ທັດ​ສະ​ນະ​ຂອງ​ທ່ານ ​ສີ​ຈິ້ນ​ຜິງ​ ກ່ຽວ​ກັບ​ຊາວ​ໜຸ່ມ

ທັດ​ສະ​ນະ​ຂອງ​ທ່ານ ​ສີ​ຈິ້ນ​ຜິງ​ ກ່ຽວ​ກັບ​ຊາວ​ໜຸ່ມ

ທັດ​ສະ​ນະ​ຂອງ​ທ່ານ ​ສີ​ຈິ້ນ​ຜິງ​ ກ່ຽວ​ກັບ​ຊາວ​ໜຸ່ມ
ວັນ​ທີ 4 ພຶດ​ສະ​ພາ 2025 ເປັນ​ວັນ​ຊາວ​ໜຸ່ມ​​ຈີນ​ ຄົບ​ຮອບ 76 ປີ. ການ​ໃຫ້​ຄວາມ​ສຳ​ຄັນ​ຕໍ່​ຊາວ​ໜຸ່ມ, ການ​ບຳ​ລຸງ​ສ້າງຊາວ​ໜຸ່ມ​, ການ​ຮັກ​ແພງ​ຊາວ​ໜຸ່ມ ແລະ​ຝາກ​ຄວາມ​ຫວັງ​ໄວ້​ນຳ​ຊາວ​ໜຸ່ມ ​ແມ່ນ​ໄດ້​ສອດ​ຫ້ອຍ​ເຂົ້າ​ໃນ​ທັດ​ສະ​ນະ​ຂອງ​ທ່ານ ​ສີ​ຈິ້ນ​ຜິງ​​​ ປະ​ທານ​ປະ​ເທດ​ຈີນຢ່າງ​ສະ​ເໝີ​ຕົ້ນ​ສະ​ເໝີ​ປາຍ. ເພິ່ນ​ກ່າວ​ວ່າ: “ກ່ອນ​ ແລະ ​ຫຼັງວັນ​ທີ 4 ພຶດ​ສະ​ພາ​ແຕ່​ລະ​ປີ, ​ໄລ​ຍະເວ​ລາ​ນີ້ຂ້າ​ພະ​ເຈົ້າ​ແມ່ນ​ໃຫ້​ໄວ້​ສະ​ເພາະ​ກັບຊາວ​ໜຸ່ມ. ​”

 

ການສູ້ຊົນ ຄື ສີສັນພື້ນຖານອັນໜັກແໜ້ນທີ່ສຸດຂອງໄວໜຸ່ມ.

ທ່ານ ສີຈິ້ນຜິງ ເຄີຍກ່າວວ່າ: “ມີພຽງແຕ່ຊີວິດໄວໜຸ່ມທີ່ໄດ້ດຳເນີນການສູ້ຊົນ ຢ່າງກະຕືລືລົ້ນເທົ່ານັ້ນ, ມີພຽງແຕ່ຊີວິດໄວໜຸ່ມທີ່ໄດ້ດຳເນີນການບາກບັ່ນສູ້ຊົນ ຢ່າງໜຽວແໜ້ນເທົ່ານັ້ນ, ມີພຽງແຕ່ຊີວິດໄວໜຸ່ມທີ່ໄດ້ປະກອບສ່ວນເພື່ອປະຊາ ຊົນເທົ່ານັ້ນ ຈຶ່ງຈະສາມາດສ້າງຄວາມຊົງຈຳແຫ່ງໄວໜຸ່ມທີ່ມີຄຸນຄ່າເຕັມປ່ຽມ, ອົບອຸ່ນ, ຍືນຍົງ ແລະ ບໍ່ກິນແໜງ.”

ທ່ານ ສີຈິ້ນຜິງ ໃນໄວໜຸ່ມເຄີຍເປັນພະນັກງານລົງພື້ນຖານຢູ່ບ້ານຈ້າວເຈ່ຍເຫີ ແລະ ເຄີຍເປັນເລຂາໜ່ວຍພັກບ້ານຫຼຽງເຈ່ຍເຫີ ເມືອງຢຽນຊ່ວນ ແຂວງສ້ານຊີ່, ເພິ່ນເວົ້າຢ່າງກົງໄປກົງມາ ວ່າ: “ຊີວິດອັນຫຍຸ້ງຍາກລຳບາກຕະຫຼອດໄລຍະລົງ ພື້ນຖານຢູ່ຊົນນະບົດ ເປັນເວລາ 7 ປີ ເຮັດໃຫ້ຂ້າພະເຈົ້າໄດ້ຮັບການຝຶກຝົນ ຫຼໍ່ຫຼອມຢ່າງຫຼວງຫຼາຍ.”

