ຖະແຫຼງຂ່າວກອງປະຊຸມສະໄໝສາມັນ ເທື່ອທີ 6ຂອງສປນວ

ຖະແຫຼງຂ່າວກອງປະຊຸມສະໄໝສາມັນ ເທື່ອທີ 6ຂອງສປນວ
ໃນວັນທີ 30 ພະຈິກນີ້ທີ່ສໍານັກງານອົງການປົກຄອງ ນະຄອນຫຼວງວຽງຈັນ, ທ່ານ ນະຄະເສນ ສີຫາລາດ ຄະນະປະຈຳ ສະພາປະຊາຊົນ ເລຂາທິການ ສະພາປະຊາຊົນນະຄອນຫຼວງວຽງຈັນໄດ້ຖະແຫຼງຂ່າວຕໍ່ສື່ມວນຊົນກ່ຽວກັບການດຳເນີນກອງປະຊຸມສະໄໝສາມັນເທື່ອທີ 6 ຂອງສະພາປະຊາຊົນ ນະຄອນຫຼວງວຽງຈັນ(ສປນວ) ຊຶ່ງຈະດຳເນີນໃນລະຫວ່າງວັນທີ 5-8 ທັນວາ 2023 ທີ່ຫ້ອງປະຊຸມສໍານັກງານອົງການປົກຄອງນະຄອນຫຼວງວຽງຈັນເພື່ອຈະສຸມໃສ່ພິຈາລະນາ ແລະ ຮັບຮອງເອົາບັນຫາສຳຄັນພື້ນຖານຂອງນະຄອນຫຼວງວຽງຈັນດັ່ງນີ້:
1.    ພິຈາລະນາແລະຮັບຮອງເອົາບົດລາຍງານຂອງທ່ານເຈົ້າຄອງນະຄອນຫຼວງວຽງຈັນກ່ຽວກັບຜົນການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ,ແຜນງົບປະມານປະຈໍາປີ 2023 ແລະທິດທາງແຜນການປະຈໍາປີ 2024 ຂອງນະຄອນຫຼວງ,ຕິດພັນກັບການຈັດຕັ້ງປະຕິບັດ 2 ວາລະແຫ່ງຊາດໃນໄລຍະປີ 2021-2023 ຢູ່ນະຄອນຫຼວງວຽງຈັນ.
2.    ພິຈາລະນາ,ຮັບຮອງເອົາ ຮ່າງຂໍ້ຕົກລົງຂອງ ທ່ານເຈົ້າຄອງນະຄອນຫຼວງວຽງຈັນຈໍານວນ 2 ສະບັບຄື: 
1)    ຮ່າງຂໍ້ຕົກລົງວ່າດ້ວຍການກໍານົດລາຄາຫົວໜ່ວຍຊົດເຊີຍທົດແທນຄ່າເສຍຫາຍຂອງໂຄງການກໍ່ສ້າງປ້ອງກັນຕາຝັ່ງແລະພັດທະນາແຄມຂອງໄລຍະII.
2)    ຮ່າງຂໍ້ຕົກລົງວ່າດ້ວຍກອງທຶນພັດທະນາກິລາ-ກາຍຍະກໍານະຄອນຫຼວງວຽງຈັນ.
3.    ພິຈາລະນາແລະຮັບຮອງເອົາບົດລາຍງານ ຜົນການຈັດຕັ້ງປະຕິບັດແຜນການເຄື່ອນໄຫວວຽກງານປະຈໍາປີ 2023 ແລະ ທິດທາງແຜນການປະຈໍາປີ 2024 ຂອງອົງການກວດສອບປະຈໍາພາກກາງ; ຜົນການກວດສອບປະຈໍາປີ 2022 ຂອງອົງການກວດສອບປະຈໍາພາກກາງ 1.
4.    ພິຈາລະນາ ແລະ ຮັບຮອງເອົາບົດລາຍງານຜົນການຕິດຕາມກວດກາຕາມມະຕິ 007/ສປນວ,ສະບັບເລກທີ 10 ກຸມພາ 2023;ຜົນການຕິດຕາມກວດກາຕາມຜົນການກວດສອບການຈັດຕັ້ງປະຕິບັດແຜນງົບປະມານແຫ່ງລັດປະຈໍາປີ 2018 ຢູ່ບາງພະແນກການ.
5.    ພິຈາລະນາແລະຮັບຮອງເອົາບົດລາຍງານ ຜົນການຈັດຕັ້ງປະຕິບັດແຜນການເຄື່ອນໄຫວວຽກງານປະຈໍາປີ 2023 ແລະທິດທາງແຜນການປະຈໍາປີ 2024 ຂອງອົງການໄອຍະການປະຊາຊົນພາກກາງ ແລະ ອົງການໄອຍະການປະຊາຊົນ ນະຄອນຫຼວງວຽງຈັນ.
6.    ພິຈາລະນາແລະຮັບຮອງເອົາບົດລາຍງານ ຜົນການຈັດຕັ້ງປະຕິບັດແຜນການເຄື່ອນໄຫວວຽກງານປະຈໍາປີ 2023 ແລະທິດທາງແຜນການປະຈໍາປີ 2024 ຂອງສານປະຊາຊົນພາກກາງ ແລະ ສານປະຊາຊົນ ນະຄອນຫຼວງ.
7.    ພິຈາລະນາແລະຮັບຮອງເອົາບົດລາຍງານ ຜົນການຈັດຕັ້ງປະຕິບັດແຜນການເຄື່ອນໄຫວວຽກງານປະຈໍາປີ 2023 ແລະທິດທາງແຜນການປະຈໍາປີ 2024 ຂອງສະພາປະຊາຊົນນະຄອນຫຼວງວຽງຈັນຊຸດທີIIຕິດພັນກັບແຜນການເຄື່ອນໄຫວພົບປະຜູ້ມີສິດເລືອກຕັ້ງເພື່ອເຜີຍແຜ່ຜົນສໍາເລັດກອງປະຊຸມສະໄໝສາມັນເທື່ອທີ 6 ຂອງສະພາແຫ່ງຊາດຊຸດທີIX ແລະສະພາປະຊາຊົນນະຄອນຫຼວງຊຸດທີII.
8.    ຮັບຟັງການປະກອບຄຳເຫັນຂອງອົງການແນວລາວສ້າງຊາດນະຄອນຫຼວງຕໍ່ຜົນການຈັດຕັ້ງປະຕິບັດແຜນການເຄື່ອນໄຫວວຽກງານປະຈໍາປີ 2023 ແລະທິດທາງແຜນການປະຈໍາປີ 2024 ຂອງສະພາປະຊາຊົນນະຄອນຫຼວງວຽງຈັນ.
9.    ຮັບຟັງການລາຍງານຊີ້ແຈງບາງບັນຫາສຳຄັນສຳຄັນ ແລະ ພົ້ນເດັ່ນ ຂອງນະຄອນຫຼວງ ຈຳນວນໜຶ່ງ ເປັນຕົ້ນ:
1)    ວີທີການ, ມາດຕະການໃນການຊຸກຍູ້ສົ່ງເສີມແລະຂະຫຍາຍແຫຼ່ງລາຍຮັບໃໝ່ຂອງນະຄອນຫຼວງວຽງຈັນທີ່ຕິດພັນກັບຂົງເຂດກະສິກໍາແລະປ່າໄມ້, ຂົງເຂດອຸດສາຫະກໍາແລະການຄ້າ, ຂົງເຂດຖະແຫຼງຂ່າວ, ວັດທະນະທໍາແລະທ່ອງທ່ຽວແລະຂົງເຂດເຂດເສດຖະກິດພິເສດ.
