![]() |
ກ່ອນການລົງຢ້ຽມຢາມປະຊາຊົນຢູ່ພາກສະໜາມໄດ້ຮັບຟັງການລາຍງານຂອງການນຳເມືອງ ທີ່ຫ້ອງວ່າການເມືອງເຊໂປນ ກ່ຽວກັບສະພາບໄພພິບັດ ແລະ ຜົນກະທົບດ້ານຕ່າງໆ; ເຊິ່ງເຂດດັ່ງກ່າວແມ່ນນ້ຳເຊາະທາງເວັ້ນຂົວທີ່ກຳລັງກໍ່ສ້າງເຮັດໃຫ້ທາງຂາດລົດຕ່າງໆບໍ່ສາມາດໄປຫາບ້ານປະຊົນໄດ້; ຈຸດສຸມລາດຫໍ້ ກຽມເປີດເປັນຕາແສງໃນມໍ່ໆນີ້ ລວມມີ 9 ບ້ານຂຶ້ນກັບ. ໃນນັ້ນ, ມີບ້ານທີ່ຖືກຕັດຂາດບໍ່ສາມາດຕິດຕໍ່ທາງໂທລະສັບ, ເສັ້ນທາງກໍາບໍ່ສາມາດໄປໄດ້ມີບ້ານລາດ, ນາໂທນ, ວັງໄຮ ຊຽງຮົ່ມ ແລະ ບ້ານ, ສະເພາະບ້ານທີ່ສາມາດທຽວໄປມາໄດ້ມີບ້ານສະເວດ, ປະງາ, ລາດຫໍ້ ແລະ ບ້ານນ້ຳໂທນ.
![]() |
ໃນການໄປຄັ້ງນີ້ໄດ້ລົງຢ້ຽມຢາມ ພ້ອມມອບເຄື່ອງຢູ່ພາກສະໜາມຢູ່ເຂດບ້ານຕ່າງໆເຂດຈຸດສຸມລາດຫໍ້ທີ່ໄດ້ຮັບຜົນປະທົບຈາກໄພພິບັດ, ສຳລັບເຄື່ອງທີ່ການນຳແຂວງນຳໄປແຈກຢາຍໃຫ້ຄອບຄົວປະຊາຊົນທີ່ໄດ້ຮັບຜົນກະທົບມີນ້ຳດື່ມ, ໄຂ່, ໝີ່, ປາກະປັອງ, ເກືອເຄື່ອງໃຊ້ທີ່ຈຳເປັນ; ພ້ອມນັ້ນກໍ່ມອບໃຫ້ຈຸດສຸມເກັບໄວ້ແລ້ວໃຫ້ລຳລຽງໄປຫາປະຊາຊົນ ໂດຍສົມທົບກັບກຳລັງ ປກຊ-ປກສ, ຊາວໜຸ່ມອາສາສະໝັກນຳໄປໃຫ້ປະຊາຊົນທີ່ໄດ້ຮັບຜົນກະທົບ ແລະ ມອບເງິນ 10 ລ້ານກີບໃຫ້ກຸ່ມເພື່ອນໍາໄວ້ໃຊ້ແຮສຸກເສີນໃນວຽກງານໄພພິບັດຄັ້ງນີ້.
![]() |


ຄໍາເຫັນ