ປີ 1973, ທ່ານ ສີຈິ້ນຜິງ ທີ່ມີອາຍຸ 20 ປີ ໄດ້ຖືກແຕ່ງຕັ້ງໄປລົງພື້ນຖານຢູ່ບ້ານຈ້າວເຈ່ຍເຫີ. ຕອນກາງເວັນ, ເພິ່ນເປັນພະນັກງານການນຳທີ່ໂຄສະນາເຜີຍແຜ່ເນື້ອໃຈຈິດໃຈເອກະສານການເມືອງ, ນຳໜ້າພັດທະນາການຜະລິດ ແລະ ຍັງເປັນແຮງງານໜຸ່ມແໜ້ນເຂັ້ມແຂງທີ່ສ້າງເຂື່ອນກັ້ນດິນເພື່ອປູກຕົ້ນໄມ້; ຕອນກາງຄືນ, ເພິ່ນເປັນຄູ{ອາຈານຢູ່ໂຮງຮຽນປະຊາສຶກສາເພື່ອຮັບຜິດຊອບສອນຊາວບ້ານຂຽນຊື່ຂອງຕົນພາຍໃຕ້ແສງຕະກຽງ.

ຢູ່ບ້ານຫຼຽງເຈ່ຍເຫີ, ເມື່ອປະເຊີນໜ້າກັບຄວາມຫຍຸ້ງຍາກດ້ານນ້ຳດື່ມ, ທ່ານ ສີຈິ້ນຜິງ ໄດ້ນຳພາຊາວບ້ານຂຸດນ້ຳສ້າງ; ຊາວບ້ານຂາດເຄື່ອງມືອອກແຮງງານເຊັ່ນ: ກ່ຽວ, ຈົກ, ຊວ້ານ ແລະ ອື່ນໆ, ເພິ່ນກໍນຳພາຊາວບ້ານສ້າງສະຫະກອນຕີເຫຼັກ; ເມື່ອເນື້ອທີ່ດິນປູກຝັງບໍ່ພຽງພໍ, ເພິ່ນກໍໄດ້ນຳພາຊາວບ້ານສ້າງເຂື່ອນກັ້ນດິນເພື່ອບຸກເບີກເນື້ອທີ່ດິນປູກຝັງ; ນອກນີ້, ຍັງໄດ້ສ້າງຕັ້ງສະຫະກອນຕັດຫຍິບ, ຫ້ອງໂມ້, ຮ້ານຄ້າຕົວແທນຈຳໜ່າຍ ແລະ ອື່ນໆ.

ຊາວບ້ານຫຼຽງເຈ່ຍເຫີ ໄດ້ຫວນຄືນຫຼັງວ່າ: “ຈິ້ນຜິງ ບໍ່ໄດ້ເຮັດແບບລັດທິຮູບການ, ຫາກແມ່ນມຸ່ງໝັ້ນເຮັດໃນສິ່ງທີ່ສຳຄັນຍິ່ງ, ເຮັດໃນສິ່ງທີ່ມີຜົນປະໂຫຍດຕົວຈິງໃຫ້ແກ່ປະຊາຊົນ.”

ທ່ານ ສີຈິ້ນຜິງ ເຫັນວ່າ: “ສູ້ຊົນຮ່ວມກັນກັບປະຊາຊົນ, ຊີວິດໄວໜຸ່ມຈຶ່ງຈະມີຄວາມສະຫງ່າລາສີ, ກ້າວໄປຂ້າງໜ້າພ້ອມກັບປະຊາຊົນ, ຊີວິດໄວໜຸ່ມຈຶ່ງຈະສະຫງ່າຜ່າເຜີຍ, ມີຄວາມຝັນຮ່ວມກັບປະຊາຊົນ, ຊີວິດໄວໜຸ່ມຈຶ່ງຈະບໍ່ມີຄວາມກິນ ແໜງ.”

