ທ່ານ ວິໄລວົງ ບຸດດາຄຳ ຊີ້ນຳວຽກງານຢູ່ພະແນກກະສິກຳ ແລະ ປ່າໄມ້

ທ່ານ ວິໄລວົງ ບຸດດາຄຳ ຊີ້ນຳວຽກງານຢູ່ພະແນກກະສິກຳ ແລະ ປ່າໄມ້
ທ່ານ ວິໄລວົງ ບຸດດາຄຳ ກຳມະການສູນກາງພັກ ເລຂາພັກແຂວງ ເຈົ້າແຂວງຈຳປາສັກ ພ້ອມຄະນະ ຊຶ່ງມີທ່ານຮອງເລຂາພັກແຂວງ, ຄະນະປະຈຳພັກແຂວງ, ຫົວໜ້າຫ້ອງວ່າການແຂວງ ພະແນກ ການກ່ຽວຂ້ອງ ໄດ້ພົບປະໂອ້ລົມຊຸກຍູ້ຊີ້ນຳວຽກງານກະສິກຳ ແລະ ປ່າໄມ້ ທີ່ພະນກກະສິກຳ ແລະ ປະໄມ້ແຂວງ ໃນວັນທີ 12 ຕຸລາ ນີ້ ໂດຍມີທ່ານຫົວໜ້າພະແນກ, ຮອງພະແນກ, ຫົວໜ້າຫ້ອງການ ແລະ ຂະ ແໜງການພາຍໃນພະແນກກະສິກຳ ແລະ ປະໄມ້ແຂວງ ເຂົ້າຮ່ວມ.
ໃນພິທີ, ທ່ານ ສົມລິດ ວິລະວົງ ຫົວໜ້າພະແນກກະສິກຳ ແລະ ປະໄມ້ແຂວງ ແລະ ຄະນະ ໄດ້ລາຍງານການຈັດຕັ້ງປະຕິບັດແຜນພັດທະນາກະສິກຳ-ປ່າໄມ້ ແລະ ພັດທະນາຊົນນະບົດປະຈຳ 9 ເດືອນ ແລະ ທິດທາງແຜນການ 3 ເດືອນທ້າຍປີ 2023 ແລະ ການປະຕິບັດວຽກງານວາລະແຫ່ງຊາດ ໄລຍະ 2021-2023 ຊຶ່ງຍົກໃຫ້ເຫັນແຜນງານຄໍ້າປະກັນຄວາມໝັ້ນຄົງດ້ານສະບຽງອາຫານ ເຊັ່ນ: ດ້ານປູກຝັງ: ສາມາດຜະລິດເຂົ້ານາແຊງປີ 2023 ປະຕິບັດໄດ້ 7.633 ເຮັກຕາ, ຜົນຜະລິດ 35.581 ໂຕນ. ທຽບໃສ່ໄລຍະດຽວກັນເພີ່ມຂຶ້ນ 13%, ທຽບໃສ່ແຜນການປະຕິບັດໄດ້ 82%. ການຜະລິດເຂົ້ານາປີ ປີ 2023: ເນື້ອທີ່ແຜນການ 117.000 ເຮັກຕາ, ມາຮອດປັດຈຸບັນປະຕິບັດໄດ້ 118.938 ເຮັກຕາ ທຽບໃສ່ແຜນປະຕິບັດໄດ້ 101,6%. ຄາດຄະເນເນື້ອທີ່ເກັບກ່ຽວທັງໝົດ 118.867 ເຮັກຕາ, ຄາດຄະເນຜົນຜະລິດ 416.035 ໂຕນ; ການດຸ່ນດ່ຽງເຂົ້າກິນ ໃນປີ 2023 ຜົນຜະລິດເຂົ້າລວມ ໄດ້ 447.187 ໂຕນ (ຊຶ່ງໄດ້ຈາກຜົນຜະລິດເຂົ້ານາປີ 2022 + ນາແຊງ ປີ 2023) ສະເລ່ຍໃສ່ພົນລະເມືອງ ໄດ້ 573 ກິໂລ/ຄົນ/ປີ.
