ຖາມ-ຕອບວິທະຍາສາດ ປູກຈິດສໍານຶກຊາວໜຸ່ມ-ໄວໜຸ່ມ ໃນການເປັນນັກວິທະຍາສາດ

ຖາມ-ຕອບວິທະຍາສາດ ປູກຈິດສໍານຶກຊາວໜຸ່ມ-ໄວໜຸ່ມ ໃນການເປັນນັກວິທະຍາສາດ

ຖາມ-ຕອບວິທະຍາສາດ ປູກຈິດສໍານຶກຊາວໜຸ່ມ-ໄວໜຸ່ມ  ໃນການເປັນນັກວິທະຍາສາດ
ຄະນະບໍລິຫານງານຊາວໜຸ່ມ ປະຊາຊົນ ປະຕິວັດລາວ (ຄຊປປລ) ກະຊວງສຶກສາທິການ ແລະ ກິລາ (ສສກ) ຈັດກິດຈະກໍາໂຄສະນາປູກຈິດສໍານຶກໃຫ້ຊາວໜຸ່ມ, ໄວໜຸ່ມ ນັກຮຽນ-ນັກສຶກສາ ກ່ຽວກັບການເປັນນັກ ວິທະຍາສາດ ຈັດຂຶ້ນໃນວັນທີ 4 ມີນາຜ່ານມາ ທີ່ໂຮງຮຽນມັດທະຍົມສຶກສາສົມບູນຕານມີໄຊ ນະຄອນຫຼວງວຽງຈັນ (ນວ) ໂດຍມີສະຫາຍ ນາງ ເພັດສະໝອນ ແກ້ວໂສພາ ກຳມະການສູນກາງຊາວໜຸ່ມ ຮອງເລຂາ ຄຊປປລ ກະຊວງ ສສກ, ສະຫາຍ ນາງ ແກ້ວລັດ ມະນີແສງ ຜູ້ອຳນວຍການໂຮງຮຽນ ມສ ຕານມີໄຊ ພ້ອມຄະນະບໍລິຫານງານຊາວໜຸ່ມ, ສະຫະພັນແມ່ຍິງ, ສະຫະພັນກໍາມະບານ, ຄະນະຮັບຜິດຊອບຈັດກິດຈະກໍາ ສສກ, ຄູ-ອາຈານ ແລະ ນັກຮຽນເຂົ້າຮ່ວມແຂ່ງຂັນເຂົ້າຮ່ວມ.
ຖາມ-ຕອບວທະຍາສາດ ປກຈດສານກຊາວໜມ-ໄວໜມ ໃນການເປນນກວທະຍາສາດ - image 1
 

ສະຫາຍ ນາງ ເພັດສະໝອນ ແກ້ວໂສພາ ກ່າວວ່າ: ໃນໄລຍະຜ່ານມາ, ກິດຈະກໍານ້ອງຢາກເປັນນັກ ວິທະຍາສາດ ໄດ້ຈັດຕັ້ງປະຕິບັດຢູ່ກະຊວງວິທະຍາສາດ ແລະ ເຕັກໂນໂລຊີໃນເມື່ອກ່ອນ ເພື່ອສ້າງຄວາມຮັບຮູ້, ຄວາມເຂົ້າໃຈ ແລະ ປູກຈິດສໍານຶກ ທາງດ້ານວຽກງານໃນຂະແໜງວິທະຍາສາດໃຫ້ນັກຮຽນ, ນັກສຶກສາ ສາມາດເຂົ້າເຖິງຂໍ້ມູນໄດ້ຢ່າງກວ້າງຂວາງ ດ້ວຍຮູບການລົງເຜີຍແຜ່ບັນດາໂຮງຮຽນທັງພາກລັດ ແລະ ເອກະຊົນ ຊຶ່ງເຫັນວ່າມີຜົນຕອບຮັບເປັນຢ່າງດີ, ພາຍຫຼັງມີການປັບປຸງກົງຈັກການຈັດຕັ້ງ ໂດຍໂຮມເອົາວຽກງານວິທະຍາສາດ ມາຂຶ້ນກັບກະຊວງ ສສກ ນັບທັງອົງການຈັດຕັ້ງຊາວໜຸ່ມ. ສະນັ້ນ, ເພື່ອເປັນການສືບຕໍ່ກິດຈະກໍາດັ່ງກ່າວ ແລະ ເຫັນໄດ້ເຖິງຄວາມສໍາຄັນທາງດ້ານວຽກງານວິທະຍາສາດ ທີ່ຕິດພັນກັບການສຶກສາຮໍ່າຮຽນ, ເສີມທັກສະຫົວຄິດປະດິດສ້າງ, ໃຫ້ຂໍ້ມູນໃໝ່ໆທີ່ມີຫຼັກວິທະຍາສາດ, ສ້າງຄວາມຮັບຮູ້ຄວາມເຂົ້າໃຈ ແລະ ຮັກໃນວຽກງານວິທະຍາສາດ ຂອງນັກຮຽນ, ນັກສຶກສາ ຊຶ່ງຈະເປັນກໍາລັງແຮງໃນອະນາຄົດຂອງປະເທດຊາດ. ນອກຈາກນັ້ນ, ຍັງໃຫ້ເຂົາເຈົ້າມີຄວາມກະຕືລືລົ້ນໃນການຍົກລະດັບຄວາມຮູ້, ຄວາມສາມາດ, ຊອກທຸກເງື່ອນໄຂ ເພື່ອໃຫ້ມີຄວາມຮັບຜິດຊອບໃນການພັດທະນາຕົນເອງ ໃຫ້ກາຍເປັນນັກວິທະຍາສາດໜຸ່ມນ້ອຍໃນສະເພາະໜ້າ ແລະ ຍາວນານ.

