ທ່ານ ສອນໄຊ ສີພັນດອນ ໄດ້​ຮັບ​ການ​ເລືອກ​ຕັ້ງ ເປັນນາຍົກລັດຖະມົນຕີ ອີກ​ໜຶ່ງ​ສະ​ໄໝ

ທ່ານ ສອນໄຊ ສີພັນດອນ ໄດ້​ຮັບ​ການ​ເລືອກ​ຕັ້ງ ເປັນນາຍົກລັດຖະມົນຕີ ອີກ​ໜຶ່ງ​ສະ​ໄໝ

ທ່ານ ສອນໄຊ ສີພັນດອນ ໄດ້​ຮັບ​ການ​ເລືອກ​ຕັ້ງ ເປັນນາຍົກລັດຖະມົນຕີ ອີກ​ໜຶ່ງ​ສະ​ໄໝ
ໃນກອງປະຊຸມຄັ້ງປະຖົມມະລືກ ຂອງສະພາແຫ່ງຊາດ ຊຸດທີ X ໃນວັນທີ 23 ມີນາ 2026 ນີ້, ບັນດາສະມາຊິກສະພາແຫ່ງຊາດ ຊຸດທີ X ໄດ້ເຫັນດີເປັນເອກະພາບລົງຄະແນນສຽງ ເລືອກເອົາ ທ່ານ ສອນໄຊ ສີພັນດອນ ເປັນນາຍົກລັດຖະມົນຕີ ອີກໜຶ່ງສະໄໝ, ພ້ອມທັງລົງຄະແນນສຽງຮັບຮອງເອົາ ທ່ານຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຈຳ​ນວນ 6 ທ່ານ ດ້ວຍຄະແນນສຽງເຫັນດີເປັນສ່ວນຫຼາຍ. ພ້ອມນີ້, ຍັງໄດ້ເຫັນດີເປັນເອກະພາບ ຮັບຮອງເອົາກົງຈັກການຈັດຕັ້ງຂອງຄະນະລັດຖະບານ ຊຸດທີ X ຊຶ່ງປະກອບມີ 13 ກະຊວງ ແລະ 2 ອົງການທຽບເທົ່າກະຊວງ ຕື່ມອີກ.

ໂອກາດນີ້, ທ່ານ ສອນໄຊ ສີພັນດອນ ໄດ້ຂຶ້ນກ່າວອຳລາໜ້າທີ່ ໂດຍໄດ້ຍົກໃຫ້ເຫັນຜົນສຳເລັດໃນການຈັດຕັ້ງປະຕິບັດໜ້າທີ່ວຽກງານຕະຫຼອດໄລຍະ 5 ປີຜ່ານມາ (ສະໄໝ) ຊຶ່ງທ່ານ ສອນໄຊ ສີພັນດອນ ໄດ້ເລີ່ມມາຮັບໜ້າທີ່ ເປັນນາຍົກລັດຖະມົນຕີ, ເປັນຫົວໜ້າຄະນະລັດຖະບານ ຊຸດທີ IX ນັບແຕ່ ວັນທີ 30 ທັນວາ 2022 ເປັນຕົ້ນມາ ໂດຍໄດ້ສືບຕໍ່ນໍາພາ-ຊີ້ນໍາ ສະມາຊິກລັດຖະບານ ຊຸດທີ IX ສຸມເຫື່ອແຮງ, ສະຕິປັນຍາ ແລະ ຄວາມສາມາດຂອງຕົນ ເຂົ້າໃນການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ຄັ້ງທີ IX, ປະຕິບັດວາລະແຫ່ງຊາດ ແລະ ການແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ, ແກ້ໄຂບັນຫາຢາເສບຕິດ ແລະ ບັນຫາເຄັ່ງຮ້ອນໃນສັງຄົມ, ຊຶ່ງສາມາດຍາດໄດ້ຜົນສໍາເລັດອັນພົ້ນເດັ່ນຫຼາຍດ້ານ ເປັນຕົ້ນ ເສດຖະກິດສືບຕໍ່ຂະຫຍາຍຕົວຢ່າງຕໍ່ເນື່ອງ, ລວມຍອດຜະລິດຕະພັນພາຍໃນ (GDP) ຂະຫຍາຍຕົວສະເລ່ຍໃນລະດັບ 4,24% (ຄາດໝາຍແມ່ນ 4% ຂຶ້ນໄປ), ການເກັບລາຍຮັບເຂົ້າງົບປະມານໄດ້ເກີນແຜນ 5 ປີຕິດຕໍ່ກັນ ເຮັດໃຫ້ສາມາດມີງົບປະມານ ມາຊຳລະໜີ້ສິນຫຼາຍຂຶ້ນ ຈຶ່ງເຮັດໃຫ້ລະດັບໜີ້ສິນຫຼຸດລົງ ຈາກ 112% ຂອງ GDP ໃນປີ 2022 ມາເປັນປະມານ 88% ຂອງ GDP ໃນປີ 2025 ແລະ ມີງົບປະມານເພີ່ມເງິນເດືອນ-ເງິນອຸດໜູນໃຫ້ ພະນັກງານ, ທະຫານ-ຕຳຫຼວດ ໄດ້ເພີ່ມຂຶ້ນ ແລະ ອື່ນໆ.

