ທ່ານ ສີສະຫວາດ ພອນນະໄຊ ຄູລາວໄດ້ຮັບລາງວັນຊະນະເລີດຄູຕົວແບບສອນດີສອນເດັ່ນ

ທ່ານ ສີສະຫວາດ ພອນນະໄຊ ຄູລາວໄດ້ຮັບລາງວັນຊະນະເລີດຄູຕົວແບບສອນດີສອນເດັ່ນ

ທ່ານ ສີສະຫວາດ ພອນນະໄຊ ຄູລາວໄດ້ຮັບລາງວັນຊະນະເລີດຄູຕົວແບບສອນດີສອນເດັ່ນ
ເນື່ອງໃນໂອກາດວັນຄູແຫ່ງຊາດ ວັນທີ 7 ຕຸລາ ຄົບຮອບ 31 ປີ (7 ຕຸລາ 1994-7 ຕຸລາ 2025) ທ່ານ ສີສະຫວາດ ພອນນະໄຊ ຮອງຫົວໜ້າພະແນກຄົ້ນຄວ້າ ແລະ ສຶກສາຫຼັງປະລິນຍາຕີສະຖາບັນຂົງຈື (ສຂຈ) ມະຫາວິທະຍາໄລແຫ່ງຊາດ (ມຊ) ໃນນາມເປັນຕົວແທນຄູ-ອາຈານລາວຈາກ ສຂຈ ມຊ ທີ່ໄດ້ເຂົ້າຮ່ວມການແຂ່ງ ຂັນໃນຫົວຂໍ້ "ການແຂ່ງຂັນຄູຕົວແບບສອນດີ ສອນເດັ່ນ" ສໍາລັບປະເທດໃນເຂດອາຊີຕາເວັນອອກສຽງໃຕ້ປະຈໍາປີ 2025 ສາມາດຍາດໄດ້ລາງວັນຊະນະເລີດ "ຄູຕົວແບບສອນດີ ສອນເດັ່ນ" ປະຈໍາປີ 2025 ໃນກຸ່ມການສອນພາສາຈີນໃຫ້ແກ່ຜູ່ໃຫຍ່ ມີຄວາມຮູ້ສຶກເປັນກຽດ ແລະ ພາກພູມໃຈຫຼາຍທີ່ໄດ້ເຂົ້າຮ່ວມການແຂ່ງຂັນໃນຄັ້ງນີ້ ແລະ ສະແດງຄວາມຂອບໃຈ ແລະ ຮູ້ບຸນຄຸນເປັນຢ່າງສູງທີ່ຄະນະນໍາສະຖາບັນໄດ້ໃຫ້ໂອກາດຄູ-ອາຈານໄປຮຽນຮູ້ເກັບກ່ຽວເອົາປະສົບການໃໝ່ໆໃນເວທີສາກົນ ຊຶ່ງຄັ້ງນີ້ຖືວ່າເປັນຄັ້ງທີ 2 ທີ່ໄດ້ເຂົ້າຮ່ວມການແຂ່ງຂັນໃນຫົວຂໍ້ນີ້ ຊຶ່ງປີກາຍຂ້າພະເຈົ້າໄດ້ຮັບລາງວັນນະວັດຕະກໍາການສິດສອນ.

 

ທານ ສສະຫວາດ ພອນນະໄຊ ຄລາວໄດຮບລາງວນຊະນະເລດຄຕວແບບສອນດສອນເດນ - image 1
 

 

