ຖະແຫຼງຜົນສຳເລັດໃນການພິຈາລະນາວຽກງານຂອງ ສານແລະ ອົງການໄອຍະການ

ຖະແຫຼງຜົນສຳເລັດໃນການພິຈາລະນາວຽກງານຂອງ ສານແລະ ອົງການໄອຍະການ
ຕອນແລງວັນທີ 9 ພະຈິກນີ້ ທີ່ສະພາແຫ່ງຊາດ, ທ່ານ ນາງ ສູນທອນ ໄຊຍະຈັກ ເລຂາທິການສູນກາງພັກຮອງປະທານສະພາແຫ່ງຊາດ ໄດ້ຖະແຫຼງຂ່າວກ່ຽວກັບຜົນສຳເລັດຂອງກອງປະຊຸມສະໄໝສາມັນ ເທື່ອທີ 6 ສະພາແຫ່ງຊາດ ຊຸດທີ IX ໃນການພິຈາລະນາວຽກງານຂອງສານປະຊາຊົນສູງສຸດ ແລະ ອົງການໄອຍະການປະຊາຊົນສູງສຸດ ວ່າ:
    ໃນວັນທີ 8 ແລະ ວັນທີ 9 ພະຈິກ 2023 ນີ້, ກອງປະຊຸມສະໄໝສາມັນ ເທື່ອທີ 6 ຂອງສະພາແຫ່ງຊາດ ຊຸດທີ IX ໄດ້ຮັບຟັງ ແລະ ພິຈາລະນາເນື້ອໃນສຳຄັນຕ່າງໆ ຄື:ບົດລາຍງານ ຂອງສານປະຊາຊົນສູງສຸດ ກ່ຽວກັບການຈັດຕັ້ງປະຕິບັດວຽກງານ ສານປະຊາຊົນສູງສຸດ ກາງສະໄໝ ແລະ ປະຕິບັດແຜນການ ປະຈໍາປີ 2023, ທິດທາງແຜນການທ້າຍສະໄໝ (2023-2025) ແລະ ແຜນປະຈໍາປີ 2024  ຊຶ່ງສະເໜີໂດຍທ່ານ ນາງ ວຽງທອງ ສີພັນດອນ, ປະທານສານປະຊາຊົນສູງສຸດ;ບົດລາຍງານ ຂອງຫົວໜ້າອົງການໄອຍະການປະຊາຊົນສູງສຸດ ກ່ຽວກັບການຈັດຕັ້ງປະຕິບັດວຽກງານຂອງອົງການໄອຍະການປະຊາຊົນສູງສຸດ ກາງສະໄໝ ແລະ ປະຕິບັດແຜນການ ປະຈໍາປີ 2023, ທິດທາງແຜນການທ້າຍສະໄໝ (2023-2025) ແລະ ແຜນປະຈໍາປີ 2024  ຊຶ່ງສະເໜີໂດຍ ທ່ານ ໄຊຊະນະ ໂຄດພູທອນ ຫົວໜ້າອົງການໄອຍະການປະຊາຊົນສູງສຸດ;ບົດປະກອບຄວາມເຫັນຂອງຄະນະປະຈຳສະພາແຫ່ງຊາດ ຕໍ່ສອງບົດລາຍງານດັ່ງກ່າວ ຊຶ່ງສະເໜີໂດຍທ່ານ ຄຳແພງ ວິລະພັນ ກຳມະການຄະນະປະຈຳສະພາແຫ່ງຊາດ, ປະທານກຳມາທິການຍຸຕິທຳ ສະພາແຫ່ງຊາດ.
