ທ່ານ ສີພັນດອນ ອ້ອຍບົວບຸດດີ ເຂົ້າຍື່ນສານຕາຕັ້ງຕໍ່ປະທານາທິບໍດີເເຫ່ງ ສ ອາກເມນີ

ທ່ານ ສີພັນດອນ ອ້ອຍບົວບຸດດີ ເຂົ້າຍື່ນສານຕາຕັ້ງຕໍ່ປະທານາທິບໍດີເເຫ່ງ ສ ອາກເມນີ

ທ່ານ ສີພັນດອນ ອ້ອຍບົວບຸດດີ ເຂົ້າຍື່ນສານຕາຕັ້ງຕໍ່ປະທານາທິບໍດີເເຫ່ງ ສ ອາກເມນີ
ເພື່ອສືບຕໍ່ເສີມຂະຫຍາຍ ແລະ ຮັດແໜ້ນການພົວພັນຮ່ວມມືກັບປະເທດເພື່ອນມິດ ຕາມແນວທາງການຕ່າງປະເທດຢ່າງສະເໝີຕົ້ນ ສະເໝີປາຍ ຂອງພັກ ແລະ ລັດຖະບານ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ, ໃນວັນທີ 19 ມີນາ ຜ່ານມາ ຢູ່ ທໍານຽບປະທານາທິບໍດີ ອາກເມນີ ທີ່ນະຄອນຫຼວງ ເຢເຣວານ, ທ່ານ ສີພັນດອນ ອ້ອຍບົວບຸດດີ ໄດ້ເຂົ້າຍື່ນສານຕາຕັ້ງ ຕໍ່ ທ່ານ ວາຮັກ ກາຈາຕູຣຽນ (H.E. Mr. Vahagn KHACHATURYAN) ປະທານາທິບໍດີ ແຫ່ງ ສາທາລະນະລັດ ອາກເມນີ ເພື່ອດໍາລົງຕໍາແໜ່ງເປັນ ເອກອັກຄະລັດຖະທູດວິສາມັນ ຜູ້ມີອໍານາດເຕັມ ແຫ່ງ ສປປ ລາວ ຄົນໃໝ່ ປະຈໍາ ສາທາລະນະລັດ ອາກເມນີ ທີ່ມີສໍານັກງານຕັ້ງຢູ່ ນະຄອນຫຼວງມົສກູ ສະຫະພັນຣັດເຊຍ.
ທານ ສພນດອນ ອອຍບວບດດ ເຂາຍນສານຕາຕງຕປະທານາທບດເເຫງ ສ ອາກເມນ - image 1
 

 

ໃນໂອ­ກາດການພົບປະທ່ານເອກອັກຄະລັດຖະທູດລາວ ໄດ້ສະແດງຄວາມຂອບໃຈຢ່າງຈິງໃຈຕໍ່ການຕ້ອນຮັບອັນອົບອຸ່ນ ແລະ ໄດ້ນຳເອົາຄວາມຢື້ຢາມຖາມຂ່າວ ແລະ ພອນໄຊອັນປະເສີດຈາກທ່ານ ທອງລຸນ ສີສຸລິດ ປະທານປະເທດແຫ່ງສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ເຖິງ ພະນະທ່ານ ວາຮັກ ກາຈາຕູຣຽນ ປະທານາທິບໍດີ ແຫ່ງ ສາທາລະນະລັດ ອາກເມນີ ແລະ ໄດ້ຢືນຢັນເຖິງຄວາມມຸ່ງໝັ້ນໃນການເປັນຂົວຕໍ່ເພື່ອເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມື ລະຫວ່າງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ສາທາລະນະລັດ ອາກເມນີ ໃຫ້ແໜ້ນແຟ້ນ ແລະ ກວ້າງຂວາງ ກ້າວເຂົ້າສູ່ລວງເລິກ ຍິ່ງຂຶ້ນ.

