ປີນີ້ແມ່ນປີທີ່ທະນາຄານລົງທຶນພື້ນຖານໂຄງລ່າງອາຊີສ້າງຕັ້ງຂຶ້ນຄົບຮອບ 10 ປີ. ໃນໄລຍະ 10 ປີຜ່ານມາ, ທະນາຄານດັ່ງກ່າວໄດ້ຂະຫຍາຍສະມາຊິກຜູ້ກໍ່ສ້າງຈາກ 57 ປະເທດ ເພີ່ມຂຶ້ນເປັນ 110 ປະເທດ, ກວມເອົາ 81% ຂອງປະຊາກອນທົ່ວໂລກ ແລະ 65% ຂອງ GDP ທົ່ວໂລກ. ໂຄງການລະດົມທຶນໄດ້ຂະຫຍາຍໄປທົ່ວອາຊີ, ເອີຣົບ, ອາຟຣິກາ ແລະ ອາເມຣິກາລາຕິນ, ໂດຍສຸມໃສ່ຂະແໜງການທີ່ສຳຄັນເຊັ່ນ: ພະລັງງານ, ການຄົມມະນາຄົມ, ຊົນລະປະທານ, ສາທາລະນະສຸກ ແລະ ພື້ນຖານໂຄງລ່າງດີຈີຕອນ. ທະນາຄານໄດ້ຊຸກຍູ້ການລົງທຶນຫຼາຍກວ່າ 200 ຕື້ໂດລາ ເຂົ້າໃນການກໍ່ສ້າງພື້ນຖານໂຄງລ່າງ, ໄດ້ປະກອບສ່ວນກຳລັງແຮງພິເສດເຂົ້າໃນການສົ່ງເສີມການພັດທະນາໃນພາກພື້ນ ແລະ ການຮ່ວມມືຫຼາຍຝ່າຍ.
ທ່ານ ສີຈິ້ນຜິງ: “ບໍ່ມີສຸຂະພາບທົ່ວປວງຊົນ ກໍຈະບໍ່ມີຄວາມອີ່ມໜຳສຳລານຮອບດ້ານ”
ຢູ່ກາງແມ່ນ້ຳຢາງຊີກ້ຽງຕອນເຈີ້ນຈ່ຽງ ແຂວງຈ່ຽງຊູ ມີເກາະດອນນ້ອຍແຫ່ງໜຶ່ງຄື ຕາແສງຊື້ເຢ້ ເມືອງຕ່ານຖູ ນະຄອນເຈີ້ນຈ່ຽງ. ຢູ່ເທິງດອນແຫ່ງນີ້ມີປະຊາຊົນອາໄສຢູ່ຈຳນວນ 5 ບ້ານ ມີປະຊາກອນໝື່ນກວ່າຄົນ, ໃນອະດີດຜ່ານມາ, ຊາວບ້ານເຄີຍປະສົບຄວາມຫຍຸ້ງຍາກດ້ານໜຶ່ງຄື: “ຢ້ານເສຍຊີວິດຍ້ອນເຈັບເປັນ ແລະ ທັງຢ້ານເສຍຊີວິດຍ້ອນການຄົມມະນາຄົມ.”
ຕອນບ່າຍວັນທີ 13 ທັນວາ 2014, ທ່ານ ສີຈິ້ນຜິງ ໄດ້ເດີນທາງໄປຢ້ຽມຢາມປະຊາຊົນຢູ່ດອນດັ່ງກ່າວ ໂດຍເພິ່ນໄດ້ໄປເຖິງໂຮງໝໍຕາແສງຊື້ເຢ້ ເພື່ອສຳຫຼວດຊອກຮູ້ສະພາບການພັດທະນາວຽກງານສາທາລະນະສຸກຢູ່ຊົນນະບົດ ແລະ ການບໍລິການປິ່ນປົວພະຍາດໃຫ້ແກ່ຊາວບ້ານ.
ຄໍາເຫັນ