ທ່ານ ສີສະຫວາດ ພອນນະໄຊ ກ່າວໃຫ້ຮູ້ອີກວ່າ: ຍ້ອນປະສົບການຜ່ານມາໄດ້ກາຍເປັນແຮງບັນດານໃຈໃຫ້ຂ້າພະເຈົ້າທຸ່ມເທການຄົ້ນຄວ້າ ແລະ ພັດທະນາຕົນເອງ ຈົນສາມາດຍາດໄດ້ລາງວັນຊະນະເລີດທີ 1 ໃນຄັ້ງນີ້, ຖືເປັນລາງວັນອັນລໍ້າຄ່າທີ່ສຸດໃນຊີວິດຂອງຂ້າພະເຈົ້າໃນຖານະເປັນຄູລາວຄົນໜຶ່ງ. ນອກຈາກນີ້ສິ່ງທີ່ຂ້າພະເຈົ້າພູມໃຈ, ດີໃຈທີ່ສຸດ ແລະ ບໍ່ນຶກບໍ່ຝັນເວລາເຂົາປະກາດຜູ້ຊະນະເລີດໄດ້ເລີຍ ເພາະວ່າຄູ-ອາຈານທີ່ເປັນຕົວແທນຈາກແຕ່ລະປະເທດມີຄວາມຮູ້ຄວາມສາມາດ ແລະ ມີຄວາມເປັນມືອາຊີບດີ ແຕ່ເມື່ອໄດ້ຍິນອ່ານຊື່ຂ້າພະເຈົ້າຕໍ່ດ້ວຍຄໍາເວົ້າວ່າແມ່ນຄູ-ອາຈານມາຈາກສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ມະຫາວິທະຍາໄລແຫ່ງຊາດ ສະຖາບັນຂົງຈື ໃນເວລານັ້ນນໍ້າຕາຂ້າພະເຈົ້າຈົນໄຫຼອອກ, ຂ້າພະເຈົ້າຮູ້ສຶກດີໃຈທີ່ສຸດທີ່ໄດ້ເປັນນ໋ອດເປັນຕະປູນ້ອຍໆອັນໜຶ່ງໃນການສ້າງຊື່ສຽງການສຶກສາ ໃຫ້ແກ່ປະເທດຊາດອັນເປັນຜືນແຜ່ນດິນແມ່ຂອງຂ້າພະເຈົ້າ. ຕອນຂ້າພະເຈົ້າຂຶ້ນຮັບລາງວັນຂ້າພະເຈົ້າໄດ້ເວົ້າກັບຕົນເອງວ່າ ນີ້ບໍໍຄວາມຮູ້ສຶກສາພາກພູມໃຈເວລາເຂົາເອີ່ຍຊື່ຕົນເອງ ແລະ ປະເທດຕົນເອງພ້ອມສຽງຕົບມືຍິນດີດັງກ້ອງໄປທົ່ວຫ້ອງແຂ່ງຂັນ, ຂະນະນັ້ນມີຄວາມຊາບຊຶ້ງດີໃຈຈົນປາກບໍ່ອອກ. ນີ້ແມ່ນຂອງຂວັນອັນລໍ້າຄ່າທີ່ສຸດໃນອາຊີບຂ້າພະເຈົ້າ ໂດຍສະເພາະໃນວັນຄູແຫ່ງຊາດທີ່ໃກ້ຈະມາເຖິງນີ້. ລາງວັນນີ້ບໍ່ແມ່ນຂອງຂ້າພະເຈົ້າຜູ້ດຽວ ແຕ່ເປັນຂອງຄູ-ອາຈານ ແລະ ນັກຮຽນທຸກຄົນທີ່ມີສ່ວນຮ່ວມໃນການຫຼໍ່ຫຼອມ ແລະ ສົ່ງເສີມໃຫ້ຂ້າພະເຈົ້າເຕີບໂຕ. ມັນເປັນຫຼັກຖານຢືນຢັນວ່າຄວາມທຸ່ມເທ, ການອຸທິດຕົນ ແລະ ຄວາມຮັກໃນອາຊີບຄູ ສາມາດນໍາພາໃຫ້ເຮົາບັນລຸຄວາມສໍາເລັດໃນລະດັບສາກົນໄດ້. ໃນອະນາຄົດຕໍ່ໜ້າຈະສືບຕໍ່ພັດທະນາຕົນເອງ ແລະ ຄົ້ນຄວ້າການສິດສອນຢ່າງຕໍ່ເນື່ອງ ເພື່ອບໍ່ໃຫ້ລາງວັນເປັນພຽງກຽດຕິຍົດຊົ່ວຄາວ ແຕ່ເປັນແຮງບັນດານໃຈໃນການເດີນໜ້າອາຊີບຄູໃນໄລຍະຍາວ.

ແນ່ນອນລາງວັນນີ້ມັນແມ່ນກຽດສັກສີ ແຕ່ບໍ່ແມ່ນຂອງຂ້າພະເຈົ້າຄົນດຽວເທົ່ານັ້ນ, ມັນແມ່ນການພັກດັນຊຸກຍູ້ຊ່ວຍເຫຼືອຂອງຄູເພື່ອນຮ່ວມງານທຸກຄົນ ແມ່ນການໃຫ້ໂອກາດຂອງການຈັດຕັ້ງ, ມັນແມ່ນລາງວັນຂອງໝົດທຸກຄົນ ໂດຍສະເພາະຄູຄືພວກເຮົາ. ອາຊີບຄູຄືພວກເຮົາການໄດ້ຮັບໃບຍ້ອງຍໍ, ໄດ້ລາງວັນຕ່າງໆ ຖືວ່າແມ່ນກຽດແມ່ນສັກສີ ແມ່ນຄວາມພາກພູມໃຈທີ່ສຸດຂອງຕົນເອງ ແລະ ຄອບຄົວ ໂດຍສະເພາະລາງວັນໃນລະດັບສາກົນແລ້ວ ມັນບໍ່ພຽງແຕ່ແມ່ນກຽດສັກສີຂອງຂ້າພະເຈົ້າເທົ່ານັ້ນ ມັນຍັງສະແດງໃຫ້ສາກົນເຫັນວ່າການສຶກສາ, ການຮຽນການສອນຂອງ ສປປ ລາວ ພວກເຮົາກໍບໍ່ໄດ້ດ້ອຍກວ່າປະເທດອື່ນທີ່ພັດທະນາແລ້ວ.