ທ່ານ ສີຈິ້ນຜິງ ເຄີຍກ່າວວ່າ: “ໄວໜຸ່ມຄືກຸ່ມຄົນທີ່ມີຊີວິດຊີວາທີ່ສຸດ, ມີຄວາມປະດິດສ້າງຫຼາຍທີ່ສຸດໃນສັງຄົມ, ສົມຄວນກ້າວເດີນຢູ່ແຖວໜ້າແຫ່ງການປະດິດສ້າງ”

ຊາວໜຸ່ມເປັນຜູ້ທີ່ມີການພັດທະນາໃໝ່ຢ່າງບໍ່ຢຸດຢັ້ງ, ມີຄວາມກະຕືລືລົ້ນຫຼາຍທີ່ສຸດໃນດ້ານການປະດິດສ້າງ ແລະ ມີແຮງຂັບເຄື່ອນຫຼາຍທີ່ສຸດໃນການປະດິດສ້າງ.

ວັນທີ 4 ພຶດສະພາ 2013 ຊຶ່ງເປັນວັນຊາວໜຸ່ມຈີນ, ທ່ານ ສີຈິ້ນຜິງ ໄດ້ເດີນທາງໄປສະຖາບັນຄົ້ນຄວ້າເຕັກໂນໂລຊີອະວະກາດຈີນ ຂອງກຸ່ມບໍລິສັດວິທະຍາສາດເຕັກໂນໂລຊີການບິນອະວະກາດຈີນ ເພື່ອເຂົ້າຮ່ວມກິດຈະກຳຄະນະຊາວ ໜຸ່ມກອມມູນິດຈີນຂອງສະຖາບັນດັ່ງກ່າວພາຍໃຕ້ຫົວຂໍ້ “ບັນລຸຄວາມໃຝ່ຝັນຂອງຈີນ, ໄວໜຸ່ມກ້າແບກຫາບ”, ໂດຍ ເພິ່ນໄດ້ໂອ້ລົມສົນທະນາກັບຜູ້ຕາງໜ້າຊາວ ໜຸ່ມດີເດັ່ນວົງການຕ່າງໆ.

ເພິ່ນກ່າວວ່າ: “ຊາວໜຸ່ມທັງຫຼາຍຕ້ອງກ້າປະດິດສ້າງ. ການປະດິດສ້າງຄືຂໍກຸນແຈສຳຄັນແຫ່ງຄວາມກ້າວໜ້າຂອງຊາດ, ເປັນບໍ່ເກີດພະລັງແຮງທີ່ບໍ່ເຫືອດແຫ້ງສຳລັບຄວາມຈະເລີນຮຸ່ງເຮືອງຂອງປະເທດໜຶ່ງ, ທັງເປັນພອນສະຫວັນທີ່ເລິກເຊິ່ງທີ່ສຸດຂອງປະຊາຊາດຈີນ, ດັ່ງຄຳບູຮານວ່າ: ‘ຫາກຄົນໆໜຶ່ງສາມາດປັບປ່ຽນໃໝ່ໄດ້ມື້ໜຶ່ງ, ກໍຄວນປັບປ່ຽນໃໝ່ໃນທຸກໆມື້ ແລະ ຮັກສາການປັບປ່ຽນໃໝ່ຢ່າງບໍ່ຢຸດຢັ້ງ.’”.

ຫຼັງຈາກນັ້ນ 9 ປີ, ຄະນະຊາວໜຸ່ມກໍ່ສ້າງສະຖານີອະວະກາດ ກຸ່ມບໍລິສັດວິທະຍາສາດເຕັກໂນໂລຊີການບິນອະວະກາດຈີນ ໄດ້ຂຽນຈົດໝາຍໄປເຖິງທ່ານ ສີຈິ້ນຜິງ ໂດຍຕາງໜ້າໃຫ້ຊາວໜຸ່ມ 80.000 ຄົນ ຂອງກຸ່ມບໍລິສັດດັ່ງກ່າວ ລາຍງານສະພາບການກ່ຽວກັບການກ້າແບກຫາບໜ້າທີ່ອັນໜັກໜ່ວງໃນການຊຸກຍູ້ການພັດທະນາວິທະຍາສາດເຕັກໂນໂລຊີ ການບິນອະວະກາດໃນຕະຫຼອດໄລຍະ 9 ປີຜ່ານມາ, ພ້ອມທັງສະແດງຄວາມໝາຍໝັ້ນອັນເດັດດ່ຽວ ໃນການຮ່ວມກັນສູ້ຊົນເພື່ອສ້າງສາປະເທດເຂັ້ມແຂງດ້ານການບິນອະວະກາດ.

