![]() |
ພິທີມອບເງິນລາງວັນໄດ້ຈັດຂຶ້ນໃນວັນທີ 3 ສິງຫາຜ່ານມາ, ທີ່ບໍລິສັດ ລັດວິສາຫະກິດຫວຍພັດທະນາ, ໝາຍເລກທີ່ອອກແມ່ນ 16-13-44-32-34 ຜູ້ທີ່ໂຊກດີໄດ້ຊື້ຜ່ານຊ່ອງທາງແອັບພີເຄເຊິນ Happy 545 ລວມມູນຄ່າເງິນລາງວັນທີ 1 ບວກກັບເງິນລາງວັນສະສົມເທົ່າກັບ 1,210,711,525 ກີບ, ຜູ້ໂຊກດີທ່ານ ຂາວພອນ ລາດຊະພູມີ ອາຍຸ 39 ປີ, ປັດຈຸບັນຢູ່ບ້ານໜອງຜື ນະຄອນໄກສອນ ພົມວິຫານ ແຂວງສະຫວັນນະເຂດ ໃຫ້ກຽດມອບເງິນລາງວັນໃນຄັ້ງນີ້ ໂດຍແມ່ນທ່ານ ນາງ ຍອດ ແພງສົມບັດ ຜູ້ອຳນວຍການບໍລິສັດ ລັດວິສາຫະກິດຫວຍພັດທະນາ ແລະ ຮັບໂດຍທ່ານ ຂາວພອນ ລາດຊະພູມີ ໂດຍມີທ່ານ ຄັງ ຄີລ ວອນ ຮອງຜູ້ອຳ ນວຍການວິສາຫະກິດຮຸ້ນສ່ວນຕົວແທນພິມ-ຈຳໜ່າຍສະຫຼາກພັດທະນາ 5/45 ແບບທັນສະໄໝຈຳກັດ, ມີ ຄະນະອຳນວຍການ ພ້ອມດ້ວຍພະນັກງານພາຍໃນບໍລິສັດລັດວິສາຫະກິດຫວຍພັດທະນາເຂົ້າຮ່ວມ.
ຂ່າວ: ບຸນອູ້ມ, ພາບ: ບຸນຕອມ

ຄໍາເຫັນ