ທ່ານປະທານສານປະຊາຊົນສູງສຸດ ຊີ້ແຈງປະເດັນການຊຸກຍູ້ ຕິດຕາມກວດກາສານປະຊາຊົນທ້ອງຖິ່ນ

ທ່ານປະທານສານປະຊາຊົນສູງສຸດ ຊີ້ແຈງປະເດັນການຊຸກຍູ້ ຕິດຕາມກວດກາສານປະຊາຊົນທ້ອງຖິ່ນ
ທ່ານນາງ ວຽງທອງ ສີພັນດອນ ປະທານສານປະຊາຊົນສູງສຸດ ໄດ້ໃຫ້ຄວາມກະຈ່າງແຈ້ງຕໍ່ສະມາຊິກສະພາແຫ່ງຊາດໃນກອງປະຊຸມສະໄໝສາມັນເທື່ອທີ 6 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 9ພະຈິກນີ້, ພາຍໃຕ້ການເປັນປະທານຂອງທ່ານນາງ ສູນທອນ ໄຊຍະຈັກ ຮອງປະທານສະພາແຫ່ງຊາດ.
ທ່ານນາງ ວຽງທອງ ສີພັນດອນໄດ້ຊີ້ແຈງຕໍ່ປະເດັນການຊຸກຍູ້ ແລະ ຕິດຕາມກວດກາສານປະຊາຊົນທ້ອງຖິ່ນໃນການເພີ່ມທະວີໃຫ້ໂຈດ, ຈຳເລີຍ, ບຸກຄົນທີສາມ ແລະ ທະນາຍຄວາມເຂົ້າຮ່ວມໃນການດຳເນີນຄະດີເພື່ອໂຕ້ແຍ່ງ, ໂຕ້ຖຽງ, ຊີ້ແຈງ, ອະທິບາຍຂໍ້ມູນຫຼັກຖານໃຫ້ລະອຽດຄົບຖ້ວນທຸກປະເດັນ ແລະ ໃຫ້ສິ້ນສຸດຕາມຂະບວນການກົດໝາຍນັ້ນ. ຕໍ່ປະເດັນດັ່ງກ່າວ ຊຶ່ງແມ່ນນະໂຍບາຍບຸລິມະສິດໜຶ່ງທີ່ສຳຄັນຂອງສານປະຊາຊົນສູງສຸດທີ່ໄດ້ກຳນົດໄວ້ໃນແຜນການ 5 ປີ(ນອນໃນແຜນງານທີ 1 ໂຄງການທີ 2 ), ໃນຕົວຈິງໄດ້ເອົາໃຈໃສ່ຈັດຕັ້ງປະຕິບັດການໂຕ້ແຍ່ງ, ໂຕ້ຖຽງຕາມແຜນການທີ່ໄດ້ກຳນົດໄວ້ໃນກົດໝາຍວ່າດ້ວຍການດຳເນີນຄະດີແພ່ງ ແລະ ກົດໝາຍວ່າດ້ວຍການດຳເນີນຄະດີອາຍາຢ່າງເຂັ້ມງວດຊຶ່ງໃນປີ 2023 ສານປະຊາຊົນສູງສຸດໄດ້ສຸມໃສ່ຈັດຕັ້ງປະຕິບັດວຽກງານດັ່ງກ່າວດ້ວຍຄວາມຮັບຜິດຊອບສູງເຊັ່ນ: ໄດ້ອອກຄຳແນະນຳວ່າດ້ວຍການໂຕ້ຖຽງຄະດີອາຍາໃນທີ່ປະຊຸມສານ, ຈັດກອງປະຊຸມປະຈຳປີຂອງສານປະຊາຊົນທົ່ວປະເທດເພື່ອເຜີຍແຜ່, ແນະນຳການປະຕິບັດການໂຕ້ແຍ່ງ-ໂຕ້ຖຽງ, ແຕ່ງຕັ້ງຄະນະຮັບຜິດຊອບລົງຕິດຕາມ, ຊຸກຍູ້ການໂຕ້ແຍ່ງ-ໂຕ້ຖຽງໃນທີ່ປະຊຸມສານຢູ່ບາງທ້ອງຖິ່ນ.