    ເປັນເວລາ 1 ວັນເຄິ່ງ ທີ່ກອງປະຊຸມໄດ້ຮັບຟັງການລາຍງານ ກ່ຽວກັບ ການຈັດຕັ້ງປະຕິບັດແຜນການເຄື່ອນໄຫວວຽກງານ ກາງສະໄໝ 5 ປີ (2021-2025) ແລະ ທິດທາງແຜນການທ້າຍສະໄໝ ຮອດປີ 2025, ການຈັດຕັ້ງປະຕິບັດແຜນການ ປະຈໍາປີ 2023 ແລະ ທິດທາງແຜນການ ປະຈໍາປີ 2024 ຂອງສານປະຊາຊົນສູງສຸດ, ອົງການໄອຍະການປະຊາຊົນສູງສຸດ ແລະ ການປະກອບຄໍາເຫັນ ຂອງຕາງໜ້າຄະນະປະຈໍາສະພາແຫ່ງຊາດ ຕໍ່ບົດລາຍງານ ຂອງສອງອົງການ.
    ຜ່ານການປະກອບຄໍາເຫັນ ຂອງບັນດາທ່ານສະມາຊິກສະພາແຫ່ງຊາດ ຈໍານວນ 30 ກວ່າທ່ານ, ເຫັນວ່າບັນດາສະມາຊິກສະພາແຫ່ງຊາດ ໄດ້ຍົກສູງຄວາມຮັບຜິດຊອບໃນການຄົ້ນຄວ້າຢ່າງກົງໄປກົງມາ ແລະ ມີຈຸດສຸມ ຕໍ່ບົດລາຍງານ ຂອງທັງ 2 ອົງການ.ບັນດາທ່ານ ສະມາຊິກສະພາແຫ່ງຊາດ ໄດ້ສະແດງຄວາມຊົມເຊີຍ ແລະ ເປັນເອກະພາບ ຕໍ່ບັນດາຜົນງານ, ຜົນສໍາເລັດດ້ານຕ່າງໆ ທີ່ທັງ 2 ອົງການຍາດມາໄດ້ ໃນໄລຍະຜ່ານມາ. ແຕ່ເພື່ອເຮັດໃຫ້ການຈັດຕັ້ງ ແລະ ການເຄື່ອນໄຫວວຽກງານຂອງ ສອງອົງການ ໄດ້ຮັບການຈັດຕັ້ງປະຕິບັດ ບັນລຸຕາມແຜນການ ແລະ ມີຜົນສໍາເລັດ ຕາມລະດັບຄາດໝາຍ, ບັນດາທ່ານສະມາຊິກສະພາແຫ່ງຊາດ ໄດ້ສະເໜີໃຫ້ ສອງອົງການ ເອົາໃຈໃສ່ຈັດຕັ້ງປະຕິບັດພາລະບົດບາດຂອງຕົນ ໃຫ້ດີຂຶ້ນຕື່ມດັ່ງນີ້:
    - ຕໍ່ກັບສານປະຊາຊົນສູງສຸດ: 1. ສືບຕໍ່ນຳພາ-ຊີ້ນຳ ຈັດຕັ້ງຜັນຂະຫຍາຍ 6 ຄາດໝາຍສູ້ຊົນ ແລະ 10 ແຜນງານຈຸດສຸມ ປີ 2024 ໂດຍມີມາດຕະການ, ວິທີການຈັດຕັ້ງປະຕິບັດ ໃຫ້ລະອຽດ,ຈະແຈ້ງ, ເຂັ້ມງວດ ເພື່ອປະຕິບັດບັນດາແຜນວຽກຈຸດສຸມ ໃຫ້ມີຜົນສໍາເລັດ ຕາມຄາດໝາຍທີ່ໄດ້ວາງໄວ້;2.ສືບຕໍ່ຄົ້ນຄວ້າ, ປັບປຸງກົງຈັກການຈັດຕັ້ງຂອງສານປະຊາຊົນແຕ່ລະຂັ້ນ ໃຫ້ເໝາະສົມຕາມຄວາມຮຽກຮ້ອງຕ້ອງການ; ຍົກລະດັບຄວາມຮູ້, ຄວາມສາມາດ ໃຫ້ແກ່ຜູ້ພິພາກສາ, ພະນັກງານສານ ໃຫ້ມີຄຸນທາດການເມືອງ, ຄຸນສົມບັດສິນທຳປະຕິວັດ, ຈັນຍາບັນ-ຈັນຍາທຳ ໜັກແໜ້ນ, ມີຄວາມຮູ້ຄວາມສາມາດທາງດ້ານວິຊາສະເພາະ ເພື່ອບໍລິຫານ, ແກ້ໄຂຄະດີ ໃຫ້ມີຄຸນນະພາບ; ສ້າງເງື່ອນໄຂໃຫ້ຜູ້ພິພາກສາ ໄດ້ຮັບການຕີລາຄາປະເມີນ ໃນຂອບເຂດທົ່ວປະເທດ ແລະ ເລືອກໄດ້ຜູ້ພິພາກສາດີ-ເກັ່ງ ໃຫ້ໄດ້ຫຼາຍກວ່າ 25% ຂອງຜູ້ພິພາກສາທັງໝົດ;3.ເອົາໃຈໃສ່ຄົ້ນຄວ້າ ສ້າງ, ປັບປຸງ ແລະ ປະເມີນຄືນ ບັນດານິຕິກໍາທີ່ນອນໃນຄວາມຮັບຜິດຊອບຂອງຕົນ ໂດຍສະເພາະແມ່ນບັນດານິຕິກໍາທີ່ພົວພັນກັບການດໍາເນີນຄະດີແພ່ງ ເພື່ອສ້າງຄວາມເປັນເອກກະພາບ ໃນການປະຕິບັດໜ້າທີ່ວຽກງານ ຂອງສານປະຊາຊົນແຕ່ລະຂັ້ນ;4.ເອົາໃຈໃສ່ວຽກງານຄຸ້ມຄອງ, ນຳພາ-ຊີ້ນຳ ແລະ ກວດກາ ສານປະຊາຊົນຂັ້ນລຸ່ມ ແນະນໍາ, ກວດກາຄວາມຖືກຕ້ອງ ແລະ ຄວາມເປັນເອກະພາບໃນການດຳເນີນຄະດີຂອງສານປະຊາຊົນແຕ່ລະຂັ້ນ, ຮັບປະກັນການດຳເນີນຄະດີຂອງສານປະຊາຊົນ ມີຄວາມຮອບດ້ານ, ຄົບຖ້ວນ, ພາວະວິໄສ, ຖືກຕ້ອງຕາມກົດໝາຍ ແລະ ຄວາມເປັນຈິງແຕ່ຫົວທີ ເພື່ອຫຼຸດຜ່ອນການຂໍອຸທອນ, ຂໍລົບລ້າງ ແລະ ຂໍຮື້ຟື້ນຄະດີຄືນໃໝ່ຫຼົບໄປຫຼົບມາຫຼາຍເທື່ອ ແລະ ສູ້ຊົນແກ້ໄຂຄະດີ ທີ່ເຂົ້າມາສານແຕ່ລະຂັ້ນ ໃຫ້ບັນລຸ 85% ຕາມຄາດໝາຍທີ່ວາງໄວ້;5.