ທ່ານ ຄຳພັນ ພົມມະທັດ ຢ້ຽມຢາມເຮັດວຽກ ຢູ່ ເຂດເສດຖະກິດພິເສດສາມຫຼ່ຽມຄໍາ

ທ່ານ ຄຳພັນ ພົມມະທັດ ຢ້ຽມຢາມເຮັດວຽກ ຢູ່ ເຂດເສດຖະກິດພິເສດສາມຫຼ່ຽມຄໍາ
ທ່ານ ຄໍາພັນ ພົມມະທັດ ປະທານຄະນະກວດກາສູນກາງພັກ ປະທານອົງການກວດກາແຫ່ງລັດ ແລະ ຫົວໜ້າອົງການຕ້ານການສໍ້ລາດບັງຫຼວງຂັ້ນສູນກາງ ພ້ອມດ້ວຍຄະນະ ໄດ້ພົບປະແລກປ່ຽນບົດຮຽນ ແລະ ເຮັດວຽກຮ່ວມກັບ ຄະນະຄຸ້ມຄອງເຂດເສດຖະກິດພິເສດສາມຫຼ່ຽມຄໍາ ໃນວັນທີ 22 ທັນວາຜ່ານມາ ທີ່ເຂດເສດຖະກິດພິເສດສາມຫຼ່ຽມຄຳ ໂດຍມີທ່ານ ຈ້າວເຫວີຍ ປະທານສະພາບໍລິຫານເຂດເສດຖະກິດພິເສດສາມຫຼ່ຽມຄໍາ, ທ່ານ ຫວາງເອີ້ປາວ ປະທານກຸ່ມບໍລິສັດດອກງິ້ວຄໍາ ຈໍາກັດ, ຄະນະຄຸ້ມຄອງເຂດເສດຖະກິດພິເສດສາມຫຼ່ຽມຄໍາ, ຕາງໜ້າຄະນະນໍາຂອງແຂວງບໍ່ແກ້ວ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ໃນໂອກາດດັ່ງກ່າວ, ທ່ານ ສົມພອນ ສຸທໍາ ຫົວໜ້າຄະນະຄຸ້ມຄອງເຂດເສດຖະກິດພິເສດສາມຫຼ່ຽມຄໍາ ໄດ້ລາຍງານສະພາບລວມການພັດທະນາ ເຂດເສດຖະກິດພິເສດສາມຫຼ່ຽມຄຳ ວ່າ: ການພັດທະນາຕົວຈິງ ແມ່ນມີຄວາມຄືບໜ້າຕາມທີ່ກໍານົດໄວ້ໃນສັນຍາ ສະບັບປີ 2007 ແລະ ສະບັບປັບປຸງປີ 2014 ເຮັດໃຫ້ເຂດຊົນນະບົດຫ່າງໄກສອກຫຼີກໃນເມື່ອກ່ອນ ກາຍເປັນເຂດການຄ້າ, ການບໍລິການ ແລະ ການທ່ອງທ່ຽວໃນປັດຈຸບັນ, ປະກອບສ່ວນສຳຄັນໃນການພັດທະນາເສດຖະກິດ-ສັງຄົມໃນທາງກົງ ແລະ ທາງອ້ອມຂອງແຂວງບໍ່ແກ້ວ ກໍຄືຂອງ ສປປ ລາວ ໂດຍສະເພາະການລົງທຶນ, ປັດຈຸບັນ ໄດ້ມີບໍລິສັດເຂົ້າມາລົງທຶນທັງໝົດ 290 ບໍລິສັດ (ຂະແໜງການຄ້າ 90 ບໍລິສັດ, ການບໍລິການ 184 ບໍລິສັດ, ອຸດສາຫະກຳ 10 ບໍລິສັດແລະ ກະສິກໍາ 6 ບໍລິສັດ). ນອກນັ້ນ, ຍັງມີຫົວໜ່ວຍວິສາຫະກິດຂະໜາດນ້ອຍ ຈຳນວນ 1.846 ຫ້າງຮ້ານ ຊຶ່ງບັນດາວິສາຫະກິດຢູ່ພາຍໃນເຂດ ມີມູນຄ່າການລົງທຶນທັງໝົດ 1,2 ຕື້ກວ່າໂດລາ, ທຶນຈົດທະບຽນ 1,3 ຕື້ກວ່າໂດລາ; ມີພົນລະເມືອງທີ່ອາໄສຢູ່ພາຍໃນເຂດທັງໝົດ 60.359 ຄົນ, ໃນນັ້ນ, ເປັນພົນລະເມືອງລາວ 18.514 ຄົນ, ແຮງງານຕ່າງປະເທດ 41.845 ຄົນ, ສ່ວນໃຫຍ່ແມ່ນເຂົ້າມາກໍ່ສ້າງພື້ນຖານໂຄງລ່າງ ຍ້ອນການສະໜອງແຮງງານລາວມີຂໍ້ຈຳກັດ; ໄດ້ເກັບພັນທະຈາກອາກອນມອບເໝົາ ທັງໝົດ 446 ຕື້ກວ່າກີບ, ສຳລັບໄລຍະ 10 ເດືອນ ຂອງປີ 2023 ສາມາດເກັບພັນທະໄດ້ 96 ຕື້ກວ່າກີບ. ຄຽງຄູ່ກັບການມອບພັນທະເຂົ້າງົບປະມານຂອງລັດ, ເຂດເສດຖະກິດພິເສດສາມຫຼ່ຽມຄຳ ຍັງໄດ້ສຸມໃສ່ກໍ່ສ້າງພື້ນຖານໂຄງລ່າງຢູ່ພາຍໃນເຂດ ເປັນຕົ້ນ: ການກໍ່ສ້າງເສັ້ນທາງເບຕົງແຕ່ບ້ານນໍ້າເກິ່ງ ຫາ ບ້ານມອມ, ການກໍ່ສ້າງໂຄງການປ້ອງກັນຕາຝັ່ງເຈື່ອນ, ການກໍ່ສ້າງສະໜາມບິນສາກົນ, ການກໍ່ສ້າງໂຮງແຮມ 5 ດາວ, ຮ້ານອາຫານ, ຮ້ານຄ້າ ແລະ ພື້ນຖານໂຄງລ່າງອື່ນໆພາຍໃນເຂດ. 
ຈາກນັ້ນ, ຜູ້ອໍານວນການກຸ່ມບໍລິສັດດອກງິ້ວຄໍາ ຈໍາກັດ ຍັງໄດ້ລາຍງານຈຸດປະສົງ, ວິໄສທັດໃນການພັດທະນາເຂດເສດຖະກິດພິເສດສາມຫຼ່ຽມຄໍາ ໃຫ້ມີຄວາມສີວິໄລ, ຄົບວົງຈອນ, ບັນດາສິ່ງອໍານວຍຄວາມສະດວກ, ສິ່ງທີ່ຍັງຄົງຄ້າງ ແລະ ບັນດາທິດທາງແຜນການໃນຕໍ່ໜ້າ.
ໂອກາດນີ້, ທ່ານ ຄໍາພັນ ພົມມະທັດ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍ ຕໍ່ບັນດາຜົນສໍາເລັດທີ່ທາງເຂດເສດຖະກິດພິເສດສາມຫຼ່ຽມຄໍາຍາດມາໄດ້ໃນໄລຍະຜ່ານມາ. ພ້ອມນີ້, ຍັງຮຽກຮ້ອງມາຍັງສະພາບໍລິຫານຂອງເຂດ, ທຸກພາກສ່ວນທີ່ກ່ຽວຂ້ອງ ສືບຕໍ່ຍົກສູງການພັດທະນາເຂດເສດຖະກິດພິເສດສາມຫຼ່ຽມຄໍາ, ໃຫ້ເພີ່ມການຄຸ້ມຄອງຕາມລະບຽບກົດໝາຍຍິ່ງຂຶ້ນ, ສົ່ງເສີ່ມແຕ່ລະດ້ານຢ່າງຈະແຈ້ງ, ບັນດານິຕິກໍາ, ລະບຽບການທີ່ໄດ້ຕົກລົງເປັນເອກະພາບກັນແລ້ວ ຕ້ອງໄດ້ພ້ອມກັນຈັດຕັ້ງປະຕິບັດ, ຄຸ້ມຄອງໃຫ້ຖືກຕ້ອງຕາມກົດໝາຍ ເພື່ອອັດຊ່ອງຫວ່າງແນວບໍ່ດີ, ຫຼີກເວັ້ນຂໍ້ຖົກຖຽງ ແລະ ຫາງສຽງຈາກສັງຄົມ, ຕ້ອງມີການປະສານງານກັນລະຫວ່າງການຈັດຕັ້ງຂອງລັດກັບຜູ້ລົງທຶນ ໃນການຫາທາງອອກທີ່ຖືກຕ້ອງ, ສອດຄ່ອງກັບພາລະບົດບາດ, ລະບຽບກົດໝາຍ; ສະເໜີໃຫ້ພາກສ່ວນກ່ຽວຂ້ອງຂອງລັດ ແລະ ຜູ້ປະກອບການ ມີການຕິດຕາມ, ກວດກາຄືນ ບັນດາໜ້າວຽກທີ່ກໍານົດໃນແຜນພັດທະນາ ເປັນແຕ່ລະໄລຍະ, ຫັນການຝຶກອົບຮົມ ສ້າງວິຊາຊີບ ເພື່ອສົ່ງເສີມແຮງງານພາຍໃນ, ຕ້ອງມີການສະຫຼຸບຖອດຖອນບົດຮຽນ, ສືບຕໍ່ສ້າງປັດໄຈໃໝ່ ໃນການປັບປຸງການຄຸ້ມຄອງຂອງລັດຕໍ່ໂຄງການລົງທຶນຕ່າງໆ ແລະ ພ້ອມກັນນໍາເອົາບັນດາບົດຮຽນຜົນສໍາເລັດໄປຜັນຂະຫຍາຍເຂົ້າໃນວຽກງານຕົວຈິງຂອງຕົນຢ່າງມີປະສິດທິຜົນສູງຂຶ້ນກວ່າເກົ່າ.
ຂ່າວ-ພາບ: ກວດກາສູນກາງພັກ

