![]() |
ໃນການພົບປະຄັ້ງນີ້, ທ່ານ ທອງສະຫວັນ ພົມວິຫານ ໄດ້ສະແດງຄວາມຍິນດີທີ່ໄດ້ພົບປະກັບທ່ານນາງ ອິຊຶມິ ນະກະມິດຊຶ ຮອງເລຂາທິການໃຫຍ່ ຜູ້ຕາງໜ້າຂັ້ນສູງ ສປຊ ດ້ານວຽກງານຫຼຸດຜ່ອນອາວຸດ ແລະ ໄດ້ສະແດງຄວາມຂອບໃຈຢ່າງຈິງໃຈຕໍ່ ອົງການ ສປຊ ທີ່ສືບຕໍ່ໃຫ້ການສະໜັບສະໜູນ ແລະ ຮ່ວມມືຢ່າງໃກ້ຊິດກັບ ສປປ ລາວ ໃນການກະກຽມເປັນເຈົ້າພາບຈັດກອງປະຊຸມທົບທວນສົນທິສັນຍາວ່າດ້ວຍການເກືອດຫ້າມລະເບີດລູກຫວ່ານຮອບວຽນທີ 3 ທີ່ຈະມີຂຶ້ນຢູ່ ສປປ ລາວ ໃນເດືອນກັນຍາ 2026 ນີ້. ທ່ານ ທອງສະຫວັນ ພົມວິຫານ ໄດ້ແຈ້ງໃຫ້ຊາບໂດຍຫຍໍ້ ກ່ຽວກັບຄວາມຄືບໜ້າຂອງການກະກຽມຈັດກອງປະຊຸມດັ່ງກ່າວ ແລະ ໄດ້ເນັ້ນວ່າປະເທດລາວເປັນປະເທດທີ່ໄດ້ຮັບຜົນກະທົບຈາກລະເບີດລູກຫວ່ານຢ່າງໜັກໜ່ວງທີ່ສຸດ, ສະນັ້ນ ສປປ ລາວ ຈຶ່ງໃຫ້ຄວາມສໍາຄັນຢ່າງສູງເພື່ອເຮັດໃຫ້ການຈັດກອງປະຊຸມຄັ້ງນີ້ ປະສົບຜົນສໍາເລັດຢ່າງຈົບງາມທັງເປັນການເສີມຂະຫຍາຍຈຸດປະສົງທາງດ້ານມະນຸດສະທໍາຂອງສົນທິສັນຍາດັ່ງກ່າວ, ພ້ອມທັງຖືໂອກາດນີ້, ໄດ້ສົ່ງຄໍາເຊື້ອເຊີນຂອງ ສປປ ລາວ ເຖິງ ພະນະທ່ານ ອັນໂຕນີໂອ ກູເຕີເຣສ (H.E. Mr. Antonio Guterres), ເລຂາທິການໃຫຍ່ ອົງການ ສປຊ ເຂົ້າຮ່ວມກອງປະຊຸມດັ່ງກ່າວພ້ອມທັງສະເໜີໃຫ້ ສປຊ ສືບຕໍ່ສະໜັບສະໜູນ ສປປ ລາວ ໃນການກະກຽມຄວາມພ້ອມຮອບດ້ານເພື່ອເປັນເຈົ້າພາບຈັດກອງປະຊຸມສໍາຄັນຄັ້ງນີ້ ໃຫ້ໄດ້ຮັບຜົນສໍາເລັດຕາມລະດັບຄາດໝາຍເປັນຕົ້ນແມ່ນການຊຸກຍູ້ການເຂົ້າຮ່ວມຂອງຄະນະຜູ້ແທນຂັ້ນສູງຈາກປະເທດສະມາຊິກ, ປະເທດສັງເກດການ, ອົງການຈັດຕັ້ງສາກົນ ແລະ ອົງການກ່ຽວຂ້ອງອື່ນໆ, ການສະໜັບສະໜູນການຮັບຮອງເອົາເອກະສານສໍາຄັນຂອງກອງປະຊຸມ, ການຮັບປະ ກັນດ້ານສາທາລະນະສຸກ ແລະ ການປະສານງານເພື່ອຕອບໂຕ້ເຫດການສຸກເສີນ, ລວມທັງການສະໜັບສະໜູນທາງດ້ານວິຊາການ ແລະ ການໃຫ້ຄໍາແນະນໍາດ້ານຕ່າງໆ.
![]() |
ໃນຂະນະດຽວກັນ, ທ່ານນາງ ອິຊຶມິ ນະກະມິດຊຶ, ຮອງເລຂາທິການໃຫຍ່, ຜູ້ຕາງໜ້າຂັ້ນສູງ ສປຊ ດ້ານວຽກງານຫຼຸດຜ່ອນອາວຸດ ກໍໄດ້ສະແດງຄວາມຍິນດີທີ່ໄດ້ພົບປະກັບທ່ານ ທອງສະຫວັນ ພົມວິຫານ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດແຫ່ງ ສປປ ລາວ ໃນຄັ້ງນີ້ເຊັ່ນດຽວກັນ ພ້ອມທັງໄດ້ຢືນຢັນວ່າຈະສືບຕໍ່ໃຫ້ການສະໜັບສະໜູນ ແລະ ຊ່ວຍເຫຼືອ ສປປ ລາວ ໃນການກະກຽມເປັນເຈົ້າພາບຈັດກອງປະຊຸມທົບທວນສົນທິສັນຍາວ່າດ້ວຍການເກືອດຫ້າມລະເບີດລູກຫວ່ານຮອບວຽນທີ 3 ແລະ ບັນດາກິດຈະກໍາປິ່ນອ້ອມໃຫ້ໄດ້ຮັບຜົນສໍາເລັດຕາມຄາດໝາຍທີ່ວາງໄວ້. (ຂ່າວ: ກຕທ)


ຄໍາເຫັນ