ທ່ານ ຈານາດານ ເປັນຜູ້ບໍລິຫານທີ່ມີປະສົບການສູງ ຫຼາຍກວ່າ 28 ປີ ໃນຂະແໜງການທະນາຄານ, ການບໍລິການທາງດ້ານການເງິນ ແລະ ການປະກັນໄພ. ທ່ານມີຄວາມຊ່ຽວຊານໃນດ້ານການບໍລິການລູກຄ້າລາຍຍ່ອຍ, ໂດຍສະເພາະທາງດ້ານ SME. ທ່ານ ຈານາດານ ໄດ້ສ້າງຜົນງານອັນໂດດເດັ່ນໃນທຸກຂອບເຂດຂອງການດຳເນີນງານດ້ານທະນາຄານ.
ຕະຫຼອດໄລຍະການເຮັດວຽກ, ທ່ານ ຈານາດານ ໄດ້ດຳລົງຕຳແໜ່ງລະດັບສູງໃນສະຖາບັນການເງິນຊັ້ນນຳຂອງອິນເດຍ ຫຼາຍແຫ່ງ ລວມມີ ICICI Bank, HDFC Bank ແລະ Kotak Mahindra Bank. ປະສົບການຂອງທ່ານກວມເອົາການບໍລິຫານວຽກງານຂະໜາດໃຫຍ່ໃນຫຼາຍສະພາບແວດລ້ອມ, ນັບແຕ່ເຂດຕົວເມືອງ, ເຂດຊານເມືອງ ຈົນເຖິງເຂດຊົນນະບົດ.
ກ່ອນໜ້ານີ້, ທີ່ທະນາຄານ Kotak Mahindra Bank, ທ່ານ ຈານາດານ ໄດ້ດຳລົງຕຳແໜ່ງເປັນ ຫົວໜ້າພະແນກທະນາຄານລາຍຍ່ອຍ (Head of Retail Banking) ຊຶ່ງທ່ານໄດ້ເບິ່ງແຍງທຸລະກິດລາຍຍ່ອຍ ແລະ SME ພ້ອມທັງຄຸ້ມຄອງເຄືອຂ່າຍສາຂາ ແລະ ບັນດາຕົວແທນທາງການເງິນຂອງທະນາຄານ ຊຶ່ງໄດ້ເປັນຮາກຖານຄວາມໝັ້ນຄົງຂອງການດຳເນີນງານຂອງອົງການ ແລະ ການສ້າງຄວາມເຂັ້ມແຂງໃຫ້ແກ່ພື້ນຖານການບໍລິຫານຂອງທະນາຄານ.
ຜ່ານປະສົບການເຮັດວຽກໃນຂົງເຂດຫຼັກຂອງການບໍລິຫານທະນາຄານ, ລວມທັງການຕິດຕາມກວດກາການດຳເນີນງານ ແລະ ການບໍລິຫານຄວາມສ່ຽງ, ຄາດວ່າທ່ານຈະເປັນກຳລັງສຳຄັນໃນການສົ່ງເສີມຄວາມໝັ້ນຄົງຂອງໂຄງສ້າງການບໍລິຫານ ແລະ ການດຳເນີນງານທີ່ຍືນຍົງຂອງ ທະນາຄານມາຣູຮານ ເຈເເປນ ລາວ.
ໃນໂອກາດການແຕ່ງຕັ້ງຄັ້ງນີ້, ທ່ານ ຈານາດານ ໄດ້ກ່າວວ່າ: “ຂ້າພະເຈົ້າມີຄວາມເປັນກຽດຢ່າງຍິ່ງທີ່ໄດ້ຮ່ວມງານກັບ ທະນາຄານ ມາຣູຮານ ເຈແປນ ລາວ ໃນນາມຜູ້ອຳນວຍການໃຫຍ່, ຂ້າພະເຈົ້າມີຄວາມມຸ່ງໝັ້ນທີ່ຈະປະຕິບັດໜ້າທີ່ດ້ວຍຄວາມຮັບຜິດຊອບ ແລະ ຄວາມຊື່ສັດ, ພ້ອມທັງເຮັດວຽກຢ່າງໃກ້ຊິດກັບພະນັກງານທຸກຄົນ ເພື່ອຮັບປະກັນໃຫ້ທະນາຄານດຳເນີນງານຢ່າງໝັ້ນຄົງ ແລະ ໂປ່ງໃສ.”
ຄໍາເຫັນ