ທ່ານ ວາຮັກ ກາຈາຕູຣຽນ ໄດ້ກ່າວສະເເດງຄວາມຊົມເຊີຍທ່ານ ທູດ ແລະ ໃຫ້ຄວາມເຊື່ອໝັ້ນວ່າດ້ວຍປະສົບການ ເເລະ ຄວາມສາມາດຂອງທ່ານ ທູດຈະປະກອບສ່ວນສໍາຄັນເຂົ້າໃນການເສີມຂະຫຍາຍການພົວພັນຮ່ວມມືຂອງສອງປະເທດໃຫ້ຂະຫຍາຍຕົວຍິ່ງຂຶ້ນໃນຕໍ່ໜ້າ. ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ສາທາລະນະລັດ ອາກເມນີ ໄດ້ມີການພົວພັນອັນດີນໍາກັນມາແຕ່ຍາວນານ ນັບແຕ່ອະດີດສະຫະພາບໂຊວຽດ ເປັນຕົ້ນມາ, ສອງຝ່າຍໄດ້ໃຫ້ການສະໜັບສະໜູນຊຶ່ງກັນ ແລະ ກັນ ໃນເວທີສາກົນ, ໂດຍສະເພາະໃນອົງການ ສປຊ, ອົງການຈັດຕັ້ງສາກົນ ໃນຂອບທີ່ສອງຝ່າຍເປັນສະມາຊິກ. ສາທາລະນະລັດ ອາກເມນີ ໄດ້ເຄື່ອນໄຫວຢ່າງຫ້າວຫັນໃນເວທີສາກົນ ຊຶ່ງໄດ້ຮັບເປັນເຈົ້າພາບຈັດການພົບປະ ແລະ ຈັດກອງປະຊຸມໃຫຍ່ເພື່ອປືກສາຫາລືໃນການແກ້ໄຂບັນຫາສາກົນ ແລະ ພາກພື້ນ, ເປັນເຈົ້າພາບຈັດກິດຈະກໍາລະດັບສາກົນຢ່າງເປັນປົກກະຕິ. ໃນປີ 2026 ອາກເມນີ ຈະເປັນເຈົ້າພາບຈັດກອງປະຊຸມ ເວທີປືກສາຫາລື ເຢເຣວັນ ( The Yerevan Dialogue 2026) ຊຶ່ງຈະຈັດຂຶ້ນໃນລະຫວ່າງ ເດືອນພຶດສະພາ 2026 ແລະ ເປັນເຈົ້າພາບກອງປະຊຸມ (COP17) ວ່າດ້ວຍອະນຸສັນຍາຄວາມຫຼາກຫຼາຍທາງຊີວະພາບ (CBD) ຊຶ່ງຈະຈັດຂຶ້ນໃນເດືອນຕຸລາ 2026. ສາທາລະນະລັດອາກເມນີ ມີບົດຮຽນ ແລະ ປະສົບການໃນການກໍ່ສ້າງບຸກຄະລາກອນ ໂດຍສະເພາະໄວໜຸ່ມໃນການສຶກສາຄວາມຮູ້ທາງດ້ານໄອທີ (IT), ປັດຈຸບັນ ອາກເມນີ ມີສູນໄອທີ TUMO (TUMO Center for Creative Technologies) ເພື່ອໃຫ້ໄວໜຸ່ມອາຍຸລະຫວ່າງ 12 ຫາ 18 ປີ ໄດ້ມີໂອກາດພັດທະນາທັກສະດ້ານໄອທີ ທີ່ຈໍາເປັນໃນຍຸກສະໄໝປັດຈຸບັນ, ສູນຮຽນຮູ້ດັ່ງກ່າວ ໃຫ້ໂອກາດນັກສຶກສາໄວໜຸ່ມໄດ້ເຂົ້າຝຶກທັກສະດ້ານໄອທີ ແຕ່ລະມື້ຜູ້ລະ 2 ຊົ່ວໂມງ ໂດຍບໍ່ເສຍຄ່າໃດໆທັງໝົດ ພາຍຫຼັງເລີກຫ້ອງຮຽນປົກກະຕິຂອງຕົນແລ້ວ. ສູນໄອທີ ໄດ້ເນັ້ນໃສ່ການພັດທະນາດ້ານເຕັກໂນໂລຊີ ແລະ ການອອກແບບ.ປັດຈຸບັນ, ອາກເມນີ, ມີສາຂາການຮຽນ-ການສອນທັງໝົດ 14 ຂົງເຂດ: ການຂຽນໂປຣແກຣມ (Programming), ການສ້າງແອນິເມຊັນ (Animation), ການພັດທະນາເກມ (Game Development), ຫຸ່ນຍົນ (Robotics), ການອອກແບບກຣາບຟິກ (Graphic Design), ແລະ ການຜະລິດຮູບເງົາ (Filmmaking), ການແຕ່ງໂນດດົນຕີ ແລະ ເພງຮ້ອງ ເເລະ ອື່ນໆ.

