ທ່ຽວຊົມ ຂະນົບທຳນຽມ ຮີດຄອງປະເພນີ ບຸນອອກພັນສາປະວໍລະນາ ທີ່ວັດສີເມືອງ

ທ່ຽວຊົມ ຂະນົບທຳນຽມ ຮີດຄອງປະເພນີ ບຸນອອກພັນສາປະວໍລະນາ ທີ່ວັດສີເມືອງ
ໂດຍ: ຍຸພິນທອງ
ວັດສີເມືອງ ກໍເປັນວັດເກົ່າແກ່ທີ່ສໍາຄັນ ຕັ້ງຢູ່ບ້ານສີເມືອງ ເມືອງສີສັດຕະນາກ ນະຄອນຫຼວງວຽງຈັນ,  ທີ່ຊາວພຸດໃຫ້ຄວາມເຫຼື້ອມໃສສັດທາ ສັກກາລະບູຊາ ແລະ ເປັນສະຖານທີ່ໃຫ້ຄວາມສົນໃຈຂອງບັນດານັກທ່ອງທ່ຽວພາຍໃນ ແລະ ຕ່າງປະເທດ, ເນື່ອງໃນໂອກາດງານບຸນອອກພັນສາປະວໍລະນາ ປະຈໍາປີ 2023 ຊຶ່ງປີນີ້ ຖືກກັບວັນທີ 29 ເດືອນຕຸລາ 2023 ກົງກັບມື້ຂຶ້ນ 15ຄ່ຳ ເດືອນ11ລາວ ພສ 2566. ພະອາຈານ ພົງ ມາດມະນີວົງ ຄະນະປົກຄອງວັດສີເມືອງ ໄດ້ໃຫ້ສໍາພາດທາງໂທລະສັບ ຕໍ່ນັກຂ່າວໜັງສືພິມປະຊາຊົນ ໂດຍພະສົງທີ່ວັດສີເມືອງໄດ້ຮູ້ເຖິງຄວາມເປັນມາຂອງການບູຊາໂຄມໄຟ ແລະ ການຈັດກິດຈະກໍາທາງສາສະໜາພາຍໃນວັດທີ່ຕິດພັນກັບງານບຸນອອກພັນສາປະວໍລະນາ ວ່າ: 
ສໍາລັບພິທີທາງສາສະໜາໃນມື້ອອກພັນສາ ແມ່ນເລີ່ມແຕ່ເວລາ 4:00 ໂມງ ເຕົ້າໂຮມອອກຕົນຍາດໂຍມຈາກໃກ້ ແລະ ໄກ; 5:00 ເລີ່ມໃສ່ບາດເທໂວໃຫ້ແດ່ຄະນະສົງໝູ່ໃຫຍ່ຈໍານວນ 50 ອົງ;  7:30 ໂມງ ມີພິທີຕັກບາດຖວາຍພັດຕາຫານແກ່ພະສົງສາມະເນນ ຟັງພະທໍາມະເທສະນາ ຕາມຮີດຄອງປະເພນີ; 18:00 ເຕົ້າໂຮມອອກຕົນຍາດໂຍມ ໄຫວ້ພະສູດມົນແປ ແລະ ເວລາ19:00 ມີພິທີວຽນທຽນອອ້ມ ພັດທະສິມມາສາມຮອບ. ຫຼັງຈາກນັ້ນໄຕ້ໂຄມໄຟຈຳນວນ 999 ດວງເພື່ອຖວາຍເປັນພຸດທະບູຊາ ທຳມະບູຊາ ສັງຄະບູຊາ. ການສ້າງໂຄມໄຟສາມາດເຮັດໄດ້ບໍ່ຈຳກັດຈຳນວນອີງຕາມເງື່ອນໄຂຄວາມສະດວກຂອງແຕ່ລະວັດ. ບາງບ່ອນຢູ່ໃກ້ແມ່ນ້ຳກໍເຮັດເຮືອໄຟແລ້ວນຳໄປໄຫຼນ້ຳ ຖືວ່າການບູຊາປະທີບນ້ຳມັນ ນັ້ນມີອານິສົງຫຼາຍ ຕົວຢ່າງເຊັ່ນ: ພະອານຸຣຸດທະເຖຣະ ເປັນພະສາວົກທີ່ໄດ້ຍົກຍ້ອງວ່າເປັນພະອໍຣະຫັນຜູ້ມີຕາທິບ ເບິ່ງກ້ວາງເຫັນໄກໄດ້ ເພາະອານິສົງຖວາຍປະທີບໃນເມື່ອກ່ອນ ຈິ່ງນິຍົມເຮັດປະທີບບູຊາກັນມາຮອດປັດຈຸບັນ.
