![]() |
ໃນໂອກາດນີ້, ທ່ານ ແອດີ ເອຍວານ ມາຮມຸດ ເອກອັກຄະລັດຖະທູດ ມາເລເຊຍ ປະຈຳ ສປປ ລາວ ໃນນາມຜູ້ປະສານງານປັດຈຸບັນຂອງກອງປະຊຸມປຶກສາຫາລືຂອງບັນດາທູດອາຊຽນ ປະຈຳ ສປປ ລາວ (ASEAN Consultative Meeting) ໄດ້ຕາງໜ້າບັນດາທູດອາຊຽນ ສະແດງຄວາມຊົມເຊີຍຢ່າງຈິງໃຈຕໍ່ ທ່ານ ທອງສະຫວັນ ພົມວິຫານ ທີ່ໄດ້ຮັບການແຕ່ງຕັ້ງເປັນຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ.
![]() |
ໃນໂອກາດດຽວກັນນີ້, ທ່ານ ທອງສະຫວັນ ພົມວິຫານ ກໍໄດ້ສະແດງຄວາມຂອບໃຈຕໍ່ຄຳອວຍ ພອນ ແລະ ຊົມເຊີຍຢ່າງຈິງໃຈຂອງບັນດາທູດອາຊຽນ ປະຈໍາ ສປປ ລາວ ພ້ອມທັງໄດ້ສະແດງຄວາມຂອບໃຈຕໍ່ບັນດາປະເທດສະມາຊິກອາຊຽນ ທີ່ໄດ້ໃຫ້ການຮ່ວມມື ແລະ ສະໜັບສະໜູນ ສປປ ລາວ ຕະຫຼອດໄລຍະຜ່ານມາ. ພ້ອມນີ້, ທ່ານ ທອງສະຫວັນ ພົມວິຫານ ກໍໄດ້ສະແດງຄວາມຊົມເຊີຍຕໍ່ການເຄື່ອນໄຫວວຽກງານອາຊຽນຂອງບັນດາສະຖານທູດອາຊຽນ ປະຈຳ ສປປ ລາວ ພາຍໃຕ້ຂອບກອງປະຊຸມປຶກສາຫາລືອາຊຽນໃນໄລຍະຜ່ານມາ ເພື່ອສົ່ງເສີມຄວາມຮັບຮູ້ກ່ຽວກັບອາຊຽນ ກໍຄືການເພີ່ມທະວີຮັດແໜ້ນການພົວພັນຮ່ວມມືລະຫວ່າງບັນດາປະເທດສະມາຊິກອາຊຽນ ແລະ ການຮ່ວມມືສອງຝ່າຍກັບ ສປປ ລາວ.
(ຂ່າວ: ກຕທ)


ຄໍາເຫັນ