![]() |
ໃນໂອກາດດັ່ງກ່າວ, ທ່ານ ສອນໄຊ ສີພັນດອນ ໄດ້ສະແດງຄວາມຕ້ອນຮັບ, ຊົມເຊີຍ ຕໍ່ທ່ານ ກິມ ເທ ຮຶມ ພ້ອມດ້ວຍຄະນະ ທີ່ໄດ້ເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ໃນຄັ້ງນີ້ ຊຶ່ງເປັນການປະກອບສ່ວນສໍາຄັນເຂົ້າໃນການເພີ່ມພູນຄູນສ້າງສາຍພົວພັນມິດຕະພາບ ແລະ ການຮ່ວມມື ລະຫວ່າງ ສປປ ລາວ-ສ.ເກົາຫຼີ, ໃນນາມຕາງໜ້າລັດຖະບານແຫ່ງ ສປປ ລາວ ຕີລາຄາສູງຕໍ່ການຮ່ວມມື ລະຫວ່າງ ສອງປະເທດ ສປປ ລາວ-ສ.ເກົາຫຼີ ທີ່ໄດ້ປະກອບສ່ວນຊ່ວຍເຫຼືອ ແລະ ການຮ່ວມມື ຂອງທ່ານເຈົ້າແຂວງ ກໍຄືພາກສ່ວນຕ່າງໆ ຂອງແຂວງຊຸງຊອງນຳໂດ ທີ່ໄດ້ປະກອບສ່ວນອັນສຳຄັນເຂົ້າໃນການພັດທະນາເສັດຖະກິດ-ສັງຄົມ ຂອງ ສປປ ລາວ, ເວົ້າລວມ, ເວົ້າສະເພາະ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ກັບ ແຂວງຊຸງຊອງນໍາໂດ ສ.ເກົາຫຼີ, ທີ່ມີມາແລ້ວນັ້ນໃຫ້ນັບມື້ກ້າວເຂົ້າສູ່ລວງເລິກ.
ໃນໂອກາດນີ້ ທ່ານ ກິມ ເທ ຮຶມ, ຕາງໜ້າໃຫ້ຄະນະ ສະແດງຄວາມຂອບໃຈຕໍ່ທ່ານນາຍົກລັດຖະມົນຕີ ທີ່ໄດ້ໃຫ້ການຕ້ອນຮັບອັນອົບອຸ່ນ ພ້ອມທັງໄດ້ແຈ້ງຈຸດປະສົງຂອງການມາຢ້ຽມຢາມ ແລະ ເຮັດວຽກໃນຄັ້ງນີ້ ໃຫ້ກັບທ່ານນາຍົກລັດຖະມົນຕີໄດ້ຮັບຊາບຕື່ມອີກ.
ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ແລະ ແຂວງຊຸງຊອງນຳໂດ ຈະໄດ້ລົງນາມໃນບົດບັນທຶກການຮ່ວມມືສອງຝ່າຍນຳກັນ ໂດຍສະເພາະການຮ່ວມມືໃນຂົງເຂດກະສິກຳ ຄື: ການສະໜອງແຮງງານຕາມລະດູການໄປເຮັດວຽກຢູ່ບັນດາເມືອງຂອງແຂວງຊຸງຊອງນຳໂດ ທີ່ເຫັນວ່າມີທ່າອ່ຽງເພີ່ມຂຶ້ນໃນປີຜ່ານມາ ແລະ ເວລາມີບັນຫາທັງສອງກໍໄດ້ຮ່ວມກັນແກ້ໄຂບົນພື້ນຖານຄວາມເຄົາລົບ ແລະ ໄວ້ເນື້ອເຊື່ອໃຈກັນ. ນອກນີ້ ບັນທຶກການຮ່ວມມືຍັງໄດ້ກຳນົດກ່ຽວກັບການຊ່ວຍເຫຼືອດ້ານອຸປະກອນຕ່າງໆຕໍ່ກະຊວງແຮງງານ, ໄລຍະຜ່ານມາທາງແຂວງຊຸງຊອງນຳໂດ ກໍໄດ້ຊ່ວຍເຫຼືອ ສປປ ລາວ ຫຼາຍດ້ານ ເຊັ່ນ: ໄດ້ສະໜອງລົດຮັບ-ສົ່ງຄົນເຈັບ ແລະ ອຸປະກອນໄອທີ, ເຄື່ອງແຈ້ງເຕືອນໄຟໄໝ້, ຊຸດດັບເພີງ ແລະ ອື່ນໆ, ຊຶ່ງການຮ່ວມມືດັ່ງກ່າວ ໄດ້ເປັນຂີດໝາຍ ແລະ ບາດກ້າວທີ່ສຳຄັນຫຼາຍດ້ານໃນການປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ-ສັງຄົມ ຂອງ ສປປ ລາວ ໂດຍສະເພາະວຽກງານການຈັດຫາງານ ຊຶ່ງເປັນການສ້າງໂອກາດອັນໃຫຍ່ຫຼວງໃຫ້ແກ່ແຮງງານລາວ. ນອກຈາກຈະເປັນການສ້າງລາຍຮັບໃຫ້ແກ່ຜູ້ອອກແຮງງານ ແລະ ຄອບຄົວແລ້ວ, ຍັງເປັນການພັດທະນາທັກສະສີມືແຮງງານ ແລະ ການຮຽນຮູ້ແບບແຜນການເຮັດວຽກ ແລະ ການດຳລົງຊີວິດ ເພື່ອມາໜູນໃຊ້ເຂົ້າໃນຊີວິດຕົວຈິງຂອງເຂົາເຈົ້າໃນເວລາກັບຄືນປະເທດ, ໃນນາມກະຊວງແຮງງານ ແລະ ສະຫວັດດີການສັງຄົມ ກໍຄືລັດຖະບານແຫ່ງ ສປປ ລາວ ຂໍຕີລາຄາສູງຕໍ່ການປະກອບສ່ວນຊ່ວຍເຫຼືອ ແລະ ການຮ່ວມມື ຂອງທ່ານເຈົ້າແຂວງ ກໍຄືພາກສ່ວນຕ່າງໆຂອງ ແຂວງຊຸງຊອງນຳໂດ ທີ່ໄດ້ປະກອບສ່ວນອັນສຳຄັນເຂົ້າໃນການພັດທະນາເສັດຖະກິດ-ສັງຄົມຂອງ ສປປ ລາວ. (ຂ່າວ: ແສງຈັນ)

ຄໍາເຫັນ