ທ່ານນາງ ສີປະໄພ ເຮືອງສີ ມີຄວາມພາກພູມໃຈຫຼາຍໃນອາຊີບຄູ

ທ່ານນາງ ສີປະໄພ ເຮືອງສີ ມີຄວາມພາກພູມໃຈຫຼາຍໃນອາຊີບຄູ

ທ່ານນາງ ສີປະໄພ ເຮືອງສີ ມີຄວາມພາກພູມໃຈຫຼາຍໃນອາຊີບຄູ
ເນື່ອງໃນໂອກາດວັນຄູແຫ່ງຊາດ (7 ຕຸລາ 1994 ຫາ 7 ຕຸລາ 2025) ຄົບຮອບ 31 ປີໃກ້ຈະມາເຖິງນີ້ ທ່ານນາງ ສີປະໄພ ເຮືອງສີ ຮອງຜູ້ອໍານວຍການໂຮງຮຽນມັດທະຍົມສຶກສາມິດຕະພາບລາວ-ຫວຽດນາມ ຫຼື ມສ ລາວ-ຫວຽດນາມ ໄດ້ສະແດງຄວາມຮູ້ສຶກຕໍ່ວັນດັ່ງກ່າວຜ່ານນັກຂ່າວໜັງສືພິມປະຊາຊົນໃນວັນທີ 30 ກັນຍາ ຜ່ານມາທີ່ໂຮງຮຽນດັ່ງກ່າວວ່າ: ຕົນເອງກໍເປັນຄູຜູ້ໜຶ່ງທີ່ໄດ້ຢຶດຖືອາຊີບຄູສອນມາຫຼາຍປີຢູ່ໂຮງຮຽນແຫ່ງນີ້, ມີຄວາມຮູ້ສຶກພາກພູມໃຈຫຼາຍ ແລະ ປິຕິຊົມຊື່ນໃນອາຊີບຄູ ກໍຄືຕໍ່ວັນຄູແຫ່ງຊາດ ຄົບຮອບ 31 ປີ. ທ່ານຍັງໄດ້ຍົກໃຫ້ເຫັນຄວາມໝາຍ-ຄວາມສໍາຄັນຂອງວັນຄູແຫ່ງຊາດ ວັນທີ 7 ຕຸລາ ເປັນວັນຄູແຫ່ງຊາດ ໃນທຸກໆປີຈະມີການລະນຶກເຖິງຄຸນງາມຄວາມດີຂອງຄູ-ອາຈານທີ່ໄດ້ອຸທິດເຫື່ອແຮງໃນການສິດສອນ ເພື່ອພັດທະນາລູກ-ຫຼານໃຫ້ກາຍເປັນຄົນທີ່ມີຄວາມຮູ້-ຄວາມສາມາດ, ມີວຸດທິການສຶກສາທີ່ດີ, ເປັນພົນລະເມືອງດີຂອງຊາດປະກອບ ສ່ວນໃນການພັດທະນາປະເທດຊາດ. ການທີ່ສົ່ງຄວາມຮູ້ໃຫ້ແກ່ລູກ-ຫຼານເປັນອັນໜຶ່ງທີ່ຄູ-ອາຈານຕ້ອງໄດ້ທຸ່ມເທແນວຄວາມຄິດເພື່ອພັດທະນາການຮຽນ-ການສອນຂອງຕົນເອງໃນຕະຫຼອດເວລາ ເພື່ອເຮັດແນວໃດລູກ-ຫຼານ ໄດ້ຮັບເອົາຄວາມຮູ້ທີ່ເຮົາສົ່ງໃຫ້ນັ້ນເຂົ້າໃຈໄດ້ເປັນຢ່າງດີ.
ທານນາງ ສປະໄພ ເຮອງສ ມຄວາມພາກພມໃຈຫາຍໃນອາຊບຄ - image 1
 

 