ຄໍາເຫັນ

ຂ່າວເສດຖະກິດ

ການນຳແຂວງຫຼວງພະບາງ ຊຸກຍູ້ການ ແຜນພັດທະນາເສດຖະກິດ-ສັງຄົມ ຢູ່ເມືອງຈອມເພັດ

ການນຳແຂວງຫຼວງພະບາງ ຊຸກຍູ້ການ ແຜນພັດທະນາເສດຖະກິດ-ສັງຄົມ ຢູ່ເມືອງຈອມເພັດ

ອາທິດຜ່ານມານີ້, ທີ່ສະໂມສອນໃຫ່ຍຂອງເມືອງຈອເພັດ, ທ່ານ ບຸນເຫຼືອ ສິນໄຊວໍຣະວົງ ຮອງເຈົ້າແຂວງຫຼວງພະບາງ ພ້ອມດ້ວຍຄະນະ ໄດ້ເຄື່ອນໄຫວຊຸກຍູ້ການຈັດຕັ້ງປະຕິບັດ ແຜນພັດທະນາເສດຖະກິດ-ສັງຄົມຢູ່ເມືອງຈອມເພັດ ໂດຍໄດ້ຮັບການຕ້ອນຂອງ ທ່ານ ນາງ ຈັນດີ ເຢັ່ງວື່ ກໍາມະການພັກແຂວງ ເລຂາພັກເມືອງຈອມເພັດ ພ້ອມດ້ວຍຄະນະ ແລະ ພະນັກງານຫຼັກແຫຼ່ງຂອງເມືອງ.
ບຸກທະລຸຄຸ້ມຄອງການເງິນເປັນທັນສະໄໝຍູ້ແຮງການພັດທະນາເສດຖະກິດ-ສັງຄົມແຫ່ງຊາດ

ບຸກທະລຸຄຸ້ມຄອງການເງິນເປັນທັນສະໄໝຍູ້ແຮງການພັດທະນາເສດຖະກິດ-ສັງຄົມແຫ່ງຊາດ

ເພື່ອຈະສືບຕໍ່ຈັດຕັ້ງປະຕິບັດແຜນພັດທະນາຂະແໜງການເງິນ ກໍຄືແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດຄັ້ງທີ 10, ແຜນງົບປະມານແຫ່ງລັດ 5 ປີ (2026-2030), ຊຶ່ງຂະແໜງການເງິນຈະຕ້ອງໄດ້ສ້າງທ່າຫັນປ່ຽນຢ່າງແຂງແຮງ, ບຸກທະລຸ ພາຍໃຕ້ຄໍາຂວັນ: “ຍົກສູງບົດບາດຄວາມສາມາດນໍາພາຂອງຄະນະພັກ, ຕັ້ງໜ້າເປັນເຈົ້າຕົນເອງ ບຸກທະລຸຄຸ້ມຄອງການເງິນເປັນທັນສະໄໝ, ຍູ້ແຮງການພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ໃຫ້ມີຄວາມເຂັ້ມແຂງ, ສີຂຽວ ແລະ ຍືນຍົງ”.
ສຳມະນາການຈັດຕັ້ງປະຕິບັດ ແຜນພັດທະນາ ເສດຖະກິດ-ສັງຄົມ