ພ້ອມດຽວກັນ, ພະນະທ່ານປະທານາທິບໍດີ ກໍໄດ້ອວຍພອນໄຊໃຫ້ທ່ານ ທູດ ໄດ້ປະຕິບັດໜ້າທີ່ການທູດອັນມີກຽດຂອງຕົນເພື່ອເສີມຂະຫຍາຍການພົວພັນຮ່ວມມືລະຫວ່າງລາວ-ອາກເມນີ ແລະ ເລີ່ມຕົ້ນດຳເນີນການເຄື່ອນໄຫວການທູດຢ່າງເປັນທາງການຂອງຕົນ ແລະ ໄດ້ຝາກຄຳອວຍພອນໄຊອັນປະເສີດ ມາຍັງທ່ານ ທອງລຸນ ສີສຸລິດປະທານປະເທດ ເເຫ່ງສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ເຊັ່ນດຽວກັນ.

ທານ ສພນດອນ ອອຍບວບດດ ເຂາຍນສານຕາຕງຕປະທານາທບດເເຫງ ສ ອາກເມນ - image 2
 

ໃນການພົບປະກັນທັງສອງຝ່າຍ ເຫັນພ້ອມກັນວ່າ ໃນໄລຍະຜ່ານມາ ການພົວພັນຮ່ວມມືລະຫວ່າງສອງປະເທດ ແມ່ນຢູ່ໃນລະດັບການແລກປ່ຽນສານຊົມເຊີຍ, ສານອວຍພອນຊຶ່ງກັນ ແລະ ກັນໃນໂອກາດວັນສໍາຄັນຂອງຊາດຂອງສອງປະເທດ ແລະ ເຫັນພ້ອມໃຫ້ມີການຊຸກຍູ້ການເເລກປ່ຽນການຢ້ຽມຢາມຂອງຄະນະຜູ້ເເທນຂັ້ນຕ່າງໆຂອງສອງຝ່າຍໃຫ້ຫຼາຍຂຶ້ນ. ນອກຈາກທາງດ້ານການເມືອງແລ້ວ ໄດ້ເນັ້ນໃສ່ການພົວພັນຮ່ວມມືທີ່ສອງຝ່າຍມີທ່າເເຮງ ແລະ ມີຄວາມສົນໃຈຮ່ວມກັນ ໂດຍສະເພາະໃນດ້ານເສດຖະກິດ-ການຄ້າ, ການລົງທຶນ, ການສຶກສາ, ການທ່ອງທ່ຽວ ແລະ ດ້ານວັດຖະນະທໍາ. ສອງຝ່າຍໄດ້ຮັບຮູ້ເຖິງຄວາມສໍາຄັນໃນການຮ່ວມມືດ້ານເສດຖະກິດ-ການຄ້າ ແລະ ການຊຸກຍູ້ສົ່ງເສີມໃຫ້ພາກທຸລະກິດຂອງທັງສອງຝ່າຍໄດ້ມີໂອກາດພົບປະ ແລະ ປຶກສາຫາລືການລົງທຶນ ແລະ ການຄ້າຮ່ວມກັນ. ພ້ອມນັ້ນ, ທັງສອງຝ່າຍເຫັນດີໃຫ້ສືບຕໍ່ປຶກສາຫາລື ແລະ ປະສານງານຢ່າງໃກ້ຊິດໃນເວທີພາກພື້ນ ແລະ ສາກົນ, ແລະ ໃນຂອບທີ່ທັງສອງຝ່າຍເປັນສະມາຊິກ.

