ທ່ານ ບຸນທອງ ຈິດມະນີ ເນັ້ນໃຫ້ແມ່ຍິງເອົາໃຈໃສ່ຫຼາຍບັນຫາສໍາຄັນ

ທ່ານ ບຸນທອງ ຈິດມະນີ ເນັ້ນໃຫ້ແມ່ຍິງເອົາໃຈໃສ່ຫຼາຍບັນຫາສໍາຄັນ
ໃນໂອກາດເຂົ້າຮ່ວມກອງປະຊຸມຄົບຄະນະບໍລິຫານງານ ສູນກາງສະຫະພັນແມ່ຍິງລາວ (ສສຍລ) ຄັ້ງທີ 3 ສະໄໝທີ VIII ທ່ານ ບຸນທອງ ຈິດມະນີ ກຳມະການກົມການເມືອງສູນກາງພັກ ຜູ້ປະຈໍາການຄະນະເລຂາທິການສູນກາງພັກ ຮອງປະທານປະເທດແຫ່ງ ສປປ ລາວ ໄດ້ໃຫ້ກຽດໂອ້ລົມຕໍ່ກອງປະຊຸມດັ່ງກ່າວ ຊຶ່ງໄດ້ຈັດຂຶ້ນໃນວັນທີ 6 ທັນວານີ້, ທີ່ສູນຝຶກອົບຮົມແມ່ຍິງ ໂດຍການເປັນປະທານຂອງທ່ານນາງ ອາລີ ວົງໜໍ່ບຸນທຳ ກຳມະການສູນກາງພັກ ປະທານຄະນະບໍລິຫານງານ ສສຍລ, ມີປະທານ-ຮອງປະທານສະຫະພັນແມ່ຍິງຈາກສູນກາງ-ແຂວງ ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ໂອກາດນີ້, ທ່ານ ບຸນທອງ ຈິດມະນີ ໄດ້ກ່າວສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນງານທີ່ຍາດມາໄດ້ໃນໄລຍະຜ່ານມາ. ພ້ອມເນັ້ນໃຫ້ແມ່ຍິງທຸກຂັ້ນເອົາໃຈໃສ່ຫຼາຍບັນຫາສໍາຄັນ ໂດຍສະເພາະສືບຕໍ່ເພີ່ມທະວີວຽກງານສຶກສາອົບຮົມການເມືອງ-ແນວຄິດ ຕ້ອງຖືເປັນໜ້າທີ່ສໍາຄັນຕົ້ນຕໍອັນດັບໜຶ່ງ ຖືເປັນວຽກງານຍຸດທະສາດທີ່ຕ້ອງເຮັດຢ່າງເນື່ອງນິດລຽນຕິດ ແລະ ຍາວນານດ້ວຍຫຼາຍວິທີການທີ່ແຂງແຮງກວ່າເກົ່າ ແນໃສ່ປຸກລະດົມແນວຄິດແມ່ຍິງຢ່າງກວ້າງຂວາງເລິກເຊິ່ງໃຫ້ມີຄວາມຕື່ນຕົວປະກອບສ່ວນເຂົ້າໃນພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ; ສະມາຊິກແມ່ຍິງລາວທຸກຄົນ ຕ້ອງສູ້ຊົນບຸກບືນຝຶກຝົນຫຼໍ່ຫຼອມຕົນເອງຮອບດ້ານ ເປັນຕົ້ນແມ່ນດ້ານຄວາມຮູ້-ຄວາມສາມາດ, ດ້ານວິຊາສະເພາະ, ທິດສະດີການເມືອງ ແລະ ພາສາຕ່າງປະເທດ, ມີຄວາມສະດຸ້ງໄວ, ກ້າຄິດ, ກ້າເຮັດ ແລະ ກ້າຮັບຜິດຊອບ; ຕ້ອງຕີຖອຍ-ແກ້ໄຂແນວຄິດຄອງເດີມ, ເອື່ອຍອີງ ແລະ ປະລະຄວາມເຊື່ອຖືຮີດຄອງປະເພນີອັນຫຼ້າຫຼັງງົມງວາຍ ທີ່ເປັນການກົດໜ່ວງການພັດທະນາຊີວິດການເປັນຢູ່ຂອງເອື້ອຍນ້ອງແມ່ຍິງລາວ; ເອົາໃຈໃສ່ປັບປຸງການຈັດຕັ້ງຂອງສະຫະພັນແມ່ຍິງແຕ່ສູນກາງລົງຮອດຮາກຖານໃຫ້ໜັກແໜ້ນເຂັ້ມແຂງ ເປັນຕົ້ນວຽກງານປັບປຸງການຈັດຕັ້ງໃຫ້ມີຄວາມໜັກແໜ້ນເຂັ້ມແຂງ ແມ່ນຄວາມຮຽກຮ້ອງຕ້ອງການອັນຈໍາເປັນ ເພື່ອຮັບປະກັນໃຫ້ແກ່ການຈັດຕັ້ງນໍາພາປະຕິບັດໜ້າທີ່ການເມືອງໃຫ້ໄດ້ຮັບໝາກຜົນຢ່າງເປັນຮູບປະທໍາໃນແຕ່ລະໄລຍະ. ສະນັ້ນຄະນະສະຫະພັນແມ່ຍິງລາວແຕ່ລະຂັ້ນ ຕ້ອງພ້ອມກັນກວດກາຄືນການຈັດຕັ້ງຢູ່ຂັ້ນໃດ, ບ່ອນໃດ, ຂອດໃດທີ່ຍັງອ່ອນ, ຍັງເປັນພຽງຮູບຮ່າງ-ບໍ່ໄປບໍ່ມາ, ບໍ່ຮູ້ເຮັດວຽກ, ຕ້ອງສຸມໃສ່ປັບປຸງແກ້ໄຂໃຫ້ໄດ້ ພ້ອມກັບການປັບປຸງຂອດການຈັດຕັ້ງ ແລະ ພະນັກງານ ຕ້ອງເອົາໃຈໃສ່ປັບປຸງ-ແນະນໍາແບບແຜນການເຄື່ອນໄຫວຂອງອົງການຈັດຕັ້ງສະຫະ ພັນແມ່ຍິງຢູ່ແຕ່ລະຂັ້ນ ເປັນຕົ້ນຢູ່ຂັ້ນຮາກຖານໃຫ້ຮູ້ປະຕິບັດໜ້າທີ່ຕາມພາລະບົດບາດ ແລະ ສິດໜ້າທີ່ຂອງຕົນ. ພ້ອມກັນນັ້ນຕ້ອງປັບປຸງແບບແຜນນໍາພາ ແລະ ວິທີເຮັດວຽກໃຫ້ຖືກຕ້ອງແທດຕົວຈິງກັບຮາກຖານ, ການເຮັດວຽກມີແຜນການ, ແຜນງານ, ໂຄງການລະອຽດ, ມີການຊຸກຍູ້, ຕິດຕາມ, ກວດກາ, ປະເມີນຜົນ, ຕີລາຄາສະຫຼຸບຖອນຖອນບົດຮຽນໃນແຕ່ລະໄລຍະ, ຮູ້ນໍາພາເສີມຂະຫຍາຍດ້ານຕັ້ງໜ້າ, ດັດແປງແກ້ໄຂດ້ານອ່ອນ-ຂໍ້ຄົງຄ້າງຢ່າງທັນການ. ດັ່ງນັ້ນ, ຄະນະບໍລິຫານງານສະຫະພັນແມ່ຍິງແຕ່ລະຂັ້ນ ຕ້ອງເອົາໃຈໃສ່ນໍາພາ-ຊີ້ນໍາໃຫ້ແທດເຖິງແທ້ໆ; ສືບຕໍ່ເອົາ ໃຈໃສ່ປັບປຸງຫັນການເຄື່ອນໄຫວຂອງອົງການຈັດຕັ້ງແມ່ຍິງຢູ່ຂັ້ນສູນກາງ, ແຂວງ, ເມືອງລົງສູ່ຮາກຖານ ແລະ ອື່ນໆ; ສືບຕໍ່ຍູ້ແຮງການຜັນຂະຫຍາຍແນວທາງປ່ຽນແປງໃໝ່ໃຫ້ເຂົ້າສູ່ລວງເລິກ, ສ້າງການຫັນປ່ຽນທີ່ແຂງແຮງ, ເລິກເຊິ່ງ ແລະ ຮອບດ້ານໃນການນໍາພາຂອງຄະນະສະຫະພັນແມ່ຍິງແຕ່ລະຂັ້ນຕາມເນື້ອໃຈຈິດໃຈຂອງມະຕິ 05/ຄບສພ; ກ່ອນອື່ນໝົດຕ້ອງປ່ຽນແປງໃໝ່ຕົນເອງໃນວິທີເຮັດວຽກ, ວິທີປຸກລະດົມຂົນຂວາຍຊວນເຊື່ອແມ່ຍິງບັນດາເຜົ່າ, ປ່ຽນ ແປງໃໝ່ເນື້ອໃນ ແລະ ແບບແຜນວິທີເຄື່ອນໄຫວໃຫ້ແທດເໝາະກັບຕົວຈິງຢູ່ແຕ່ລະຮາກຖານຂອງຕົນ, ມີຫຼາຍຮູບຫຼາຍສີ ແລະ ມີປະສິດທິຜົນດີ, ສ້າງໄດ້ຄວາມເຊື່ອໝັ້ນ ແລະ ເຫັນແຈ້ງຕໍ່ສິດ ແລະ ຜົນປະໂຫຍດໃນອົງການຈັດຕັ້ງແມ່ຍິງໃຫ້ຮູ້ສຶກຕິດພັນກັບອົງການຈັດຕັ້ງຂອງຕົນ; ຄະນະບໍລິຫານງານ ແລະ ຄະນະສະຫະພັນແມ່ຍິງແຕ່ລະຂັ້ນຕ້ອງເພີ່ມທະວີຍົກສູງຄວາມຮູ້-ຄວາມສາມາດຂອງຕົນໃຫ້ທຽບທັນກັບໜ້າທີ່ການເມືອງໃນໄລຍະໃໝ່ ກໍຄືໃນສະພາບການປັດຈຸບັນ. ໃນສະພາບທີ່ພົບກັບຄວາມຫຍຸ້ງຍາກທາງດ້ານເສດຖະກິດຄືແນວນີ້ ຮຽກຮ້ອງເຖິງເອື້ອຍນ້ອງແມ່ຍິງລາວບັນດາເຜົ່າ ຕ້ອງສືບຕໍ່ເອົາໃຈໃສ່ປະຕິບັດພາລະບົດບາດ ເປັນຕົວແທນແຫ່ງການປົກປ້ອງສິດຜົນປະໂຫຍດຂອງແມ່ຍິງໃນການພັດທະນາ ແລະ ສົ່ງເສີມຄວາມກ້າວໜ້າຂອງແມ່ຍິງ ໂດຍນໍາພາຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຂັ້ນຂອງຕົນໃນທ້າຍສະໄໝ, ສຸມໃສ່ຈັດຕັ້ງປະຕິບັດແຜນພັດທະນາແມ່ຍິງແຫ່ງຊາດ ຕິດພັນກັບການປະຕິບັດສອງວາລະແຫ່ງຊາດ ໂດຍສະເພາະການແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ, ປຸກລະດົມແມ່ຍິງເຂົ້າຮ່ວມໃນການປະຕິບັດແນວທາງ, ແຜນພັດທະນາເສດຖະກິດ-ສັງຄົມ ເຮັດໃຫ້ການຈັດຕັ້ງປະຕິບັດຄາດໝາຍສູ້ຊົນຂອງບັນດາໂຄງການພັດທະນາໃຫ້ບັນລຸຜົນສໍາເລັດ. ໃນນັ້ນເລີ່ມແຕ່ປີ 2024 ນີ້ເປັນຕົ້ນໄປ ຕ້ອງພ້ອມກັນຄົ້ນຄວ້າກະກຽມສ້າງເງື່ອນໄຂຕ່າງໆໃຫ້ແກ່ການດໍາເນີນກອງປະຊຸມໃຫຍ່ 3 ຂັ້ນຂອງສະຫະພັນແມ່ຍິງໃຫ້ໄປຕາມແຜນການທີ່ໄດ້ກໍານົດໄວ້; ສໍາລັບການກະກຽມ ແລະ ດໍາເນີນກອງປະຊຸມໃຫຍ່ຂອງສະຫະພັນແມ່ຍິງແຕ່ລະຂັ້ນ ແມ່ນບັນຫາເນື້ອໃນຂອງກອງປະຊຸມ ແລະ ໂຄງປະກອບບຸກຄະລາກອນທີ່ຕ້ອງສືບຕໍ່ເອົາໃຈໃສ່ນໍາພາຈັດຕັ້ງປະຕິບັດເນື້ອໃນຄໍາຂັວນ ແລະ ຂໍ້ແຂ່ງຂັນ 3 ດີຂອງສະຫະພັນແມ່ຍິງລາວ ກໍຄືການສ້າງຄອບຄົວ ແລະ ບ້ານແມ່ຍິງ 