ເຫດຜົນໜຶ່ງທີ່ສໍາຄັນເຮັດໃຫ້ຂ້າພະເຈົ້າ ແລະ ທີມງານໄດ້ລາງວັນ ຍ້ອນການວາງແຜນທີ່ຖືກຕ້ອງຂອງຄະນະນໍາ ໂດຍສະເພາະໄດ້ໃຫ້ພວກເຮົາເດີນທາງຮອດປະເທດແຂ່ງຂັນກ່ອນ 2 ວັນ ເພື່ອໃຫ້ມີເວລາເຂົ້າສໍາຫຼວດສະຖານທີ່ແຂ່ງຂັນ, ກະກຽມບົດຮຽນສໍາລັບການແຂ່ງຂັນ ແລະ ໄດ້ມີໂອກາດຊ້ອມຢູ່ເວທີຫຼາຍກວ່າທີມອື່ນ. ແນ່ນອນປາສະຈາກບໍ່ໄດ້ແມ່ນການກະກຽມຂອງທີມງານພວກເຮົາ ໂດຍສະເພາະໄດ້ມີຊ່ຽວຊານອາຈານຈີນສະຖາບັນຂົງຈື ໄດ້ແນະນໍາເຕັກນິກການສິດສອນພາສາຈີນ, ໃຫ້ຄໍາຄິດເຫັນກ່ອນເດີນທາງເພື່ອໃຫ້ເປັນບ່ອນອີງໃນການຄົ້ນຄວ້າວິທີການສິດສອນທີ່ເໝາະສົມສໍາລັບຜູ້ໃຫຍ່ ແລະ ຜູ້ຮຽນໃນທຸກລະດັບ. ພວກເຮົາໄດ້ນໍາຫຼັກການການຮຽນການສອນທີ່ດີແບບດັ້ງເດີມມາປະສົມປະສານກັບ AI ແລະ ສື່ທີ່ທັນສະໄໝໃຫ້ບົດຮຽນມ່ວນ ມີຄວາມໜ້າສົນໃຈ ຈື່ໄດ້ງ່າຍ, ຮຽນມ່ວນໄດ້ຄວາມຮູ້ເໝືອນກັບເລົ່ານິທານໃຫ້ນັກສຶກສາຟັງ ໂດຍຄ່ອຍໆນໍາພານັກສຶກສາເຂົ້າໃນເລື່ອງ ແລ້ວດໍາເນີນເລື່ອງເຮັດໃຫ້ນັກສຶກສາເຂົ້າມາໃນແວດລ້ອມການຮຽນພວກເຮົາໂດຍບໍ່ຮູ້ສຶກຕົວ ແລະ ໄດ້ມີສ່ວນຮ່ວມໃນການສອນຢ່າງກະຕືລືລົ້ນ ຈົນສາມາດເລົ່າຈົບນິທານ ໂດຍເຮັດໃຫ້ນັກຮຽນມີຄວາມອາໄລອາວອນຢາກຮຽນນໍາອີກ. ຊຶ່ງທັກສະເຫຼົ່ານີ້ບວກກັບປະສົບການທີ່ເຮົາໄດ້ສິດສອນມາຫຼາຍປີ ຈຶ່ງສາມາດເຮັດໃຫ້ຕົນເອງມີຄວາມພ້ອມໃນການແຂ່ງຂັນ 100% ແລະ ສາມາດຍາດໄດ້ລາງວັນອັນດັບ 1. ລາງວັນນີ້ແມ່ນຂອງຄູອາຈານ ແລະ ເພື່ອນຮ່ວມງານໝົດທຸກຄົນແທ້ໆ.

