ທ່ານ ບຸນທອງ ຈິດມະນີ ເນັ້ນ 8 ບັນຫາເພື່ອເຮັດໃຫ້ວຽກງານກຳມະບານມີການຫັນປ່ຽນໃໝ່ຢ່າງຕັ້ງໜ້າ

ທ່ານ ບຸນທອງ ຈິດມະນີ ເນັ້ນ 8 ບັນຫາເພື່ອເຮັດໃຫ້ວຽກງານກຳມະບານມີການຫັນປ່ຽນໃໝ່ຢ່າງຕັ້ງໜ້າ
ໃນໂອກາດເຂົ້າຮ່ວມກອງປະຊຸມຄົບຄະນະກາງສະໄໝຂອງຄະນະບໍລິຫານງານສູນກາງສະຫະພັນກຳມະບານລາວ (ສກລ) ສະໄໝທີ VIII,ທ່ານ ບຸນທອງ ຈິດມະນີ ກຳມະການກົມການເມືອງສູນກາງພັກ ຜູ້ປະຈໍາການຄະນະເລຂາທິການສູນກາງພັກ ຮອງປະທານປະເທດແຫ່ງ ສປປ ລາວ ໄດ້ໃຫ້ກຽດໂອ້ລົມຕໍ່ກອງປະຊຸມດັ່ງກ່າວຊຶ່ງໄດ້ຈັດຂຶ້ນໃນວັນທີ 21ທັນວານີ້ທີ່ສູນການຮ່ວມມືສາກົນ ແລະ ການຝຶກອົບຮົມລາວ-ຍີ່ປຸ່ນ ພາຍໃຕ້ການເປັນປະທານຂອງທ່ານ ເລັດ ໄຊຍະພອນ ປະທານສູນກາງສະຫະພັນກຳມະບານລາວ, ມີຄະນະບໍລິຫານງານ ສກລ, ຫົວໜ້າກົມ, ຮອງກົມ, ປະທານສະຫະພັນກຳມະບານແຂວງອ້ອມຂ້າງເຂົ້າຮ່ວມ.
ໃນໂອກາດນີ້, ທ່ານ ບຸນທອງ ຈິດມະນີໄດ້ກ່າວສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນງານທີ່ ສກລ ຍາດມາໄດ້ໃນໄລຍະຜ່ານມາ. ພ້ອມເນັ້ນໜັກ 8 ບັນຫາເພື່ອເຮັດໃຫ້ວຽກງານກຳມະບານມີການຫັນປ່ຽນໃໝ່ຢ່າງຕັ້ງໜ້າ ເຂັ້ມແຂງ ໜັກແໜ້ນດັ່ງນີ້: 1.ເພີ່ມທະວີວຽກງານສຶກສາອົບຮົມການເມືອງ-ແນວຄິດໃຫ້ສະມາຊິກກຳມະບານ, ກຳມະກອນ ແລະ ຜູ້ອອກແຮງງານອື່ນໆ, ກຳແໜ້ນເຊື່ອມຊຶມຕໍ່ແນວທາງ, ແຜນນະໂຍບາຍ, ກົດໝາຍ, ລະບຽບການຂອງລັດ, ຮັບຮູ້ສິດ ແລະ ພັນທະຂອງຕົນເອງ, ຍົກລະດັບຄວາມຮູ້-ຄວາມສາມາດທາງດ້ານເຕັກໂນໂລຊີ, ມີລະບຽບວິໄນຂອງການອອກແຮງງານ; ວຽກອັນນີ້ແມ່ນເປັນທັງຂໍ້ແຂ່ງຂັນ ທັງເປັນພາລະບົດບາດຕົ້ນຕໍຂອງການຈັດຕັ້ງກໍາມະບານເຮົາ, ແຕ່ການໂຄສະນາສຶກສາອົບຮົມໃນເງື່ອນໄຂ ແລະ ສະພາບການໃໝ່ຕ້ອງເຮັດໃຫ້ມີຫຼາຍຮູບຫຼາຍສີ, ຫຼາກຫຼາຍວິທີ, ກວ້າງຂວາງ, ເລິກເຊິ່ງ ແລະ ປັບປຸງບັນດາເນື້ອໃນການໂຄສະນາສຶກສາອົບຮົມໃຫ້ແທດເໝາະກັບແຕ່ລະກຸ່ມເປົ້າໝາຍ;2. ເອົາໃຈໃສ່ຂະຫຍາຍການຈັດຕັ້ງ ແລະ ສະມາຊິກກໍາມະບານໃຫ້ເປັນລະບົບທີ່ເຂັ້ມແຂງແທ້ແຕ່ສູນກາງລົງຮອດຮາກຖານກໍາມະບານແຕ່ລະຂັ້ນ, ໃນນີ້ໃຫ້ເອົາໃຈໃສ່ວຽກກໍາມະບານຢູ່ຫົວໜ່ວຍແຮງງານພາກວິສາຫະກິດທັງຂອງລັດ ແລະ ຂອງເອກະຊົນໃຫ້ກວ້າງຂວາງຕາມຄາດໝາຍທີ່ກຳນົດໄວ້ ແລະ ມີຄວາມໝັ້ນຄົງເຂັ້ມແຂງ; ຊຸກຍູ້ທຸກໆການຈັດຕັ້ງທັງພາກລັດ ແລະ ເອກະຊົນໃຫ້ຄວາມຮ່ວມມືແກ່ສະຫະພັນກຳມະບານແຕ່ລະຂັ້ນ ໃນການຂະຫຍາຍການຈັດຕັ້ງ ແລະ ສະມາຊິກກຳມະບານເພື່ອຮັບປະກັນໃນການປົກປ້ອງສິດ ແລະ ຜົນປະໂຫຍດອັນຊອບທຳຂອງສະມາຊິກກຳມະບານ, ກຳມະກອນ ແລະ ຊາວຜູ້ອອກແຮງງານ ທັງຮັບປະກັນການປະຕິບັດກົດໝາຍ ກໍຄືລະບຽບວິໄນການອອກແຮງງານໃຫ້ຖືກຕ້ອງ ແລະ ມີປະສິດທິພາບດີ; 3. ເປັນເຈົ້າການໃນການປົກປ້ອງສິດ ແລະ ຜົນປະໂຫຍດອັນຊອບທໍາຂອງສະມາຊິກກຳມະບານ, ກຳມະກອນ ແລະ ຜູ້ອອກແຮງງານອື່ນໆ ໂດຍມີການປະສານສົມທົບຢ່າງສະໜິດແໜ້ນກັບພາກສ່ວນທີ່ກ່ຽວຂ້ອງໂດຍສະເພາະກັບຄະນະກຳມະການແຮງງານແຫ່ງຊາດ, ຄະນະກຳມະການແຮງງານຂັ້ນແຂວງ(ກະຊວງແຮງງານ ແລະ ສະຫວັດດີການສັງຄົມ, ສະຫະພັນກຳມະບານລາວ ແລະ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດ) ໂດຍສະເພາະຊຸກຍູ້ການຈັດຕັ້ງປະຕິບັດຄ່າແຮງງານຂັ້ນຕໍ່າທີ່ລັດຖະບານປະກາດໃຊ້, ຕິດຕາມເຂົ້າຮ່ວມການແກ້ໄຂຂໍ້ຂັດແຍ່ງດ້ານແຮງງານ, ຊຸກຍູ້, ສົ່ງເສີມໃຫ້ຜູ້ໃຊ້ແຮງງານ ແລະ ຜູ້ອອກແຮງງານເຮັດສັນຍາແຮງງານລວມໝູ່, ບຸກຄົນ, ເຂົ້າເປັນສະມາຊິກອົງການປະກັນສັງຄົມ, ວຽກງານຄວາມປອດໄພ ແລະ ສຸຂະພາບແຮງງານ, ການເຂົ້າເຖິງການປົກປ້ອງທາງສັງຄົມ ແລະ ໂຄສະນາເຜີຍແຜ່ການໄປອອກແຮງງານທີ່ຖືກກົດໝາຍທັງຢູ່ພາຍໃນ ແລະ ຕ່າງປະເທດ ເພື່ອປ້ອງກັນບໍ່ໃຫ້ຕົກເປັນເຫຍື່ອຂອງການຄ້າມະນຸດ, ການເຄື່ອນຍ້າຍແຮງງານຊະຊາຍທັງເປັນການຊ່ວຍໜູນຜູ້ປະກອບການພາຍໃນແກ້ໄຂບັນຫາການຂາດແຄນກຳລັງແຮງງານທີ່ພວມເປັນບັນຫາເລັ່ງທວງໜຶ່ງໃນປັດຈຸບັນ;4. ເອົາໃຈໃສ່ບໍາລຸງ, ກໍ່ສ້າງພະນັກງານກໍາມະບານອາຊີບ, ເຄິ່ງອາຊີບ ທັງຢູ່ສູນກາງ ແລະ ທ້ອງຖິ່ນໃຫ້ມີການຫັນປ່ຽນຢ່າງຕັ້ງໜ້າ ແລະ ເລິກເຊິ່ງ, ກ່ອນອື່ນຕ້ອງເລີ່ມຈາກການຂຶ້ນແຜນກຳນົດພະນັກງານໃຫ້ຖືກຕ້ອງສອດຄ່ອງກັບພາລະບົດບາດ, ສິດ, ໜ້າທີ່ ແລະ ຄວາມຮັບຜິດຊອບຂອງການຈັດຕັ້ງກຳມະບານແຕ່ລະຂັ້ນ; ປັບປຸງການຈັດຕັ້ງກຳມະບານແຕ່ລະຂັ້ນຕິດພັນກັບການກະກຽມ ແລະ ດຳເນີນກອງປະຊຸມໃຫຍ່ 3 ຂັ້ນຂອງກຳມະບານ, ແບ່ງຂັ້ນຄຸ້ມຄອງວຽກງານກຳມະບານໃຫ້ຈະແຈ້ງຊັດເຈນ ເຄື່ອນໄຫວຕາມພາລະບົດບາດ, ສິດ, ໜ້າທີ່; ຊຸກຍູ້ໃຫ້ຄະນະນຳສະຫະພັນກຳມະບານແຕ່ລະຂັ້ນນຳພາ-ຊີ້ນຳປະຕິບັດກົດລະບຽບ ແລະ ກົດໝາຍກຳມະບານໃຫ້ຖືກຕ້ອງ. ໃນນີ້ໃຫ້ເອົາໃຈໃສ່ຕໍ່ການດຳເນີນຊີວິດການເມືອງໃຫ້ເປັນປົກກະຕິຕໍ່ເນື່ອງ ແລະ ມີເນື້ອໃນເລິກເຊິ່ງແທດກັບຕົວຈິງ ທັງໝົດທີ່ກ່າວມານີ້ເພື່ອສ້າງຄວາມເຂັ້ມແຂງໃຫ້ແກ່ການຈັດຕັ້ງກຳມະບານ; 5. ເປັນເຈົ້າການຈັດຕັ້ງປະຕິບັດ, ສະຫຼຸບປະເມີນຜົນເນື້ອໃນຂໍ້ແຂ່ງຂັນ 5 ເປັນເຈົ້າຂອງສະຫະພັນກຳມະບານລາວແຕ່ລະຂັ້ນ ໂດຍຕິດພັນກັບຂະບວນການແຂ່ງຂັນຮັກຊາດ ແລະ ພັດທະນາ, ສ້າງໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ, ປະຕິບັດວຽກງານວິຊາສະເພາະເພື່ອຊອກໃຫ້ເຫັນກົມກອງ ແລະ ບຸກຄົນດີເດັ່ນໃນຂະບວນການ; ຊຸກຍູ້ໃຫ້ສະຫະພັນກຳມະບານແຕ່ລະຂັ້ນ, ຫົວໜ່ວຍແຮງງານຕ່າງໆຈັດຕັ້ງຂະບວນການໃນໂອກາດວັນສຳຄັນຕ່າງໆຂອງຊາດ, ຂອງພັກ ແລະ ກຳມະບານໃຫ້ມີເນື້ອໃນເລິກເຊິ່ງ ແລະ ເປັນຂະບວນການທີ່ຟົດຟື້ນ;6. ຍົກສູງບົດບາດ ແລະ ຂີດຄວາມສາມາດຂອງອົງການກໍາມະບານລາວໃນເງື່ອນໄຂໃໝ່, ການເຕົ້າໂຮມກ້ອນກໍາລັງຊາວຜູ້ອອກແຮງງານເຂົ້າຮ່ວມໃນການປະຕິບັດແນວທາງນະໂຍບາຍຂອງພັກແຕ່ລະໄລຍະ, ເປັນຕົ້ນແມ່ນການປະກອບສ່ວນເຂົ້າໃນການແກ້ໄຂບັນຫາຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ, ບັນຫາຂາດແຄນເງິນຕາຕ່າງປະເທດ, ບັນຫາຄ່າຄອງຊີບສູງ ແລະ ບັນຫາຫຍໍ້ທໍ້ອື່ນໆຕິດພັນກັບການຄົ້ນຄວ້າທ່າແຮງໃນການສ້າງແຫຼ່ງລາຍຮັບມາພັດທະນາວຽກງານກຳມະບານ ເພື່ອກ້າວໄປສູ່ການກຸ້ມຕົນເອງໃນການບໍລິຫານວຽກງານ;7. ເພີ່ມທະວີການຕິດຕາມ, ກວດກາ ແລະ ຊຸກຍູ້ວຽກງານກວດກາຂອງສະຫະພັນກໍາມະບານແຕ່ລະຂັ້ນຕາມທັດສະນະຂອງພັກທີ່ວ່າ“ ມີການນໍາພາຕ້ອງມີການຕິດຕາມກວດກາ; ບໍ່ກວດກາກໍບໍ່ມີການນຳພາ ” ເປັນຕົ້ນແມ່ນການປະຕິບັດຫຼັກການ, ແບບແຜນການນໍາພາ, ແບບແຜນວິທີເຮັດວຽກຂອງຄະນະນຳສະຫະພັນກຳມະບານແຕ່ລະຂັ້ນ ແລະ ສະມາຊິກກໍາມະບານໃຫ້ໄປຕາມກົດໝາຍວ່າດ້ວຍກຳມະບານລາວ ແລະ ກົດລະບຽບຂອງສະຫະພັນກຳມະບານລາວ; ເອົາໃຈໃສ່ເກັບກຳຄຳຄິດ, ຄຳເຫັນຂອງສະມາຊິກກຳມະບານ, ກໍາມະກອນ ແລະ ຜູ້ອອກແຮງງານ, ຫາງສຽງຂອງສັງຄົມ ເພື່ອເປັນຂໍ້ມູນນຳສະເໜີໃຫ້ພາກສ່ວນທີ່ກ່ຽວຂ້ອງຄົ້ນຄວ້າ ແລະ ແກ້ໄຂໃຫ້ທັນເວລາ; ຕິດຕາມ, ກວດກາການນຳໃຊ້ງົບປະມານ, ຊັບສິນຂອງລັດ, ເງິນບຳລຸງ ແລະ ເງິນກອງທຶນຂອງກຳມະບານໃຫ້ມີຄວາມໂປ່ງໃສ; ສະກັດກັ້ນ ແລະ ຕ້ານການສໍ້ຫຼາດບັງຫຼວງໃນຄະນະນຳ ແລະ ສະມາຊິກກຳມະບານ;8. ສືບຕໍ່ເພີ່ມທະວີການພົວພັນ-ຮ່ວມມືກັບກໍາມະບານເພື່ອນມິດຍຸດທະສາດ, ປະເທດໃກ້ຄຽງ, ເພື່ອນມິດສາກົນ, ອົງການຈັດຕັ້ງສາກົນ ເພື່ອຜັນຂະຫຍາຍຕາມແນວທາງການຕ່າງປະເທດຂອງພັກ ເພື່ອຍາດແຍ່ງເອົາທຶນຮອນ, ບົດຮຽນ,ເຕັກໂນໂລຊີທີ່ທັນສະໄໝ ກໍຄືບົດຮຽນໃນການເຕົ້າໂຮມກ້ອນກໍາລັງມະຫາຊົນເຂົ້າໃນການຈັດຕັ້ງກໍາມະບານ ແລະ ເຂົ້າໃນການພັດທະນາວຽກງານກຳມະບານໃຫ້ມີການຫັນປ່ຽນໃໝ່ທີ່ຕັ້ງໜ້າ. ພ້ອມດຽວກັນນັ້ນຕ້ອງສ້າງເງື່ອນໄຂໃຫ້ສະຫະພັນກຳມະບານກະຊວງ, ອົງການ, ແຂວງ ແລະ ນະຄອນຫຼວງວຽງຈັນ ເພີ່ມທະວີການພົວພັນຮ່ວມມືຕ່າງປະເທດ ຕາມພາລະບົດບາດ, ຂອບເຂດ ແລະ ຄວາມຮັບຜິດຊອບຂອງຕົນ.ຮຽກຮ້ອງມາຍັງຄະນະບໍລິຫານງານ ສກລກໍຄືຄະນະນຳກຳມະບານແຕ່ລະຂັ້ນ ເຊີດຊູຄວາມຮັບຜິດຊອບໃນການປະຕິບັດໜ້າທີ່ການເມືອງຂອງຕົນພັດທະນາວຽກງານກຳມະບານໃຫ້ມີຄວາມໜັກແໜ້ນເຂັ້ມແຂງຍິ່ງຂຶ້ນກວ່າເກົ່າ.
ຂ່າວ-ພາບ: ພູວັນ+ບຸນຕອມ