2)    ກົນໄກ, ມາດຕະການສົ່ງເສີມແລະປົກປ້ອງການຜະລິດພາຍໃນລວມທັງການແບ່ງຄວາມຮັບຜິດຊອບຂອງພາກສ່ວນກ່ຽວຂ້ອງໃນການຈັດຕັ້ງປະຕິບັດ.
3)    ການຈັດຕັ້ງປະຕິບັດຜັງເມືອງແລະມາດຕະການຄຸ້ມຄອງຜັງເມືອງຢູ່ນະຄອນຫຼວງວຽງຈັນ.
4)    ການຄຸ້ມຄອງຄົນຕ່າງປະເທດຢູ່ນະຄອນຫຼວງວຽງຈັນ.
5)    ການຄຸ້ມຄອງ, ຕິດຕາມກວດກາການສຶກສາສໍາຫຼວດ, ຂຸດຄົ້ນຫຼືສໍາປະທານແຮ່ເກືອໂປຕັສ (ເກືອກາລີ) ຢູ່ນະຄອນຫຼວງວຽງຈັນ. 
6)    ການຈັດສັນຄວາມບໍ່ເປັນລະບຽບຮຽບຮ້ອຍໃນສັງຄົມເພື່ອຕ້ອນຮັບການເປັນເຈົ້າພາບກອງປະຊຸມສຸດຍອດອາຊຽນແລະປີທ່ອງທ່ຽວລາວ 2024 ແລະການແກ້ໄຂບັນຫາເລື່ອງປ້າຍໂຄສະນາທີ່ບໍ່ຖືກຕ້ອງຢູ່ນະຄອນຫຼວງ. 
ນອກຈາກບັນດາເນື້ອໃນທີ່ໄດ້ກ່າວມາຂ້າງເທິງແລ້ວ, ກອງປະຊຸມຍັງຈະໄດ້ຮັບຟັງການຊີ້ແຈງບາງບັນຫາທີ່ສະມາຊິກສະພາແຫ່ງຊາດ, ສະມາຊິກສະພາປະຊາຊົນນະຄອນຫຼວງ ຊັກຖາມໃນກອງປະຊຸມຈາກພາກສ່ວນທີ່ກ່ຽວຂ້ອງຕື່ມອີກ.
ການດໍາເນີນກອງປະຊຸມຄັ້ງນີ້ ແມ່ນການປະຕິບັດພາລະບົດບາດຂອງສະພາປະຊາຊົນ ໃນຖານະເປັນອົງການອໍານາດລັດ ຂັ້ນນະຄອນຫຼວງ ທີ່ເປັນຕົວແທນແຫ່ງສິດ ແລະ ຜົນປະໂຫຍດຂອງປະຊາຊົນ ຊາວນະຄອນຫຼວງວຽງຈັນ. ດັ່ງນັ້ນ, ຈຶ່ງຂໍເຊີນຊວນບັນດາອົງການຈັດຕັ້ງພັກ-ລັດ, ອົງການຈັດຕັ້ງສັງຄົມທຸກພາກສ່ວນ, ພະນັກງານ, ທະຫານ, ຕຳຫຼວດຕະຫຼອດຮອດພໍ່ແມ່ປະຊາຊົນບັນດາເຜົ່າໂດຍສະເພາະຊາວນະຄອນຫຼວງວຽງຈັນ ຈົ່ງໃຫ້ການຕິດຕາມຂ່າວສານທາງໂທລະພາບ, ວິທະຍຸກະຈາຍສຽງ, ສື່ສິ່ງພິມຕ່າງໆ ແລະ ສາມາດມີຄຳຄິດຄຳເຫັນ ຫຼື ຄຳສະເໜີເຂົ້າໃນກອງປະຊຸມ ຜ່ານທາງໂທລະສັບສາຍດ່ວນ ໝາຍເລກ 1156 ຫຼື ໝາຍເລກໂທລະສັບ 021 260 251, 260242 ຊຶ່ງເລີ່ມເປີດຮັບຄຳສະເໜີ, ຄຳຄິດຄຳເຫັນຕໍ່ກອງປະຊຸມ ນັບແຕ່ມື້ນີ້ເປັນຕົ້ນໄປ.
(ຂ່າວ-ພາບ: ສປນວ)