ໃນອະນາຄົດຖ້າມີໂອກາດຖ່າຍທອດປະສົບການທັກສະການສິດສອນແມ່ນຂ້າພະເຈົ້າຍິນດີທີ່ຈະແລກປ່ຽນທີ່ສຸດ, ຜົນສໍາເລັດຂອງຄູ ຄວາມພາກພູມໃຈຂອງຄູບໍ່ແມ່ນວ່າຕົນເອງໄດ້ຮຽນສູງ ໄດ້ເປັນສາສະດາຈານ ໄດ້ຮຽນຮອດປະລິນຍາເອກເທົ່ານັ້ນ, ແຕ່ແມ່ນການເຫັນນັກຮຽນນັກສຶກສາຕົນເອງໄດ້ດີມີຄວາມຮູ້ຄວາມສາມາດ ມີອະນາ ຄົດທີ່ດີ, ອາຊີບຄູແມ່ນອາຊີບທີ່ວ່າ ເຫັນນັກສຶກສາໄດ້ດີກວ່າຕົນເອງແລ້ວຮູ້ສຶກພາກພູມໃຈ. ສະນັ້ນ, ຖ້ານັກສຶກສາຈະໄດ້ດີມີຄວາມຮູ້ຄວາມສາມາດ ມັນຮຽກຮ້ອງຕ້ອງການຕ້ອງມີຄູດີ ຄູເກັ່ງກ່ອນ, ເພາະຄູເປັນຜູ້ເຕີມເຕັມສີສັນໃສ່ເຈ້ຍຂາວຂອງນ້ອງນັກຮຽນ. ຂ້າພະເຈົ້າຍິນດີທີ່ຈະແບ່ງປັນປະສົບການ ແລະ ແລກປ່ຽນບົດຮຽນນໍາບັນດາໂຮງ ຮຽນທີ່ຕ້ອງການໃຫ້ຂ້າພະເຈົ້າໄປແລກປ່ຽນນໍາ, ບໍ່ວ່າຈະເປັນການກະກຽມບົດສອນກ່ອນຂຶ້ນຫ້ອງສອນ, ການກໍາຈິດຕະສາດຂອງນັກຮຽນ, ນັກສຶກສາແຕ່ລະຄົນ. ເພາະເຮົາເຊື່ອວ່າລູກກະແຈດອກໜຶ່ງຈະບໍ່ສາມາດໄຂແມ່ກຸນແຈໄດ້ທຸກໜ່ວຍ. ສະນັ້ນ, ນັກຮຽນ, ນັກສຶກສາມີຄວາມແຕກຕ່າງກັນ ນອກຈາກອັນລວມແລ້ວ, ເຮົາກໍຕ້ອງມີວິທີການເຂົ້າຫານັກສຶກສາ ຫຼືສອນເຂົາແບບແຕກຕ່າງກັນ ຊຶ່ງບົດຮຽນນີ້ຖືວ່າສໍາຄັນຫຼາຍ ແລະ ເປັນກຸນແຈສໍາຄັນໃນການສ້າງສາຍສໍາພັນທີ່ດີກັບນັກຮຽນ, ນັກສຶກສາ.

ທານ ສສະຫວາດ ພອນນະໄຊ ຄລາວໄດຮບລາງວນຊະນະເລດຄຕວແບບສອນດສອນເດນ - image 2
 

ອາຊີບຄູແມ່ນອາຊີບທີ່ຕ້ອງເສຍສະຫຼະຕົນເອງ, ອາຊີບຄູແມ່ນຕະກຽງທີ່ໃຕ້ໃນຫົວໃຈຂອງນັກຮຽນ, ນັກສຶກສາ. ສະນັ້ນ, ຫວັງຢ່າງຍິ່ງວ່າຄູສອນຮຸ້ນໃໝ່ອັນດັບທີ 1 ແມ່ນຕ້ອງມັກ-ຮັກໃນອາຊີບຄູ, ເຄົາລົບໃນອາຊີບຄູ, ເມື່ອມີຄວາມມັກ-ຮັກແລ້ວມັນຈຶ່ງຈະເກີດແຮງພັກດັນໃຫ້ຕົນເອງຢາກພັດທະນາຕົນເອງ ການພັດທະນາຕົນເອງກໍເພື່ອຈະນໍາເອົາຄວາມຮູ້ໄປພັດທະນານ້ອງນັກຮຽນ-ນັກສຶກສາ, ໂດຍສະເພາະໃນຍຸກປັດຈຸບັນສື່ອອນລາຍ ແລະແຫຼ່ງຂໍ້ມູນຂ່າວສານແມ່ນເຂົ້າໄດ້ງ່າຍ ແລະ ເຮັດໃຫ້ນ້ອງນັກຮຽນນັກສຶກສາຫຼົງທາງ. ສະນັ້ນ, ຄູມີບົດບາດໃນການແນະນໍາພວກເຂົາ, ບອກເຂົາສິ່ງທີ່ຖືກ ແລະ ຜິດໃນໂລກໂຊຊຽວ. ຈະເຮັດແນວນັ້ນໄດ້ມັນຮຽກຮ້ອງໃຫ້ຄູຮຸ້ນໃໝ່ຕ້ອງຢ່າຢຸດພັດທະນາຕົນເອງ ບໍ່ວ່າຈະເປັນຄວາມຮູ້ ທັກສະ ຫຼື ຄຸນສົມບັດສິນທໍາປະຕິວັດ. ຄູທີ່ດີບໍ່ພຽງແຕ່ເປັນການສອນທີ່ດີເທົ່ານັ້ນ, ແຕ່ຍັງເປັນແຮງບັນດານໃຈນັກຮຽນໃຫ້ມີຄວາມຝັນ ແລະ ຄວາມຫວັງອີກດ້ວຍ. ດັ່ງຄໍາວ່າຮຽນແລ້ວ ຮຽນອີກ ຮຽນເລື້ອຍໆໄປ ເປີດໃຈຮັບເອົາວິທີການ ແລະ ສິ່ງໃໝ່ໆພັດທະນາຄວາມສາມາດຂອງທ່ານເພື່ອໃຫ້ທັນກັບໂລກຍຸກໃໝ່ທີ່ມີການປ່ຽນແປງຕະຫຼອດເວລາ.