    ພະອາຈານ ພົງ ມາດມະນີວົງ ໃຫ້ຮູ້ເຖິງຈຸດປະສົງການບູຊາໂຄມໄຟມື້ອອກພັນສາປະວາລະນາ ເພື່ອເປັນການສະແດງອອກເຊິ່ງຄວາມກະຕັນຍູຕໍ່ຜູ້ມີພະຄຸນ ເຊັ່ນ: ຕຳນານແມ່ກາເຜືອກ ເພື່ອລະນຶກເຖິງບຸນຄຸນແມ່ທີ່ໃຫ້ກຳເນິດເກິດມາ ເຮົາຈິ່ງນິຍົມຝັ້ນຝ້າຍຕີນກາ ຈູດບູຊາແມ່ກາເຜືອກ ແລະຮອຍພະບາດ. ມີເລື່ອງເລົ່າກັນມາວ່າ ເມື່ອຄັ້ງດຶກດຳບັນຍັງມີພະຍາກາເຜືອກ ສອງຜົວເມຍ ເຮັດຮັງຢູ່ເທິງຕົ້ນໄມ້ໃນປ່າຫິມະພານ ແຄມຝັ່ງແມ່ນ້ຳ ຢູ່ມາມື້ໜຶ່ງພະຍາກາເຜືອກສອງຜົວເມຍ ໄດ້ອອກໄປຫາອາຫານ ຂະນະນັ້ນໄດ້ເກິດລົມພະຍຸມາພັດຮັງກາ ເຮັດໃຫ້ໄຂ່ກາຕົກກະແຈກກະຈາຍໄຫຼໄປຕາມແມ່ນ້ຳ ເມື່ອລົມພາຍຸສະຫງົບລົງ ແມ່ກາໄດ້ກັບມາຫາຮັງກໍຮູ້ວ່າຮັງ ແລະໄຂ່ໄດ້ໄຫຼນ້ຳໄປໝົດແລ້ວ ດ້ວຍຄວາມອາໄລຮັກລູກແມ່ກາໄດ້ຂາດໃຈຕາຍແລ້ວໄປເກິດເປັນພຣົມ ຢູ່ໃນພຣົມມະໂລກ ມີນາມວ່າທ້າວພະກາພຣົມ ສ່ວນໄຂ່ກາທັງ 5 ໄຫຼໄປຕາມກະແສນນໍ້ານັ້ນ ໜ່ວຍທີ 1 ແມ່ໄກ່ໄດ້ເອົາໄປຟັກ; ໜ່ວຍທີ 2 ແມ່ນາກເອົາໄປຟັກ; ໜ່ວຍທີ 3 ແມ່ເຕົ່າເອົາໄປຟັກ;ໜ່ວຍທີ່ 4 ແມ່ງົວເອົາໄປຟັກ ແລະ ໜ່ວຍທີ 5 ແມ່ຣາຊາສີ(ສິງຫ໌) ເອົາໄປຟັກ ເມື່ອໄຂ່ທັງ 5 ເບາະອອກມາ ກໍເປັນຄົນທັງໝົດ ເມື່ອໃຫຍ່ຂຶ້ນມາຕ່າງຄົນກໍເຫັນໂທດຂອງການຄອງເຮືອນ ແລະເຫັນອານິສົງຂອງການອອກບວດເປັນລືສີຈະເຣີນຍານ ສະມາບັດຢູ່ປ່າຫິມະພານ ວັນໜຶ່ງລືສີທັງຫ້າໄດ້ພົບກັນແລະໄດ້ຖາມໄຖ່ຊື່ສຽງຮຽງນາມຂອງກັນແລະກັນ ກໍຮູ້ວ່າຕ່າງຄົນຕ່າງມີແມ່ລ້ຽງທັງໝົດ; ດັ່ງນັ້ັນ ຈຶ່ງໄດ້ຈຸດໄຕ້ປະທີບບູຊາລະນຶກເຖິງແມ່ກາ; ແລະເພື່ອເປັນການຕ້ອນຮັບລະນຶກເຖິງວັນແຫ່ງການສະເດັດກັບມາຂອງພະພຸດທະເຈົ້າທີ່ໄປເທດໂຜດມານດາ ແລະ ຈຳພັນສາໃນສະຫວັນຊັ້ນດາວະດຶງ ໃນມື້ ຂຶ້ນ 15 ຄໍ່າເດືອນ 11 ຊາວບ້ານຈຶ່ງນິຍົມຈູດປະທີບໂຄມໄຟ ບູຊາຂັ້ນໄດແກ້ວເພື່ອຕ້ອນຮັບ ແລະ ບູຊາພະພຸດທະເຈົ້າ ຕອນສະເດັດລົງມາ ເອີ້ນວ່າ ຕັກບາດເທໂວ ເປັນວັນທີ ເປີດໂລກທັງ 