ທ່ານນາງ ສີປະໄພ ເຮືອງສີ ກ່າວຕື່ມວ່າ: ສໍາລັບປີນີ້, ໂຮງຮຽນ ມສ ລາວ-ຫວຽດນາມຈະຈັດການສະເຫຼີມສະຫຼອງວັນຄູແຫ່ງຊາດຂຶ້ນໃນວັນທີ 6 ຕຸລາ 2025 ນີ້ ຊຶ່ງມີກິດຈະກໍາຄື: ມີພິທີໄຫວ້ຄູ, ຍ້ອງຍໍ-ຊົມເຊີຍຄູດີເດັ່ນໃນການປະຕິບັດໜ້າທີ່ວຽກງານການຮຽນ-ການສອນໃນໄລຍະຜ່ານມາ, ມີລາຍການສະແດງສິລະປະຂອງບັນດານັກຮຽນເພື່ອອວຍພອນວັນຄູດັ່ງກ່າວໂດຍການມີສ່ວນຮ່ວມມືຂອງຜູ້ປົກຄອງນັກຮຽນ.

ທານນາງ ສປະໄພ ເຮອງສ ມຄວາມພາກພມໃຈຫາຍໃນອາຊບຄ - image 2
 

ເນື່ອງໃນໂອກາດວັນຄູແຫ່ງຊາດ ຄົບຮອບ 31 ປີ, ທ່ານນາງ ສີປະໄພ ເຮືອງສີຍັງໄດ້ຝາກເຖິງຄູ-ອາຈານ ກໍຄືຜູ້ມີອາຊີບຄູໃຫ້ເອົາໃຈໃສ່ໃນການສົ່ງຄວາມຮູ້, ແນະແນວສຶກສາອົບຮົມໃຫ້ລູກ-ຫຼານກ່ອນການສິດສອນໂດຍອີງໃສ່ 5 ຫຼັກມູນຂອງການສຶກສາທີ່ກະຊວງສຶກສາທິການ ແລະ ກິລາວາງອອກ ແລະ ຝາກເຖິງນັກຮຽນຈົ່ງເອົາໃຈໃສ່ໃນການມາຮໍ່າຮຽນໃຫ້ທັນໂມງເວລາ, ການຈົດກ່າຍບົດຮຽນ, ມີສ່ວນຮ່ວມໃນການແກ້ວຽກບ້ານ ຫຼື ບົດຝຶກຫັດທີ່ຄູໄດ້ແນະນໍາ. ພ້ອມນັ້ນ, ຢາກເປັນນັກຮຽນດີ-ຮຽນເກັ່ງນອກຈາກຮຽນໃນຫ້ອງຮຽນນໍາຄູ-ອາຈານແລ້ວຕ້ອງມີຄວາມດຸໝັ່ນ, ຊອກຮູ້ຮໍ່າຮຽນນໍາຜູ້ທີ່ຮູ້, ປຶ້ມຕໍາລາຮຽນ ແລະ ອື່ນໆ ແລະ ຮຽກຮ້ອງມາຍັງຂັ້ນເທິງໃຫ້ມີການປະຕິບັດນະໂຍບາຍຕ່າງໆໃຫ້ແກ່ຄູ-ອາຈານ, ຍ້ອນທາງໂຮງຮຽນຄູສອນຍັງບໍ່ພຽງພໍເນື່ອງຈາກມີຄູອອກບໍານານແລ້ວຍັງບໍ່ມີຄູມາສອນທົດແທນບາງວິຊາ.

ທານນາງ ສປະໄພ ເຮອງສ ມຄວາມພາກພມໃຈຫາຍໃນອາຊບຄ - image 3
 

ເນື່ອງໃນໂອກາດວັນທີ 7 ຕຸລານີ້, ທ່ານນາງ ສີປະໄພ ເຮືອງສີຍັງຕາງໜ້າຄູ-ອາຈານອວຍພອນໄຊອັນປະເສີດໃຫ້ບັນດາຄູ-ອາຈານທົ່ວປະເທດຈົ່ງມີສຸຂະພາບພາລະນາໄມແຂງແຮງສົມບູນ, ມີຜົນສໍາເລັດໃນໜ້າທີ່ວຽກງານທຸກປະການ ແລະ ຝາກເຖິງຜູ້ປົກຄອງນັກຮຽນເອົາໃຈໃສ່ໃຫ້ການຮ່ວມມືສົ່ງເສີມລູກ-ຫຼານໃນການສຶກສາຮໍ່າຮຽນ, ມີຄວາມໃກ້ຊິດກັບລູກ-ຫຼານເຖິງແມ່ນວ່າຄູຈະເປັນຜູ້ສົ່ງຄວາມຮູ້ແຕ່ກໍປາສະຈາກບໍ່ໄດ້ໃນການໃຫ້ຄວາມຮ່ວມມືລະຫວ່າງຜູ້ປົກຄອງກັບຄູ ແລະ ໂຮງຮຽນ ຊຶ່ງເປັນ 3 ເສົາຄໍ້າຫຼັກເພື່ອຊ່ວຍກັນສ້າງໃຫ້ລູກ-ຫຼານກາຍເປັນຜູ້ສືບທອດຂອງຊາດໃນອະນາຄົດ.

