມາແຂ່ງຂັນໃນຄັ້ງນີ້ປະກອບມີ: ກິລາແລ່ນມ້າງປະກອບອາວຸດ ແລະ ກິລານັກຮົບແຂງແຮງ, ສ່ວນກິລາມວນຊົນປະກອບມີ: ກິລາເຕະບານຊາຍ, ບານສົ່ງຊາຍ, ບານສົ່ງຍິງ, ກິລາກະຕໍ້ຊາຍ, ກິລາເປຕັງປະສົມ ຊາຍ-ຍິງ ແລະ ກິລາປິ່ງປ່ອງ, ລວມມີ 13 ທີມນັກກິລາ ທີ່ມາຈາກອົງການ 5 ຫ້ອງ, ກົມກອງອ້ອມຂ້າງ, ກອງບັນຊາການທະຫານເມືອງ, ໂຮງຮຽນ ແລະ ໂຮງໝໍ ເຂົ້າຮ່ວມແຂ່ງຂັນ.

ການເປີດຂະບວນການແຂ່ງຂັນກິລາໃນຄັ້ງນີ້ ກໍເພື່ອເປັນການຊຸກຍູ້ຂະບວນການດ້ານຕ່າງໆ ໃຫ້ມີບັນຍາກາດຟົດຟື້ນ ທັງເປັນການເສີມສ້າງສຸຂະພາບຂອງພະນັກງານ-ນັກຮົບ ໃຫ້ມີຄວາມແຂງແຮງ, ມີຈິດໃຈເບີກບານມ່ວນຊື່ນ ແລະ ເປັນການພົບປະແລກປ່ຽນຖອດຖອນບົດຮຽນຊຶ່ງກັນ ແລະ ກັນ ລະຫວ່າງ ນັກກິລາອົງການກັບກົມກອງ ເພື່ອສ້າງຜົນງານຂ່ຳນັບຮັບຕ້ອນວັນປະຫວັດສາດທີ່ສຳຄັນຂອງຊາດ, ຂອງພັກ ເປັນຕົ້ນແມ່ນ ວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 76 ປີ ແລະ ກອງປະຊຸມໃຫຍ່ຜູ້ແທນສະມາຊິກພັກ ຄັ້ງທີ VI ຂອງອົງຄະນະພັກ ກອງບັນຊາການທະຫານແຂວງວຽງຈັນ ໃຫ້ມີບັນຍາກາດຟົດຟື້ນກວ້າງຂວາງ.

(ຂ່າວ-ພາບ: ສາຍຄຳ ພອນມະນີ)

ຄໍາເຫັນ

ຂ່າວສືກສາ-ກິລາ

ຮຽບຮຽງເນື້ອໃນກົດໝາຍສາມັນສຶກສາ

ຮຽບຮຽງເນື້ອໃນກົດໝາຍສາມັນສຶກສາ

(ສພຊ) - ວັນທີ 21-22 ກໍລະກົດນີ້ ທີ່ສະພາແຫ່ງຊາດ (ສພຊ) ໄດ້ມີກອງປະຊຸມຮຽບຮຽງເນື້ອໃນກົດໝາຍວ່າດ້ວຍສາມັນສຶກສາ (ສ້າງໃໝ່) ໂດຍການເປັນປະທານຂອງທ່ານ ຄໍາໃບ ດຳລັດ ຮອງປະທານສະພາແຫ່ງຊາດ; ເຂົ້າຮ່ວມມີບັນດາທ່ານປະທານ ແລະ ຮອງປະທານກຳມາທິການທີ່ກ່ຽວຂ້ອງພາຍໃນ ສພຊ, ຮອງລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ, ຮອງລັດຖະມົນຕີກະຊວງຍຸຕິທໍາ, ຮອງຫົວໜ້າຫ້ອງວ່າການສໍານັກງານປະທານປະເທດ, ຄະນະຮັບຜິດຊອບປັບປຸງກົດໝາຍ ພ້ອມດ້ວຍຄະນະກົມ, ພະແນກ ແລະ ພະນັກງານທີ່ກ່ຽວຂ້ອງ.
ຄອສພ ໄດ້ທີ 1 ປະເພດຊາຍດຽວແຂ່ງຂັນກິລາເປຕັງ ຊີງຂັນແນວລາວສ້າງຊາດ