ກ່ອນໜ້ານັ້ນ, ໃນວັນທີ 18 ມີນາ 2026, ທ່ານທູດຍັງໄດ້ພົບປະກັບທ່ານ ມະນັດສະການ ຊາຟາຣຽນ (Mr. Mnatsakan Safaryan) ຮອງລັດຖະມົນຕີກະຊວງການຕ່າງປະເທດອາກເມນີ ເພື່ອຍື່ນສໍາເນົາສານຕາຕັ້ງເພື່ອດໍາລົງຕໍ່າແໜ່ງ ເປັນເອກອັກຄະລັດຖະທູດ ວິສາມັນ ຜູ້ມີອໍານາດເຕັມ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ປະຈໍາ ສາທາລະນະລັດ ອາກເມນີ ແລະ ພົບປະກັບທ່ານ ນາງ ອານາຮິດກາຣາເປຕຽນ (Mrs. Anahit Karapetyan) ຫົວໜ້າກົມອາຊີປາຊີຟິກ ກະຊວງການຕ່າງປະເທດອາກເມນີ ຕາມດໍາລັບ ຊຶ່ງຝ່າຍອາກເມນີ ໄດ້ສະແດງຄວາມຍິນດີຕ້ອນຮັບ ຢ່າງອົບອຸ່ນ ແລະ ຊົມເຊີຍທ່ານເອກອັກຄະລັດຖະທູດຢ່າງສົມກຽດ, ພ້ອມທີ່ຈະໃຫ້ການສະໜັບສະໜູນ ແລະ ຮ່ວມມືຢ່າງໃກ້ຊິດກັບສະຖານທູດລາວເພື່ອຊຸກຍູ້ການພົວພັນຮ່ວມມືຂອງສອງຝ່າຍໃຫ້ບັນລຸໝາກຜົນຕົວຈິງ. ໃນການພົບປະ ທັງສອງຝ່າຍໄດ້ຕີລາຄາສູງຕໍ່ສາຍພົວພັນມິດຕະພາບລາວ−ອາກເມນີທີ່ມີມາແຕ່ດົນນານ, ຢືນຢັນວ່າທີ່ຈະໃຫ້ການສະໜັບສະໜູນຊຶ່ງກັນ ແລະ ກັນ ແລະ ຮ່ວມມືຢ່າງເຕັມທີ່ເພື່ອເສີມຂະຫຍາຍການພົວພັນຮ່ວມມືຂອງສອງຝ່າຍໃຫ້ເກີດດອກອອກຜົນ ແລະ ປະກົດຜົນເປັນຈິງໃນອະນາຄົດ ເປັນຕົ້ນ ທາງດ້ານການເມືອງ, ເສດຖະກິດ-ການຄ້າ, ການລົງທຶນ, ການສຶກສາ, ການທ່ອງທ່ຽວ ແລະ ດ້ານວັດຖະນະທໍາ.

ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ສາທາລະນະລັດ ອາກເມນີ ໄດ້ສ້າງຕັ້ງສາຍ ພົວພັນການທູດນຳກັນ ໃນວັນທີ 21 ເມສາ 1998, ເຖິງວ່າໃນໄລຍະຜ່ານມາສອງຝ່າຍ ບໍ່ທັນມີການໄປມາຫາສູ່ແລກປ່ຽນຄະນະຜູ້ແທນຂັ້ນສູງນຳກັນກໍຕາມ ແຕ່ສອງຝ່າຍໄດ້ມີການພົວພັນອັນດີນຳກັນຢ່າງສະເໝີຕົ້ນສະ

ເໝີປາຍ ໂດຍມີການແລກປ່ຽນສານພອນ ແລະ ສານຊົມເຊີຍເນື່ອງໃນໂອກາດວັນສຳຄັນຂອງຊາດ ຮ່ວມກັນ.ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ສາທາລະນະລັດ ອາກເມນີ ຍັງບໍ່ທັນມີສະຖານທູດຕັ້ງຢູ່ປະເທດຂອງກັນ ແລະ ກັນ. ສະຖານເອກອັກຄະລັດຖະທູດສາທາລະນະລັດປະຊາທິປະໄຕ ປະຊາຊົນລາວ ທີ່ ນະຄອນຫຼວງມົສກູ ຮັບຜິດຊອບ ສາທາລະນະລັດອາກເມນີ ແລະ ສໍາລັບຝ່າຍອາກເມນີ ແມ່ນສະຖານເອກອັກຄະລັດຖະທູດ ສາທາລະນະລັດ ອາກເມນີ ປະຈຳ ສສ ຫວຽດນາມ ທີ່ ນະຄອນຫຼວງຮ່າໂນ້ຍ ຮັບຜິດຊອບ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ. ພ້ອມນັ້ນ, ເອກອັກຄະລັດຖະທູດ ຂອງແຕ່ລະປະເທດ ກໍໄດ້ເດີນທາງໄປຍື່ນສານຕາຕັ້ງ ຢູ່ປະເທດຂອງກັນ ແລະ ກັນ ຕາມແຕ່ລະສະໄໝ.