ຄໍາເຫັນ

ຂ່າວສືກສາ-ກິລາ

ເມືອງສີງປາຖະກະຖາວັນສ້າງຕັ້ງກອງເຍົາວະຊົນທັນວາ ຄົບຮອບ 70 ປີ

ເມືອງສີງປາຖະກະຖາວັນສ້າງຕັ້ງກອງເຍົາວະຊົນທັນວາ ຄົບຮອບ 70 ປີ

ເມື່ອບໍ່ດົນມານີ້, ຄະນະບໍລິຫານງານຊາວໜຸ່ມ ແລະ ອົງການຈັດຕັ້ງມະຫາຊົນເມືອງສິງ ແຂວງຫຼວງນໍ້າທາ ໄດ້ວາງກະຕ່າດອກໄມ້ຢູ່ອານຸສອນສະຖານປະທານໄກ່ສອນພົມວິຫານໃນໂອກາດວັນສ້າງຕັ້ງເຍົາວະຊົນທັນວາ ໄດ້ໝູນວຽນຄົບຮອບ 70 ປີ (14 ເມສາ 1955 - 14 ເມສາ 2025) ພ້ອມນີ້ຍັງໄດ້ຈັດພິທີປະຖະກະຖາວັນດັ່ງກ່າວຂຶ້ນຢູ່ສະໂມສອນຂອງເມືອງ, ໂດຍເປັນກຽດເຂົ້າຮ່ວມຂອງທ່ານ ໜານມອນ ແກ້ວສິງໄຊ ກຳມະການພັກແຂວງ ເລຂາພັກເມືອງ ປະທານ ປກຊ-ປກສຂັ້ນເມືອງ. ໂອກາດດັ່ງກ່າວ, ຜູ້ເຂົ້າຮ່ວມທຸກພາກສ່ວນໄດ້ຮັບຊົມການສະແດງຂອງນ້ອງໆເຍົາວະຊົນ ດ້ວຍບັນຍາກາດຟົດຟື້ນແລະມ່ວນຊື່ນ. ຈາກນັ້ນ, ນ້ອງໆເຍົາວະຊົນທັນວາ ໄດ້ຂຶ້ນມັດແພແດງໃຫ້ກັບການນຳຂອງເມືອງຕື່ມອີກ
ສຂຈ ເຕີບໃຫຍ່ເຂັ້ມແຂງພ້ອມກັບການພັດທະນາປະເທດຊາດ