ພ້ອມນີ້, ທ່ານ ສອນໄຊ ສີພັນດອນ ຍັງໄດ້ຂຶ້ນກ່າວຮັບໜ້າທີ່ ໂດຍໄດ້ສະແດງຄວາມພາກພູມໃຈເປັນຢ່າງຍິ່ງ ແລະ ສະແດງຄວາມຮູ້ບຸນຄຸນຕໍ່ສະມາຊິກສະພາແຫ່ງຊາດ ຊຸດທີ X ທີ່ໄດ້ໃຫ້ຄວາມເຊື່ອໝັ້ນ, ໄວ້ວາງໃຈ ແລະ ລົງຄະແນນສຽງ ຮັບຮອງເອົາການແຕ່ງຕັ້ງໃຫ້ດຳລົງຕຳແໜ່ງເປັນນາຍົກລັດ ຖະມົນຕີ ຕາມການສະເໜີຂອງທ່ານປະທານປະເທດ. ພ້ອມທັງໃຫ້ຄຳໝັ້ນສັນຍາ ແລະ ປະຕິຍານຕົນວ່າ ຈະເຊີດຊູມານະຈິດປະຕິວັດບຸກໃຫ້ສູງກວ່າເວລາໃດໝົດ ເພື່ອຮ່ວມກັບສະມາຊິກລັດຖະບານ ຊຸດທີ X ປະຕິບັດໜ້າທີ່ຂອງຕົນໃຫ້ດີ ດ້ວຍຄວາມຮັບຜິດຊອບການເມືອງທີ່ສູງ ພາຍໃຕ້ລັດຖະທຳມະນູນ ແລະ ກົດໝາຍ ຂອງ ສປປ ລາວ ແລະ ພ້ອມທີ່ຈະອຸທິດທຸກເຫື່ອແຮງ, ສະຕິປັນຍາ ແລະ ຄວາມຮູ້, ຄວາມສາມາດຂອງຕົນ ເຂົ້າໃນການປະຕິບັດໜ້າທີ່ດ້ວຍຄວາມບໍລິສຸດໃຈ ເພື່ອຮ່ວມກັບຄະນະນໍາຂອງພັກ ແລະ ລັດ ທັງສູນກາງ ແລະ ທ້ອງຖິ່ນ ເຮັດສຳເລັດໜ້າທີ່ ທີ່ປະຊາຊົນມອບໝາຍໃຫ້ ໂດຍຍຶດຖືຄະຕິທີ່ວ່າ: "ຜົນປະໂຫຍດຂອງຊາດ ແລະ ຜົນປະໂຫຍດຂອງປະຊາຊົນຕ້ອງມາກ່ອນສິ່ງອື່ນໃດ” ແລະ ຖືເອົາ: “ປະຊາຊົນເປັນກົກ ແລະ ອີງໃສ່ສິດ, ຜົນປະໂຫຍດ ທີ່ຖືກຕ້ອງຕາມກົດໝາຍ ແລະ ຄວາມມຸ່ງມາດປາຖະໜາອັນຊອບທຳຂອງປະຊາຊົນ”.

