ທ່ານ ສີຈິ້ນຜິງ ເປັນປະທານກອງປະຊຸມ “ອົງການຮ່ວມມືຊຽງໄຮ+”

ທ່ານ ສີຈິ້ນຜິງ ເປັນປະທານກອງປະຊຸມ “ອົງການຮ່ວມມືຊຽງໄຮ+”

ທ່ານ ສີຈິ້ນຜິງ ເປັນປະທານກອງປະຊຸມ “ອົງການຮ່ວມມືຊຽງໄຮ+”
ຂ່າວສານຊີອາໄອລາຍງານວ່າ: ໃນຕອນບ່າຍວັນທີ 1 ກັນຍາ ຜ່ານມານີ້, ກອງປະຊຸມ “ອົງການຮ່ວມມືຊຽງໄຮ+”ໄດ້ຈັດຂຶ້ນຢູ່ສູນປະຊຸມ ແລະ ວາງສະແດງເໝີຍຈ່ຽງ ກຳແພງນະຄອນທຽນສິນຈີນ. ທ່ານ ສີຈິ້ນຜິງ ປະທານປະເທດຈີນໄດ້ເປັນປະທານກອງປະຊຸມ ແລະ ກ່າວຄຳປາໄສ.

 

ຂ່າວລະບຸວ່າ: ໂອກາດດັ່ງກ່າວ, ທ່ານ ສີຈິ້ນຜິງ ກ່າວວ່າ, ນັບຕັ້ງແຕ່ສ້າງຕັ້ງຂຶ້ນເປັນເວລາ 24 ປີຜ່ານມານີ້ ອົງການຮ່ວມມືຊຽງໄຮໄດ້ສະເໜີ ແລະ ຈັດຕັ້ງປະຕິບັດແນວຄິດໃໝ່ຫຼາຍຂໍ້ກ່ຽວກັບການບໍລິຫານໂລກ, ອົງການນີ້ນັບມື້ນັບກາຍເປັນກຳລັງແຮງອັນຕັ້ງໜ້າໃນການຊຸກຍູ້ການກໍ່ສ້າງ ແລະ ປະຕິຮູບລະບົບການບໍລິຫານໂລກ. ເມື່ອຜະເຊີນໜ້າກັບສະພາບການປ່ຽນແປງຢ່າງໃຫຍ່ຫຼວງແບບບໍ່ເຄີຍມີມາກ່ອນໃນຮອບຮ້ອຍປີທີ່ເລັ່ງຜັນແປໄວຂຶ້ນ, ອົງການຮ່ວມມືຊຽງໄຮຄວນເສີມຂະຫຍາຍບົດບາດການນຳພາ, ເປັນແບບຢ່າງທີ່ດີໃນການນຳໜ້າປະຕິບັດຂໍ້ລິເລີ່ມການບໍລິຫານໂລກໃຫ້ເກີດມີປະສິດທິຜົນ.

ຂ້າພະເຈົ້າຍິນດີສະເໜີຂໍ້ລິເລີ່ມການບໍລິຫານໂລກ, ຮ່ວມກັນກັບບັນດາປະເທດເພື່ອສ້າງລະບົບການບໍລິຫານໂລກທີ່ຍຸຕິທຳ ແລະ ສົມເຫດສົມຜົນກວ່າເກົ່າ, ຈັບມືກັນກ້າວໄປສູ່ປະຊາຄົມຮ່ວມຊາຕາກຳຂອງມວນມະນຸດ. ອັນທີໜຶ່ງ, ປະຕິບັດຕາມຫຼັກການສະເໝີພາບດ້ານອະທິປະໄຕ. ອັນທີສອງ, ເຄົາລົບ ແລະ ປະຕິບັດການຄຸ້ມຄອງຕາມກົດໝາຍສາກົນ. ອັນທີສາມ, ປະຕິບັດຕົວຈິງຕາມລັດທິຫຼາຍຝ່າຍ. ອັນທີສີ່, ສົ່ງເສີມການຖືຄົນເປັນກົກ. ອັນທີຫ້າ, ເອົາໃຈໃສ່ຖືການເຄື່ອນໄຫວຕົວຈິງເປັນທິດນຳ.