ສຂຈ ເຕີບໃຫຍ່ເຂັ້ມແຂງພ້ອມກັບການພັດທະນາປະເທດຊາດ

ວັນຊາດທີ 2 ທັນວາ ແຕ່ລະປີແມ່ນວັນລະນຶກເຫດການປະຫວັດສາດທີ່ປະຊາຊົນລາວທັງຊາດມີຄວາມພາກພູມໃຈ, ເອກອ້າງທະນົງໃຈທີ່ສຸດ ຍ້ອນປະຊາຊົນໄດ້ມີຄວາມເປັນເອກະລາດ ປະຊາທິປະໄຕ ເອກະພາບ ເປັນເຈົ້າຂອງຜືນແຜ່ນດິນອັນຄົບຖ້ວນ ແລະ ເປັນຜູ້ກໍານົດຊະຕາກໍາຂອງຕົນເອງ ໂດຍສະເພາະປີນີ້ໄດ້ໝູນວຽນມາຄົບຮອບ 50 ປີຂອງການສະຖາປະນາ ສປປລາວ ຍິ່ງມີຄວາມໝາຍຄວາມສໍາຄັນ ເຊິ່ງໄດ້ສະແດງໃຫ້ເຫັນເຖິງການພັດທະນາຂອງປະເທດຊາດຕະຫຼອດໄລຍະ 50 ປີ ໃນທ່າມກາງຄວາມຫຍຸ້ງຍາກທີ່ເຕັມໄປດ້ວຍສິ່ງທ້າທາຍທົດສອບທັງພາຍໃນ ແລະ ການຜັນແປຂອງສາກົນທີ່ຄາດເດົາໄດ້ຍາກ. ແຕ່ພັກ ແລະ ລັດຖະບານຍັງສາມາດຮັກສາຄວາມສະຖຽນລະພາບດ້ານການເມືອງຢ່າງໝັ້ນຄົງ, ສ້າງເສດຖະກິດມີການຂະຫຍາຍຕົວຢ່າງຕໍ່ເນື່ອງ, ສັງຄົມມີຄວາມສີວິໄລ ສາມາດເຂົ້າເຖິງລະບົບສາທາລະນະສຸກ ແລະ ການສຶກສາໄດ້ຢ່າງເທົ່າທຽມກັນ ເຮັດໃຫ້ປະຊາຊົນບັນດາເຜົ່າມີຄວາມສາມັກຄີຮັກແພງເຊິ່ງກັນ ແລະ ກັນ.
2,671 ນ້ອງເຂົ້າຮ່ວມໃນພິທີຮັບສະມາຊິກຊາວໜຸ່ມ, ເຍົາວະຊົນທັນວາ ແລະອະນຸຊົນທັນວາ

2,671 ນ້ອງເຂົ້າຮ່ວມໃນພິທີຮັບສະມາຊິກຊາວໜຸ່ມ, ເຍົາວະຊົນທັນວາ ແລະອະນຸຊົນທັນວາ

ຢູ່ທີ່ອະນຸສອນສະຖານປະ ທານໄກສອນ ພົມວິຫານ ໃນຕອນເຊົ້າຂອງວັນທີ 30 ພະ ຈິກ 2025ນີ້, ຄະນະບໍລິຫານງານຊາວໜຸ່ມແຂວງສະຫວັນນະເຂດ ໄດ້ຈັດພິທີຮັບສະມາຊິກຊາວໜຸ່ມ, ເຍົາວະຊົນທັນວາ ແລະ ອະນຸຊົນທັນວາ ຈໍານວນ 2,671 ນ້ອງ. ໃນນັ້ນ, ມີມະຫາຊົນກ້າວໜ້າເຂົ້າເປັນສະມາຊິກຊາວໜຸ່ມທັງໝົດ 825 ນ້ອງຍິງ 431 ນ້ອງ,ມະຫາຊົນກ້າວໜ້າ ເຂົ້າເປັນເຍົາວະຊົນ 922 ນ້ອງຍິງ 454 ນ້ອງ ແລະ ອະນຸຊົນ 924 ນ້ອງຍິງ 514 ນ້ອງທີ່ມາຈາກ 31 ໂຮງຮຽນພາຍ ໃນນະຄອນໄກສອນພົມວິຫານ ແຂວງສະຫວັນນະເຂດ. ໃຫ້ ກຽດເຂົ້າຮ່ວມໃນພິທີຄັ້ງນີ້ໂດຍ ມີສະຫາຍ ບຸນໂຈມ ອຸບົນປະເສີດ ກຳມະການສູນກາງພັກ ເລຂາພັກແຂວງ ເຈົ້າແຂວງສະຫວັນນະເຂດ, ມີບັນດາທ່ານຈາກພະແນກການ, ຄູ-ອາຈານ ແລະພໍ່ແມ່ຜູ້ປົກຄອງນັກຮຽນເຂົ້າຮ່ວມ.
ພິທີ ມອບ-ຮັບໂຮງຮຽນມັດທະຍົມຕອນຕົ້ນ ບ້ານຮ່ອງຄູ