ຜ່ານການສະຫຼຸບຕີລາຄາຄືນ, ການຈັດຕັ້ງປະຕິບັດວຽກງານຊຸກຍູ້ການໂຕ້ແຍ່ງ-ໂຕ້ຖຽງເຫັນວ່າມີຂໍ້ສະດວກຫຼາຍດ້ານເປັນຕົ້ນ: 1. ມີກົດໝາຍ, ນິຕິກຳໃຕ້ກົດໝາຍ, ມະຕິຂອງສະພາແຫ່ງຊາດເປັນບ່ອນອີງໃນການຈັດຕັ້ງປະຕິບັດ, 2. ມີການຕິດຕາມ, ຊຸກຍູ້ຢ່າງໃກ້ຊິດຕິດແທດຈາກອົງການປົກຄອງທ້ອງຖິ່ນ, ສະພາປະຊາຊົນແຂວງ, ນະຄອນຫຼວງວຽງຈັນ, 3. ສານປະຊາຊົນແຕ່ລະຂັ້ນເປັນເຈົ້າການ ແລະ ເອົາໃຈໃສ່ວຽກງານໂຕ້ແຍ່ງ-ໂຕ້ຖຽງໂດ້ໂດຍພື້ນຖານ.
ທ່ານນາງ ວຽງທອງ ສີພັນດອນ ກ່າວໃຫ້ຮູ້ຕື່ມອີກວ່າ: ຜ່ານການສຸມໃສ່ການຊຸກຍູ້ ຕິດຕາມການໂຕ້ແຍ່ງໂຕ້ຖຽງໃນຜ່ານມາ, ສາມາດຖອດຖອນບົດຮຽນບາງດ້ານຄື: (1) ການຍົກສູງທັກສະ, ວິທີການ ແລະ ຄວາມສາມາດຂອງຜູ້ພິພາກສາໃນການຄວບຄຸມ, ອໍານວຍຄວາມສະດວກໃຫ້ແກ່ການໂຕ້ແຍ່ງ-ໂຕ້ຖຽງ ແລະ ການກະກຽມປະເດັນຂໍ້ມູນທີ່ຄົບຖ້ວນ, ຊັດເຈນແຕ່ເບື້ອງຕົ້ນຈະເຮັດໃຫ້ການໂຕ້ແຍ່ງ-ໂຕ້ຖຽງໄດ້ຮັບຜົນດີ; (2) ການມີຫ້ອງປະຊຸມສານ, ບັນລັງຕັດສິນທີ່ພຽງພໍຈະເຮັດໃຫ້ມີເວລາໃນການໂຕ້ຖຽງຢ່າງລະອຽດຄົບຖ້ວນ, ບໍ່ຟ້າວຟັ່ງ, ມີເວລາໃຫ້ຄູ່ຄວາມໄດ້ໂຕ້ແຍ່ງ-ໂຕ້ຖຽງໝົດທຸກປະເດັນ; (3) ການເຂົ້າຮ່ວມຂອງໂຈດ,ຈໍາເລີຍ ແລະ ທະນາຍຄວາມໃນການຊີ້ແຈງອະທິບາຍ ຫຼືໂຕ້ຖຽງກ່ຽວກັບຄະດີໃນແຕ່ລະປະເດັນຈະເຮັດໃຫ້ຮັບຮູ້ຄວາມເປັນຈິງທີ່ຖືກຕ້ອງ ແລະ ຊັດເຈນ ເພາະເຂົາເຈົ້າເປັນຜູ້ຮູ້ຄວາມເປັນຈິງຂອງຂໍ້ຂັດແຍ່ງທີ່ເກີດຂຶ້ນ; (4) ໄອຍະການໃນຖານະເປັນໂຈດໃນຄະດີອາຍາຕ້ອງເປັນເຈົ້າການໃນການຊີ້ແຈງ, ອະທິບາຍ ແລະ ພິສູດຢັ້ງຢືນຂໍ້ມູນຫຼັກຖານຄວາມຜິດຂອງຈໍາເລີຍ ຕໍ່ຄະນະສານໃນກໍລະນີທີ່ຈໍາເລີຍປະຕິເສດຂໍ້ກ່າວຫາ ຫຼືຫຼັກຖານໃນເວລາໄຕ່ສວນຢູ່ທີ່ປະຊຸມສານ.
ໃນຕໍ່ໜ້າສານປະຊາຊົນສູງສຸດມີທິດທາງ ແລະ ມາດຕະການແກ້ໄຂຄື: (1) ເພີ່ມທະວີຄວາມຮັບຜິດຊອບຂອງຄະນະຮັບຜິດຊອບຊຸກຍູ້, ຕິດຕາມການໂຕ້ແຍ່ງ-ໂຕ້ຖຽງຂອງສານປະຊາຊົນທົ່ວປະເທດ ໃຫ້ສືບຕໍ່ປະສານສົມທົບກັບອໍານາດການປົກຄອງແຂວງ, ເມືອງ, ນະຄອນ ແລະ ສະພາປະຊາຊົນຂັ້ນແຂວງຕິດຕາມ, ກວດກາຢ່າງໃກ້ຊິດຢູ່ແຕ່ລະສານ. (2) ເອົາໃຈໃສ່ຈັດຕັ້ງຝຶກອົບຮົມ, ຍົກລະດັບທັກສະ, ວິທີການໂຕ້ແຍ່ງ-ໂຕ້ຖຽງໃຫ້ຜູ້ພິພາກສາ ແລະ ເພີ່ມຄວາມຮັບຜິດຊອບຂອງຜູ້ພິພາກສາໃນວຽກງານດັ່ງກ່າວໃຫ້ສູງຂຶ້ນ. (3) ສ້າງກົນໄກສົ່ງເສີມ ແລະ ອໍາ ນວຍຄວາມສະດວກໃຫ້ໂຈດ, ຈໍາເລີຍ, ບຸກຄົນທີສາມ ແລະ ທະນາຍຄວາມໃຫ້ເຂົ້າຮ່ວມໃນການໂຕ້ແຍ່ງ-ໂຕ້ຖຽງກ່ຽວກັບຄະດີເປັນຕົ້ນການຈັດຫ້ອງຕອ້ນຮັບຄູ່ຄວາມ, ຈັດບ່ອນນັ່ງສະເພາະຂອງທະນາຍຄວາມຢູ່ທີ່ປະຊຸມສານ ແລະ ອື່ນໆ. (4) ມີມາດຕະການເດັດຂາດ, ເຂັ້ມງວດຕໍ່ຜູ້ຫຼົບຫຼີກ, ບໍ່ໃຫ້ຄວາມຮ່ວມມືໃນການປະກອບ, ສະໜອງຂໍ້ມູນໃຫ້ແກ່ສານຕາມການຮຽກ, ການເຊີນເພື່ອໃຫ້ການໂຕ້ແຍ່ງ-ໂຕ້ຖຽງໃນຄະດີລະອຽດ, ຈະແຈ້ງ ແລະ ສິ້ນສຸດ ກ່ອນທີ່ສານຈະລົງຄໍາຕັດສິນໃຫ້ຖືກຕ້ອງ ແລະ ເປັນທໍາ.
ຂ່າວ: ພູວັນ, ພາບ: ສຸກສະຫວັນ