3 ດີຕິດພັນກັບການສ້າງບ້ານພັດທະນາຕາມທິດ 3 ສ້າງເຂົ້າສູ່ລວງເລິກ ຕິດພັນກັບຂະບວນການແຂ່ງຂັນຮັກຊາດ ແລະ ພັດທະນາໃຫ້ບັນລຸຕາມແຜນການທີ່ວາງໄວ້; ປຸກລະດົມສະມາຊິກສະຫະພັນແມ່ຍິງ ແລະ ແມ່ຍິງລາວບັນດາເຜົ່າເອົາໃຈໃສ່ເປັນເຈົ້າການຕ້ານປະກົດການຫຍໍ້ທໍ້ໃນສັງຄົມກໍຄືຖັນແຖວແມ່ຍິງໃຫ້ຫຼຸດລົງເທື່ອລະກ້າວ ຊຸກຍູ້ສົ່ງເສີມໃຫ້ແມ່ຍິງລາວບັນດາເຜົ່າໄດ້ທໍາມາຫາກິນ ແລະ ດໍາລົງຊີວິດຢ່າງເປັນປົກກະຕິໃນເງື່ອນໄຂໃໝ່, ໂຄສະນາປຸກລະດົມຂົນຂວາຍຊຸກຍູ້ສົ່ງເສີມໃຫ້ເຂົາ ເຈົ້າໄດ້ເຂົ້າຮ່ວມໃນການສ້າງເສດຖະກິດຄອບຄົວ, ຊອກຫາແຫຼ່ງລາຍຮັບດ້ວຍການຜະລິດເປັນສິນຄ້າ ແລະ ການບໍລິການ ເພື່ອປະກອບສ່ວນພັດທະນາເສດຖະກິດ-ສັງຄົມ ໂດຍເລີ່ມຈາກການນໍາໃຊ້ທ່າແຮງບົ່ມຊ້ອນທີ່ເປັນສີໄມ້ລາຍມີອັນປານີດຂອງແມ່ຍິງລາວບັນດາເຜົ່າ ເປັນຕົ້ນຫັດຖະກໍາແຜ່ນ, ຕໍ່າຫູກທໍໄໝ, ຫັດຖະກໍາຜ້າຝ້າຍ ແລະ ອື່ນໆທີ່ເປັນມູນເຊື້ອພ້ອມທັງປະສານສົມທົບກັບພາກສ່ວນກ່ຽວຂ້ອງໃນການຊຸກຍູ້ວຽກງານໂຄສະນາສຸຂະສຶກສາ ແລະ ການຮັກສາສຸຂະພາບຂອງແມ່ ແລະ ເດັກໄປຄຽງຄູ່ກັບສ້າງເງື່ອນໄຂໃຫ້ແມ່ຍິງໄດ້ເຂົ້າເຖິງການບໍລິການດ້ານສາທາລະນະສຸກ, ມີໂພຊະນາການທີ່ດີ ເພື່ອເຮັດໃຫ້ອັດຕາສ່ວນການຕາຍຂອງແມ່ ແລະ ເດັກຫຼຸດລົງ ຮັບປະກັນໃຫ້ປະຊາຊົນກໍຄືແມ່ຍິງບັນດາເຜົ່າ ແລະ ເດັກມີສຸຂະພາບແຂງແຮງ, ສົມບູນມີອາຍຸຍືນ; ສ້າງສະຖາບັນຄອບຄົວໃຫ້ມີຄວາມເຂັ້ມແຂງ, ໜັກແໜ້ນ, ມີຄວາມຜາສຸກ. ໃນນັ້ນຕ້ອງສືບຕໍ່ພົວພັນຮ່ວມມືກັບແມ່ຍິງປະເທດເພື່ອນມິດຍຸດທະສາດ ແລະ ອົງການ ຈັດຕັ້ງສາກົນຢ່າງມີການເລືອກເຟັ້ນ. ພ້ອມນັ້ນຈົ່ງສືບຕໍ່ເພີ່ມທະວຽກງານຕິດຕາມກວດກາຢູ່ພາຍໃນຄະນະບໍລິຫານງານສະຫະພັນແມ່ຍິງແຕ່ລະຂັ້ນ ແລະ ທົ່ວສະມາຊິກສະຫະພັນແມ່ຍິງລາວໃຫ້ເປັນປົກກະຕິ, ທົ່ວເຖິງເພື່ອເສີມຂະ ຫຍາຍດ້ານຕ່າງໆໃຫ້ດີຂຶ້ນເລື້ອຍໆ. 
ຂ່າວ-ພາບ: ວັນເພັງ + ພັດ ລໍວັນໄຊ