ເນື່ອງໃນໂອກາດວັນຄູແຫ່ງຊາດ ຄົບຮອບ 31 ປີນີ້, ຂ້າພະເຈົ້າຂໍອວຍໄຊໃຫ້ພອນແດ່ຜູ້ນໍາພັກ-ລັດ, ພະນັກ ງານ, ທະຫານ, ຕໍາຫຼວດ ຕະຫຼອດຮອດພໍ່ຄ້າຊາວຂາຍ ໂດຍສະເພາະແມ່ນຄູລາວທົ່ວປະເທດ ຈົ່ງມີສຸຂະພາບເຂັ້ມແຂງປາສະຈາກໂລກໄພ ມີຄວາມຜາສຸກໃນຄອບຄົວ ແລະ ຊີວິດສ່ວນຕົວ, ສືບຕໍ່ປະຕິບັດໜ້າທີ່ອັນຊົງກຽດຊ່ວຍສ້າງໃຫ້ຄົນຮຸ່ນໃໝ່ກາຍເປັນຊັບສິນອັນລ້ຳຄ່າຂອງປະເທດຊາດ.

7 ຕຸລາ ວັນຄູແຫ່ງຊາດໝັ້ນຍືນ !

ຄໍາເຫັນ

ຂ່າວສືກສາ-ກິລາ

ທີມນັກສຶກສາ ຄສປ ຊະນະເລີດແຂ່ງຂັນຖາມ-ຕອບວິທະຍາສາດ

ທີມນັກສຶກສາ ຄສປ ຊະນະເລີດແຂ່ງຂັນຖາມ-ຕອບວິທະຍາສາດ

ທີມນັກສຶກສາຄະນະສະຖາປັດຕະຍະກຳສາດ (ຄສປ) ຊະນະເລີດການແຂ່ງຂັນຖາມ-ຕອບວິທະຍາສາດ ຂອງນັກສຶກສາ ມະຫາວິທະຍາໄລແຫ່ງຊາດ (ມຊ) ເນື່ອງໃນໂອກາດສະເຫຼີມ ສະຫຼອງວັນສ້າງຕັ້ງ ມຊ ຄົບຮອບ 29 ປີ (5 ພະຈິກ 2025 - 5 ພະຈິກ 1996). ງານດັ່ງກ່າວໄດ້ຈັດຂຶ້ນໃນວັນທີ 7 ພະຈິກນີ້ ທີ່ ມຊ ໂດຍເປັນກຽດເຂົ້າຮ່ວມຂອງທ່ານ ອຸ່ນຫຼ້າ ສີວັນເພັງ ຮອງຜູ້ອໍານວຍການໃຫຍ່ ມຊ, ມີພະນັກງານ, ຄູ-ອາຈານ, ນັກສຶກສາ, ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ນັກກິລາດອກປີກໄກ່ຫຼວງພະບາງ ມີຄວາມພ້ອມຕັ້ງເປົ້າຍາດໃຫ້ໄດ້3 ຫຼຽນຄຳໃນງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII

ນັກກິລາດອກປີກໄກ່ຫຼວງພະບາງ ມີຄວາມພ້ອມຕັ້ງເປົ້າຍາດໃຫ້ໄດ້3 ຫຼຽນຄຳໃນງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII

ນັກກິລາດອກປີກໄກ່ ແຂວງຫຼວງພະບາງ ມີຄວາມພ້ອມ ເຂົ້າຮ່ວມແຂ່ງຂັນງານມະຫະກໍາກິລາແຫ່ງຊາດ ຄັ້ງທີ XII ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ຮັບກຽດເປັນເຈົ້າພາບ ຈັດຂຶ້ນໃນລະຫວ່າງວັນທີ 15-25 ພະຈິກ 2025 ທີ່ຈະມາເຖິງນີ້,ນັກກິລາດອກປີກໄກ່ແຂວງຫຼວງພະບາງ ໄດ້ສຸມໃສ່ການຝຶກຊ້ອມດ້ານເຕັກນິກ ແລະກໍາລັງ, ແນໃສ່ເຮັດໃຫ້ການເຂົ້າຮ່ວມແຂ່ງຂັນຄັ້ງນີ້ ປະສົບຜົນສຳເລັດຕາມຄາດໝາຍທີ່ຕັ້ງໄວ້.
ການນຳແຂວງຫຼວງພະບາງ ເນັ້ນໃຫ້ນັກກິລາ ຄວ້າຫຼຽນລາງວັນໃຫ້ໄດ້ຕາມເປົ້າໝາຍ ໃນນະຄອນຫຼວງວຽງຈັນເກມ 2025