ຖາມ-ຕອບວທະຍາສາດ ປກຈດສານກຊາວໜມ-ໄວໜມ ໃນການເປນນກວທະຍາສາດ - image 2
 

ການຈັດກິດຈະກໍາດັ່ງກ່າວ, ເພື່ອປູກຈິດສໍານຶກໃຫ້ຊາວໜຸ່ມ ນັກຮຽນ, ນັກສຶກສາ ກ່ຽວກັບການເປັນນັກ ວິທະຍາສາດຢູ່ບັນດາໂຮງຮຽນມັດທະຍົມສຶກສາສົມບູນ ພາຍໃນ ນວ ໃຫ້ຄວາມຮູ້ພື້ນຖານທາງດ້ານວິທະຍາສາດ, ຈັດການແຂ່ງຂັນຖາມ-ຕອບ ກ່ຽວກັບວຽກງານວິທະຍາສາດ ແລະ ຈະໄດ້ສອບຖາມຄວາມຄິດເຫັນຈາກນັກຮຽນ ກ່ຽວກັບການຢາກເປັນນັກວິທະຍາສາດໃນອະນາຄົດ ຊຶ່ງກິດຈະກໍາຄັ້ງນີ້ ຈະໄດ້ດໍາເນີນຢູ່ບັນດາໂຮງຮຽນ 5 ແຫ່ງ ປະກອບມີ: ໂຮງຮຽນມັດທະຍົມສຶກສາສົມບູນ ພອນສະຫວັນແຫ່ງຊາດ; ໂຮງຮຽນມັດທະຍົມສຶກສາສົມບູນ ປາດຖະໜາ; ໂຮງຮຽນມັດທະຍົມສຶກສາສົມບູນວຽງຈັນ; ໂຮງຮຽນມັດທະຍົມສຶກສາສົມບູນ ຕານມີໄຊ ແລະ ໂຮງຮຽນມັດທະຍົມສຶກສາສົມບູນ ເພຍວັດ.

ຖາມ-ຕອບວທະຍາສາດ ປກຈດສານກຊາວໜມ-ໄວໜມ ໃນການເປນນກວທະຍາສາດ - image 3
 

ການຖາມ-ຕອບວິທະຍາສາດຄັ້ງນີ້, ມີນັກຮຽນເຂົ້າຮ່ວມແຂ່ງຂັນທັງໝົດ 8 ທີມ, ທີມລະ 3 ຄົນ ນັບແຕ່ຊັ້ນ ມ1-ມ7. ຜ່ານການແຂ່ງຂັນ ທີ 1 ແມ່ນທີມ ມ5 ໄດ້ຮັບເງິນ 1,000,000 ກີບ, ພ້ອມຫຼຽນລາງວັນ ແລະ ໃບຍ້ອງຍໍ; ທີ 2 ທີມ ມ6 ໄດ້ຮັບເງິນຈໍານວນ 700,000 ກີບ ພ້ອມຫຼຽນ ແລະ ໃບຍ້ອງຍໍ ແລະ ທີ 3 ທີມ ມ7 ໄດ້ຮັບເງິນຈໍານວນ 500,000 ກີບ ພ້ອມຫຼຽນລາງວັນ ແລະ ໃບຍ້ອງຍໍ.