ຄອສພ ໄດ້ທີ 1 ປະເພດຊາຍດຽວແຂ່ງຂັນກິລາເປຕັງ ຊີງຂັນແນວລາວສ້າງຊາດ

ຄະນະໂຄສະນາອົບຮົມສູນກາງພັກ (ຄອສພ) ໄດ້ອັນດັບທີ 1 ໃນປະເພດດ່ຽວຊາຍ ໃນການແຂ່ງຂັນກິລາເປຕັງ ຊີງຂັນແນວລາວສ້າງຊາດ ເນື່ອງໃນໂອກາດຂໍ່ານັບຮັບຕ້ອນ ແລະ ສະເຫຼີມສະຫຼອງ ວັນສ້າງຕັ້ງແນວລາວສ້າງຊາດ ຄົບຮອບ 75 ປີ ຊຶ່ງການແຂ່ງຂັນດັ່ງກ່າວໄດ້ປິດລົງໃນວັນທີ17 ກໍລະກົດ ນີ້ ທີ່ນະຄອນຫຼວງວຽງຈັນ, ໂດຍມີທ່ານ ສິນລະວົງ ຄຸດໄພທູນ ກຳມະການກົມການເມືອງສູນກາງພັກ ປະທານສູນກາງແນວລາວສ້າງຊາດ ມີບັນການນໍາພັກ-ລັດ, ຄະນະນໍາ ຄູຝຶກ ແລະ ນັກກິລາ ຈາກບັນດາແຂວງ, ນະຄອນ ຫຼວງ, ກະຊວງ, ອົງການທຽບເທົ່າ, ທົ່ວປະເທດ ເຂົ້າຮ່ວມ.
ສາລະວັນຫາລືການສ້າງຂະບວນການກິລາ

ສາລະວັນຫາລືການສ້າງຂະບວນການກິລາ

ຄະນະໂຄສະນາອົບຮົມແຂວງສາລະວັນ ຮ່ວມກັບພະແນກສຶກສາທິການ ແລະ ກິລາແຂວງ ຈັດກອງປະຊຸມປຶກສາຫາລື ກ່ຽວກັບການຈັດກິດຈະກໍາສ້າງຂະບວນການກິລາຟຸດຊໍ ແລະ ກິລາເປຕັງ ເພື່ອຂໍ່ານັບຮັບຕ້ອນກອງປະຊຸມໃຫຍ່ຄັ້ງທີ X ຂອງອົງຄະນະພັກແຂວງ ແລະ ຕ້ອນຮັບວັນສະຖາປະນາ ສປປລາວ ຄົບຮອບ 50 ປີ (2 ທັນວາ 1975-2 ທັນວາ 2025) ແລະ ວັນເກີດປະທານໄກສອນ ພົມວິຫານ ຄົບຮອບ 105 ປີ (13 ທັນວາ 1920-13 ທັນວາ 2025).ກອງປະຊຸມດັ່ງກ່າວ ໄດ້ຈັດຂຶ້ນ ເມື່ອບໍ່ດົນມານີ້ ທີ່ໂຮງຮຽນນອກຫຼັກສູດແຂວງສາລະວັນ ໂດຍການເປັນປະທານ ຂອງທ່ານ ຈັນສະໝອນ ພົມມະແສງ ຫົວໜ້າຄະນະໂຄສະນາອົບຮົມແຂວງ.
ນັກຮຽນລາວແຂ່ງຂັນຄະນິດສາດສາກົນສິງກະໂປ ຍາດໄດ້ 15 ຫຼຽນ

ນັກຮຽນລາວແຂ່ງຂັນຄະນິດສາດສາກົນສິງກະໂປ ຍາດໄດ້ 15 ຫຼຽນ

ການແຂ່ງຂັນຄະນິດສາດສາກົນສິງກະໂປ (SIMOC) ແມ່ນການແຂ່ງຂັນຄະນິດສາດຈາກປະເທດສິງກະ ໂປ ທີ່ໄດ້ຮັບຄວາມນິຍົມໃນທົ່ວໂລກ ໂດຍສະເພາະໃນຂົງເຂດປະເທດອາຊຽນ. ການແຂ່ງຂັນ SIMOC ແມ່ນມີເອກະລັກສະເພາະຕົວ ຊຶ່ງປະສົມປະສານການແກ້ໂຈດຄະນິດສາດແບບດ່ຽວ ແລະ ການແຂ່ງຂັນແບບກຸ່ມຜ່ານຮູບແບບເກມທີ່ມີຊື່ວ່າ:“Math Warriors” ແລະ “Math Master Mind” ການແຂ່ງຂັນນີ້ບໍ່ພຽງແຕ່ທົດສອບທັກສະດ້ານຄະນິດສາດຂອງຜູ້ເຂົ້າຮ່ວມ ແຕ່ຍັງລວມເຖິງທັກສະໃນການເຮັດວຽກເປັນທີມ ແລະ ການສື່ສານ.
ຫາລືການນຳໃຊ້ສື່ການຮຽນການສອນຝຶກເວົ້າພາສາລາວ