ຄໍາເຫັນ

ຂ່າວການເມືອງ

ຜົນສໍາເລັດກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

ຜົນສໍາເລັດກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

ທ່ານ ບຸນຈັນ ສີວົງພັນ ຮອງປະທານສະພາແຫ່ງຊາດ ຕາງໜ້າຄະນະປະຈຳສະພາແຫ່ງຊາດ ຫົວໜ້າກອງເລຂານຸການກອງປະຊຸມ ໄດ້ຖະແຫຼງຂ່າວຕໍ່ສື່ມວນຊົນ ກ່ຽວກັບຜົນສໍາເລັດຂອງການດໍາເນີນກອງປະຊຸມສະ ໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ໃນວັນທີ 21 ຕຸລານີ້ ທີ່ສະພາແຫ່ງຊາດ.
ຜົນການພິຈາລະນາຮັບຮອງເອົາກົດໝາຍຈໍານວນ 8 ສະບັບ

ຜົນການພິຈາລະນາຮັບຮອງເອົາກົດໝາຍຈໍານວນ 8 ສະບັບ

ທ່ານ ກອງແກ້ວ ໄຊສົງຄາມ ຮອງປະທານສະພາແຫ່ງຊາດ ໄດ້ຖະແຫຼງຂ່າວກ່ຽວກັບຜົນການພິຈາລະນາຮັບຮອງເອົາກົດໝາຍຈໍານວນ 8 ສະບັບຕໍ່ສື່ມວນຊົນ ໃນວັນທີ 21 ຕຸລານີ້ ທີ່ສະພາແຫ່ງຊາດ ວ່າ: ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ໄດ້ສຸມໃສ່ພິຈາລະນາບັນດາຮ່າງກົດໝາຍຈໍານວນ 8 ສະບັບ. ໃນນັ້ນ, ມີກົດໝາຍສ້າງໃໝ່ 1 ສະບັບ ແລະ ປັບປຸງ 7 ສະບັບ.
ສສຊ ມີຄໍາເຫັນຕໍ່ຮ່າງກົດໝາຍວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ສສຊ ມີຄໍາເຫັນຕໍ່ຮ່າງກົດໝາຍວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ສະມາຊິກສະພາແຫ່ງຊາດ (ສຊຊ) ໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ໃນວັນທີ 20 ຕຸລານີ້, ທີ່ສະພາແຫ່ງຊາດ ໂດຍການເປັນປະທານຂອງທ່ານ ວິໄລວົງ ບຸດດາຄໍາ ຮອງປະທານສະພາແຫ່ງຊາດ.
ຜົນສຳເລັດ ການພິຈາລະນາຮັບຮອງແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ

ຜົນສຳເລັດ ການພິຈາລະນາຮັບຮອງແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ

ທ່ານ ວິໄລວົງ ບຸດດາຄໍາ ຮອງປະທານສະພາແຫ່ງຊາດ ໄດ້ຖະແຫຼງຂ່າວກ່ຽວກັບຜົນສຳເລັດການພິຈາ ລະນາຮັບຮອງແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ, ແຜນງົບປະມານແຫ່ງລັດ, ແຜນເງິນຕາປີ 2026 ແລະ ທິດທາງແຜນການປີ 2027 ໃນວັນທີ 20 ຕຸລານີ້, ທີ່ສະພາແຫ່ງຊາດ.
ສະເໜີປັບປຸງກົດໝາຍວ່າດ້ວຍ ການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ສະເໜີປັບປຸງກົດໝາຍວ່າດ້ວຍ ການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີຕໍ່ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ໃນວັນທີ 20 ຕຸລານີ້, ທີ່ສະພາແຫ່ງຊາດ ພາຍໃຕ້ການເປັນປະທານຂອງທ່ານ ວິໄລວົງ ບຸດດາຄໍາ ຮອງປະທານສະພາແຫ່ງຊາດ.
ສສຊເຂດ 11 ບໍລິຄຳໄຊ ມີຄໍາເຫັນຕໍ່ຮ່າງກົດໝາຍວ່າດ້ວຍລັດຖະບານ

ສສຊເຂດ 11 ບໍລິຄຳໄຊ ມີຄໍາເຫັນຕໍ່ຮ່າງກົດໝາຍວ່າດ້ວຍລັດຖະບານ

ທ່ານສອນທະນູທໍາມະວົງສະມາຊິກສະພາແຫ່ງຊາດ (ສສຊ) ປະຈໍາເຂດເລືອກຕັ້ງທີ 11 ແຂວງບໍລິຄໍາໄຊໄດ້ປະກອບຄຳເຫັນໃສ່ຮ່າງກົດໝາຍວ່າດ້ວຍລັດຖະບານ(ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດຊຸດທີ X ໃນວັນທີ 16ຕຸລາຜ່ານມາ,ທີ່ສະພາແຫ່ງຊາດໂດຍການເປັນປະທານຂອງທ່ານນາງສູນທອນໄຊຍະຈັກຮອງປະທານສະພາແຫ່ງຊາດ.
ສສຊ ຄຳມ່ວນ ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການປົກປ້ອງເງິນຝາກ