ຖາມ-ຕອບວທະຍາສາດ ປກຈດສານກຊາວໜມ-ໄວໜມ ໃນການເປນນກວທະຍາສາດ - image 4
 

ຂ່າວ-ພາບ: ບົວລະພາ

ຄໍາເຫັນ

ຂ່າວສືກສາ-ກິລາ

ຈີນ ຍັງຄອງຄວາມເປັນເຈົ້າຫຼຽນຄຳ ເອຊຽນເກມ

ຈີນ ຍັງຄອງຄວາມເປັນເຈົ້າຫຼຽນຄຳ ເອຊຽນເກມ

ການແຂ່ງຂັນກິລາເອຊຽນເກມ ຄັ້ງທີ 20 ທີ່ໄອຈິ - ນາໂກຢ່າ ປະເທດຍີ່ປຸ່ນ ກ້າວເຂົ້າສູ່ມື້ທີ 6 ຊຶ່ງນັກກິລາແຕ່ລະຊາດ ໄດ້ມີຄວາມເຄື່ອນໄຫວຝຶກຊ້ອມຢ່າງຄຶກຄື້ນ ເພື່ອຍາດຊີງເອົາຫຼຽນຄຳມາຄອງໃຫ້ໄດ້. ການແຂ່ງຂັນໃນວັນທີ 25 ກັນຍານີ້, ມີການຊີງຫຼຽນຄຳທັງໝົດ 40 ຫຼຽນ ຊຶ່ງປະກອບມີ: ລອຍນໍ້າ 7 ຫຼຽນ, ຍິມນາສຕິກ 5 ຫຼຽນ, ແລ່ນ ແລະ ລານ 7 ຫຼຽນ, ເຮືອແຄນູ 4 ຫຼຽນ, ຍິງປືນ 3 ຫຼຽນ, ບານບ້ວງ 2 ຫຼຽນ, ລົດຖີບ 2 ຫຼຽນ, ຟັນດາບ 2 ຫຼຽນ, ກະຕໍ້ 2 ຫຼຽນ, ຍົກນໍ້າໜັກ 2 ຫຼຽນ ແລະ ສະເກັດບອດ 2 ຫຼຽນ ແລະ ຂີ່ມ້າ 1 ຫຼຽນ.
ເປີດຂະບວນການແຂ່ງຂັນກິລາບານເຕະຟຸດຊໍ ຕ້ອນຮັບວັນສ້າງຕັ້ງ ທຫລ ຄົບຮອບ 58 ປີ

ເປີດຂະບວນການແຂ່ງຂັນກິລາບານເຕະຟຸດຊໍ ຕ້ອນຮັບວັນສ້າງຕັ້ງ ທຫລ ຄົບຮອບ 58 ປີ

ຄະນະພັກຮາກຖານ ສາຂາທະນາຄານແຂວງອັດຕະປື ຈັດຂະບວນການແຂ່ງຂັນກິລາບານເຕະຟຸດຊໍຂຶ້ນໃນວັນທີ 23 ກັນຍາຜ່ານມາ, ເພື່ອຂໍ່ານັບຮັບຕ້ອນວັນສ້າງຕັ້ງທະນາຄານແຫ່ງ ສປປ ລາວ (ທຫລ) ຄົບຮອບ 58 ປີ (7 ຕຸລາ 1968-7 ຕຸລາ 2026) ໂດຍມີຄະນະພັກຮາກຖານ ສາຂາທະນາຄານແຂວງຈຳປາສັກ, ຫົວໜ້າທະນາຄານແຫ່ງ ສປປ ລາວ ສາຂາພາກໃຕ້, ຄະນະພັກ-ຄະນະສາຂາທະນາຄານ, ບັນດາສາຂາທະນາຄານທຸລະກິດລັດ ແລະ ເອກະຊົນ, ສະຖາບັນການເງິນ ຕະຫຼອດຮອດນັກກິລາ ແລະ ພະນັກງານເຂົ້າຮ່ວມ.
ເມືອງໝື່ນ ເປີດຊຸດຝຶກອົບຮົມກົດໝາຍໄລຍະສັ້ນ 45 ວັນ