ພິທີ ມອບ-ຮັບໂຮງຮຽນມັດທະຍົມຕອນຕົ້ນ ບ້ານຮ່ອງຄູ

ໃນວັນທີ 27 ພະຈິກ 2025ນີ້ ທີ່ໂຮງຮຽນມັດທະຍົມສຶກສາຕອນຕົ້ນບ້ານຮ່ອງຄູ ເມືອງ ຊຽງຮ່ອນ ແຂວງ ໄຊຍະບູລີ ໄດ້ຈັດພິທີມອບ-ຮັບ ອາຄານຮຽນໂຮງຮຽນມໍຕົ້ນບ້ານຮ່ອງຄູ ແລະ ຫໍພັກນັກຮຽນໂຮງຮຽນ ມສ ປາກເປັດຂຶ້ນ ໂດຍການເຂົ້າຮ່ວມຂອງທ່ານ ປ້າ ນາລີ ສີສຸລິດ ຄອບຄົວຂອງທ່ານ ທອງລຸນ ສີສຸລິດ ປະທານປະເທດ, ມີທ່ານ ດວງຕາ ໄຊວຸດ ຮອງເລຂາຄະນະບໍລິຫານງານພັກແຂວງ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.
ປິດຊຸດຝຶກອົບຮົມບໍາລູງທິດສະດີ-ແນວທາງຂອງພັກຊຸດທີ I

ປິດຊຸດຝຶກອົບຮົມບໍາລູງທິດສະດີ-ແນວທາງຂອງພັກຊຸດທີ I

ໃນຕອນບ່າຍຂອງວັນທີ 27ພະຈິກ2025, ສະຖາບັນການຕ່າງປະເທດ,ກະຊວງການຕ່າງປະເທດ, ຮ່ວມກັບກົມອົບຮົມ, ຄະນະໂຄສະນາອົບຮົມສູນກາງພັກ ໄດ້ຈັດພິທີປິດຊຸດຝຶກອົບຮົມ ບໍາລຸງທິດສະດີ-ແນວທາງຂອງພັກຊຸດທີ I ໃຫ້ ພະນັກງານກະຊວງການຕ່າງປະເທດ ແລະ ຄະນະພົວພັນຕ່າງປະເທດສູນກາງພັກ ທີ່ສະຖາບັນການຕ່າງປະເທດພາຍຫຼັງທີ່ໄດ້ດຳເນີນມາແຕ່ວັນທີ 18ພະຈິກ2025,ໃຫ້ກຽດເປັນປະທານຮ່ວມໃນພິທີປິດໃນຄັ້ງນີ້ ໂດຍ ທ່ານໄມທອງ ທໍາມະວົງສາ,ຄະນະປະຈໍາພັກກະຊວງ, ຮອງລັດຖະມົນຕີກະຊວງການຕ່າງປະເທດແລະທ່ານ ສາຄອນ ພົມມະລາດ,ກໍາມະການຄະນະພັກ, ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ. ​ພ້ອມນີ້ ຍັງມີບັນດາຫົວໜ້າກົມ, ຄະນະກົມ, ພ້ອມດ້ວຍຄູອາຈານ, ວິທະຍາກອນ, ຜູ້ເຂົ້າຮ່ວມຊຸດຝຶກອົບຮົມທັງໝົດ ຂອງກະຊວງການຕ່າງປະເທດ ແລະ ຄະນະພົວພັນຕ່າງປະເທດສູນກາງພັກເຂົ້າຮ່ວມຈໍານວນ60ທ່ານ.
ປິດຊຸດຝຶກອົບຮົມບໍາລູງທິດສະດີ-ແນວທາງຂອງພັກຊຸດທີ I