ຍູ້ແຮງກົນໄກການບໍລິຫານສານ ເພື່ອຮັບປະກັນເຮັດໃຫ້ປະຊາຊົນ ໄດ້ເຂົ້າເຖິງຂະບວນຍຸຕິທຳ ມີຄວາມວ່ອງໄວ ແລະ ໂປ່ງໃສ ຕາມກົດໝາຍ; ເອົາໃຈໃສ່ສ້າງເງື່ອນໄຂໃຫ້ໂຈດ, ຈຳເລີຍ, ບຸກຄົນທີສາມ ແລະ ທະນາຍຄວາມ ເຂົ້າຮ່ວມໃນການ ໂຕ້ແຍ້ງ, ໂຕ້ຖຽງ, ຊີ້ແຈງ ແລະ ອະທິບາຍຂໍ້ມູນຫຼັກຖານໃນທີ່ປະຊຸມສານ ແຕ່ຫົວທີ;6.ເອົາໃຈໃສ່ຄົ້ນຄວ້າ ສ້າງ ແລະ ປັບປຸງ ກົນໄກການປະສານສົມທົບ ລະຫວ່າງ ສານປະຊາຊົນ ກັບພາກສ່ວນທີ່ກ່ຽວຂ້ອງ ແນໃສ່ຍົກສູງຄຸນນະພາບການເຄື່ອນໄຫວວຽກງານການດໍາເນີນຄະດີໃຫ້ຖືກຕ້ອງຕາມພາລະບົດບາດ, ຂອບເຂດສິດ ແລະ ໜ້າທີ່ ຕາມກົດໝາຍໄດ້ກໍານົດໄວ້.
- ຕໍ່ກັບອົງການໄອຍະການປະຊາຊົນສູງສຸດ:1.ສືບຕໍ່ນຳພາ-ຊີ້ນຳ ຈັດຕັ້ງຜັນຂະຫຍາຍ 5 ຄາດໝາຍສູ້ຊົນ, 10 ວຽກຈຸດສຸມປີ 2024 ໃຫ້ເປັນແຜນວຽກ ແລະມີມາດຕະການລະອຽດໃນການຈັດຕັ້ງປະຕິບັດໃຫ້ສໍາເລັດຕາມຄາດໝາຍທີ່ໄດ້ວາງໄວ້;2.ສືບຕໍ່ຄົ້ນຄວ້າ ແລະ ຈັດຕັ້ງຜັນຂະຫຍາຍ ຜົນການປະເມີນການຈັດຕັ້ງປະຕິບັດກົດໝາຍວ່າດ້ວຍ ອົງການໄອຍະການປະຊາຊົນ ແລະ ກົດໝາຍວ່າດ້ວຍ ການດໍາເນີນຄະດີອາຍາ ເພື່ອກ້າວໄປເຖິງການປັບປຸງ ຫຼື ອອກນິຕິກໍາໃຕ້ກົດໝາຍ ໃຫ້ແທດເໝາະກັບຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ການເມືອງໃນໄລຍະໃໝ່;3.ເອົາໃຈໃສ່ປັບປຸງກົງຈັກການຈັດຕັ້ງ ຂອງອົງການໄອຍະການປະຊາຊົນແຕ່ລະຂັ້ນ ໃຫ້ເປັນລະບົບ ແລະ ເໝາະສົມ; ກໍ່ສ້າງພະນັກງານໄອຍະການ ທາງດ້ານຄຸນທາດການເມືອງ, ຄຸນສົມບັດສິນທຳປະຕິວັດ, ຈັນຍາບັນ-ຈັນຍາທຳ, ຄວາມຮູ້ຄວາມສາມາດ ໃຫ້ມີຄຸນນະພາບ ເພື່ອບັນຈຸ, ສັບຊ້ອນ ເຂົ້າໃສ່ກົງຈັກການຈັດຕັ້ງນັບແຕ່ສູນກາງລົງຮອດທ້ອງຖິ່ນເພື່ອຕອບສະໜອງ ຕາມຄວາມຮຽກຮ້ອງຕ້ອງການໜ້າທີ່ການເມືອງ ທີ່ໄດ້ຮັບມອບໝາຍ;4.