3 ໃຫ້ເຫັນກັນຄື: ເທວະໂລກ ມະນຸດສະໂລກ ແລະ ສັດນະຣົກ ສາມາດແນມເຫັນກັນໄດ້ທັງສາມ ແລະ ເພື່ອບູຊາຮອຍພະພຸດທະບາດ ທີ່ເປັນສັນຍາລັກແຫ່ງຄວາມສະຫງົບ ຄວາມສາມັກຄີ ຈຶ່ງນິຍົມໄຫຼປະທີບໂຄມໄຟບູຊາ ແລະບູຊາແມ່ຄົງຄາ ເພື່ອເຄົາລົບແລະຮູ້ບຸນຄຸນຕໍ່ແມ່ນໍ້າ.
ເຖິງວ່າການບູຊາໃນວັນດັ່ງກ່າວນັ້ນຈະມີສາຍເຫດແຕກຕ່າງກັນຫຼາຍປະການກໍຕາມ ແຕ່ຈຸດໝາຍກໍຄື ການບູຊາພະຣັດຕະນະໄຕຣ ທີ່ຊາວພຸດລາວບັນດາເຜົ່າມີຄວາມເຫຼື້ອມໃສສັດທາ ແລະນຳເອົາຫຼັກທໍາ ຄຳສອນມາປະຕິບັດໃຫ້ເກິດຜົນດີໃນຊີວິດປະຈຳວັນ ນອກຈາກນີ້ຍັງສະແດງອອກເຊິ່ງຄວາມກະຕັນຍູ ຮູ້ບຸນຄຸນຕໍ່ຜູ້ມີພະຄຸນ ເຊັ່ນ: ແມ່ ພໍ່ ຄູບາອາຈານ ແລະທໍາມະຊາດທີ່ໃຫ້ຊີວິດ ມີແມ່ນ້ຳເປັນຕົ້ນ. ດັ່ງນັ້ນໃນມື້ບຸນອອກພັນສາປະວໍຣະນາ ຈຶ່ງມີການປະດັບປະດາເອ້ຍ້ອງດ້ວຍໂຄມໄຟເພື່ອຄວາມສວຍສົດງົດງາມ, ເພື່ອໃຫ້ບັນຍາກາດພາຍໃນງານບຸນມີຄວາມຟົດຟື້ນເບີກບານມ່ວນຊື່ນ, ເປັນປັດໃຈສະ ເໜ່ດຶງດູດນັກທ່ອງພາຍໃນ ແລະ ຕ່າງປະເທດ  ໃຫ້ຢາກເຂົ້າມາທ່ຽວຊົມບັນຍາກາດ ພາຍໃນງານ, ເຂົ້າມາທ່ຽວຊົມ ຂະນົບທຳນຽມ ຮີດຄອງປະເພນີ ແລະ ວັດທະນະທຳອັນດີງາມຂອງຊາດລາວເຮົາ.ພ້ອມດຽວກັນນັ້ນກໍຍັງເປັນການອະນຸລັກຮັກສາ ຮີດຄອງປະເພນີອັນດີງາມນີ້ໄວ້ຄຽງຄູ່ກັບຄົນລາວຕະຫຼອດໄປ.
ໂອກາດນີ້ ອາຕະມາພາບເຊີນຊວນຍາດໂຍມ ປະຊາຊົນ ຕະຫຼອດເຖິງນັກທ່ອງທ່ຽວພາຍໃນແລະຕ່າງປະເທດມາທ່ຽວຊົມບັນຍາກາດໃນງານບຸນອອກພັນສາປະວໍຣະນາທີ່ວັດສີເມືອງ ພ້ອມດຽວກັນນັ້ນ ຮຽກຮ້ອງຝາກເຖິງຍາດໂຍມທັງຫຼາຍຈົ່ງພ້ອມພຽງກັນຫຼິ້ນບຸນອອກພັນສາດ້ວຍຄວາມມ່ວນຊື່ນໃຫ້ໄດ້ທັງຄວາມຮັກແພງສາມັກຄີ, ການອະນຸລັກວັດທະນະທໍາ ແລະໃຫ້ຫຼິ້ນບຸນຢ່າງມີສະຕິໂດຍສະເພາະການສັນຈອນໄປມາຢ່າງມີສະຕິ, ການດື່ມກິນກໍຂໍໃຫ້ຢູ່ໃນຄວາມພໍເໝາະພໍດີ ແລະຂໍໃຫ້ອານິສົງແຫ່ງການສ້າງບຸນດັ່ງກ່າວຈົ່ງປົກປ້ອງຄຸ້ມຄອງຍາດໂຍມໃຫ້ມີແຕ່ຄວາມສຸກຄວາມຈະເລີນທຸກຖ້ວນໜ້າເທີ້ນ.