ສຳມະນາການຈັດຕັ້ງປະຕິບັດ ແຜນພັດທະນາ ເສດຖະກິດ-ສັງຄົມ

ສຳມະນາກ່ຽວກັບການຈັດຕັ້ງປະຕິບັດ ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ IX (2021-2025) ຕິດພັນກັບວາລະແຫ່ງຊາດ ວ່າດ້ວຍການແກ້ໄຂຄວາມຫຍຸ້ງຍາກ ດ້ານເສດຖະກິດ-ການເງິນ ແລະ ຮ່າງແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ X (2026-2030) ໄດ້ຈັດຂຶ້ນໃນລະຫວ່າງວັນທີ 4-5 ພະຈິກ 2025 ທີ່ຫໍປະຊຸມແຫ່ງຊາດ ໂດຍການເປັນປະທານຂອງທ່ານ ສົມມາດ ພົນເສນາ ຮອງປະທານສະພາແຫ່ງຊາດ, ມີບັນດາກໍາມະການຄະນະປະຈໍາ ແລະ ຮອງປະທານກໍາມາທິການສະພາແຫ່ງຊາດ, ລັດຖະມົນຕີ-ຮອງລັດຖະມົນຕີ ແລະ ຮອງຜູ້ວ່າການທະນາຄານແຫ່ງ ສປປ ລາວ, ສະມາຊິກສະພາແຫ່ງຊາດຈາກ 18 ເຂດເລືອກຕັ້ງທົ່ວປະເທດ, ຜູ້ຕາງໜ້າຄູ່ຮ່ວມພັດທະນາ, ນັກຄົ້ນຄວ້າຈາກສະຖາບັນຄົ້ນຄວ້າ ແລະ ມະຫາວິທະຍາໄລແຫ່ງຊາດ, ອົງການຈັດຕັ້ງສາກົນ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.
ທ່ານ ຄຳພັນ ພົມມະທັດ ໃຫ້ທິດຊີ້ນຳໃນການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມຮອບດ້ານຂອງແຂວງສະຫວັນນະເຂດ

ທ່ານ ຄຳພັນ ພົມມະທັດ ໃຫ້ທິດຊີ້ນຳໃນການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມຮອບດ້ານຂອງແຂວງສະຫວັນນະເຂດ

ໃນໂອກາດທີ່ມາເຄື່ອນໄຫວວຽກງານຢູ່ແຂວງສະຫວັນນະເຂດ ໃນວັນທີ 28 ຕຸລານີ້, ທ່ານ ຄຳພັນ ພົມມະທັດ ກຳມະການກົມການເມືອງສູນກາງພັກ ເລຂາທິການສູນກາງພັກ ປະທານຄະນະກວດກາສູນກາງພັກ ປະທານອົງການກວດກາລັດ ໄດ້ໃຫ້ກຽດໂອ້ລົມຄະນະການນຳຂັ້ນສູງຂອງແຂວງສະຫວັນນະເຂດ ຊຶ່ງການໂອ້ລົມຄັ້ງນີ້ໄດ້ຈັດຂຶ້ນທີ່ຫ້ອງປະຊຸມຂອງຫ້ອງວ່າການແຂວງສະຫວັນນະເຂດ ໂດຍມີທ່ານ ບຸນໂຈມ ອຸບົນປະເສີດ ກຳມະການສູນກາງພັກ ເລຂາພັກແຂວງ ເຈົ້າແຂວງສະຫວັນນະເຂດ ພ້ອມຄະນະນຳຂອງແຂວງ ເຂົ້າຮ່ວມຮັບຟັງດ້ວຍ.
ການພັດທະນາ ເສດຖະກິດ ເມືອງໄຊທານີ ຂະຫຍາຍຕົວຢ່າງຕໍ່ເນື່ອງ

ການພັດທະນາ ເສດຖະກິດ ເມືອງໄຊທານີ ຂະຫຍາຍຕົວຢ່າງຕໍ່ເນື່ອງ

ໄລຍະ 6 ເດືອນຕົ້ນປີນີ້, ການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມຂອງເມືອງໄຊທານີ ນະຄອນ ຫຼວງວຽງຈັນໂດຍລວມດ້ານເສດຖະກິດ ຍັງສືບຕໍ່ຂະຫຍາຍຕົວຢ່າງຕໍ່ເນື່ອງ, ສາມາດຄໍ້າປະກັນດ້ານສະບຽງອາຫານ, ການຜະລິດເຄື່ອງອຸປະໂພກ ບໍລິໂພກພາຍໃນເມືອງໄດ້ມີບາດກ້າວໃໝ່.
ເສດຖະກິດແຂວງຄໍາມ່ວນ ຂະຫຍາຍຕົວຢ່າງຕໍ່ເນື່ອງ ໄລຍະທ້າຍປີແມ່ນລື່ນແຜນການ

