ຖະແຫຼງຜົນການພິຈາລະນາວຽກງານຂອງອົງການກວດກາແຫ່ງລັດ ແລະ ອົງການກວດສອບແຫ່ງລັດ

ຖະແຫຼງຜົນການພິຈາລະນາວຽກງານຂອງອົງການກວດກາແຫ່ງລັດ ແລະ ອົງການກວດສອບແຫ່ງລັດ
ວັນທີ 10 ພະຈິກນີ້ ທີ່ສະພາແຫ່ງຊາດ, ທ່ານ ສົມມາດ ພົນເສນາ ຮອງປະທານສະພາແຫ່ງຊາດ ໄດ້ຖະແຫຼງຂ່າວ ຜົນການພິຈາລະນາວຽກງານ ຂອງອົງການກວດກາແຫ່ງລັດ ແລະ ອົງການກວດສອບແຫ່ງລັດ ກ່ຽວກັບການຈັດຕັ້ງປະຕິບັດ ແຜນການເຄື່ອນໄຫວວຽກງານ ກາງສະໄໝ 5 ປີ (2021-2025), ການເຄື່ອນໄຫວ ປະຈຳປີ 2023 ແລະ ແຜນການທ້າຍສະໄໝ ຮອດປີ 2025 ແລະ ແຜນການ ປະຈຳປີ 2024 ວ່າ: ໃນລະຫວ່າງ ວັນທີ 7-8 ພະຈິກ 2023, ກອງປະຊຸມສະໄໝສາມັນ ເທື່ອທີ 6 ຂອງສະພາແຫ່ງຊາດ ຊຸດທີ  IX ໄດ້ຮັບຟັງການລາຍງານຂອງອົງການກວດກາແຫ່ງລັດ ແລະ ອົງການກວດສອບແຫ່ງລັດ ກ່ຽວກັບການສະຫຼຸບແຜນການເຄື່ອນໄຫວວຽກງານກາງສະໄໝ 5 ປີ (2021-2025), ການເຄື່ອນໄຫວ ປະຈຳປີ 2023 ແລະ ແຜນການທ້າຍສະໄໝ ຮອດປີ 2025 ແລະ ແຜນການ ປະຈຳປີ 2024, ບົດລາຍງານ ຜົນການກວດສອບບົດສະຫຼຸບຂາດຕົວການຈັດຕັ້ງປະຕິບັດແຜນງົບປະມານແຫ່ງລັດ ປະຈຳປີ 2022 ແລະ ບົດລາຍງານ ຜົນການກວດກາຕາມຜົນການກວດສອບ ແລະ ມະຕິສະພາແຫ່ງຊາດ. ຈາກນັ້ນ, ຕາງໜ້າໃຫ້ຄະນະປະຈໍາສະພາແຫ່ງຊາດ ໄດ້ຂຶ້ນປະກອບຄໍາເຫັນ ແລະ ບັນດາທ່ານສະມາຊິກສະພາແຫ່ງຊາດ ໃນຖານະທີ່ເປັນຕົວແທນແຫ່ງ ສິດ ແລະ ຜົນປະໂຫຍດ ຂອງປະຊາຊົນລາວບັນດາເຜົ່າ ໄດ້ປະກອບຄຳຄິດຄຳເຫັນ ແລະ ສຸມສະຕິປັນຍາລົງເລິກຄົ້ນຄວ້າ, ວິເຄາະ-ວິໄຈ ດ້ວຍຄວາມຮັບຜິດຊອບສູງ, ມີບັນຍາກາດທີ່ຟົດຟື້ນ, ມີຈຸດສຸມ ໂດຍໄດ້ຍົກໃຫ້ເຫັນ ດ້ານດີ, ດ້ານອ່ອນ-ຂໍ້ຄົງຄ້າງ, ສາເຫດ ແລະ ມາດຕະການແກ້ໄຂ ເພື່ອໃຫ້ອົງການກວດສອບແຫ່ງລັດ ແລະ ອົງການກວດກາແຫ່ງລັດ ນໍາໄປປັບປຸງແກ້ໄຂໃຫ້ມີປະສິດທິພາບ ແລະ ປະສິດທິຜົນ ສູງຂຶ້ນກວ່າເກົ່າ ຊຶ່ງສັງລວມໄດ້ບາງຄໍາເຫັນພົ້ນເດັ່ນ ດັ່ງນີ້:
1. ສະມາຊິກສະພາແຫ່ງຊາດ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍ ອົງການກວດກາແຫ່ງລັດ ແລະ ອົງການກວດສອບແຫ່ງລັດ ທີ່ໄດ້ຈັດຕັ້ງປະຕິບັດໜ້າທີ່ວຽກງານຂອງຕົນດ້ວຍຄວາມບຸກບືນຫ້າວຫັນ ຕາມກົດໝາຍ, ເຖິງວ່າການຈັດຕັ້ງປະຕິບັດໜ້າທີ່ວຽກງານຂອງສອງອົງການ ໃນໄລຍະຜ່ານມາ ຢູ່ໃນສະພາບຫຍຸ້ງຍາກຫຼາຍປະການ ໂດຍສະເພາະງົບປະມານບໍ່ພຽງພໍ, ແຕ່ດ້ວຍຄວາມເອົາໃຈໃສ່ນໍາພາ-ຊີ້ນໍາຂອງຄະນະພັກ, ຄະນະນໍາ ຂອງສອງອົງການ ເຮັດໃຫ້ການຈັດຕັ້ງປະຕິບັດແຜນການ ໄດ້ຮັບຜົນສໍາເລັດຫຼາຍດ້ານ, ສາມາດນໍາເອົາຜົນການກວດກາ-ກວດສອບ ລາຍງານຕໍ່ກອງປະຊຸມສະພາແຫ່ງຊາດ ທັນຕາມກໍານົດເວລາ;2. ການເຄື່ອນໄຫວວຽກງານ ກວດກາລັດ ແລະ ກວດສອບແຫ່ງລັດ ເປັນການຈັດຕັ້ງຜັນຂະຫຍາຍແນວທາງນະໂຍບາຍຂອງພັກ, ກົດໝາຍ ແລະ ມະຕິຂອງສະພາແຫ່ງຊາດ ເຂົ້າໃນການຄຸ້ມລັດ, ຄຸ້ມຄອງເສດຖະກິດ-ສັງຄົມ ດ້ວຍກົດໝາຍ ໃຫ້ມີຄວາມເປັນລະບຽບຮຽບຮ້ອຍ ຈຶ່ງສະເໜີໃຫ້ຄະນະພັກ, ຄະນະນໍາທັງສູນກາງ ແລະ  ທ້ອງຖິ່ນ ເປັນເຈົ້າການນໍາພາ ການແກ້ໄຂຜົນການກວດກາ-ກວດສອບ ຢ່າງເດັດຂາດ ແລະ ເຂັ້ມງວດ, ຖືເປັນຄວາມຮັບຜິດຊອບການເມືອງຂອງຕົນ;3. ການເຄື່ອນໄຫວວຽກງານ ກວດກາລັດ-ກວດສອບແຫ່ງລັດ ໃນໄລຍະຜ່ານມາ ສາມາດກວດເຫັນ ການລະເມີດວິໄນແຜນການ-ການເງິນ ເປັນຈໍານວນຫຼວງຫຼາຍ ແຕ່ຜູ້ກະທໍາຜິດຍັງບໍ່ໄດ້ຖືກລົງໂທດ ຫຼື ປະຕິບັດວິໄນ ຕາມກົດໝາຍຢ່າງເຂັ້ມງວດ ຈຶ່ງເປັນສາເຫດ ເຮັດໃຫ້ເກີດມີການລະເມີດແບບຊ້ຳເຮື້ອ ແລະ ມີລັກສະນະເພີ່ມຂຶ້ນໃນແຕ່ລະປີ. ເພື່ອແກ້ໄຂບັນຫາດັ່ງກ່າວ ໃນຕໍ່ໜ້າ ສອງອົງການຕ້ອງເອົາໃຈໃສ່ປະສານສົມທົບກັບ ກະຊວງ, ອົງການ ແລະ ອົງການປົກຄອງທ້ອງຖິ່ນ ທີ່ກ່ຽວຂ້ອງເພື່ອສຸມໃສ່ແກ້ໄຂຜົນການກວດກາ-ກວດສອບ ໃຫ້ເປັນຮູບປະທໍາຫຼາຍຂຶ້ນຕື່ມ, ເພື່ອເກັບກູ້ເງິນ, ຊັບສິນຂອງລັດ ເຂົ້າງົບປະມານແຫ່ງລັດ; ນໍາເອົາຜູ້ກະທໍາຜິດມາລົງໂທດ ຕາມກົດໝາຍຢ່າງເດັດຂາດ, ເຂັ້ມງວດ;4. ເພື່ອເຮັດໃຫ້ຜົນການກວດກາ-ກວດສອບ ໄດ້ຮັບການແກ້ໄຂຢ່າງເຂັ້ມງວດນັ້ນ ສະເໜີໃຫ້ທັງສອງອົງການ ເປັນເຈົ້າການເຂົ້າຮ່ວມຢ່າງໃກ້ຊິດ ໃນການແກ້ໄຂຢູ່ແຕ່ລະຂັ້ນ, ພ້ອມທັງປະກອບຂໍ້ມູນຫຼັກຖານຢ່າງລະອຽດ, ຊັດເຈນ ໃຫ້ເປົ້າໝາຍທີ່ຖືກກວດກາ-ກວດສອບ ຮັບຮູ້ການກະທໍາຜິດຂອງຕົນເອງ. ຖ້າການກະທໍາຜິດໃດມີຄວາມຮ້າຍແຮງ, ສ້າງຄວາມເສຍຫາຍມູນຄ່າສູງ ຕ້ອງດໍາເນີນຄະດີຕາມຂະບວນການຍຸຕິທໍາ ຕາມກົດໝາຍຢ່າງເຂັ້ມງວດ, ເດັດຂາດ, ຫຼີກລ່ຽງການມອບໃຫ້ອົງການຈັດຕັ້ງ ຫຼື ທ້ອງຖິ່ນທີ່ກ່ຽວຂ້ອງ ເປັນຜູ້ແກ້ໄຂທາງບໍລິຫານ ແລະ ອື່ນໆ. ຖ້າເປັນການກະທໍາຜິດທີ່ບໍ່ຮ້າຍແຮງ, ສ້າງຄວາມເສຍຫາຍບໍ່ສູງ ຈຶ່ງມອບໃຫ້ອົງການຈັດຕັ້ງທີ່ກ່ຽວຂ້ອງ ດໍາເນີນມາດຕະການທາງບໍລິຫານຕາມກກົດໝາຍ;5. ເພີື່ອແກ້ໄຂຜົນການກວດກາ-ກວດສອບ ໃຫ້ໄດ້ຮັບຜົນດີນັ້ນ, ສະເໜີໃຫ້ສອງອົງການ ຄົ້ນຄວ້າ, ກວດກາກົດໝາຍຂົງເຂດຂອງຕົນ ຢ່າງລະອຽດເລິກເຊິ່ງ, ຖ້າມີບັນຫາໃດບໍ່ທັນແຈ້ງ ກໍຕ້ອງໄດ້ສືບຕໍ່ປັບປຸງ, ບັນຫາໃດຍັງບໍ່ທັນມີນິຕິກໍາ ກໍໃຫ້ຄົ້ນຄວ້າສ້າງເປັນນິຕິກຳໃໝ່ ເພື່ອເປັນບ່ອນອີງໃນການຈັດຕັ້ງປະຕິບັດ;6. ຕາມການລາຍງານຂອງສອງອົງການ ເຫັນວ່າ ການລະເມີດກົດໝາຍ ແລະ ວິໄນແຜນການ-ການເງິນ ເປັນບັນຫາທີ່ຊໍ້າເຮື້ອມາຫຼາຍປີ, ມີລັກສະນະຫຼາຍຮູບແບບທີ່ສະຫຼັບສັບຊ້ອນ, ເລິກແລບ ແລະ ມູນຄ່າເສຍຫາຍມີທ່າອ່ຽງເພີ່ມຂຶ້ນ, ສົ່ງຜົນກະທົບຕໍ່ເສດຖະກິດ-ການເງິນຂອງຊາດ ຖ້າບໍ່ຮີບຮ້ອນແກ້ໄຂ ກໍຈະເປັນອຸປະສັກກົດໜ່ວງຖ່ວງດຶງການພັດທະນາເສດຖະກິດຂອງຊາດ. ສະນັ້ນ, ຈຶ່ງສະເໜີໃຫ້ສອງອົງການ ເປັນເຈົ້າການຄົ້ນຄວ້າວິທີການແກ້ໄຂ, ຖ້າມີຄວາມຈໍາເປັນກໍສະເໜີເປັນວາລະແຫ່ງຊາດ ເພືື່ອຍົກລະດັບການແກ້ໄຂຜົນການກວດກາ-ກວດສອບ ໃຫ້ເປັນໜ້າທີ່ຂອງອົງຄະນະພັກທຸກຂັ້ນ ກໍຄື ພະນັກງານ, ທະຫານ, ຕໍາຫຼວດ ແລະ ປະຊາຊົນບັນດາເຜົ່າ ພ້ອມກັນສູ້ຊົນຈັດຕັ້ງປະຕິບັດ;7. ຜົນການກວດກາ-ກວດສອບ ທີ່ສະສົມ ແລະ ແກ່ຍາວມາຫຼາຍປີ ເຫັນວ່າ ຜູ້ມີສ່ວນກ່ຽວຂ້ອງ ແລະ ຮັບຜິດຊອບ ບາງຄົນກໍໄດ້ຍົກຍ້າຍໄປຮັບໜ້າທີ່ໃໝ່, ບາງຄົນກໍອອກຮັບບຳນານ, ບາງຄົນກໍເສຍຊີວິດ, ບາງຫົວໜ່ວຍວິສາຫະກິດ ກໍຍຸບເລີກໄປແລ້ວ ແລະ ບໍ່ມີຕົວຕົນ. ສະນັ້ນ, ເພື່ອແກ້ໄຂບັນຫາດັ່ງກ່າວ ກອງປະຊຸມຈຶ່ງສະເໜີໃຫ້ສອງອົງການປຶກສາຫາລື, ກໍານົດຫຼັກການ ແລະ ເງື່ອນໄຂການແກ້ໄຂ, ຄົ້ນຄວ້າ, ວິໄຈ, ສັງລວມ ອັນໃດສາມາດແກ້ໄຂ ແລະ ເກັບກູ້ຄືນໄດ້, ອັນໃດທີ່ບໍ່ສາມາດແກ້ໄຂ ແລະ ບໍ່ມີຕົວຕົນໃຫ້ລະອຽດຈະແຈ້ງເພື່ອລາຍງານຕໍ່ ສະພາແຫ່ງຊາດ ພິຈາລະນາ;8. ຜູ້ແທນສະເໜີໃຫ້ລັດຖະບານຄົ້ນຄວ້າຈັດສັນງົບປະມານເພີ່ມໃຫ້ສອງອົງການດັ່ງກ່າວ ເຂົ້າໃນວຽກງານ ກວດກາລັດ-ກວດສອບແຫ່ງລັດ. ພ້ອມກັນນັ້ນ ກໍໃຫ້ຄົ້ນຄວ້ານະໂຍບາຍ ຈາກການແກ້ໄຂຜົນການກວດກາ-ກວດສອບ ເພື່ອຊຸກຍູ້ສົ່ງເສີມສ້າງຄວາມເຂັ້ມແຂງ ໃຫ້ແກ່ວຽກງານກວດກາລັດ-ກວດສອບແຫ່ງລັດ.
ພ້ອມນີ້, ທ່ານ ສົມມາດ ພົນເສນາ ກໍໄດ້ກ່າວໃຫ້ຮູ້ວ່າ: ກອງປະຊຸມຄັ້ງນີ້ ນອກຈາກໄດ້ຮັບຟັງການລາຍງານຂອງ ສອງອົງການແລ້ວ, ຍັງໄດ້ມີການຊີ້ແຈງ ແລະ ອະທິບາຍຂອງກະຊວງຈຳນວນໜຶ່ງຕໍ່ຄຳຊັກຖາມ ຂອງສະມາຊິກສະພາແຫ່ງຊາດ. ຕາມວາລະກອງປະຊຸມ ໃນວັນທີ 21  ພະຈິກ 2023 ທີ່ຈະມາເຖິງ ກອງປະຊຸມຈະໄດ້ລົງຄະແນນຮັບຮອງເອົາມະຕິກ່ຽວກັບວຽກງານຂອງສອງອົງການດັ່ງກ່າວ.
(ຂ່າວ-ພາບ: ສຸກສະຫວັນ)

ຄໍາເຫັນ

ຂ່າວການເມືອງ

ສະຫວັນນະເຂດ ປະກາດການຈັດຕັ້ງພະນັກງານນໍາພາ ແລະ ຄຸ້ມຄອງເມືອງວິລະບູລີ

ສະຫວັນນະເຂດ ປະກາດການຈັດຕັ້ງພະນັກງານນໍາພາ ແລະ ຄຸ້ມຄອງເມືອງວິລະບູລີ

ວັນທີ 5 ພະຈິກ 2025ນີ້ ຢູ່ທີ່ສະໂມສອນເມືອງວິລະບູລີ ໄດ້ຈັດພິທີປະກາດການຈັດຕັ້ງພະນັກງານນຳພາ-ຄຸ້ມຄອງຂັ້ນສູງ ຂອງເມືອງຂຶ້ນຢ່າງເປັນທາງການ ໂດຍໃຫ້ກຽດເປັນປະທານ ສະຫາຍ ບຸນໂຈມ ອຸບົນປະເສີດ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ ເຈົ້າແຂວງໆສະຫັວນນະເຂດ ພ້ອມດ້ວຍ ບັນດາສະຫາຍການນໍາຂັ້ນແຂວງ, ຂັ້ນເມືອງເຂົ້າຮ່ວມຢ່າງພ້ອມພຽງ.
ຄໍາມ່ວນ ປະກອບຄໍາເຫັນໃສ່ຮ່າງເອກະສານສໍາຄັນຂອງພັກ

ຄໍາມ່ວນ ປະກອບຄໍາເຫັນໃສ່ຮ່າງເອກະສານສໍາຄັນຂອງພັກ

ກອງປະຊຸມຄົບຄະນະບໍລິຫານງານພັກແຂວງຄໍາມ່ວນ ຄັ້ງທີ 2 ສະໄໝທີ XI ໄດ້ຈັດຂຶ້ນໃນວັນທີ 5 ພະຈິກ 2025ນີ້ ໂດຍການເປັນປະທານຂອງສະຫາຍ ວັນໄຊ ພອງສະຫວັນ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງຄໍາມ່ວນ, ມີບັນດາສະຫາຍໃນຄະນະບໍລິຫານງານພັກແຂວງເຂົ້າຮ່ວມ.
ກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນຕຸລາ 2025

ກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນຕຸລາ 2025

ກອງປະຊຸມສະໄໝສາມັນຂອງລັດຖະບານປະຈຳເດືອນຕຸລາ 2025 ໄດ້ເປີດຂຶ້ນໃນຕອນເຊົ້າ ວັນທີ 3 ພະຈິກ ນີ້ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານຂອງທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ; ມີບັນດາທ່ານຮອງນາຍົກລັດຖະມົນຕີ, ສະມາຊິກລັດຖະບານ, ຜູ້ຕາງໜ້າກະຊວງ-ອົງການເຂົ້າຮ່ວມແບບເຊິ່ງໜ້າ, ການນໍາຂອງນະຄອນຫຼວງວຽງຈັນ ແລະ ບັນດາແຂວງເຂົ້າຮ່ວມຜ່ານລະບົບກອງປະຊຸມທາງໄກເພື່ອຮັບຟັງ ແລະ ປະກອບຄຳເຫັນຕໍ່ການລາຍງານສະພາບພົ້ນເດັ່ນປະຈຳເດືອນຕຸລາ ແລະ ທິດທາງແຜນວຽກຈຸດສຸມປະຈຳເດືອນພະຈິກ 2025.
ທາບທາມບຸກຄະລາກອນ ສະໝັກຮັບເລືອກຕັ້ງເຂົ້າໃນຄະນະບໍລິຫານງານສູນກາງພັກສະໄໝທີ XII ຮອບທີ 2

ທາບທາມບຸກຄະລາກອນ ສະໝັກຮັບເລືອກຕັ້ງເຂົ້າໃນຄະນະບໍລິຫານງານສູນກາງພັກສະໄໝທີ XII ຮອບທີ 2

ກອງປະຊຸມຄົ້ນຄວ້າປະກອບຄຳເຫັນໃສ່ຮ່າງບົດສຳຫຼວດການນຳພາລວມຂອງຄະນະບໍລິຫານງານສູນກາງພັກສະໄໝທີ XI ແລະ ທາບທາມບຸກຄະລາກອນທີ່ຈະອອກສະໝັກຮັບເລືອກຕັ້ງເຂົ້າໃນຄະນະບໍລິຫານງານສູນກາງພັກສະໄໝທີ XII, ຮອບທີ 2 ຢູ່ຈຸດທີ 10 (ແຂວງຊຽງຂວາງ) ໄດ້ຈັດຂຶ້ນໃນຕອນເຊົ້າວັນທີ 30 ຕຸລາຜ່ານມານີ້, ພາຍໃຕ້ການເປັນປະທານຂອງສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ກຳມະການກົມການເມືອງສູນກາງພັກ ຮອງນາຍົກລັດຖະມົນຕີ ຜູ້ຊີ້ນຳວຽກງານຂົງເຂດຄວາມໝັ້ນຄົງ ແລະ ການປົກຄອງ; ມີສະຫາຍ ຄຳໄຫຼ ສີປະເສີດ ກຳມະການສູນກາງພັກ ຮອງປະທານຄະນະກວດກາສູນກາງພັກ, ບັນດາສະຫາຍກໍາມະການສູນກາງພັກ, ບັນດາສະຫາຍເລຂາພັກແຂວງ ພ້ອມບັນດາສະຫາຍຜູ້ແທນສົມບູນ-ສຳຮອງທີ່ມາຈາກແຂວງຊຽງຂວາງ, ຫົວພັນ, ໄຊສົມບູນ ແລະ ຄະນະຮັບຜິດຊອບທາບທາມບຸກຄະລາກອນ ຈາກສູນກາງເຂົ້າຮ່ວມ.
ເມືອງແກ່ນທ້າວເຜີຍແຜ່ຜົນສໍາເລັດກອງປະຊຸມໃຫຍ່ ຜູ້ແທນແມ່ຍິງລາວທົ່ວປະເທດ ຄັ້ງທີ IX