ປິດຊຸດຝຶກອົບຮົມບໍາລູງທິດສະດີ-ແນວທາງຂອງພັກຊຸດທີ I

ໃນຕອນບ່າຍຂອງວັນທີ 27ພະຈິກ2025, ສະຖາບັນການຕ່າງປະເທດ,ກະຊວງການຕ່າງປະເທດ, ຮ່ວມກັບກົມອົບຮົມ, ຄະນະໂຄສະນາອົບຮົມສູນກາງພັກ ໄດ້ຈັດພິທີປິດຊຸດຝຶກອົບຮົມ ບໍາລຸງທິດສະດີ-ແນວທາງຂອງພັກຊຸດທີ I ໃຫ້ ພະນັກງານກະຊວງການຕ່າງປະເທດ ແລະ ຄະນະພົວພັນຕ່າງປະເທດສູນກາງພັກ ທີ່ສະຖາບັນການຕ່າງປະເທດພາຍຫຼັງທີ່ໄດ້ດຳເນີນມາແຕ່ວັນທີ 18ພະຈິກ2025,ໃຫ້ກຽດເປັນປະທານຮ່ວມໃນພິທີປິດໃນຄັ້ງນີ້ ໂດຍ ທ່ານໄມທອງ ທໍາມະວົງສາ,ຄະນະປະຈໍາພັກກະຊວງ, ຮອງລັດຖະມົນຕີກະຊວງການຕ່າງປະເທດແລະທ່ານ ສາຄອນ ພົມມະລາດ,ກໍາມະການຄະນະພັກ, ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ. ​ພ້ອມນີ້ ຍັງມີບັນດາຫົວໜ້າກົມ, ຄະນະກົມ, ພ້ອມດ້ວຍຄູອາຈານ, ວິທະຍາກອນ, ຜູ້ເຂົ້າຮ່ວມຊຸດຝຶກອົບຮົມທັງໝົດ ຂອງກະຊວງການຕ່າງປະເທດ ແລະ ຄະນະພົວພັນຕ່າງປະເທດສູນກາງພັກເຂົ້າຮ່ວມຈໍານວນ60ທ່ານ.
ໄຊຍະບູລີເຜີຍແຜ່ແລະປູກຈິດສໍານຶກວຽກງານຂຽວສະອາດງາມຕາຢູ່ມສແກ່ນທ້າວ.

ໄຊຍະບູລີເຜີຍແຜ່ແລະປູກຈິດສໍານຶກວຽກງານຂຽວສະອາດງາມຕາຢູ່ມສແກ່ນທ້າວ.

ໃນວັນທີ 26 ພະຈິກນີ້ຢູ່ທີ່ໂຮງຮຽນມັດທະຍົມສົມບູນແກ່ນທ້າວ ເມືອງແກ່ນທ້າວ ແຂວງໄຊຍະບູລີ ໄດ້ຈັດກອງປະຊຸມ ໂຄສະນາເຜີຍແຜ່ ແລະ ປູກຈິດສໍານຶກ ວຽກງານຂຽວສະອາດງາມຕາ ການປົກປັກຮັກສາສິ່ງແວດລ້ອມ ແລະ ການຄຸ້ມຄອງສິ່ງເສດເຫຼືອຂຶ້ນ, ໂດຍການເປັນກຽດເຂົ້າຮ່ວມຂອງທ່ານ ພູນສະຫວັນ ແຈ້ງສະຫວ່າງ ຫົວໜ້າຂະແໜງສິ່ງແວດລ້ອມ ພະແນກກະສິກໍາ ແລະ ສິ່ງແວດລ້ອມແຂວງ, ທ່ານ ສຸລິຍາສັກ ລັດຖະຫວັນ ຫົວໜ້າຫ້ອງການສຶກສາທິການ ແລະ ກິລາເມືອງ.
50 ປີ ສປປ ລາວ ໄດ້ຮັບການພັດທະນາຢ່າງຕໍ່ເນື່ອງ