ການນຳແຂວງຫຼວງພະບາງ ເນັ້ນໃຫ້ນັກກິລາ ຄວ້າຫຼຽນລາງວັນໃຫ້ໄດ້ຕາມເປົ້າໝາຍ ໃນນະຄອນຫຼວງວຽງຈັນເກມ 2025

ວັນທີ 5 ພະຈິກນີ້, ທີ່ສະໂມສອນໃຫຍ່ຫ້ອງວ່າການແຂວງຫຼວງພະບາງ, ທ່ານ ບຸນເລື່ອມ ມະນີວົງ ເລຂາຄະນະບໍລິຫານງານພັກແຂວງ ປະທານສະມາຄົມກິລາ - ກາຍຍະກໍາ ແຂວງຫຼວງພະບາງ ໄດ້ໂອ້ລົມທັບນັກກິລາຈາກດິນແດນ ເມືອງມໍຣະດົກໂລກ ທີ່ຈະເຂົ້າຮ່ວມແຂ່ງຂັນໃນງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ 2025.
ກິລາຕີຄີ ທີມປະຊາຊົນຊະນະທີມພະນັກງານ ໃນບຸນນະມັດສະການພະທາດຫຼວງວຽງຈັນ

ກິລາຕີຄີ ທີມປະຊາຊົນຊະນະທີມພະນັກງານ ໃນບຸນນະມັດສະການພະທາດຫຼວງວຽງຈັນ

ງານບຸນນະມັດສະການພະທາດຫຼວງວຽງຈັນ ເປັນບຸນປາງໃຫຍ່ທີ່ສຳຄັນ ຊຶ່ງເປັນບ່ອນເຕົ້າໂຮມຈິດໃຈຂອງປະຊາຊົນລາວບັນດາເຜົ່າ ໂດຍສະເພາະຊາວພຸດ, ຜູ້ທີ່ເຫຼື້ອມໃສໃນພະພຸດທະສາສະໜາ ໄດ້ມາຮ່ວມກັນເຮັດບຸນສິນກິນທານ, ນອກຈາກມີກິດຈະກໍາທາງສາສະໜາ ແລະ ວາງສະແດງສິນຄ້າແລ້ວ ຍັງມີກິດຈະກຳໜຶ່ງທີ່ຂາດບໍ່ໄດ້ ແລະ ເປັນປະເພນີທີ່ໄດ້ສຶບທອດກັນມາເປັນເວລາຫຼາຍຮ້ອຍປີ ຊຶ່ງແມ່ນມໍລະດົກທາງວັດທະນະທໍາ ອັນລໍ້າຄ່າຂອງຊາດລາວນັັ້ນກໍຄື: ການຕີຄີ ຊຶ່ງແມ່ນສັນຍາລັກຄວາມສາມັກຄີ ຖືວ່າເປັນກິດຈະກໍາທີ່ສະແດງເຖິງຄວາມປອງດອງ, ຄວາມຜູກພັນ ແລະ ຄວາມເປັນເອກະພາບຂອງຄົນໃນຊາດ ແລະ ຍັງເປັນການທວາຍຊາຕາຕາມຄວາມເຊື່ອ, ຜົນການແຂ່ງຂັນແມ່ນໃຊ້ເພື່ອພະຍາກອນຄວາມອຸດົມສົມບູນ ແລະ ຄວາມເປັນໄປຂອງບ້ານເມືອງໃນປີຕໍ່ໄປອີກດ້ວຍ.
ການຈັດຕັ້ງປະຕິບັດວຽກງານໂຄສະນາ-ຂ່າວສານ ໃຫ້ແກ່ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII

ການຈັດຕັ້ງປະຕິບັດວຽກງານໂຄສະນາ-ຂ່າວສານ ໃຫ້ແກ່ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII

ທ່ານ ສົມສະຫວາດ ພົງສາ ຫົວໜ້າກົມສື່ມວນຊົນ ຄະນະໂຄສະນາອົບຮົມສູນກາງພັກ (ຄອສພ) ຫົວໜ້າກໍາມະການໂຄສະນາ-ຂ່າວສານ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນກ່ຽວກັບການຈັດຕັ້ງປະຕິບັດວຽກງານໃຫ້ແກ່ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ໃນວັນທີ 5 ພະຈິກນີ້ ທີ່ ຄອສພ ວ່າ: ຂະແໜງສື່ມວນຊົນ ໄດ້ເຮັດໜ້າທີ່ເປັນກະບອກສຽງໂຄສະນາໃນການກະກຽມໃຫ້ແກ່ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ຊຶ່ງສຸມໃສ່ປະສານງານ ແລະ ພົວພັນກັບບັນດາສະຫະພັນກິລາປະເພດຕ່າງໆ ທັງຂັ້ນສູນກາງ ແລະ ບັນດາແຂວງໃນທົ່ວປະເທດ ເພື່ອຕິດຕໍ່ສໍາພາດຜ່ານທາງໂທລະສັບ ແລະ ລົງໄປສໍາພາດຢູ່ສະຖານທີ່ຕົວຈິງ ກ່ຽວກັບການກະກຽມຄວາມພ້ອມທຸກດ້ານ ລວມທັງການສົ່ງນັກກິລາ ເຂົ້າຮ່ວມແຂ່ງຂັນງານມະຫະກຳກິລາແຫ່ງຊາດຄັ້ງທີ XII ທີ່ ນະຄອນຫຼວງວຽງຈັນ (ນວ) ຈະເປັນເຈົ້າພາບ ຫຼື ນວ ເກມ 2025 ລະຫວ່າງວັນທີ 15-25 ພະຈິກ 2025. ຄຽງຄູ່ກັນນັ້ນ, ໄດ້ໂຄສະນາການພັດທະນາພື້ນຖານໂຄງລາງຂອງຕົວເມືອງ ນວ ເປັນຕົ້ນຖະໜົນ, ປັບປຸງສະໜາມກິລາແຫ່ງຊາດ ແລະ ບາງສະໜາມກິລາທີ່ຈະໃຊ້ແຂ່ງຂັນ ເພື່ອຜະລິດເປັນຂ່າວອອກຜ່ານຊ່ອງທາງຕ່າງໆຄື: ໂທລະພາບ, ວິທະຍຸ, ໜັງສືພິມ ແລະ ສື່ອອນລາຍ.
ເມືອງພຽງ ສຳເລັດກອງປະຊຸມຜູ້ບໍລິຫານການສຶກສາ ແລະ ກິລາ ທົ່ວເມືອງ

ເມືອງພຽງ ສຳເລັດກອງປະຊຸມຜູ້ບໍລິຫານການສຶກສາ ແລະ ກິລາ ທົ່ວເມືອງ

ຫ້ອງການສຶກສາທິການ ແລະ ກິລາເມືອງພຽງ ແຂວງໄຊຍະບູລີ ໄດ້ສຳເລັດກອງປະຊຸມຜູ້ບໍລິຫານການສຶກສາ ແລະ ກິລາ ທົ່ວເມືອງ ປະຈໍາສົກຮຽນ 2024-2025 ໃນວັນທີ 4 ພະຈິກຜ່ານມານີ້ ທີ່ຫ້ອງປະຊຸມເມືອງ,ພາຍໃຕ້ການເປັນປະທານຂອງທ່ານ ສີທັດ ຜຸຍແກ້ວ ຫົວໜ້າຫ້ອງ ການສຶກສາທິການ ແລະ ກິລາເມືອງ.
ນວ ມີຫຼາຍກິດຈະກໍາຕັ້ງຄ້າຍເຍົາວະຊົນທົ່ວປະເທດ ຈະຈັດຂຶ້ນ 9-11 ພະຈິກນີ້

ນວ ມີຫຼາຍກິດຈະກໍາຕັ້ງຄ້າຍເຍົາວະຊົນທົ່ວປະເທດ ຈະຈັດຂຶ້ນ 9-11 ພະຈິກນີ້

ຊາວໜຸ່ມ-ເຍົາວະຊົນ ນະຄອນຫຼວງວຽງຈັນ (ນວ) ມີຄວາມພ້ອມຮອບດ້ານຈັດຫຼາຍກິດຈະກໍາຕັ້ງຄ້າຍເຍົາວະຊົນທົ່ວປະເທດ ໂອກາດງານແຂ່ງຂັນກິລາມະຫະກຳແຫ່ງຊາດຄັ້ງທີ XII ຊຶ່ງກິດຈະກໍາດັ່ງກ່າວ ຈະໄດ້ຈັດຂຶ້ນວັນທີ 9-11 ພະຈິກ 2025 ທີ່ສະໜາມກິລາຫຼັກ 16.
ສາລະວັນ ຈັດພິທີປ້ອງກັນບົດທິດສະດີການເມືອງ ຂັ້ນກາງ