ທ່ານ ສີຈິ້ນຜິງ ໄດ້ຕອບຄືນຈົດໝາຍຂອງຄະນະຊາວໜຸ່ມດັ່ງກ່າວ ຊຶ່ງມີເນື້ອໃນບາງຕອນຂຽນວ່າ: “ໄລຍະເວລາ 9 ປີຜ່ານມານີ້, ຈາກສະຖານີອະວະກາດ ‘ທ່ຽນກົ່ງ’, ລະບົບດາວທຽມນຳທາງ ‘ເປີຍໂຕ’, ຍານສຳຫຼວດດວງຈັນ ‘ສາງເອີ’ ຕະຫຼອດຮອດ ຍານອະວະກາດໂມດູນແກນກາງ ‘ທ່ຽນເຫີ’, ຍານສຳຫຼວດດາວອັງຄານ ‘ທ່ຽນເວີ້ນ’ ແລະ ດາວທຽມສຳຫຼວດດວງອາທິດ ‘ຊີ່ເຫີ’, ພາລະກິດການບິນອະວະກາດຂອງຈີນ ໄດ້ສ້າງປະຫວັດສາດໃໝ່ຢ່າງບໍ່ຢຸດຢັ້ງ, ຊາວ ໜຸ່ມທີ່ເຮັດວຽກການບິນອະວະກາດຈຳນວນຫຼວງຫຼາຍໄດ້ແບກຫາບໜ້າທີ່ອັນໜັກໜ່ວງ ຊຶ່ງສະແດງໃຫ້ເຫັນເຖິງໂສມໜ້າ ແລະ ຈິດໃຈບຸກບືນກ້າວໜ້າຂອງຊາວ ໜຸ່ມຈີນໃນຍຸກໃໝ່.”

ຈົດໝາຍຕອບຂອງທ່ານ ສີຈິ້ນຜິງ ໄດ້ເປັນກຳລັງໃຈໃຫ້ແກ່ພະນັກງານໜຸ່ມທີ່ເຮັດວຽກການບິນອະວະກາດທັງຫຼາຍຈົ່ງກ້າປະດິດສ້າງ ແລະ ບຸກທະລຸ, ສ້າງຜົນງານອັນສະຫງ່າລາສີບົນເສັ້ນທາງແຫ່ງການໄລ່ລ່າຄວາມຝັນຢູ່ອະວະກາດ.

ຕໍ່ກັບກຸ່ມຄົນຊາວໜຸ່ມ, ເພິ່ນເຄີຍໃຫ້ທັດສະນະວ່າ: “ຄວາມຫວັງຂອງຊາດຂຶ້ນກັບຊາວໜຸ່ມ, ອະນາຄົດຂອງຊາດຂຶ້ນກັບຊາວໜຸ່ມ.”