ການປູກພືດລະດູແລ້ງ ແລະ ລະດູຝົນ: ເນື້ອທີ່ແຜນການ 83.394 ເຮັກຕາ, ປະຕິບັດໄດ້ 67.266 ເຮັກຕາ, ຜົນຜະລິດໄດ້ 1.464.186 ໂຕນ ທຽບໃສ່ໄລຍະດຽວກັນປະຕິບັດໄດ້ເພີ່ມຂຶ້ນ 20%, ທຽບໃສ່ແຜນການປະຕິບັດໄດ້ 89.26% ໃນນັ້ນ ການປູກພືດລະດູແລ້ງປະຕິບັດໄດ້ 53.792 ເຮັກຕາ, ຜົນຜະລິດໄດ້ 1.368.683 ໂຕນ, ທຽບໃສ່ໄລຍະດຽວເພີ່ມຂຶ້ນ 43%, ຈາກນີ້ຍັງຍົກໃຫ້ເຫັນດ້ານການລ້ຽງສັດ ແລະ ການປະມົງ, ແຜນງານ ຜະລິດກະສິກຳ ແລະ ປ່າໄມ້ ເປັນສິນຄ້າ: ການປູກພືດສິນຄ້າ, ແຜນງານຄຸ້ມຄອງປ່າໄມ້ ແລະ ຊັບພະຍາກອນ, ວຽກພັດທະນາຊົນນະບົດ ແລະ ລຶບລ້າງຄວາມທຸກຍາກ ຕື່ມອີກ.
ພາຍຫຼັງຮັບຟັງການລາຍງານແລ້ວ ທ່ານ ວິໄລວົງ ບຸດດາຄຳ ກໍໄດ້ມີຄຳເຫັນໂອ້ລົມໂດຍຍ້ອງຍໍຊົມເຊີຍ ແລະ ຕີລາຄາສູງຕໍ່ຜົນສຳເລັດວຽກງານກະສິກຳ ແລະ ປ່າໄມ້, ພັດທະນາຂົນນະບົດ ໃນໄລຍະຜ່ານມາ ອັນເປັນທ່າແຮງການປະກອບສ່ວນໃນການພັດທະນາເສດຖະກິດ-ສັງຄົມ ຂອງແຂວງ ໃຫ້ມີການພັດທະນາຢ່າງຕໍ່ເນື່ອງ ສະແດງອອກໃນການສະເລ່ຍເຂົ້າກິນ ມີສ່ວນແຮໄວ້ ແລະ ເປັນສິນຄ້າ, ນອກຈາກນີ້ການຜະລິດຊາ, ກາເຟ ກໍເປັນສິນຄ້າຍຸດທະສາດຂອງລັດຖະບານ ຂອງແຂວງທີ່ສ້າງລາຍໄດ້ໃຫ້ແກ່ຊາວສວນໄດ້ເປັນຢ່າງດີ. ຕໍ່ບາງບັນຫາ ແລະ ຄຳສະເໜີ ບາງດ້ານທ່ານເຈົ້າແຂວງ ແລະ ຄະນະນຳ ໄດ້ໃຫ້ກຽດຊີ້ນຳ ໃຫ້ຄະນະນຳພະແນກກະສິກຳ ແລະ ປ່າໄມ້ແຂວງ ໄດ້ສືບຕໍ່ນຳພາເພື່ອປັບປຸງ ແລະ ພັດທະນາ ຢ່າງມີປະສິດທິພາບ ໃຫ້ຫຼາຍຂຶ້ນ ເຮັດໃຫ້ຂະແໜງກະສິກຳ, ປ່າໄມ ແລະ ພັດທະນາຊົນນະບົດ ຕິດພັນກັບການພັດນາພື້ນຖານໂຄງລ່າງ ແລະ ພັດທະນາຊີວິດການເປັນຢູ່ຂອງປະຊາຊົນສູງຂຶ້ນເລື້ອຍໆ.
(ຂ່າວ-ພາບ: ເກດສະໜາ ແກ້ວສຸວັນນະແສງ)