50 ປີ ສປປ ລາວ ໄດ້ຮັບການພັດທະນາຢ່າງຕໍ່ເນື່ອງ

ເນື່ອງໃນໂອກາດຄົບຮອບ 50 ປີ ແຫ່ງການສະຖາປະນາສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ(ສປປ ລາວ) ແລະ ວັນເກີດປະທານໄກສອນພົມວິຫານ ຄົບຮອບ 105 ປີ ທີ່ຈະມາເຖິງນີ້ . ທ່ານ ວິລະພັນ ຊາພູວົງ ເລຂາໜ່ວຍພັກ ຮາກຖານ ຜູ້ອໍານວຍການວິທະຍາໄລ ສິລະປະແຫ່ງຊາດ (ວສຊ) ກະຊວງວັດທະນະທໍາ ແລະ ການທ່ອງທ່ຽວ (ວທ)ໄດ້ ໃຫ້ສໍາພາດ ຕໍ່ນັກຂ່າວໜັງສື ພິມປະຊາຊົນ ໂດຍທ່ານໄດ້ໃຫ້ທັດສະນະວ່າ: ວັນຊາດ 2 ທັນວາ ເປັນວັນ ທີ່ມີຄວາມໝາຍສຳຄັນຢ່າງຫຼວງຫຼາຍ ຕໍ່ປະເທດຊາດຂອງພວກເຮົາ ເປັນ ວັນທີ່ປະ ຊາຊົນ ລາວ ທັງຊາດຫວນຄືນ ແລະ ລະລຶກເຖິງມູນເຊື້ອນໍ້າໃຈການຕໍ່ສູ້ເດັດດ່ຽວບໍ່ຍອມຈໍານົນ ຢ່າງພິລະ ອາດຫານຂອງບັນພະບູລຸດລາວຜູ້ອົງອາດ ແລະ ປະຊາຊົນລາວບັນດາເຜົ່າ, ເປັນການຫວນຄືນ ໄຊຊະນະອັນຍິ່ງໃຫຍ່ຂອງການ ປະຕິວັດລາວ ໂດຍພາຍໃຕ້ການນໍາພາອັນສະຫຼາດ ສ່ອງໃສ ຂອງພັກ ປະຊາຊົນປະຕິວັດລາວ ຈົນສາມາດປົດປ່ອຍປະເທດຊາດ ໄດ້ຢ່າງສົມບູນ ແລະ ສະຖາປະນາ ສປປ ລາວຂຶ້ນ ຢ່າງສະຫງ່າຜ່າເຜີຍ ໃນວັນທີ 2 ທັນວາ 1975.
ການນໍາ ເມືອງເງິນ ລົງມອບເຄື່ອງຊ່ວຍເຫຼືອໃຫ້ບັນດາໂຮງຮຽນ ແຫ່ງຕ່າງໆ

ການນໍາ ເມືອງເງິນ ລົງມອບເຄື່ອງຊ່ວຍເຫຼືອໃຫ້ບັນດາໂຮງຮຽນ ແຫ່ງຕ່າງໆ

ວັນທີ 25 ພະຈິກຜ່ານມານີ້ ຢູ່ທີ່ໂຮງຮຽນມັດທະຍົມສົມບູນບ້ານທອງ ເມືອງເງິນ ແຂວງໄຊຍະບູລີ, ທ່ານ ທອງພັນ ສຸກສະຫວັດ ເລຂາຄະນະບໍລິຫານງານພັກເມືອງເງິນ ພ້ອມດ້ວຍ ພາກສ່ວນທີກ້ຽວຂ້ອງພາຍໃນເມືອງ ໄດ້ລົງມອບເຄື່ອງຊ່ວຍເຫຼືອໃຫ້ໂຮງຮຽນອານຸບານ, ປະຖົມ, ມັດທະຍົມ ແຫ່ງຕ່າງໆພາຍໃນເມືອງ.
ມອບ-ຮັບອາຄານຮຽນມັດທະຍົມຕອນຕົ້ນລາດບວກແລະດອນຄຳ

ມອບ-ຮັບອາຄານຮຽນມັດທະຍົມຕອນຕົ້ນລາດບວກແລະດອນຄຳ

ໃນວັນທີ 22 ພະຈິກຜ່ານມານີ້, ທີ່ໂຮງຮຽນມັດທະຍົມຕອນຕົ້ນລາດບວກ ເມືອງແປກ ແຂວງຊຽງຂວາງ ໄດ້ມີພິທີມອບ-ຮັບອາຄານຮຽນມັດທະຍົມຕອນຕົ້ນລາດບວກ, ອາຄານຮຽນອະນຸບານບ້ານດອນຄຳ ໂດຍການໃຫ້ທຶນກໍ່ສ້າງຈາກ ປ້າ ບົວໄຫຼ ຈິດມະນີ ພັນລະຍາ ຂອງ ທ່ານ ບຸນທອງ ຈິດມະນີ ກຳມະການກົມການເມືອງສູນກາງພັກ ຮອງປະທານປະເທດແຫ່ງ ສປປ ລາວ ແລະ ບັນດາຄອບຄົວການນຳ, ຄອບຄົວນັກທຸລະກິດ ແລະ ຍາດມິດ ໃຫ້ທຶນກໍ່ສ້າງອາຄານຮຽນ
ເພີ່ມເຕີມ