ຄໍາເຫັນ

ຂ່າວທ່ອງທ່ຽວ

ສຳຜັດກັບການທ່ອງທ່ຽວທີ່ສວນໝີແພນດ້າເມືອງເສິງຕູ່

ສຳຜັດກັບການທ່ອງທ່ຽວທີ່ສວນໝີແພນດ້າເມືອງເສິງຕູ່

ໃນໂລກທີ່ເຕັມໄປດ້ວຍຄວາມເຄັ່ງຄັດ ແລະ ຄວາມຮີບຮ້ອນ ບາງຄັ້ງມະນຸດກໍຕ້ອງການບ່ອນໃດຫນຶ່ງທີ່ເຮັດໃຫ້ເຮົາໄດ້ພັກຜ່ອນຢ່ອນ ໃຈ ແລະ ສຳຜັດກັບຄວາມສະຫງົບໃນທໍາມະຊາດ. ສວນແພນດ້າເມືອງເສິງຕູ່ ທີ່ມົນຊີ່ຊ່ວນ ສປຈີນ (Chengdu Research Base of Giant Panda Breeding)ເປັນບ່ອນທີ່ສາມາດມອບຄວາມຮູ້ສຶກນັ້ນໃຫ້ໄດ້ຢ່າງແທ້ຈິງ.
2025 ຫຼວງນໍ້າທາ ຄາດຈະດຶງດູດນັກທ່ອງທ່ຽວເຂົ້າມາທ່ຽວຊົມໃຫ້ໄດ້ 1,280,000 ເທື່ອຄົນ