ຫຼັງຈາກນັ້ນ ທ່ານ ສອນໄຊ ສີພັນດອນ ໄດ້ຂຶ້ນສະເໜີໂຄງປະກອບກົງຈັກລັດຖະບານ, ສະເໜີແຕ່ງຕັ້ງ ທ່ານ ຮອງນາຍົກລັດຖະມົນຕີ ແລະ ສະມາຊິກລັດຖະບານ ຊຸດທີ X ຊຶ່ງປະກອບມີ 13 ກະຊວງ ແລະ 2 ອົງການທຽບເທົ່າກະຊວງ ຄື:

1). ກະຊວງປ້ອງກັນປະເທດ,

2). ກະຊວງປ້ອງກັນຄວາມສະຫງົບ,

3). ກະຊວງການຕ່າງປະເທດ,

4). ກະຊວງຍຸຕິທຳ,

5). ກະຊວງສາທາລະນະສຸກ,

6). ກະຊວງສຶກສາທິການ ແລະ ກິລາ,

7). ກະຊວງວັດທະນະທໍາ ແລະ ການທ່ອງທ່ຽວ,

8). ກະຊວງແຮງງານ ແລະ ສະຫວັດດີການສັງຄົມ,

9). ກະຊວງການເງິນ,

10). ກະຊວງກະສິກຳ ແລະ ສິ່ງແວດລ້ອມ,

11). ກະຊວງອຸດສາຫະກຳ ແລະ ການຄ້າ,

12). ກະຊວງໂຍທາທິການ ແລະ ຂົນສົ່ງ,

13). ກະຊວງເຕັກໂນໂລຊີ ແລະ ການສື່ສານ,

14). ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ,

15). ທະນາຄານແຫ່ງ ສປປ ລາວ.

ສຳລັບຄະນະລັດຖະບານ ຊຸດທີ X ມີທັງໝົດ 17 ທ່ານ ລວມທັງ ນາຍົກລັດຖະມົນຕີ, ຊຶ່ງມີລາຍຊື່ ແລະ ຕຳແໜ່ງ ຮັບຜິດຊອບ ດັ່ງນີ້:

1. ທ່ານ ສະເຫຼີມໄຊ ກົມມະສິດ ເປັນຮອງນາຍົກລັດຖະມົນຕີ, ຜູ້ປະຈຳການ,

2. ທ່ານ ຄໍາພັນ ພົມມະທັດ ເປັນຮອງນາຍົກລັດຖະມົນຕີ, ທັງເປັນລັດຖະມົນຕີກະຊວງຍຸຕິທຳ,

3. ທ່ານ ທອງສະລິດ ມັງໜໍ່ເມກ ເປັນຮອງນາຍົກລັດຖະມົນຕີ, ທັງເປັນລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ,

4. ທ່ານ ພົນເອກ ຄໍາລຽງ ອຸທະໄກສອນ ເປັນຮອງນາຍົກລັດຖະມົນຕີ, ທັງເປັນລັດຖະມົນຕີກະຊວງ ປ້ອງກັນປະເທດ,

5. ທ່ານ ສັນຕິພາບ ພົມວິຫານ ເປັນຮອງນາຍົກລັດຖະມົນຕີ, ທັງເປັນລັດຖະມົນຕີກະຊວງການເງິນ,

6. ທ່ານ ທອງສະຫວັນ ພົມວິຫານ ເປັນຮອງນາຍົກລັດຖະມົນຕີ, ທັງເປັນລັດຖະມົນຕີກະຊວງການ ຕ່າງປະເທດ,

7. ທ່ານ ນາງ ບຸນຄໍາ ວໍລະຈິດ ເປັນຜູ້ວ່າການທະນາຄານແຫ່ງ ສປປ ລາວ,

8. ທ່ານ ພົນໂທ ວັນທອງ ກອງມະນີ ເປັນລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ,

