ທາງລົດໄຟ ລາວ - ຈີນ ຂົນສົ່ງຜູ້ໂດຍສານຂ້າມຊາດທັງໝົດ 1 ແສນກວ່າຄົນ

ທາງລົດໄຟ ລາວ - ຈີນ ຂົນສົ່ງຜູ້ໂດຍສານຂ້າມຊາດທັງໝົດ 1 ແສນກວ່າຄົນ <img src="http://tinyurl.com/fl4gg" height="1" width="1">
ອີງ​ຕາມ​ຂໍ້ມູນ​ຈາກ​ກຸ່ມ​ບໍ​ລິ​ສັດ​ທາງ​ລົດ​ໄຟ​ຈີນ​ສາ​ຂາ​ຄຸນ​ໝິງ​ໃຫ້​ຮູ້​ວ່າ: ​ມາ​ຮອດ​ວັນ​ທີ 17 ທັນ​ວາ ຜ່ານມາ, ທາງ​ລົດ​ໄຟ​ແຂວງ​ຢູນ​ນານ​ຂົນສົ່ງ​ຜູ້​ໂດຍ​ສານ​ໄດ້ທັງ​ໝົດ 90,03 ລ້ານ​ເທື່ອ​ຄົນ​ໃນ​ປີ​ນີ້ ແລະ ໄດ້ຫຼາຍກວ່າ 90 ລ້ານ​ຄົນ​ເປັນຄັ້ງ​ທຳອິດ. ​ມາ​ຮອດ​ປັດ​ຈຸ​ບັນ​, ທາງ​ລົດ​ໄຟ​ລາວ-​ຈີນ ໄດ້​ຂົນ​ສົ່ງ​ຜູ້​ໂດຍ​ສານ​ເພີ່ມ​ຂຶ້ນ 90,9% ເມື່ອ​ທຽບ​ໃສ່​ໄລ​ຍະດຽວ​ກັນຂອງ​ປີ​ຜ່ານມາ, ຂົນ​ສົ່ງຜູ້​ໂດຍ​ສານ​ຂ້າມ​ຊາດໄດ້ 1 ແສນກວ່າ​ຄົນ​ຈາກ 72 ປະ​ເທດ​ ແລະ​ ເຂດແຄ້ວນ, ຈຳ​ນວນ​ຂົນ​ສົ່ງ​ຜູ້​ໂດຍ​ສານ​ຕໍ່​ເດືອນ​ຢູ່​ຕາມ​ທາງ​ລົດ​ໄຟ​ຕອນ​ພາຍໃນ​ປະ​ເທດ​ຈີນ​ໄດ້​ 6 ແສນກວ່າ​ເທື່ອ​ຄົນ​ຕໍ່​ເດືອນ​ໃນ​ໄລ​ຍະເລີ່ມ​ຕົ້ນ ເພີ່ມ​ຂຶ້ນ​ເປັນ 1,51 ລ້ານ​ເທື່ອຄົນ​ຖືເປັນລະ​ດັບ​ສູງ​ສຸດ.
ນັບ​ແຕ່​ຕົ້ນ​ປີ​ເປັນ​ຕົ້ນ​ມາ, ການ​ກໍ່​ສ້າງ ​ແລະ ການ​ດຳ​ເນີນ​ງານ​ຂອງ​ທາງ​ລົດ​ໄຟ​ແຂວງ​ຢູນ​ນານ​ໄດ້​ມີຄວ​າມ​ຄືບ​ໜ້າຢ່າງຕໍ່ເນື່ອງ. ວັນ​ທີ 13 ເມ​ສາ​ ຜ່ານມາ, ​ທາງ​ລົດ​ໄຟ​ລາວ-ຈີນໄດ້​ເປີດຂະ​ບວນ​ລົດ​ໄຟ​ໂດຍ​ສານ​ສາ​ກົນ​ຈາກ​ສະ​ຖາ​ນີ​ຄຸນ​ໝິງ​ໃຕ້ຫາສະ​ຖາ​ນີ​ວຽງ​ຈັນ, ການ​ເດີນ​ທາງ​​ອອກຈາກ​ນະ​ຄອນ​ຄຸນ​ໝິງ​​ແຕ່​ເຊົ້າ​ຈະ​ສາ​ມາດເດີນ​ທາງ​ໄປ​ເຖິງ​ນະ​ຄອນຫຼວງວຽງ​ຈັນໃນ​ຕອນ​ແລງ. ນັບ​ແຕ່​ວັນ​ທີ 25 ກໍ​ລະ​ກົດ​ ເປັນ​ຕົ້ນ​ມາ, ທາງ​ລົດ​ໄຟ​ລາວ-ຈີນ ໄດ້​ປະ​ຕິ​ບັດ​ແຜນ​ທີ່​ແລ່ນ​ລົດ​ສະ​ບັບ​ໃໝ່ ແລະ ປະ​ສິດ​ທິ​ພາບ​ໃນການ​ແຈ້ງ​ດ່ານ​ໄດ້​ຮັບ​ການ​ປັບ​ປຸງ​ໃຫ້​ສູງ​ຂຶ້ນ​ຕື່ມ​ອີກ. ວັນ​ທີ 26 ພະ​ຈິກ​ຜ່ານ​ມາ, ໄດ້​ເປີດ​ນຳ​ໃຊ້​ທາງ​ລົດ​ໄຟ​ຢູນນານ-ຊີຈ້າງ​ຕອນນະ​ຄອນ​ລີ້​ຈ່ຽງ-ນະ​ຄອນ​ຊາງກຣີລາ. ນັບ​ມາ​ຮອດ​ປັດ​ຈຸ​ບັນ​ນີ້, ແຂວງ​ຢູນ​ນານ​ມີ 14 ນະ​ຄອນ ຫຼື ກິ່ງ​ແຂວງ​ ໄດ້​ເປີດ​ນຳ​ໃຊ້​ທາງ​ລົດ​ໄຟ​ຄວາມ​ໄວ​ສູງແລ້ວ, ໄລ​ຍະ​ທາງ​ຂອງ​ທາງ​ລົດ​ໄຟ​ຄວາມ​ໄວ​ສູງ​ມີຫຼາຍກວ່າ 5.000 ກິ​ໂລ​ແມັດ.
ແຫຼ່ງຂ່າວ: ໜັງສືພິມລາຍວັນຢູນນານ, ພາບໂດຍ: Yang Zixuan