ຄໍາເຫັນ

ຂ່າວຕ່າງປະເທດ

ນູແວນເຊລັງ ຈະອະນຸຍາດໃຫ້ນັກລົງທຶນຕ່າງປະເທດຊື້ເຮືອນໃນປະເທດ

ນູແວນເຊລັງ ຈະອະນຸຍາດໃຫ້ນັກລົງທຶນຕ່າງປະເທດຊື້ເຮືອນໃນປະເທດ

ຂ່າວຕ່າງປະເທດລາຍງານ​ໃນ​ວັນ​ທີ 1 ກັນຍາ ຜ່ານມານີ້​ວ່າ: ​ທ່ານ ຄຣິສໂຕເຟີ ລັກຊອນ ນາຍົກລັດຖະມົນຕີນູແວນເຊລັງ ກ່າວວ່າ, ນູແວນເຊລັງ ຈະອະນຸຍາດໃຫ້ນັກລົງທຶນຕ່າງປະເທດທີ່ຮັ່ງມີຈຳນວນໜຶ່ງ ຊຶ່ງຖືວີຊາຢູ່ອາໄສ ສາມາດຊື້ ຫຼື ປຸກເຮືອນໄດ້ ຕາບໃດທີ່ເຮືອນເຫຼົ່ານັ້ນມີມູນຄ່າຢ່າງໜ້ອຍ 5 ລ້ານໂດລານິວຊີແລນ (ນູແວນເຊລັງ).
ແຜ່ນດິນໄຫວໃນອັຟການິສຖານ ມີຜູ້ເສຍຊີວິດ 812 ຄົນ ແລະ ບາດເຈັບຈຳນວນຫຼາຍ

ແຜ່ນດິນໄຫວໃນອັຟການິສຖານ ມີຜູ້ເສຍຊີວິດ 812 ຄົນ ແລະ ບາດເຈັບຈຳນວນຫຼາຍ

ຂ່າວຕ່າງປະເທດລາຍງານໃນວັນທີ 1 ກັນຍາ ຜ່ານມາວ່າ: ທ່ານ ຊາບິຮຸລເລາະ ມູຈາຮິດ ໂຄສົກລັດຖະບານຮັກສາການຂອງອັຟການິສຖານລາຍງານວ່າ, ຈໍານວນຜູ້ເສຍຊີວິດຈາກແຜ່ນດິນໄຫວໃນພາກຕາເວັນອອກຂອງອັຟການິສຖານໄດ້ເພີ່ມຂຶ້ນເປັນ 812 ຄົນ ແລະ ບາດເຈັບຫຼາຍກວ່າ 2,817 ຄົນ.
ທະນາຄານໂລກອະນຸມັດເງິນກູ້ 105 ລ້ານໂດລາ ພັດທະນາການສຶກສາໃນກຳປູເຈຍ

ທະນາຄານໂລກອະນຸມັດເງິນກູ້ 105 ລ້ານໂດລາ ພັດທະນາການສຶກສາໃນກຳປູເຈຍ

ຂ່າວຕ່າງປະເທດລາຍງານ ໃນວັນທີ 1 ກັນຍາ ຜ່ານມາວ່າ: ທະນາຄານ​ໂລກ​ (World Bank) ໄດ້​ອະນຸມັດ​ເງິນ​ກູ້ ແລະ ເງິນຊ່ວຍເຫຼືອມູນຄ່າທັງໝົດ 105 ລ້ານ​ໂດ​ລາ ​ເພື່ອ​ສະໜັບສະໜູນ​ໂຄງການ​ພັດທະນາ​ການ​ສຶກສາ​ຢູ່​ກຳປູ​ເຈຍ ຊຶ່ງຄາດ​ວ່າ​ຈະ​ຊ່ວຍ​ເຫຼືອ​ເດັກນ້ອຍ​ໄດ້ 1,7 ລ້ານ​ກວ່າຄົນ.
ຍີ່ປຸ່ນ ຈະເພີ່ມລາຄາສິນຄ້າ 1,400 ກວ່າລາຍການ ໃນເດືອນກັນຍານີ້