ຄໍາເຫັນ

ຂ່າວການເມືອງ

ບາງຄໍາເຫັນ ຂອງສະມາຊິກ ສພຂ ແຂວງຄໍາມ່ວນສະເໜີຕໍ່ກອງປະຊຸມ ສະໄໝສາມັນເທື່ອທີ 10

ບາງຄໍາເຫັນ ຂອງສະມາຊິກ ສພຂ ແຂວງຄໍາມ່ວນສະເໜີຕໍ່ກອງປະຊຸມ ສະໄໝສາມັນເທື່ອທີ 10

ບັນດາຄໍາເຫັນຂອງສະມາຊິກສະພາປະຊາຊົນແຂວງ (ສພຂ) ຄຳມ່ວນ ທີ່ໄດ້ສະເໜີໃນກອງປະຊຸມ ສະໄໝສາມັນເທື່ອທີ 10 ຂອງ ສພຂ ຄໍາມ່ວນ ຊຸດທີ IV ທີ່ໄຂຂຶ້ນໃນວັນທີ 24 ທັນວາ 2025, ກ່ຽວກັບ ການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ - ສັງຄົມ, ແຜນງົບປະມານແຫ່ງລັດ, ຄາດໝາຍວຽກພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກ ໃນໄລຍະ 5 ປີ (2021-2025), ປະຈໍາປີ 2025 ແລະ ທິດທາງແຜນການ 5 ປີ (2026-2030)ຄື:
ເຊື່ອມຊຶມເອກະສານກອງປະຊຸມໃຫຍ່ສະໄໝທີ VI ອົງຄະນະພັກ ວທ