ສາລະວັນ ຈັດພິທີປ້ອງກັນບົດທິດສະດີການເມືອງ ຂັ້ນກາງ

ວັນທີ 4 ພະຈິກຜ່ານມານີ້, ໂຮງຮຽນທິດສະດີການເມືອງ ແລະ ການປົກຄອງ ແຂວງສາລະວັນ ໄດ້ຈັດພິທີປ້ອງກັນບົດຂັ້ນທິດສະດີການເມືອງ ຂັ້ນກາງ ຮຸ່ນທີ IV ແຂວງສາລະວັນ ປະຈໍາປີ 2025 ຢູ່ທີ່ຫ້ອງປະຊຸມໂຮງຮຽນທິດສະດີການເມືອງ ແລະ ການປົກຄອງແຂວງ. ພິທີປ້ອງກັນບົດຄັ້ງນີ້, ໄດ້ແບ່ງອອກເປັນ 3 ຫ້ອງ ປະກອບມີ: ຫ້ອງສາຍການເມືອງ, ຫ້ອງສາຍປົກຄອງ ແລະ ຫ້ອງສາຍເສດຖະກິດການເມືອງ ແລະ ຄຸ້ມຄອງເສດຖະກິດ, ຊຶ່ງເປັນປະທານສາຍການເມືອງໂດຍ ທ່ານ ຈັນທະວອນ ສີຫາຈັກ ຫົວໜ້າໂຮງຮຽນທິດສະດີການເມືອງ ແລະ ການປົກ ຄອງແຂວງ; ສາຍປົກຄອງໂດຍ ທ່ານ ນາງ ຄໍາພໍ ສີລິພະຈັນ ຮອງຫົວໜ້າໂຮງຮຽນທິດສະດີການເມືອງ ແລະ ການປົກຄອງແຂວງ; ສາຍເສດຖະກິດການເມືອງ ແລະ ຄຸ້ມຄອງເສດຖະກິດໂດຍ ທ່ານ ກົງຕາ ສີປະເສີດ ຮອງຫົວໜ້າໂຮງຮຽນທິດສະດີການເມືອງ ແລະ ການປົກຄອງແຂວງ.
ພິທີແຫ່-ແລ່ນທວນໄຟ ງານມະຫະກໍາກິລາແຫ່ງຊາດ ມາຮອດເມືອງປາກງື່ມ

ພິທີແຫ່-ແລ່ນທວນໄຟ ງານມະຫະກໍາກິລາແຫ່ງຊາດ ມາຮອດເມືອງປາກງື່ມ

ຂະບວນແຫ່ ແລະ ແລ່ນທວນໄຟ ສະໜັບສະໜູນງານມະຫະກໍາກິລາແຫ່ງຊາດ ຄັ້ງທີ XII ທີ່ນະຄອນຫຼວງວຽງຈັນ (ນວ) ເປັນເຈົ້າພາບ ຈັດຂຶ້ນໃນວັນທີ 3 ພະຈິກ 2025 ຢູ່ເມືອງປາກງື່ມ ໂດຍມີທ່ານ ພູວົງ ວົງຄໍາຊາວ ຮອງເຈົ້າຄອງນະຄອນຫຼວງວຽງຈັນ ຄະນະກໍາມະການລະດັບຊາດ ຮອງປະທານຈັດງານມະຫະກໍາກິລາແຫ່ງຊາດ ຄັ້ງທີ XII; ທ່ານ ພົຈວ ແປ້ນຄໍາ ບຸດຈັນແພງ ເລຂາຄະນະພັກແຂວງບໍ່ແກ້ວ, ທ່ານ ບຸນຫຼາຍ ບຸດທີ ເລຂາຄະນະພັກແຂວງເຊກອງ ພ້ອມດ້ວຍອົງການປົກຄອງເມືອງ, ພະນັກງານ, ທະຫານ ຕໍາຫຼວດ, ຄູອາຈານ ແລະ ນັກຮຽນເຂົ້າຮ່ວມ.
ໂຄງການກໍ່ສ້າງ ໂຮງຮຽນມັດທະຍົມສົມບູນ ເມືອງເຟືອງຫຼັງໃໝ່ຈະໃຫ້ສໍາເລັດພາຍໃນ 6 ເດືອນ.

ໂຄງການກໍ່ສ້າງ ໂຮງຮຽນມັດທະຍົມສົມບູນ ເມືອງເຟືອງຫຼັງໃໝ່ຈະໃຫ້ສໍາເລັດພາຍໃນ 6 ເດືອນ.

ພິທີຕັ້ງເສົາເອກ ຂອງໂຄງການກໍ່ສ້າງອາຄານຮຽນໂຮງຮຽນມັດທະຍົມສົມບູນ ເມືອງເຟືອງຫຼັງໃໝ່ ໄດ້ຈັດຂຶ້ນໃນວັນທີ 3 ພະຈິກນີ້ ໂດຍການໃຫ້ກຽດເຂົ້າຮ່ວມຂອງ ທ່ານ ພູທະນູເພັດ ໄຊສົມບັດ ເລຂາຄະນະບໍລິຫານງານພັກແຂວງ ວຽງຈັນ, ທ່ານ ນິກສັນ ພົມມະວິຈິດ ປະທານກຸ່ມບໍລິສັດນິກສັນພັດທະນາບໍ່ແຮ່ຈຳກັດ,ມີທ່ານຫົວໜ້າພະແນກການກ່ຽວຂ້ອງຂັ້ນແຂວງ, ຫົວໜ້າຫ້ອງການຂັ້ນເມືອງ, ອໍານວຍການໂຮງຮຽນ ພ້ອມດ້ວຍຄູ-ອາຈານເຂົ້າຮ່ວມ.
ເພີ່ມເຕີມ