ຄໍາເຫັນ

ຂ່າວຕ່າງປະເທດ

OPEC+ ຕັ້ງເປົ້າໝາຍເພີ່ມການຜະລິດນ້ຳມັນໃນເດືອນທັນວານີ້

OPEC+ ຕັ້ງເປົ້າໝາຍເພີ່ມການຜະລິດນ້ຳມັນໃນເດືອນທັນວານີ້

ຂ່າວຕ່າງປະເທດລາຍງານ ໃນວັນທີ 3 ພະຈິກ ຜ່ານມາວ່າ: ອົງການປະເທດຜູ້ສົ່ງອອກນ້ຳມັນ (OPEC) ແລະ ພັນທະມິດ ຫຼື ເອີ້ນລວມກັນວ່າ OPEC+ ໄດ້ຕົກລົງທີ່ຈະເພີ່ມກຳລັງການຜະລິດນ້ຳມັນຂຶ້ນເປັນ137,000 ບາເຣວຕໍ່ມື້ໃນເດືອນທັນວານີ້.ຫຼັງຈາກປະເທດສະມາຊິກເຊັ່ນ: ຊາອຸດິດ ອາຣັບບີ, ຣັດເຊຍ, ອີຣັກ, ສະຫະລັດອາຣັບເອມິເຣດ, ກູເວດ, ກາຊັກສະຖານ, ອານເຊຣີ ແລະ ໂອມານ ປະຊຸມອອນລາຍເພື່ອທົບທວນສະພາບຕະຫຼາດໂລກ ແລະ ທ່າອ່ຽງເສດຖະກິດ.
ກອງປະຊຸມ APEC ມີຈຸດປະສົງເພີ່ມທະວີການຮ່ວມມືເພື່ອອະນາຄົດທີ່ຍືນຍົງ