9. ທ່ານ ບົວຄົງ ນາມມະວົງ ເປັນລັດຖະມົນຕີ, ຫົວໜ້າຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ,

10. ທ່ານ ນາງ ໃບຄໍາ ຂັດທິຍະ ເປັນລັດຖະມົນຕີກະຊວງສາທາລະນະສຸກ,

11. ທ່ານ ນາງ ສວນສະຫວັນ ວິຍະເກດ ເປັນລັດຖະມົນຕີກະຊວງວັດທະນະທຳ ແລະ ການທ່ອງທ່ຽວ,

12. ທ່ານ ໂພໄຊ ໄຊຍະສອນ ເປັນລັດຖະມົນຕີກະຊວງແຮງງານ ແລະ ສະຫວັດດີການສັງຄົມ,

13. ທ່ານ ເຫຼັກໄຫຼ ສີລິໄລ ເປັນລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ,

14. ທ່ານ ມະໄລທອງ ກົມມະສິດ ເປັນລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ,

15. ທ່ານ ລິນຄໍາ ດວງສະຫວັນ ເປັນລັດຖະມົນຕີກະຊວງກະສິກຳ ແລະ ສິ່ງແວດລ້ອມ,

16. ທ່ານ ສັນຕິສຸກ ສິມມາລາວົງ ເປັນລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ.

(ຂ່າວ: ແສງຈັນ)

ຄໍາເຫັນ

ຂ່າວເດັ່ນ

ລັດຖະບານ ຈະສືບຕໍ່ແກ້ໄຂຫຼາຍບັນຫາ ເພື່ອປັບປຸງລະບົບການສຶກສາ

ລັດຖະບານ ຈະສືບຕໍ່ແກ້ໄຂຫຼາຍບັນຫາ ເພື່ອປັບປຸງລະບົບການສຶກສາ

ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ໃນວັນທີ 7 ຕຸລານີ້. ທ່ານ ທອງສະລິດ ມັງໜໍ່ເມກ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ (ສສກ) ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະພາແຫ່ງຊາດ ຕໍ່ກອງປະຊຸມດັ່ງກ່າວ. ໃນການກະກຽມປັບປຸງລະບົບການສຶກສາແມ່ນດຳເນີນໄປຕາມແຜນການ, ແຜນດໍາເນີນງານ ແລະ ແຜນປະຕິບັດງານທີ່ວາງໄວ້ ແຕ່ກໍຍັງມີສິ່ງທ້າທາຍທີ່ຈະຕ້ອງໄດ້ສືບຕໍ່ປັບປຸງ ແລະ ແກ້ໄຂໃຫ້ດີຂຶ້ນ.
ສສກ ສຸມໃສ່ແກ້ໄຂບັນຫາປະລະການຮຽນ ແລະ ປັບປຸງຄຸນນະພາບຄູ

ສສກ ສຸມໃສ່ແກ້ໄຂບັນຫາປະລະການຮຽນ ແລະ ປັບປຸງຄຸນນະພາບຄູ

ທ່ານ ທອງສະລິດ ມັງໜໍ່ເມກ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ (ສສກ) ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ໃນວັນທີ 7 ຕຸລານີ້ ໂດຍການເປັນປະທານຂອງທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ. ຕໍ່ບັນຫາປະລະການຮຽນແຕ່ລະຊັ້ນຮຽນ ທາງກະຊວງ ສສກ ໄດ້ສຸມໃສ່ແກ້ໄຂແຕ່ລະຊັ້ນຮຽນຂອງນັກຮຽນໃນຊັ້ນປະຖົມ, ມັດທະຍົມ, ການສຶກສາຊັ້ນສູງ ແລະ ອາຊີວະສຶກສາ ພ້ອມປັບປຸງຄຸນນະພາບຄູ.
ກະຊວງ ກສ ສາມາດກວດພົບ ແລະ ປະຕິບັດກົດໝາຍຕໍ່ຜູ້ລະເມີດ 1 ພັນກວ່າກໍລະນີ