ຂ່າວ: ກຕທ

ຄໍາເຫັນ

ຂ່າວການຮ່ວມມື

ສຳມະນາທິດສະດີ ຄັ້ງທີ XIIIລະຫວ່າງ ພັກ ປ​ປລາວ ແລະ ພັກກອມມູນິດຫວຽດນາມ

ສຳມະນາທິດສະດີ ຄັ້ງທີ XIIIລະຫວ່າງ ພັກ ປ​ປລາວ ແລະ ພັກກອມມູນິດຫວຽດນາມ

ໃນທ່າມກາງບັນຍາກາດ ທີ່ສອງພັກ, ສອງລັດ ແລະປະຊາຊົນສອງຊາດລາວ-ຫວຽດນາມ ພວມອອກແຮງແຂ່ງຂັນຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XII ຂອງ ພັກປະຊາຊົນປະຕິວັດລາວ (ພັກ ປ​ປລາວ) ແລະ ກອງປະຊຸມໃຫຍ່ ຄັ້ງທີ XIV ຂອງພັກກອມມູນິດຫວຽດນາມ ທີ່ເຕັມໄປດ້ວຍບັນຍາກາດອັນຟົດຟື້ນ ແລະ ມີເນື້ອໃນເລິກເຊິ່ງ.
ເວທີຕົວເມືອງແຫ່ງຊາດ ຄັ້ງທີ 5 ຊຸກຍູ້ການພັດທະນາຕົວເມືອງລາວ ສູ່ຄວາມສີຂຽວ, ທົນທານ ຍືນຍົງ

ເວທີຕົວເມືອງແຫ່ງຊາດ ຄັ້ງທີ 5 ຊຸກຍູ້ການພັດທະນາຕົວເມືອງລາວ ສູ່ຄວາມສີຂຽວ, ທົນທານ ຍືນຍົງ

ກະຊວງໂຍທາ​ທິການ ແລະ ຂົນສົ່ງ (ຍທຂ) ຮ່ວມກັບອົງການສະຫະປະຊາຊາດດ້ານເຄຫາສະຖານ (UN​Habitat) ຈັດກອງປະຊຸມເວທີຕົວເມືອງແຫ່ງຊາດລາວ ຄັ້ງທີ 5 (5th Lao National Urban Forum – LNUF 2026) ເພື່ອຊຸກຍູ້ການເຊື່ອມສານເປົ້າໝາຍການພັດທະນາແບບຍືນຍົງເຂົ້າສູ່ທ້ອງຖິ່ນ ມຸ່ງສ້າງຕົວເມືອງລາວໃຫ້ມີຄວາມສີຂຽວ, ທົນທານ ແລະ ທັນສະໄໝຂຶ້ນໃນວັນທີ 6 ພະຈິກຜ່ານມາ ທີ່ໂຮງແຮມສຸພັດຕຣາ ນະຄອນຫຼວງວຽງຈັນ ໂດຍມີທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ເປັນປະທານ, ມີຜູ້ຕາງໜ້າຈາກກະຊວງ, ອົງການຂັ້ນສູນກາງ, ທ້ອງຖິ່ນ, ທຸຕານຸທູດ, ອົງການສາກົນ, ຄູ່ຮ່ວມພັດທະນາ, ພາກເອກະຊົນ ແລະ ນັກຊ່ຽວຊານເຂົ້າຮ່ວມ.
ມອບປຶ້ມແບບຮຽນ ແລະ ອຸປະກອນການຮຽນ-ການສອນ ໃຫ້ບັນດາໂຮງຮຽນ ທີ່ສອນພາສາຣັດເຊຍ

ມອບປຶ້ມແບບຮຽນ ແລະ ອຸປະກອນການຮຽນ-ການສອນ ໃຫ້ບັນດາໂຮງຮຽນ ທີ່ສອນພາສາຣັດເຊຍ

ພິທີມອບປຶ້ມແບບຮຽນ ແລະ ອຸປະກອນການຮຽນ-ການສອນ ໃຫ້ບັນດາໂຮງຮຽນ ທີ່ມີການຮຽນ- ການສອນພາສາຣັດເຊຍ ຈັດຂຶ້ນວັນທີ 6 ພະຈິກຜ່ານມາ ທີ່ສູນວິທະຍາສາດ ແລະ ວັດທະນະທຳຣັດເຊຍ ຊຶ່ງມອບໂດຍທ່ານ ເຊຣເກ ຊົດສະກີ ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມແຫ່ງສະຫະພັນຣັດເຊຍ ປະຈຳ ສປປ ລາວ ແລະ ຮັບໂດຍທ່ານ ແສງສະເດັນ ບຸນລາວົງ ຫົວໜ້າກົມຮ່ວມມືຕ່າງປະເທດ ກະຊວງສຶກສາທິການ ແລະ ກິລາ (ສສກ) ມີຜູ້ຕາງໜ້າຈາກພາກສ່ວນກ່ຽວຂ້ອງ ແລະ ຜູ້ອຳນວຍການໂຮງຮຽນຈຳນວນໜຶ່ງເຂົ້າຮ່ວມ.
ພັກ ປປ ລາວ ເຂົ້າເປັນສະມາຊິກຄະນະປະຈໍາຂອງອົງການກອງປະຊຸມສາກົນ ຂອງບັນດາພັກການເມືອງໃນອາຊີ ຢ່າງເປັນທາງການ