ສຸມໃສ່ປັບປຸງກົນໄກ, ຮູບການ ແລະ ວິທີການ ໃນການປະຕິບັດພາລະບົດບາດ ຕິດຕາມກວດກາການປະຕິບັດກົດໝາຍ ວ່າດ້ວຍອົງການໄອຍະການປະຊາຊົນ ໃຫ້ມີຄວາມຖືກຕ້ອງ, ເຂັ້ມງວດກວ່າເກົ່າ ເປັນຕົ້ນ ການຕິດຕາມກວດກາການປະຕິບັດກົດໝາຍ ຂອງອົງການສືບສວນ-ສອບສວນ; ການສັ່ງຟ້ອງຜູ້ຖືກຫາຂຶ້ນສານ; ການຕິດຕາມກວດກາການປະຕິບັດຄໍາຕັດສິນຂອງສານ ແລະ ການປະຕິບັດກົດໝາຍໃນສະຖານທີ່ກັກຕົວ, ສະຖານທີ່ກັກຂັງ, ສູນດັດສ້າງ, ຄ້າຍດັດສ້າງ, ສຸມໃສ່ແກ້ໄຂຄວາມຫຍຸ້ງຍາກໃນວຽກງານດັ່ງກ່າວ;5.ສືບຕໍ່ຄົ້ນຄວ້າ ສ້າງ ແລະ ປັບປຸງ ກົນໄກການປະສານສົມທົບກັບພາກສ່ວນທີ່ກ່ຽວຂ້ອງ ໃນການເຄື່ອນໄຫວຕິດຕາມກວດກາການປະຕິບັດກົດໝາຍ ຂອງອົງການທີ່ກ່ຽວຂ້ອງ ແນໃສ່ຍົກສູງຄວາມຮັບຜິດຊອບການເມືອງ ຂອງແຕ່ລະພາກສ່ວນຕາມພາລະບົດບາດ, ສິດ ແລະ ໜ້າທີ່ຂອງຕົນ ເຮັດໃຫ້ສະຕິເຄົາລົບ, ປະຕິບັດລັດຖະທໍາມະນູນ ແລະ ກົດໝາຍ ໃນຖັນແຖວປະຊາຊົນໃຫ້ນັບມື້ດີຂຶ້ນ.
ພ້ອມນີ້, ກໍໄດ້ກ່າວຖະແຫຼງໃຫ້ຮູ້ວ່າ: ພາຍຫຼັງທີ່ມີການປະກອບຄໍາເຫັນ ຂອງບັນດາສະມາຊິກສະພາແຫ່ງຊາດແລ້ວ ບັນດາທ່ານ ປະທານສານປະຊາຊົນສູງສຸດ, ຫົວໜ້າອົງການໄອຍະການປະຊາຊົນສູງສຸດ, ລັດຖະມົນຕີກະຊວງຍຸຕິທໍາ ແລະ ຮອງລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ໄດ້ຂຶ້ນຊີ້ແຈງ ແລະ ຕອບຄໍາຊັກຖາມ ຂອງສະມາຊິກສະພາແຫ່ງຊາດ ຢ່າງກົງໄປກົງມາ ເພື່ອເຮັດໃຫ້ວຽກງານດັ່ງກ່າວ ສາມາດສ້າງການຫັນປ່ຽນທີ່ຕັ້ງໜ້າ ໃນຕໍ່ໜ້າ.(ຂ່າວ-ພາບ: ສຸກສະຫວັນ)