ເມືອງໝື່ນ ເປີດຊຸດຝຶກອົບຮົມກົດໝາຍໄລຍະສັ້ນ 45 ວັນ

ວັນທີ 24 ກັນຍານີ້, ເມືອງໝື່ນ ແຂວງວຽງຈັນ ຈັດພິທີເປີດຊຸດຝຶກອົບຮົມກົດໝາຍ 45 ວັນໃຫ້ພະນັກ ງານຫຼັກແຫຼ່ງຂັ້ນເມືອງ-ບ້ານ ຊຸດທີ VII ປະຈຳປີ 2026 ຂຶ້ນທີ່ສະໂມສອນໃຫຍ່ຫ້ອງວ່າການເມືອງ, ໃຫ້ກຽດເຂົ້າຮ່ວມຂອງທ່ານ ພອນສິນ ທິລະກຸນ ຮອງຫົວໜ້າພະແນກຍຸຕິທຳແຂວງ, ມີທ່ານ ຄຳຜູ ແກ້ວດວງສີ ປະທານຄະນະກຳມະການປົກຄອງເມືອງ, ມີຫົວໜ້າຫ້ອງການ, ແຂກຖືກເຊີນ ແລະ ນັກຝຶກອົບຮົມເຂົ້າຮ່ວມ.
ສສກ ຍົກລະດັບວຽກງານໂຄສະນາເພດສຶກສາຜ່ານສື່ມວນຊົນ

ສສກ ຍົກລະດັບວຽກງານໂຄສະນາເພດສຶກສາຜ່ານສື່ມວນຊົນ

ກະຊວງສຶກສາທິການ ແລະ ກິລາ (ສສກ) ຈັດກອງປະຊຸມຝຶກອົບຮົມວຽກງານໂຄສະນາເພດສຶກສາຜ່ານທາງໂທລະພາບ-ວິທະຍຸ ແລະ ສື່ຕ່າງໆ ສຳລັບແຂວງເປົ້າໝາຍຄື: ແຂວງຜົ້ງສາລີ ແລະ ແຂວງບໍລິຄຳໄຊ ພາຍໃຕ້ການສະໜັບສະໜູນຈາກອົງການ UNFPA ເພື່ອສົ່ງເສີມໃຫ້ຊາວໜຸ່ມ-ໄວໜຸ່ມ ຮັບຮູ້ເຂົ້າໃຈວິທີປ້ອງກັນຕົນເອງກ່ຽວກັບເພດສຶກສາໃຫ້ຫຼາຍຂຶ້ນ.
ສວສ ກວດຜ່ານເນື້ອໃນຫຼັກສູດ ສຳລັບຊັ້ນມັດທະຍົມສຶກສາ

ສວສ ກວດຜ່ານເນື້ອໃນຫຼັກສູດ ສຳລັບຊັ້ນມັດທະຍົມສຶກສາ

ວັນທີ 23 ກັນຍາຜ່ານມາ, ທີ່ວິທະຍາໄລຄູບ້ານເກີນ ແຂວງວຽງຈັນ ໄດ້ຈັດກອງປະຊຸມກວດຜ່ານເນື້ອໃນຫຼັກສູດ ມາດຕະຖານຄວາມສຳເລັດ ແລະ ຜົນໄດ້ຮັບຂອງການຮຽນ ສຳລັບຊັ້ນມັດທະຍົມສຶກສາ ເປັນປະທານໂດຍທ່ານ ວົງເພັດ ອຸດົມລິດ ຜູ້ອຳນວຍການ ສະຖາບັນຄົ້ນຄວ້າວິທະຍາສາດການສຶກສາ (ສວສ) ກະຊວງສຶກສາທິການ ແລະ ກິລາ (ສສກ), ມີບັນດາຫົວໜ້າກົມ-ຮອງກົມ, ຄະນະສະຖາບັນຜູ້ອາວຸໂສ ຄູ-ອາຈານ ພ້ອມດ້ວຍນັກວິຊາການເຂົ້າຮ່ວມ.
ໂຮງຮຽນການທະຫານທ້ອງຖິ່ນແຂວງຊຽງຂວາງ ເປີດຮຽນກໍ່ສ້າງນາຍສິບທະຫານຮາບ