ຄໍາເຫັນ

ຂ່າວການເມືອງ

ຜົນສໍາເລັດກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

ຜົນສໍາເລັດກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

ທ່ານ ບຸນຈັນ ສີວົງພັນ ຮອງປະທານສະພາແຫ່ງຊາດ ຕາງໜ້າຄະນະປະຈຳສະພາແຫ່ງຊາດ ຫົວໜ້າກອງເລຂານຸການກອງປະຊຸມ ໄດ້ຖະແຫຼງຂ່າວຕໍ່ສື່ມວນຊົນ ກ່ຽວກັບຜົນສໍາເລັດຂອງການດໍາເນີນກອງປະຊຸມສະ ໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ໃນວັນທີ 21 ຕຸລານີ້ ທີ່ສະພາແຫ່ງຊາດ.
ຜົນການພິຈາລະນາຮັບຮອງເອົາກົດໝາຍຈໍານວນ 8 ສະບັບ

ຜົນການພິຈາລະນາຮັບຮອງເອົາກົດໝາຍຈໍານວນ 8 ສະບັບ

ທ່ານ ກອງແກ້ວ ໄຊສົງຄາມ ຮອງປະທານສະພາແຫ່ງຊາດ ໄດ້ຖະແຫຼງຂ່າວກ່ຽວກັບຜົນການພິຈາລະນາຮັບຮອງເອົາກົດໝາຍຈໍານວນ 8 ສະບັບຕໍ່ສື່ມວນຊົນ ໃນວັນທີ 21 ຕຸລານີ້ ທີ່ສະພາແຫ່ງຊາດ ວ່າ: ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ໄດ້ສຸມໃສ່ພິຈາລະນາບັນດາຮ່າງກົດໝາຍຈໍານວນ 8 ສະບັບ. ໃນນັ້ນ, ມີກົດໝາຍສ້າງໃໝ່ 1 ສະບັບ ແລະ ປັບປຸງ 7 ສະບັບ.
ສສຊ ມີຄໍາເຫັນຕໍ່ຮ່າງກົດໝາຍວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ສສຊ ມີຄໍາເຫັນຕໍ່ຮ່າງກົດໝາຍວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ສະມາຊິກສະພາແຫ່ງຊາດ (ສຊຊ) ໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ໃນວັນທີ 20 ຕຸລານີ້, ທີ່ສະພາແຫ່ງຊາດ ໂດຍການເປັນປະທານຂອງທ່ານ ວິໄລວົງ ບຸດດາຄໍາ ຮອງປະທານສະພາແຫ່ງຊາດ.
ຜົນສຳເລັດ ການພິຈາລະນາຮັບຮອງແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ

ຜົນສຳເລັດ ການພິຈາລະນາຮັບຮອງແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ

ທ່ານ ວິໄລວົງ ບຸດດາຄໍາ ຮອງປະທານສະພາແຫ່ງຊາດ ໄດ້ຖະແຫຼງຂ່າວກ່ຽວກັບຜົນສຳເລັດການພິຈາ ລະນາຮັບຮອງແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ, ແຜນງົບປະມານແຫ່ງລັດ, ແຜນເງິນຕາປີ 2026 ແລະ ທິດທາງແຜນການປີ 2027 ໃນວັນທີ 20 ຕຸລານີ້, ທີ່ສະພາແຫ່ງຊາດ.
ສະເໜີປັບປຸງກົດໝາຍວ່າດ້ວຍ ການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ສະເໜີປັບປຸງກົດໝາຍວ່າດ້ວຍ ການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີຕໍ່ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ໃນວັນທີ 20 ຕຸລານີ້, ທີ່ສະພາແຫ່ງຊາດ ພາຍໃຕ້ການເປັນປະທານຂອງທ່ານ ວິໄລວົງ ບຸດດາຄໍາ ຮອງປະທານສະພາແຫ່ງຊາດ.
ສສຊເຂດ 11 ບໍລິຄຳໄຊ ມີຄໍາເຫັນຕໍ່ຮ່າງກົດໝາຍວ່າດ້ວຍລັດຖະບານ

ສສຊເຂດ 11 ບໍລິຄຳໄຊ ມີຄໍາເຫັນຕໍ່ຮ່າງກົດໝາຍວ່າດ້ວຍລັດຖະບານ

ທ່ານສອນທະນູທໍາມະວົງສະມາຊິກສະພາແຫ່ງຊາດ (ສສຊ) ປະຈໍາເຂດເລືອກຕັ້ງທີ 11 ແຂວງບໍລິຄໍາໄຊໄດ້ປະກອບຄຳເຫັນໃສ່ຮ່າງກົດໝາຍວ່າດ້ວຍລັດຖະບານ(ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດຊຸດທີ X ໃນວັນທີ 16ຕຸລາຜ່ານມາ,ທີ່ສະພາແຫ່ງຊາດໂດຍການເປັນປະທານຂອງທ່ານນາງສູນທອນໄຊຍະຈັກຮອງປະທານສະພາແຫ່ງຊາດ.
ສສຊ ຄຳມ່ວນ ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການປົກປ້ອງເງິນຝາກ