ຄໍາເຫັນ

ຂ່າວການເມືອງ

ຜົນສໍາເລັດກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

ຜົນສໍາເລັດກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

ທ່ານ ບຸນຈັນ ສີວົງພັນ ຮອງປະທານສະພາແຫ່ງຊາດ ຕາງໜ້າຄະນະປະຈຳສະພາແຫ່ງຊາດ ຫົວໜ້າກອງເລຂານຸການກອງປະຊຸມ ໄດ້ຖະແຫຼງຂ່າວຕໍ່ສື່ມວນຊົນ ກ່ຽວກັບຜົນສໍາເລັດຂອງການດໍາເນີນກອງປະຊຸມສະ ໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ໃນວັນທີ 21 ຕຸລານີ້ ທີ່ສະພາແຫ່ງຊາດ.
ຜົນການພິຈາລະນາຮັບຮອງເອົາກົດໝາຍຈໍານວນ 8 ສະບັບ

ຜົນການພິຈາລະນາຮັບຮອງເອົາກົດໝາຍຈໍານວນ 8 ສະບັບ

ທ່ານ ກອງແກ້ວ ໄຊສົງຄາມ ຮອງປະທານສະພາແຫ່ງຊາດ ໄດ້ຖະແຫຼງຂ່າວກ່ຽວກັບຜົນການພິຈາລະນາຮັບຮອງເອົາກົດໝາຍຈໍານວນ 8 ສະບັບຕໍ່ສື່ມວນຊົນ ໃນວັນທີ 21 ຕຸລານີ້ ທີ່ສະພາແຫ່ງຊາດ ວ່າ: ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ໄດ້ສຸມໃສ່ພິຈາລະນາບັນດາຮ່າງກົດໝາຍຈໍານວນ 8 ສະບັບ. ໃນນັ້ນ, ມີກົດໝາຍສ້າງໃໝ່ 1 ສະບັບ ແລະ ປັບປຸງ 7 ສະບັບ.
ສສຊ ມີຄໍາເຫັນຕໍ່ຮ່າງກົດໝາຍວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ສສຊ ມີຄໍາເຫັນຕໍ່ຮ່າງກົດໝາຍວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ສະມາຊິກສະພາແຫ່ງຊາດ (ສຊຊ) ໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ໃນວັນທີ 20 ຕຸລານີ້, ທີ່ສະພາແຫ່ງຊາດ ໂດຍການເປັນປະທານຂອງທ່ານ ວິໄລວົງ ບຸດດາຄໍາ ຮອງປະທານສະພາແຫ່ງຊາດ.
ຜົນສຳເລັດ ການພິຈາລະນາຮັບຮອງແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ

ຜົນສຳເລັດ ການພິຈາລະນາຮັບຮອງແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ

ທ່ານ ວິໄລວົງ ບຸດດາຄໍາ ຮອງປະທານສະພາແຫ່ງຊາດ ໄດ້ຖະແຫຼງຂ່າວກ່ຽວກັບຜົນສຳເລັດການພິຈາ ລະນາຮັບຮອງແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ, ແຜນງົບປະມານແຫ່ງລັດ, ແຜນເງິນຕາປີ 2026 ແລະ ທິດທາງແຜນການປີ 2027 ໃນວັນທີ 20 ຕຸລານີ້, ທີ່ສະພາແຫ່ງຊາດ.
ສະເໜີປັບປຸງກົດໝາຍວ່າດ້ວຍ ການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ສະເໜີປັບປຸງກົດໝາຍວ່າດ້ວຍ ການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີຕໍ່ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ໃນວັນທີ 20 ຕຸລານີ້, ທີ່ສະພາແຫ່ງຊາດ ພາຍໃຕ້ການເປັນປະທານຂອງທ່ານ ວິໄລວົງ ບຸດດາຄໍາ ຮອງປະທານສະພາແຫ່ງຊາດ.
ສສຊເຂດ 11 ບໍລິຄຳໄຊ ມີຄໍາເຫັນຕໍ່ຮ່າງກົດໝາຍວ່າດ້ວຍລັດຖະບານ

ສສຊເຂດ 11 ບໍລິຄຳໄຊ ມີຄໍາເຫັນຕໍ່ຮ່າງກົດໝາຍວ່າດ້ວຍລັດຖະບານ

ທ່ານສອນທະນູທໍາມະວົງສະມາຊິກສະພາແຫ່ງຊາດ (ສສຊ) ປະຈໍາເຂດເລືອກຕັ້ງທີ 11 ແຂວງບໍລິຄໍາໄຊໄດ້ປະກອບຄຳເຫັນໃສ່ຮ່າງກົດໝາຍວ່າດ້ວຍລັດຖະບານ(ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດຊຸດທີ X ໃນວັນທີ 16ຕຸລາຜ່ານມາ,ທີ່ສະພາແຫ່ງຊາດໂດຍການເປັນປະທານຂອງທ່ານນາງສູນທອນໄຊຍະຈັກຮອງປະທານສະພາແຫ່ງຊາດ.
ສສຊ ຄຳມ່ວນ ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການປົກປ້ອງເງິນຝາກ

ສສຊ ຄຳມ່ວນ ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການປົກປ້ອງເງິນຝາກ