ຄໍາເຫັນ

ຂ່າວການເມືອງ

ຜົນສໍາເລັດກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

ຜົນສໍາເລັດກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

ທ່ານ ບຸນຈັນ ສີວົງພັນ ຮອງປະທານສະພາແຫ່ງຊາດ ຕາງໜ້າຄະນະປະຈຳສະພາແຫ່ງຊາດ ຫົວໜ້າກອງເລຂານຸການກອງປະຊຸມ ໄດ້ຖະແຫຼງຂ່າວຕໍ່ສື່ມວນຊົນ ກ່ຽວກັບຜົນສໍາເລັດຂອງການດໍາເນີນກອງປະຊຸມສະ ໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ໃນວັນທີ 21 ຕຸລານີ້ ທີ່ສະພາແຫ່ງຊາດ.
ຜົນການພິຈາລະນາຮັບຮອງເອົາກົດໝາຍຈໍານວນ 8 ສະບັບ

ຜົນການພິຈາລະນາຮັບຮອງເອົາກົດໝາຍຈໍານວນ 8 ສະບັບ

ທ່ານ ກອງແກ້ວ ໄຊສົງຄາມ ຮອງປະທານສະພາແຫ່ງຊາດ ໄດ້ຖະແຫຼງຂ່າວກ່ຽວກັບຜົນການພິຈາລະນາຮັບຮອງເອົາກົດໝາຍຈໍານວນ 8 ສະບັບຕໍ່ສື່ມວນຊົນ ໃນວັນທີ 21 ຕຸລານີ້ ທີ່ສະພາແຫ່ງຊາດ ວ່າ: ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ໄດ້ສຸມໃສ່ພິຈາລະນາບັນດາຮ່າງກົດໝາຍຈໍານວນ 8 ສະບັບ. ໃນນັ້ນ, ມີກົດໝາຍສ້າງໃໝ່ 1 ສະບັບ ແລະ ປັບປຸງ 7 ສະບັບ.
ສສຊ ມີຄໍາເຫັນຕໍ່ຮ່າງກົດໝາຍວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ສສຊ ມີຄໍາເຫັນຕໍ່ຮ່າງກົດໝາຍວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ສະມາຊິກສະພາແຫ່ງຊາດ (ສຊຊ) ໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ໃນວັນທີ 20 ຕຸລານີ້, ທີ່ສະພາແຫ່ງຊາດ ໂດຍການເປັນປະທານຂອງທ່ານ ວິໄລວົງ ບຸດດາຄໍາ ຮອງປະທານສະພາແຫ່ງຊາດ.
ຜົນສຳເລັດ ການພິຈາລະນາຮັບຮອງແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ

ຜົນສຳເລັດ ການພິຈາລະນາຮັບຮອງແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ

ທ່ານ ວິໄລວົງ ບຸດດາຄໍາ ຮອງປະທານສະພາແຫ່ງຊາດ ໄດ້ຖະແຫຼງຂ່າວກ່ຽວກັບຜົນສຳເລັດການພິຈາ ລະນາຮັບຮອງແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ, ແຜນງົບປະມານແຫ່ງລັດ, ແຜນເງິນຕາປີ 2026 ແລະ ທິດທາງແຜນການປີ 2027 ໃນວັນທີ 20 ຕຸລານີ້, ທີ່ສະພາແຫ່ງຊາດ.
ສະເໜີປັບປຸງກົດໝາຍວ່າດ້ວຍ ການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ສະເໜີປັບປຸງກົດໝາຍວ່າດ້ວຍ ການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີຕໍ່ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ໃນວັນທີ 20 ຕຸລານີ້, ທີ່ສະພາແຫ່ງຊາດ ພາຍໃຕ້ການເປັນປະທານຂອງທ່ານ ວິໄລວົງ ບຸດດາຄໍາ ຮອງປະທານສະພາແຫ່ງຊາດ.
ສສຊເຂດ 11 ບໍລິຄຳໄຊ ມີຄໍາເຫັນຕໍ່ຮ່າງກົດໝາຍວ່າດ້ວຍລັດຖະບານ

ສສຊເຂດ 11 ບໍລິຄຳໄຊ ມີຄໍາເຫັນຕໍ່ຮ່າງກົດໝາຍວ່າດ້ວຍລັດຖະບານ

ທ່ານສອນທະນູທໍາມະວົງສະມາຊິກສະພາແຫ່ງຊາດ (ສສຊ) ປະຈໍາເຂດເລືອກຕັ້ງທີ 11 ແຂວງບໍລິຄໍາໄຊໄດ້ປະກອບຄຳເຫັນໃສ່ຮ່າງກົດໝາຍວ່າດ້ວຍລັດຖະບານ(ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດຊຸດທີ X ໃນວັນທີ 16ຕຸລາຜ່ານມາ,ທີ່ສະພາແຫ່ງຊາດໂດຍການເປັນປະທານຂອງທ່ານນາງສູນທອນໄຊຍະຈັກຮອງປະທານສະພາແຫ່ງຊາດ.
ສສຊ ຄຳມ່ວນ ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການປົກປ້ອງເງິນຝາກ

ສສຊ ຄຳມ່ວນ ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການປົກປ້ອງເງິນຝາກ