ພັກ ປປ ລາວ ເຂົ້າເປັນສະມາຊິກຄະນະປະຈໍາຂອງອົງການກອງປະຊຸມສາກົນ ຂອງບັນດາພັກການເມືອງໃນອາຊີ ຢ່າງເປັນທາງການ

ຄະນະຜູ້ແທນພັກ ປປ ລາວ ນໍາໂດຍ ສະຫາຍ ວາລະໄຊ ເລັ່ງສະຫວັດ ກໍາມະການສໍາຮອງສູນກາງພັກ ຮອງຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ ໄດ້ເຂົ້າຮ່ວມກອງປະຊຸມໃຫຍ່ ຂອງອົງການກອງປະຊຸມສາກົນຂອງບັນດາພັກການເມືອງໃນອາຊີ (International Conference of Asian Political Parties ຫຼື ICAPP) ຄັ້ງທີ 13 ແລະ ກອງປະຊຸມຄະນະປະຈໍາ ຄັ້ງທີ 46 ພາຍໃຕ້ຫົວຂໍ້: “ການຟື້ນຟູຄວາມໄວ້ເນື້ອເຊື່ອໃຈໃນໂລກທີ່ກຳລັງປ່ຽນແປງ” (Rebuilding Trust in a Transforming World) ໃນລະຫວ່າງວັນທີ 4-7 ພະຈິກ ຜ່ານມາ ທີ່ນະຄອນຫຼວງເຊອູນ ສ ເກົາຫຼີ, ໂດຍການເປັນເຈົ້າພາບຮ່ວມຂອງພັກປະຊາທິປະໄຕ ແລະ ພັກພະລັງປະຊາຊົນ ຂອງ ສ ເກົາຫຼີ, ມີຄະນະຜູ້ແທນຈາກພັກການເມືອງ ຫຼາຍກວ່າ 83 ພັກທີ່ມາຈາກ 36 ປະເທດເຂົ້າຮ່ວມ ແລະ 3 ອົງການຈັດຕັ້ງສາກົນສັງເກດການ.
ສົນທະນາລາວ-ຈີນ ການສ້າງຄູ່ຮ່ວມຊາຕາກຳໃນທຸກສະພາບຂອງຍຸກສະໄໝ

ສົນທະນາລາວ-ຈີນ ການສ້າງຄູ່ຮ່ວມຊາຕາກຳໃນທຸກສະພາບຂອງຍຸກສະໄໝ

ສະຖາບັນວິທະຍາສາດ ເສດຖະກິດ ແລະ ສັງຄົມແຫ່ງຊາດລາວ, ສະຖານເອກອັກຄະລັດຖະທູດແຫ່ງ ສປ ຈີນ ປະຈຳ ສປປ ລາວ ແລະ ວິທະຍຸ-ໂທລະພາບສູນກງຈີນ (CMG) ໄດ້ຮ່ວມກັນຈັດກອງປະຊຸມສົນທະນາລາວ - ຈີນ ກ່ຽວກັບການສ້າງຄູ່ຮ່ວມຊາຕາກຳ ໃນທຸກສະພາບຂອງຍຸກສະໄໝ ພາຍໃຕ້ຫົວຂໍ້ “ການສ້າງຄູ່ຮ່ວມຊາຕາກຳ ໃນທຸກສະພາບການຂອງຍຸກສະໄໝ: ການຄຸ້ມຄອງພັກ ເພື່ອສ້າງຊາດໃຫ້ຈະເລີນ” ຂຶ້ນໃນວັນທີ 6 ພະຈິກນີ້ ທີ່ສະຖາບັນວິທະຍາສາດ ເສດຖະກິດ ແລະ ສັງຄົມແຫ່ງຊາດລາວ, ໂດຍການເປັນປະທານຮ່ວມຂອງທ່ານ ນາງ ແກ້ວວິວອນ ອຸດທະຈັກ ຮອງປະທານ ສະຖາບັນວິທະຍາສາດ ເສດຖະກິດ ແລະ ສັງຄົມແຫ່ງຊາດລາວ ແລະ ທ່ານ ນາງ ຟາງ ຫົງ ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມແຫ່ງ ສປ ຈີນ ປະຈຳສປປ ລາວ, ທ່ານ ນາງ ແສງແກ້ວ ຜູ້ຕາງໜ້າວິທະຍຸ-ໂທລະພາບສູນກາງຈີນ, ມີຫົວໜ້າຫ້ອງການ, ກົມ, ສະຖາບັນຄົ້ນຄວ້າ, ນັກວິທະຍາ ກອນ, ສຳມະນາກອນ ແລະ ຜູ້ຊ່ຽວຊານ ເຂົ້າຮ່ວມ.
ລາວ-ອົສຕຣາລີ ເພີ່ມທະວີການຮ່ວມມືດ້ານການພັດທະນາຊັບພະຍາກອນມະນຸດ