ເຊື່ອມຊຶມເອກະສານກອງປະຊຸມໃຫຍ່ສະໄໝທີ VI ອົງຄະນະພັກ ວທ

ກະຊວງວັດທະນະທໍາ ແລະ ການທ່ອງທ່ຽວ (ວທ) ຈັດກອງປະຊຸມເຜີຍແຜ່ຜົນສຳເລັດ ແລະ ເຊື່ອມຊຶມເອກະສານກອງປະຊຸມໃຫຍ່ສະໄໝທີ VI ອົງຄະນະພັກກະຊວງ ວທ ຂຶ້ນໃນວັນທີ 25 ທັນວານີ້ ທີ່ຫໍວັດ ທະນະທໍາແຫ່ງຊາດ ໂດຍການເປັນປະທານຂອງສະຫາຍ ນາງ ສວນສະຫວັນ ວິຍະເກດ ກໍາມະການສູນກາງພັກ ເລຂາຄະນະພັກ ລັດຖະມົນຕີກະຊວງ ວທ, ມີສະຫາຍ ວັນສີ ກົວມົວ ກຳມະການສຳຮອງສູນກາງພັກ ຮອງເລຂາຄະນະພັກ ຮອງລັດຖະມົນຕີກະຊວງ ວທ, ມີບັນດາສະຫາຍຄະນະປະຈໍາພັກ, ສະມາຊິກພັກ, ພະນັກງານຫຼັກແຫຼ່ງເຂົ້າຮ່ວມ.
ມອບຮັບໜ້າທີ່ລະຫວ່າງເຈົ້າແຂວງແລະປະທານຄະນະກຳມະການປົກຄອງແຂວງວຽງຈັນ

ມອບຮັບໜ້າທີ່ລະຫວ່າງເຈົ້າແຂວງແລະປະທານຄະນະກຳມະການປົກຄອງແຂວງວຽງຈັນ

ພິທີ​ມອບ-ຮັບ​ໜ້າ​ທີ່​ລະ​ຫວ່າງ ເຈົ້າ​ແຂວງ​ວຽງຈັນ ແລະ ປະ​ທານ​ຄະ​ນະ​ກຳ​ມະ​ການ​ປົກ​ຄອງ​ແຂວງ​ວຽງຈັນໄດ້​ຈັດ​ຂຶ້ນ​ໃນ​ວັນ​ທີ 24 ທັນ​ວາຜ່ານມານີ້, ທີ່ແຂວງວຽງຈັນ ໂດຍການໃຫ້ກຽດເຂົ້າຮ່ວມ ຂອງທ່ານ ຄຳພັນ ພົມມະທັດ ກຳມະການກົມການເມືອງສູນກາງພັກ; ຄະນະເລຂາທິການສູນກາງພັກ, ປະທານ ຄະນະກວດກາສູນກາງພັກ,ປະທານອົງການກວດກາແຫ່ງລັດ,ຫົວໜ້າອົງການຕ້ານການສໍ້ລາດບັງຫຼວງຂັ້ນສູນກາງ; ມີທ່ານ ຄຳພັນ ສິດທິດໍາພາ ເຈົ້າແຂວງວຽງຈັນ; ທ່ານ ພູທະນູເພັດ ໄຊສົມບັດ ເລຂາຄະນະ ບໍລິຫານງານພັກແຂວງວຽງຈັນ, ມີ​ຄະນະປະຈໍາພັກ ແລະ ຄະນະບໍລິຫານງານພັກແຂວງ, ມີພະນັກງານ ອາວຸໂສບໍານານ ແລະ ພະແນກການທີ່​ກ່ຽວ​ຂ້ອງຂອງແຂວງ ເຂົ້າຮ່ວມ.
ສະຫຼຸບວຽກງານ ຄຄອຊ ປະຈຳປີ2025-ແຜນການປະຈຳປີ 2026

ສະຫຼຸບວຽກງານ ຄຄອຊ ປະຈຳປີ2025-ແຜນການປະຈຳປີ 2026

ຄະນະກໍາມະການຄຸ້ມຄອງອິນເຕີເນັດແຫ່ງຊາດ (ຄຄອຊ) ໄດ້ຈັດກອງປະຊຸມສະຫຼຸບວຽກງານປະຈຳປີ 2025 ແລະ ວາງທິດທາງແຜນການປະຈຳປີ 2026 ຂຶ້ນ ໃນວັນທີ 25 ທັນວານີ້, ທີ່ຫ້ອງປະຊຸມໃຫຍ່ ກອງບັນຊາການປ້ອງກັນເຄື່ອນທີ່ ກະຊວງປ້ອງກັນຄວາມສະຫງົບ (ເຂດສະໜາມມ້າ)
ປິດກອງປະຊຸມສາມັນຄົບຄະນະກຳມະການ ສນຊ ຄັ້ງທີ 5 ສະໄໝທີ XI