​ບັນດາສະມາຊິກສະພາແຫ່ງຊາດ (ສສຊ) ໄດ້ເອົາໃຈໃສ່ປະກອບຄຳເຫັນຕໍ່ຮ່າງກົດ ໝາຍ ວ່າດ້ວຍການປົກປ້ອງເງິນຝາກ ຊຶ່ງເປັນສະບັບສ້າງໃໝ່ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ໃນວັນທີ 19 ຕຸລານີ້, ທີ່ສະພາແຫ່ງຊາດ ໂດຍການເປັນປະທານຂອງທ່ານ ກອງແກ້ວ ໄຊສົງຄາມ ຮອງປະທານສະພາແຫ່ງຊາດ.
ສສຊ ເຂດ 10 ປະກອບຄໍາເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການປົກປ້ອງເງິນຝາກ

ສສຊ ເຂດ 10 ປະກອບຄໍາເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການປົກປ້ອງເງິນຝາກ

ສະມາຊິກສະພາແຫ່ງຊາດ (ສສຊ) ໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການປົກປ້ອງເງິນຝາກ ຊຶ່ງເປັນກົດໝາຍສະບັບສ້າງໃໝ່ ປະກອບດ້ວຍ VIII ພາກ, 8 ໝວດ ແລະ 66 ມາດຕາ ຕໍ່ກອງປະຊຸມສະ ໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ໃນວັນທີ 19 ຕຸລານີ້ ທີ່ສະພາແຫ່ງຊາດ ໂດຍການເປັນປະທານຂອງທ່ານ ກອງແກ້ວ ໄຊສົງຄາມ ຮອງປະທານສະພາແຫ່ງຊາດ.
ທ່ານ ນະຄະເສນ ສີຫາລາດ ສະເໜີ 4 ຈຸດສຳຄັນ ຕໍ່ຮ່າງກົດໝາຍວ່າດ້ວຍລັດຖະບານ

ທ່ານ ນະຄະເສນ ສີຫາລາດ ສະເໜີ 4 ຈຸດສຳຄັນ ຕໍ່ຮ່າງກົດໝາຍວ່າດ້ວຍລັດຖະບານ

ທ່ານ ນະຄະເສນ ສີຫາລາດ ສະມາຊິກສະພາແຫ່ງຊາດ ປະຈໍາເຂດເລືອກຕັ້ງທີ 1 ນະຄອນຫຼວງ ວຽງຈັນ (ນວ) ໄດ້ປະກອບຄໍາເຫັນໃສ່ຮ່າງກົດໝາຍ ວ່າດ້ວຍລັດຖະບານ (ສະບັບປັບປຸງ) ຕໍ່ກອງປະຊຸມສະ ໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ໃນວັນທີ 16 ຕຸລາຜ່ານມາ, ທີ່ສະພາແຫ່ງຊາດ ໂດຍການເປັນປະທານຂອງທ່ານ ນາງ ສູນທອນ ໄຊຍະຈັກ ຮອງປະທານສະພາແຫ່ງຊາດ.
ສະເໜີປັບປຸງການສ້າງກົດໝາຍ ວ່າດ້ວຍການປົກປ້ອງເງິນຝາກ

ສະເໜີປັບປຸງການສ້າງກົດໝາຍ ວ່າດ້ວຍການປົກປ້ອງເງິນຝາກ

ທ່ານ ນາງ ບຸນຄໍາ ວໍລະຈິດ ຜູ້ວ່າການທະນາຄານແຫ່ງສປປລາວ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນໃນການປັບປຸງການສ້າງກົດໝາຍ ວ່າດ້ວຍການປົກປ້ອງເງິນຝາກ ຊຶ່ງເປັນກົດໝາຍສ້າງໃໝ່ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ໃນວັນທີ 19 ຕຸລານີ້, ທີ່ສະພາແຫ່ງຊາດ ພາຍໃຕ້ການເປັນປະທານຂອງທ່ານ ມອນໄຊ ລາວມົວຊົ່ງ ຮອງປະທານສະພາແຫ່ງຊາດ.
ເພີ່ມເຕີມ