ເມືອງແກ່ນທ້າວເຜີຍແຜ່ຜົນສໍາເລັດກອງປະຊຸມໃຫຍ່ ຜູ້ແທນແມ່ຍິງລາວທົ່ວປະເທດ ຄັ້ງທີ IX

ໃນວັນທີ 28 ຕຸລາຜ່ານມານີ້, ສະຫາຍ ນາງ ສາຍຄໍາ ເພັດປັນຍາ ຮອງປະທານຄະນະບໍລິຫານງານສະຫະພັນແມ່ຍິງແຂວງໄຊຍະບູລີ ພ້ອມດ້ວຍທີມງານ ໄດ້ລົງເຜີຍແຜ່ຜົນສໍາເລັດກອງປະຊຸມໃຫຍ່ ຜູ້ແທນແມ່ຍິງລາວທົ່ວປະເທດ ຄັ້ງທີ IX ແລະ ຜົນສໍາເລັດກອງປະຊຸມໃຫຍ່ ຜູ້ແທນແມ່ຍິງແຂວງໄຊະຍະບູລີ ຄັ້ງທີ VIII ຢູ່ເມືອງແກ່ນທ້າວ ໂດຍການເປັນກຽດເຂົ້າຮ່ວມຮັບຟັງຂອງສະຫາຍ ຈິນດາ ກະທາທອງ ຮອງເລຂາຄະນະບໍລິຫານງານພັກເມືອງ, ມີພາກສ່ວນກ່ຽວຂ້ອງທົ່ວເມືອງເຂົ້າຮ່ວມຮັບຟັງ.
ເມືອງແກ່ນທ້າວເຜີຍແຜ່ຜົນສໍາເລັດກອງປະຊຸມໃຫຍ່ ຜູ້ແທນແມ່ຍິງລາວທົ່ວປະເທດ ຄັ້ງທີ IX

ເມືອງແກ່ນທ້າວເຜີຍແຜ່ຜົນສໍາເລັດກອງປະຊຸມໃຫຍ່ ຜູ້ແທນແມ່ຍິງລາວທົ່ວປະເທດ ຄັ້ງທີ IX

ໃນວັນທີ 28 ຕຸລາຜ່ານມານີ້, ສະຫາຍ ນາງ ສາຍຄໍາ ເພັດປັນຍາ ຮອງປະທານຄະນະບໍລິຫານງານສະຫະພັນແມ່ຍິງແຂວງໄຊຍະບູລີ ພ້ອມດ້ວຍທີມງານ ໄດ້ລົງເຜີຍແຜ່ຜົນສໍາເລັດກອງປະຊຸມໃຫຍ່ ຜູ້ແທນແມ່ຍິງລາວທົ່ວປະເທດ ຄັ້ງທີ IX ແລະ ຜົນສໍາເລັດກອງປະຊຸມໃຫຍ່ ຜູ້ແທນແມ່ຍິງແຂວງໄຊະຍະບູລີ ຄັ້ງທີ VIII ຢູ່ເມືອງແກ່ນທ້າວ ໂດຍການເປັນກຽດເຂົ້າຮ່ວມຮັບຟັງຂອງສະຫາຍ ຈິນດາ ກະທາທອງ ຮອງເລຂາຄະນະບໍລິຫານງານພັກເມືອງ, ມີພາກສ່ວນກ່ຽວຂ້ອງທົ່ວເມືອງເຂົ້າຮ່ວມຮັບຟັງ.
ສະຫາຍ ລິນຄໍາ ດວງສະຫວັນ ໄດ້ຮັບເລືອກຕັ້ງເປັນເລຂາຄະນະບໍລິຫານງານພັກ ກະຊວງ ກສ