ລາວ-ອົສຕຣາລີ ເພີ່ມທະວີການຮ່ວມມືດ້ານການພັດທະນາຊັບພະຍາກອນມະນຸດ

ໃນວັນທີ 3 ພະຈິກຜ່ານມາ ທີ່ນະຄອນຫຼວງວຽງຈັນ, ທ່ານນາງ ສີໃສ ລືເດດມູນສອນ ຫົວໜ້າ ຄະນະຈັດຕັ້ງສູນກາງພັກ ໄດ້ຕ້ອນຮັບ ທ່ານ ນາງ ເມແກນ ຈອນສ ເອກອັກຄະລັດຖະທູດອົສຕຣາລີ ປະຈໍາ ສປປ ລາວ ເຂົ້າຢ້ຽມຂໍ່ານັບອຳລາ ສອງຝ່າຍໄດ້ຮ່ວມກັນທົບທວນຄືນ ເຖິງການຂະຫຍາຍຕົວຂອງການ ຮ່ວມ ມືລະຫວ່າງອົສຕຣາລີ ແລະ ສປປ ລາວ ໃນໄລຍະສາມປີຜ່ານມາ ແລະ ໄດ້ປຶກສາຫາລືກ່ຽວກັບ ທິດທາງ ບຸລິມະສິດ ເພື່ອເສີມຂະຫຍາຍການຮ່ວມມື ໂດຍສະເພາະດ້ານການພັດທະນາຊັບພະຍາກອນມະນຸດ.
ຫາລືກະກຽມສ້າງບົດລາຍງານກ່ຽວກັບການເກີດການແຕ່ງງານ ແລະ ການຕາຍ

ຫາລືກະກຽມສ້າງບົດລາຍງານກ່ຽວກັບການເກີດການແຕ່ງງານ ແລະ ການຕາຍ

ໃນວັນທີ 5 ພະຈິກນີ້, ສູນສະຖິຕິແຫ່ງຊາດ ກະຊວງການເງິນຮ່ວມກັບອົງການສະຫະປະຊາຊາດ ກອງທຶນສຳລັບປະຊາກອນ (UNFPA) ໄດ້ດຳເນີນກອງປະຊຸມປຶກສາຫາລືກະກຽມສ້າງບົດລາຍງານ ກ່ຽວກັບການເກີດ, ການແຕ່ງງານ ແລະ ການຕາຍຂອງການສຳຫຼວດພົນລະເມືອງ ແລະ ທີ່ຢູ່ອາໄສ ທົ່ວປະເທດຄັ້ງທີ V ປີ 2025 ທີ່ໂຮງແຮມຄຣາວພາລາຊາ ນະຄອນຫຼວງວຽງຈັນ.
ຍີ່ປຸ່ນ ຊ່ວຍເຫຼືອການກໍ່ສ້າງລະບົບຊົນລະປະທານ ທີ່ແຂວງຫຼວງນໍ້າທາ