ປິດກອງປະຊຸມສາມັນຄົບຄະນະກຳມະການ ສນຊ ຄັ້ງທີ 5 ສະໄໝທີ XI

ກອງປະຊຸມສາມັນຄົບຄະນະກຳມະການສູນກາງແນວລາວສ້າງຊາດ (ສນຊ) ຄັ້ງທີ 5 ສະໄໝທີ XI ປິດລົງດ້ວຍຜົນສຳເລັດຢ່າງຈົບງາມໃນວັນທີ 25 ທັນວານີ້ ທີ່ນະຄອນຫຼວງວຽງຈັນ, ໂດຍການເປັນປະທານຂອງທ່ານ ສິນລະວົງ ຄຸດໄພທູນ ກຳມະການກົມການເມືອງສູນກາງພັກ ປະທານສູນກາງແນວລາວສ້າງຊາດ, ມີຮອງປະທານ, ຫົວໜ້າກົມ, ຮອງກົມ ແລະ ແຂກຖືກເຊີນເຂົ້າຮ່ວມ.
ສະຫາຍ ຄຳປ່ຽນ ແສງສະຫວັດ ໄດ້ຮັບການແຕ່ງຕັ້ງເປັນເລຂາຄະນະບໍລິຫານງານພັກເມືອງວັງວຽງ ຜູ້ໃໝ່

ສະຫາຍ ຄຳປ່ຽນ ແສງສະຫວັດ ໄດ້ຮັບການແຕ່ງຕັ້ງເປັນເລຂາຄະນະບໍລິຫານງານພັກເມືອງວັງວຽງ ຜູ້ໃໝ່

ພິທີມອບ-ຮັບ ໜ້າທີ່ເລຂາຄະນະບໍລິຫານງານພັກເມືອງວັງວຽງ ຜູ້ເກົ່າ ແລະ ຜູ້ໃໝ່ ໄດ້ຈັດຂຶ້ນໃນວັນທີ 22 ທັນວານີ້ ຢູ່ຫ້ອງປະຊຸມຂອງເມືອງດັ່ງກ່າວ, ​ໂດຍ​ການເປັນ​ກຽດເຂົ້າຮ່ວມຂອງ ສະຫາຍ ພູທະນູເພັດ ໄຊສົມບັດ ເລຂາຄະນະບໍລິຫານງານພັກແຂວງວຽງຈັນ.
ຜູ້ແທນແນວລາວສ້າງຊາດແຂວງຄຳມ່ວນ ດຳເນີນກອງປະຊຸມໃຫຍ່ ຄັ້ງທີ IX

ຜູ້ແທນແນວລາວສ້າງຊາດແຂວງຄຳມ່ວນ ດຳເນີນກອງປະຊຸມໃຫຍ່ ຄັ້ງທີ IX

ກອງປະຊຸມໃຫຍ່ ຄັ້ງທີ IX ຂອງຜູ້ແທນແນວລາວສ້າງຊາດ ແຂວງຄຳມ່ວນ ໄດ້ໄຂຂຶ້ນໃນວັນທີ 23 ທັນວານີ້, ໂດຍການເປັນປະທານຂອງທ່ານ ພິດສະໄໝ ກອງຊາເດດ ກຳມະການສູນກາງແນວລາວສ້າງຊາດ, ປະທານແນວລາວສ້າງຊາດແຂວງຄຳມ່ວນ, ເປັນກຽດເຂົ້າຮ່ວມມີທ່ານ ວັນໄຊ ພອງສະຫວັນ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງຄໍາມ່ວນ, ມີບັນດາການນຳແຂວງ, ຄະນະກຳມະການແນວລາວສ້າງຊາດແຂວງ, ອົງການຈັດຕັ້ງມະຫາຊົນ ແລະ ແຂກຖືກເຊີນເຂົ້າຮ່ວມ.
ຫາລືເພື່ອກະກຽມໃຫ້ແກ່ການເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ X ແລະ ສະພາປະຊາຊົນຂັ້ນແຂວງ ຊຸດທີ V