ສະຫາຍ ລິນຄໍາ ດວງສະຫວັນ ໄດ້ຮັບເລືອກຕັ້ງເປັນເລຂາຄະນະບໍລິຫານງານພັກ ກະຊວງ ກສ

ກອງປະຊຸມໃຫຍ່ ຜູ້ແທນອົງຄະນະພັກ ກະຊວງກະສິກຳ ແລະ ສິ່ງແວດລ້ອມ (ກສ) ຄັ້ງທີ VII ໄດ້ສໍາເລັດຜົນຢ່າງຈົບງາມ, ພາຍຫຼັງໄດ້ດໍາເນີນມາແຕ່ວັນທີ 27-28 ຕຸລານີ້ ທີ່ຫ້ອງວ່າການສູນກາງພັກ, ພາຍໃຕ້ການເປັນປະທານ ຂອງສະຫາຍ ລິນຄໍາ ດວງສະຫວັນ ກໍາມະການສໍາຮອງສູນກາງພັກ ເລຂາຄະນະພັກ ກະຊວງກະສິກໍາ ແລະ ສິ່ງແວດລ້ອມ (ກສ), ເປັນກຽດເຂົ້າຮ່ວມ ໂດຍ ສະຫາຍ ບຸນທອງ ຈິດມະນີ ກຳມະການກົມການເມືອງສູນກາງພັກ ຜູ້ປະຈຳການ ຄະນະເລຂາທິການສູນກາງພັກ ຮອງປະທານປະເທດ ແຫ່ງ ສປປ ລາວ, ສະຫາຍ ວິໄລວົງ ບຸດດາຄໍາ ກໍາມະການສູນກາງພັກ ຮອງຫົວໜ້າຄະນະຈັດຕັ້ງສູນກາງພັກ, ບັນດາສະຫາຍ ອະດີດຄະນະນໍາ ກະຊວງ, ຄະນະພັກກະຊວງ ກະສິກຳ ແລະ ປ່າໄມ້ ສະໄໝທີ 6, ອະດີດຄະນະນໍາ, ຄະນະພັກ ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ສະໄໝທີ 2, ສະມາຊິກພັກອາວຸໂສບຳນານ ແລະ ຜູ້ແທນສົມບູນ ຈໍານວນ 233 ສະຫາຍ ທີ່ໄດ້ຕາງໜ້າໃຫ້ສະມາຊິກພັກ 1,551 ສະຫາຍ ພ້ອມດ້ວຍສະຫາຍແຂກຖືກເຊີນ.
ແຕ່ງຕັ້ງຄະນະກໍາມະການເລືອກຕັ້ງລະດັບຊາດ ເພື່ອເລືອກຕັ້ງ ສ​ສ​ຊ ຊຸດທີ X ແລະ ສສ​ຂ ຊຸດທີ V

ແຕ່ງຕັ້ງຄະນະກໍາມະການເລືອກຕັ້ງລະດັບຊາດ ເພື່ອເລືອກຕັ້ງ ສ​ສ​ຊ ຊຸດທີ X ແລະ ສສ​ຂ ຊຸດທີ V