ຍີ່ປຸ່ນ ຈະເພີ່ມລາຄາສິນຄ້າ 1,400 ກວ່າລາຍການ ໃນເດືອນກັນຍານີ້

ຂ່າວຕ່າງປະເທດລາຍງານ ໃນວັນທີ 1 ກັນຍາ ຜ່ານມາວ່າ: ຜູ້ຜະລິດອາຫານຍີ່ປຸ່ນຍັງສືບຕໍ່ຂຶ້ນລາຄາສິນຄ້າ ເພື່ອຮັບມືກັບຄ່າໃຊ້ຈ່າຍທີ່ເພີ່ມສູງຂຶ້ນ. ໂດຍລາຍການສິນຄ້າທີ່ຄາດວ່າຈະມີລາຄາເພີ່ມຂຶ້ນໃນເດືອນກັນຍານີ້ ມີຈຳນວນເພີ່ມຂຶ້ນເມື່ອທຽບກັບໄລຍະດຽວກັນຂອງປີກາຍ ແລະ ຖືວ່າເປັນການເພີ່ມຂຶ້ນຕິດຕໍ່ກັນເປັນເດືອນທີ 9.
ຄ້າຍຄຸມຂັງນິ່ງແຂັງ ປະກາດອະໄພຍະໂທດ ໃຫ້ນັກໂທດ 377 ຄົນ

ຄ້າຍຄຸມຂັງນິ່ງແຂັງ ປະກາດອະໄພຍະໂທດ ໃຫ້ນັກໂທດ 377 ຄົນ

ຜັນຂະຫຍາຍ ຂໍ້ຕົກລົງຂອງປະທານປະເທດຫວຽດນາມ ເລກທີ 1693/QĐ-CTN, ລົງວັນທີ 29 ສິງຫາ 2025 ວ່າດ້ວຍການອະໄພຍະໂທດ ປີ 2025 (ງວດ 2) ເນື່ອງໃນໂອກາດສະເຫຼີມສະຫຼອງການປະຕິວັດເດືອນສິງຫາທີ່ສຳເລັດຜົນ ແລະ ວັນຊາດ ສສ ຫວຽດນາມ (2/9/1945-2/9/2025); ຄ້າຍຄຸມຂັງ ນິ່ງແຄ໋ງ (ຂຶ້ນກັບກົມຕໍາຫຼວດຄຸ້ມຄອງຄ້າຍຄຸມຂັງ-ພື້ນຖານການສຶກສາແບບບັງຄັບ-ໂຮງຮຽນດັດສ້າງ, ກະຊວງປ້ອງກັນຄວາມສະຫງົບຫວຽດນາມ) ທີ່ແຂວງນິ່ງບິ້ງ ໄດ້ຈັດພິທີປະກາດຂໍ້ຕົກລົງດັ່ງກ່າວ ແລະ ປະກາດອະໄພຍະໂທດ ໃຫ້ນັກໂທດ ພາຍໃນຄ້າຍຄຸມຄັງ ຈໍານວນ 377 ຄົນ ຊຶ່ງເປັນຈໍານວນໜຶ່ງ ທີ່ນອນໃນຈໍານວນນັກໂທດ 13,915 ຄົນ ໃນທົ່ວປະເທດ ທີ່ໄດ້ຮັບການອະໄພຍະໂທດໃນງວດທີ 2 ນີ້.
ລົດເມນໍາທ່ຽວ 2 ຊັ້ນ ກັບ ບັນຍາກາດໃນຮ່າໂນ້ຍ ກ່ອນວັນຊາດ 2 ກັນຍານີ້