ຫາລືເພື່ອກະກຽມໃຫ້ແກ່ການເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ X ແລະ ສະພາປະຊາຊົນຂັ້ນແຂວງ ຊຸດທີ V

ວັນທີ 22 ທັນວານີ້, ເມືອງໄຊຍະບູລີ ແຂວງໄຊຍະບູລີ ໄດ້ຈັດກອງປະຊຸມປືກສາຫາລືເພື່ອກະກຽມໃຫ້ແກ່ການເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ X ແລະ ສະພາປະຊາຊົນຂັ້ນແຂວງ ຊຸດທີ V ທີ່ຫ້ອງປະຊຸມຫ້ອງວ່າການເມືອງ ໂດຍການເປັນປະທານຂອງ ທ່ານ ຄໍາຫຼ້າ ຜີວວັນນາ ຄະນະປະຈໍາພັກແຂວງ ເລຂາຄະນະບໍລິຫານງານພັກເມືອງ, ມີຄະນະປະຈໍາພັກເມືອງ, ກຳມະການພັກເມືອງ, ຫົວໜ້າ, ຮອງຫົວໜ້າຫ້ອງການເຂົ້າຮ່ວມ.
ກອງປະຊຸມສະໄໝສາມັນເທື່ອທີ 10

ກອງປະຊຸມສະໄໝສາມັນເທື່ອທີ 10

ກອງປະຊຸມສະໄໝສາມັນເທື່ອທີ 10 ຂອງສະພາປະຊາຊົນແຂວງສາລະວັນ ຊຸດທີ IV ໄດ້ໄຂຂຶ້ນ ໃນວັນທີ 18 ທັນວານີ້ ທີ່ສະໂມສອນແຂວງສາລະວັນ, ໂດຍການເປັນປະທານຂອງທ່ານ ສີເຮັງ ຫອມສົມບັດ ປະທານສະພາປະຊາຊົນແຂວງສາລະວັນ, ເຂົ້າຮ່ວມມີທ່ານ ດາວວົງ ພອນແກ້ວ ກໍາມະການສູນກາງພັກ ເລຂາຄະນະບໍລິຫານພັກແຂວງ, ມີແຂກຖືກເຊີນ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ຄໍາມ່ວນ ດຳເນີນກອງປະຊຸມສະໄໝວິສາມັນ ເທື່ອທີ 1 ຂອງ ສພຂ ຊຸດທີ IV

ຄໍາມ່ວນ ດຳເນີນກອງປະຊຸມສະໄໝວິສາມັນ ເທື່ອທີ 1 ຂອງ ສພຂ ຊຸດທີ IV

ກອງປະຊຸມສະໄໝວິສາມັນ ເທື່ອທີ 1 ຂອງສະພາປະຊາຊົນແຂວງຄໍາມ່ວນ (ສພຂ) ຊຸດທີ IV ໄດ້ຈັດຂຶ້ນໃນວັນທີ 17 ທັນວານີ້, ໂດຍການເປັນປະທານຂອງທ່ານ ບຸນມີ ພິມມະສອນ ປະທານສະພາປະຊາຊົນແຂວງ, ມີທ່ານ ວັນໄຊ ພອງສະຫວັນ ເຈົ້າແຂວງຄໍາມ່ວນ, ພ້ອມດ້ວຍຄະນະປະຈຳສະພາປະຊາຊົນແຂວງ, ຫົວໜ້າພະແນກການ, ກອງບັນຊາການ ປກຊ-ປກສ, ອົງການທຽບເທົ່າຂັ້ນແຂວງເຂົ້າຮ່ວມ.
ເພີ່ມເຕີມ