2025 ຫຼວງນໍ້າທາ ຄາດຈະດຶງດູດນັກທ່ອງທ່ຽວເຂົ້າມາທ່ຽວຊົມໃຫ້ໄດ້ 1,280,000 ເທື່ອຄົນ

ການທ່ອງທ່ຽວແຂວງຫຼວງນໍ້າທາ ສືບຕໍ່ຂະຫຍາຍຕົວຢ່າງຕໍ່ເນື່ອງ ເລີ່ມແຕ່ເດືອນມັງກອນ-ກັນຍາ 2025 ມີນັກທ່ອງທ່ຽວເດີນທາງມາຢ້ຽມຢາມ ແລະ ຜ່ານແຂວງຫຼວງນໍ້າທາ 985,322 ເທື່ອຄົນ ເພີ່ມຂຶ້ນ 9% ເມື່ອທຽບໃສ່ໄລຍະດຽວກັນຂອງປີຜ່ານມາ, ສາມາດສ້າງລາຍຮັບທາງກົງ-ທາງອ້ອມເຂົ້າງົບປະມານແຂວງໄດ້ປະມານ 30.70 ລ້ານໂດລາ ຊຶ່ງສະແດງໃຫ້ເຫັນເຖິງຄວາມສໍາເລັດຂອງຄະນະນໍາຂັ້ນແຂວງ ແລະ ພະແນກວັດທະນະທໍາ ແລະ ການທ່ອງທ່ຽວ (ວທ) ເອົາໃຈໃສ່ການພັດທະນາ ແລະ ສົ່ງເສີມການທ່ອງທ່ຽວ ໂດຍສະເພາະແມ່ນການທ່ອງທ່ຽວແບບອະນຸລັກໃນປ່າສະຫງວນແຫ່ງຊາດນໍ້າຫ້າ ຊຶ່ງເນັ້ນຈຸດເດັ່ນທາງດ້ານທໍາມະຊາດອັນບໍລິສຸດ ແລະ ຄວາມຫຼາກຫຼາຍທາງດ້ານວັດທະນະທໍາຂອງຊົນເຜົ່າ.
ການທ່ອງທ່ຽວໃນປີ 2025 ຢູ່ໃນຈັງຫວະຟື້ນຕົວຢ່າງຕໍ່ເນື່ອງ

ການທ່ອງທ່ຽວໃນປີ 2025 ຢູ່ໃນຈັງຫວະຟື້ນຕົວຢ່າງຕໍ່ເນື່ອງ

ທ່າອ່ຽງການທ່ອງທ່ຽວໃນປີ 2025 ຂອງ ສປປ ລາວ ກໍາລັງຢູ່ໃນຈັງຫວະຟື້ນຕົວຢ່າງຕໍ່ເນື່ອງ ສະແດງອອກໃນໄລຍະແຕ່ເດືອນມັງກອນ ຫາ ເດືອນສິງຫາ 2025 ນີ້, ມີນັກທ່ອງທ່ຽວເຂົ້າມາທ່ຽວ ສປປ ລາວ ທັງໝົດ 3,061,928 ເທື່ອຄົນ. ໃນຂະນະທີ່ໝົດປີ 2024 ມີນັກທ່ອງທ່ຽວເຂົ້າມາລາວ 4,120,832 ເທື່ອຄົນ.
ວັງວຽງ ໜຶ່ງໃນຈຸດໝາຍປາຍທາງຂອງນັກທ່ອງທ່ຽວ

ວັງວຽງ ໜຶ່ງໃນຈຸດໝາຍປາຍທາງຂອງນັກທ່ອງທ່ຽວ

ສະຖານທີ່ທ່ອງທ່ຽວຂົວສີຟ້າ, ຖ້ຳນາງຟ້າ-ຖ້ຳນອນ ເປັນອີກໜຶ່ງແຫຼ່ງທ່ອງທ່ຽວທາງທໍາມະຊາດທີ່ຕິດພັນກັບການປົກປັກຮັກສິ່ງແວດລ້ອມຂອງເມືອງວັງວຽງ ແຂວງ​ວຽຈັນ ທີ່ໄດ້ຮັບ​ລາງວັນການພັດທະນາທ່ອງທ່ຽວດີເດັ່ນ ແລະ ຍືນຍົງຂອງ ສປປ ລາວ ຊຶ່ງສະຖານທີ່ດັ່ງກ່າວອ້ອມຮອບໄປດ້ວຍພູຜ່າປ່າໄມ້ທີ່ຂຽວສົດງົດງາມອາກາດເຢັນ ແລະ ມີອ່າງນໍ້າໃສ​ທີ່ສາມາດແນມເຫັນຝູງປານ້ອຍ-ໃຫຍ່ຢູ່ໃນນໍ້າ ເຮັດໃຫ້ນັກທ່ອງທ່ຽວເພີດເພີນ ແລະ ຮູ້ສຶກຜ່ອນຄາຍເມື່ອໄດ້ເຂົ້າມາທ່ຽວຊົມ ເໝາະ​ແກ່​ການ​ມາ​ພັກ​ຜ່ອນແບບຄອບຄົວຄູ່ຮັກ ຫຼື ຈະມາກັບໝູ່ເ​ພື່ອນ.
ມວນຊົນຈຳນວນຫຼາຍຫຼັ່ງໄຫຼເຂົ້າມາທ່ຽວບຸນຊ່ວງເຮືອປະເພນີທີ່ທ່າວັດຈັນຢ່າງຄຶກຄື້ນ