ໂດຍ: ຊີອາໄອ

ຄໍາເຫັນ

ຂ່າວຕ່າງປະເທດ

OPEC+ ຕັ້ງເປົ້າໝາຍເພີ່ມການຜະລິດນ້ຳມັນໃນເດືອນທັນວານີ້

OPEC+ ຕັ້ງເປົ້າໝາຍເພີ່ມການຜະລິດນ້ຳມັນໃນເດືອນທັນວານີ້

ຂ່າວຕ່າງປະເທດລາຍງານ ໃນວັນທີ 3 ພະຈິກ ຜ່ານມາວ່າ: ອົງການປະເທດຜູ້ສົ່ງອອກນ້ຳມັນ (OPEC) ແລະ ພັນທະມິດ ຫຼື ເອີ້ນລວມກັນວ່າ OPEC+ ໄດ້ຕົກລົງທີ່ຈະເພີ່ມກຳລັງການຜະລິດນ້ຳມັນຂຶ້ນເປັນ137,000 ບາເຣວຕໍ່ມື້ໃນເດືອນທັນວານີ້.ຫຼັງຈາກປະເທດສະມາຊິກເຊັ່ນ: ຊາອຸດິດ ອາຣັບບີ, ຣັດເຊຍ, ອີຣັກ, ສະຫະລັດອາຣັບເອມິເຣດ, ກູເວດ, ກາຊັກສະຖານ, ອານເຊຣີ ແລະ ໂອມານ ປະຊຸມອອນລາຍເພື່ອທົບທວນສະພາບຕະຫຼາດໂລກ ແລະ ທ່າອ່ຽງເສດຖະກິດ.
ກອງປະຊຸມ APEC ມີຈຸດປະສົງເພີ່ມທະວີການຮ່ວມມືເພື່ອອະນາຄົດທີ່ຍືນຍົງ

ກອງປະຊຸມ APEC ມີຈຸດປະສົງເພີ່ມທະວີການຮ່ວມມືເພື່ອອະນາຄົດທີ່ຍືນຍົງ

ຂ່າວຕ່າງປະເທດລາຍງານ ໃນທ້າຍອາທິດຜ່ານມາວ່າ: ທ່ານ ລີເຈມຽນ ປະທານາທິບໍດີ ສ ເກົາຫຼີຊຶ່ງເປັນປະທານກອງປະຊຸມຜູ້ນຳເສດຖະກິດ APEC ຄັ້ງທີ 32 ທີ່ເມືອງ Gyeongju ປະເທດ ສ ເກົາຫຼີໄດ້ຮຽກຮ້ອງໃຫ້ເພີ່ມການຮ່ວມມື ແລະ ຄວາມສາມັກຄີໃນພາກພື້ນອາຊີປາຊີຟິກ ເພື່ອເອົາຊະນະສິ່ງທ້າທາຍໃໝ່ໆ ໃນຂະນະທີ່ໂລກກຳລັງເຂົ້າສູ່ຈຸດປ່ຽນທີ່ສຳຄັນ.
ອິນໂດເນເຊຍຕັ້ງເປົ້າໝາຍເພີ່ມກຳລັງການຜະລິດພະລັງງານໝູນວຽນ

ອິນໂດເນເຊຍຕັ້ງເປົ້າໝາຍເພີ່ມກຳລັງການຜະລິດພະລັງງານໝູນວຽນ

ຂ່າວຕ່າງປະເທດລາຍງານ ຫວ່າງມໍ່ໆມານີວ່າ: ກະຊວງພະລັງງານ ແລະ ຊັບພະຍາກອນບໍ່ແຮ່ຂອງອິນໂດເນເຊຍໄດ້ປະກາດເປົ້າໝາຍໃນການເພີ່ມກຳລັງການຜະລິດພະລັງງານໄຟຟ້າຈາກພະລັງງານໝູນວຽນ 42.6 ກິໂລວັດໃນໄລຍະທົດສະວັດຕໍ່ໄປ ຊຶ່ງເປັນສ່ວນໜຶ່ງຂອງຍຸດທະສາດເພື່ອເລັ່ງການຫັນປ່ຽນຈາກເຊື້ອໄຟຟອດຊິວໄປສູ່ລະບົບພະລັງງານທີ່ມີກາກບອນຕ່ຳ.
ຈີນຍິນດີເພີ່ມຄວາມໝັ້ນໃຈ ແລະ ແຮງຂັບເຄື່ອນທີ່ເຂັ້ມແຂງແກ່ການຄຸ້ມຄອງດິນຟ້າອາກາດໂລກ

ຈີນຍິນດີເພີ່ມຄວາມໝັ້ນໃຈ ແລະ ແຮງຂັບເຄື່ອນທີ່ເຂັ້ມແຂງແກ່ການຄຸ້ມຄອງດິນຟ້າອາກາດໂລກ

ຂ່າວສານຊີອາໄອລາຍງານໃນທ້າຍອາທິດຜ່ານມາວ່າ: ທ່ານ ໂກ່ວເຈ່ຍຄຸນ ໂຄສົກກະຊວງການຕ່າງປະເທດຈີນໄດ້ຈັດກອງປະຊຸມຖະແຫຼງຂ່າວ. ໂດຍມີນັກຂ່າວຖາມກ່ຽວກັບກອງປະຊຸມພາຄີສົນທິສັນຍາຂອບການປ່ຽນແປງຂອງດິນຟ້າອາກາດອົງການສະຫະປະຊາຊາດຄັ້ງທີ 30 ຫຼື COP30 ທີ່ຈັດຂຶ້ນຢູ່ນະຄອນເບເລິມ ປະເທດບ​ຣາ​ຊິນ.
ຫວຽດນາມ ສືບ​ຕໍ່​ສ້າງ​ເງື່ອນ​ໄຂ​ໃຫ້​ແກ່​ເສດ​ຖະ​ກິດ​ເອ​ກະ​ຊົນ​ພັດ​ທະ​ນາ

