ໃນວັນດຽວກັນ, ຄະນະກຳມາທິການສະຫະພາບເອີຣົບແຈ້ງຂ່າວວ່າ: ບຸນກາລີ ໄດ້ກຽມພ້ອມແລ້ວຈະນຳໃຊ້ເງິນເອີໂຣ ນັບແຕ່ວັນທີ 1 ມັງກອນ 2026 ເປັນຕົ້ນໄປ ຊຶ່ງເປັນຂີດໝາຍທີ່ສຳຄັນທາງປະຫວັດສາດ.
ເອີຣົບ ປະເຊີນກັບວິກິດການຄື້ນຄວາມຮ້ອນຮ້າຍແຮງ
ຂ່າວຕ່າງປະເທດລາຍງານ ໃນວັນທີ 22 ມິຖຸນາ ຜ່ານມາວ່າ: ເອີຣົບກຳລັງປະເຊີນກັບວິກິດການຄື້ນຄວາມຮ້ອນທີ່ຮ້າຍແຮງ, ໂດຍອຸນຫະພູມສູງຂຶ້ນເກືອບ 40 ອົງສາ ຊຶ່ງສົ່ງຜົນໃຫ້ມີການເຕືອນໄພທົ່ວປະເທດ. ລະບົບການຂົນສົ່ງສາທາລະນະຖືກຢຸດສະງັກ ແລະ ສັດປ່າໃນຫຼາຍພື້ນທີ່ກຳລັງເຈັບປ່ວຍຍ້ອນຄວາມກົດດັນຈາກຄວາມຮ້ອນ ຊຶ່ງຜູ້ຊ່ຽວຊານລະບຸວ່າແມ່ນສັນຍານອັນຕະລາຍຂອງການປ່ຽນແປງສະພາບອາກາດໂລກ.
ຄໍາເຫັນ