ມວນຊົນຈຳນວນຫຼາຍຫຼັ່ງໄຫຼເຂົ້າມາທ່ຽວບຸນຊ່ວງເຮືອປະເພນີທີ່ທ່າວັດຈັນຢ່າງຄຶກຄື້ນ

ງານບຸນອອກພັນສາປະວໍລະນາແລະຊ່ວງເຮືອປະເພນີປະຈໍາປີ 2025 ທີ່ທ່າວັດຈັນນະຄອນຫຼວງວຽງຈັນ (ນວ) ໄດ້ຈັດຂຶ້ນເປັນເວລາ 5 ວັນ ນັບແຕ່ວັນທີ 4-8 ຕຸລານີ້. ພາຍຫຼັງມື້ບຸນອອກພັນສາປະວໍລະນາ 1 ວັນ ຄືໃນວັນທີ 8 ຕຸລານີ້ (ມື້ແຮມ 1 ຄໍ່າເດືອນ 11 ລາວ) ໄດ້ມີພິທີເປີດການແຂ່ງຂັນຊ່ວງເຮືອ ປະເພນີ ຖືເປັນມື້ສຸດທ້າຍຂອງງານບຸນ ຊຶ່ງມີມວນຊົນທັງພາຍໃນແລະຕ່າງປະເທດຈຳນວນຫຼວງຫຼາຍ ຫຼັ່ງໄຫຼກັນເຂົ້າມາຊົມມາເຊຍການແຂ່ງຂັນຊ່ວງເຮືອຢ່າງຄຶກຄື້ນມ່ວນຊື່ນ.
ເຊີນ​ທ່ຽວ​ຊົມງານບຸນກາເຟ ແລະ ຊາບ້ານເຮົາຈະຈັດຂຶ້ນທີ່ນະຄອນ-ຫຼວງພະບາງ

ເຊີນ​ທ່ຽວ​ຊົມງານບຸນກາເຟ ແລະ ຊາບ້ານເຮົາຈະຈັດຂຶ້ນທີ່ນະຄອນ-ຫຼວງພະບາງ

ຮອດເວລາທີ່ສຳຄັນຂອງປີອີກຄັ້ງ, ນັກດື່ມກາເຟ ແລະ ຊາທັງຫຼາຍ! ໂຄງການ Green Cup, ໂດຍກະຊວງກະສິກໍາ ແລະ ສິ່ງແວດລ້ອມ ຂໍຮຽນເຊີນຊວນທຸກທ່ານເຂົ້າຮ່ວມງານບຸນກາເຟ ແລະ ຊາບ້ານເຮົາ ເພື່ອສະເຫຼີມ​ສະຫຼອງ ວັນກາເຟ ແລະ ຊາສາກົນ ປະຈຳປີ 2025 ໃນລະຫວ່າງວັນທີ 3-5 ຕຸລາ 2025 ທີ່ໂຮງຮຽນປະຖົມຫຼວງພະບາງ, ເພື່ອດື່ມດ່ຳກັບ ວັດທະນະທໍາ, ຊີມຣົດຊາດ ແລະ ເຕົ້າໂຮມກັນແບບຊຸມຊົນ ເປັນເວລາ 3 ວັນ.
ຫຼວງພະບາງສຸມໃສ່ພັດທະນາການທ່ອງທ່ຽວ ຕິດພັນກັບການປົກປັກຮັກສາວັດທະນະທຳທີ່ເປັນເອກະລັກ