ຄໍາເຫັນ

ຂ່າວການເມືອງ

ຜົນສໍາເລັດກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

ຜົນສໍາເລັດກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

ທ່ານ ບຸນຈັນ ສີວົງພັນ ຮອງປະທານສະພາແຫ່ງຊາດ ຕາງໜ້າຄະນະປະຈຳສະພາແຫ່ງຊາດ ຫົວໜ້າກອງເລຂານຸການກອງປະຊຸມ ໄດ້ຖະແຫຼງຂ່າວຕໍ່ສື່ມວນຊົນ ກ່ຽວກັບຜົນສໍາເລັດຂອງການດໍາເນີນກອງປະຊຸມສະ ໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ໃນວັນທີ 21 ຕຸລານີ້ ທີ່ສະພາແຫ່ງຊາດ.
ຜົນການພິຈາລະນາຮັບຮອງເອົາກົດໝາຍຈໍານວນ 8 ສະບັບ

ຜົນການພິຈາລະນາຮັບຮອງເອົາກົດໝາຍຈໍານວນ 8 ສະບັບ

ທ່ານ ກອງແກ້ວ ໄຊສົງຄາມ ຮອງປະທານສະພາແຫ່ງຊາດ ໄດ້ຖະແຫຼງຂ່າວກ່ຽວກັບຜົນການພິຈາລະນາຮັບຮອງເອົາກົດໝາຍຈໍານວນ 8 ສະບັບຕໍ່ສື່ມວນຊົນ ໃນວັນທີ 21 ຕຸລານີ້ ທີ່ສະພາແຫ່ງຊາດ ວ່າ: ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ໄດ້ສຸມໃສ່ພິຈາລະນາບັນດາຮ່າງກົດໝາຍຈໍານວນ 8 ສະບັບ. ໃນນັ້ນ, ມີກົດໝາຍສ້າງໃໝ່ 1 ສະບັບ ແລະ ປັບປຸງ 7 ສະບັບ.
ສສຊ ມີຄໍາເຫັນຕໍ່ຮ່າງກົດໝາຍວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ສສຊ ມີຄໍາເຫັນຕໍ່ຮ່າງກົດໝາຍວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ສະມາຊິກສະພາແຫ່ງຊາດ (ສຊຊ) ໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ໃນວັນທີ 20 ຕຸລານີ້, ທີ່ສະພາແຫ່ງຊາດ ໂດຍການເປັນປະທານຂອງທ່ານ ວິໄລວົງ ບຸດດາຄໍາ ຮອງປະທານສະພາແຫ່ງຊາດ.
ຜົນສຳເລັດ ການພິຈາລະນາຮັບຮອງແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ

ຜົນສຳເລັດ ການພິຈາລະນາຮັບຮອງແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ

ທ່ານ ວິໄລວົງ ບຸດດາຄໍາ ຮອງປະທານສະພາແຫ່ງຊາດ ໄດ້ຖະແຫຼງຂ່າວກ່ຽວກັບຜົນສຳເລັດການພິຈາ ລະນາຮັບຮອງແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ, ແຜນງົບປະມານແຫ່ງລັດ, ແຜນເງິນຕາປີ 2026 ແລະ ທິດທາງແຜນການປີ 2027 ໃນວັນທີ 20 ຕຸລານີ້, ທີ່ສະພາແຫ່ງຊາດ.
ສະເໜີປັບປຸງກົດໝາຍວ່າດ້ວຍ ການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ສະເໜີປັບປຸງກົດໝາຍວ່າດ້ວຍ ການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີຕໍ່ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ໃນວັນທີ 20 ຕຸລານີ້, ທີ່ສະພາແຫ່ງຊາດ ພາຍໃຕ້ການເປັນປະທານຂອງທ່ານ ວິໄລວົງ ບຸດດາຄໍາ ຮອງປະທານສະພາແຫ່ງຊາດ.
ສສຊເຂດ 11 ບໍລິຄຳໄຊ ມີຄໍາເຫັນຕໍ່ຮ່າງກົດໝາຍວ່າດ້ວຍລັດຖະບານ

ສສຊເຂດ 11 ບໍລິຄຳໄຊ ມີຄໍາເຫັນຕໍ່ຮ່າງກົດໝາຍວ່າດ້ວຍລັດຖະບານ

ທ່ານສອນທະນູທໍາມະວົງສະມາຊິກສະພາແຫ່ງຊາດ (ສສຊ) ປະຈໍາເຂດເລືອກຕັ້ງທີ 11 ແຂວງບໍລິຄໍາໄຊໄດ້ປະກອບຄຳເຫັນໃສ່ຮ່າງກົດໝາຍວ່າດ້ວຍລັດຖະບານ(ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດຊຸດທີ X ໃນວັນທີ 16ຕຸລາຜ່ານມາ,ທີ່ສະພາແຫ່ງຊາດໂດຍການເປັນປະທານຂອງທ່ານນາງສູນທອນໄຊຍະຈັກຮອງປະທານສະພາແຫ່ງຊາດ.
ສສຊ ຄຳມ່ວນ ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການປົກປ້ອງເງິນຝາກ

