ກອງປະຊຸມ ໄດ້ຮັບຟັງການລາຍງານບົດສຳຫຼວດການນຳພາລວມ ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI; ຫຼັງຈາກນັ້ນ, ສະຫາຍເລຂາທິການໃຫຍ່ ໄດ້ຕາງໜ້າໃຫ້ຄະນະບໍລິຫານງານສູນກາງພັກ ສະໄໝທີ XI ຂຶ້ນກ່າວລາໜ້າທີ່ ແລະ ໄດ້ມອບໃຫ້ຜູ້ແທນກອງປະຊຸມ ດຳເນີນການເລືອກຕັ້ງເອົາ ຄະນະບໍລິຫານງານສູນກາງພັກ ຊຸດທີ XII. ຈາກນັ້ນ, ກອງປະຊຸມ ກໍໄດ້ຮັບຟັງ ຕາງໜ້າອະນຸກໍາມະການ ບຸກຄະລາກອນ ກົດລະບຽບຂອງພັກ ຂຶ້ນຜ່ານມາດຖານ ແລະ ເງື່ອນໄຂ ຂອງຄະນະບໍລິຫານງານສູນກາງພັກ ສະໄໝ XII ແລະ ໄດ້ແບ່ງໜ່ວຍຄົ້ນຄວ້າ ເພື່ອໃຫ້ຈະແຈ້ງກັບປະຫວັດຂອງຜູ້ທີ່ຈະລົງສະໝັກເຂົ້າໃນ ຄະນະບໍລິຫານງານສູນກາງພັກ ສະໄໝທີ XII. ໃນພາກບ່າຍ, ກອງປະຊຸມ ໄດ້ດໍາເນີນການປ່ອນບັດເລືອກຕັ້ງເອົາ ຄະນະບໍລິຫານງານສູນກາງພັກ ສະໄໝທີ XII ແລະ ສາມາດໄດ້ຮັບຜົນສໍາເລັດຕາມຄາດໝາຍທີ່ວາງໄວ້.
ເວົ້າລວມ, ບັນຍາກາດການດໍາເນີນກອງປະຊຸມໃຫຍ່ ຜູ້ແທນທົ່ວປະເທດ ມື້ທີ 2 ນີ້, ຜູ້ແທນກອງປະຊຸມ ໄດ້ຍົກສູງຄວາມຮັບຜິດຊອບຂອງຕົນ, ໄດ້ໃຊ້ໜ້າທີ່ໃນການປ່ອນບັດເລືອກຕັ້ງເອົາ ຄະນະບໍລິຫານງານສູນກາງພັກ ສະໄໝທີ XII ໄດ້ຮັບຜົນສໍາເລັດຢ່າງຈົບງາມ.
(ຂ່າວ: ວັນເພັງ, ພາບ: ແສງຈັນ)
ຄໍາເຫັນ