ຫາລືການນຳໃຊ້ສື່ການຮຽນການສອນຝຶກເວົ້າພາສາລາວ

ກະຊວງສຶກສາທິການ ແລະ ກິລາ ແຫ່ງ ສປປ ລາວ ຮ່ວມກັບ ລັດຖະບານອົສະຕຣາລີ ແລະ ບັນດາຄູ່ຮ່ວມພັດທະນາ ໄດ້ຈັດກອງປະຊຸມປຶກສາຫາລືການນຳໃຊ້ສື່ການຮຽນການສອນ (ຝຶກເວົ້າພາສາລາວ)ຂຶ້ນໃນວັນທີ 16 ກໍລະກົດນີ້ ທີ່ໂຮມແຮມດອນຈັນພາເລດ ໂດນການເປັນປະທານຂອງ ທ່ານ ອຸທິດ ທິບມະນີຮອງຜູ້ອໍານວຍການສະຖາບັນຄົ້ນຄວ້າວິທະຍາສາດການສຶກສາ (ສວສ), ທ່ານ ນາງ ເຄດ ກູດຟຣຸດ;ວ່າການແທນເລຂານເອກສະຖານທູດອົດສະຕຣາລີ,ມີບັນດາຜູ້ຕາງໜ້າຈາກກະຊວງສຶກສາທິການ ແລະ ກີລາ, ພະແນກສຶກສາທິການ ແລະ ກິລາແຂວງ, ເມືອງ ແລະ ອົງການຈັດຕັ້ງສາກົນເຂົ້າຮ່ວມ.
ຖະແຫຼງຂ່າວແຂ່ງຂັນເຕະບານຊີງຂັນນະຄອນຫຼວງວຽງຈັນ ຄັ້ງທີ 1

ຖະແຫຼງຂ່າວແຂ່ງຂັນເຕະບານຊີງຂັນນະຄອນຫຼວງວຽງຈັນ ຄັ້ງທີ 1

ການແຂ່ງຂັນກິລາບານເຕະຊີງຂັນນະຄອນຫຼວງວຽງຈັນ ຄັ້ງທີ 1 ຫຼື ລາຍການ THE CAPITAL CUP 2025 ຈະເປີດຂຶ້ນໃນວັນທີ 19 ກໍລະກົດ ນີ້ ເພື່ອເປັນການເລືອກເຟັ້ນຫານັກກິລາຜູ້ທີ່ມີພອນສະຫວັນດີເດັ່ນ ກຽມຕາງໜ້ານະຄອນຫຼວງວຽງຈັນ ຮ່ວມງານກິລາແຫ່ງຊາດ ຄັ້ງທີ 12 ຈະຈັດຂຶ້ນ ລະຫວ່າງວັນທີ 15-25 ພະຈິກ 2025.
ດັບເບິນຢູໄອຈີ ນາຄາ ຄອງແຊັມການແຂ່ງຂັນ ເຕະບານເຍົາວະຊົນອາຍຸບໍ່ເກີນ 13 ປີ

ດັບເບິນຢູໄອຈີ ນາຄາ ຄອງແຊັມການແຂ່ງຂັນ ເຕະບານເຍົາວະຊົນອາຍຸບໍ່ເກີນ 13 ປີ

ໃນວັນທີ 10 ກໍລະກົດ ຜ່ານມານີ້, ທີມນັກກິລາ ຢູ 13 ດັບເບິນຢູໄອຈີ ນາຄາ (WIG NAGA) ຕົວແທນໜຶ່ງດຽວຈາກ ສປປ ລາວ ໄດ້ເດີນທາງກັບເຖິງນະຄອນຫຼວງວຽງຈັນ ຫຼັງສ້າງຜົນງານໄດ້ຢ່າງໂດດເດັ່ນ ສາມາດຄອງແຊັມການແຂ່ງຂັນ ເຕະບານເຍົາວະຊົນອາຍຸບໍ່ເກີນ 13 ປີ ຊຶ່ງເປັນລາຍການໃຫຍ່ລະດັບສາກົນ ຫຼື IBER Cup 2025 ທັງໄດ້ສ້າງຊື່ສຽງ ໃຫ້ກັບປະເທດຊາດໃນເວທີສາກົນ.
ສຶກສາ ນວ ສະເໜີໂຮມໂຮງຮຽນປະຖົມມາເປັນໂຮງຮຽນຂະໜາດກາງ ຫຼື ໃຫຍ່