ສສຊ ຄຳມ່ວນ ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການປົກປ້ອງເງິນຝາກ

​ບັນດາສະມາຊິກສະພາແຫ່ງຊາດ (ສສຊ) ໄດ້ເອົາໃຈໃສ່ປະກອບຄຳເຫັນຕໍ່ຮ່າງກົດ ໝາຍ ວ່າດ້ວຍການປົກປ້ອງເງິນຝາກ ຊຶ່ງເປັນສະບັບສ້າງໃໝ່ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ໃນວັນທີ 19 ຕຸລານີ້, ທີ່ສະພາແຫ່ງຊາດ ໂດຍການເປັນປະທານຂອງທ່ານ ກອງແກ້ວ ໄຊສົງຄາມ ຮອງປະທານສະພາແຫ່ງຊາດ.
ສສຊ ເຂດ 10 ປະກອບຄໍາເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການປົກປ້ອງເງິນຝາກ

ສສຊ ເຂດ 10 ປະກອບຄໍາເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການປົກປ້ອງເງິນຝາກ

ສະມາຊິກສະພາແຫ່ງຊາດ (ສສຊ) ໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການປົກປ້ອງເງິນຝາກ ຊຶ່ງເປັນກົດໝາຍສະບັບສ້າງໃໝ່ ປະກອບດ້ວຍ VIII ພາກ, 8 ໝວດ ແລະ 66 ມາດຕາ ຕໍ່ກອງປະຊຸມສະ ໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ໃນວັນທີ 19 ຕຸລານີ້ ທີ່ສະພາແຫ່ງຊາດ ໂດຍການເປັນປະທານຂອງທ່ານ ກອງແກ້ວ ໄຊສົງຄາມ ຮອງປະທານສະພາແຫ່ງຊາດ.
ທ່ານ ນະຄະເສນ ສີຫາລາດ ສະເໜີ 4 ຈຸດສຳຄັນ ຕໍ່ຮ່າງກົດໝາຍວ່າດ້ວຍລັດຖະບານ

ທ່ານ ນະຄະເສນ ສີຫາລາດ ສະເໜີ 4 ຈຸດສຳຄັນ ຕໍ່ຮ່າງກົດໝາຍວ່າດ້ວຍລັດຖະບານ

ທ່ານ ນະຄະເສນ ສີຫາລາດ ສະມາຊິກສະພາແຫ່ງຊາດ ປະຈໍາເຂດເລືອກຕັ້ງທີ 1 ນະຄອນຫຼວງ ວຽງຈັນ (ນວ) ໄດ້ປະກອບຄໍາເຫັນໃສ່ຮ່າງກົດໝາຍ ວ່າດ້ວຍລັດຖະບານ (ສະບັບປັບປຸງ) ຕໍ່ກອງປະຊຸມສະ ໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ໃນວັນທີ 16 ຕຸລາຜ່ານມາ, ທີ່ສະພາແຫ່ງຊາດ ໂດຍການເປັນປະທານຂອງທ່ານ ນາງ ສູນທອນ ໄຊຍະຈັກ ຮອງປະທານສະພາແຫ່ງຊາດ.
ສະເໜີປັບປຸງການສ້າງກົດໝາຍ ວ່າດ້ວຍການປົກປ້ອງເງິນຝາກ

ສະເໜີປັບປຸງການສ້າງກົດໝາຍ ວ່າດ້ວຍການປົກປ້ອງເງິນຝາກ

ທ່ານ ນາງ ບຸນຄໍາ ວໍລະຈິດ ຜູ້ວ່າການທະນາຄານແຫ່ງສປປລາວ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນໃນການປັບປຸງການສ້າງກົດໝາຍ ວ່າດ້ວຍການປົກປ້ອງເງິນຝາກ ຊຶ່ງເປັນກົດໝາຍສ້າງໃໝ່ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ໃນວັນທີ 19 ຕຸລານີ້, ທີ່ສະພາແຫ່ງຊາດ ພາຍໃຕ້ການເປັນປະທານຂອງທ່ານ ມອນໄຊ ລາວມົວຊົ່ງ ຮອງປະທານສະພາແຫ່ງຊາດ.
ເພີ່ມເຕີມ