ກະຊວງ ກສ ສາມາດກວດພົບ ແລະ ປະຕິບັດກົດໝາຍຕໍ່ຜູ້ລະເມີດ 1 ພັນກວ່າກໍລະນີ

ເລີ່ມແຕ່ປີ 2021 ຜ່ານມາ, ກະຊວງກະສິກຳ ແລະ ສິ່ງແວດລ້ອມ (ກສ) ໄດ້ແຕ່ງຕັ້ງເຈົ້າໜ້າທີ່ດໍາເນີນການກວດກາໂຄງການເຊົ່າ ແລະ ສຳປະທານທີ່ດິນລັດ ໃນກິດຈະການຕ່າງໆ ຈຳນວນ 438 ໂຄງການຢູ່ນະຄອນຫຼວງວຽງຈັນ ແລະ ບັນດາແຂວງໃນທົ່ວປະເທດ, ໃນຂະນະດຽວກັນໄດ້ເຂັ້ມງວດໃນການຈັດຕັ້ງປະຕິບັດກົດໝາຍ ແລະ ລະບຽບການກ່ຽວກັບການບຸກລຸກປ່າໄມ້ ນັບແຕ່ປີ 2021 ເປັນຕົ້ນມາ ສາມາດກວດພົບ ແລະ ປະຕິບັດກົດໝາຍຕໍ່ຜູ້ລະເມີດຈໍານວນ 1,173 ກໍລະນີ, ມີຜູ້ລະເມີດ 1,492 ຄົນ.
ລັດຖະບານ ຈັດສັນງົບປະມານອີງໃສ່ການຈັດເກັບລາຍຮັບ-ລາຍຈ່າຍ ທີ່ເປັນບຸລິມະສິດ

ລັດຖະບານ ຈັດສັນງົບປະມານອີງໃສ່ການຈັດເກັບລາຍຮັບ-ລາຍຈ່າຍ ທີ່ເປັນບຸລິມະສິດ

ລັດຖະບານ ກໍຄືກະຊວງການເງິນ ໄດ້ຈັດສັນງົບປະມານໂດຍອີງໃສ່ຄວາມອາດສາມາດໃນການຈັດເກັບລາຍຮັບ ໂດຍຈັດສັນເຂົ້າໃສ່ບັນດາລາຍຈ່າຍທີ່ເປັນບຸລິມະສິດ. ທ່ານ ສັນຕິພາບ ພົມວິຫານ ຮອງນາຍົກລັດຖະ ມົນຕີ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະພາແຫ່ງຊາດ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ໃນວັນທີ 7 ຕຸລານີ້ ໂດຍການເປັນປະທານຂອງທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ.
ກຊ ອຄ ກຳນົດມາດຕະຖານ 10 ຂໍ້ ເຂັ້ມງວດໃນການຄັດເລືອກນັກລົງທຶນ

ກຊ ອຄ ກຳນົດມາດຕະຖານ 10 ຂໍ້ ເຂັ້ມງວດໃນການຄັດເລືອກນັກລົງທຶນ

ກະຊວງອຸດສາຫະກຳ ແລະ ການຄ້າ (ອຄ) ຈະປັບປຸງນະໂຍບາຍ ແລະ ເພີ່ມທະວີການຄຸ້ມຄອງການພັດທະນາແຮ່ທາດໃນໄລຍະໄໝ່, ໃນຂະນະດຽວກັນ ກຳນົດມາດຕະຖານ 10 ຂໍ້ ທີ່ເຂັ້ມງວດໃນການຄັດເລືອກນັກລົງທຶນ ຕ້ອງເປັນມືອາຊີບ ມີຖານະການເງິນເຂັ້ມແຂງມີເງື່ອນໄຂຕ້ອງປຸງແຕ່ງ, ຕ້ອງເປີດເຜີຍເຈົ້າຂອງກຳມະສິດທີ່ແທ້ຈິງ (UBO) ໂດຍຫ້າມນໍາໃຊ້ຕົວແທນບັງໜ້າຢ່າງເດັດຂາດ ແລະ ປະມູນໂຄງການຢ່າງໂປ່ງໃສ 100%.
ນາຍົກ ຕ້ອນຮັບເອກອັກຄະຣາຊະທູດ ແຫ່ງ ຣາຊະອານາຈັກໄທ ປະຈຳລາວ