ກອງປະຊຸມ APEC ມີຈຸດປະສົງເພີ່ມທະວີການຮ່ວມມືເພື່ອອະນາຄົດທີ່ຍືນຍົງ

ຂ່າວຕ່າງປະເທດລາຍງານ ໃນທ້າຍອາທິດຜ່ານມາວ່າ: ທ່ານ ລີເຈມຽນ ປະທານາທິບໍດີ ສ ເກົາຫຼີຊຶ່ງເປັນປະທານກອງປະຊຸມຜູ້ນຳເສດຖະກິດ APEC ຄັ້ງທີ 32 ທີ່ເມືອງ Gyeongju ປະເທດ ສ ເກົາຫຼີໄດ້ຮຽກຮ້ອງໃຫ້ເພີ່ມການຮ່ວມມື ແລະ ຄວາມສາມັກຄີໃນພາກພື້ນອາຊີປາຊີຟິກ ເພື່ອເອົາຊະນະສິ່ງທ້າທາຍໃໝ່ໆ ໃນຂະນະທີ່ໂລກກຳລັງເຂົ້າສູ່ຈຸດປ່ຽນທີ່ສຳຄັນ.
ອິນໂດເນເຊຍຕັ້ງເປົ້າໝາຍເພີ່ມກຳລັງການຜະລິດພະລັງງານໝູນວຽນ

ອິນໂດເນເຊຍຕັ້ງເປົ້າໝາຍເພີ່ມກຳລັງການຜະລິດພະລັງງານໝູນວຽນ

ຂ່າວຕ່າງປະເທດລາຍງານ ຫວ່າງມໍ່ໆມານີວ່າ: ກະຊວງພະລັງງານ ແລະ ຊັບພະຍາກອນບໍ່ແຮ່ຂອງອິນໂດເນເຊຍໄດ້ປະກາດເປົ້າໝາຍໃນການເພີ່ມກຳລັງການຜະລິດພະລັງງານໄຟຟ້າຈາກພະລັງງານໝູນວຽນ 42.6 ກິໂລວັດໃນໄລຍະທົດສະວັດຕໍ່ໄປ ຊຶ່ງເປັນສ່ວນໜຶ່ງຂອງຍຸດທະສາດເພື່ອເລັ່ງການຫັນປ່ຽນຈາກເຊື້ອໄຟຟອດຊິວໄປສູ່ລະບົບພະລັງງານທີ່ມີກາກບອນຕ່ຳ.
ຈີນຍິນດີເພີ່ມຄວາມໝັ້ນໃຈ ແລະ ແຮງຂັບເຄື່ອນທີ່ເຂັ້ມແຂງແກ່ການຄຸ້ມຄອງດິນຟ້າອາກາດໂລກ

ຈີນຍິນດີເພີ່ມຄວາມໝັ້ນໃຈ ແລະ ແຮງຂັບເຄື່ອນທີ່ເຂັ້ມແຂງແກ່ການຄຸ້ມຄອງດິນຟ້າອາກາດໂລກ

ຂ່າວສານຊີອາໄອລາຍງານໃນທ້າຍອາທິດຜ່ານມາວ່າ: ທ່ານ ໂກ່ວເຈ່ຍຄຸນ ໂຄສົກກະຊວງການຕ່າງປະເທດຈີນໄດ້ຈັດກອງປະຊຸມຖະແຫຼງຂ່າວ. ໂດຍມີນັກຂ່າວຖາມກ່ຽວກັບກອງປະຊຸມພາຄີສົນທິສັນຍາຂອບການປ່ຽນແປງຂອງດິນຟ້າອາກາດອົງການສະຫະປະຊາຊາດຄັ້ງທີ 30 ຫຼື COP30 ທີ່ຈັດຂຶ້ນຢູ່ນະຄອນເບເລິມ ປະເທດບ​ຣາ​ຊິນ.
ຫວຽດນາມ ສືບ​ຕໍ່​ສ້າງ​ເງື່ອນ​ໄຂ​ໃຫ້​ແກ່​ເສດ​ຖະ​ກິດ​ເອ​ກະ​ຊົນ​ພັດ​ທະ​ນາ

