ໂອກາດນີ້, ທ່ານ ຄຳພັນ ພົມມະທັດ ໄດ້ຕີລາຄາສູງຕໍ່ທ່ານ ນາງ ໂອຢາຢາຊາ ໃນໂອກາດມາຢ້ຽມຢາມ ກະຊວງຍຸຕິທຳ ຊຶ່ງຈະເປັນການປະກອບສ່ວນອັນສຳຄັນ ໃນການເສີມຂະຫຍາຍສາຍພົວພັນມິດຕະພາບອັນດີ ງາມລະຫວ່າງ ລາວ-ຕັວກກີ ທີ່ມີມາແຕ່ດົນນານແລ້ວນັ້ນໃຫ້ນັບມື້ແໜ້ນແຟ້ນຍິ່ງໆຂຶ້ນ. ປັດຈຸບັນ, ກະຊວງຍຸຕິທໍາ ສປປ ລາວ ແລະ ສ ຕັວກກີ ຍັງບໍ່ທັນມີການຮ່ວມມືກັນຢ່າງເປັນທາງການເທື່ອ. ສະນັ້ນ, ອີງຕາມແນວທາງນະ ໂຍບາຍການຮ່ວມມືກັບຕ່າງປະເທດ ແລະ ບົນພື້ນຖານສາຍພົວພັນມິດຕະພາບອັນດີງາມທີ່ມີມາຢ່າງຍາວນານແລະ ເພື່ອຜັນຂະຫຍາຍໝາກຜົນຂອງການພົວພັນທາງການທູດໃຫ້ກ້າວເຂົ້າສູ່ລວງເລິກ ບົນຫຼັກການເຄົາລົບອະທິປະໄຕ, ສະເໝີພາບ ແລະ ຕ່າງຝ່າຍຕ່າງມີຜົນປະໂຫຍດ. ຖ້າເປັນໄປໄດ້ໃນອະນາຄົດຢາກໃຫ້ກະຊວງຍຸຕິທໍາລາວ ແລະ ກະຊວງຍຸຕິທໍາ ສ ຕັວກກີ ໄດ້ມີການຮ່ວມມືກັນ ເປັນຕົ້ນ ການພັດທະນາຊັບພະຍາກອນມະນຸດ, ການຮ່ວມມືດ້ານວິຊາການຕົວຈິງ ແລະ ອື່ນໆ.
ຈາກນັ້ນ, ທ່ານ ນາງ ໂອຢາຢາຊາ ກໍໄດ້ກ່າວສະແດງຄວາມຂອບໃຈ ຕໍ່ທ່ານ ຄຳພັນ ພົມມະທັດ ທີ່ໄດ້ໃຫ້ການຕ້ອນຮັບຢ່າງອົບອຸ່ນ ແລະ ເຕັມໄປດ້ວຍໄມຕີຈິດມິດຕະພາບ ພ້ອມທັງໄດ້ລາຍງານຈຸດປະສົງການມາເຄື່ອນໄຫວຢ້ຽມຢາມໃນຄັ້ງນີ້, ເພື່ອເປັນການປະກອບສ່ວນເພີ່ມທະວີການຮ່ວມມືຮອບດ້ານລະຫວ່າງ ຕັວກກີ-ລາວ ໂດຍສະເພາະແມ່ນການພົວພັນຮ່ວມມືຊ່ວຍເຫຼືອຊຶ່ງກັນ ແລະ ກັນ ໃຫ້ນັບມື້ກ້າວເຂົ້າສູ່ລວງເລິກ ແລະ ມີໝາກຜົນຕົວຈິງ.
ຂ່າວ-ພາບ: ບຸນຕອມ
ຄໍາເຫັນ