ນາຍົກ ຕ້ອນຮັບເອກອັກຄະຣາຊະທູດ ແຫ່ງ ຣາຊະອານາຈັກໄທ ປະຈຳລາວ

ໃນວັນທີ 6 ຕຸລານີ້, ທີ່ສໍານັກງານນາຍົກລັດຖະມົນຕີ, ທ່ານ ສະເຫຼີມໄຊ ກົມມະສິດ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ໃຫ້ກຽດຕ້ອນຮັບ ການເຂົ້າຢ້ຽມຂ່ຳນັບຂອງ ທ່ານ ນາງ ຄຣອງຂະນິດ ຣັກຈະເລີນ ເອກອັກຄະຣາຊະທູດ ແຫ່ງ ຣາຊະອານາຈັກໄທ ປະຈຳ ສປປ ລາວ ທີ່ໄດ້ຕາງໜ້າໃຫ້ທ່ານ ນາຍົກລັດຖະມົນຕີ ກໍຄືລັດຖະບານ ແຫ່ງ ຣາຊະອານາຈັກໄທ ນຳເອົາກະຕ່າດອກໄມ້ ແລະ ຄຳອວຍພອນ ມາຍັງທ່ານ ສະເຫຼີມໄຊ ກົມມະສິດ ທີ່ໄດ້ຮັບການແຕ່ງຕັ້ງດຳລົງຕຳແໜ່ງ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ.
ສະເໜີລັດຖະບານເລັ່ງແກ້ໄຂບັນຫາເສັ້ນທາງ

ສະເໜີລັດຖະບານເລັ່ງແກ້ໄຂບັນຫາເສັ້ນທາງ

ໃນວາລະດຳເນີນກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ໃນວັນທີ 6 ຕຸລານີ້, ພາຍໃຕ້ການເປັນປະທານຂອງທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ, ບັນດາສະມາຊິກສະພາແຫ່ງຊາດ (ສສຊ) ໄດ້ປະກອບຄໍາເຫັນຕໍ່ບົດລາຍງານການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ, ແຜນງົບປະມານແຫ່ງລັດ, ແຜນເງິນຕາປີ 2026 ແລະ ທິດທາງແຜນການ ປີ 2027 ໂດຍເນັ້ນໃສ່ຫຼາຍບັນຫາ ແລະ ປະເດັນສໍາຄັນ ທີ່ສັງຄົມກໍາລັງໃຫ້ຄວາມສົນໃຈ.
ສສຊ ສະເໜີໃຫ້ລັດຖະບານແກ້ໄຂຫຼາຍບັນຫາສໍາຄັນ

ສສຊ ສະເໜີໃຫ້ລັດຖະບານແກ້ໄຂຫຼາຍບັນຫາສໍາຄັນ

ບັນດາສະມາຊິກສະພາແຫ່ງຊາດ (ສສຊ) ຈາກເຂດເລືອກຕັ້ງຕ່າງໆ ໄດ້ສຸມໃສ່ປະກອບຄໍາເຫັນໃສ່ບົດລາຍງານກ່ຽວກັບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ, ແຜນງົບປະມານແຫ່ງລັດ, ແຜນເງິນຕາປະຈໍາປີ 2026 ແລະ ທິດທາງແຜນການ ປະຈໍາປີ 2027 ແລະ ບົດລາຍງານກ່ຽວກັບບັນຊີຢາເສບຕິດທີ່ເກືອດຫ້າມ ແລະ ຢາເສບຕິດ, ສານເຄມີ ທີ່ຖືກຄວບຄຸມການນໍາໃຊ້ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ໃນວັນທີ 6 ຕຸລານີ້ ພາຍໃຕ້ການເປັນປະທານຂອງທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ.
ທ່ານນາຍົກ ຕ້ອນຮັບທູດຫວຽດນາມເຂົ້າອວຍພອນ ໃນໂອກາດໄດ້ຮັບການແຕ່ງຕັ້ງດຳລົງຕຳແໜ່ງ