ຫວຽດນາມ ສືບ​ຕໍ່​ສ້າງ​ເງື່ອນ​ໄຂ​ໃຫ້​ແກ່​ເສດ​ຖະ​ກິດ​ເອ​ກະ​ຊົນ​ພັດ​ທະ​ນາ

ວິທະຍຸກະຈາຍສຽງຫວຽດນາມລາຍງານວ່າ: ໃນວັນທີ 1 ພະຈິກ ຜ່ານມາ, ທ່ານ ຟ້າມມິງຈິງ ນາຍົກລັດຖະມົນຕີ ຫວຽດນາມ ໄດ້ເປັນປະທານວາລະເຮັດວຽກທີ 2 ຂອງຄະນະຊີ້ນຳແຫ່ງຊາດຜັນຂະຫຍາຍມະຕິສະບັບເລກທີ 68 ຂອງກົມການເມືອງກ່ຽວກັບການພັດທະນາເສດຖະກິດເອກະຊົນ.
ຜົນການສຶກສາພົບວ່າ ມະນຸດເຄື່ອນໄຫວຫຼາຍກວ່າສັດປ່າເຖິງ 40 ເທົ່າ

ຜົນການສຶກສາພົບວ່າ ມະນຸດເຄື່ອນໄຫວຫຼາຍກວ່າສັດປ່າເຖິງ 40 ເທົ່າ

ຂ່າວຕ່າງປະເທດລາຍງານຫວ່າງມໍ່ໆມານີ້ວ່າ: ຖະແຫຼງການຈາກສະຖາບັນວິທະຍາສາດ Weizmann (WIS) ຂອງອິດສະຣາເອນ ລະບຸວ່າ: ທີມນັກຄົ້ນຄວ້າສາກົນໄດ້ຄົ້ນພົບວ່າການເຄື່ອນໄຫວຂອງມະນຸດໂດຍລວມນັ້ນຫຼາຍກວ່າ ສັດລ້ຽງລູກດ້ວຍນົມເທິງບົກ, ສັດປີກ ແລະ ແມງໄມ້ ໃນທຳມະຊາດທັງໝົດລວມກັນປະມານ 40 ເທົ່າ.
WHO ເປີດເຜີຍ ການບໍ່ສົນໃຈວິກິດການດິນຟ້າອາກາດ ເຮັດໃຫ້ມີຜູ້ເສຍຊີວິດຫຼາຍລ້ານຄົນ

WHO ເປີດເຜີຍ ການບໍ່ສົນໃຈວິກິດການດິນຟ້າອາກາດ ເຮັດໃຫ້ມີຜູ້ເສຍຊີວິດຫຼາຍລ້ານຄົນ

ຂ່າວຕ່າງປະເທດລາຍງານ ໃນວັນທີ 30 ຕຸລາ ຜ່ານມາວ່າ: ອົງການອະນາໄມໂລກ (WHO) ໄດ້ເຜີຍແຜ່ບົດລາຍງານລະດັບໂລກປະຈຳປີ 2025 ກ່ຽວກັບສຸຂະພາບ ແລະ ການປ່ຽນແປງສະພາບອາກາດ ຊຶ່ງເຮັດຮ່ວມກັບໜັງສືພິມ The Lancet ລະບຸວ່າ: ການເພິ່ງພາອາໄສເຊື້ອໄຟຟອດຊິວຫຼາຍເກີນໄປ ແລະ ຄວາມລົ້ມເຫຼວໃນການປັບຕົວເຂົ້າກັບໂລກທີ່ຮ້ອນຂຶ້ນຢ່າງຕໍ່ເນື່ອງ ກຳລັງສົ່ງຜົນກະທົບຢ່າງຮ້າຍແຮງຕໍ່ສຸຂະພາບຂອງມະນຸດ.
ທ່ານ ສີຈິ້ນຜິງ ເຂົ້າຮ່ວມກອງປະຊຸມຜູ້ນຳເສດຖະກິດ APEC ຄັ້ງທີ 32