ລົດເມນໍາທ່ຽວ 2 ຊັ້ນ ກັບ ບັນຍາກາດໃນຮ່າໂນ້ຍ ກ່ອນວັນຊາດ 2 ກັນຍານີ້

ຮ່າໂນ້ຍ ຊິດຕີ້ທົວ ດ້ວຍບໍລິການລົດເມນໍາທ່ຽວ 2 ຊັ້ນ (Hop on – Hop off) ຍັງສືບຕໍ່ໃຫ້ບໍລິການກ່ອນພິທີສະເຫຼີມສະຫຼອງ ການປະຕິວັດເດືອນສິງຫາ ທີ່ສຳເລັດຜົນ ແລະ ວັນຊາດ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ (2/9/1945-2/9/2025); ເມື່ອວັນທີ 31 ສິງຫາຜ່ານມາ, ຄະນະນັກຂ່າວສາກົນ ໄດ້ມີໂອກາດຂຶ້ນລົດເມດັ່ງກ່າວ ເພື່ອຊົມທິວທັດຄວາມສວຍງາມຂອງຕົວເມືອງນະຄອນຫຼວງຮ່າໂນ້ຍ 1 ຮອບ ໃຊ້ເວລາ 1 ຊົ່ວໂມງ ໂດຍໃນລົດມີເຄື່ອງແນະນໍາສະຖານທີ່ຕ່າງໆ ມີເຖິງ 10 ພາສາຄື: ຫວຽດນາມ, ມາເລເຊຍ, ຍີ່ປຸ່ນ, ເກົາຫຼີ, ສະເປນ ເຢຍລະມັນ, ຣັດເຊຍ, ຈີນ, ຝຣັ່ງ, ອັງກິດ; ການຊົມທິວທັດຄັ້ງນີ້, ກໍຖືເປັນໂອກາດດີໃນການເກັບກໍາຂໍ້ມູນ ແລະ ນໍາສະເໜີບັນຍາກາດໃນນະຄອນຫຼວງຮ່າໂນ້ຍ ກ່ອນວັນຊາດຫວຽດນາມ.
ສູນຝຶກວິຊາຊີບ​ ຫລູ້ປ່ານ​ ຕ້ອງກ້າວສູ່ສາກົນ

ສູນຝຶກວິຊາຊີບ​ ຫລູ້ປ່ານ​ ຕ້ອງກ້າວສູ່ສາກົນ

ການພັດທະນາປະເທດຊາດໃດໜຶ່ງຕ້ອງອາໃສບຸກຄະລາກອນຜູ້ທີ່ມີຄວາມຮູ້ຄວາມສາມາດແລະມີການສຶກສາທາງດ້ານວິຊາຊີບທີ່ແນ່ນອນ ແລະ ຕ້ອງຈົບຈາກສະຖາບັນໃດໜຶ່ງທີ່ໄດ້ຮັບການຍອມຮັບຈາກສັງຄົມ,
ໝູ່ບ້ານບູຮານ ເດືອງເລິມ ສະຖານທີ່ສະຫງົບສຸກ ແລະ ມີຄວາມໝາຍດ້ານວັດທະນະທໍາຫວຽດນາມ