ສສຊ ຄຳມ່ວນ ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການປົກປ້ອງເງິນຝາກ

​ບັນດາສະມາຊິກສະພາແຫ່ງຊາດ (ສສຊ) ໄດ້ເອົາໃຈໃສ່ປະກອບຄຳເຫັນຕໍ່ຮ່າງກົດ ໝາຍ ວ່າດ້ວຍການປົກປ້ອງເງິນຝາກ ຊຶ່ງເປັນສະບັບສ້າງໃໝ່ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ໃນວັນທີ 19 ຕຸລານີ້, ທີ່ສະພາແຫ່ງຊາດ ໂດຍການເປັນປະທານຂອງທ່ານ ກອງແກ້ວ ໄຊສົງຄາມ ຮອງປະທານສະພາແຫ່ງຊາດ.
ສສຊ ເຂດ 10 ປະກອບຄໍາເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການປົກປ້ອງເງິນຝາກ

ສສຊ ເຂດ 10 ປະກອບຄໍາເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການປົກປ້ອງເງິນຝາກ

ສະມາຊິກສະພາແຫ່ງຊາດ (ສສຊ) ໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການປົກປ້ອງເງິນຝາກ ຊຶ່ງເປັນກົດໝາຍສະບັບສ້າງໃໝ່ ປະກອບດ້ວຍ VIII ພາກ, 8 ໝວດ ແລະ 66 ມາດຕາ ຕໍ່ກອງປະຊຸມສະ ໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ໃນວັນທີ 19 ຕຸລານີ້ ທີ່ສະພາແຫ່ງຊາດ ໂດຍການເປັນປະທານຂອງທ່ານ ກອງແກ້ວ ໄຊສົງຄາມ ຮອງປະທານສະພາແຫ່ງຊາດ.
ທ່ານ ນະຄະເສນ ສີຫາລາດ ສະເໜີ 4 ຈຸດສຳຄັນ ຕໍ່ຮ່າງກົດໝາຍວ່າດ້ວຍລັດຖະບານ

ທ່ານ ນະຄະເສນ ສີຫາລາດ ສະເໜີ 4 ຈຸດສຳຄັນ ຕໍ່ຮ່າງກົດໝາຍວ່າດ້ວຍລັດຖະບານ

ທ່ານ ນະຄະເສນ ສີຫາລາດ ສະມາຊິກສະພາແຫ່ງຊາດ ປະຈໍາເຂດເລືອກຕັ້ງທີ 1 ນະຄອນຫຼວງ ວຽງຈັນ (ນວ) ໄດ້ປະກອບຄໍາເຫັນໃສ່ຮ່າງກົດໝາຍ ວ່າດ້ວຍລັດຖະບານ (ສະບັບປັບປຸງ) ຕໍ່ກອງປະຊຸມສະ ໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ໃນວັນທີ 16 ຕຸລາຜ່ານມາ, ທີ່ສະພາແຫ່ງຊາດ ໂດຍການເປັນປະທານຂອງທ່ານ ນາງ ສູນທອນ ໄຊຍະຈັກ ຮອງປະທານສະພາແຫ່ງຊາດ.
ສະເໜີປັບປຸງການສ້າງກົດໝາຍ ວ່າດ້ວຍການປົກປ້ອງເງິນຝາກ

ສະເໜີປັບປຸງການສ້າງກົດໝາຍ ວ່າດ້ວຍການປົກປ້ອງເງິນຝາກ

ທ່ານ ນາງ ບຸນຄໍາ ວໍລະຈິດ ຜູ້ວ່າການທະນາຄານແຫ່ງສປປລາວ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນໃນການປັບປຸງການສ້າງກົດໝາຍ ວ່າດ້ວຍການປົກປ້ອງເງິນຝາກ ຊຶ່ງເປັນກົດໝາຍສ້າງໃໝ່ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ໃນວັນທີ 19 ຕຸລານີ້, ທີ່ສະພາແຫ່ງຊາດ ພາຍໃຕ້ການເປັນປະທານຂອງທ່ານ ມອນໄຊ ລາວມົວຊົ່ງ ຮອງປະທານສະພາແຫ່ງຊາດ.
ເພີ່ມເຕີມ