ເສດຖະກິດແຂວງຄໍາມ່ວນ ຂະຫຍາຍຕົວຢ່າງຕໍ່ເນື່ອງ ໄລຍະທ້າຍປີແມ່ນລື່ນແຜນການ

ແຂວງຄໍາມ່ວນ ໄດ້ສຸມໃສ່ທຸກຄວາມພະຍາຍາມ ໃນການປຸກລະດົມທຸກກຳລັງແຮງ ທຸກພາກສ່ວນເສດຖະກິດ-ສັງຄົມ ຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ຄັ້ງທີ IX (2021-2025) ຂອງແຂວງ ໄປຕາມຍຸດທະສາດການພັດທະນາ ທີ່ກຳນົດໄວ້ “ເປັນແຫຼ່ງຜະລິດສະບຽງອາຫານ, ເປັນຖານພັດທະນາອຸດສາຫະກຳ, ການບໍລິການ ແລະ ການທ່ອງທ່ຽວ” ເພື່ອບັນລຸບັນດາຄາດໝາຍຕ່າງໆ; ໃນນີ້, ສະເພາະດ້ານເສດຖະກິດ ແມ່ນໄດ້ມີການເຕີບໂຕຢ່າງຕໍ່ເນື່ອງ, ມີຄຸນນະພາບ ແລະ ຍືນຍົງ.
5 ປີ ເສດຖະກິດແຂວງຄໍາມ່ວນ ຂະຫຍາຍຕົວຕໍ່ເນື່ອງ ແລະ ຍືນຍົງ

5 ປີ ເສດຖະກິດແຂວງຄໍາມ່ວນ ຂະຫຍາຍຕົວຕໍ່ເນື່ອງ ແລະ ຍືນຍົງ

ໄລຍະ 5 ປີຜ່ານມາເສດຖະກິດ ແຂວງຄໍາມ່ວນ ໄດ້ສືບຕໍ່ຂະຫຍາຍຕົວຕໍ່ເນື່ອງໃນລະດັບ 6.2%, ລວມຍອດຜະລິດຕະພັນພາຍໃນປີ 2025 ບັນລຸໄດ້ 26,772 ຕື້ກີບ, ລາຍຮັບສະເລ່ຍຕໍ່ຫົວຄົນບັນລຸໄດ້ 58.1 ລ້ານກີບ ຫຼື 2,701 ໂດລາສະຫະລັດ/ຄົນ/ປີ; ການລະດົມທຶນທົ່ວສັງຄົມເຂົ້າໃສ່ການພັດທະນາໄດ້ 1,245 ໂຄງການ, ມູນຄ່າ 19,026 ຕື້ກີບ, ລື່ນແຜນການ 13% (ພົ້ນເດັ່ນແມ່ນການດຶງດູດລົງທຶນຈາກ ສປ ຈີນ ມາລົງທຶນ ໃນຂະແໜງອຸດສາຫະກຳຕ່ອງໂສ້ ເກືອໂປຕາສ ມີ 24 ບໍລິສັດ ມູນຄ່າການລົງທຶນ 1,205 ລ້ານໂດລາສະຫະລັດ), ແຂວງສາມາດແກ້ໄຂໜີ້ສິນໄດ້ທັງໝົດ 1,079 ຕື້ກີບ, ສາມາດປິດບັນຊີໜີ້ສິນໄດ້ 159 ໂຄງ.
ດັກຈຶງ ສຸມໃສ່ຜັນຂະຫຍາຍມະຕິຄຳສັ່ງຂອງພັກ ເຮັດໃຫ້ເສດຖະກິດທົ່ວເມືອງ ຂະຫຍາຍຕົວ