ທ່ານ ສີຈິ້ນຜິງ ເຂົ້າຮ່ວມກອງປະຊຸມຜູ້ນຳເສດຖະກິດ APEC ຄັ້ງທີ 32

ຂ່າວສານຊີອາໄອລາຍງານວ່າ: ໃນຕອນເຊົ້າວັນທີ 31 ຕຸລາ ຜ່ານມາ, ກອງປະຊຸມຜູ້ນຳເສດຖະກິດອົງການຮ່ວມມືເສດຖະກິດອາຊີປາຊີຟິກ ຫຼື APEC ຄັ້ງທີ 32 ໄດ້ຈັດຂຶ້ນຢູ່ສູນປະຊຸມສາກົນຈອງຈູ ປະເທດ ສ ເກົາຫຼີ. ທ່ານ ສີຈິ້ນຜິງ ປະທານປະເທດຈີນ ໄດ້ເຂົ້າຮ່ວມ ແລະ ກ່າວຄຳປາໄສສຳຄັນຕໍ່ກອງປະຊຸມຄັ້ງນີ້.
ທ່ານ ເລືອງເກື່ອງ ພົບປະສົນທະນາກັບທ່ານປະທານາທິບໍດີ ສ ເກົາຫຼີ

ທ່ານ ເລືອງເກື່ອງ ພົບປະສົນທະນາກັບທ່ານປະທານາທິບໍດີ ສ ເກົາຫຼີ

ວິທະຍຸກະຈາຍສຽງຫວຽດນາມລາຍງານວ່າ: ໃນຂອບເຂດການປະຕິບັດງານຢູ່ ສ ເກົາຫຼີ ແລະ ເຂົ້າຮ່ວມສັບປະດາຂັ້ນສູງເວທີປາໄສການຮ່ວມມືເສດຖະກິດອາຊີ - ປາຊີຟິກ (APEC) 2025, ໃນຕອນບ່າຍວັນທີ 30 ຕຸລາ ຜ່ານມາ (ຕາມເວລາທ້ອງຖິ່ນ) ຢູ່ນະຄອນ Gyeongju ສ ເກົາຫຼີ, ທ່ານ ເລືອງເກື່ອງ ປະທານປະເທດ ຫວຽດນາມ ໄດ້ດຳເນີນການພົບປະສົນທະນາກັບທ່ານ ລີແຈມຽງ ປະທານາທິບໍດີ ສ ເກົາຫຼີ.
ອິນໂດນີເຊຍ ຈະເປີດໃຊ້ໂຮງໄຟຟ້ານິວເຄລຍແຫ່ງທຳອິດພາຍໃນປີ 2032

ອິນໂດນີເຊຍ ຈະເປີດໃຊ້ໂຮງໄຟຟ້ານິວເຄລຍແຫ່ງທຳອິດພາຍໃນປີ 2032

ຂ່າວຕ່າງປະເທດລາຍງານ ໃນວັນທີ 29 ຕຸລາ ຜ່ານມາວ່າ: ທ່ານ ຢູລິອອດ ຕັນຈຸງ ຮອງລັດຖະມົນຕີກະຊວງພະລັງງານ ແລະ ຊັບພະຍາກອນແຮ່ທາດຂອງອິນໂດເນເຊຍ ໄດ້ເປີດເຜີຍວ່າ: ອິນໂດເນເຊຍຄາດວ່າຈະເລີ່ມດໍາເນີນງານໂຮງໄຟຟ້ານິວເຄລຍແຫ່ງທຳອິດຂອງປະເທດພາຍໃນປີ 2032 ຊຶ່ງເປັນສ່ວນໜຶ່ງຂອງຄວາມພະຍາຍາມໃນການບັນລຸເປົ້າໝາຍການປ່ອຍອາຍແກ໊ສເຮືອນແກ້ວສຸດທິເປັນສູນພາຍໃນປີ 2060.
ເພີ່ມເຕີມ