ຫຼວງພະບາງສຸມໃສ່ພັດທະນາການທ່ອງທ່ຽວ ຕິດພັນກັບການປົກປັກຮັກສາວັດທະນະທຳທີ່ເປັນເອກະລັກ

ຫຼວງພະບາງເປັນດິນແດນແຫ່ງອະລິຍະທຳທີ່ອຸດົມສົມບູນ ມີປະຫວັດສາດອັນຍາວນານທີ່ໜ້າຊື່ນຊົມ ໜຶ່ງໃນຈຸດໝາຍປາຍທາງຂອງນັກທ່ອງທ່ຽວ ໄດ້ຖືກຮັບຮອງຈາກອົງການອຸຍແນັດສະໂກໃຫ້ເປັນເມືອງມໍຣະດົກໂລກນັບແຕ່ປີ 1995 ເປັນຕົ້ນມາ ຊຶ່ງເປັນເງື່ອນໄຂໃຫ້ຊາວໂລກໄດ້ຮັບຮູ້ ແລະ ໃຫ້ຄວາມສົນໃຈເດີນທາງມາທ່ອງທ່ຽວຢ່າງຕໍ່ເນື່ອງ ອັນໄດ້ເປັນທ່າແຮງຕົ້ນຕໍໃນການສ້າງລາຍຮັບເຂົ້າສູ່ປະຊາຊົນພາຍໃນແຂວງ.
ສືບຕໍ່ການພັດທະນາແຫຼ່ງທ່ອງທ່ຽວແບບວົງແຫວນ ຢູ່ເມືອງອຸທຸມພອນ

ສືບຕໍ່ການພັດທະນາແຫຼ່ງທ່ອງທ່ຽວແບບວົງແຫວນ ຢູ່ເມືອງອຸທຸມພອນ

ເມື່ອບໍ່ດົນມານີ້, ແຂວງສະຫວັນນະເຂດ ໄດ້ສຳຫຼວດເພື່ອສືບຕໍ່ຄວາມພະຍາຍາມໃນການປັບປຸງ ແລະ ພັດທະນາແຫຼ່ງທ່ອງທ່ຽວແບບວົງແຫວນ ຫຼື ແບບຄົບວົງຈອນ ທີ່ຕັ້ງຢູ່ໃນເຂດພື້ນທີ່ໃກ້ກັນ ຂອງເມືອງອຸທຸມພອນ ເພື່ອເສີມສ້າງທ່າແຮງດຶງດູດນັກທ່ອງທ່ຽວ ແລະ ສົ່ງເສີມເສດຖະກິດທ້ອງຖິ່ນ.
ພັດທະນາແຫຼ່ງທ່ອງທ່ຽວເນັ້ນສ້າງບຸກຄະລາກອນເຂັ້ມແຂງ

ພັດທະນາແຫຼ່ງທ່ອງທ່ຽວເນັ້ນສ້າງບຸກຄະລາກອນເຂັ້ມແຂງ

ວິໄສທັດຂອງບໍລິສັດພັດທະນາແຫຼ່ງທ່ອງທ່ຽວນໍ້າຕົກຕາດເຍືອງຫຼັກ40 ເມືອງປາກຊ່ອງ ແຂວງຈໍາປາສັກ ແລະ ແຫຼ່ງທ່ອງທ່ຽວນໍ້າຕົກຕາດເລາະ-ຕາດຮັງ ແຂວງສາລະວັນ “ພັດທະນາແຫຼ່ງທ່ອງທ່ຽວເພື່ອດຶງດູດນັກທ່ອງທ່ຽວພາຍໃນ ແລະ ຕ່າງປະເທດ ພ້ອມທັງສ້າງລາຍຮັບໃຫ້ແກ່ປະຊາຊົນທ້ອງຖິ່ນ”
ແມ່ນ້ຳຫຼີຈ່ຽງ ແມ່ນອັນຍະມະນີແຫ່ງກຸ໋ຍຫຼິນ

ແມ່ນ້ຳຫຼີຈ່ຽງ ແມ່ນອັນຍະມະນີແຫ່ງກຸ໋ຍຫຼິນ

ການສົ່ງເສີມການທ່ອງທ່ຽວແມ່ນທາງແຮງໜຶ່ງໃນການຂັບເຄື່ອນເສດຖະກິດໃນພື້ນທີ່ ແລະ ສ້າງລາຍຮັບໃຫ້ປະຊາຊົນຢູ່ທີ່ຊຸມນັ້ນໆໃຫ້ມີຄວາມຢູ່ດີກິນດີມິຄວາມຜາສຸກເພາະສະນັ້ນການສົ່ງເສີມການທ່ອງທ່ຽວຈຶ່ງມີຄວາມສຳຄັນຫຼາຍບໍ່ວ່າຈະເປັນການທ່ອງທ່ຽວທາງຫ່ອງຮອຍປະຫວັດສາດ,ທາງຮີດຄອງປະເພນີ ວັດທະນະທຳ ແລະ ທາງທຳມະຊາດ.
ເພີ່ມເຕີມ