ໂຮງຮຽນການທະຫານທ້ອງຖິ່ນແຂວງຊຽງຂວາງ ເປີດຮຽນກໍ່ສ້າງນາຍສິບທະຫານຮາບ

ວັນທີ 23 ກັນຍາຜ່ານມາ, ໂຮງຮຽນການທະຫານທ້ອງຖິ່ນແຂວງຊຽງຂວາງ ໄດ້ເປີດຮຽນກໍ່ສ້າງນາຍສິບທະຫານຮາບ ລະບົບ 1 ປີ ຊຸດທີ VI ປະຈຳສົກຮຽນ 2026-2027 ໂດຍການເປັນປະທານຂອງສະຫາຍ ພູວົງ ອຸ່ນຄຳແສນ ກຳມະການສູນກາງພັກ, ເລຂາພັກແຂວງ, ປະທານຄະນະກຳມະການ ປກຊ-ປກສ ແຂວງຊຽງຂວາງ, ມີສະຫາຍ ພົນຈັດຕະວາ ພູເງິນ ພົມເມືອງ ກຳມະການຄະນະພັກກະຊວງປ້ອງກັນປະເທດ, ຫົວໜ້າກົມໂຮງຮຽນ ກົມໃຫຍ່ເສນາທິການກອງທັບ, ມີຄະນະພັກ-ຄະນະບັນຊາ ຄູ-ອາຈານ ແລະ ນັກຮຽນເຂົ້າຮ່ວມ.
ຣີ ຊ໋ອງກືມ ຄ້ວາຫຼຽນຄຳ ກິລາຍົກນໍ້າໜັກລຸ້ນ 49 ກິໂລ

ຣີ ຊ໋ອງກືມ ຄ້ວາຫຼຽນຄຳ ກິລາຍົກນໍ້າໜັກລຸ້ນ 49 ກິໂລ

ການແຂ່ງຂັນຍົກນໍ້າໜັກລຸ້ນ 49 ກິໂລເພດຍິງ ໃນຮອບຊີງຊະນະເລີດ ຣີ ຊ໋ອງກືມ ນັກກິລາຈາກ ສປປ ເກົາຫຼີ ສາມາດສ້າງສະຖິຕິໂລກ ດ້ວຍຄະແນນລວມ 215 ກິໂລ ຄ້ວາຫຼຽນຄຳມາຄອງໃຫ້ກັບທີມຊາດ. ການແຂ່ງຂັນກິລາເອຊຽນເກມ ຄັ້ງທີ 20 ທີ່ໄອຈິ - ນາໂກຢ່າ ປະເທດຍີ່ປຸ່ນ ກ້າວເຂົ້າສູ່ມື້ທີ 5 ໃນການຊີງຄວາມຍິ່ງໃຫຍ່ຂອງບັນດາທັບນັກກິລາຈາກປະເທດສະມາຊິກ 45 ປະເທດ ໃນພາກພື້ນອາຊີ ເພື່ອຍາດຊີງເອົາຫຼຽນຄຳ. ການແຂ່ງຂັນໃນວັນທີ 24 ກັນຍານີ້ ມີການຊີງຫຼຽນຄຳທັງໝົດ 56 ຫຼຽນ ຊຶ່ງປະກອບມີ: ເຮືອພາຍ 7 ຫຼຽນ, ກິລາທາງນໍ້າ 8 ຫຼຽນ, ວູຊູ 7 ຫຼຽນ, ຍິມນາສຕິກ 5 ຫຼຽນ, ແລ່ນ ແລະ ລານ 5 ຫຼຽນ, ເຮືອແຄນູ 4 ຫຼຽນ, ຍິງປືນ 3 ຫຼຽນ, ດອກປີກໄກ່ 2 ຫຼຽນ, ລົດຖີບ 2 ຫຼຽນ, ຟັນດາບ 2 ຫຼຽນ, ປິ່ງປ໋ອງ 2 ຫຼຽນ, ຍົກນໍ້າໜັກ 2 ຫຼຽນ ແລະ ອີສປອດ 2 ຫຼຽນ.
ບານສົ່ງຍິງ ທີມຊາດຈີນ ປ້ອງກັນແຊັມສະໄໝທີ 3 ຕິດຕໍ່ກັນ