ດັກຈຶງ ສຸມໃສ່ຜັນຂະຫຍາຍມະຕິຄຳສັ່ງຂອງພັກ ເຮັດໃຫ້ເສດຖະກິດທົ່ວເມືອງ ຂະຫຍາຍຕົວ

ຕະຫຼອດໄລຍະຜ່ານມາ ອົງຄະນະພັກເມືອງດັກຈຶງ ແຂວງເຊກອງ ໄດ້ຖືສໍາຄັນການຈັດຕັ້ງຜັນຂະຫຍາຍມະຕິຂອງພັກ ບັນດານິຕິກຳ ແລະ ມູນເຊື້ອວັນສຳຄັນຂອງຊາດ ແລະ ສາກົນ ເຮັດໃຫ້ພະນັກງານມີຄວາມໜັກແໜ້ນທາງດ້ານການເມືອງ ມີຄຸນສົມບັດສິນທຳປະຕິວັດ ມີຄວາມເປັນເອກະພາບ ເຊື່ອໝັນຕໍ່ການຊີນຳໆພາຂອງພັກ ເປັນເຈົ້າການປະຕິບັດໜ້າທີ່ ແລະ ເຮັດສຳເລັດການມອບໝາຍ ຊຶ່ງເຮັດໃຫ້ເສດຖະກິດຂອງເມືອງມີການຂະຫຍາຍຕົວດີ.
ເສດຖະກິດ-ເງິນຕາ ຂອງລາວ ມີທ່າອ່ຽງດີຂຶ້ນ.

ເສດຖະກິດ-ເງິນຕາ ຂອງລາວ ມີທ່າອ່ຽງດີຂຶ້ນ.

ຕາມແຫຼ່ງຂ່າວຈາກເພຈ໌ທາງການ ຂອງທະນາຄານແຫ່ງ ສປປ ລາວໃຫ້ຮູ້ວ່າ: ໃນກາງເດືອນສິງຫາຜ່ານມານີ້, ໄດ້ມີກອງປະຊຸມຄະນະກຳມະການນະໂຍບາຍເງິນຕາ ຄັ້ງທີ III ປະຈຳ ປີ 2025 ໂດຍກອງປະຊຸມຄັ້ງນີ້ ໄດ້ຊີ້ໃຫ້ເຫັນຫຼາຍບັນຫາທີ່ມີຜົນຄືບໜ້າດີ ເປັນຕົ້ນ: ສະພາບອັດຕາເງິນເຟີ້ ມີຈັງຫວະຫຼຸດລົງຢ່າງຈະແຈ້ງ ໂດຍສະເພາະເດືອນກໍລະກົດ 2025 ເງິນເຟີ້ຢູ່ໃນລະດັບ 5.30% ຫຼຸດລົງຈາກ 8.3% ໃນເດືອນພຶດສະພາ ແລະ ພາຍໃນເດືອນສິງຫານີ້ ໄດ້ຫຼຸດລົງມາຢູ່ທີ່ 5.0%. ບັນຫານີ້, ໄດ້ບົ່ງບອກໃຫ້ຮູ້ເຖິງສະ ພາບເສດຖະກິດ-ການເງິນ, ເງິນຕາ ຂອງ ສປປ ລາວ ເລີ່ມມີສັນຍານບວກ.
ແຜນພັດທະນາເສດຖະກິດ - ສັງຄົມ 5 ປີ ຄັ້ງທີ VI ຂອງແຂວງບໍລິຄຳໄຊ (2026-2030)

ແຜນພັດທະນາເສດຖະກິດ - ສັງຄົມ 5 ປີ ຄັ້ງທີ VI ຂອງແຂວງບໍລິຄຳໄຊ (2026-2030)

ທ່ານ ຄຳແຫວນ ປັນຍານຸວົງ ຄະນະປະຈຳພັກແຂວງ ຮອງເຈົ້າແຂວງບໍລິຄຳໄຊ ໄດ້ຂຶ້ນຜ່ານແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ຕໍ່ກອງປະຊຸມໃຫຍ່ອົງຄະນະພັກແຂວງບໍລິຄຳໄຊ ຄັ້ງທີ VIII ໃນວັນທີ 25 ສິງຫານີ້ວ່າ: ການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ 5 ປີຄັ້ງທີ V (2021-2025). ໃນຕະຫຼອດໄລຍະເວລາ 5 ປີທີ່ຜ່ານມາ ແຂວງພວກເຮົາແມ່ນມີຜົນສໍາເລັດ ແລະ ພົ້ນເດັ່ນຫຼາຍດ້ານ ຊຶ່ງສະແດງອອກໃນການຈັດຕັ້ງປະຕິບັດ 6 ເປົ້າໝາຍ ແລະ 21 ວຽກຈຸດ ດັ່ງນີ້:
ເພີ່ມເຕີມ