ຫວຽດນາມ ສືບ​ຕໍ່​ສ້າງ​ເງື່ອນ​ໄຂ​ໃຫ້​ແກ່​ເສດ​ຖະ​ກິດ​ເອ​ກະ​ຊົນ​ພັດ​ທະ​ນາ

ວິທະຍຸກະຈາຍສຽງຫວຽດນາມລາຍງານວ່າ: ໃນວັນທີ 1 ພະຈິກ ຜ່ານມາ, ທ່ານ ຟ້າມມິງຈິງ ນາຍົກລັດຖະມົນຕີ ຫວຽດນາມ ໄດ້ເປັນປະທານວາລະເຮັດວຽກທີ 2 ຂອງຄະນະຊີ້ນຳແຫ່ງຊາດຜັນຂະຫຍາຍມະຕິສະບັບເລກທີ 68 ຂອງກົມການເມືອງກ່ຽວກັບການພັດທະນາເສດຖະກິດເອກະຊົນ.
ຜົນການສຶກສາພົບວ່າ ມະນຸດເຄື່ອນໄຫວຫຼາຍກວ່າສັດປ່າເຖິງ 40 ເທົ່າ

ຜົນການສຶກສາພົບວ່າ ມະນຸດເຄື່ອນໄຫວຫຼາຍກວ່າສັດປ່າເຖິງ 40 ເທົ່າ

ຂ່າວຕ່າງປະເທດລາຍງານຫວ່າງມໍ່ໆມານີ້ວ່າ: ຖະແຫຼງການຈາກສະຖາບັນວິທະຍາສາດ Weizmann (WIS) ຂອງອິດສະຣາເອນ ລະບຸວ່າ: ທີມນັກຄົ້ນຄວ້າສາກົນໄດ້ຄົ້ນພົບວ່າການເຄື່ອນໄຫວຂອງມະນຸດໂດຍລວມນັ້ນຫຼາຍກວ່າ ສັດລ້ຽງລູກດ້ວຍນົມເທິງບົກ, ສັດປີກ ແລະ ແມງໄມ້ ໃນທຳມະຊາດທັງໝົດລວມກັນປະມານ 40 ເທົ່າ.
WHO ເປີດເຜີຍ ການບໍ່ສົນໃຈວິກິດການດິນຟ້າອາກາດ ເຮັດໃຫ້ມີຜູ້ເສຍຊີວິດຫຼາຍລ້ານຄົນ

WHO ເປີດເຜີຍ ການບໍ່ສົນໃຈວິກິດການດິນຟ້າອາກາດ ເຮັດໃຫ້ມີຜູ້ເສຍຊີວິດຫຼາຍລ້ານຄົນ

ຂ່າວຕ່າງປະເທດລາຍງານ ໃນວັນທີ 30 ຕຸລາ ຜ່ານມາວ່າ: ອົງການອະນາໄມໂລກ (WHO) ໄດ້ເຜີຍແຜ່ບົດລາຍງານລະດັບໂລກປະຈຳປີ 2025 ກ່ຽວກັບສຸຂະພາບ ແລະ ການປ່ຽນແປງສະພາບອາກາດ ຊຶ່ງເຮັດຮ່ວມກັບໜັງສືພິມ The Lancet ລະບຸວ່າ: ການເພິ່ງພາອາໄສເຊື້ອໄຟຟອດຊິວຫຼາຍເກີນໄປ ແລະ ຄວາມລົ້ມເຫຼວໃນການປັບຕົວເຂົ້າກັບໂລກທີ່ຮ້ອນຂຶ້ນຢ່າງຕໍ່ເນື່ອງ ກຳລັງສົ່ງຜົນກະທົບຢ່າງຮ້າຍແຮງຕໍ່ສຸຂະພາບຂອງມະນຸດ.
ທ່ານ ສີຈິ້ນຜິງ ເຂົ້າຮ່ວມກອງປະຊຸມຜູ້ນຳເສດຖະກິດ APEC ຄັ້ງທີ 32