ສສຊ ຄຳມ່ວນ ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການປົກປ້ອງເງິນຝາກ

​ບັນດາສະມາຊິກສະພາແຫ່ງຊາດ (ສສຊ) ໄດ້ເອົາໃຈໃສ່ປະກອບຄຳເຫັນຕໍ່ຮ່າງກົດ ໝາຍ ວ່າດ້ວຍການປົກປ້ອງເງິນຝາກ ຊຶ່ງເປັນສະບັບສ້າງໃໝ່ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ໃນວັນທີ 19 ຕຸລານີ້, ທີ່ສະພາແຫ່ງຊາດ ໂດຍການເປັນປະທານຂອງທ່ານ ກອງແກ້ວ ໄຊສົງຄາມ ຮອງປະທານສະພາແຫ່ງຊາດ.
ສສຊ ເຂດ 10 ປະກອບຄໍາເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການປົກປ້ອງເງິນຝາກ

ສສຊ ເຂດ 10 ປະກອບຄໍາເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການປົກປ້ອງເງິນຝາກ

ສະມາຊິກສະພາແຫ່ງຊາດ (ສສຊ) ໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການປົກປ້ອງເງິນຝາກ ຊຶ່ງເປັນກົດໝາຍສະບັບສ້າງໃໝ່ ປະກອບດ້ວຍ VIII ພາກ, 8 ໝວດ ແລະ 66 ມາດຕາ ຕໍ່ກອງປະຊຸມສະ ໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ໃນວັນທີ 19 ຕຸລານີ້ ທີ່ສະພາແຫ່ງຊາດ ໂດຍການເປັນປະທານຂອງທ່ານ ກອງແກ້ວ ໄຊສົງຄາມ ຮອງປະທານສະພາແຫ່ງຊາດ.
ທ່ານ ນະຄະເສນ ສີຫາລາດ ສະເໜີ 4 ຈຸດສຳຄັນ ຕໍ່ຮ່າງກົດໝາຍວ່າດ້ວຍລັດຖະບານ

ທ່ານ ນະຄະເສນ ສີຫາລາດ ສະເໜີ 4 ຈຸດສຳຄັນ ຕໍ່ຮ່າງກົດໝາຍວ່າດ້ວຍລັດຖະບານ

ທ່ານ ນະຄະເສນ ສີຫາລາດ ສະມາຊິກສະພາແຫ່ງຊາດ ປະຈໍາເຂດເລືອກຕັ້ງທີ 1 ນະຄອນຫຼວງ ວຽງຈັນ (ນວ) ໄດ້ປະກອບຄໍາເຫັນໃສ່ຮ່າງກົດໝາຍ ວ່າດ້ວຍລັດຖະບານ (ສະບັບປັບປຸງ) ຕໍ່ກອງປະຊຸມສະ ໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ໃນວັນທີ 16 ຕຸລາຜ່ານມາ, ທີ່ສະພາແຫ່ງຊາດ ໂດຍການເປັນປະທານຂອງທ່ານ ນາງ ສູນທອນ ໄຊຍະຈັກ ຮອງປະທານສະພາແຫ່ງຊາດ.
ສະເໜີປັບປຸງການສ້າງກົດໝາຍ ວ່າດ້ວຍການປົກປ້ອງເງິນຝາກ

ສະເໜີປັບປຸງການສ້າງກົດໝາຍ ວ່າດ້ວຍການປົກປ້ອງເງິນຝາກ

ທ່ານ ນາງ ບຸນຄໍາ ວໍລະຈິດ ຜູ້ວ່າການທະນາຄານແຫ່ງສປປລາວ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນໃນການປັບປຸງການສ້າງກົດໝາຍ ວ່າດ້ວຍການປົກປ້ອງເງິນຝາກ ຊຶ່ງເປັນກົດໝາຍສ້າງໃໝ່ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ໃນວັນທີ 19 ຕຸລານີ້, ທີ່ສະພາແຫ່ງຊາດ ພາຍໃຕ້ການເປັນປະທານຂອງທ່ານ ມອນໄຊ ລາວມົວຊົ່ງ ຮອງປະທານສະພາແຫ່ງຊາດ.
ເພີ່ມເຕີມ