ທ່ານນາຍົກ ຕ້ອນຮັບທູດຫວຽດນາມເຂົ້າອວຍພອນ ໃນໂອກາດໄດ້ຮັບການແຕ່ງຕັ້ງດຳລົງຕຳແໜ່ງ

ວັນທີ 5 ຕຸລານີ້, ທີ່ສໍານັກງານນາຍົກລັດຖະມົນຕີ ທ່ານ ສະເຫຼີມໄຊ ກົມມະສິດ ນາຍົກລັດຖະມົນຕີ ໄດ້ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມຂ່ຳນັບ ຂອງທ່ານ ຫງວຽນ ມິ່ງ ເຕິມ ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງ ສສ ຫວຽດນາມ ປະຈຳລາວ ທີ່ໄດ້ຕາງໜ້າລັດຖະບານ ແຫ່ງ ສສ ຫວຽດນາມ ນຳເອົາກະຕ່າດອກໄມ້ເຂົ້າອວຍພອນ ໃນໂອກາດທີ່ທ່ານ ສະເຫຼີມໄຊ ກົມມະສິດ ໄດ້ຮັບການແຕ່ງຕັ້ງ ດຳລົງຕຳແໜ່ງ ເປັນນາຍົກລັດຖະມົນຕີ ແຫ່ງ ສປປ ລາວ.
ປີ 2027 ລັດຖະບານ ຈະສຸມໃສ່ຄຸ້ມຄອງເສດຖະກິດມະຫາພາກໃຫ້ມີສະຖຽນລະພາບ

ປີ 2027 ລັດຖະບານ ຈະສຸມໃສ່ຄຸ້ມຄອງເສດຖະກິດມະຫາພາກໃຫ້ມີສະຖຽນລະພາບ

ປີ 2027 ລັດຖະບານ ຈະສືບຕໍ່ຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ X (2026-2030). ສະນັ້ນ, ໃນປີ 2027 ລັດຖະບານ ໄດ້ວາງຄາດໝາຍສູ້ຊົນໃຫ້ລວມຍອດຜະລິດຕະພັນພາຍໃນ (GDP) ຂະຫຍາຍຕົວ 5.8% ຂຶ້ນໄປ ແລະ ສູ້ຊົນເກັບລາຍຮັບທັງໝົດໃຫ້ໄດ້ 104,475 ຕື້ກີບ ທຽບໃສ່ແຜນຂອງປີຜ່ານມາເພີ່ມຂຶ້ນ 24.97% ເທົ່າກັບ 21.87% ຂອງ GDP. ໃນນີ້, ລາຍຮັບພາຍໃນ 99,275 ຕື້ກີບ ທຽບໃສ່ປີ 2026 ເພີ່ມຂຶ້ນ 26.46% ເທົ່າກັບ 20.78% ຂອງ GDP ແລະ ລາຍຈ່າຍງົບປະມານທັງໝົດ 104,475 ຕື້ກີບ ເທົ່າກັບ 21.87% ຂອງ GDP ຊຶ່ງເປັນງົບປະມານສົມດຸນ ໂດຍຈະສຸມໃສ່ປະຕິບັດວຽກຈຸດສຸມຈໍານວນໜຶ່ງ ສຸມໃສ່ຄຸ້ມຄອງເສດຖະກິດມະຫາພາກໃຫ້ມີສະຖຽນລະພາບ ໂດຍເລັ່ງໃສ່ແກ້ໄຂບັນຫາເຄັ່ງຮ້ອນດ້ານເສດຖະກິດ-ການເງິນ, ແກ້ໄຂບັນຫາເງິນເຟີ້, ອັດຕາແລກປ່ຽນ ແລະ ໜີ້ສິນພາຍໃນ ແລະ ຕ່າງປະເທດ, ທ່ານ ສະເຫຼີມໄຊ ກົມມະສິດ ນາຍົກລັດຖະມົນຕີ ໄດ້ກ່າວລາຍງານຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ໃນວັນທີ 5 ຕຸລານີ້ ພາຍໃຕ້ການເປັນປະທານຂອງທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ.
ເພີ່ມເຕີມ