​ບັນດາສະມາຊິກສະພາແຫ່ງຊາດ (ສສຊ) ໄດ້ເອົາໃຈໃສ່ປະກອບຄຳເຫັນຕໍ່ຮ່າງກົດ ໝາຍ ວ່າດ້ວຍການປົກປ້ອງເງິນຝາກ ຊຶ່ງເປັນສະບັບສ້າງໃໝ່ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ໃນວັນທີ 19 ຕຸລານີ້, ທີ່ສະພາແຫ່ງຊາດ ໂດຍການເປັນປະທານຂອງທ່ານ ກອງແກ້ວ ໄຊສົງຄາມ ຮອງປະທານສະພາແຫ່ງຊາດ.
ສສຊ ເຂດ 10 ປະກອບຄໍາເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການປົກປ້ອງເງິນຝາກ

ສສຊ ເຂດ 10 ປະກອບຄໍາເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການປົກປ້ອງເງິນຝາກ

ສະມາຊິກສະພາແຫ່ງຊາດ (ສສຊ) ໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການປົກປ້ອງເງິນຝາກ ຊຶ່ງເປັນກົດໝາຍສະບັບສ້າງໃໝ່ ປະກອບດ້ວຍ VIII ພາກ, 8 ໝວດ ແລະ 66 ມາດຕາ ຕໍ່ກອງປະຊຸມສະ ໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ໃນວັນທີ 19 ຕຸລານີ້ ທີ່ສະພາແຫ່ງຊາດ ໂດຍການເປັນປະທານຂອງທ່ານ ກອງແກ້ວ ໄຊສົງຄາມ ຮອງປະທານສະພາແຫ່ງຊາດ.
ທ່ານ ນະຄະເສນ ສີຫາລາດ ສະເໜີ 4 ຈຸດສຳຄັນ ຕໍ່ຮ່າງກົດໝາຍວ່າດ້ວຍລັດຖະບານ

ທ່ານ ນະຄະເສນ ສີຫາລາດ ສະເໜີ 4 ຈຸດສຳຄັນ ຕໍ່ຮ່າງກົດໝາຍວ່າດ້ວຍລັດຖະບານ

ທ່ານ ນະຄະເສນ ສີຫາລາດ ສະມາຊິກສະພາແຫ່ງຊາດ ປະຈໍາເຂດເລືອກຕັ້ງທີ 1 ນະຄອນຫຼວງ ວຽງຈັນ (ນວ) ໄດ້ປະກອບຄໍາເຫັນໃສ່ຮ່າງກົດໝາຍ ວ່າດ້ວຍລັດຖະບານ (ສະບັບປັບປຸງ) ຕໍ່ກອງປະຊຸມສະ ໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ໃນວັນທີ 16 ຕຸລາຜ່ານມາ, ທີ່ສະພາແຫ່ງຊາດ ໂດຍການເປັນປະທານຂອງທ່ານ ນາງ ສູນທອນ ໄຊຍະຈັກ ຮອງປະທານສະພາແຫ່ງຊາດ.
ສະເໜີປັບປຸງການສ້າງກົດໝາຍ ວ່າດ້ວຍການປົກປ້ອງເງິນຝາກ

ສະເໜີປັບປຸງການສ້າງກົດໝາຍ ວ່າດ້ວຍການປົກປ້ອງເງິນຝາກ

ທ່ານ ນາງ ບຸນຄໍາ ວໍລະຈິດ ຜູ້ວ່າການທະນາຄານແຫ່ງສປປລາວ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນໃນການປັບປຸງການສ້າງກົດໝາຍ ວ່າດ້ວຍການປົກປ້ອງເງິນຝາກ ຊຶ່ງເປັນກົດໝາຍສ້າງໃໝ່ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ໃນວັນທີ 19 ຕຸລານີ້, ທີ່ສະພາແຫ່ງຊາດ ພາຍໃຕ້ການເປັນປະທານຂອງທ່ານ ມອນໄຊ ລາວມົວຊົ່ງ ຮອງປະທານສະພາແຫ່ງຊາດ.
ເພີ່ມເຕີມ