ຍີ່ປຸ່ນ ຊ່ວຍເຫຼືອການກໍ່ສ້າງລະບົບຊົນລະປະທານ ທີ່ແຂວງຫຼວງນໍ້າທາ

ພາຍໃຕ້ໂຄງການຊ່ວຍເຫຼືອຂັ້ນຮາກຖານ (GGP), ລັດຖະບານຍີ່ປຸ່ນໄດ້ມອບການຊ່ວຍເຫຼືອ ມູນຄ່າ 40,123 ໂດລາ ເພື່ອຈັດຕັ້ງປະຕິບັດ “ໂຄງການກໍ່ສ້າງຊົນລະປະທານນ້ຳບອນ 2 ບ້ານໃໝ່ ເມືອງວຽງພູຄາ ແຂວງຫຼວງນ້ຳທາ”.
ຮອງນາຍົກລັດຖະມົນຕີ ຢ້ຽມຢາມ ແລະ ເຮັດວຽກຢູ່ບໍລິສັດ ວັງຕັດ ມາຍນິງກຣຸບ

ຮອງນາຍົກລັດຖະມົນຕີ ຢ້ຽມຢາມ ແລະ ເຮັດວຽກຢູ່ບໍລິສັດ ວັງຕັດ ມາຍນິງກຣຸບ

ວັນທີ 4 ພະຈິກຜ່ານມາ, ທ່ານ ພົນເອກ ຄຳລຽງ ອຸທະໄກສອນ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນປະເທດ ພ້ອມດ້ວຍຄະນະນຳຈາກກະຊວງປ້ອງກັນປະເທດ, ຄະນະນຳແຂວງອັດຕະປື ແລະ ຄະນະນຳເມືອງຊານໄຊ ໄດ້ເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກຢູ່ບໍລິສັດ ວັງຕັດ ມາຍນິງກຣຸບ ຈຳກັດ ຕັ້ງຢູ່ເມືອງຊານໄຊ ແຂວງອັດຕະປື.​ ໃຫ້ການຕ້ອນຮັບຂອງທ່ານ ບຸ໋ຍແອັງດຶກ ປະທານສະພາບໍລິຫານ ຮອງຜູ້ອຳ ນວຍ​ການໃຫຍ່ ບໍລິສັດ ວັງຕັດມາຍນິງ ກຣຸບ​ ພ້ອມດ້ວຍຄະນະຜູ້ບໍລິຫານ, ພະນັກງານ ແລະ ກອງກຳລັງປ້ອງກັນຄວາມສະຫງົບປະຈຳເຂດໂຄງ​ການ ໃຫ້ການຕ້ອນຮັບ.
ປະ​ຊາ​ຊົນ 18 ບ້ານໄດີ​ຮັບ​ຜົນ​ປະ​ໂຫຍດ​ ຈາກໂຄງການອະນຸລັກຊັບພະຍາກອນທໍາມະຊາດ

ປະ​ຊາ​ຊົນ 18 ບ້ານໄດີ​ຮັບ​ຜົນ​ປະ​ໂຫຍດ​ ຈາກໂຄງການອະນຸລັກຊັບພະຍາກອນທໍາມະຊາດ

ກອງປະຊຸມສະຫຼຸບການຈັດຕັ້ງປະຕິບັດກິດຈະກໍາ ຂອງໂຄງການອະນຸລັກຊັບພະຍາກອນທໍາມະຊາດ ແລະຄໍ້າປະກັນການດຳລົງຊີວິດແບບຍືນຍົງ ປະປີ(ເດືອນກັນຍາ 2025-ເດືອນຕຸລາ2026) ໄດ້ຈັດຂຶ້ນໃນວັນທີ 2 ພະຈິກຜ່ານ​ມາ, ທີ່ເມືອງລະມາມ, ໂດຍການເຂົ້າຮ່ວມຂອງທ່ານ ນາງ ສີສະຫງ່າ ແກ້ວດວງດີ ຮອງປະທານຄະນະກໍາມະການປົກຄອງແຂວງ, ມີທ່ານ ນາງ ຄາໂອຣຸ ໂມຣິໂມະໂຕະ ຫົວໜ້າອົງການອາສາສະໝັກຍີ່ປຸ່ນ ປະຈໍາລາວ ເຈວີຊີ (JVC), ມີຄະນະກໍາມະການປົກຄອງ 2 ເມືອງຄື: ເມືອງກະລຶມ ແລະເມືອງດາກຈຶງ, ຜູ້ປະສານງານໂຄງການຂັ້ນແຂວງ, ຂັ້ນເມືອງ, ມີ​ພາກ​ສ່ວນ​ກ່ຽວ​ຂ້ອງເຂົ້າຮ່ວມ.
ເພີ່ມເຕີມ