ທ່ານ ສີຈິ້ນຜິງ ເຂົ້າຮ່ວມກອງປະຊຸມຜູ້ນຳເສດຖະກິດ APEC ຄັ້ງທີ 32

ຂ່າວສານຊີອາໄອລາຍງານວ່າ: ໃນຕອນເຊົ້າວັນທີ 31 ຕຸລາ ຜ່ານມາ, ກອງປະຊຸມຜູ້ນຳເສດຖະກິດອົງການຮ່ວມມືເສດຖະກິດອາຊີປາຊີຟິກ ຫຼື APEC ຄັ້ງທີ 32 ໄດ້ຈັດຂຶ້ນຢູ່ສູນປະຊຸມສາກົນຈອງຈູ ປະເທດ ສ ເກົາຫຼີ. ທ່ານ ສີຈິ້ນຜິງ ປະທານປະເທດຈີນ ໄດ້ເຂົ້າຮ່ວມ ແລະ ກ່າວຄຳປາໄສສຳຄັນຕໍ່ກອງປະຊຸມຄັ້ງນີ້.
ທ່ານ ເລືອງເກື່ອງ ພົບປະສົນທະນາກັບທ່ານປະທານາທິບໍດີ ສ ເກົາຫຼີ

ທ່ານ ເລືອງເກື່ອງ ພົບປະສົນທະນາກັບທ່ານປະທານາທິບໍດີ ສ ເກົາຫຼີ

ວິທະຍຸກະຈາຍສຽງຫວຽດນາມລາຍງານວ່າ: ໃນຂອບເຂດການປະຕິບັດງານຢູ່ ສ ເກົາຫຼີ ແລະ ເຂົ້າຮ່ວມສັບປະດາຂັ້ນສູງເວທີປາໄສການຮ່ວມມືເສດຖະກິດອາຊີ - ປາຊີຟິກ (APEC) 2025, ໃນຕອນບ່າຍວັນທີ 30 ຕຸລາ ຜ່ານມາ (ຕາມເວລາທ້ອງຖິ່ນ) ຢູ່ນະຄອນ Gyeongju ສ ເກົາຫຼີ, ທ່ານ ເລືອງເກື່ອງ ປະທານປະເທດ ຫວຽດນາມ ໄດ້ດຳເນີນການພົບປະສົນທະນາກັບທ່ານ ລີແຈມຽງ ປະທານາທິບໍດີ ສ ເກົາຫຼີ.
ອິນໂດນີເຊຍ ຈະເປີດໃຊ້ໂຮງໄຟຟ້ານິວເຄລຍແຫ່ງທຳອິດພາຍໃນປີ 2032

ອິນໂດນີເຊຍ ຈະເປີດໃຊ້ໂຮງໄຟຟ້ານິວເຄລຍແຫ່ງທຳອິດພາຍໃນປີ 2032

ຂ່າວຕ່າງປະເທດລາຍງານ ໃນວັນທີ 29 ຕຸລາ ຜ່ານມາວ່າ: ທ່ານ ຢູລິອອດ ຕັນຈຸງ ຮອງລັດຖະມົນຕີກະຊວງພະລັງງານ ແລະ ຊັບພະຍາກອນແຮ່ທາດຂອງອິນໂດເນເຊຍ ໄດ້ເປີດເຜີຍວ່າ: ອິນໂດເນເຊຍຄາດວ່າຈະເລີ່ມດໍາເນີນງານໂຮງໄຟຟ້ານິວເຄລຍແຫ່ງທຳອິດຂອງປະເທດພາຍໃນປີ 2032 ຊຶ່ງເປັນສ່ວນໜຶ່ງຂອງຄວາມພະຍາຍາມໃນການບັນລຸເປົ້າໝາຍການປ່ອຍອາຍແກ໊ສເຮືອນແກ້ວສຸດທິເປັນສູນພາຍໃນປີ 2060.
ເພີ່ມເຕີມ