ສຶກສາ ນວ ສະເໜີໂຮມໂຮງຮຽນປະຖົມມາເປັນໂຮງຮຽນຂະໜາດກາງ ຫຼື ໃຫຍ່

ທ່ານນາງ ລີປ່າເອ້ຍ ລີບົວປາວ ຮອງຫົວໜ້າພະແນກສຶກສາທິການ ແລະ ກິລາ ນະຄອນຫຼວງ ຂຶ້ນຕອບຄໍາຊັກຖາມ ແລະ ຄໍາຊີ້ແຈງ ຂອງສະມາຊິກສະພາແຫ່ງຊາດ ປະຈໍາເຂດເລືອກຕັ້ງທີ 1 ແລະ ສະມາຊິກສະພາປະຊາຊົນນະຄອນຫຼວງວຽງຈັນ (ສສຊ ແລະ ສສນວ) ໃນກອງປະຊຸມສະໄໝສາມັນເທື່ອທີ 9 ຂອງສະພາປະຊາຊົນນະຄອນຫຼວງວຽງຈັນ ຊຸດທີ II ທີ່ຕິດພັນກັບຂະແໜງສຶກສາ ແລະ ກິລາ ຄື: ສະເໜີກ່ຽວກັບມາດຕະການ ແລະ ວິທີແກ້ໄຂບັນຫາຄຸນນະພາບການສຶກສາຂອງໂຮງຮຽນລັດທີ່ຫຼຸດໂຮງຮຽນເອກະຊົນ ຕິດພັນກັບ (ຫຼັກສູດການສຶກສາ, ບຸກຄະລາກອນຄູ, ການມີສ່ວນຮ່ວມຂອງສະຖາບັນຄອບຄົວ)
ຜົ້ງສາລີ ສອບເສັງ ມ7 ບໍາລຸງ ສົກຮຽນ 2024-2025

ຜົ້ງສາລີ ສອບເສັງ ມ7 ບໍາລຸງ ສົກຮຽນ 2024-2025

ໃນວັນ 7 ກໍລະກົດຜ່ານມານີ້ ທີ່ຫ້ອງປະຊຸມໂຮງຮຽນວິຊາຊີບແບບປະສົມແຂວງຜົ້ງສາລີ ສູນການສຶກສານອກໂຮງຮຽນ ໄດ້ຈັດພິທີສອບເສັງຈົບຊັ້ນ ມໍ7 ບໍາລຸງ ຊຸດທີ 26 ສົກຮຽນ 2024-2025. ໂດຍການເປັນປະທານຂອງທ່ານ ສານ ໄຊຍະວົງ ຮອງຫົວໜ້າພະແນກ ສຶກສາທິການ ແລະ ກິລາແຂວງຜົ້ງສາລີ ຜູ້ຊີ້ນຳວຽກງານສູນການສຶກສານອກໂຮງຮຽນ, ມີທ່ານ ວັນທອງ ພົມມະຈັນ ຮັກສາການຫົວຫນ້າພະແນກສົ່ງເສີມວິຊາຊີບຂັ້ນພື້ນຖານ, ກົມການສຶກສານອກໂຮງຮຽນກະຊວງສຶກສາ ທິການແລະກິລາ, ມີທ່ານ ອຸ່ນຄຳ ແສງອິນແກ້ວ ຜູ້ອຳນວຍການ ສູນການສຶກສານອກໂຮງຮຽນ ແຂວງຜົ້ງສາລີ, ເຂົ້າຮ່ວມມີຄະນະຮັບຜິດຊອບການສອບເສັງ,ພະນັກງານຄູອາຈານ,ພາກສ່ວນທີກ່ຽວຂ້ອງ,ຕະຫຼອດນັກສອບເສັງ ມ7 ຈາກສູນການສຶກສານອກໂຮງຮຽນຂອງແຂວງເຂົ້າຮ່ວມ.
ຄຳມ່ວນ ເປີດການສອບເສັງຈົບຊັ້ນມໍ 7 ບໍາລຸງ ສົກຮຽນ 2024 – 2025.

ຄຳມ່ວນ ເປີດການສອບເສັງຈົບຊັ້ນມໍ 7 ບໍາລຸງ ສົກຮຽນ 2024 – 2025.

ໃນວັນທີ 8 ກໍລະກົດນີ້ ທີ່ສູນການສຶກສານອກໂຮງຮຽນ ໄດ້ຈັດພິທີເປີດການສອບເສັງຈົບຊັ້ນມໍ 7 ບຳລຸງ ສົກ 2024-2025. ເປັນກຽດເຂົ້າຮ່ວມເປີດຫົວບົດສອບເສັງໂດຍ ທ່ານ ບຸນປອນ ທອງສຸວັນນະລາດ ຮອງຫົວໜ້າພະແນກ ສຶກສາທິການ ແລະ ກິລາແຂວງ.
ເພີ່ມເຕີມ