ບານສົ່ງຍິງ ທີມຊາດຈີນ ປ້ອງກັນແຊັມສະໄໝທີ 3 ຕິດຕໍ່ກັນ

ຜົນການແຂ່ງຂັນບານສົ່ງຍິງ ຮອບຊີງຊະນະເລີດ ຫຼື ຊີງຫຼຽນຄຳ ໃນງານມະຫະກຳກິລາເອຊຽນເກມ ຄັ້ງທີ 20 ທີ່ໄອຈິ - ນາໂກຢ່າ ປະເທດຍີ່ປຸ່ນ ເປັນການພົບກັນ ລະຫວ່າງ ທີມຊາດຍີ່ປຸ່ນເຈົ້າພາບລົງສະໜາມ ພົບກັບ ທີມຊາດຈີນ. ຜົນການແຂ່ງຂັນ ທີມຊາດຈີນ ເອົາຊະນະໄປໄດ້ 3 – 0 ເຊັດ ດ້ວຍຄະແນນ 25-19, 25-20 ແລະ 25-23 ສົ່ງຜົນໃຫ້ຈີນ ຄ້ວາຫຼຽນຄຳມາຄອງເປັນສະໄໝທີ 3 ຕິດຕໍ່ກັນ ແລະ ເປັນສະໄໝທີ 10 ໃນເອຊຽນເກມ. ສ່ວນທີມຊາດຍີ່ປຸ່ນໄດ້ຫຼຽນເງິນ ເປັນຄັ້ງທີ 5, ຫຼຽນທອງທີມຊາດໄທ ທີ່ເອົາຊະນະ ທີມຊາດ ສ ເກົາຫຼີ 3-0 ເຊັດ.
ການນຳ ສກຂ ເຊກອງ ຕິດຕາມສະພາບໂຮງຮຽນປະຖົມໂທນນ້ອຍ ເພື່ອກຽມພ້ອມດ້ານການຮຽນ-ການສອນ

ການນຳ ສກຂ ເຊກອງ ຕິດຕາມສະພາບໂຮງຮຽນປະຖົມໂທນນ້ອຍ ເພື່ອກຽມພ້ອມດ້ານການຮຽນ-ການສອນ

ການນຳພະແນກສຶກສາທິການ ແລະ ກິລາແຂວງເຊກອງ (ສກຂ) ນຳໂດຍທ່ານ ຄຳໄພ ສິມມາວັດ ຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງ ພ້ອມດ້ວຍຄະນະ ໄດ້ລົງພື້ນທີ່ຕິດຕາມ ແລະ ກວດກາສະພາບຕົວຈິງຂອງອາຄານຮຽນໃນວັນທີ 18 ກັນຍາຜ່ານມາ, ທີ່ໂຮງຮຽນປະຖົມໂທນນ້ອຍ ເພື່ອສືບຕໍ່ປັບປຸງອາຄານຮຽນທີ່ເກົ່າແກ່ຊຸດໂຊມ ໃຫ້ສາມາດດຳເນີນການຮຽນ-ການສອນໄດ້ຕາມປົກກະຕິ ໂດຍມີຜູ້ບໍລິຫານການສຶກສາຂັ້ນແຂວງ, ຂັ້ນເມືອງ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ທີມຊາດຈີນ ນໍາໜ້າໃນການຄອງຫຼຽນຄຳເອຊຽນເກມ

ທີມຊາດຈີນ ນໍາໜ້າໃນການຄອງຫຼຽນຄຳເອຊຽນເກມ

ງານມະຫະກຳກິລາເອຊຽນເກມ ຄັ້ງທີ 20 ທີ່ໄອຈິ - ນາໂກຢ່າ ປະເທດຍີ່ປຸ່ນ ກ້າວເຂົ້າສູ່ມື້ທີ 3 ຂອງການແຂ່ງຂັນ ຊຶ່ງໃນວັນທີ 22 ກັນຍານີິ້, ມີຊີງໄຊກັນ 25 ຫຼຽນຄຳ ໃນ 10 ປະເພດກິລາຄື: ລອຍນໍ້າ 6 ຫຼຽນ, ສິລະປະການຕໍ່ສູ້ 6 ຫຼຽນ, ຄາຣາເຕ້ 4 ຫຼຽນ, ຟັນດາບ 2 ຫຼຽນ, ວູຊູ 2 ຫຼຽນ, ຄຣິກເກັດ 1 ຫຼຽນ, ລົດຖີບ 1 ຫຼຽນ, ຍິມນາສຕິກ 1 ຫຼຽນ, ບານສົ່ງຍິງ 1 ຫຼຽນ ແລະ ຍິງປືນ 1 ຫຼຽນ.
ເພີ່ມເຕີມ