ທ່ານ ຈະເລີນ ເຢຍປາວເຮີ ຮອງປະທານສະພາແຫ່ງຊາດ ກໍາມະການຄະນະກໍາມະການເລືອກຕັ້ງລະດັບຊາດ ຮອງຫົວໜ້າອະນຸກໍາມະການໂຄສະນາ ປຸກລະດົມຂະບວນການ ແລະ ຍ້ອງຍໍ ຂອງຄະນະກໍາມະການເລືອກຕັ້ງລະດັບຊາດຖະ​ແຫຼງ​ຂ່າວ​ຕໍ່​ສື່ມວນ​ຊົນ​ໃນ​ວັນ​ທີ 28 ຕຸ​ລານີ້ ທີ່​ສະ​ພາ​ແຫ່ງ​ຊາດກ່ຽວກັບການແຕ່ງຕັ້ງຄະນະກໍາມະການເລືອກຕັ້ງລະດັບຊາດ ເພື່ອເລືອກຕັ້ງສະມາຊິກສະພາແຫ່ງຊາດ (ສ​ສ​ຊ) ຊຸດທີ X ແລະ ສະມາຊິກສະພາປະຊາຊົນຂັ້ນແຂວງ (ສ​ສ​ຂ) ຊຸດທີ V ແລະ ຜົນສຳເລັດການດໍາເນີນກອງປະຊຸມຄັ້ງປະຖົມມະລືກ ຂອງຄະນະກໍາມະການເລືອກຕັ້ງລະດັບຊາດໃຫ້​ຮູ້ວ່າ: ອີງຕາມມາດຕາ 55 ຂອງລັດຖະທໍາມະນູນ ແຫ່ງ ສປປ ລາວ ສະບັບປີ 2025 ກ່ຽວກັບການກໍານົດອາຍຸການຂອງສະພາແຫ່ງຊາດ ທີ່ວ່າ: “ສະພາແຫ່ງຊາດ ມີອາຍຸການ 5 ປີ”; “ການເລືອກຕັ້ງສະມາຊິກສະພາແຫ່ງຊາດຊຸດໃໝ່ ຕ້ອງໃຫ້ແລ້ວພາຍໃນ 60 ວັນ ກ່ອນສະພາແຫ່ງຊາດຊຸດເກົ່າຈະໝົດອາຍຸການ”. ສຳລັບສະມາຊິກສະພາແຫ່ງຊາດ ຊຸດທີ IX ແລະ ສະມາຊິກສະພາປະຊາຊົນຂັ້ນແຂວງ ຊຸດທີ IV ໄດ້ຮັບການເລືອກຕັ້ງ ໃນວັນທີ 21 ກຸມພາ 2021 ແລະ ຈະໝົດອາຍຸການ ໃນວັນທີ 22 ມີນາ 2026 ນີ້.
ຜົນສຳເລັດກອງປະຊຸມໃຫຍ່ຜູ້ແທນສະຫະພັນກຳມະບານລາວທົ່ວປະເທດ ຄັ້ງທີ IX

ຜົນສຳເລັດກອງປະຊຸມໃຫຍ່ຜູ້ແທນສະຫະພັນກຳມະບານລາວທົ່ວປະເທດ ຄັ້ງທີ IX

ສະຫາຍ ເລັດ ໄຊຍະພອນ ປະທານຄະນະບໍລິຫານງານສູນກາງສະຫະພັນກຳມະບານລາວ (ສກລ) ໄດ້ຖະແຫຼງ​ກ່ຽວກັບຜົນສໍາເລັດການດໍາເນີນກອງປະຊຸມໃຫຍ່ຜູ້ແທນກຳມະບານລາວທົ່ວປະເທດຄັ້ງທີ IX ໃນວັນທີ 28 ຕຸລານີ້ ທີ່ຫໍປະຊຸມແຫ່ງຊາດ ຊຶ່ງສະຫາຍໄດ້ຖະແຫຼງວ່າ: ກອງປະຊຸມໃຫຍ່ໃນຄັ້ງນີ້ໄດ້ດໍາເນີນຢ່າງເປັນທາງການໃນວັນທີ 27-28 ຕຸລາ 2025 ທີ່ນະຄອນຫຼວງວຽງຈັນ.
ເປີດກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກກະຊວງ ອຄ ຄັ້ງທີ VI

ເປີດກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກກະຊວງ ອຄ ຄັ້ງທີ VI

ກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກກະຊວງອຸດສາຫະກໍາ ແລະ ການຄ້າ (ອຄ) ຄັ້ງທີ VI ເປີດຂຶ້ນຢ່າງເປັນທາງການ ໃນວັນທີ 28 ຕຸລານີ້ ທີ່ນະຄອນຫຼວງວຽງຈັນ ໂດຍການເປັນປະທານ ຂອງສະຫາຍ ມະໄລທອງ ກົມມະສິດ ກຳມະການສໍາຮອງສູນກາງພັກ ເລຂາຄະນະບໍລິຫານງານພັກ ລັດຖະ ມົນຕີກະຊວງ ອຄ, ໂດຍເປັນກຽດເຂົ້າຮ່ວມຂອງ ສະຫາຍ ນາງ ປານີ ຢາທໍ່ຕູ້ ກໍາມະການກົມການເມືອງສູນກາງພັກ ຮອງປະທານປະເທດ ແຫ່ງ ສປປ ລາວ, ມີບັນດາສະຫາຍຄະນະປະທານ, ຜູ້ແທນສົມບູນ, ບັນດາສະມາຊິກພັກອາວຸໂສບຳນານ, ພ້ອມດ້ວຍສະຫາຍແຂກຖືກເຊີນເຂົ້າຮ່ວມ.
ເພີ່ມເຕີມ