ໝູ່ບ້ານບູຮານ ເດືອງເລິມ ສະຖານທີ່ສະຫງົບສຸກ ແລະ ມີຄວາມໝາຍດ້ານວັດທະນະທໍາຫວຽດນາມ

ເມື່ອກ່າວເຖິງໝູ່ບ້ານບູຮານຢູ່ຫວຽດນາມ ໜຶ່ງໃນບັນດາສົມບັດທາງວັດທະນະທໍາ ແລະ ປະຫວັດສາດຂອງຊາດ; ສຳລັບຄົນຫວຽດນາມແລ້ວ, ຖ້າບໍ່ເອີຍເຖິງ ໝູ່ບ້ານບູຮານ ເດືອງລິມ ແມ່ນບໍ່ໄດ້ ເພາະໝູ່ບ້ານນີ້ ມີອາຍຸຫຼາຍກວ່າ 1,000 ປີ; ປັດຈຸບັນ,ບໍ່ພຽງແຕ່ຮັກສາໄດ້ ຄວາມງາມຂອງບັນດາສະຖາປັດຕະຍະກໍາ ແຕ່ຍັງມີຄຸນຄ່າດ້ານວັດທະນະທໍາ. ພ້ອມນີ້, ໝູ່ບ້ານບູຮານ ເດືອງເລິມ ຍັງມີຄວາມງຽບສະຫງົບ, ມີໂຮມສະເຕ(Homestay) ເພື່ອໃຫ້ນັກທ່ອງທ່ຽວ ໄດ້ສໍາພັດວັດທະນະທໍາ-ວິຖີຊີວິດ ແລະ ຢ້ຽມຊົມດິນແດນທີ່ເປັນບ້ານເກີດຂອງ 2 ກະສັດ ໃນປະຫວັດສາດຫວຽດນາມ.
ບັນດາສື່ມວນຊົນກຽມພ້ອມຮັບໃຊ້ກອງປະຊຸມສຸດຍອດການຮ່ວມມືຊຽງໄຮ້

ບັນດາສື່ມວນຊົນກຽມພ້ອມຮັບໃຊ້ກອງປະຊຸມສຸດຍອດການຮ່ວມມືຊຽງໄຮ້

ເພື່ອກະກຽມຄວາມພ້ອມຮັບໃຊ້ ກອງປະຊຸມສຸດຍອດ ການຮ່ວມມືຊຽງໄຮ SCO ທີ່ຈະຈັດຂຶ້ນໃນວັນທີ 31 ຫາ 1 ກັນຍານີ້ ທີ່ເມືອງ ທຽນຈິນ ສປ ຈີນ
ທ່ານ​ເລ​ຂາ​ທິ​ການ​ໃຫຍ່ຫວຽດນາມ ​ພົບ​ປະ​ບັນ​ດາ​ຜູ້​ແທນ​ສະ​ພາ​ແຫ່ງ​ຊາດ​

ທ່ານ​ເລ​ຂາ​ທິ​ການ​ໃຫຍ່ຫວຽດນາມ ​ພົບ​ປະ​ບັນ​ດາ​ຜູ້​ແທນ​ສະ​ພາ​ແຫ່ງ​ຊາດ​

ວິທະຍຸກະຈາຍສຽງຫວຽດນາມລາຍງານວ່າ: ໃນວັນທີ 27 ສິງຫາ ຜ່ານມາ ຢູ່ນະຄອນຫຼວງຮ່າໂນ້ຍ, ທ່ານ ໂຕເລິມ ເລຂາທິການໃຫຍ່ ເຂົ້າຮ່ວມ ແລະ ເປັນປະທານການພົບປະບັນດາຜູ້ແທນສະພາແຫ່ງຊາດ ເນື່ອງໃນໂອກາດສະເຫຼີມສະຫຼອງ 80 ປີແຫ່ງວັນການປະຕິວັດເດືອນສິງຫາ ແລະ ວັນຊາດ ຫວຽດນາມ ວັນທີ 2 ກັນຍາ (1945-2025) ແລະ ກ້າວໄປເຖິງພິທີສະເຫຼີມສະຫຼອງ 80 ປີແຫ່ງວັນເລືອກຕັ້ງສະມາຊິກສະພາແຫ່ງຊາດທົ່ວປະເທດ ຄັ້ງທຳອິດ (1945 - 2026).
ເພີ່ມເຕີມ